ອະລິຍະສັດສີ່ປະການ: ພາບລວມ

04:17
ທຸກຄົນປະສົບບັນຫາ ແລະ ຄວາມບໍ່ເປັນສຸກໃນທຸກຊ່ວງຊີວິດຂອງເຂົາ; ແລະ ໃນທຸກຊ່ວງຂອງປະຫວັດສາດ, ກໍໄດ້ມີການສະເໜີວິທີຕ່າງໆ ເພື່ອສູ້ຮົບກັບຄວາມທຸກທໍລະມານ. ໃນໂລກປະຈຸບັນ, ອິນເຕີເນັດໄດ້ສະເໜີການເຂົ້າເຖິງປັດຊະຍາຢ່າງຫຼວງຫຼາຍໃນທັນໃດ ແລະ ໃນນີ້ເຮົາຈະເບິ່ງວິທີການສະເພາະທີ່ພຣະພຸດທະເຈົ້າໄດ້ນຳໃຊ້, ກວ່າ 2,500 ປີຜ່ານມາ, ວ່າເປັນຫຍັງເຮົາຈິ່ງທຸກທໍລະມານ ແລະ ວິທີທີ່ເຮົາຈະສາມາດຄົ້ນພົບຄວາມສະຫງົບ ແລະ ຄວາມສຸກໃນຊີວິດຂອງເຮົາໄດ້.

ຄຳນຳ

ເມື່ອເບິ່ງພຣະພຸດທະສາສະໜາໃນຂັ້ນທຳອິດ, ແມ່ນຄວນເບິ່ງທີ່ອະລິຍະສັດສີ່ປະການ, ເພາະນີ້ແມ່ນທາງທີ່ພຣະພຸດທະເຈົ້າໄດ້ເລີ່ມເດີນ, ເມື່ອພຣະອົງໄດ້ເລີ່ມເຜີຍແຜ່ຄຳສອນ. ໃນຊ່ວງຊີວິດຂອງພຣະພຸດທະເຈົ້ານັ້ນ, ໄດ້ມີລະບົບປັດຊະຍາ ແລະ ສາສະໜາຢູ່ຫຼວງຫຼາຍແລ້ວ, ແລະ ທຸກມື້ນີ້, ເຮົາກໍຍິ່ງເຫັນຄຳສອນທາງຈິດໃຈຫຼາຍຂຶ້ນອີກ. ສະນັ້ນ, ເມື່ອເຮົາມາຫາພຣະພຸດທະສາສະໜາ, ສິ່ງສຳຄັນແມ່ນພະຍາຍາມລະບຸອັນທີ່ເປັນສິ່ງສະເພາະຂອງວິທີການທາງພຸດ. ໂດຍທຳມະຊາດແລ້ວ, ພຣະພຸດທະສາສະໜາຈະມີຄຳສອນຫຼາຍອັນຄ້າຍສາສະໜາອື່ນຄື: ໃຫ້ເປັນຄົນມີເມດຕາ, ໃຫ້ພະຍາຍາມບໍ່ທຳຮ້າຍຜູ້ໃດ, ແລະ ອື່ນໆ. ເຮົາສາມາດເຫັນລັກສະນະເຫຼົ່ານີ້ໃນເກືອບທຸກສາສະໜາ ແລະ ປັດຊະຍາ, ແລະ ກໍບໍ່ຈຳເປັນທີ່ຕ້ອງມາຫາພຣະພຸດທະສາສະໜາເພື່ອຮ່ຳຮຽນກ່ຽວກັບສິ່ງເຫຼົ່ານີ້ກໍໄດ້, ເຖິງວ່າພຣະພຸດທະສາສະໜາຈະມີວິທີການຫຼາກຫຼາຍໃນການພັດທະນາຄວາມເມດຕາ ແລະ ຄວາມເຫັນໃຈ. ເຮົາສາມາດໄດ້ປະໂຫຍດຈາກວິທີການເຫຼົ່ານີ້, ບໍ່ວ່າເຮົາຈະຮັບເອົາອັນອື່ນຈາກຄຳສອນຂອງພຣະພຸດທະສາສະໜາ ຫຼື ບໍ່. 

ແຕ່, ຖ້າເຮົາຖາມວ່າ “ອັນໃດທີ່ເປັນອັນສະເພາະຕໍ່ພຣະພຸດທະສາສະໜາ?” ແລ້ວເຮົາກໍຈະຕ້ອງເບິ່ງທີ່ອະລິຍະສັດສີ່ປະການ. ແມ່ນແຕ່ໃນການສົນທະນາກ່ຽວກັບສິ່ງເຫຼົ່ານີ້, ເຮົາຈະພົບວ່າມີຫຼາຍອັນທີ່ຄ້າຍຄືກັບລະບົບອື່ນ. 

ເຮົາມີສຳນວນ “ອະລິຍະສັດ”, ແຕ່ມັນເປັນຄຳສັບທີ່ອ່າວແປກ. ຄຳວ່າ “ອະລິຍະ” ອາດຟັງເບິ່ງຄືອະທິປະໄຕຍຸກກາງ ແຕ່ຄວາມຈິງມັນໝາຍເຖິງຄົນທີ່ມີສຳນຶກສູງ. ສະນັ້ນ ອະລິຍະສັດສີ່ປະການ ຈິ່ງແມ່ນຄວາມຈິງສີ່ປະການທີ່ຜູ້ທີ່ໄດ້ເຫັນຄວາມເປັນຈິງໃນແງ່ທີ່ຈັບຕ້ອງໄດ້ ເຫັນວ່າເປັນຄວາມຈິງແທ້. ເຖິງວ່າຄວາມຈິງສີ່ປະການນີ້ຈະເປັນຈິງ, ຄົນສ່ວນຫຼາຍຍັງບໍ່ເຂົ້າໃຈດີເທື່ອ, ແລະ ສ່ວນໃຫຍ່ກໍຍັງບໍ່ຮູ້ຊ້ຳ.

ອະລິຍະສັດທີ່ໜຶ່ງ

ຄວາມຈິງປະການທຳອິດຕາມທຳມະດາເອີ້ນວ່າ “ຄວາມທຸກທໍລະມານ.” ພຣະພຸດທະເຈົ້າໄດ້ກ່າວວ່າຊີວິດຂອງເຮົາແມ່ນເຕັມໄປດ້ວຍຄວາມທຸກທໍລະມານ, ແລະ ແມ່ນແຕ່ອັນທີ່ເຮົາຖືວ່າເປັນຄວາມສຸກທຳມະດາໆ ກໍມີຂະບວນບັນຫາຕິດມານຳຢູ່. ຄຳທີ່ແປມາເປັນ “ຄວາມທຸກທໍລະມານ” ຈາກພາສາສັນສະກຣິດແມ່ນຄຳວ່າ “ທຸຫ໌ຂະ.” ເຮົາມີຄຳວ່າ ສຸຂະ, ໝາຍເຖິງຄວາມສຸກ, ແລະ ທຸຫ໌ຂະ, ຄວາມທຸກ. ໃນແງ່ຂອງພາສາ, ຂະ ແມ່ນພື້ນທີ່ ແລະ ທຸຫ໌ ແມ່ນຄຳນຳໜ້າທີ່ໝາຍເຖິງຄວາມບໍ່ເພິງພໍໃຈ, ຄວາມບໍ່ຜາສຸກ. ເຮົາບໍ່ຄວນໃຊ້ຄຳສັບແບບຕັດສິນເຊັ່ນ “ບໍ່ດີ”, ແຕ່ມັນກໍຢາກອອກໄປທາງນັ້ນລະ. ທຸຫ໌ຂະ ໝາຍເຖິງວ່າມີສິ່ງຜິດແຜດໄປໃນພື້ນທີ່ນີ້, ໝາຍເຖິງພື້ນທີ່ຂອງຈິດໃຈເຮົາ, ແລະ ພື້ນທີ່ຂອງຊີວິດເຮົາໂດຍລວມ. ມັນແມ່ນສະຖານະການທີ່ບໍ່ສຳລານ. 

