ຄວາມເຫັນໃຈທີ່ເປັນດັ່ງແຫຼ່ງຂອງຄວາມສຸກ

Compassion as a source of happiness

ເປົ້າປະສົງຂອງຊີວິດ ແມ່ນການດີ້ນຮົນຫາຄວາມສຸກ

ເຮົາຢູ່ທີ່ນີ້; ເຮົາມີຕົວຕົນ ແລະ ເຮົາມີສິດທີ່ຈະມີຕົວຕົນຢູ່. ແມ່ນແຕ່ສິ່ງມີຊີວິດທີ່ບໍ່ເໜັງຕີງ ເຊັ່ນ ດອກໄມ້ກໍມີສິດທີ່ຈະມີຕົວຕົນຢູ່. ຖ້າພະລັງທາງລົບຖືກຜັກໃສ່ມັນ, ແລ້ວ, ໃນລະດັບເຄມີ, ດອກໄມ້ກໍຈະຟື້ນຟູຕົວມັນເອງເພື່ອທີ່ຈະຢູ່ລອດ. ແຕ່ [ຍິ່ງກວ່ານັ້ນ], ເຮົາທີ່ເປັນມະນຸດລວມເຖິງແມງໄມ້, ແມ່ນແຕ່ໂຕອະມີບາ, ເຊິ່ງເປັນສິ່ງມີຊີວິດທີ່ໜ້ອຍທີ່ສຸດກໍຖືເປັນສິ່ງທີຊີວິດທີ່ເໜັງຕີງໄດ້. [ແລະໃນຖານະສິ່ງມີຊີວິດທີ່ເໜັງຕີງໄດ້, ເຮົາກໍມີກົນໄກທີ່ຊ່ວຍໃຫ້ເຮົາມີຊີວິດລອດຢູ່ໄດ້ຫຼາຍກວ່າອີກ.]

ສິ່ງທີ່ເຄື່ອນທີ່ໄດ້ດ້ວຍຄວາມຕ້ອງການ ຫຼື ຄວາມປາຖະໜາຂອງຕົນເອງ, ນັ້ນແມ່ນຄວາມໝາຍຂອງ “ສິ່ງມີຊີວິດທີ່ເໜັງຕີງໄດ້”, ຕາມການສົນທະນາທີ່ອາຕະມາໄດ້ລົມກັບນັກວິທະຍາສາດ. “ເໜັງຕີງໄດ້” ບໍ່ໄດ້ໝາຍຄວາມວ່າມີສະຕິ ຫຼື ເປັນມະນຸດໃນລະດັບຂອງສະຕິ. ຄວາມຈິງແລ້ວເປັນການຍາກທີ່ຈະນິຍາມວ່າ “ສະຕິ” ໝາຍເຖິງຫຍັງ. ໂດຍທົ່ວໄປແລ້ວມັນໝາຍເຖິງລັກສະນະໂປ່ງໃສຂອງຈິດໃຈ, ແຕ່, ແມ່ນບໍວ່າຈະບໍ່ມີສະຕິເມື່ອເຮົາງົງ ຫຼື ໝົດສະຕິໄປ? ແມງໄມ້ມີສະຕິບໍ? ບາງເທື່ອອາດຈະດີກວ່າຖ້າຈະເວົ້າກ່ຽວກັບ “ອົງຄວາມຮູ້ຂອງສະຕິ ປັນຍາ” ແທນສະຕິ. 

