ຊີວິດຂອງພຣະສາກະຍະມຸນີພຸດທະເຈົ້າ

05:06
ຂຶ້ນກັບສາຍຕ່າງໆ ຂອງພຣະພຸດທະສາສະໜາ, ພຣະພຸດທະເຈົ້າອາດເປັນຄົນທຳມະດາທີ່ບັນລຸການປົດປ່ອຍໂດຍຄວາມພະຍາຍາມອັນແຮງກ້າຂອງຕົນເອງ, ຫຼື ເປັນຜູ້ທີ່ຕັດສະຮູ້ແລ້ວ ທີ່ໄດ້ສະແດງກິດຈະກໍາເມື່ອ 2,500 ປີກ່ອນ ເພື່ອຊີ້ທາງໄປສູ່ການຕັດສະຮູ້. ໃນທີ່ນີ້, ເຮົາມາເບິ່ງຊີວິດຂອງພຣະພຸດທະເຈົ້າ, ແລະ ເບິ່ງວ່າມີແຮງບັນດານໃຈອັນໃດແດ່ທີ່ເຮົາສາມາດນຳໄປໃຊ້ໄດ້ສໍາລັບເສັ້ນທາງສາສະໜາຂອງເຮົາເອງ.

ຂຶ້ນກັບສາຍຕ່າງໆ ຂອງພຣະພຸດທະສາສະໜາ, ພຣະພຸດທະເຈົ້າອາດເປັນຄົນທຳມະດາທີ່ບັນລຸການປົດປ່ອຍໂດຍຄວາມພະຍາຍາມອັນແຮງກ້າຂອງຕົນເອງ, ຫຼື ເປັນຜູ້ທີ່ຕັດສະຮູ້ແລ້ວ ທີ່ໄດ້ສະແດງກິດຈະກໍາເມື່ອ 2,500 ປີກ່ອນ ເພື່ອຊີ້ທາງໄປສູ່ການຕັດສະຮູ້. ໃນທີ່ນີ້, ເຮົາມາເບິ່ງຊີວິດຂອງພຣະພຸດທະເຈົ້າ, ແລະ ເບິ່ງວ່າມີແຮງບັນດານໃຈອັນໃດແດ່ທີ່ເຮົາສາມາດນຳໄປໃຊ້ໄດ້ສໍາລັບເສັ້ນທາງສາສະໜາຂອງເຮົາເອງ.

ອີງຕາມວັນເວລາດັ້ງເດີມ, ພຣະສາກະຍະມຸນີພຸດທະເຈົ້າ, ຫຼື ທີ່ຮູ້ກັນວ່າພຣະໂຄຕະມະພຸດທະເຈົ້າ, ມີຊີວິດຢູ່ແຕ່ 566 ຫາ 485 ປີກ່ອນຍຸກປະຈຸບັນໃນພາກກາງຂອງອິນເດຍຕອນເໜືອ. ແຫຼ່ງຂໍ້ມູນທາງພຸດທະສາສະໜາຫຼາຍອັນປະກອບມີເລື່ອງລາວຊີວິດຂອງພຣະອົງຫຼາຍຢ່າງແຕກຕ່າງກັນ, ໂດຍມີລາຍລະອຽດເພີ່ມເຕີມປາກົດຂຶ້ນເທື່ອລະກ້າວເມື່ອເວລາຜ່ານໄປ. ມັນເປັນການຍາກທີ່ຈະຢືນຢັນຄວາມຖືກຕ້ອງຂອງລາຍລະອຽດເຫຼົ່ານີ້, ຍ້ອນວ່າວັນນະຄະດີພຣະພຸດທະສາສະໜາອັນທໍາອິດຖືກບັນທຶກລົງພຽງແຕ່ສາມສັດຕະວັດຫຼັງຈາກທີ່ພຣະພຸດທະເຈົ້າໄດ້ປະຣິນິບພານໄປ. ຢ່າງໃດກໍຕາມ, ພຽງເພາະລາຍລະອຽດບາງຢ່າງທີ່ອອກມາໃນຮູບແບບລາຍລັກອັກສອນຫຼັງຈາກອັນອື່ນ, ກໍບໍ່ແມ່ນເຫດຜົນພຽງພໍທີ່ຈະຖືເບົາຕໍ່ຄວາມຖືກຕ້ອງຂອງມັນ, ເພາະຫຼາຍອັນອາດໄດ້ສືບຕໍ່ຖ່າຍທອດກັນໃນຮູບແບບປາກເປົ່າ.

ໂດຍທົ່ວໄປແລ້ວ, ຊີວະປະຫວັດດັ້ງເດີມຂອງພຣະອາຈານຜູ້ຍິ່ງໃຫຍ່, ລວມທັງຂອງພຣະພຸດທະເຈົ້າເອງນັ້ນ, ໄດ້ຖືກຮວບຮວມເພື່ອຈຸດປະສົງຂອງການສຶກສາຮ່ຳຮຽນ, ບໍ່ແມ່ນເພື່ອບັນທຶກທາງປະຫວັດສາດເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ຊີວະປະຫວັດນັ້ນໄດ້ຖືກປະດິດແຕ່ງຂຶ້ນເພື່ອເປັນການສອນ ແລະ ດົນໃຈໃຫ້ຜູ້ນັບຖືສາສະໜາພຸດເດີນຕາມທາງພຣະທັມໄປສູ່ການຫຼຸດພົ້ນ ແລະ ການຕັດສະຮູ້. ເພື່ອທີ່ຈະໄດ້ຮັບປະໂຫຍດຈາກເລື່ອງລາວຊີວິດຂອງພຣະພຸດທະເຈົ້າ, ເຮົາຈໍາເປັນຕ້ອງເຂົ້າໃຈມັນຢູ່ໃນບໍລິບົດນີ້, ແລະ ວິເຄາະບົດຮຽນທີ່ເຮົາສາມາດຮຽນຮູ້ຈາກມັນ.

ແຫຼ່ງຂໍ້ມູນຂອງຊີວິດພຣະພຸດທະເຈົ້າ

ແຫຼ່ງຂໍ້ມູນທໍາອິດຂອງຊີວິດພຣະພຸດທະເຈົ້າປະກອບມີ, ພາຍໃນພຣະຄຳພີຂອງສາຍເຖຣະວາດ, ພຣະສູດປາລີຫຼາຍບົດຈາກ ໝວດພຣະສູດຍາວປານກາງ (ປາລີ: ມັດຊິມານິກາຍ) ແລະ, ຈາກສາຍຫີນະຍານຕ່າງໆ, ເນື້ອໃນຂອງພຣະວິໄນຫຼາຍບົດກ່ຽວກັບລະບຽບວິໄນຂອງພຣະສົງ. ແຕ່, ເນື້ອໃນຂອງແຕ່ລະບົດນີ້ມີແຕ່ອະທິບາຍບາງສ່ວນຂອງຊີວິດພຣະພຸດທະເຈົ້າເທົ່ານັ້ນ.

ບົດຂະຫຍາຍອັນແຣກປາກົດໃນບົດກອນພຣະພຸດທະສາສະໜາຂອງສັດຕະວັດທີ 2 ກ່ອນຍຸກປະຈຸບັນ, ເປັນຕົ້ນແມ່ນ ເລື່ອງໃຫຍ່ຫຼວງ (ມະຫາວັດຊະຕຸ) ຂອງນິກາຍມະຫາສັງຄິກະ (Mahasanghika) ຂອງສາຍຫີນະຍານ. ບົດນີ້, ເຊິ່ງຢູ່ນອກ ໝວດຄືກະຕ່າສາມໜ່ວຍ (ພຣະໄຕຣປິດົກ), ໄດ້ເພີ່ມ, ເປັນຕົ້ນແມ່ນ, ລາຍລະອຽດທີ່ວ່າພຣະພຸດທະເຈົ້າໄດ້ປະສູດເປັນເຈົ້າຊາຍໃນຄອບຄົວຣາຊະວົງ. ອີກບົດກອນໜຶ່ງໄດ້ປາກົດຢູ່ໃນວັນນະຄະດີຂອງນິກາຍສະຣະວາສະຕິວາດ (Sarvastivada) ຂອງສາຍຫີນະຍານ, ຊື່ວ່າ ພຣະສູດການຫຼິ້ນຢ່າງກວ້າງຂວາງ (ລະລິຕະວິສະຕະຣະສູດ). ສະບັບຕໍ່ມາຂອງບົດນີ້ໃນສາຍມະຫາຍານໄດ້ຢືມ ແລະ ຂະຫຍາຍອອກຈາກສະບັບກ່ອນ, ເປັນຕົ້ນແມ່ນການອະທິບາຍວ່າພຣະສາກະຍະມຸນີໄດ້ຕັດສະຮູ້ດົນໆ ແລ້ວກ່ອນໜ້ານັ້ນ ແລະ, ໂດຍການປາກົດຕົວເປັນເຈົ້າຊາຍສິດທັດຖະ (Siddhartha), ພຽງແຕ່ສະແດງໃຫ້ເຫັນເຖິງວິທີທີ່ຈະບັນລຸກັນຕັດສະຮູ້ເພື່ອສັ່ງສອນຜູ້ອື່ນ.

ໃນທີ່ສຸດ ບາງສ່ວນຂອງຊີວະປະຫວັດເຫຼົ່ານີ້ໄດ້ຖືກລວມເຂົ້າໃນ ໝວດຄືກະຕ່າສາມໜ່ວຍ. ບົດທີ່ມີຊື່ສຽງທີ່ສຸດແມ່ນ ການກະທໍາຂອງພຣະພຸດທະເຈົ້າ (ພຸດທະຈະຣິຕະ) ໂດຍກະວີ ພຣະອັດສະວະໂຄສະ, ເຊິ່ງໄດ້ຂຽນໄວ້ໃນສັດຕະວັດທີ 1 ຂອງຍຸກປະຈຸບັນ. ສະບັບອື່ນປາກົດຂຶ້ນໃນບົດຕັນຕຣະໃນເວລາຕໍ່ມາ, ເຊັ່ນໃນວັນນະຄະດີຈັກກະສັງວະຣະ (Chakrasamvara). ໃນນັ້ນ, ເຮົາເຫັນບົດທີ່, ໃນຂະນະທີ່ປາກົດວ່າເປັນພຣະສາກະຍະມຸນີໄດ້ສອນ ພຣະສູດໃນຈິດສຳນຶກມີການຈຳແນກທີ່ກວ້າງໄກ (ປັນຍາປາຣະມິຕາສູດ, ພຣະສູດໃນຄວາມສົມບູນຂອງປັນຍາ), ພຣະພຸດທະເຈົ້າໃນເວລາດຽວກັນກໍໄດ້ປາກົດເປັນພຣະວັດຊະຣະທານ (Vajradhara) ແລະ ສອນພຣະຕັນຕຣະອີກ.

ຈາກແຕ່ລະບົດ, ເຮົາສາມາດຮຽນຮູ້ບາງຢ່າງ ແລະ ໄດ້ຮັບແຮງບັນດານໃຈ. ແຕ່, ເຮົາຈະມາເບິ່ງສະບັບທີ່ສະແດງເຖິງພຣະພຸດທະເຈົ້າຕາມປະຫວັດສາດເອົາ.