ສະນັ້ນແລ້ວ, ແມ່ນຫຍັງທີ່ບໍ່ໜ້າສຳລານ? ກ່ອນອື່ນໝົດ, ເຮົາປະສົບກັບຄວາມທຸກທໍລະມານອັນໃຫຍ່ຫຼວງ ເປັນຕົ້ນແມ່ນຄວາມເຈັບປວດ, ຄວາມບໍ່ເປັນສຸກ, ແລະ ຄວາມເສົ້າ. ອັນນີ້ແມ່ນສິ່ງທີ່ເຮົາທັງໝົດສາມາດເຂົ້າໃຈໄດ້, ແລະ ທຸກຄົນ, ແມ່ນແຕ່ສັດ, ກໍຢາກຫຼີກລ່ຽງສິ່ງນີ້. ມັນບໍ່ມີຫຍັງພິເສດກ່ຽວກັບພຣະພຸດທະສາສະໜາທີ່ກ່າວວ່າຄວາມເຈັບປວດ ແລະ ຄວາມບໍ່ເປັນສຸກ ແມ່ນສະຖານະການທີ່ບໍ່ໜ້າເພິງພໍໃຈ ແລະ ເຮົາກໍຢາກໜີໃຫ້ພົ້ນຈາກມັນ. ຄວາມທຸກທໍລະມານປະເພດທີສອງ ເອີ້ນວ່າຄວາມທຸກທໍລະມານຂອງການປ່ຽນແປງ, ແລະ ອັນນີ້ເວົ້າກ່ຽວກັບຄວາມສຸກທຳມະດາ, ຕາມປົກກະຕິ, ໃນທຸກວັນຂອງເຮົາ. ບັນຫາຂອງຄວາມສຸກປະເພດນີ້ແມ່ນຫຍັງ? ບັນຫາແມ່ນວ່າມັນຢູ່ບໍ່ດົນ; ມັນປ່ຽນ, ຕະຫຼອດເວລາ. ຖ້າເຮົາຖືເອົາຄວາມສຸກທຳມະດາໆ ເປັນຄວາມສຸກອັນແທ້ຈິງ, ແລ້ວຍິ່ງເຮົາມີຫຼາຍເທົ່າໃດ, ເຮົາກໍຈະຍິ່ງເປັນສຸກຂຶ້ນຫຼາຍເທົ່ານັ້ນ. ສະນັ້ນ, ຖ້າເຮົາໄດ້ຄວາມສຸກຈາກການກິນຊອກໂກແລັດ, ແລ້ວເຮົາຍິ່ງກິນ, ເປັນຊົ່ວໂມງໆ, ເຮົາກໍຈະຍິ່ງມີຄວາມສຸກຂຶ້ນ. ເຮົາຮູ້ໃນຕົວເອງແລ້ວວ່າມັນບໍ່ເປັນຄືແນວນີ້ແນ່ນອນ! ຫຼືລອງຈິນຕະນາການເຖິງການທີ່ຄົນທີ່ເຮົາຮັກກຸມມືເຮົາໄວ້ເປັນຊົ່ວໂມງໆ. ຄວາມຮູ້ສຶກດີໆ ຈະເລີ່ມກາຍເປັນຄວາມເຈັບ, ຫຼື ຮູ້ສຶກແປກ. ອັນນີ້ເປັນພຽງເພາະຄວາມເປັນຈິງທີ່ວ່າຄວາມສຸກທຳມະດາໆ ຈະປ່ຽນ. ແລະແນ່ນອນ, ເຮົາບໍ່ເຄີຍພໍຈັກເທື່ອ; ເຮົາບໍ່ເຄີຍພໍໃຈ. ເຮົາຢາກກິນຊອກໂກແລັດອີກ, ບາງເທື່ອອາດບໍ່ແມ່ນໃນທັນທີ, ແຕ່ອີກຈັກໜ້ອຍ.

ສິ່ງທີ່ໜ້າສົນໃຈແມ່ນຖ້າເຮົາຄິດວ່າ “ເຮົາຕ້ອງກິນອາຫານທີ່ເຮົາມັກຫຼາຍປານໃດເຮົາຈິ່ງຈະພໍໃຈ?” ຄຳນ້ອຍໆ ໜຶ່ງກໍຄວນຈະພໍ, ແຕ່ອັນທີ່ຈິງ ເຮົາຢາກອີກ ຢາກອີກສະເໝີ. ບາດນີ້, ການຢາກເອົາຊະນະບັນຫາຂອງຄວາມສຸກທາງໂລກທຳມະດາໆ ນີ້ ກໍບໍ່ແມ່ນແຕ່ເປົ້າໝາຍຂອງພຣະພຸດທະສາສະໜາອັນດຽວ. ຍັງມີອີກຫຼາຍສາສະໜາທີ່ສອນໃຫ້ເຮົາກ້າວຂ້າມຄວາມສຳລານທາງໂລກ, ເພື່ອຄົ້ນພົບເມືອງສະຫວັນກັບຄວາມສຸກຊົ່ວນິລັນ. 

ຄວາມທຸກທໍລະມານປະເພດທີ່ສາມແມ່ນສະເພາະພຣະພຸດທະສາສະໜາ, ແລະ ເອີ້ນວ່າ “ຄວາມທຸກທໍລະມານທີ່ແຜ່ຫຼາຍ.” ເຮົາຍັງສາມາດເອີ້ນວ່າເປັນ “ບັນຫາທີ່ແຜ່ຫຼາຍ” ຂອງເຮົານຳ. ຄວາມທຸກທໍລະມານອັນນີ້ແຜ່ອອກສູ່ທຸກສິ່ງທີ່ເຮົາປະສົບ, ແລະ ໝາຍເຖິງທາງທີ່ເຮົາຂາດການຄວບຄຸມໃນການຍຶດຕິດກັບການກັບຊາດມາເກີດ, ເຊິ່ງເປັນພື້ນຖານຂອງການຂຶ້ນໆ ລົງໆ ຂອງຊີວິດປະຈຳວັນຂອງເຮົາ. ເວົ້າອີກແນວໜຶ່ງ, ການກັບຊາດມາເກີດແລ້ວເກີດອີກນັ້ນ, ດ້ວຍຈິດໃຈ ແລະ ຮ່າງກາຍຄືທີ່ເຮົາມີ, ແມ່ນພື້ນຖານຂອງຄວາມທຸກທໍລະມານສອງປະເພດທຳອິດ. ອັນນີ້ກ້ຽວມາເຖິງເລື່ອງການກັບຊາດມາເກີດ, ເຊິ່ງເຮົາຈະໄດ້ສຶກສາໃນພາຍຫຼັງ. 

ແນ່ນອນວ່າມີລະບົບປັດຊະຍາອິນເດຍອັນອື່ນອີກຫຼາຍທີ່ສອນກ່ຽວກັບການກັບຊາດມາເກີດ, ສະນັ້ນ ອີກເທື່ອໜຶ່ງ, ອັນນີ້ບໍ່ແມ່ນສິ່ງໃໝ່ຈາກພຣະພຸດທະເຈົ້າ. ແຕ່, ພຣະອົງໄດ້ເຂົ້າໃຈ ແລະ ອະທິບາຍກົນໄກຂອງການກັບຊາດມາເກີດໃນທາງທີ່ເລິກເຊິ່ງກວ່າປັດຊະຍາ ຫຼື ສາສະໜາອື່ນໆ ໄດ້ອະທິບາຍໄວ້ໃນເວລານັ້ນຫຼາຍ. ພຣະພຸດທະເຈົ້າໄດ້ອະທິບາຍຢ່າງລະອຽດກ່ຽວກັບການກັບຊາດມາເກີດ, ແລະ ການທີ່ຈິດໃຈ ແລະ ຮ່າງກາຍຂອງເຮົາປະສົບກັບຄວາມຂຶ້ນ-ລົງຂອງຄວາມເຈັບປວດ, ຄວາມບໍ່ເປັນສຸກ, ແລະ ຄວາມສຸກທຳມະດາໆ ເຫຼົ່ານີ້. 