ແນວໃດກໍຕາມ, ຈຸດຫຼັກທີ່ວ່າສິ່ງທີ່ເຮົາກ່າວເຖິງຢູ່ນີ້ [ອົງຄວາມຮູ້ຂອງສະຕິປັນຍາ] ເປັນຄວາມສາມາດໃນການມີຄວາມຮູ້ສຶກ: ຄວາມເຈັບປວດ, ຄວາມປິຕິ, ຫຼື ອາລົມຊື່ໆ. ອັນທີ່ຈິງ, ຄວາມປີຕິ ຫຼື ຄວາມເຈັບປວດ [ແລະ ຄວາມສຸກ ແລະ ຄວາມທຸກ] ເປັນສິ່ງທີ່ເຮົາຕ້ອງສຳຫຼວດລົງ ເລິກຕື່ມອີກ. ຕົວຢ່າງວ່າ, ສິ່ງມີຊີວິດທີ່ເໜັງຕີງໄດ້ທຸກອັນມີສິດທີ່ຈະມີຊີວິດຢູ່ ແລະ, ສຳລັບການມີຊີວິດຢູ່, ມັນໝາຍເຖິງການມີຄວາມປາຖະໜາທີ່ຈະມີຄວາມສຸກ ຫຼື ຄວາມສະດວກສະບາຍ: ຍ້ອນແນວນັ້ນ ສິ່ງມີຊີວິດທີ່ເໜັງຕີງໄດ້ຈິ່ງດີ້ນຮົນທີ່ຈະມີຊີວິດຢູ່. ສະນັ້ນ, ການມີຊີວິດຢູ່ລອດຂອງເຮົາຈິ່ງຢູ່ບົນພື້ນຖານຄວາມຫວັງ - ຄວາມຫວັງຕໍ່ສິ່ງທີ່ດີ: ຄວາມສຸກ. ຍ້ອນແນວນັ້ນ, ອາຕະມາຈິ່ງສະຫຼຸບຢູ່ສະເໝີວ່າເປົ້າປະສົງຂອງຊີວິດແມ່ນຄວາມສຸກ. ດ້ວຍຄວາມຫວັງ ແລະ ຄວາມຮູ້ສຶກເປັນສຸກ, ຮ່າງກາຍເຮົາຈະຮູ້ສຶກສະບາຍ. ສະນັ້ນ ຄວາມຫວັງ ແລະ ຄວາມສຸກຈິ່ງເປັນປັດໄຈແງ່ບວກສຳລັບສຸຂະພາບຂອງເຮົາ. ສຸຂະພາບຂຶ້ນກັບສະຕິອາລົມທີ່ມີຄວາມສຸກ. 

ອີກດ້ານໜຶ່ງ, ອາລົມຮ້າຍແມ່ນຢູ່ບົນພື້ນຖານຄວາມຮູ້ສຶກບໍ່ປອດໄພ ແລະ ນຳເອົາຄວາມຢ້ານກົວມາໃຫ້ເຮົາ. ເມື່ອເຮົາພົບສິ່ງທີ່ດີ, ເຮົາຮູ້ສຶກປອດໄພ. ເມື່ອມີສິ່ງຂົ່ມຂູ່ເຮົາ, ເຮົາຮູ້ສຶກບໍ່ປອດໄພ ແລະ ເຮົາກໍຢາກຮ້າຍ. ອາລົມຮ້າຍເປັນສ່ວນໜຶ່ງຂອງຈິດໃຈທີ່ປົກປ້ອງຕົວເອງຈາກສິ່ງທີ່ຈະທຳຮ້າຍການມີຊີວິດຢູ່ຂອງເຮົາ. ແຕ່ອາລົມຮ້າຍ [ໃນຕົວຂອງມັນເອງຈະເຮັດໃຫ້ເຮົາຮູ້ສຶກບໍ່ດີ ແລະ ສະນັ້ນ, ໃນທີ່ສຸດແລ້ວ, ມັນ] ກໍຈະເປັນຜົນເສຍຕໍ່ສຸຂະພາບຂອງເຮົາ. 

ການຍຶດຕິດແມ່ນອົງປະກອບໜຶ່ງທີ່ເປັນປະໂຫຍດຕໍ່ການມີຊີວິດຢູ່. ສະນັ້ນ, ແມ່ນແຕ່ພືດ, ທີ່ບໍ່ມີອົງປະກອບຂອງສະຕິໃດໆ, ກໍຍັງມີລັກສະນະເຄມີບາງອັນທີ່ພາໃຫ້ມັນປົກປ້ອງຕົວມັນເອງ ແລະ ຊ່ວຍໃຫ້ມັນເຕີບໃຫຍ່. ຮ່າງກາຍຂອງເຮົາ, ໃນລະດັບຮ່າງກາຍ, ກໍຄືກັນ. ແຕ່, ໃນຖານະມະນຸດ, ຮ່າງກາຍຂອງເຮົາກໍຍັງມີອົງປະກອບດ້ານບວກໃນລະດັບຄວາມຮູ້ສຶກທີ່ພາໃຫ້ເຮົາຍຶດຕິດກັບບາງຄົນ ຫຼື ຍຶດຕິດກັບຄວາມສຸກຂອງຕົນເອງ. [ອີກດ້ານໜຶ່ງ, ອາລົມຮ້າຍ, ດ້ວຍ] ອົງປະກອບທີ່ສ້າງອັນຕະລາຍໃນຕົວມັນເອງ, ຈະຜັກດັນເຮົາຈາກສິ່ງຕ່າງໆ [ລວມເຖິງຄວາມສຸກ]. ໃນລະດັບຮ່າງກາຍ, ຄວາມປິຕິ [ທີ່ມາຈາກຄວາມສຸກ] ເປັນສິ່ງທີ່ດີຕໍ່ຮ່າງກາຍ; ໃນຂະນະທີ່ອາລົມຮ້າຍ [ແລະ ຄວາມທຸກທີ່ຕາມມາ] ເປັນສິ່ງອັນຕະລາຍ. ສະນັ້ນ, [ຈາກ ມຸມມອງຂອງການສະແຫວງຫາການຢູ່ລອດ,] ເປົ້າປະສົງຂອງຊີວິດຈິ່ງແມ່ນການມີຊີວິດທີ່ມີຄວາມສຸກ. 