ພຣະສູດຂອງພຣະພຸດທະເຈົ້າ, ຊີວິດໄວເຍົາ, ແລະ ການສະຫຼະ

ອີງຕາມບັນທຶກຊ່ວງຕົ້ນ, ພຣະສາກະຍະມຸນີໄດ້ຖືປະສູດໃນຄອບຄົວນັກຮົບໃນຣາຊະວົງ, ທີ່ຮັ່ງມີ ໃນລັດສາກະຍະ, ເຊິ່ງມີນະຄອນຫຼວງຢູ່ທີ່ກະບິລະພັດສະດຸ (Kapilavastu), ທີ່ຊາຍແດນລະຫວ່າງອິນເດຍ ແລະ ເນປານໃນປະຈຸບັນ. ບໍ່ມີການກ່າວເຖິງວ່າພຣະສາກະຍະມຸນີໄດ້ປະສູດເປັນເຈົ້າຊາຍໃນຣາຊະວົງ, ໂດຍມີບັນທຶກຂອງການເກີດເປັນເຈົ້າຊາຍ ແລະ ຊື່ສິດທັດຖະປາກົດຂຶ້ນໃນໄລຍະຕໍ່ມາເທົ່ານັ້ນ. ພໍ່ຂອງພຣະອົງແມ່ນພຣະເຈົ້າສຸດໂທທະນະ (Shuddhodana), ແຕ່ຊື່ແມ່ຂອງພຣະອົງ, ພຣະນາງມາຍາເທວີ (Mayadevi) ປາກົດຂຶ້ນແຕ່ຢູ່ໃນສະບັບຕໍ່ມາ, ເຊັ່ນດຽວກັນກັບບັນທຶກຄວາມມະຫັດສະຈັນຂອງຕົ້ນກຳເນີດພຣະພຸດທະເຈົ້າໃນຄວາມຝັນຂອງພຣະນາງທີ່ມີຊ້າງຫົກງາສີຂາວເຂົ້າມາທາງຂ້າງຂອງນາງ, ແລະ ການຄາດຄະເນຂອງພຣະອະສິຕະ (Asita) ຜູ້ຮອບຮູ້ທີ່ວ່າເພິ່ນຈະກາຍເປັນເຈົ້າຊີວິດຜູ້ຍິ່ງໃຫຍ່ ຫຼື ຜູ້ຮອບຮູ້ທີ່ຍິ່ງໃຫຍ່. ຫຼັງຈາກນີ້ ກໍໄດ້ມີຄຳບັນຍາຍເຖິງການປະສູດອັນບໍລິສຸດຂອງພຣະພຸດທະເຈົ້າຈາກຂ້າງພຣະມານດາຂອງພຣະອົງ, ບໍ່ໄກຈາກກະບິລະພັດສະດຸ ໃນປ່ານ້ອຍລຸມພິນີ (Lumbini Grove), ບ່ອນທີ່ພຣະອົງໄດ້ຍ່າງເຈັດກ້າວ ແລະ ກ່າວວ່າ, "ເຮົາມາຮອດແລ້ວ," ພ້ອມກັບການເສຍຊີວິດຂອງພຣະມານດາຂອງພຣະອົງໃນລະຫວ່າງການປະສູດພຣະອົງ.

ຕອນຍັງຫນຸ່ມ, ພຣະພຸດທະເຈົ້າດຳລົງຊີວິດບົນຄວາມສຳລານ. ພຣະອົງໄດ້ສົມຣົດກັບຍິງຄົນໜຶ່ງຊື່ ພຣະນາງຍະໂສທະຣາ (Yashodhara), ແລະ ພຣະອົງມີພຣະໂອຣົດອົງໜຶ່ງຊື່ຣາຫຸລະ (Rahula). ເມື່ອອາຍຸໄດ້ 29 ປີ, ພຣະພຸດທະເຈົ້າໄດ້ສະຫຼະຊີວິດຄອບຄົວ ແລະ ມໍລະດົກຖານັນດອນຂອງພຣະອົງ ແລະ ກາຍເປັນຜູ້ຫຼົງໄຫຼໃນການຄົ້ນຫາທາງສາສະໜາ.

ສິ່ງສໍາຄັນແມ່ນການເບິ່ງການສະຫຼະຂອງພຣະພຸດທະເຈົ້າໃນບໍລິບົດຂອງສັງຄົມ ແລະ ຍຸກຂອງພຣະອົງ. ເມື່ອພຣະພຸດທະເຈົ້າອອກສະແຫວງຫາພຣະທັມ, ພຣະອົງບໍ່ໄດ້ປະຖິ້ມເມຍ ແລະ ລູກຂອງພຣະອົງໄວ້ກັບຊີວິດທີ່ທຸກຍາກລໍາບາກ. ພວກເພິ່ນຈະໄດ້ຮັບການເບິ່ງແຍງຈາກພີ່ນ້ອງຄອບຄົວທີ່ຮັ່ງມີຂອງພຣະອົງແນ່ນອນ. ພຣະພຸດທະເຈົ້າຍັງເປັນສະມາຊິກຂອງຊົນຊັ້ນນັກຮົບ, ເຊິ່ງໝາຍວ່າພຣະອົງຈະຕ້ອງໄດ້ຈາກຄອບຄົວຂອງໃນມື້ໜຶ່ງຢ່າງແນ່ນອນເພື່ອໄປສູ້ຮົບ, ຕາມທີ່ເປັນໜ້າທີ່ຂອງຜູ້ຊາຍ.

ບັ້ນຮົບສາມາດດຳເນີນໄປຢ່າງບໍ່ສິ້ນສຸດກັບສັດຕູພາຍນອກ, ແຕ່ການສູ້ຮົບທີ່ແທ້ຈິງແມ່ນກັບສັດຕູພາຍໃນຂອງເຮົາ, ແລະ ນີ້ແມ່ນການສູ້ຮົບທີ່ພຣະພຸດທະເຈົ້າໄດ້ອອກໄປຕໍ່ສູ້. ການພຣະພຸດທະເຈົ້າອອກຈາກຄອບຄົວຂອງຕົນໄປເພື່ອຈຸດປະສົງນີ້ຊີ້ໃຫ້ເຫັນວ່າມັນເປັນໜ້າທີ່ຂອງຜູ້ສະແຫວງຫາພຣະທັມທີ່ຈະອຸທິດຕະຫຼອດຊີວິດຂອງຕົນເພື່ອການສະແຫວງຫານີ້. ຖ້າ, ໃນໂລກສະໄໝໃໝ່ຂອງເຮົາ, ເຮົາຈາກຄອບຄົວຂອງເຮົາໄປເຂົ້າວັດ, ເຮົາຈໍາເປັນຕ້ອງຮັບປະກັນວ່າພວກເຂົາໄດ້ຮັບການເບິ່ງແຍງທີ່ດີ. ນີ້ບໍ່ພຽງແຕ່ໝາຍເຖິງຄູ່ ແລະ ລູກຂອງເຮົາເທົ່ານັ້ນ, ແຕ່ຍັງລວມເຖິງພໍ່ແມ່ຜູ້ເຖົ້າແກ່ຂອງເຮົານຳອີກ. ບໍ່ວ່າເຮົາຈະໜີຈາກຄອບຄົວຂອງເຮົາ ຫຼື ບໍ່, ໃນຖານະຊາວພຸດ, ມັນເປັນໜ້າທີ່ຂອງເຮົາທີ່ຈະຫຼຸດຜ່ອນຄວາມທຸກໂດຍການເອົາຊະນະການເສບຕິດໃນຄວາມບັນເທີງ, ດັ່ງທີ່ພຣະພຸດທະເຈົ້າໄດ້ກະທຳ.

ພຣະພຸດທະເຈົ້າຢາກເອົາຊະນະຄວາມທຸກ, ໂດຍການເຂົ້າໃຈທຳມະຊາດການເກີດ, ແກ່, ເຈັບ, ຕາຍ, ການເກີດໃໝ່, ຄວາມໂສກເສົ້າ, ແລະ ຄວາມສັບສົນ. ໃນເລື່ອງຫຼັງໆ, ພຣະພຸດທະເຈົ້າຖືກພາອອກເດີນທາງຈາກພຣະຣາຊະວັງ ໂດຍນາຍສັນນະ (Channa) ຄົນຂັບຣາຊະຣົດມ້າຂອງພຣະອົງ. ໃນຕົວເມືອງ, ພຣະ ພຸດທະເຈົ້າໄດ້ເຫັນຄົນເຈັບ, ເຖົ້າ, ແລະ ຕາຍ, ລວມທັງນັກບຳເພັນຕະບະ, ໂດຍມີນາຍສັນນະໃຫ້ຄໍາອະທິບາຍກ່ຽວກັບແຕ່ລະຄົນ. ດ້ວຍວິທີນີ້, ພຣະພຸດທະເຈົ້າຈຶ່ງສະຫຼຸບໄດ້ວ່າຄວາມທຸກເປັນສິ່ງທີ່ທຸກຄົນຕ້ອງປະສົບ, ແລະ ພະຍາຍາມຄິດຫາທາງອອກຈາກມັນ.

ເຫດການນີ້ທີ່ພຣະພຸດທະເຈົ້າໄດ້ຮັບການຊ່ວຍເຫຼືອບົນເສັ້ນທາງພຣະທັມຈາກຄົນຂັບຣາຊະຣົດຂອງພຣະອົງແມ່ນຄືກັບບັນທຶກຂອງພຣະອະຣະຊຸນ (Arjuna) ທີ່ຖືກບອກໂດຍກຣິດຊະນະ (Krishna), ຄົນຂັບລົດມ້າຂອງພຣະອົງ, ກ່ຽວກັບໜ້າທີ່ຂອງພຣະອົງໃນຖານະນັກຮົບທີ່ຈະຕໍ່ສູ້ໃນບັ້ນຮົບກັບຍາດພີ່ນ້ອງຂອງຕົນ, ໃນ ພະຄະວັດ ຄີຕາ (Bhagavad Gita). ໃນທັງສອງກໍລະນີຂອງພຣະພຸດທະສາສະໜາ ແລະ ສາສະໜາຮິນດູ, ເຮົາສາມາດເຫັນໄດ້ເຖິງຄວາມສຳຄັນທີ່ເລິກເຊິ່ງເກີນກວ່າກອບຂອງຊີວິດທີ່ສະດວກສະບາຍຂອງເຮົາ ເພື່ອພະຍາຍາມຄົ້ນພົບຄວາມຈິງ. ລົດມ້າສາມາດເບິ່ງເປັນຕົວແທນຂອງຍານພາຫະນະຂອງຈິດໃຈທີ່ນໍາໄປສູ່ການປົດປ່ອຍ, ດ້ວຍຄໍາເວົ້າຂອງຄົນຂັບລົດມ້າເປັນກໍາລັງຂັບເຄື່ອນ - ໃຫ້ຄົ້ນຫາຄວາມເປັນຈິງ.

