ຄຳອະທິບາຍ
ການທຳສະມາທິໃນພຣະພຸດທະສາສະໜາແມ່ນແນໃສ່ການແກ້ໄຂບັນຫາ. ອັນນີ້ແມ່ນເຫດຜົນທີ່ພຣະພຸທະເຈົ້າໄດ້ສອນອະລິຍະສັດສີ່ປະການ ເພື່ອຊ່ວຍເຮົາຮັບມືກັບບັນຫາໄດ້ດີກວ່າເກົ່າ. ເຮົາທັງໝົດມີບັນຫາທີ່ເຮົາພົບໃນຊີວິດ. ບາງອັນແມ່ນຮຸນແຮງກວ່າອັນອື່ນ. ແຕ່ອັນໜຶ່ງທີ່ເຮົາເກືອບທັງໝົດພົບແມ່ນກ່ຽວກັບຄວາມສຳພັນຂອງເຮົາກັບຜູ້ອື່ນ.
ຄວາມສຳພັນເຫຼົ່ານີ້ ບາງອັນສາມາດເປັນສິ່ງຫຍຸ້ງຍາກ ແລະ ທ້າທາຍແດ່. ແຕ່ພຣະພຸທະເຈົ້າໄດ້ສອນເຮົາວ່າມີສິ່ງທີ່ເຮົາສາມາດເຮັດໄດ້ເພື່ອທີ່ຈະສາມາດຮັບມືມັນໄດ້ດີກວ່າ. ເຮົາຕ້ອງເບິ່ງພາຍໃນຕົນເອງເພື່ອຊອກຫາສາເຫດຂອງບັນຫາເຫຼົ່ານີ້. ອັນນີ້ແມ່ນຍ້ອນວ່າ, ເຖິງວ່າຜູ້ອື່ນຈະປະກອບສ່ວນໃສ່ບັນຫາຂອງເຮົາຫຼາຍປານໃດກໍຕາມ, ສິ່ງດຽວທີ່ເຮົາສາມາດຄວບຄຸມໄດ້ແທ້ໆ ແມ່ນວິທີທີ່ເຮົາຕອບໂຕ້ກັບມັນ. ນັ້ນໝາຍເຖິງວິທີທີ່ເຮົາຕອບໂຕ້ທັງດ້ານທັດສະນະຄະຕິ ແລະ ດ້ານພຶຕິກຳຂອງເຮົາ.
ເນື່ອງຈາກວ່າພຶຕິກຳຂອງເຮົານັ້ນເກີດຈາກທັດສະນະຄະຕິຂອງເຮົາ, ເຮົາຕ້ອງສຸມກຳລັງຂອງເຮົາໃສ່ໃນການພັດທະນາທັດສະນະຄະຕິຂອງເຮົາ. ຖ້າເຮົາປ່ຽນອັນທີ່ສ້າງບັນຫາເປັນອັນທີ່ເປັນກຸສົນຫຼາຍຂຶ້ນ ທີ່ຢູ່ບົນຄວາມເປັນຈິງ ແລະ ຄວາມເຫັນໃຈ, ເຮົາກໍຈະຫຼຸດຜ່ອນ, ຫຼື ລົບລ້າງຄວາມທຸກທີ່ເຮົາປະສົບຈາກຄວາມສຳພັນທີ່ຫຍຸ້ງຍາກໂດຍສິ້ນເຊີງ.
ການທຳສະມາທິ
- ສະຫງົບຈິດໃຈດ້ວຍການສຸມໃສ່ລົມຫັນໃຈ.
- ສຸມໃສ່ຄົນທີ່ເຮົາມີຄວາມສຳພັນທີ່ຫຍຸ້ງຍາກນຳ ເພື່ອເປັນຕົວຢ່າງຂອງອະລິຍະສັດປະການທີໜຶ່ງ, ຄວາມທຸກອັນແທ້ຈິງ.
- ປ່ອຍໃຫ້ຄວາມຮູ້ສຶກລຳຄານເກີດຂຶ້ນ.
- ສຶກສາເບິ່ງວ່າເປັນຫຍັງຈິງຮູ້ສຶກຄືແນວນັ້ນ ເພື່ອເປັນຕົວຢ່າງຂອງອະລິຍະສັດປະການທີສອງ, ສາເຫດອັນແທ້ຈິງຂອງຄວາມທຸກ. ບາງເທື່ອອາດຍ້ອນເພີ່ນຢູ່ນຳຍາກ ແລະ ເຮັດໃຫ້ເຈົ້າຫຍຸ້ງຍາກ, ຫຼື ເຈົ້າບໍ່ມັກບາງຢ່າງກ່ຽວກັບເພີ່ນ, ຫຼື ເພີ່ນບໍ່ເຄີຍມີເວລາໃຫ້ເຈົ້າເມື່ອທີ່ເຈົ້າຢາກຢູ່ກັບເພີ່ນ ຫຼື ເພີ່ນມັກອາລົມບໍ່ດີ.