ອະລິຍະສັດປະການທີສອງ 

ຄວາມຈິງອັນທີສອງແນໃສ່ສາເຫດອັນແທ້ຈິງຂອງຄວາມບໍ່ເປັນສຸກອັນນີ້ທີ່ເຮົາປະສົບ. ເຮົາບໍ່ຈຳເປັນຕ້ອງຍົກອັນໃດຂຶ້ນມາ ເຊັ່ນການກັບຊາດມາເກີດ ໃນຈຸດນີ້ເທື່ອ; ເຮົາສາມາດພະຍາຍາມເຂົ້າໃຈສິ່ງທີ່ພຣະພຸດທະເຈົ້າໄດ້ອະທິບາຍໄວ້ໃນທາງງ່າຍໆ, ມີເຫດຜົນກ່ອນ. ເຮົາເວົ້າກ່ຽວກັບຄວາມທຸກທໍລະມານ ແລະ ຄວາມສຸກທຳມະດາໆ, ແລະ ສິ່ງເຫຼົ່ານີ້ມີສາເຫດ, ແຕ່ພຣະພຸດທະເຈົ້າສົນໃຈ “ສາເຫດທີ່ແທ້ຈິງ” ຫຼາຍກວ່າ. ເຮົາອາດຄິດວ່າຄວາມສຸກ ແລະ ຄວາມເຈັບປວດມາຫາເຮົາຄືດັ່ງລາງວັນ ຫຼື ການລົງໂທດ ຫຼື ອີ່ຫຍັງພວກນັ້ນ, ແຕ່ພຣະພຸດທະເຈົ້າໄດ້ກ່າວເຖິງສາເຫດອັນແທ້ຈິງວ່າເປັນພຶດຕິກຳທີ່ມ້າງເພ ແລະ ກໍ່ສ້າງ. 

ພຶດຕິກຳມ້າງເພໝາຍເຖິງຫຍັງ? ມັນກ່ຽວກັບການສ້າງອັນຕະລາຍເທົ່ານັ້ນບໍ? ເມື່ອເຮົາເວົ້າກ່ຽວກັບການສ້າງອັນຕະລາຍ, ມັນສາມາດເປັນໃນແງ່ຂອງອັນຕະລາຍຕໍ່ຜູ້ອື່ນ, ຫຼື ອັນຕະລາຍຕໍ່ຕົນເອງ. ຄວາມຈິງມັນຍາກທີ່ຈະຮູ້ເຖິງປະເພດຂອງຜົນກະທົບຈາກພຶດຕິກຳຂອງເຮົາຕໍ່ຜູ້ອື່ນ, ວ່າມັນຈະທຳຮ້າຍ ຫຼື ຈະຊ່ວຍ. ຕົວຢ່າງ, ເຮົາອາດເອົາເງິນຈຳນວນຫຼາຍໃຫ້ໃຜຜູ້ໜຶ່ງ ແລະ, ຍ້ອນແນວນັ້ນ, ອີກຜູ້ໜຶ່ງທີ່ຢາກໄດ້ເງິນຈຳນວນນັ້ນຈິ່ງໄປຂ້າຜູ້ນັ້ນສາ. ເປົ້າໝາຍຂອງເຮົາອາດແມ່ນເພື່ອຊ່ວຍເຂົາ, ແຕ່ຄວາມຈິງມັນຮັບປະກັນບໍ່ໄດ້. ສິ່ງທີ່ແນ່ນອນແມ່ນປະເພດຂອງພຶດຕິກຳທີ່ມ້າງເພຕໍ່ເຮົາເອງ. ອັນນີ້ແມ່ນຄວາມໝາຍຂອງສິ່ງທີ່ພຣະພຸດທະເຈົ້າ ກ່າວເຖິງພຶດຕິກຳມ້າງເພ - ການມ້າງເພຕົນເອງ. 

ໃນທາງກັບກັນ, ສິ່ງນີ້ໝາຍເຖິງການຄິດ, ການກະທຳ ຫຼື ການເວົ້າພາຍໃຕ້ອິດທິພົນຂອງອາລົມລົບກວນ. ອາລົມລົບກວນ, ມັນກໍລົບກວນນັ້ນລະ! ມັນພາໃຫ້ເຮົາສູນເສຍຄວາມສະຫງົບຂອງຈິດໃຈ, ແລະ ເສຍການຄວບຄຸມຕົນເອງ. ອັນນີ້ໝາຍເຖິງຄວາມໂມໂຫ, ຄວາມໂລບ, ການຍຶດຕິດ, ຄວາມອິດສາ, ຄວາມຈອງຫອງ, ແລະ ຄວາມໄຮ້ດຽງສາ, ແລະ ຕໍ່ໆໄປ. ເມື່ອຄວາມຄິດຂອງເຮົາໄປຍຶດຕິດຢູ່ກັບອາລົມເຫຼົ່ານີ້, ແລ້ວເຮົາເວົ້າ ຫຼື ປະພຶດພາຍໃຕ້ອິດທິພົນຂອງມັນ, ມັນກໍຈະພາໃຫ້ເກີດຄວາມບໍ່ເປັນສຸກຕໍ່ເຮົາເອງ. ມັນອາດບໍ່ເກີດທັນທີ, ແຕ່ໃນໄລຍະຍາວ ມັນຈະສ້າງຄວາມບໍ່ເປັນສຸກ, ເພາະມັນສ້າງທ່າອ່ຽງທີ່ຈະສືບຕໍ່ເປັນຄືແນວນັ້ນ. 

ອີກດ້ານໜຶ່ງ, ເຮົາມີພຶດຕິກຳກໍ່ສ້າງ, ເຊິ່ງເປັນພຶດຕິກຳທີ່ບໍ່ຢູ່ໃຕ້ອິດທິພົນຂອງອາລົມລົບກວນເຫຼົ່ານີ້ ແຕ່ອາດຖືກຈູງໃຈຈາກອາລົມທາງບວກ, ເຊັ່ນ ຄວາມເມດຕາ, ຄວາມເຫັນໃຈ, ຫຼື ຄວາມອົດທົນ.

ການກະທຳທີ່ກໍ່ສ້າງຈະຜະລິດຄວາມສຸກ. ຈິດໃຈຂອງເຮົາຈະສະບາຍຂຶ້ນ, ແລະ ໂດຍທົ່ວໄປເຮົາຈະສະຫງົບລົງ. ປົກກະຕິແລ້ວ ເຮົາສາມາດຄວບຄຸມຕົນເອງໄດ້ຫຼາຍ, ແລະສະນັ້ນ ເຮົາຈະບໍ່ປະພຶດໃນແບບໂງ່ໆ ຫຼື ເວົ້າສິ່ງໂງ່ໆ ທີ່ສາມາດສ້າງບັນຫາໄດ້. ອີກເທື່ອໜຶ່ງ, ຜົນກະທົບອາດບໍ່ທັນທີ, ແຕ່ໃນໄລຍະຍາວ, ມັນຈະສ້າງຄວາມສຸກ. ແຕ່, ພາຍໃຕ້ອັນນີ້ ແມ່ນຄວາມໄຮ້ດຽງສາກ່ຽວກັບທາງທີ່ເຮົາເປັນຢູ່, ທາງທີ່ອັນອື່ນມີຢູ່, ແລະ ກັບຄວາມເປັນຈິງໂດຍທົ່ວໄປ. 

ຄວາມສຸກ ແລະ ຄວາມບໍ່ເປັນສຸກທຳມະດາໆ ຂອງເຮົາບໍ່ແມ່ນລາງວັນ ຫຼື ໂທດທີ່ຖືກສົ່ງລົງມາຈາກຜູ້ຕັດສິນເທິງຟ້າ. ມັນມາຄ້າຍຄືກັບຫຼັກການຟີສິກ. ພື້ນຖານທີ່ເຫດ ແລະ ຜົນຂອງການປະພຶດຂອງເຮົາຢືນຢູ່ແມ່ນຫຍັງ? ພື້ນຖານນີ້ແມ່ນຄວາມສັບສົນຂອງເຮົາ, ໂດຍສະເພາະແມ່ນກ່ຽວກັບຕົນເອງ. ເຮົາຄິດວ່າ “ເອີ, ເຮົາເປັນຄົນທີ່ສຳຄັນທີ່ສຸດລະ, ເຮົາຕ້ອງໄດ້ຕາມໃຈເຮົາ. ເຮົາຕ້ອງໄດ້ຢູ່ໜ້າແຖວໃນຮ້ານສັບພະສິນຄ້າ. ເຮົາຕ້ອງມາກ່ອນ.” ເຮົາຢາກທີ່ຈະເປັນທີໜຶ່ງ, ສະນັ້ນເຮົາຈິ່ງໂມໂຫກັບຄົນທີ່ຢູ່ເໜືອເຮົາ. ເຮົາບໍ່ອົດທົນຍ້ອນຄົນທີ່ຢູ່ໜ້າເຮົາຊ້າ ແລະ ໃຊ້ເວລາຫຼາຍ, ແລະ ຈິດໃຈຂອງເຮົາເຕັມໄປດ້ວຍຄວາມຄິດບໍ່ເປັນສຸກກ່ຽວກັບເຂົາ. ເຖິງວ່າເຮົາຈະປະພຶດໃນທາງທີ່ກໍ່ສ້າງ, ກໍຍັງມີຄວາມສັບສົນຫຼາຍກ່ຽວກັບຕົວ “ເຮົາ” ຢູ່ພາຍໃຕ້ນັ້ນ. ຕົວຢ່າງ, ເຮົາອາດຊ່ວຍຜູ້ອື່ນຍ້ອນເຮົາຢາກໃຫ້ເຂົາມັກເຮົາ, ຫຼື ເຮັດບາງຢ່າງໃຫ້ເຮົາເປັນການຕອບແທນ. ຫຼືມັນເຮັດໃຫ້ເຮົາຮູ້ສຶກເປັນທີ່ຕ້ອງການ. ຢ່າງໜ້ອຍແມ່ນເຮົາຢາກໄດ້ຄຳຂອບໃຈ! 