ການສຶກສາ ແລະ ການຕັດສະຮູ້ຂອງພຣະພຸດທະເຈົ້າ

ໃນຖານະທີ່ນັກສະແຫວງພຣະທັມພະເນຈອນ, ພົມມະຈັນ, ພຣະພຸດທະເຈົ້າໄດ້ສຶກສາວິທີການເພື່ອບັນລຸ ຄວາມໝັ້ນຄົງທາງຈິດໃຈ ແລະ ການເຂົ້າສະມາທິໄຮ້ຮູບແບບກັບອາຈານສອງອົງ. ພຣະອົງຍັງສາມາດບັນລຸພາວະເຫຼົ່ານີ້ໃນລະດັບສູງສຸດຂອງພາວະເລິກເຊິ່ງຂອງການສຸມຈິດໃຈຢ່າງສົມບູນເຫຼົ່ານີ້, ເຊິ່ງພຣະອົງບໍ່ປະສົບກັບຄວາມທຸກອັນໜັກ ຫຼື ແມ່ນແຕ່ຄວາມສຸກທາງໂລກທົ່ວໄປ, ແຕ່ພຣະອົງກໍຍັງບໍ່ພໍໃຈ. ພຣະອົງເຫັນວ່າພາວະເຫຼົ່ານີ້ຊ່ວຍໄດ້ພຽງແຕ່ຊົ່ວຄາວ, ບໍ່ແມ່ນການບັນເທົາທຸກຖາວອນຈາກຄວາມຮູ້ສຶກເປື້ອນໆ ເຫຼົ່ານີ້; ແນ່ນອນວ່າມັນບໍ່ໄດ້ຕັດຄວາມທຸກສາກົນທີ່ຢູ່ເລິກໆ ທີ່ພຣະອົງພະຍາຍາມເອົາຊະນະ. ພ້ອມດ້ວຍສະຫາຍຫ້າອົງ, ພຣະອົງໄດ້ບຳເພັນຕະບະຂັ້ນຮຸນແຮງ, ແຕ່ນີ້ກໍບໍ່ໄດ້ຕັດບັນຫາທີ່ເລິກເຊິ່ງທີ່ກ່ຽວຂ້ອງກັບການເກີດໃໝ່ທີ່ບໍ່ສາມາດຄວບຄຸມໄດ້ (ສັງສາຣະວັດ). ມີແຕ່ໃນບັນທຶກຕໍ່ມາປາກົດວ່າມີເຫດການທີ່ພຣະພຸດທະເຈົ້າໄດ້ຢຸດການອົດອາຫານທີ່ປະຕິບັດຢູ່ຫົກປີ ຢູ່ຝັ່ງແມ່ນ້ຳເນຣັນຊະນະ (Nairanjana River), ໂດຍມີນາງສຸຊາດາ (Sujata) ຖວາຍຖ້ວຍເຂົ້ານົມໃຫ້.

ສໍາລັບພວກເຮົາ, ຕົວຢ່າງຂອງພຣະພຸດທະເຈົ້າຊີ້ໃຫ້ເຫັນວ່າເຮົາບໍ່ຄວນພໍໃຈກັບພຽງແຕ່ຄວາມສະຫງົບໂດຍສິ້ນເຊີງ ຫຼື "ການລອຍ" ໃນການເຂົ້າສະມາທິ, ຢ່າວ່າແຕ່ການໃຊ້ຢາເລີຍ. ການຖອນຕົວເຂົ້າໄປໃນພະວັງເລິກໆ, ຫຼື ການທໍລະມານ ຫຼື ລົງໂທດຕົວເຮົາເອງດ້ວຍການປະຕິບັດທີ່ຮຸນແຮງກໍບໍ່ແມ່ນການແກ້ໄຂ. ເຮົາຕ້ອງໄປໃຫ້ສຸດທາງຂອງການປົດປ່ອຍ ແລະ ການຕັດສະຮູ້, ແລະ ເຮົາກໍບໍ່ຄວນພໍໃຈກັບວິທີການທາງສາສະໜາທີ່ບໍ່ສາມາດນໍາເຮົາໄປສູ່ເປົ້າໝາຍເຫຼົ່ານີ້ໄດ້.

ຫຼັງຈາກທີ່ພຣະພຸດທະເຈົ້າປະຕິເສດການບຳເພັນຕະບະແລ້ວ, ພຣະອົງໄດ້ໄປທຳສະມາທິຢູ່ປ່າຜູ້ດຽວ, ເພື່ອເອົາຊະນະຄວາມຢ້ານກົວ. ພື້ນຖານຂອງຄວາມຢ້ານກົວທັງໝົດແມ່ນການຍຶດມັ່ນຕົວ “ຕົນ” ເຊິ່ງການດຳລົງຢູ່ເປັນໄປບໍ່ໄດ້ ແລະ ທັດສະນະຄະຕິທີ່ຮັກຕົນເອງທີ່ແຮງກວ່າອັນທີ່ເປັນພື້ນຖານທີ່ເຮົາຊອກຫາໂດຍບີບບັງຄັບໃນຄວາມສຸກ ແລະ ຄວາມສຳລານ. ດັ່ງນັ້ນ, ໃນ ກົງອາວຸດແຫຼມຄົມ (The Wheel of Sharp Weapons), ພຣະອາຈານໃຫຍ່ແຫ່ງສັດຕະວັດທີ 10 ຂອງຍຸກປະຈຸບັນຊາວອິນເດຍ, ພຣະທັມມະຣັກຂິຕະ (Dharmarakshita) ໄດ້ໃຊ້ຮູບພາບນົກຍູງຍ່າງໃນປ່າພືດເປັນພິດ ເພື່ອເປັນຕົວແທນຂອງພຣະໂພທິສັດທີ່ໃຊ້ ແລະ ຫັນປ່ຽນອາລົມພິດຂອງຄວາມຢາກໄດ້, ຄວາມໂກດແຄ້ນ ແລະ ຄວາມໄຮ້ດຽງສາເພື່ອຊ່ວຍໃຫ້ເອົາຊະນະທັດສະນະຄະຕິຮັກຕົນເອງ ແລະ ການຍຶດມັ່ນຫາ "ຕົນ" ທີ່ເປັນໄປບໍ່ໄດ້. 

ຫຼັງຈາກການທຳສະມາທິຫຼາຍແລ້ວ, ພຣະພຸດທະເຈົ້າໄດ້ບັນລຸການຕັດສະຮູ້ຢ່າງສົມບູນໃນອາຍຸ 35 ປີ. ບັນທຶກຕໍ່ມາໄດ້ລົງລາຍລະອຽດຂອງການບັນລຸນີ້ພາຍໃຕ້ຕົ້ນໂພໃນເມືອງພຸດທະຄະຍາໃນປະຈຸບັນ, ຫຼັງຈາກສໍາເລັດການຕໍ່ສູ້ກັບການໂຈມຕີຈາກພະຍາມານຂີ້ອິສາ, ຜູ້ພະຍາຍາມປ້ອງກັນການຕັດສະຮູ້ຂອງພຣະພຸດທະເຈົ້າໂດຍການແປງກາຍເປັນຄວາມຢ້ານກົວ ແລະ ຄວາມໜ້າຫຼົງໄຫຼເພື່ອລົບກວນສະມາທິຂອງພຣະອົງ.

ໃນບັນທຶກເບື້ອງຕົ້ນ, ພຣະພຸດທະເຈົ້າໄດ້ບັນລຸການຕັດສະຮູ້ຢ່າງສົມບູນໂດຍການໄດ້ຮັບຄວາມຮູ້ສາມປະເພດຄື: ຄວາມຮູ້ທັງປວງກ່ຽວກັບຊີວິດໃນຊາດກ່ອນຂອງພຣະອົງເອງທັງໝົດ, ກ່ຽວກັບກັມ ແລະ ການເກີດໃໝ່ຂອງຕົນອື່ນ, ແລະ ອະຣິຍະສັດສີ່. ບັນທຶກຕໍ່ມາອະທິບາຍວ່າ, ດ້ວຍການຕັດສະຮູ້, ພຣະອົງໄດ້ບັນລຸຄວາມຮອບຮູ້.

ການສອນ ແລະ ການກໍ່ຕັ້ງຊຸມຊົນນັກບວດທາງພຸດທະສາສະໜາ

ຫຼັງຈາກທີ່ໄດ້ຕັດສະຮູ້ແລ້ວ, ພຣະພຸດທະເຈົ້າກໍລັງເລທີ່ຈະສອນວິທີທາງໃຫ້ຜູ້ອື່ນບັນລຸດຽວກັນໄດ້, ເພາະຮູ້ສຶກວ່າບໍ່ມີໃຜສາມາດເຂົ້າໃຈໄດ້. ແຕ່, ເທພະເຈົ້າອິນເດຍ, ພຣະພຣົມ, ຜູ້ສ້າງຈັກກະວານ, ແລະ ພຣະອິນ, ກະສັດຂອງເທບ, ໄດ້ອ້ອນວອນໃຫ້ພຣະອົງສອນ. ໃນການຮ້ອງຂໍຂອງພຣະອົງ, ພຣະພຣົມໄດ້ບອກກັບພຣະພຸດທະເຈົ້າວ່າໂລກຈະທົນທຸກທໍລະມານທີ່ບໍ່ມີວັນສິ້ນສຸດຖ້າພຣະອົງບໍ່ໄດ້ສອນ, ແລະ ຢ່າງໜ້ອຍກໍຈະມີຄົນຈໍານວນໜຶ່ງທີ່ເຂົ້າໃຈຄໍາເວົ້າຂອງພຣະອົງໄດ້.

ລາຍລະອຽດນີ້ອາດເປັນເລື່ອງຊວນຫົວ, ທີ່ຊີ້ໃຫ້ເຫັນເຖິງຄວາມຍິ່ງໃຫຍ່ຂອງຄໍາສອນຂອງພຣະພຸດທະເຈົ້າ, ເຊິ່ງເໜືອວິທີການສາຍສາສະໜາທາງອິນເດຍໃນສະໄໝຂອງພຣະອົງ. ຖ້າແມ່ນແຕ່ພຣະເຈົ້າສູງສຸດຍັງຍອມຮັບວ່າໂລກຕ້ອງມີຄໍາສອນຂອງພຣະພຸດທະເຈົ້າເພາະວ່າພວກພຣະອົງເອງຍັງຂາດວິທີການທີ່ຈະນໍາຄວາມທຸກຂອງທຸກຄົນໄປສູ່ຄວາມສິ້ນສຸດອັນຖາວອນແລ້ວ, ຍິ່ງບໍ່ຕ້ອງເວົ້າເຖິງສິ່ງທີ່ຄົນທໍາມະດາຕ້ອງຮັບຄຳສອນນີ້ເລີຍ. ຍິ່ງໄປກວ່ານັ້ນ, ໃນຮູບພາບທາງພຣະພຸດທະສາສະໜາ, ພຣະພຣົມເປັນຕົວແທນຂອງຄວາມຈອງຫອງ; ຄວາມເຊື່ອຜິດໆ ຂອງພຣະອົງທີ່ເປັນຜູ້ສ້າງໂລກທີ່ມີອໍານາດເຕັມທີ່ເປັນຕົວແທນຂອງຄວາມສັບສົນໃນການຄິດວ່າຕົວ "ຕົນ" ເຊິ່ງການດຳລົງຢູ່ເປັນໄປບໍ່ໄດ້ນັ້ນດຳຣົງຢູ່ຈິງ, ແລະ ສາມາດຄວບຄຸມທຸກສິ່ງໃນຊີວິດ. ຄວາມເຊື່ອດັ່ງກ່າວ ໃນທີ່ສຸດກໍກໍ່ໃຫ້ເກີດຄວາມອຸກອັ່ງ ແລະ ຄວາມທຸກ. ມີພຽງຄໍາສອນຂອງພຣະພຸດທະເຈົ້າກ່ຽວກັບວິທີທີ່ເຮົາດຳຣົງຢູ່ເທົ່ານັ້ນທີ່ສາມາດໃຫ້ວິທີທີ່ຈະພາໃຫ້ເກີດການຢຸດຄວາມທຸກທີ່ແທ້ຈິງ ແລະ ສາເຫດທີ່ແທ້ຈິງຂອງມັນ.

