ການສ້າງຄວາມເອົາໃຈໃສ່

ໂດຍການຖືຜູ້ອື່ນໃນຖານະມະນຸດ, ທີ່ມີຄວາມຮູ້ສຶກເຊັ່ນດຽວກັບເຮົາ, ເຮົາຈະສ້າງຄວາມເອົາໃຈໃສ່ ແລະ ຫ່ວງໄຍວ່າວິທີການກະທຳ ແລະ ການເວົ້າຂອງເຮົາສົ່ງຜົນຕໍ່ຄວາມຮູ້ສຶກຂອງຜູ້ອື່ນແນວໃດ.
Meditation generating care matheus ferrero

ຄຳອະທິບາຍ

ເມື່ອເຮົາສະຫງົບຈິດໃຈຂອງເຮົາໂດຍການສຸມໃສ່ລົມຫັນໃຈແລ້ວ, ເຊິ່ງເປັນສິ່ງທີ່ຕ້ອງເຮັດກ່ອນການທຳສະມາທິທຸກປະເພດ, ບາດນີ້ເຮົາກໍພ້ອມທີ່ຈະສ້າງພາວະຈິດໃຈທີ່ເປັນບວກ ແລະ ກໍ່ສ້າງ. ສຳລັບການພົວພັນກັບຄົນອື່ນ, ສິ່ງທີ່ສຳຄັນທີ່ສຸດແມ່ນການມີຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງທີ່ຈິງໃຈກັບເພີ່ນ. ອັນນີ້ໝາຍເຖິງການເອົາຈິງເອົາຈັງກັບເພີ່ນໃນຖານະມະນຸດຜູ້ໜຶ່ງ, ຄົນທີ່ມີຄວາມຮູ້ສຶກຄືກັບເຮົາ. ມັນງ່າຍທີ່ຈະລືມຄວາມຈິງຂໍ້ນີ້ໄປ ແລະ ຂາດຄວາມອ່ອນໄຫວເມື່ອເຮົາຫຍຸ້ງ, ກົດດັນ ຫຼື ກັງວົນກັບຕົນເອງທາງໃດທາງໜຶ່ງ. ແຕ່ຍິ່ງເຮົາສຸມໃສ່ຕົນເອງ ແລະ ບັນຫາ ແລະ ຄວາມຮູ້ສຶກຂອງເຮົາເອງແຄບເຂົ້າເທົ່າໃດ, ເຮົາກໍຈະຍິ່ງບໍ່ເປັນສຸກຂຶ້ນເທົ່ານັ້ນ. ເຮົາຂາດຄວາມເຂົ້າໃຈກັບຄວາມເປັນຈິງໃນວົງກວ້າງທີ່ຢູ່ອ້ອມຂ້າງເຮົາ. 

ມະນຸດເຮົາເປັນສັດສັງຄົມ; ເຮົາທັງໝົດເພິ່ງພາເຊິ່ງກັນ ແລະ ກັນເພື່ອສະຫວັດດີການ ແລະ ການເປັນຢູ່ທີ່ດີຂອງເຮົາ. ເຮົາຕ້ອງພົວພັນກັບຜູ້ອື່ນ. ສະນັ້ນ, ເພື່ອພົວພັນກັບຜູ້ອື່ນໃນລັກສະນະທີ່ເປັນຈິງ ແລະ ຜ່ອງໃສ, ເຮົາຕ້ອງຫ່ວງໄຍຕໍ່ສະຫວັດດີການ ແລະ ຄວາມເປັນຢູ່ຂອງເພີ່ນຢ່າງຈິງໃຈ. ໂດຍສະເພາະ, ເຮົາຕ້ອງອ່ອນໄຫວຕໍ່ສະພາບ ແລະ ຄວາມຮູ້ສຶກຂອງເພີ່ນ, ໂດຍສະເພາະໃນທາງທີ່ເຮົາພົວພັນກັບເພີ່ນ. 

ເມື່ອເວລາເຮົາພົບປະກັບຄົນຜູ້ໜຶ່ງ, ສິ່ງທີ່ເຮົາໄດ້ປະສົບກ່ອນໜ້າໃນມື້ນັ້ນ ຈະມີຜົນກະທົບຕໍ່ອາລົມຂອງເຮົາ, ກັບເພີ່ນກໍເຊັ່ນກັນ. ເພີ່ນບໍ່ໄດ້ຫາກໍ່ອອກຈາກບໍ່ມີບ່ອນໃດເມື່ອເຮົາພົບເພີ່ນ. ອາລົມຂອງເພີ່ນຈະມີຜົນກະທົບຕໍ່ການພົວພັນຂອງເຮົາ, ເຊັ່ນດຽວກັບອາລົມຂອງເຮົາ. ຖ້າເຮົາບໍ່ອ່ອນໄຫວຕໍ່ຄວາມເປັນຈິງຂອງສິ່ງນີ້, ທັງຕໍ່ຕົວເຮົາເອງ ແລະ ຕໍ່ເພີ່ນ, ການພົວພັນຂອງເຮົາອາດອອກມາຕ່າງຈາກສິ່ງທີ່ເຮົາປາຖະໜາ. ນອກນັ້ນ, ວິທີທີ່ເຮົາເວົ້ານຳເພີ່ນ ແລະ ວິທີທີ່ເຮົາປະຕິບັດນຳເພີ່ນກໍມີຜົນກະທົບຕໍ່ຄວາມຮູ້ສຶກຂອງເພີ່ນນຳ, ເຊັ່ນດຽວກັບວິທີທີ່ເພີ່ນເວົ້ານຳເຮົາ ແລະ ປະຕິບັດນຳເຮົາກໍຈະກະທົບເຮົານຳ. 

