ການນຳເອົາຈັນຍາທັມສາກົນໄປປະຕິບັດຕົວຈິງ

ຈິດໃຈມະນຸດເປັນທັງຕົ້ນເຫດ ແລະ, ຖ້າຊີ້ນໍາຢ່າງຖືກຕ້ອງ, ທາງອອກຂອງບັນຫາທັງໝົດຂອງເຮົາ. ຜູ້ທີ່ໄດ້ຮຽນຮູ້ຢ່າງຫຼວງຫຼາຍ ແຕ່ຂາດໃຈທີ່ດີ ຈະຕົກຢູ່ໃນຄວາມສ່ຽງທີ່ຈະເປັນເຫຍື່ອຂອງຄວາມວິຕົກກັງວົນ, ຄວາມບໍ່ສະຫງົບທີ່ເກີດຈາກຄວາມຢາກທີ່ບໍ່ສາມາດບັນລຸໄດ້. ຄວາມຮູ້ທາງວັດຖຸສາມາດເປັນແຫຼ່ງຂອງຄວາມຄິດ ແລະ ຄວາມຮູ້ສຶກໃນທາງລົບໄດ້ຢ່າງງ່າຍດາຍ. ກົງກັນຂ້າມ, ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄ່ານິຍົມທາງຈິດວິນຍານຈະນຳມາເຊິ່ງຄວາມສະຫງົບ. - ອົງພຣະດາໄລລາມະ ທີ 14

ໃນເວລາທີ່, ຢູ່ສູນດາໄລລາມະແຫ່ງຈັນຍາທັມ ແລະ ຄ່ານິຍົມເພື່ອການປ່ຽນແປງ ທີ່ສະຖາບັນ ເຕັກໂນໂລຊີ ມາຊາຊູເສດ, ທ່ານສົມເດັດໄດ້ອະທິບາຍວ່າເປັນຫຍັງເຮົາຈໍາເປັນຕ້ອງສົນທະນາກັນກ່ຽວກັບຈັນຍາທັມສາກົນ, ທ່ານໄດ້ກ່າວວ່າສ່ວນໃຫຍ່ໜຶ່ງຂອງປະຊາຊົນເຈັດພັນລ້ານຄົນໃນໂລກນີ້ບໍ່ໄດ້ຖືສາສະໜາສະເພາະໃດໜຶ່ງ, ແລະ ເວົ້າວ່າເຮົາບໍ່ສາມາດມອບລະບົບການຝຶກຈິດໃຈທີ່ຕັ້ງຢູ່ບົນສາສະໜາໃດໜຶ່ງແກ່ເຂົາເຈົ້າໄດ້. ທ່ານໄດ້ກ່າວວ່າມັນສຳຄັນຫຼາຍທີ່ລະບົບການຝຶກນີ້ຈະຖືກສ້າງຂຶ້ນໃນການສຶກສາທາງໂລກ.

ວິກິດການທາງການເງິນໄດ້ລະເບີດຂຶ້ນຢູ່ອາເມຣິກາໃນເວລານັ້ນ, ແລະ ໃນໂອກາດດຽວກັນນັ້ນ, ທ່ານສົມເດັດໄດ້ກ່າວວ່າຜູ້ນໍາສ່ວນຫຼາຍຂອງວໍສຕຣີທ (Wall Street) ແມ່ນມາຈາກມະຫາວິທະຍາໄລໄອວີຫຼີກ (Ivy League). ມັນເປັນໄປໄດ້ແນວໃດວ່າຄວາມໂລບ ແລະ ການຫຼອກລວງທີ່ເຫັນໄດ້ແຈ້ງໃນໄລຍະວິກິດການນັ້ນບໍ່ໄດ້ຮັບຄົ້ນຄວ້າໃນລະຫວ່າງການສຶກສາຂອງເຂົາເຈົ້າເລີຍ? ບາດນີ້ ສູນນີ້ທີ່ສະຖາບັນເຕັກໂນໂລຊີມາຊາຊູເສດ (MIT) ກຳລັງສຶກສາວິທີການແກ້ໄຂຄວາມໂລບ, ການຫຼອກລວງ ແລະ ຄວາມເປັນລົບ ໂດຍການທຳຄວາມເຂົ້າໃຈວ່າອາລົມເຮັດໃຫ້ການຕັດສິນໃຈຂອງເຮົາ ແລະ ຄວາມເຂົ້າໃຈກ່ຽວກັບຜົນກະທົບໄລຍະຍາວຂອງການຕັດສິນໃຈທີ່ເຮົາເລືອກ.

ທ່ານສົມເດັດຍັງໄດ້ກ່າວເຖິງວິທີປະຕິບັດຈັນຍາທັມສາກົນ, ໂດຍສະເໜີສາມຈຸດຄື :

  • ຈັນຍາທັມຂອງການຍັບຍັ້ງຊັ່ງຊາ
  • ຈັນຍາທັມຂອງຄຸນງາມຄວາມດີ
  • ຈັນຍາທັມຂອງການເຫັນແກ່ຄົນອື່ນ ແລະ ຄວາມເຫັນໃຈ.

ຈັນຍາທັມຂອງການຍັບຍັ້ງຊັ່ງຊາແມ່ນວິທີການປະຖິ້ມນິດໄສດ້ານລົບຂອງຮ່າງກາຍ ແລະ ຄໍາເວົ້າຂອງເຮົາ. ທ່ານສົມເດັດໄດ້ກ່າວວ່າ ຮ່າງກາຍນັ້ນຫຍາບຄາຍ ແລະ ຈິດໃຈນັ້ນລະອຽດອ່ອນ. ຖ້າເຮົາບໍ່ສາມາດຄວບຄຸມຮ່າງກາຍໄດ້ ເຮົາຈະມີຄວາມຫວັງອັນໃດໃນການຄວບຄຸມຈິດໃຈ? ໂດຍການສັງເກດນິດໄສດ້ານລົບຂອງຮ່າງກາຍ ແລະ ຄໍາເວົ້າກ່ອນ ແລະ ຈາກນັ້ນກໍຈິດໃຈ, ເຮົາຈະຝຶກການຍັບຍັ້ງຊັ່ງຊາດ້ານຈັນຍາທັມ, ເຊິ່ງຈະຊ່ວຍໃຫ້ເຮົາມີສ່ວນຮ່ວມໃນຈັນຍາທັມຂອງຄຸນງາມຄວາມດີ. ນີ້ໝາຍເຖິງການເສີມຂະຫຍາຍພຶຕິກໍາທາງບວກຂອງເຮົາ, ເຊັ່ນ ຄວາມເຫັນໃຈ, ຄວາມໃຈດີ, ການໃຫ້ອະໄພ ແລະ ປັນຍາ. ສຸດທ້າຍ ສິ່ງນີ້ຈະນຳເຮົາໄປສູ່ຈັນຍາທັມຂອງການເຫັນແກ່ຄົນອື່ນ ຫຼື ຄວາມເຫັນໃຈ, ທີ່ເຮົາຈະອຸທິດຊີວິດຂອງເຮົາໃຫ້ຄົນອື່ນ.

Top