ເມື່ອຮັບຄຳຮ້ອງຂໍຂອງພຣະພຣົມ ແລະ ພຣະອິນແລ້ວ, ພຣະພຸດທະເຈົ້າກໍໄດ້ໄປເມືອງສານາດ (Sarnath) ແລະ ໃນສວນກວາງພຣະອົງໄດ້ສອນອະຣິຍະສັດສີ່ ໃຫ້ແກ່ສະຫາຍເກົ່າຫ້າອົງຂອງພຣະອົງ. ໃນຮູບພາບທາງພຣະພຸດທະສາສະໜາ, ກວາງເປັນຕົວແທນຂອງຄວາມອ່ອນໂຍນ ແລະ ສະນັ້ນ ພຣະພຸດທະເຈົ້າໄດ້ສອນວິທີການທີ່ອ່ອນໂຍນ, ຫຼີກລ່ຽງສຸດໂຕ່ງຂອງຄວາມຫຼົງໄຫຼກັບຄວາມສຸກ ແລະ ການບຳເພັນຕະບະ.

ຕໍ່ມາບໍ່ດົນ, ຊາຍໜຸ່ມຈຳນວນໜຶ່ງຈາກເມືອງພາຣານະສີ (Varanasi) ທີ່ໃກ້ຄຽງໄດ້ເຂົ້າຮ່ວມກັບພຣະພຸດທະເຈົ້າ, ໂດຍປະຕິບັດຕາມພົມມະຈັນຢ່າງເຄັ່ງຄັດ. ພໍ່ແມ່ພວກເພິ່ນໄດ້ກາຍເປັນຄະຣາວາດ ແລະ ໄດ້ເລີ່ມຊຸກຍູ້ດ້ວຍການໃສ່ບາດ. ທັນທີທີ່ສະມາຊິກອົງໃດທີ່ໄດ້ຮັບການຝຶກ ແລະ ມີຄຸນສົມບັດພຽງພໍແລ້ວ, ເພິ່ນຈະຖືກສົ່ງອອກໄປສອນຜູ້ອື່ນ. ດ້ວຍວິທີນີ້, ກຸ່ມຜູ້ອາໄສທານທີ່ຕິດຕາມພຣະພຸດທະເຈົ້າໄດ້ຂະຫຍາຍຕົວຂຶ້ນຢ່າງໄວວາ ແລະ ອີກບໍ່ດົນພວກເພິ່ນກໍໄດ້ຕັ້ງຖິ່ນຖານ ແລະ ສ້າງຕັ້ງຊຸມຊົນ "ວັດ" ຂຶ້ນຕາມຈຸດຕ່າງໆ.

ພຣະພຸດທະອົງໄດ້ຈັດຕັ້ງຊຸມຊົນນັກບວດເຫຼົ່ານີ້ຕາມແນວທາງປະຕິບັດຕົວຈິງ. ພຣະສົງ, ຖ້າຈະເອີ້ນເພິ່ນແນວນີ້ໄດ້ໃນໄລຍະຕົ້ນນີ້, ສາມາດຮັບເອົາຜູ້ສະໝັກເຂົ້າຮ່ວມຊຸມຊົນໄດ້, ແຕ່ຕ້ອງປະຕິບັດຕາມຂໍ້ກຳນົດບາງອັນເພື່ອຫຼີກເວັ້ນການປະທະກັນກັບເຈົ້າໜ້າທີ່ທາງໂລກ. ດັ່ງນັ້ນ, ໃນເວລານີ້, ພຣະພຸດທະເຈົ້າຈຶ່ງບໍ່ອະນຸຍາດໃຫ້ຜູ້ຮ້າຍ, ຜູ້ຮັບໃຊ້ໃນຣາຊະວົງ ເຊັ່ນກອງທັບ, ຂ້າທາດທີ່ຍັງບໍ່ໄດ້ຮັບການປົດປ່ອຍຈາກການເປັນທາດ, ແລະ ຜູ້ທີ່ມີພະຍາດຕິດຕໍ່ ເຊັ່ນຂີ້ທູດ, ຈາກການເຂົ້າຮ່ວມໃນຊຸມຊົນພຣະສົງ. ນອກຈາກນັ້ນ, ກໍບໍ່ຮັບຄົນທີ່ມີອາຍຸຕ່ຳກວ່າ 20 ປີ. ພຣະພຸດທະເຈົ້າຢາກຫຼີກເວັ້ນຄວາມຫຍຸ້ງຍາກ ແລະ ຮັບປະກັນຄວາມເຄົາຣົບຈາກສາທາລະນະຊົນຕໍ່ກັບຊຸມຊົນພຣະສົງ ແລະ ຄໍາສອນພຣະທັມ. ສິ່ງນີ້ສະແດງໃຫ້ເຫັນວ່າ, ໃນຖານະທີ່ເປັນສານຸສິດຂອງພຣະພຸດທະເຈົ້າ, ເຮົາຕ້ອງເຄົາຣົບຮີດຄອງປະເພນີທ້ອງຖິ່ນ ແລະ ປະຕິບັດຕົວຢ່າງໜ້ານັບຖື, ເພື່ອໃຫ້ຄົນມີຄວາມປະທັບໃຈຕໍ່ພຣະພຸດທະສາສະໜາ ແລະ ເຄົາລົບນັບຖືເຊັ່ນກັນ.

ຕໍ່ມາບໍ່ດົນ, ພຣະພຸດທະເຈົ້າໄດ້ກັບຄືນໄປມະຄະທະ (Maghada), ອານາຈັກທີ່ພຸດທະຄະຍາຕັ້ງຢູ່. ພຣະອົງໄດ້ຖືກນິມົນໃຫ້ເຂົ້າໄປໃນນະຄອນຫຼວງຣາຊະຄິຣ (Rajgir) - ໃນປະຈຸບັນເປັນກຸງຣາກີ - ໂດຍກຣະສັດພິມພິສານ (Bimbisara) , ຜູ້ກາຍເປັນຜູ້ອຸປະຖໍາ ແລະ ສາວົກຂອງພຣະອົງ. ຢູ່ທີ່ນັ້ນ, ພຣະສາຣິບຸດ (Shariputra) ແລະ ພຣະໂມກຄັນລານ (Maudgalyayana) ກໍໄດ້ເຂົ້າຮ່ວມຄະນະທີ່ກຳລັງຂະຫຍາຍຕົວຂອງພຣະພຸດທະເຈົ້ານຳອີກ, ແລະ ໄດ້ກາຍເປັນສາວົກທີ່ໃກ້ຊິດທີ່ສຸດຂອງພຣະອົງ.

ພາຍໃນໜຶ່ງປີຂອງການຕັດສະຮູ້ຂອງພຣະອົງ, ພຣະພຸດທະເຈົ້າໄດ້ກັບຄືນໄປກະບິລະພັດສະດຸ, ບ້ານຂອງພຣະອົງ, ບ່ອນທີ່ໂອຣົດຂອງພຣະອົງ, ພຣະຣາຫຸລະ ໄດ້ເຂົ້າຮ່ວມຂະບວນການ. ອ້າຍຂອງພຣະ ພຸດທະເຈົ້າ, ພຣະນັນທະຜູ້ງາມ, ກໍໄດ້ອອກຈາກບ້ານ ແລະ ເຂົ້າຮ່ວມນຳ. ກຣະສັດສຸດໂທທະນະ, ພໍ່ຂອງພຣະພຸດທະເຈົ້າ, ໂສກເສົ້າຫຼາຍທີ່ເຊື້ອສາຍພຣະວົງຖືກຕັດ, ສະນັ້ນຈຶ່ງຂໍຮ້ອງວ່າໃນອະນາຄົດ, ລູກຊາຍຈະຕ້ອງໄດ້ຮັບຄວາມຍິນຍອມຈາກພໍ່ແມ່ຂອງຕົນກ່ອນເຂົ້າບວດ. ພຣະພຸດທະເຈົ້າເຫັນດີທີ່ສຸດ. ຈຸດຫຼັກຂອງບັນທຶກນີ້ບໍ່ແມ່ນວ່າມັນອາດເບິ່ງວ່າເປັນຄວາມໂຫດຮ້າຍຂອງພຣະພຸດທະເຈົ້າຕໍ່ພໍ່ຂອງພຣະອົງ, ແຕ່ໃຫ້ເຫັນຄວາມສໍາຄັນຂອງການບໍ່ສ້າງຄວາມຄິດຮ້າຍຕໍ່ພຣະພຸດທະສາສະໜາ, ໂດຍສະເພາະພາຍໃນຄອບຄົວຂອງເຮົາ.

ລາຍລະອຽດຕໍ່ມາກ່ຽວກັບການພົບກັນຂອງພຣະພຸດທະເຈົ້າກັບຄອບຄົວຂອງພຣະອົງແມ່ນການໃຊ້ພະລັງວິເສດເພື່ອເດີນທາງໄປສະຫວັນຂອງສາມສິບເທບ, ຫຼື ອີງຕາມແຫຼ່ງຂໍ້ມູນອື່ນ, ສະຫວັນດຸສິດ (Tushita), ເພື່ອສອນພຣະມານດາຂອງພຣະອົງ, ເຊິ່ງໄດ້ໄປເກີດໃໝ່ຢູ່ທີ່ນັ້ນ. ອັນນີ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການຊາບຊຶ້ງ ແລະ ຕອບແທນຄວາມເມດຕາຂອງມານດາ.