ເຖິງວ່າການຊ່ວຍຄົນແບບນີ້ຈະສາມາດເຮັດໃຫ້ເຮົາຮູ້ສຶກເປັນສຸກ, ແຕ່ພາຍໃຕ້ນັ້ນມັນບໍ່ໄດ້ສະບາຍປານໃດ. ຄວາມສຸກນີ້ທີ່ເຮົາອາດປະສົບ, ໃນໄລຍະຍາວ, ມັນຈະຢູ່ບໍ່ດົນ. ມັນຈະປ່ຽນເປັນສິ່ງທີ່ບໍ່ໜ້າເພິງພໍໃຈ. ອັນນີ້ຈະສືບຕໍ່ໆໄປຕະຫຼອດຊີວິດເຮົາ, ແລະ ຈາກທັດສະນະຂອງພຣະພຸດທະສາສະໜາ, ມັນຈະຕໍ່ໄປເຖິງຊີວິດໃນຊາດໜ້າຂອງເຮົາອີກ. 

ເມື່ອເຮົາເບິ່ງຢ່າງໃກ້ຊິດ, ເຮົາຈະເຫັນວ່າເຮົາມີຄວາມສັບສົນກ່ຽວກັບທຸກສິ່ງ. ຕົວຢ່າງ, ເມື່ອເຮົາຮັກໃຜຫຼາຍໆ, ເຮົາຈະຍົກຍໍຄຸນສົມບັດທີ່ດີຂອງເຂົາເກີນຈິງ. ຫຼືເມື່ອເຮົາບໍ່ມັກໃຜປານໃດ, ເຮົາກໍຈະຍົກຄຸນສົມບັດອັນບໍ່ດີຂອງເຂົາເກີນຈິງ ແລະ ບໍ່ສາມາດເຫັນສິ່ງດີໆ ໃນຕົວເຂົາໄດ້. ຍິ່ງເຮົາສືບຄົ້ນເທົ່າໃດ, ເຮົາກໍຈະພົບຄວາມສັບສົນທີ່ຢູ່ພາຍໃຕ້ທຸກສິ່ງທີ່ເຮົາປະສົບເທົ່ານັ້ນ. 

ລົງເລິກໄປອີກ, ເຮົາຈະສາມາດເຫັນໄດ້ເຖິງພື້ນຖານຂອງສິ່ງນີ້ວ່າເປັນຂໍ້ຈຳກັດຂອງຕົວເຮົາເອງ. ດ້ວຍຈິດໃຈ ແລະ ຮ່າງກາຍທີ່ເຮົາມີນີ້, ມັນກໍມີຂໍ້ຈຳກັດ. ເມື່ອເຮົາຫຼັບຕາ, ມັນຄືກັບວ່າທັງໂລກນີ້ບໍ່ມີຕົວຕົນຢູ່, ຄືມີແຕ່ເຮົາ. ມັນມີສຽງໃນຫົວຂອງເຮົາທີ່ເບິ່ງຄືວ່າເປັນ “ເຮົາ”, ມັນຄ້າຍວ່າເຮົາ ໃນຕົວເຮົາ. ມັນອ່າວແປກ. ແຕ່ເຮົາເອົາເປັນເອກະລັກສະເພາະຕົວຕົນເພາະມັນເປັນສິ່ງທີ່ມັກຈົ່ມວ່າ “ເຮົາຕ້ອງເດີນໜ້າ; ເຮົາຕ້ອງເຮັດອັນນີ້.” ມັນເປັນສິ່ງທີ່ມັກກັງວົນ. ມັນເບິ່ງຄືວ່າສຽງໃນຫົວເຮົາອັນນີ້ເປັນສິ່ງພິເສດ ສະເພາະ ແລະ ມີຕົວຕົນຢູ່ໂດຍເອກະລາດຈາກທຸກຄົນ, ເພາະເມື່ອເຮົາຫຼັບຕາ, ມັນບໍ່ມີຫຍັງເລີຍນອກຈາກ “ເຮົາ.” 

ອັນນີ້ແມ່ນວິທີຄິດທີ່ສັບສົນເພາະ, ແນ່ນອນ, ເຮົາບໍ່ໄດ້ມີຕົວຕົນຢູ່ຢ່າງເອກະລາດຈາກຜູ້ອື່ນ; ແລະ ອັນທີ່ຈິງ, ກໍບໍ່ມີອັນໃດພິເສດກ່ຽວກັບໃຜເລີຍ. ເຮົາທັງໝົດເປັນຄົນ. ລອງຈິນຕະນາການເບິ່ງນົກເພັນກວິນແສນໆ ໂຕອັດໃສ່ກັນໃນເຂດແອນຕາກຕິກທີ່ໜາວເຢັນ: ແມ່ນຫຍັງທີ່ເຮັດໃຫ້ນົກໂຕໜຶ່ງພິເສດກວ່າໂຕອື່ນ? ອັນທີ່ຈິງ, ມັນທັງໝົດກໍຄືກັນຫັນລະ. ເຮົາກໍຄືກັນ. ສຳລັບນົກເພັນກວິນແລ້ວ, ຄົນເຮົາກໍຄືຊິເບິ່ງເປັນຄືກັນໝົດ! ແນວໃດກໍຕາມ, ບົນພື້ນຖານການຄິດທີ່ວ່າ “ເຮົາພິເສດ ແລະ ເປັນເອກະລາດຈາກທຸກຄົນ” ນີ້, ເຮົາຕ້ອງມີທາງຂອງຕົວເຮົາເອງ, ແລະ ເຮົາຈະໂມໂຫຖ້າເຮົາບໍ່ໄດ້ຕາມນັ້ນ. 

ໂດຍພື້ນຖານແລ້ວ, ກົນຈັກຂອງຈິດໃຈ ແລະ ຮ່າງກາຍຂອງເຮົາແມ່ນເອື້ອອຳນວຍໃຫ້ມີຄວາມສັບສົນນີ້. ມັນອາດເບິ່ງຄືແປກ, ແຕ່ເຮົາສ່ວນໃຫຍ່ພົບປະກັບໂລກພາຍນອກດ້ວຍສອງຮູທີ່ຢູ່ໜ້າກະໂຫຼກເຮົາ. ເຮົາບໍ່ສາມາດເຫັນສິ່ງທີ່ຢູ່ທາງຫຼັງເຮົາ. ເຮົາສາມາດເຫັນໄດ້ແຕ່ສິ່ງປະຈຸບັນ; ເຮົາບໍ່ສາມາດເຫັນສິ່ງທີ່ມາກ່ອນ ຫຼື ສິ່ງທີ່ຈະຕາມມາ. ມັນອ່າວຈຳກັດ. ແລະແລ້ວເຮົາກໍຈະເຖົ້າແກ່, ແລະ ໄດ້ຍິນບໍ່ດີ. ໃຜເວົ້າຫຍັງ ເຮົາກໍຈະບໍ່ຄ່ອຍໄດ້ຍິນ, ຄິດວ່າເຂົາເວົ້າແນວອື່ນ ແລະ ເຮົາກໍຈະໂມໂຫ. ມັນກໍໜ້າອະນາດ, ເມື່ອເຮົາລອງຄິດເບິ່ງແນວນັ້ນ. 