ນີ້ແມ່ນລະດັບພື້ນຖານມະນຸດທີ່ອາຕະມາກ່າວເຖິງ; ອາຕະມາບໍ່ໄດ້ເວົ້າກ່ຽວກັບລະດັບສາສະໜາ, ອັນທີສອງ. ໃນລະດັບສາສະໜາ, ແນ່ນອນວ່າມີຄຳອະທິບາຍຫຼາຍອັນກ່ຽວກັບເປົ້າປະສົງຂອງຊີວິດ. ລັກສະນະອັນທີສອງແມ່ນອ່າວຊັບຊ້ອນ; ສະນັ້ນ, ເວົ້າເຖິງແຕ່ລະດັບພື້້ນຖານມະນຸດຈະດີກວ່າ. 

ຄວາມສຸກແມ່ນຫຍັງ?

ຖ້າວ່າເປົ້າໝາຍ ແລະ ຈຸດປະສົງຂອງຊີວິດເຮົາແມ່ນຄວາມສຸກ, ແລ້ວຄວາມສຸກແມ່ນຫຍັງ? ບາງຄັ້ງຄວາມທຸກທໍລະມານທາງຮ່າງກາຍກໍສາມາດພາໃຫ້ຮູ້ສຶກເພິງພໍໃຈຢ່າງເລິກເຊິ່ງໄດ້ [ຄືກັບນັກກິລາຫຼັງຈາກທີ່ໄດ້ຝຶກຊ້ອມຢ່າງໜັກ.] ສະນັ້ນ “ຄວາມສຸກ” ສ່ວນໃຫຍ່ຈິ່ງໝາຍເຖິງຄວາມຮູ້ສຶກເພິງພໍໃຈຢ່າງເລິກເຊິ່ງ. ສະນັ້ນ, ຈຸດໝາຍຂອງຊີວິດ ຫຼື ເປົ້າໝາຍຂອງເຮົາ, ຈິ່ງ ແມ່ນຄວາມເພິງພໍໃຈ. 

ຄວາມສຸກ, ຄວາມໂສກເສົ້າ ຫຼື ຄວາມທໍລະມານ - ສຳລັບສິ່ງເຫຼົ່ານີ້, ມີຢູ່ສອງລະດັບ: ລະດັບຄວາມຮູ້ສຶກ ແລະ ລະດັບຈິດໃຈ. ລະດັບຄວາມຮູ້ສຶກແມ່ນພົບໄດ້ເລື້ອຍໃນສັດລ້ຽງລູກດ້ວຍນົມຂະໜາດນ້ອຍ, ແມ່ນແຕ່ແມງໄມ້ - ແມງວັນ. ໃນສະພາບອາກາດໜາວ, ເມື່ອຕາເວັນອອກ, ແມງວັນຈະສະແດງໃຫ້ເຫັນອາການທີ່ມີຄວາມສຸກ: ມັນບິນວົນໄປມາຢ່າງດີ. ໃນຫ້ອງທີ່ເຢັນ, ມັນຈະບິນຊ້າລົງ: ມັນສະແດງເຖິງອາການຂອງຄວາມເສົ້າ. ແຕ່, ຖ້າມີສະໝອງທີ່ຊັບຊ້ອນ, ກໍຈະມີຄວາມຮູ້ສຶກປິຕິແຮງກວ່າອີກ. [ແຕ່, ພ້ອມກັນນັ້ນ,] ສະໝອງທີ່ຊັບຊ້ອນຂອງເຮົາແມ່ນມີຂະໜາດໃຫຍ່ກວ່າ ແລະ, ສະນັ້ນ, ເຮົາກໍຈິ່ງມີສະຕິປັນຍານຳ. 