ການຂະຫຍາຍຕົວຂອງພຣະສົງ

ໃນເບື້ອງຕົ້ນ ຊຸມຊົນພຣະສົງຂອງພຣະພຸດທະເຈົ້າມີຂະໜາດນ້ອຍ, ແລະ ມີຊາຍບໍ່ເກີນ 20 ອົງ. ແຕ່ລະຊຸມຊົນລ້ວນແຕ່ເປັນເອກກະລາດ, ປະຕິບັດຕາມຂອບເຂດທີ່ກຳນົດໄວ້ສຳລັບການບິນທະບາດຂອງພຣະສົງ. ການກະທຳ ແລະ ການຕັດສິນໃຈຂອງແຕ່ລະຊຸມຊົນແມ່ນຖືກຕັດສິນໂດຍການລົງຄະແນນສຽງເປັນເອກະສັນລະຫວ່າງສະມາຊິກຂອງຊຸມຊົນ, ເພື່ອຫຼີກເວັ້ນການຂັດແຍ່ງ, ແລະ ບໍ່ມີໃຜຖືກຕັ້ງເປັນອໍານາດດຽວ. ພຣະພຸດທະເຈົ້າໄດ້ສັ່ງສອນໃຫ້ພວກເພິ່ນເອົາພຣະທັມເປັນຫຼັກ. ລະບຽບວິໄນຂອງວັດນັ້ນສາມາດປ່ຽນແປງໄດ້ຖ້າຈຳເປັນ, ແຕ່ການປ່ຽນແປງໃດໆ ຕ້ອງອີງໃສ່ຄວາມເຫັນດີເຫັນພ້ອມຂອງຊຸມຊົນໂດຍລວມ.

ກຣະສັດພິມພິສານແນະນໍາວ່າພຣະພຸດທະເຈົ້າສາມາດຮັບເອົາບາງປະເພນີຈາກກຸ່ມສາສະໜາທີ່ອາໄສທານອື່ນໆ, ເຊັ່ນຊາວເຊນ (Jain), ທີ່ຈັດກອງປະຊຸມສີ່ເທື່ອຕໍ່ເດືອນ. ອີງຕາມປະເພນີນີ້, ສະມາຊິກຂອງຊຸມຊົນສາສະໜາຈະຊຸມນຸມກັນໃນຕອນຕົ້ນຂອງແຕ່ລະວັນສິນພື່ອສົນທະນາເລື່ອງຄໍາສອນ. ພຣະພຸດທະເຈົ້າໄດ້ຕົກລົງ, ສະແດງໃຫ້ເຫັນວ່າພຣະອົງເປີດຮັບຄໍາແນະນໍາທີ່ຈະປະຕິບັດຕາມປະເພນີຂອງຍຸກສະໄໝ, ແລະ ພຣະອົງກໍໄດ້ນຳໃຊ້ແບບຢ່າງຫຼາຍດ້ານເຂົ້າໃນຊຸມຊົນສາສະໜາຂອງພຣະອົງ ແລະ ໂຄງສ້າງຂອງການສອນຂອງພຣະອົງຈາກສາສະໜາເຊນ. ພຣະມະຫາວີຣະ (Mahavira), ຜູ້ກໍ່ຕັ້ງສາສະໜາເຊນ, ໄດ້ມີຊີວິດຢູ່ປະມານເຄິ່ງສັດຕະວັດກ່ອນພຣະພຸດທະເຈົ້າ.

ພຣະສາຣິບຸດຍັງໄດ້ຂໍໃຫ້ພຣະພຸດທະເຈົ້າສ້າງກົດລະບຽບສໍາລັບວິໄນຂອງພຣະສົງ. ພຣະພຸດທະເຈົ້າໄດ້ຕັດສິນໃຈວ່າຈະດີທີ່ສຸດທີ່ຈະຖ້າຈົນກວ່າບັນຫາສະເພາະໃດໜຶ່ງເກີດຂຶ້ນ, ເວລາທີ່ເພິ່ນສາມາດຕັ້ງຄໍາປະຕິຍານເພື່ອຫຼີກເວັ້ນການເກີດເຫດການທີ່ຄ້າຍຄືກັນອີກ. ນະໂຍບາຍນີ້ໄດ້ຖືກປະຕິບັດຕາມທັງການກະທໍາທີ່ມ້າງເພໂດຍທໍາມະຊາດ, ເຊິ່ງເປັນອັນຕະລາຍຕໍ່ຜູ້ກະທໍາ, ແລະ ການກະທໍາເປັນກາງດ້ານຈັນຍາທັມທີ່ເປັນຂໍ້ຫ້າມສໍາລັບບາງຄົນໃນບາງສະຖານະການ ແລະ ສໍາລັບບາງເຫດຜົນ. ດັ່ງນັ້ນ, ລະບຽບ (ພຣະວິໄນ) ຈຶ່ງເປັນຕົວປະຕິບັດ ແລະ ສ້າງຂຶ້ນສະເພາະ, ໂດຍທີ່ພຣະພຸດທະເຈົ້າໄດ້ຄຳນຶງເປັນຫຼັກເຖິງການຫຼີກລ່ຽງບັນຫາ ແລະ ບໍ່ເຮັດໃຫ້ເກີດຄວາມບາດໝາງ.

ບົນພື້ນຖານກົດລະບຽບຂອງວິໄນ, ພຣະພຸດທະເຈົ້າຈິ່ງໄດ້ຕັ້ງການສູດປາຕິໂມກໃນການປະຊຸມປະຈໍາອາທິດ, ໂດຍທີ່ພຣະສົງຈະຍອມຮັບຢ່າງເປີດເຜີຍຕໍ່ການລ່ວງລະເມີດໃດໆ. ການໄລ່ອອກຈາກຊຸມຊົນເປັນການລົງວິໄນຕໍ່ການລະເມີດທີ່ຮ້າຍແຮງທີ່ສຸດ, ນອກນັ້ນກໍພຽງແຕ່ເປັນການອັບອາຍຕໍ່ການຄຸມປະພຶດ. ຕໍ່ມາ, ການປະຊຸມເຫຼົ່ານີ້ໄດ້ຈັດຂຶ້ນພຽງສອງເທື່ອຕໍ່ເດືອນເທົ່ານັ້ນ.

ຈາກນັ້ນ ພຣະພຸດທະອົງກໍຊົງຕັ້ງການເຂົ້າພັນສາລະດູຝົນເປັນເວລາສາມເດືອນ, ເຊິ່ງເປັນຊ່ວງທີ່ພຣະສົງຈະປະຈຳຢູ່ບ່ອນດຽວ ແລະ ຫຼີກລ່ຽງການເດີນທາງໃດໆ. ຈຸດປະສົງແມ່ນເພື່ອບໍ່ໃຫ້ພຣະສົງທໍາລາຍຜົນລະປູກໃນເວລາທີ່ຕ້ອງຍ່າງຜ່ານທົ່ງນາໃນເວລາທີ່ເສັ້ນທາງຖືກນໍ້າຖ້ວມ. ສິ່ງນີ້ໄດ້ນຳໄປສູ່ການສ້າງຕັ້ງວັດວາອາຮາມຄົງທີ່, ເຊິ່ງເປັນສິ່ງທີ່ແທດເໝາະ. ອີກເທື່ອໜຶ່ງ, ການພັດທະນານີ້ໄດ້ເກີດຂຶ້ນເພື່ອຫຼີກເວັ້ນການກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊຸມຊົນຄະຣາວາດ, ແລະ ໃຫ້ໄດ້ຮັບການເຄົາຣົບນັບຖືຈາກເຂົາເຈົ້າ.

ເລີ່ມແຕ່ລະດູຝົນທີສອງເປັນຕົ້ນໄປ, ພຣະພຸດທະເຈົ້າໄດ້ໃຊ້ເວລາໃນລະດູຮ້ອນ 25 ປີຢູ່ໃນປ່າເຊຕະພົນ (Jetavana Grove) ຢູ່ນອກເມືອງສາວັດຖີ (Shravasti), ນະຄອນຫຼວງຂອງອານາຈັກໂກສະລະ (Koshala). ຢູ່ທີ່ນີ້, ພໍ່ຄ້າອານາຖະບິນດິກະ (Anathapindada) ໄດ້ສ້າງວັດໃຫ້ພຣະພຸດທະເຈົ້າ ແລະ ພຣະສົງຂອງພຣະອົງ, ແລະ ກຣະສັດປະເສນະທິ (Prasenajit) ກໍໄດ້ໃຫ້ການຊ່ວຍເຫຼືອຊຸມຊົນຕື່ມ. ວັດທີ່ປ່າເຊຕະພົນນີ້ເປັນສະຖານທີ່ຂອງເຫດການທີ່ຍິ່ງໃຫຍ່ຫຼາຍອັນໃນຊີວິດຂອງພຣະພຸດທະເຈົ້າ, ເຊິ່ງເຫດການທີ່ມີຊື່ສຽງທີ່ສຸດອາດເປັນການເອົາຊະນະຜູ້ນໍາຂອງຫົກສາສະໜາທີ່ບໍ່ແມ່ນພຸດທີ່ສຳຄັນທີ່ສຸດໃນເວລານັ້ນໃນການແຂ່ງຂັນພະລັງວິເສດ.

ໃນຂະນະທີ່ໃນປັດຈຸບັນບໍ່ມີໃຜໃນໝູ່ເຮົາທີ່ອາດສາທິດຄວາມອັດສະຈັນໄດ້, ການນໍາໃຊ້ພະລັງວິເສດຂອງພຣະພຸດທະເຈົ້າ, ແທນທີ່ຕັກກະສາດ, ເພື່ອເອົາຊະນະຄູ່ຕໍ່ສູ້ຂອງພຣະອົງຊີ້ໃຫ້ເຫັນວ່າໃນເວລາທີ່ຈິດໃຈຂອງຄົນອື່ນປິດຕໍ່ເຫດຜົນ, ວິທີທີ່ດີທີ່ສຸດທີ່ຈະຊັກຊວນໃຫ້ເຫັນຄວາມຖືກຕ້ອງຂອງຄວາມເຂົ້າໃຈຂອງເຮົາແມ່ນການສະແດງໃຫ້ເຫັນເຖິງລະດັບຄວາມບັນລຸຂອງເຮົາໂດຍຜ່ານການກະທໍາ ແລະ ການປະພຶດ. ເຮົາຍັງມີສຳນວນແບບນີ້ໃນພາສາອັງກິດ: "ການກະທໍາຈະດັງກວ່າຄໍາເວົ້າ."