ບັນຫາທີ່ແຜ່ຫຼາຍຂອງເຮົາອັນນີ້ແມ່ນວ່າເຮົາກັບມາເກີດຊ້ຳແລ້ວຊ້ຳອີກກັບຮ່າງກາຍ ແລະ ຈິດໃຈປະເພດນີ້, ເຊິ່ງເຮັດໃຫ້ຄວາມສັບສົນອັນນີ້ສືບຕໍ່ໄປເລື້ອຍໆ. ບົນພື້ນຖານຄວາມສັບສົນອັນນີ້, ເຮົາປະພຶດແບບມ້າງເພ, ຫຼື ໃນທາງທີ່ກໍ່ສ້າງແບບທຳມະດາໆ, ແລະ ອັນນີ້ແມ່ນສິ່ງທີ່ສ້າງຄວາມບໍ່ເປັນສຸກ ແລະ ຄວາມເປັນສຸກທຳມະດາໆ ທີ່ເຮົາປະສົບ. 

ຖ້າເຮົາລົງເລິກໄປກວ່ານີ້, ມັນຍິ່ງຊັບຊ້ອນຂຶ້ນອີກ ແລະ ກໍບໍ່ຈຳເປັນທີ່ຈະລົງໄປເລິກໃນຕອນນີ້ເທື່ອ, ແຕ່ມັນແມ່ນຄວາມສັບສົນໃນຕົວມັນເອງນັ້ນລະທີ່ຂັບເຄື່ອນການກັບມາເກີດທີ່ສືບຕໍ່ຢ່າງຄວບຄຸມບໍ່ໄດ້ອັນນີ້. ອັນນີ້ແມ່ນສາເຫດອັນແທ້ຈິງຂອງບັນຫາທີ່ແທ້ຈິງຂອງເຮົາ. ຄວາມສັບສົນ, ຫຼື ການຂາດສຳນຶກອັນນີ້ມັກຖືກຕີຄວາມໝາຍເປັນ “ຄວາມບໍ່ຮູ້.” ຂ້າພະເຈົ້າບໍ່ມັກໃຊ້ຄຳນີ້, ເພາະມັນໝາຍວ່າເຮົາໂງ່; ແຕ່ອັນນີ້ບໍ່ແມ່ນບັນຫາແທ້ໆ, ແລະ ເຮົາກໍບໍ່ໄດ້ກຳລັງຊອກຫາຄວາມໝາຍຢູ່. ການຂາດສຳນຶກພຽງແຕ່ໝາຍວ່າເຮົາບໍ່ຮູ້ວ່າຕົນເອງ ຫຼື ປະກົດການຕ່າງໆ ເກີດຂຶ້ນໄດ້ແນວໃດ. ເຮົາບໍ່ສຳນຶກໄດ້ໃນແງ່ນີ້, ຄືການທີ່ຄິດວ່າເຮົາເປັນຄົນທີ່ສຳຄັນທີ່ສຸດ - ເປັນສູນກາງຂອງຈັກກະວານ - ເມື່ອອັນນີ້ຂັດກັບຄວາມເປັນຈິງໂດຍສິ້ນເຊີງ. ຄວາມເປັນຈິງແມ່ນວ່າເຮົາທັງໝົດຢູ່ນີ້ນຳກັນ. ມັນບໍ່ແມ່ນວ່າເຮົາໂງ່, ແຕ່ຮ່າງກາຍ ແລະ ຈິດໃຈຂອງເຮົາເຮັດໃຫ້ເຮົາຄິດໃນທາງທີ່ເຮົາຄິດ. 

ອັນນີ້ແມ່ນເຫດຜົນທີ່ເຮົາເອີ້ນມັນວ່າ “ອະລິຍະສັດ.” ຜູ້ທີ່ເຫັນຄວາມເປັນຈິງ ຈະເຫັນຕ່າງຈາກທາງທີ່ຜູ້ອື່ນເຫັນ. ເຮົາເຊື່ອແທ້ໆ ວ່າຄວາມສັບສົນ ແລະ ມະໂນພາບຂອງເຮົານັ້ນສອດຄ່ອງກັບຄວາມເປັນຈິງ. ເຮົາເຊື່ອວ່າມັນແມ່ນຄວາມຈິງ. ອັນທີ່ຈິງເຮົາບໍ່ໄດ້ຄິດຮອດມັນຊ້ຳ, ເພາະສັນຊາຕະຍານຂອງເຮົາແມ່ນວ່າ “ເຮົາເປັນສິ່ງສຳຄັນທີ່ສຸດ, ເຮົາຄວນໄດ້ຕາມໃຈ, ທຸກຄົນຄວນຮັກເຮົາ.” ຫຼື ບາງຄົນກໍເຊື່ອໃນທາງກົງກັນຂ້າມ ຄື “ທຸກຄົນຄວນຊັງເຮົາ, ເຮົາບໍ່ດີ.” ມັນແມ່ນອັນດຽວກັນ, ພຽງແຕ່ຢູ່ຄົນລະດ້ານຂອງຫຼຽນ. ອັນນີ້ແມ່ນສາເຫດອັນແທ້ຈິງ. 

ອະລິຍະສັດປະການທີສາມ 

ຄວາມຈິງປະການທີສາມແມ່ນອັນທີ່ເຮົາສາມາດເອີ້ນໄດ້ວ່າເປັນ “ການຢຸດທີ່ແທ້ຈິງ.” ໂດຍທົ່ວໄປ ມັນແປວ່າ “ການຍຸດຕິຢ່າງແທ້ຈິງ” ແລະ ມັນໝາຍເຖິງຄວາມຈິງທີ່ວ່າມັນເປັນໄປໄດ້ທີ່ຈະຢຸດ ແລະ ຕັດຄວາມສັບສົນນີ້ອອກໄປໄດ້, ເພື່ອທີ່ວ່າມັນຈະບໍ່ກັບຄືນມາອີກ. ຖ້າເຮົາຕັດຄວາມສັບສົນ, ເຊິ່ງເປັນສາເຫດອັນແທ້ຈິງ, ເຮົາກໍຈະຕັດບັນຫາທີ່ແທ້ຈິງ, ຄວາມຂຶ້ນ-ລົງ ແລະ ການກັບມາເກີດຊ້ຳແລ້ວຊ້ຳອີກແບບຄວບຄຸມບໍ່ໄດ້ ທີ່ເຮົາມີເປັນພື້ນຖານນີ້ອອກໄປໄດ້. ຖ້າເຮົາເຮັດແນວນີ້, ເຮົາຈະໄດ້ສິ່ງທີ່ເອີ້ນວ່າ “ການປົດປ່ອຍ.” ຂ້າພະເຈົ້າໝັ້ນໃຈວ່າທ່ານເຄີຍເຫັນຄຳນີ້ມາກ່ອນ ຄື “ວັດຕະສົງສານ” ໝາຍເຖິງການກັບມາເກີດຊ້ຳແລ້ວຊ້ຳອີກແບບຄວບຄຸມບໍ່ໄດ້, ແລະ “ນິຣະພານ” ໝາຍເຖິງການປົດປ່ອຍ.

ໃນສະໄໝທີ່ພຣະພຸດທະເຈົ້າຍັງມີຊີວິດຢູ່, ໄດ້ມີລະບົບຂອງອິນເດຍອື່ນໆ ທີ່ໄດ້ກ່າວເຖິງການປົດປ່ອຍຈາກວັດຕະສົງສານ. ອັນນີ້ເປັນຫົວຂໍ້ທີ່ພົບເລື້ອຍໃນອິນເດຍ. ແຕ່, ພຣະພຸດທະເຈົ້າໄດ້ເລັງເຫັນວ່າລະບົບອັນອື່ນເຫຼົ່ານີ້ບໍ່ໄດ້ລົງເລິກພໍໃນການລະບຸສາເຫດອັນແທ້ຈິງ. ເຮົາອາດໄດ້ພັກຈາກບັນຫາທີ່ເກີດຂຶ້ນຊ້ຳແລ້ວຊ້ຳອີກຢ່າງຄວບຄຸມບໍ່ໄດ້ເຫຼົ່ານີ້, ຕົວຢ່າງເຊັ່ນການເກີດມາໃນອານາຈັກສວງສະຫວັນບ່ອນທີ່ຈິດໃຈເຮົາເປົ່າຫວ່າງ, ຊົ່ວກາລະນານ, ແຕ່ເຖິງແນວນັ້ນ ມັນກໍ່ຈະຈົບລົງ. ມັນບໍ່ມີການປົດປ່ອຍອັນແທ້ຈິງໃນລະບົບອື່ນໆ ເຫຼົ່ານີ້. 