[ລອງພິຈາລະນາກໍລະນີຂອງ] ຄົນທີ່ບໍ່ຮູ້ສຶກເຖິງການຂົ່ມຂູ່ທາງຮ່າງກາຍ. ເຂົາມີຊີວິດທີ່ມີຄວາມສຸກ, ຄວາມສະດວກສະບາຍ, ເພື່ອນທີ່ດີ, ເງິນເດືອນ, ແລະ ຊື່ສຽງ. ແຕ່, ເຖິງແມ່ນແນວນັ້ນ, ເຮົາກໍສັງເກດເຫັນວ່າເສດຖີບາງຄົນ, ຕົວຢ່າງ - ເຂົາຮູ້ສຶກວ່າເຂົາເປັນສ່ວນໜຶ່ງທີ່ສຳຄັນຂອງສັງຄົມ, ແຕ່ສ່ວນຫຼາຍຄົນເຫຼົ່ານີ້ໂດຍສ່ວນຕົວແລ້ວເປັນຄົນທີ່ບໍ່ມີຄວາມສຸກຫຼາຍ. ບາງໂອກາດອາຕະມາໄດ້ພົບກັບຄົນທີ່ຮັ່ງມີ, ມີອິທິພົນຫຼາຍທີ່ສະແດງເຖິງຄວາມຮູ້ສຶກທຸກ ທີ່ວ່າ, ດ້ານໃນເລິກໆ ແລ້ວ, ເຂົາມີຄວາມຮູ້ສຶກເຫງົາ, ກົດດັນ ແລະ ກັງວົນ. ສະນັ້ນ, ໃນລະດັບຈິດໃຈ, ເຂົາມີຄວາມທຸກ. 

ເຮົາມີສະຕິປັນຍາອັນມະຫັດສະຈັນ, ສະນັ້ນ ປະສົບການຂອງເຮົາໃນລະດັບຈິດໃຈຈະເດັ່ນກວ່າລະດັບຮ່າງກາຍ. ມັນສາມາດຫຼຸດຜ່ອນ ຫຼື ຕັດຄວາມເຈັບປວດທາງຮ່າງກາຍອອກໄດ້. ຕົວຢ່າງນ້ອຍໆ, ດົນມາແລ້ວອາຕະມາເປັນພະຍາດຮຸນແຮງ, ພາໃຫ້ອາຕະມາເຈັບລຳໃສ້. ໃນເວລານັ້ນ, ອາຕະມາຢູ່ບີຮາ, ລັດທີ່ທຸກທີ່ສຸດຂອງອິນເດຍ ແລະ ອາຕະມາໄດ້ກາຍເມືອງໂບດກາຍາ ແລະ ເມືອງນາລັນດາ. ຢູ່ທີ່ນັ້ນ, ອາຕະມາເຫັນເດັກທຸກຍາກຫຼາຍຄົນ. ເຂົາເຈົ້າກຳລັງເກັບຂີ້ງົວຢູ່. ເຂົາບໍ່ມີບ່ອນຮ່ຳຮຽນ ແລະ ອາຕະມາຮູ້ສຶກເສົ້າຫຼາຍ. ຈາກນັ້ນ, ໃກ້ກັບເມືອງພັດນາ, ເມືອງຫຼວງຂອງລັດ, ອາຕະມາເຈັບຫຼາຍຈົນເຫື່ອອອກ. ອາຕະມາສັງເກດເຫັນຊາຍຊະລາຄົນໜຶ່ງທີ່ເຈັບແຮງ, ໃສ່ເຄື່ອງຂາວ, ແຕ່ເປື້ອນຫຼາຍ. ບໍ່ມີໃຜເບິ່ງແຍງລາວ; ໜ້າເສົ້າຫຼາຍແທ້ໆ. ຄືນນັ້ນໃນຫ້ອງຂອງອາຕະມາໃນໂຮງແຮມ, ຄວາມເຈັບປວດທາງຮ່າງກາຍຂອງອາຕະມາໜັກແຮງ, ແຕ່ຈິດໃຈຂອງອາຕະມາພັດຄິດເຖິງເດັກ ແລະ ຊາຍຊະລາຄົນນັ້ນ. ຄວາມເປັນຫ່ວງນັ້ນຫຼຸດຜ່ອນຄວາມເຈັບຂອງອາຕະມາໄດ້ຫຼາຍ. 