ການສ້າງຕັ້ງພຣະສົງແມ່ຢິງ

ຕໍ່ມາໃນອາຊີບການສອນຂອງພຣະອົງ, ພຣະພຸດທະເຈົ້າໄດ້ສ້າງຕັ້ງຊຸມຊົນພຣະສົງແມ່ຍິງໃນເວສາລີ (Vaishali), ຕາມຄໍາຮ້ອງຂໍຂອງປ້າຂອງພຣະອົງ, ພຣະນາງມະຫາປະຊາບໍດີ (Mahaprajapati). ໃນເບື້ອງຕົ້ນ ພຣະອົງລັງເລໃຈທີ່ຈະກໍ່ຕັ້ງຄະນະສົງດັ່ງກ່າວ, ແຕ່ຫຼັງຈາກນັ້ນໄດ້ຕັດສິນໃຈວ່າເປັນໄປໄດ້ຖ້າພຣະອົງວາງຂໍ້ສິກຂາບົດໃຫ້ພຣະສົງແມ່ຍິງຫຼາຍກວ່າພຣະສົງຜູ້ຊາຍ. ການເຮັດແນວນັ້ນ, ພຣະພຸດທະເຈົ້າບໍ່ໄດ້ເວົ້າວ່າແມ່ຍິງບໍ່ມີລະບຽບວິໄນຫຼາຍເທົ່າຜູ້ຊາຍ ແລະ ສະນັ້ນຈິ່ງຕ້ອງມີການບັງຄັບຫຼາຍໂດຍໃຫ້ຖືສິນຫຼາຍກວ່າ. ແຕ່, ພຣະອົງຢ້ານວ່າການສ້າງຕັ້ງຄະນະສົງແມ່ຍິງຈະນໍາເອົາຊື່ສຽງທີ່ບໍ່ດີ ແລະ ຈຸດຈົບກ່ອນເວລາອັນຄວນຕໍ່ຄໍາສອນຂອງພຣະອົງ. ເໜືອສິ່ງອື່ນໃດ, ພຣະພຸດທະເຈົ້າຕ້ອງການຫຼີກເວັ້ນການບໍ່ເຄົາລົບນັບຖືຂອງຊຸມຊົນໃນວົງກວ້າງ, ແລະ ສະນັ້ນ ຊຸມຊົນພຣະສົງແມ່ຍິງຈິ່ງຕ້ອງຢູ່ເໜືອຄວາມສົງໄສຕໍ່ພຶຕິກໍາອະສິລະທັມທັງປວງ.

ແຕ່ໂດຍລວມ, ພຣະພຸດທະເຈົ້າຈະລັງເລທີ່ຈະສ້າງກົດລະບຽບ ແລະ ເຕັມໃຈທີ່ຈະຍົກເລີກຂໍ້ນ້ອຍໆ ທີ່ເຫັນວ່າບໍ່ຈໍາເປັນ, ເຊິ່ງເປັນນະໂຍບາຍສະແດງເຖິງຄວາມເຄື່ອນໄຫວຂອງຄວາມຈິງສອງປະການ: ຄວາມຈິງທີ່ເລິກເຊິ່ງທີ່ສຸດ, ແຕ່ຍັງຄົງເຄົາຣົບຄວາມຈິງໂດຍສົມມຸດຕາມປະເພນີທ້ອງຖິ່ນ. ເຖິງວ່າໃນຄວາມຈິງອັນເລິກເຊິ່ງ, ຈະບໍ່ມີບັນຫາຫຍັງເລີຍກັບການມີຄະນະສົງແມ່ຍິງ, ແຕ່ເພື່ອບໍ່ໃຫ້ຄົນທົ່ວໄປໃນສະໄໝນັ້ນດູຖູກຄຳສອນຂອງພຣະພຸດທະສາສະໜາ, ຕ້ອງໄດ້ມີລະບຽບວິໄນຫຼາຍກວ່າສຳລັບແມ່ຊີ. ໃນຄວາມຈິງທີ່ເລິກເຊິ່ງ, ມັນບໍ່ໄດ້ສຳຄັນວ່າສັງຄົມຈະເວົ້າ ຫຼື ຄິດແນວໃດ, ແຕ່ໃນຄວາມຈິງໂດຍສົມມຸດມັນສຳຄັນສຳລັບຊຸມຊົນຊາວພຸດທີ່ຈະໃຫ້ກຽດ ແລະ ຄວາມເຊື່ອໝັ້ນຕໍ່ສາທາລະນະຊົນ. ດັ່ງນັ້ນ, ໃນຍຸກສະໄໝ ແລະ ສັງຄົມໃໝ່ ທີ່ມັນກໍ່ໃຫ້ເກີດຄວາມບໍ່ເຄົາຣົບຕໍ່ພຣະພຸດທະສາສະໜາຖ້າມີອັກຄະຕິໃດໆ ທີ່ສະແດງຕໍ່ພຣະສົງແມ່ຍີງ ຫຼື ແມ່ຍິງໂດຍທົ່ວໄປ, ຫຼື ຊົນກຸ່ມນ້ອຍໃດໆ ຕາມຮີດຄອງປະເພນີພຣະພຸດທະສາສະໜາ, ຫົວໃຈຂອງພຣະພຸດທະເຈົ້າ ແມ່ນຢາກໃຫ້ປັບປຸງໃຫ້ສອດຄ່ອງກັບບັນທັດຖານຂອງເວລາ.

ທີ່ສຸດແລ້ວ, ຄວາມອົດທົນ ແລະ ຄວາມເຫັນໃຈແມ່ນຈຸດສໍາຄັນໃນຄໍາສອນຂອງພຣະພຸດທະເຈົ້າ. ຕົວຢ່າງ, ພຣະພຸດທະເຈົ້າໄດ້ຊຸກຍູ້ໃຫ້ສານຸສິດໃໝ່, ຜູ້ທີ່ເຄີຍສະໜັບສະໜູນຊຸມຊົນສາສະໜາອື່ນ, ໃຫ້ສືບຕໍ່ສະໜັບສະໜູນຊຸມຊົນນັ້ນ. ພາຍໃນຄະນະສົງພຣະພຸດທະສາສະໜາ, ພຣະອົງໄດ້ສັ່ງໃຫ້ສະມາຊິກດູແລກັນ ແລະ ກັນ, ເຊັ່ນວ່າຖ້າພວກທ່ານເຈັບປ່ວຍ, ເພາະວ່າທັງໝົດເປັນສະມາຊິກຂອງຄອບຄົວພຸດ. ອັນນີ້ເປັນຂໍ້ສິນອັນສຳຄັນສຳລັບຊາວພຸດຄະຣາວາດທັງຫຼາຍເຊັ່ນກັນ.

ວິທີການສອນຂອງພຣະພຸດທະເຈົ້າ

ພຣະພຸດທະເຈົ້າໄດ້ສອນຜູ້ອື່ນທັງໂດຍການສັ່ງສອນທາງວາຈາ ແລະ ໂດຍການດໍາລົງຊີວິດແບບຢ່າງຂອງພຣະອົງ. ສໍາລັບການສັ່ງສອນດ້ວຍວາຈາ, ພຣະອົງປະຕິບັດສອງວິທີ, ຂຶ້ນກັບວ່າພຣະອົງກໍາລັງສອນກຸ່ມ ຫຼື ບຸກຄົນ. ຕໍ່ໜ້າກຸ່ມ, ພຣະພຸດທະເຈົ້າຈະອະທິບາຍຄໍາສອນຂອງພຣະອົງໃນຮູບແບບຂອງການເທສະນາ, ໂດຍມັກຈະເວົ້າຊ້ໍາແຕ່ລະຈຸດດ້ວຍຫຼາຍຄໍາສັບແຕກຕ່າງກັນເພື່ອໃຫ້ຜູ້ຟັງເຂົ້າໃຈ ແລະ ຈື່ດີຂຶ້ນ. ໃນເວລາທີ່ໃຫ້ຄໍາສັ່ງສອນສ່ວນບຸກຄົນ, ເຊິ່ງປົກກະຕິແລ້ວຈະແມ່ນຫຼັງຈາກສັນເຂົ້າໃນຄົວເຮືອນທີ່ໄດ້ນິມົນພຣະອົງ ແລະ ພຣະສົງໄປສັນເຂົ້າທ່ຽງ, ພຣະພຸດທະເຈົ້າໄດ້ໃຊ້ວິທີການຕ່າງ. ພຣະອົງບໍ່ເຄີຍຄັດຄ້ານ ຫຼື ທ້າທາຍທັດສະນະຂອງຜູ້ຟັງ, ແຕ່ຈະຮັບເອົາຈຸດຢືນຂອງເຂົາເຈົ້າ ແລະ ຕັ້ງຄຳຖາມເພື່ອຊ່ວຍໃຫ້ຜູ້ຟັງເຂົ້າໃຈຄວາມຄິດຂອງຕົນດີຂຶ້ນ. ດ້ວຍວິທີນີ້, ພຣະພຸດທະເຈົ້ານຳພາໃຫ້ບຸກຄົນນັ້ນປັບປຸງຈຸດຢືນຂອງຕົນ ແລະ ຄ່ອຍໆ ເຂົ້າໃຈຄວາມເປັນຈິງຢ່າງເລິກເຊິ່ງ. ຕົວຢ່າງອັນໜຶ່ງແມ່ນເມື່ອພຣະພຸດທະເຈົ້າໄດ້ນຳພາໃຫ້ສະມາຊິກຊົນຊັ້ນພາມຜູ້ພາກພູມໃຫ້ເຂົ້າໃຈວ່າຄວາມຍິ່ງໃຫຍ່ບໍ່ແມ່ນມາຈາກຊົນຊັ້ນທີ່ເຮົາເກີດນຳ, ແຕ່ມາຈາກການພັດທະນາຄຸນງາມຄວາມດີຂອງຕົນເອງ.

ຕົວຢ່າງອີກຢ່າງໜຶ່ງແມ່ນຄຳສັ່ງສອນຂອງພຣະພຸດທະເຈົ້າຕໍ່ກັບແມ່ຜູ້ຖືກສູນເສຍທີ່ອູ້ມສົບລູກທີ່ຕາຍແລ້ວມາຫາພຣະອົງ, ກາບຂໍໃຫ້ພຣະພຸດທະເຈົ້າເອົາຊີວິດລູກຕົນຄືນມາ. ພຣະພຸດທະເຈົ້າຊົງບອກນາງໃຫ້ໄປເອົາແກ່ນຜັກກາດຈາກເຮືອນທີ່ຄວາມຕາຍບໍ່ເຄີຍມາຢາມ ແລ້ວພຣະອົງເບິ່ງວ່າຈະເຮັດຫຍັງໄດ້ແດ່. ຍິງຄົນນັ້ນໄດ້ໄປເຮືອນນີ້ເຮືອນນັ້ນ, ແຕ່ທຸກຄົວເຮືອນໄດ້ເຄີຍມີຄົນຕາຍຢູ່ທັງນັ້ນ. ນາງຈິ່ງຄ່ອຍໆ ຮັບຮູ້ວ່າ, ມື້ໜຶ່ງ, ທຸກຄົນຕ້ອງຕາຍ, ແລະ ດ້ວຍວິທີນີ້ ນາງສາມາດຝັງສົບລູກຂອງນາງດ້ວຍຄວາມສະຫງົບຫຼາຍຂຶ້ນ.

ວິທີການສອນຂອງພຣະພຸດທະເຈົ້າສະແດງໃຫ້ເຫັນວ່າ ເພື່ອຊ່ວຍຄົນໃນຂັ້ນບຸກຄົນ, ສິ່ງທີ່ດີທີ່ສຸດບໍ່ແມ່ນການປະເຊີນໜ້າ. ວິທີທີ່ມີປະສິທິຜົນທີ່ສຸດແມ່ນການຊ່ວຍໃຫ້ເຂົາເຈົ້າຄິດດ້ວຍຕົນເອງ. ແຕ່, ໃນການສອນກຸ່ມຄົນ, ມັນຈະດີກວ່າທີ່ຈະອະທິບາຍສິ່ງຕ່າງໆ ຢ່າງກົງໄປກົງມາ ແລະ ຊັດເຈນ.

