ການສະຫງົບຈິດໃຈ

ໂດຍການສຸມໃສ່ລົມຫັນໃຈ, ແລະ ໂດຍການນັບຮອບຂອງມັນ, ເຮົາຈະເຮັດໃຫ້ຕົນເອງສະຫງົບລົງເພື່ອທີ່ເຮົາຈະສາມາດສ້າງພາວະທາງບວກຂອງຈິດໃຈໄດ້.
Meditation calming down cesar couto unsplash

ຄຳອະທິບາຍ

ການທຳສະມາທິເປັນວິທີການສຳລັບການສ້າງນິໄສທາງບວກຈາກການເຮັດຊ້ຳໆ, ດັ່ງການສ້າງເສັ້ນທາງປະສາດໃໝ່ ແລະ ການເຮັດໃຫ້ອັນເກົ່າອ່ອນລົງ. ເພື່ອເຮັດແນວນີ້, ຈິ່ງຕ້ອງສະຫງົບຈິດໃຈທີ່ແລ່ນໃຕ້ແລ່ນເໜືອຂອງເຮົາກ່ອນ ເພື່ອທີ່ຈະເປີດພື້ນທີ່ໃຫ້ກັບການສ້າງຄວາມເຂົ້າໃຈ ແລະ ທັດສະນະຄະຕິອັນໃໝ່ທີ່ເປັນປະໂຫຍດກວ່າ. ຄວາມສາມາດສະຫງົບຈິດໃຈເປັນນິໄສທີ່ເປັນປະໂຫຍດໃນຕົວມັນເອງ, ແຕ່ມັນແມ່ນພາວະເປັນກາງທີ່ສາມາດເປັນພື້ນຖານໃຫ້ກັບການສ້າງທັດສະນະຄະຕິດ້ານສ້າງສັນ ຫຼື ທໍາລາຍກໍໄດ້. ເຮົາຢາກໃຊ້ພາວະສະຫງົບອັນນີ້ເປັນພື້ນທີ່ເປີດເພື່ອສ້າງພາວະຈິດໃຈດ້ານສ້າງສັນ, ແລະ ຍ້ອນແນວນັ້ນ ມັນຈິ່ງເປັນບາດກ້າວກະກຽມທີ່ຂາດບໍ່ໄດ້. 

ການສະຫງົບຈິດໃຈຈະຊ່ວຍເຮົາໃຫ້ຮັບມືກັບຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນໃນຊີວິດໄດ້ດີຂຶ້ນ. ສ່ວນຫຼາຍ, ສິ່ງທີ່ປ້ອງກັນເຮົາຈາກການຮັບມືກັບສິ່ງເຫຼົ່ານັ້ນໄດ້ດີແມ່ນການທີ່ຈິດໃຈຂອງເຮົາບໍ່ແຈ່ມແຈ້ງ; ມັນເຕັມໄປດ້ວຍການລ່ອງລອຍໃຈຍ້ອນຄວາມເມື່ອຍ ແລະ ກົດດັນ. ຕົວຢ່າງ, ເຮົາເຮັດວຽກດົນ ແລະ ຍາກໝົດມື້; ຍັງອີກຕັ້ງຊົ່ວໂມງກ່ອນທີ່ເຮົາຈະສາມາດເລີກໄດ້, ແລະ ຍັງມີວຽກທີ່ຕ້ອງເຮັດອີກ. ການສຸມໃສ່ລົມຫັນໃຈຈະຊ່ວຍໃຫ້ເຮົາສະຫງົບລົງ ເພື່ອທີ່ວ່າເຮົາຈະສາມາດຮັບມືກັບສະຖານະການທ້າທາຍນີ້ໄດ້ດ້ວຍພາວະຈິດໃຈທີ່ແຈ່ມແຈ້ງ. 