- ໃນຂະນະທີ່ເຮົາຢັ່ງລົງເລິກໆ, ເຮົາຈະເຫັນວ່າເຮົາເຫັນເພີ່ນພຽງແຕ່ໃນດ້ານນັ້ນ ແລະ ບໍ່ຖືເພີ່ນເປັນຄົນຜູ້ໜຶ່ງທີ່ມີຜູ້ອື່ນຫຼາຍຄົນໃນຊີວິດຂອງເຂົາ ແລະ ສິ່ງອື່ນໆ ທີ່ກະທົບຕໍ່ເຂົານອກເໜືອຈາກເຮົາ, ແລະ ເພີ່ນກໍມີຄວາມຮູ້ສຶກຄືກັນກັບເຮົາ ແລະ ຢາກເປັນທີ່ຮັກ, ຄືກັນກັບເຮົາ.
- ບໍ່ແມ່ນທຸກຄົນຈະຮູ້ສຶກແນວນັ້ນກັບເພີ່ນ, ສະນັ້ນ ມັນເປັນໄປໄດ້ທີ່ຈະຈົບຄວາມຮູ້ສຶກລຳຄານ ແລະ ໝຸດໝັດຈາກການຢູ່ກັບເພີ່ນນັ້ນ ເພື່ອເປັນຕົວຢ່າງຂອງອະລິຍະສັດປະການທີສາມ, ການຢຸດຄວາມທຸກຢ່າງແທ້ຈິງ.
- ເພື່ອປັດເປົ່າຄວາມໝຸດໝັດນັ້ນ, ເຮົາຕ້ອງສຳນຶກໄດ້, ເພື່ອເປັນຕົວຢ່າງຂອງອະລິຍະສັດປະສານທີສີ່, ຈິດໃຈເສັ້ນທາງອັນແທ້ຈິງຕໍ່ຄວາມເຂົ້າໃຈທີ່ຖືກຕ້ອງ, ວ່າຖ້າເພີ່ນເປັນຄົນທີ່ໜ້າລຳຄານແທ້, ສະນັ້ນ ທຸກຄົນກໍຈະເຫັນວ່າເພີ່ນໜ້າລຳຄານ, ຕັ້ງແຕ່ນາທີທີ່ເພີ່ນເກີດ. ແຕ່ນັ້ນເປັນໄປບໍ່ໄດ້.
- ເຮົາຕັດມະໂນພາບຂອງຄົນທີ່ໜ້າລຳຄານນັ້ນອອກໄປ.
- ແລ້ວເຮົາເບິ່ງເຂົາໂດຍປາສະຈາກຄວາມລຳຄານ. ເພີ່ນພຽງແຕ່ເບິ່ງໜ້າລຳຄານສຳລັບເຮົາ, ແຕ່ນັ້ນເປັນດັ່ງພາບລວງຕາ.
- ແລ້ວເຮົາສ້າງທັດສະນະຄະຕິເອົາໃຈໃສ່ຕໍ່ເຂົາ - ເພີ່ນເປັນຄົນ ແລະ ຢາກຖືກຮັກ ແລະ ເປັນສຸກ, ແລະ ບໍ່ຢາກຖືກຊັງ. ຄືດັ່ງຜູ້ຂ້າທີ່ບໍ່ຢາກໃຫ້ຄົນຜູ້ນີ້ປະຕິບັດຕໍ່ຜູ້ຂ້າຄືຜູ້ຂ້າໜ້າລຳຄານ, ຄືຍູງ - ມັນຄືຊິກະທົບກັບຄວາມຮູ້ສຶກຂອງຜູ້ຂ້າ - ສະນັ້ນ, ເພີ່ນກໍ່ບໍ່ຢາກໄດ້ແນວນັ້ນຄືກັນ ແລະ ມັນຈະກະທົບຄວາມຮູ້ສຶກຂອງເພີ່ນ.
- ຖືຄົນຜູ້ນັ້ນດ້ວຍທັດສະນະຄະຕິເອົາໃຈໃສ່.
ສະຫຼຸບ
ເພື່ອຮັບມືກັບຄົນຍາກ, ແນ່ນອນ, ເຮົາຕ້ອງສະຫງົບຈິດໃຈລົງກ່ອນໃນເວລາທີ່ເຮົາພົບເຂົາ, ຫຼື ກ່ອນທີ່ຈະພົບເຂົາຖ້າເຮົາມີໂອກາດ. ແລ້ວ ເມື່ອເຮົາຢູ່ກັບເຂົາ, ເຮົາຕ້ອງຖືເຂົາເປັນດັ່ງມະນຸດຄົນໜຶ່ງທີ່ມີຄວາມຮູ້ສຶກຄືກັນກັບເຮົາ ແລະ ສ້າງທັດສະນະຄະຕິເອົາໃຈໃສ່. ອຸປະສັກອັນໜຶ່ງໃນການສ້າງທັດສະນະຄະຕິອັນນີ້ແມ່ນການທີ່ບໍ່ເບິ່ງເຂົາໃນບໍລິບົດກວ້າງໆ ຂອງຄວາມເປັນຈິງຂອງຊີວິດເຂົາ. ຖ້າເຮົາຕັດມະໂນພາບຜິດໆ ທີ່ເຮົາວາດໄວ້ໃຫ້ກັບເຂົາ ແລະ ເບິ່ງເຂົາແບບເປັນຈິງກວ່າເກົ່າ ແລ້ວ, ດ້ວຍທັດສະນຄະຕິເປີດ ແລະ ເອົາໃຈໃສ່, ເຮົາກໍຈະສາມາດຮັບມືກັບເຂົາໄດ້ຢ່າງມີຜົນສຳເລັດກວ່າ.