ແຜນຕໍ່ຕ້ານພຣະພຸດທະເຈົ້າ ແລະ ການແຕກແຍກ

ເຈັດປີກ່ອນທີ່ພຣະພຸດທະເຈົ້າຈະປະຣິນິບພານ, ລູກອ້າຍລູກນ້ອງທີ່ອິດສາພຣະອົງ, ພຣະເທວະທັດ ໄດ້ວາງແຜນທີ່ຈະຂຶ້ນແທນພຣະພຸດທະເຈົ້າໃນຖານະຫົວໜ້າຄະນະສົງ. ເຊັ່ນດຽວກັນ, ເຈົ້າຊາຍອະຊາຕະສັດຕູ (Ajatashatru) ໄດ້ວາງແຜນທີ່ຈະຂຶ້ນແທນບິດາຂອງພຣະອົງ, ກຣະສັດພິມພິສານ, ເປັນຜູ້ປົກຄອງມະຄະທະ, ແລະ ດັ່ງນັ້ນ ທັງສອງຈິ່ງໄດ້ສົມຮູ້ຮ່ວມຄິດກັນ. ເຈົ້າຊາຍອະຊາຕະສັດຕູໄດ້ພະຍາຍາມລອບສັງຫານກຣະສັດພິມພິສານ ແລະ, ສະນັ້ນ, ກຣະສັດຈິ່ງໄດ້ສະຫຼະບັນລັງໃຫ້ລູກຊາຍຂອງພຣະອົງ. ເມື່ອເຫັນຄວາມສຳເລັດຂອງເຈົ້າຊາຍອະຊາຕະສັດຕູ, ພຣະເທວະທັດກໍໄດ້ຂໍໃຫ້ລອບສັງຫານພຣະພຸດທະເຈົ້ານຳ, ແຕ່ຄວາມພະຍາຍາມທັງໝົດທີ່ຈະເອົາຊີວິດພຣະອົງໄດ້ລົ້ມເຫຼວ.

ແລ້ວ ພຣະເທວະທັດຜູ້ອຸກອັ່ງກໍພະຍາຍາມຊັກຊວນພຣະສົງອອກຈາກພຣະພຸດທະເຈົ້າໂດຍການອ້າງວ່າເປັນ "ຜູ້ບໍລິສຸດ" ກວ່າພຣະອົງ, ໂດຍສະເໜີກົດລະບຽບວິໄນທີ່ເຂັ້ມງວດກວ່າ. ອີງຕາມ ເສັ້ນທາງແຫ່ງຄວາມບໍລິສຸດ (The path of Purification, ວິສຸດທິມັກ) ໂດຍພຣະພຸດທະໂຄສະ (Buddhaghosa) ແຫ່ງສາຍເຖຣະວາດໃນສັດຕະວັດທີ 4 ຂອງຍຸກປະຈຸບັນ, ຂໍ້ສະເໜີໃໝ່ຂອງພຣະເທວະທັດປະກອບມີ:

  • ການນຸ່ງຜ້າທີ່ເຮັດຈາກເສດຜ້າຫຍິບໃສ່ກັນ
  • ການນຸ່ງຜ້າພຽງສາມຜືນ
  • ໄປບິນທະບາດຢ່າງດຽວ ແລະ ບໍ່ຮັບນິມົນໄປສັນເພນຢູ່ເຮືອນຄົນ
  • ບໍ່ຂ້າມເຮືອນຈັກຫຼັງເວລາໄປບິນທະບາດ 
  • ການສັນອາຫານທີ່ໄດ້ຮັບມາຈາກການບິນທະບາດພາຍໃນຄາບດຽວ
  • ການສັນຈາກບາດຕົນເອງເທົ່ານັ້ນ
  • ການປະຕິເສດອາຫານອື່ນທັງໝົດ 
  • ການອາໄສຢູ່ແຕ່ໃນປ່າເທົ່ານັ້ນ 
  • ການອາໄສຢູ່ກ້ອງຕົ້ນໄມ້ 
  • ການອາໄສຢູ່ພາຍນອກ, ບໍ່ຢູ່ໃນເຮືອນ 
  • ສ່ວນໃຫຍ່ພັກຢູ່ປ່າຊ້າ
  • ການພໍໃຈກັບບ່ອນໃດກໍຕາມທີ່ຕົນຫາພັກໄດ້, ໃນຂະນະທີ່ສືບຕໍ່ທຸດົງໄປບ່ອນຕ່າງໆ 
  • ການນອນໃນທ່ານັ່ງ, ບໍ່ຫຼັບໃນທ່ານອນ. 

ພຣະພຸດທະເຈົ້າໄດ້ຊົງກ່າວວ່າຖ້າພຣະສົງຢາກປະຕິບັດຕາມຂໍ້ວິໄນເພີ່ມເຕີມນີ້, ກໍໄດ້ແທ້, ແຕ່ມັນເປັນໄປບໍ່ໄດ້ທີ່ຈະບັງຄັບໃຫ້ທຸກຄົນເຮັດເຊັ່ນນັ້ນ. ພຣະສົງຈຳນວນໜຶ່ງໄດ້ເລືອກປະຕິບັດຕາມພຣະເທວະທັດ ແລະ ສະນັ້ນຈາກຊຸມຊົນຂອງພຣະພຸດທະເຈົ້າໄປເພື່ອສ້າງນິກາຍຂອງຕົນເອງ.

ໃນສາຍເຖຣະວາດ, ຂໍ້ວິໄນເພີ່ມເຕີມຂອງທີ່ພຣະເທວະທັດໄດ້ກໍານົດໄວ້ເອີ້ນວ່າ "13 ຂະແໜງການປະຕິບັດ". ສາຍວັດປ່າ, ດັ່ງທີ່ຍັງພົບເຫັນຢູ່ໃນປະເທດໄທຍຸກປະຈຸບັນ, ເບິ່ງຄືວ່າໄດ້ມາຈາກການປະຕິບັດນີ້. ສາວົກຂອງພຣະພຸດທະເຈົ້າ, ພຣະມະຫາກັດສະປະ (Mahakashyapa) ເປັນຜູ້ປະຕິບັດທີ່ມີຊື່ສຽງທີ່ສຸດທີ່ປະຕິບັດຕາມວິໄນທີ່ເຂັ້ມງວດນີ້, ສ່ວນຫຼາຍແມ່ນສັງເກດເຫັນໄດ້ໃນສະໄໝນີ້ໂດຍຜູ້ສັກສິດທີ່ເດີນທຸດົງ, ພຣະສາທຸ, ໃນສາສາໜາຮິນດູ. ການປະຕິບັດຂອງພວກເພິ່ນເບິ່ງຄືວ່າເປັນການສືບຕໍ່ຂອງສາຍນັກເດີນທຸດົງຜູ້ຄົ້ນຫາທາງສາສະໜາໃນສະໄໝຂອງພຣະພຸດທະເຈົ້າ.

ສາຍມະຫາຍານມີລາຍການທີ່ຄ້າຍຄືກັນຂອງ 12 ລັກສະນະການປະຕິບັດທີ່ຖືກັນມາ. ລາຍການນີ້ຍົກເວັ້ນຂໍ້ "ບໍ່ຂ້າມເຮືອນຈັກຫຼັງເວລາໄປບິນທະບາດ," ແລະ ເພີ່ມ "ການນຸ່ງຜ້າທີ່ຖືກຖິ້ມໄວ້ໃນຖັງຂີ້ເຫຍື້ອ" ໃສ່ແທນ, ໃນຂະນະທີ່ "ການໄປບິນທະບາດ" ແລະ "ການສັນແຕ່ຈາກບາດຂອງຕົນຢ່າງດຽວ" ແມ່ນນັບເປັນຂໍ້ໜຶ່ງ. ວິໄນນີ້ຫຼາຍຂໍ້ຕໍ່ມາໄດ້ຖືປະຕິບັດຕາມປະເພນີອິນເດຍຂອງນັກປະຕິບັດຕັນຕຣະຜູ້ຍິ່ງໃຫຍ່, ມະຫາສິດທະ, ທີ່ພົບໄດ້ທັງໃນພຣະພຸດທະສາສະໜາສາຍມະຫາຍານ ແລະ ສາສະໜາຮິນດູ.

ການແຍກອອກຈາກສາຍພຣະພຸດທະສາສາໜາເພື່ອກໍ່ຕັ້ງສາຍອື່ນ, ຫຼື ໃນສະໄໝນີ້, ບາງເທື່ອ, ເອີ້ນວ່າການສ້າງສູນປະຕິບັດທັມຕ່າງຫາກ, ນັ້ນບໍ່ແມ່ນບັນຫາ. ການເຮັດແນວນັ້ນບໍ່ໄດ້ຖືວ່າເປັນການສ້າງ “ຄວາມແຕກແຍກໃນຊຸມຊົນພຣະສົງ,” ເຊິ່ງເປັນໜຶ່ງໃນຫ້າອາຊະຍາກຳທີ່ຮ້າຍກາດ. ພຣະເທວະທັດໄດ້ສ້າງຄວາມແຕກແຍກແທ້, ເພາະກຸ່ມທີ່ແຍກຕົວອອກໄປ ແລະ ຕິດຕາມເພີ່ນໄດ້ສ້າງຄວາມປອງຮ້າຍຕໍ່ຄະນະສົງຂອງພຣະພຸດທະເຈົ້າ, ແລະ ວິພາກວິຈານພວກພຣະອົງຢ່າງຮຸນແຮງ. ອີງຕາມບາງບັນທຶກ, ເຈດຕະນາທີ່ບໍ່ດີຂອງການສ້າງຄວາມແຕກແຍກນີ້ໄດ້ແກ່ຍາວເປັນເວລາຫຼາຍສັດຕະວັດ.