ພຣະພຸດທະເຈົ້າໄດ້ສອນກ່ຽວກັບການຢຸດອັນແທ້ຈິງ, ແລະ ສິ່ງສຳຄັນແມ່ນການເຂົ້າໃຈ ແລະ ໝັ້ນໃຈວ່າມັນເປັນໄປໄດ້ແທ້ທີ່ຈະຕັດຄວາມສັບສົນນີ້ອອກໄປເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ. ຖ້າບໍ່ດັ່ງນັ້ນ, ເຮົາຊິພະຍາຍາມຕັດມັນອອກໄປເຮັດຫຍັງ? ຖ້າເຮົາບໍ່ສົນກ່ຽວກັບການຢຸດຄວາມສັບສົນໃຫ້ມັນແລ້ວໄປເລີຍ, ເຮົາກໍອາດງຽບໄປເລີຍສາ, ຍອມຮັບສະຖານະການ ແລະ ພະຍາຍາມເຮັດໃຫ້ດີທີ່ສຸດ. ການບຳບັດຫຼາຍອັນອາດມີອັນນີ້ເປັນເປົ້າໝາຍປາຍທາງ ຄື: ຮຽນຢູ່ກັບມັນ, ຫຼື ກິນຢາລະງັບ! 

ອະລິຍະສັດປະການທີສີ່ 

ຄວາມຈິງອັນທີສີ່ໂດຍທົ່ວໄປແມ່ນແປເປັນ “ທາງເດີນທີ່ແທ້ຈິງ,” ແລະ ມັນຊ່ວຍເຮົາໃຫ້ເຂົ້າໃຈຄວາມຈິງປະການທີສາມ. ມັນໝາຍເຖິງພາວະຈິດໃຈທີ່, ຖ້າເຮົາພັດທະນາ, ຈະກາຍເປັນທາງເດີນທີ່ຈະນຳໄປສູ່ການປົດປ່ອຍ. ເຮົາຍັງສາມາດເອີ້ນມັນວ່າ “ຈິດໃຈທາງເດີນ,” ແຕ່ສຳນວນນີ້ແມ່ນຍາກທີ່ຈະແປເປັນພາສາອື່ນ. 

ຈິດໃຈຂອງເຮົາມະໂນພາບແຕ່ແນວໄຮ້ສາລະ. ແຕ່ກໍຍັງມີລະດັບຂອງການມະໂນພາບໄຮ້ສາລະນີ້ເຊັ່ນກັນ. ອັນທີ່ຮຸນແຮງສຸດອາດແມ່ນພະຍາດຈິຕະເພດ ຫຼື ຄວາມຫວາດລະແວງ, ທີ່ເຮົາຄິດແທ້ໆ ວ່າທຸກຄົນຕໍ່ຕ້ານເຮົາ. ມັນຍັງສາມາດເປັນອັນທີ່ຮຸນແຮງໜ້ອຍກວ່ານັ້ນ, ດັ່ງເຊັ່ນ “ອັນນີ້ແມ່ນເຄັກຊັອກໂກແລັດກ້ອນທີ່ເປັນຕາກິນທີ່ສຸດທີ່ເຮົາເຄີຍເຫັນ; ຖ້າເຮົາກິນມັນ, ມັນຈະເຮັດໃຫ້ເຮົາມີຄວາມສຸກແທ້ໆ.” ຂ້າພະເຈົ້າປະສົບກັບສິ່ງນີ້ເທິງຍົນຕອນເດີນທາງໄປເມືອງບູຄາເຣສທ໌, ເມື່ອທີ່ຂ້າພະເຈົ້າຕ້ອງໄດ້ແວ່ກຸງວຽນນາ. ຂ້າພະເຈົ້າຄິດວ່າ “ເອີ, ເຄັກແອັບເປີນ ສຕຣູໂດ ຂອງວຽນນາ ຄືຊິເປັນເຄັກທີ່ແຊບທີ່ສຸດໃນໂລກໄດ໋.” ຂ້າພະເຈົ້າເລີຍສັ່ງປ່ຽງໜຶ່ງ, ແຕ່ມັນບໍ່ໄດ້ແຊບທີ່ສຸດ. ການມະໂນພາບຂອງຂ້າພະເຈົ້າວ່າເຄັກນີ້ຄວນເປັນແນວໃດນັ້ນໄຮ້ສາລະ. ເຄັກແອັບເປີນສຕຣູໂດ ນັ້ນມີຢູ່ແທ້ - ນັ້ນບໍ່ແມ່ນການມະໂນພາບຈາກຈິດຂອງຂ້າພະເຈົ້າ; ແຕ່ການທີ່ເຄັກນັ້ນຄວນເປັນແນວໃດ, ຄືເປັນສິ່ງທີ່ໜ້າຫຼົງໄຫຼທີ່ສຸດທີ່ຈະເຮັດໃຫ້ຂ້າພະເຈົ້າມີຄວາມສຸກໄດ້ນັ້ນ, ເປັນພຽງມະໂນພາບຈາກຈິດຂອງຂ້າພະເຈົ້າເອງ. 

ຄ້າຍຄືກັນ, ຂ້າພະເຈົ້າມີຕົວຕົນຢູ່ ແລະ ທ່ານກໍມີຕົວຕົນຢູ່. ພຣະພຸດທະສາສະໜາບໍ່ໄດ້ກ່າວວ່າເຮົາບໍ່ມີຕົວຕົນ, ພຽງແຕ່ກ່າວວ່າເຮົາມະໂນພາບແນວທາງຂອງການມີຊີວິດຢູ່ໃສ່ຄວາມເປັນຈິງທີ່ບໍ່ສອດຄ່ອງກັບສິ່ງທີ່ມັນເປັນຢູ່ເລີຍ. ເຮົາມີແນວຄວາມຄິດທີ່ວ່າສິ່ງຕ່າງໆ ມີຕົວຕົນຢູ່ຢ່າງເອກະລາດດ້ວຍຕົວມັນເອງແທ້ໆ, ເຊິ່ງເປັນການມີຕົວຕົນທີ່ເປັນໄປບໍ່ໄດ້ເລີຍ. ສິ່ງຕ່າງໆ ເກີດຂຶ້ນຈາກສາເຫດ ແລະ ເງື່ອນໄຂ, ແລະ ມັນປ່ຽນແປງຕະຫຼອດເວລາ. ແຕ່, ເຮົາບໍ່ເຫັນສິ່ງນີ້; ເຮົາເຫັນແຕ່ສິ່ງທີ່ຢູ່ຕໍ່ໜ້າຕໍ່ຕາເຮົາ. ຕົວຢ່າງ, ເຮົາຕັ້ງໃຈໄປພົບບາງຄົນ, ແຕ່ເຂົາບໍ່ມາ. ມັນເບິ່ງຄືວ່າເຂົາເປັນຄົນບໍ່ດີ, ມີແຕ່ປ່ອຍໃຫ້ເຮົາຜິດຫວັງ, ບໍ່ມັກເຮົາອີກແລ້ວ. ເຮົາຄິດວ່າຊີວິດເຂົາມີຕົວຕົນຢູ່ໂດຍເອກະລາດຈາກການສັນຈອນ, ຫຼື ວຽກເພີ່ມໃນຫ້ອງການ, ຫຼື ອື່ນໆ. ແຕ່ເນື່ອງຈາກວ່າທຸກສິ່ງເກີດຈາກສາເຫດ ແລະ ເງື່ອນໄຂ, ມັນເປັນໄປບໍ່ໄດ້ທີ່ຈາກເບື້ອງຂອງເຂົາ, ໂດຍເອກະລາດຈາກທຸກສິ່ງ, ເຂົາຈະເປັນຄົນບໍ່ດີ. ເຖິງແນວນັ້ນ, ຈິດໃຈຂອງເຮົາກໍຍັງມະໂນພາບແນວຄິດອັນນີ້ ແລະ ຍຶດຕິດກັບມັນ, ສ້າງຄວາມໂມໂຫ, ອາລົມມ້າງເພ. ແລ້ວເມື່ອເຮົາເຫັນເຂົາເທື່ອໜ້າ, ເຮົາຈະເບິ່ງເຂົາຕ່າງ, ແລະ ຮ້າຍໃຫ້ເຂົາໂດຍບໍ່ໃຫ້ໂອກາດເຂົາອະທິບາຍເລີຍ. ຕະຫຼອດສິ່ງນີ້, ເຮົາເອງທີ່ເປັນຄົນທຸກໃຈ ແລະ ບໍ່ເປັນສຸກແທ້ໆ, ແມ່ນບໍ? 