ການທຳສະມາທິ

  • ນັ່ງຊື່, ມືວາງໄວ້ທີ່ຕັກ, ດວງຕາມືນເຄິ່ງໜຶ່ງ, ແນມລົງລຸ່ມສູ່ພື້ນ ແລະ ບໍ່ກັດແຂ້ວ. 
  • ຜ່ອນຄາຍຄວາມເຄັ່ງຕຶງໃນຮ່າງກາຍ, ໂດຍສະເພາະທີ່ບ່າໄຫຼ່, ປາກ ແລະ ໜ້າຜາກ. ເຮົາບໍ່ສາມາດສະຫງົບຈິດໃຈໄດ້ຖ້າຄວາມເຄັ່ງຕຶງໃນຮ່າງກາຍບໍ່ຖືກຜ່ອນຄາຍ. 
  • ຫັນໃຈປົກກະຕິຜ່ານດັງ. 
  • ໃນໃຈ, ນັບຮອບລົມຫັນໃຈ 11 ຄັ້ງຊ້ຳໄປຊ້ຳມາ, ສຸມໃສ່ຄວາມຮູ້ສຶກຂອງລົມຫັນໃຈທີ່ເຂົ້າ ແລະ ອອກຮູດັງ. 
  • ຮັກສາສະຕິຕໍ່ຄວາມຮູ້ສຶກຂອງລົມຫັນໃຈ ແລະ ການນັບ (ຍຶດຢູ່ກັບກາວຈິດໃຈ). 
  • ຮັກສາຄວາມຕື່ນຕົວເພື່ອກວດຈັບເວລາທີ່ເສຍຄວາມໃສ່ໃຈຍ້ອນຄວາມບໍ່ຕື່ນຕົວ ຫຼື ຈິດໃຈທີ່ລ່ອງລອຍ.
  • ເມື່ອກວດຈັບໄດ້ວ່າເສຍຄວາມໃສ່ໃຈ, ດຶງຄວາມໃສ່ໃຈຂອງຕົນມາທີ່ລົມຫັນໃຈ ແລະ ການນັບຄືນອີກ.
  • ຖ້າກວດຈັບຈິດໃຈທີ່ລ່ອງລອຍໄດ້, ຄ່ອຍໆ ປ່ອຍຄວາມຄິດນັ້ນໄປ, ຈິນຕະນາການວ່າມັນຜ່ານຈິດໃຈໄປທາງລົມຫັນໃຈອອກ, ແລ້ວດຶງຄວາມໃສ່ໃຈມາສູ່ການຫັນໃຈ ແລະ ການນັບໃໝ່.
  • ຖ້າບ່າໄຫຼ່ ຫຼື ໜ້າເຄັ່ງຕຶງຂຶ້ນຄືນ, ໃຫ້ຜ່ອນຄາຍໃໝ່ອີກ. 
  • ໃນຕອນທ້າຍ, ເພື່ອເປັນການປ່ຽນອອກຈາກການທຳສະມາທິ, ອີກເທື່ອໜຶ່ງ ພຽງແຕ່ສະຫງົບລົງດ້ວຍຈິດໃຈທີ່ມິດງຽບ. 

ສະຫຼຸບ

ເມື່ອເຮົາເມື່ອຍ ແລະ ກົດດັນ ແລະ ຕ້ອງການຈິດໃຈທີ່ແຈ່ມແຈ້ງກວ່າ ແລະ ອາລົມທີ່ສົມດຸນເພື່ອຮັບມືກັບສະຖານະການທ້າທາຍ, ເຮົາຕ້ອງສະຫງົບຈິດໃຈ ແລະ ເອົາຄວາມສະຫງົບທາງອາລົມຂອງເຮົາກັບຄືນມາ. ຄືດັ່ງເຄື່ອງຄອມພິວເຕີ, ເຮົາຕ້ອງຣີບູທ໌ຈິດໃຈຂອງເຮົາ. ເພື່ອເຮັດໄດ້ແນວນີ້, ເຮົາຕ້ອງຜ່ອນຄາຍຮ່າງກາຍຂອງເຮົາ ແລະ ສຸມໃສ່ລົມຫັນໃຈ, ໃນຂະນະທີ່ນັບຮອບວຽນລົມຫັນໃຈ. ໂດຍການປະຕິບັດວິທີການນີ້ຢູ່ເຮືອນໃນການທຳສະມາທິ, ມັນຈະສ້າງເສັ້ນທາງປະສາດ ແລະ ນິໄສ, ເພື່ອທີ່ເຮົາຈະຈື່ທີ່ຈະໝູນໃຊ້ວິທີນີ້ເມື່ອເຮົາຕ້ອງການມັນໃນຊີວິດປະຈຳວັນ, ແລະ ມັນຈະງ່າຍຂຶ້ນທີ່ຈະໃຊ້ ແລະ ສືບຕໍ່. 

Top