ບັນທຶກຂອງການສ້າງຄວາມແຕກແຍກນີ້ສະແດງໃຫ້ເຫັນວ່າພຣະພຸດທະເຈົ້າມີຄວາມອົດທົນທີ່ສຸດ, ແລະ ບໍ່ເປັນຜູ້ຍຶດຕິດກັບພື້ນຖານໃດໆ. ຖ້າສານຸສິດຂອງພຣະອົງຢາກຮັບເອົາວິໄນເຄັ່ງກວ່າທີ່ພຣະອົງໄດ້ກຳນົດໄວ້ສຳລັບພວກເພີ່ນ, ນັ້ນກໍດີ; ແລະ ຖ້າບໍ່ຢາກເຮັດນັ້ນ, ນັ້ນກໍດີອີກ. ບໍ່ມີໃຜຖືກພັນທະທີ່ຈະຕ້ອງປະຕິບັດສິ່ງທີ່ພຣະພຸດທະເຈົ້າສອນ. ຖ້າພຣະສົງຊາຍ ຫຼື ຍິງຢາກອອກສິກ, ນັ້ນກໍດີເຊັ່ນກັນ. ແຕ່, ສິ່ງທີ່ມ້າງເພຢ່າງໜັກໜ່ວງແມ່ນການແບ່ງແຍກຊຸມຊົນພຸດທະສາສະໜາ, ໂດຍສະເພາະຊຸມຊົນພຣະສົງ, ອອກເປັນສອງ ຫຼື ຫຼາຍກຸ່ມທີ່ກໍ່ຄວາມປອງຮ້າຍ ແລະ ພະຍາຍາມສ້າງຄວາມເສື່ອມເສຍ ແລະ ເສຍຫາຍໃຫ້ແກ່ກັນ. ແມ່ນແຕ່ການເຂົ້າຮ່ວມໜຶ່ງໃນກຸ່ມແຍກໃນເວລາຕໍ່ມາ ແລະ ການເຂົ້າຮ່ວມໃນຂະບວນການກຽດຊັງຂອງມັນແມ່ນເປັນອັນຕະລາຍຫຼາຍ. ແຕ່, ຖ້າກຸ່ມໃດໜຶ່ງມີການກະທຳທີ່ມ້າງເພ ຫຼື ເປັນອັນຕະລາຍ, ຫຼື ປະຕິບັດຕາມວິໄນທີ່ເປັນອັນຕະລາຍ, ແລ້ວຄວາມເຫັນໃຈຈະຮຽກຮ້ອງໃຫ້ເຕືອນຄົນອື່ນຈາກອັນຕະລາຍຂອງການເຂົ້າຮ່ວມກຸ່ມນັ້ນ, ແຕ່ແຮງຈູງໃຈກໍບໍ່ຄວນປະປົນກັບຄວາມໂກດ, ຄວາມກຽດຊັງ, ຫຼື ຄວາມປາຖະໜາຢາກແກ້ແຄ້ນ.

ການປະຣິນິບພານຂອງພຣະພຸດທະເຈົ້າ

ເຖິງວ່າ, ດ້ວຍການບັນລຸການປົດປ່ອຍ, ພຣະພຸດທະເຈົ້າຢູ່ເໜືອການທີ່ຈະຕ້ອງພົບກັບຄວາມຕາຍແບບທົ່ວໄປທີ່ຄວບຄຸມບໍ່ໄດ້, ຢ່າງໃດກໍຕາມ, ໃນອາຍຸ 81 ປີ, ພຣະພຸດທະເຈົ້າໄດ້ຕັດສິນໃຈວ່າມັນຈະເປັນປະໂຫຍດທີ່ຈະສອນຜູ້ຕິດຕາມຂອງພຣະອົງກ່ຽວກັບຄວາມບໍ່ທ່ຽງ ແລະ ອອກຈາກຮ່າງກາຍຂອງພຣະອົງ. ກ່ອນຈະເຮັດແນວນັ້ນ, ພຣະອົງໄດ້ໃຫ້ໂອກາດກັບພຣະອານົນ (Ananda) ພຣະອຸບປະຖຳຂອງພຣະອົງເພື່ອຂໍໃຫ້ພຣະອົງມີຊີວິດຢູ່ ແລະ ສອນຕໍ່ໄປ, ແຕ່ພຣະອານົນບໍ່ເຂົ້າໃຈຄຳໃບ້ທີ່ພຣະພຸດທະເຈົ້າໄດ້ໃຫ້. ອັນນີ້ສະແດງໃຫ້ເຫັນວ່າພຣະພຸດທະເຈົ້າຈະສອນພຽງແຕ່ເມື່ອຖືກຮ້ອງຂໍ, ແລະ ຖ້າບໍ່ມີໃຜຖາມ ຫຼື ສົນໃຈ, ພຣະອົງກໍຈະຈາກໄປບ່ອນອື່ນ, ບ່ອນທີ່ພຣະອົງຈະເປັນປະໂຫຍດກວ່າ. ການປາກົດຕົວຂອງອາຈານ ແລະ ການສອນນັ້ນແມ່ນຂຶ້ນກັບຜູ້ຮຽນ.

ແລ້ວ, ໃນເມືອງກຸສິນະຄອນ (Kushinagara) ທີ່ບ້ານຂອງຜູ້ອຸປະຖໍາຊື່ວ່ານາຍຈຸນທະ (Chunda), ພຣະພຸດທະເຈົ້າໄດ້ເຈັບປ່ວຍເຖິງຕາຍຫຼັງຈາກໄດ້ສັນອາຫານທີ່ຖວາຍແກ່ພຣະອົງ ແລະ ພຣະສົງ. ກ່ອນປະຣິນິບພານ, ພຣະພຸດທະເຈົ້າໄດ້ບອກພຣະສົງວ່າຖ້າມີຄວາມສົງໄສ ຫຼື ຄໍາຖາມທີ່ຍັງບໍ່ໄດ້ຄໍາຕອບ, ພວກເພີ່ນຄວນອີງໃສ່ພຣະທັມຄໍາສອນ ແລະ ວິໄນທາງຈັນຍາທັມ, ເຊິ່ງຈະເປັນອາຈານໃຫ້ແກ່ພວກເພີ່ນ. ພຣະພຸດທະເຈົ້າຢາກຊີ້ບອກວ່າແຕ່ລະຄົນຕ້ອງຄິດໃຫ້ຕົນເອງຈາກຄໍາສອນ, ເພາະຈະບໍ່ມີອໍານາດສິດຂາດຢ່າງແທ້ຈິງທີ່ຈະໃຫ້ຄໍາຕອບໄດ້ທັງໝົດ. ແລ້ວ, ພຣະພຸດທະເຈົ້າກໍໄດ້ປະຣິນິບພານ.

ນາຍຈຸນທະເສຍໃຈເປັນທີ່ສຸດ, ຄິດວ່າຕົນເອງໄດ້ວາງຢາພິດພຣະພຸດທະເຈົ້າ, ແຕ່ພຣະອານົນໄດ້ປອບໂຍນເພິ່ນ, ໂດຍກ່າວວ່າໃນຄວາມເປັນຈິງແລ້ວ ເພິ່ນໄດ້ສ້າງພະລັງທາງບວກ ຫຼື "ບຸນ" ຈາກການຖວາຍອາຫານຄາບສຸດທ້າຍແກ່ພຣະພຸດທະເຈົ້າກ່ອນທີ່ພຣະອົງໄດ້ປະຣິນິພບານ.

ແລ້ວ ພຣະສົບຂອງພຣະພຸດທະເຈົ້າກໍໄດ້ຖືກເຜົາ, ແລະ ຂີ້ເຖົ່າຂອງພຣະອົງກໍໄດ້ຖືກບັນຈຸໄວ້ໃນພຣະທາດ - ອະນຸສອນສະຖານທາງສາສະໜາ - ໂດຍສະເພາະໃນສະຖານທີ່ທີ່ຈະກາຍເປັນສະຖານທີ່ສະແຫວງບຸນທາງພຣະພຸດທະສາສະໜາທີ່ສໍາຄັນສີ່ແຫ່ງ:

  • ລຸມພິນີ – ບ່ອນທີ່ພຣະພຸດທະເຈົ້າປະສູດ
  • ພຸດທະຄະຍາ – ບ່ອນທີ່ພຣະພຸດທະເຈົ້າຕັດສະຮູ້
  • ສານາດ – ບ່ອນທີ່ພຣະອົງສອນພຣະທັມຄັ້ງແຣກ
  • ກຸສິນະຄອນ – ບ່ອນທີ່ພຣະອົງປະຣິນິບພານ.

ສະຫຼຸບ

ສາຍພຣະພຸດທະສາສະໜາຕ່າງໆ ສອນເລື່ອງຊີວິດຂອງພຣະພຸດທະເຈົ້າແຕກຕ່າງກັນໄປ. ຄວາມແຕກຕ່າງເຫຼົ່ານີ້ຊີ້ບອກວ່າແຕ່ລະສາຍນັ້ນຖືພຣະພຸດທະເຈົ້າເປັນແນວໃດ ແລະ ສິ່ງທີ່ເຮົາສາມາດຮຽນຮູ້ຈາກຕົວຢ່າງຂອງພຣະອົງ.

  • ສາຍຫີນະຍານ - ສາຍນີ້ເວົ້າເຖິງແຕ່ພຣະພຸດທະເຈົ້າໃນປະຫວັດສາດເທົ່ານັ້ນ. ໂດຍການສະແດງວິທີການທີ່ພຣະພຸດທະເຈົ້າໄດ້ປະຕິບັດຢ່າງເຄັ່ງຄັດເພື່ອບັນລຸການຕັດສະຮູ້, ເຮົາກໍເຂົ້າໃຈໄດ້ວ່າແມ່ນແຕ່ຄົນທໍາມະດາຄືເຮົາກໍ່ສາມາດເຮັດໄດ້ເຊັ່ນກັນ, ແລະ ເຮົາຮຽນທີ່ຈະໃຊ້ພະຍາຍາມຂອງຕົນເອງ.
  • ສາຍມະຫາຍານທົ່ວໄປ - ພຣະພຸດທະເຈົ້າໄດ້ບັນລຸການຕັດສະຮູ້ໄດ້ຫຼາຍຍຸກແລ້ວກ່ອນໜ້ານີ້. ດ້ວຍການສະແດງຕົນອອກປະກອບດ້ວຍ 12 ການກະທຳແຫ່ງການຕັດສະຮູ້, ພຣະອົງຊົງສອນເຮົາວ່າການຕັດສະຮູ້ນັ້ນໝາຍເຖິງການກະທຳຕະຫຼອດໄປເພື່ອປະໂຫຍດຂອງທຸກຕົນ.
  • ບັນທຶກຂອງອະນຸດຕະຣະໂຍຄະຕັນຕຣະ - ພຣະພຸດທະເຈົ້າໄດ້ສະແດງຕົນທັງເປັນພຣະສາກະຍະມຸນີທີ່ສອນ ພຣະສູດໃນຈິດສຳນຶກມີການຈຳແນກທີ່ກວ້າງໄກ (ປັນຍາປາຣະມິຕາສູດ),  ແລະ ເປັນພຣະວັດຊະຣະທານທີ່ສອນຕັນຕຣະ. ອັນນີ້ຊີ້ໃຫ້ເຫັນວ່າການປະຕິບັດຕັນຕຣະນັ້ນອີງໃສ່ຄໍາສອນມັດຍະມະກະ (Madhyamaka) ກ່ຽວກັບສູນຍະຕາ (ຄວາມເປົ່າຫວ່າງ) ຢ່າງເຕັມທີ່.

ສະນັ້ນ, ເຮົາສາມາດຮຽນຮູ້ສິ່ງທີ່ເປັນປະໂຫຍດຫຼາຍຢ່າງຈາກແຕ່ລະສະບັບຂອງຊີວິດພຣະພຸດທະເຈົ້າ ແລະ ຮັບເອົາການດົນບັນດານໃຈໃນລະດັບຕ່າງໆ.

Top