ສະນັ້ນ, ເຮົາມີຕົວຕົນຢູ່, ແຕ່ທາງທີ່ເຮົາຄິດວ່າເຮົາມີຕົວຕົນ - ຄືພິເສດ ແລະ ເປັນເອກະລາດຈາກຄົນອື່ນທຸກຄົນ - ຈິ່ງເປັນການມະໂນພາບທັງມວນ. ມັນໄຮ້ສາລະ. ມັນບໍ່ໄດ້ກ່ຽວກັບຄວາມຈິງອັນໃດເລີຍ. ອັນນີ້ແມ່ນສິ່ງທີ່ເຮົາເອີ້ນວ່າ “ໂມຄະ” ໃນພຣະພຸດທະສາສະໜາ, ສ່ວນຫຼາຍແປວ່າ “ຄວາມວ່າງເປົ່າ.” ໃນພາສາສັນສະກຣິດ, ຄຳນີ້ແມ່ນອັນດຽວກັບ “ສູນ” ແລະ ໝາຍເຖິງ “ບໍ່ມີຫຍັງ,” ການປາສະຈາກສິ່ງທີ່ເປັນຈິງ. ຄືເມື່ອເຮົາມະໂນພາບວ່າຄູ່ຄົນໃໝ່ເປັນເຈົ້າຊາຍ ຫຼື ເຈົ້າຍິງທີ່ສົມບູນແບບບົນມ້າຂາວຈາກນິທານ - ມັນເປັນໄປບໍ່ໄດ້. ບໍ່ມີໃຜທີ່ມີຕົວຕົນຄືແນວນັ້ນ, ແຕ່ເຮົາກໍຍັງຊອກຢູ່. ແລ້ວເມື່ອຜູ້ນັ້ນບໍ່ເປັນຕາມມະໂນພາບຂອງເຮົາ, ເຮົາກໍຈະຜິດຫວັງ ແລະ ຊອກຫາຜູ້ໃໝ່, ເຖິງວ່າເຮົາຈະກຳລັງຊອກຫາສິ່ງທີ່ເປັນໄປບໍ່ໄດ້ກໍຕາມ. 

ສະນັ້ນ, ທາງເດີນອັນແທ້ຈິງຂອງຈິດໃຈຈິ່ງແມ່ນຄວາມເຂົ້າໃຈທີ່ວ່າສິ່ງນີ້ໄຮ້ສາລະທັງມວນ, ມັນບໍ່ມີຫຍັງຄວາມຈິງທີ່ສອດຄ່ອງກັບມະໂນພາບຂອງເຮົາ. ຖ້າເຮົາເບິ່ງສາເຫດອັນແທ້ຈິງ, ມັນຈະແມ່ນວ່າຄວາມທຸກທໍລະມານນັ້ນມາຈາກຄວາມເຊື່ອທີ່ວ່າມະໂນພາບຂອງເຮົາສອດຄ່ອງກັບຄວາມຈິງບາງອັນ. ທາງເດີນອັນແທ້ຈິງແມ່ນການເຂົ້າໃຈຢ່າງເລິກເຊິ່ງວ່າມັນບໍ່ໄດ້ສອດຄ່ອງກັບຄວາມເປັນຈິງຫຍັງເລີຍ. ມະໂນພາບຂອງຄວາມເພີ້ຝັນຂອງເຮົາ ແລະ ຄວາມເປັນຈິງນັ້ນ ແຍກອອກຈາກການໂດຍສິ້ນເຊີງ. ຂ້າພະເຈົ້າຈະຢ້ຳຄືນ - ຄວາມສັບສົນມແມ່ນການຄິດວ່າມະໂນພາບອັນນີ້ສອດຄ່ອງກັບຄວາມເປັນຈິງບາງອັນ, ແລະ ຄວາມເຂົ້າໃຈທີ່ຖືກຕ້ອງແມ່ນການເຫັນວ່າມັນບໍ່ເປັນແນວນັ້ນ. ງ່າຍໆ ກໍ່ຄືມັນມີບາງອັນທີ່ສອດຄ່ອງ ຫຼື ບໍ່ມີ. ມັນຄືມີ ຫຼື ບໍ່; ເຮົາບໍ່ສາມາດຄິດວ່າທັງສອງອັນຖືກໃນເວລາດຽວກັນໄດ້. 

ບາດນີ້ເຮົາສາມາດວິເຄາະວ່າແມ່ນຫຍັງທີ່ແຂງແກ່ນກວ່າສຳລັບເຮົາ: ອັນ “ແມ່ນ” ຫຼື ອັນ “ບໍ່”? ຖ້າເຮົາຄົ້ນຄວ້າດ້ວຍເຫດຜົນ, ແລ້ວມັນກໍແນ່ນອນວ່າ “ບໍ່”, ເພາະ “ແມ່ນ” ມັນບໍ່ຖືກກັບເຫດຜົນເລີຍ. ເມື່ອຂ້າພະເຈົ້າຫຼັບຕາ ທຸກຄົນຢຸດມີຕົວຕົນບໍ? ບໍ່, ແນ່ນອນວ່າບໍ່. ມັນຖືກບໍທີ່ຂ້າພະເຈົ້າຈະໄດ້ຕາມໃຈຕະຫຼອດຍ້ອນຂ້າພະເຈົ້າເປັນຄົນທີ່ສຳຄັນທີ່ສຸດໃນໂລກ? ບໍ່, ມັນບ້າຕິເບາະ. ຍິ່ງເຮົາສືບຄົ້ນເທົ່າໃດ, ເຮົາຈະສາມາດເລີ່ມຕັ້ງຄຳຖາມກັບ “ເຮົາ” ຕົວນ້ອຍໆ ໃນຫົວຂອງເຮົາຫຼາຍຂຶ້ນເທົ່ານັ້ນ. ຖ້າເຮົາເລີ່ມວິເຄາະສະໝອງ, ຢູ່ບ່ອນໃດຂອງສະໝອງແມ່ນຕົວ “ເຮົາ” ທີ່ກຳລັງເວົ້າໃນຫົວຂອງເຮົາ ແລະ ກຳລັງຕັດສິນໃຈໃຫ້ເຮົາ? ແມ່ນຫຍັງທີ່ກຳລັງເກີດຂຶ້ນກັນແທ້? ເມື່ອມີການວິເຄາະ, ມັນຈະບໍ່ມີຫຍັງໃຫ້ຄົ້ນພົບທີ່ເຮົາສາມາດເອີ້ນໄດ້ວ່າເປັນ “ເຮົາ.” ແນ່ນອນວ່າເຮົາເຄື່ອນໄຫວ, ເຮົາເຮັດນັ້ນນີ້, ເຮົາເວົ້າລົມ. ເຮົາບໍ່ໄດ້ປະຕິເສດສິ່ງນີ້. ສິ່ງທີ່ເຮົາປະຕິເສດແມ່ນວ່າມັນມີ “ເຮົາ” ທີ່ເປັນຕົວຕົນທີ່ຕ້ອງໄດ້ຕາມໃຈ, ເພາະບໍ່ມີສິ່ງໃດຄືແນວນີ້ທີ່ຖືກຮັບຮອງດ້ວຍເຫດຜົນ. ຈາກການໃຫ້ເຫດຜົນ ແລະ ການສືບຄົ້ນ, ເຮົາສາມາດເຫັນໄດ້ວ່າສິ່ງແນວນັ້ນບໍ່ມີຕົວຕົນຢູ່, ສະນັ້ນ ຄວາມສັບສົນຂອງເຮົາທີ່ວ່າມັນສອດຄ່ອງກັບຄວາມເປັນຈິງບາງອັນຈິ່ງບໍ່ມີການຮັບຮອງຈາກຫຍັງເລີຍ. 