ຍົກຕົວຢ່າງຄົນທີ່ຝຶກຊ້ອມສຳລັບການແຂ່ງຂັນໂອລິມປິກ. ເຂົາຝຶກຢ່າງໜັກ, ແລະ ບໍ່ວ່າຈະເຈັບປານໃດ ຫຼື ພົບຄວາມລຳບາກປານໃດ, ໃນລະດັບຈິດໃຈເຂົາກໍມີຄວາມສຸກ. ສະນັ້ນ, ລະດັບຈິດໃຈຈິ່ງສຳຄັນກວ່າປະສົບການທາງກາຍ. ສະນັ້ນ, ສິ່ງທີ່ສຳຄັນໃນຊີວິດແທ້ຈິ່ງແມ່ນຄວາມສຸກ ແລະ ຄວາມເພິງພໍໃຈ. 

ສາເຫດຂອງຄວາມສຸກ

ບາດນີ້, ສາເຫດຂອງຄວາມສຸກແມ່ນຫຍັງ? ອາຕະມາຄິດວ່າຖ້າອົງປະກອບທາງຮ່າງກາຍນີ້ໄປໄດ້ດີກັບຈິດທີ່ສະຫງົບ, ບໍ່ແມ່ນຈິດທີ່ຖືກລົບກວນ, ສະນັ້ນ ຈິດທີ່ສະຫງົບຈິ່ງສຳຄັນຫຼາຍ. ບໍ່ວ່າສະຖານະພາບທາງຮ່າງກາຍຂອງເຮົາຈະເປັນແນວໃດ, ຄວາມສະຫງົບທາງໃຈແມ່ນສິ່ງສຳຄັນທີ່ສຸດ, ສະນັ້ນ, ເຮົາຈະມີຈິດທີ່ສະຫງົບໄດ້ແນວໃດ? 

ບາດນີ້, ຖ້າຈະຕັດບັນຫາທັງໝົດອອກໄປ, ມັນກໍຄືຊິບໍ່ໄດ້ຜົນປານໃດ; ແລະ ຈະເຮັດໃຫ້ຈິດໃຈເບື່ອ ແລະ ລືມບັນຫາຂອງເຮົາໄປ, ມັນກໍບໍ່ໄດ້ຄືກັນ. ເຮົາຕ້ອງເບິ່ງບັນຫາຂອງເຮົາຢ່າງຈະແຈ້ງ ແລ້ວຈັດການກັບມັນ, ແຕ່ໃນເວລາດຽວກັນກໍຮັກສາຈິດທີ່ສະຫງົບເພື່ອທີ່ວ່າເຮົາຈະມີທັດສະນະຄະຕິທີ່ເປັນຈິງ ແລະ ເຮົາຈະສາມາດແກ້ໄຂມັນໄດ້ດີ, ຈັດການມັນໄດ້ດີ. 

ສຳລັບຄົນທີ່ໃຊ້ຢາລະງັບ - ອັນນີ້, ອາຕະມາບໍ່ມີປະສົບການ. ອາຕະມາບໍ່ຮູ້ວ່າ, ໃນເວລາທີ່ຄົນກິນຢາລະງັບ, ສະຕິປັນຍາຂອງເຂົາຈະແຫຼມຄົມ ຫຼື ປູ້ໄປ; ອາຕະມາຄືຊິຕ້ອງໄປຖາມເບິ່ງ. ຕົວຢ່າງ, ໃນປີ 1959, ຕອນທີ່ອາຕະມາຢູ່ມຸຊູຣີ, ແມ່ຂອງອາຕະມາ ຫຼື ບາງເທື່ອອາດແມ່ນຄົນອື່ນຖືກລົບກວນ ແລະ ມີຄວາມກະວົນກະວາຍຫຼາຍ: ການນອນກໍຖືກລົບກວນ. ທ່ານໝໍໄດ້ອະທິບາຍວ່າມີຢາບາງຊະນິດທີ່ເຂົາເຈົ້າສາມາດກິນໄດ້, ແຕ່ມັນຈະເຮັດໃຫ້ຈິດໃຈຊຶມເຊົາໜ້ອຍໜຶ່ງ. ໃນຕອນນັ້ນອາຕະມາຄິດວ່າມັນຄືຊິບໍ່ດີ. ໃນດ້ານໜຶ່ງ, ເຈົ້າຈະໄດ້ສະຫງົບຈິດໃຈ, ແຕ່ອີກດ້ານໜຶ່ງ, ຖ້າຜົນຂອງມັນແມ່ນອາການຊືມເຊົາ, ມັນກໍບໍ່ດີ. ອາຕະມາມັກອີກທາງໜຶ່ງຫຼາຍກວ່າ. ອາຕະມາມັກການມີສະຕິປັນຍາທີ່ໃຊ້ໄດ້ເຕັມທີ່ ແລະ ສົນໃຈ ແລະ ຕື່ນຕົວ, ແຕ່ບໍ່ຖືກລົບກວນ. ຈິດໃຈສະຫງົບທີ່ບໍ່ຖືກລົບກວນແມ່ນດີທີ່ສຸດ. 