ເມື່ອເຮົາເຕືອນຕົນເອງກ່ຽວກັບຄວາມເປັນຈິງເຫຼົ່ານີ້ ແລະ ມີສະຕິກັບມັນທຸກເມື່ອທີ່ເຮົາຢູ່ກັບຜູ້ອື່ນ - ບໍ່ວ່າຈະເປັນໝູ່, ຄົນແປກໜ້າ, ຫຼື ຄົນທີ່ເຮົາບໍ່ມັກ - ການພົວພັນຂອງເຮົາກໍຈະມີໝາກຜົນ ແລະ ເປັນທີ່ໜ້າພໍໃຈຂຶ້ນ, ທັງສຳລັບເຮົາ ແລະ ເພີ່ນ. 

ການທຳສະມາທິ

  • ສະຫງົບຈິດໃຈໂດຍການສຸມໃສ່ລົມຫັນໃຈ. 
  • ດ້ວຍຈິດໃຈທີ່ສະຫງົບ, ບໍ່ຕັດສິນ, ຄິດຫາຄົນທີ່ເຮົາຮູ້ສຶກໃກ້ຊິດນຳ ແລະ ມັກຢູ່ນຳ. 
  • ຄຳນຶງເຖິງເພີ່ນດ້ວຍຄວາມເຂົ້າໃຈທີ່ວ່າເຈົ້າເປັນມະນຸດ ແລະ ມີຄວາມຮູ້ສຶກ,
  • ຄືກັບຜູ້ຂ້າ. 
  • ອາລົມຂອງເຈົ້າຈະກະທົບຕໍ່ການພົວພັນຂອງເຮົາ, 
  • ຄືກັບອາລົມຂອງຜູ້ຂ້າທີ່ຈະກະທົບຄືກັນ. 
  • ວິທີທີ່ຜູ້ຂ້າປະຕິບັດກັບເຈົ້າ ແລະ ສິ່ງທີ່ຜູ້ຂ້າເວົ້າກໍຍິ່ງຈະກະທົບຄວາມຮູ້ສຶກຂອງເຈົ້າ.
  • ສະນັ້ນ, ຄືກັບທີ່ຜູ້ຂ້າຫວັງໃຫ້ເຈົ້າຫ່ວງໄຍຕໍ່ຜູ້ຂ້າ ແລະ ຕໍ່ຄວາມຮູ້ສຶກຂອງຜູ້ຂ້າໃນການພົວພັນຂອງເຮົາ, ຜູ້ຂ້າກໍຫ່ວງໄຍເຈົ້າ. ຜູ້ຂ້າຫ່ວງໄຍຄວາມຮູ້ສຶກຂອງເຈົ້າ. 
  • ເຮັດຄືນຕາມລຳດັບໃນຂະນະທີ່ສຸມໃສ່ຜູ້ທີ່ເປັນພຽງຄົນຮູ້ຈັກ ຫຼື ຄົນແປກໜ້າ, ຄົນທີ່ເຈົ້າບໍ່ມີຄວາມຮູ້ສຶກພິເສດຫຍັງນຳ, ຄືຄົນເກັບປີ້ຢູ່ໂຮງໜັງ. 
  • ເຮັດຄືນຕາມລຳດັບໃນຂະນະທີ່ສຸມໃສ່ຄົນທີ່ເຈົ້າບໍ່ມັກ ແລະ ຢູ່ນຳຍາກ. 

ສະຫຼຸບ

ການທຳສະມາທິອັນນີ້ມີຫຼາຍການນຳໃຊ້ ແລະ ສາມາດຂະຫຍາຍອອກກວ້າງໆ ໄດ້. ເຮົາຍັງສາມາດສຸມໃສ່ຄົນຕ່າງອາຍຸ, ຕ່າງເພດ, ຕ່າງເຊື້ອຊາດ ແລະ ອື່ນໆ ໃນສາມໝວດຂ້າງເທິງນັ້ນ. ເຮົາຍັງສາມາດສຸມການທຳສະມາທິໃສ່ຕົນເອງ. ເຮົາກໍເປັນມະນຸດຄືກັນ ແລະ ມີຄວາມຮູ້ສຶກ; ແລະ ວິທີທີ່ເຮົາປະຕິບັດກັບຕົນເອງ ແລະ ເວົ້າກັບຕົນເອງໃນໃຈກໍກະທົບຄວາມຮູ້ສຶກຂອງເຮົາຫຼາຍ. ໃນທາງນີ້ ເຮົາຈະສ້າງທັດສະນະຄະຕິເອົາໃຈໃສ່ຕໍ່ຕົນເອງເຊັ່ນກັນ. 

Top