ແມ່ນຫຍັງຄືຜົນໄດ້ຮັບຂອງການຄິດວ່າເຮົາມີຕົວຕົນຢູ່ໃນທາງທີ່ເປັນໄປບໍ່ໄດ້ນີ້? ເຮົາເຮັດໃຫ້ຕົນເອງທຸກໃຈ! ແມ່ນຫຍັງຄືຜົນໄດ້ຮັບຂອງການຄິດວ່າບໍ່ມີການມີຕົວຕົນຢູ່ຄືແນວນັ້ນ? ເຮົາປົດປ່ອຍຕົນເອງຈາກບັນຫາເຫຼົ່ານີ້ທັງໝົດ. ເມື່ອເຮົາຄິດວ່າ “ມັນບໍ່ມີແນວນັ້ນ, ມັນໄຮ້ສາລະ,” ໃນເວລາດຽວກັນ ມັນກໍເປັນໄປບໍ່ໄດ້ທີ່ຈະຄິດວ່າມັນສອດຄ່ອງກັບຄວາມເປັນຈິງບາງອັນ. ຄວາມເຂົ້າໃຈທີ່ຖືກຕ້ອງສາມາດເອົາຊະນະ ແລະ ປ່ຽນແທນໃຫ້ຄວາມເຂົ້າໃຈທີ່ຜິດໄດ້. ຖ້າເຮົາສາມາດຮັກສາຈຸດສຸມໄວ້ບົນຄວາມເຂົ້າໃຈທີ່ຖືກຕ້ອງຕະຫຼອດເວລາ, ແລ້ວຄວາມສັບສົນກໍຈະບໍ່ເກີດຂຶ້ນອີກ. 

ໃນນີ້ກໍເຊັ່ນດຽວກັນ, ຄຳສອນຂອງພຣະພຸດທະເຈົ້າທີ່ວ່າຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມເປັນຈິງຈະສາມາດປ່ຽນແທນໃຫ້ຄວາມເຂົ້າໃຈຜິດ ແລະ ນຳມາເຊິ່ງການປົດປ່ອຍຈາກຄວາມທຸກທໍລະມານ ແລະ ການກັບຊາດມາເກີດນັ້ນບໍ່ໄດ້ມີແຕ່ໃນພຣະພຸດທະສາສະໜາຢ່າງດຽວ. ລະບົບຂອງອິນເດຍອັນອື່ນ ກໍຢືນຢັນແນວນັ້ນເຊັ່ນກັນ. ສິ່ງທີ່ເປັນເອກະລັກຂອງພຣະພຸດທະສາສະໜາແມ່ນຄວາມເຂົ້າໃຈສະເພາະທີ່ສາມາດຂັບໄລ່ຄວາມສັບສົນກ່ຽວກັບຄວາມເປັນຈິງໃນລະດັບເລັກນ້ອຍທີ່ສຸດອອກໄປໄດ້ຢ່າງຖາວອນ. ເພື່ອບັນລຸສະມາທິອັນສົມບູນແບບໄດ້ຈາກການທຳສະມາທິ, ເພື່ອທີ່ຈະຝັງຄວາມເຂົ້າໃຈອັນຖືກຕ້ອງນີ້ລົງໃນຈິດໃຈຂອງເຮົາ ແລະ ບັນລຸການຢຸດຄວາມສັບສົນໄດ້ຢ່າງແທ້ຈິງ, ພຣະພຸດທະເຈົ້າໄດ້ນຳໃຊ້ວິທີທີ່ນຳໃຊ້ກັນທົ່ວໄປໃນທຸກສາຍຂອງອິນເດຍ. ຈາກສິ່ງເຫຼົ່ານີ້, ເຮົາສາມາດບັນລຸການຢຸດສາເຫດອັນແທ້ຈິງໄດ້ຢ່າງແທ້ຈິງ, ແລະ ສະນັ້ນ ຈິ່ງຈະຢຸດຄວາມທຸກທໍລະມານໄດ້ຢ່າງແທ້ຈິງ. 

ສິ່ງທີ່ໃຫ້ພະລັງກັບຈິດໃຈຂອງເຮົາໃຫ້ສາມາດຮັກສາຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ຄວາມເປັນຈິງ, ໃຫ້ຕັດຜ່ານອາລົມມ້າງເພທັງໝົດ, ແມ່ນແຮງຈູງໃຈ. ອັນນີ້ແມ່ນບ່ອນທີ່ຄວາມຮັກ, ຄວາມເຫັນໃຈ ແລະ ອື່ນໆ ຈະກ້າວເຂົ້າມາມີບົດບາດ. ເພາະເຮົາເຫັນວ່າເຮົາທັງໝົດເຊື່ອມຕໍ່ກັນ, ແລະ ທຸກຄົນເປັນຄືກັບເຮົາໃນການຢາກເປັນສຸກ, ເຮົາຕ້ອງຕັດຄວາມສັບສົນຂອງເຮົາອອກໄປເພື່ອທີ່ຈະສາມາດຊ່ວຍເຂົາໄດ້ຢ່າງເຕັມທີ່. 

ອັນນີ້ແມ່ນການນຳສະເໜີເບື້ອງຕົ້ນກ່ຽວກັບອະລິຍະສັດສີ່ປະການ. ເພື່ອເປັນການທຳຄວາມເຂົ້າໃຈຢ່າງເລິກເຊິ່ງລົງອີກ, ເຮົາຕ້ອງຮຽນຮູ້ຕື່ມອີກກ່ຽວກັບຄວາມເຂົ້າໃຈທາງພຣະພຸດທະສາສະໜາກ່ຽວກັບຈິດໃຈ ແລະ ກັມ. 

ສະຫຼຸບ 

ໃນຂະນະທີ່ພຣະພຸດທະສາສະໜາມີຫຼາຍອັນຄ້າຍຄືກັບລະບົບສາສະໜາ ແລະ ປັດຊະຍາໃຫຍ່ໆ ອັນອື່ນ, ອະລິຍະສັດສີ່ປະການ, ຄຳສອນອັນທຳອິດຂອງພຣະພຸດທະເຈົ້າ, ເປັນການນຳສະເໜີການມີຕົວຕົນຂອງເຮົາ, ຄວາມທຸກທໍລະມານທີ່ເຮົາປະສົບ, ແລະ ວິທີທີ່ເຮົາສາມາດເອົາຊະນະບັນຫາຂອງເຮົາໄດ້ຢ່າງມີເອກະລັກ. 

ພຣະພຸດທະເຈົ້າມັກຖືກປຽບສະເໝືອນໝໍ. ໝໍຈະຢືນຢັນວ່າເຮົາປ່ວຍ, ຄືດັ່ງພຣະພຸດທະເຈົ້າທີ່ຊີ້ໃຫ້ເຫັນເຖິງຄວາມທຸກທໍລະມານອັນຫຼວງຫຼາຍທີ່ສິ່ງມີຊີວິດທຸກບ່ອນປະສົບ. ໝໍຈະຄົ້ນຫາສາເຫດຂອງການປ່ວຍຂອງເຮົາ, ຄືດັ່ງທີ່ພຣະພຸດທະເຈົ້າໄດ້ຊີ້ໃຫ້ເຫັນເຖິງສາເຫດອັນແທ້ຈິງວ່າແມ່ນຄວາມສັບສົນກ່ຽວກັບທາງທີ່ເຮົາມີຕົວຕົນຢູ່. ແລ້ວເພິ່ນກໍຈະບອກເຮົາວ່າເຮົາສາມາດປົວໄດ້ ຫຼື ບໍ່, ແລະ ເອົາຢາໃຫ້ເຮົາ ຖ້າເພິ່ນໃຫ້ໄດ້. ໃນທາງດຽວກັນ, ພຣະພຸດທະເຈົ້າໄດ້ສອນການຢຸດເຊົາທີ່ແທ້ຈິງ, ແລະ ທາງທີ່ຈະໄປໃຫ້ເຖິງຈຸດນັ້ນ. ໃນທີ່ສຸດແລ້ວ, ມັນກໍຂຶ້ນກັບເຮົາແຕ່ລະຄົນວ່າຈະຮັບເອົາຢານັ້ນ, ຫຼື ເດີນຕາມທາງນັ້ນ ຫຼື ບໍ່, ຖ້າເຮົາຢາກເອົາຊະນະຄວາມທຸກທໍລະມານຂອງເຮົາເອງ. 

Top