ສຳລັບສິ່ງນີ້, ຄວາມຮັກທີ່ມີຄວາມເຫັນໃຈຂອງມະນຸດແມ່ນສິ່ງທີ່ສຳຄັນຫຼາຍ: ຍິ່ງຈິດໃຈເຮົາມີຄວາມເຫັນໃຈ, ສະໝອງຂອງເຮົາກໍຍິ່ງຈະເຮັດວຽກໄດ້ດີ. ຖ້າຈິດໃຈຂອງເຮົາສ້າງຄວາມຢ້ານ ແລະ ຄວາມໂມໂຫ, ແລ້ວເມື່ອເປັນແນວນັ້ນ, ສະໝອງຂອງເຮົາກໍຈະເຮັດວຽກໄດ້ບໍ່ດີ. ມີເທື່ອໜຶ່ງອາຕະມາໄດ້ພົບກັບນັກວິທະຍາສາດຜູ້ໜຶ່ງທີ່ມີອາຍຸກວ່າ 80 ປີ. ເພິ່ນໄດ້ເອົາປຶ້ມເຫຼັ້ມໜຶ່ງຂອງເພິ່ນໃຫ້ອາຕະມາ. ອາຕະມາຄິດວ່າປຶ້ມນັ້ນຊື່ “ເຮົາເປັນນັກໂທດຂອງຄວາມ ໂມໂຫ,” ຫຼື ແນວໃດນິລະ. ໃນເວລາສົນທະນາກ່ຽວກັບປະສົບການຂອງເພິ່ນ, ເພິ່ນເວົ້າວ່າ ເມື່ອເຮົາເກີດມີຄວາມຢາກຮ້າຍຕໍ່ສິ່ງໃດໜຶ່ງ, ສິ່ງນັ້ນຈະເບິ່ງອອກເປັນທາງລົບໃນສາຍຕາເຮົາ. ແຕ່ 90 ສ່ວນຮ້ອຍຂອງແງ່ລົບນັ້ນແມ່ນຢູ່ໃນຈິນຕະນາການຂອງຈິດໃຈເຮົາເອງ. ນີ້ແມ່ນຈາກປະສົບການຂອງເພິ່ນເອງ. 

ສາສະໜາພຸດກໍເວົ້າຄືກັນ. ເມື່ອເກີດມີຄວາມຮູ້ສຶກດ້ານລົບ, ເຮົາຈະບໍ່ສາມາດເບິ່ງເຫັນຄວາມເປັນຈິງ. ເມື່ອເຮົາຕ້ອງຕັດສິນໃຈ ແລະ ຈິດໃຈຂອງເຮົາຖືກຄວບຄຸມໂດຍຄວາມໂມໂຫ; ແລ້ວເຮົາກໍຈະຕັດສິນໃຈຜິດກໍເປັນໄດ້. ບໍ່ມີໃຜຢາກຕັດສິນໃຈຜິດ, ແຕ່ໃນເວລານັ້ນ, ພາກສ່ວນຂອງສະຕິປັນຍາ ແລະ ສະໝອງຂອງເຮົາໄຈ້ແຍກສິ່ງທີ່ຜິດຈາກສິ່ງທີ່ຖືກ ແລະ ຕັດສິນໃຈສຸດຄວາມສາມາດ, ເຮັດວຽກບໍ່ໄດ້ດີ. ແມ່ນແຕ່ຜູ້ນຳລະດັບສູງກໍປະສົບຄືແນວນີ້. 

ສະນັ້ນ, ຄວາມເຫັນໃຈ ແລະ ຄວາມຮັກຈະຊ່ວຍໃຫ້ສະໝອງເຮັດວຽກໄດ້ຢ່າງຮາບມື່ນ. ອັນທີສອງ, ຄວາມເຫັນໃຈຈະເປັນພະລັງພາຍໃນໃຫ້ເຮົາ; ໃຫ້ເຮົາມີຄວາມໝັ້ນໃຈໃນຕົນເອງ ແລະ ຫຼຸດຜ່ອນຄວາມຢ້ານກົວ, ແລ້ວກໍຈະຊ່ວຍໃຫ້ຈິດໃຈເຮົາສະຫງົບ. ສະນັ້ນ, ຄວາມເຫັນໃຈມີສອງໜ້າທີ່: ມັນພາໃຫ້ສະໝອງເຮົາເຮັດວຽກໄດ້ດີຂຶ້ນ ແລະ ມັນນຳເອົາພະລັງພາຍໃນມາໃຫ້ເຮົາ. ສະນັ້ນ, ສິ່ງເຫຼົ່ານີ້ຈິ່ງເປັນສາເຫດຂອງຄວາມສຸກ. ອາຕະມາຮູ້ສຶກວ່າມັນເປັນແນວນັ້ນ. 

ບາດນີ້ ຄວາມສາມາດດ້ານອື່ນ, ແນ່ນອນ, ກໍເປັນປະໂຫຍດຕໍ່ຄວາມສຸກເຊັ່ນກັນ. ທຸກຄົນມັກເງິນ, ຕົວຢ່າງ. ຖ້າເຮົາມີເງິນ, ແລ້ວເຮົາກໍຈະສາມາດມ່ວນກັບສິ່ງອຳນວຍຄວາມສະດວກຕ່າງໆ ໄດ້. ໂດຍທົ່ວໄປ, ເຮົາຖືເອົາສິ່ງເຫຼົ່ານີ້ເປັນສິ່ງສຳຄັນເໜືອສິ່ງອື່ນໃດ, ແຕ່ອາຕະມາຄິດວ່າມັນບໍ່ແມ່ນແນວນັ້ນ. ຄວາມສະດວກສະບາຍທາງວັດຖຸໄດ້ມາຈາກພະລັງແຮງທາງຮ່າງກາຍ, ແຕ່ຄວາມສະດວກສະບາຍທາງຈິດໃຈຕ້ອງມາຈາກພະລັງແຮງທາງຈິດໃຈ. ຖ້າເຮົາໄປຮ້ານ ແລະ ສະເໜີເງິນໃຫ້ຄົນຂາຍ ແລ້ວບອກວ່າເຮົາຢາກຊື້ຈິດໃຈທີ່ສະຫງົບ, ເຂົາຈະເວົ້າວ່າເຂົາບໍ່ມີຂາຍ. ຫຼາຍຄົນຈະຮູ້ສຶກວ່ານີ້ເປັນສິ່ງຜີບ້າ ແລະ ເຂົາຈະຫົວຂວັນເຮົາ. ຢາກິນ ແລະ ຢາສັກບາງອັນອາດສາມາດນຳເອົາຄວາມສຸກ ແລະ ຈິດໃຈທີ່ສະຫງົບມາໄດ້ຊົ່ວຄາວ, ແຕ່ຈະບໍ່ຮອດລະດັບສູງສຸດ. ເຮົາສາມາດເບິ່ງໄດ້ຈາກຕົວຢ່າງຂອງການໃຫ້ຄຳປຶກສາວ່າເຮົາ ຕ້ອງຈັດການກັບຄວາມຮູ້ສຶກໂດຍການສົນທະນາ ແລະ ໃຫ້ເຫດຜົນ. ສະນັ້ນ, ເຮົາຕ້ອງໃຊ້ວິທີການທາງຈິດໃຈ. ສະນັ້ນ, ເມື່ອໃດທີ່ອາຕະມາຂຶ້ນປາຖະກະຖາ, ອາຕະມາຈະເວົ້າວ່າຄົນສະໄໝໃໝ່ພວກເຮົາຄິດກ່ຽວກັບການພັດທະນາພາຍນອກຫຼາຍໂພດ. ຖ້າເຮົາເອົາໃຈໃສ່ແຕ່ໃນລະດັບນັ້ນ, ມັນບໍ່ພຽງພໍ. ຄວາມສຸກ ແລະ ຄວາມເພິງພໍໃຈອັນແທ້ຈິງຕ້ອງມາຈາກພາຍໃນ. 

ອົງປະກອບພື້ນຖານສຳລັບສິ່ງນັ້ນແມ່ນຄວາມເຫັນໃຈ ແລະ ຄວາມຮັກຂອງມະນຸດ, ແລະ ເຫຼົ່ານີ້ມາຈາກຊີວະພາບ. ໃນຕອນຍັງນ້ອຍ, ຄວາມຢູ່ລອດຂອງເຮົາຂຶ້ນຢູ່ກັບຄວາມຮັກພຽງຢ່າງດຽວ. ຖ້າມີຄວາມຮັກ, ເຮົາຈະຮູ້ສຶກປອດໄພ. ຖ້າບໍ່ມີຄວາມຮັກ, ເຮົາຈະຮູ້ສຶກກັງວົນ ແລະ ບໍ່ໝັ້ນຄົງ. ຖ້າເຮົາຖືກແຍກຈາກແມ່, ເຮົາຈະໄຫ້. ຖ້າເຮົາຢູ່ໃນອ້ອມກອດຂອງແມ່ ແລະ ຖືກໂອບກອດແໜ້ນໆ, ຢ່າງອົບອຸ່ນ, ແລ້ວເຮົາຈະຮູ້ສຶກມີຄວາມສຸກ ແລະ ເຮົາຈະງຽບ. ສຳລັບເດັກ, ນີ້ແມ່ນປັດໄຈທາງຊີວະ. ນັກວິທະຍາສາດຄົນໜຶ່ງ, ຕົວຢ່າງ, ອາຈານຂອງອາຕະມາເອງ, ເພິ່ນເປັນນັກຊີວະສາດທີ່ພົວພັນກັບການຕໍ່ຕ້ານຄວາມຮຸນແຮງທາງນິວເຄຼຍ - ເພິ່ນໄດ້ ບອກອາຕະມາວ່າຫຼັງຈາກເກີດລູກ, ສຳພັດທາງກາຍຂອງແມ່ເປັນເວລາຫຼາຍອາທິດເປັນສິ່ງທີ່ສຳຄັນຫຼາຍສຳລັບການຂະຫຍາຍຕົວຂອງສະໝອງ ແລະ ພັດທະນາການຂອງເດັກ. ມັນຈະ ນຳມາເຊິ່ງຄວາມຮູ້ສຶກປອດໄພ ແລະ ສະບາຍ ແລະ ນຳໄປສູ່ການພັດທະນາທາງການເຕີບໃຫຍ່ທາງຮ່າງກາຍ, ລວມເຖິງສະໝອງໄດ້ຢ່າງສົມບູນ. 

ສະນັ້ນ, ແກ່ນສານຂອງຄວາມເຫັນໃຈ ແລະ ຄວາມຮັກຈິ່ງບໍ່ແມ່ນສິ່ງທີ່ມາຈາກສາສະໜາ: ມັນມາຈາກຊີວະພາບ. ເຮົາແຕ່ລະຄົນມາຈາກມົດລູກຂອງແມ່ເຮົາ ແລະ ເຮົາແຕ່ລະຄົນມີຊີວິດລອດມາໄດ້ກໍຍ້ອນການດູແລ ແລະ ຄວາມຮັກຂອງແມ່ເຮົາ. ໃນວັດທະນະທຳອິນເດຍ, ເຮົາຖືເອົາການເກີດຈາກດອກບົວໃນດິນແດນບໍລິສຸດ. ຟັງເບິ່ງດີ, ແຕ່ບາງເທື່ອຄົນຢູ່ທີ່ນັ້ນຈະມີຄວາມຮັກຕໍ່ດອກບົວຫຼາຍກວ່າຕໍ່ຄົນ. ສະນັ້ນ ການເກີດຈາກມົດລູກຂອງແມ່ແມ່ນດີກວ່າ. ແລ້ວເຮົາກໍຈະມີແກ່ນສານຂອງຄວາມເຫັນໃຈ. ສະນັ້ນ, ສິ່ງເຫຼົ່ານັ້ນຈິ່ງເປັນສາເຫດຂອງຄວາມສຸກ. 

Top