ວັດຖຸສິ່ງຂອງພຽງແຕ່ໃຫ້ຄວາມສະດວກສະບາຍທາງຮ່າງກາຍເທົ່ານັ້ນ, ບໍ່ແມ່ນຄວາມສະບາຍໃຈ. ສະໝອງຂອງຄົນທີ່ຖືວັດຖຸນິຍົມ ແລະ ສະໝອງຂອງເຮົາແມ່ນຄືກັນ. ສະນັ້ນ, ເຮົາທັງສອງຈິ່ງປະສົບກັບຄວາມເຈັບປວດທາງໃຈ, ຄວາມໂດດດ່ຽວ, ຄວາມຢ້ານ, ຄວາມລັງເລ, ຄວາມອິດສາ. ມັນລົບກວນຈິດໃຈທຸກຄົນ. ການຈະກຳຈັດສິ່ງເຫຼົ່ານີ້ດ້ວຍເງິນ - ມັນເປັນໄປບໍ່ໄດ້. ບາງຄົນທີ່ຈິດໃຈຖືກລົບກວນ, ພ້ອມກັບຄວາມກົດດັນທີ່ເກີນໂພດ, ຈະກິນຢາແກ້. ມັນບັນເທົາຄວາມກົດດັນໄດ້ຊົ່ວຄາວ, ແຕ່ນຳມາເຊິ່ງຜົນຂ້າງຄຽງຫຼາຍອັນ. ເຈົ້າບໍ່ສາມາດຊື້ຈິດໃຈທີ່ສະຫງົບໄດ້. ບໍ່ມີໃຜຂາຍ, ແຕ່ທຸກຄົນຢາກໄດ້ຈິດໃຈທີ່ສະຫງົບ. ຫຼາຍຄົນກິນຢາລະງັບ, ແຕ່ຢາທີ່ແທ້ຈິງສຳລັບຈິດໃຈທີ່ຖືກກົດດັນແມ່ນຄວາມເຫັນໃຈ. ສະນັ້ນ, ຄົນທີ່ຖືວັດຖຸນິຍົມຈິ່ງຕ້ອງການຄວາມເຫັນໃຈ.
ຄວາມສະຫງົບຈິດໃຈເປັນຢາດີທີ່ສຸດສຳລັບສຸຂະພາບທີ່ດີ. ມັນພາໃຫ້ອົງປະກອບທາງຮ່າງກາຍມີຄວາມດຸ່ນດ່ຽງ. ເຊັ່ນດຽວກັບການນອນໃຫ້ພຽງພໍ. ຖ້າເຮົານອນກັບຈິດໃຈທີ່ສະຫງົບ, ແລ້ວກໍຈະບໍ່ມີສິ່ງລົບກວນ ແລະ ເຮົາກໍບໍ່ຕ້ອງກິນຢານອນຫຼັບ. ຫຼາຍຄົນເອົາໃຈໃສ່ດູແລໃຫ້ໃບໜ້າງົດງາມ. ແຕ່ຖ້າເຈົ້າໃຈຮ້າຍ, ບໍ່ວ່າເຈົ້າຈະທາສີບົນໃບໜ້າຫຼາຍປານໃດ, ມັນກໍຈະບໍ່ຊ່ວຍ. ເຈົ້າກໍຍັງຈະຂີ້ຮ້າຍຢູ່. ແຕ່ຖ້າເຈົ້າບໍ່ມີຄວາມໂມໂຫ, ມີແຕ່ຍິ້ມ, ແລ້ວໃບໜ້າຂອງເຈົ້າຈະໜ້າດຶງດູດ, ດູດີກວ່າ.
ຖ້າເຮົາພະຍາຍາມຢ່າງແຮງກ້າຕໍ່ຄວາມເຫັນໃຈ, ແລ້ວເມື່ອຄວາມໂມໂຫເຂົ້າມາ, ມັນກໍຈະຢູ່ບໍ່ດົນ. ມັນຄ້າຍກັບການມີລະບົບພູມຕ້ານທານທີ່ແຂງແຮງ. ເມື່ອມີໄວຣັດສ໌ເຂົ້າມາກໍຈະບໍ່ມີບັນຫາປານໃດ. ສະນັ້ນ, ເຮົາຕ້ອງມີທັດສະນະລວມ ແລະ ຄວາມເຫັນໃຈ. ແລ້ວ, ໂດຍການທຳຄວາມລຶ້ງເຄີຍ ແລະ ການວິເຄາະຕໍ່ຄວາມເຊື່ອມໂຍງກັນຂອງທຸກຄົນ, ເຮົາຈະໄດ້ພະລັງເພີ່ມ.
ເຮົາທັງໝົດມີສັກກະຍະພາບສຳລັບຄວາມດີເທົ່າກັນ. ສະນັ້ນ ຈົ່ງເບິ່ງຕົນເອງ. ເບິ່ງສັກກະຍະພາບດ້ານບວກທັງໝົດ. ດ້ານລົບກໍມີ, ແຕ່ສັກກະຍະພາບເພື່ອສິ່ງດີກໍມີຢູ່. ທຳມະຊາດມະນຸດຂັ້ນພື້ນຖານແມ່ນເປັນບວກຫຼາຍກວ່າເປັນລົບ. ຊີວິດຂອງເຮົາເລີ່ມດ້ວຍຄວາມເຫັນໃຈ. ສະນັ້ນ, ແກ່ນຂອງຄວາມເຫັນໃຈຈະແຮງກວ່າແກ່ນຂອງຄວາມໂມໂຫ. ສະນັ້ນ, ເບິ່ງທີ່ຕົນເອງຢ່າງເປັນບວກ. ສິ່ງນີ້ຈະພາໃຫ້ອາລົມສະຫງົບ. ແລ້ວເມື່ອບັນຫາມາ, ມັນກໍຈະງ່າຍຂຶ້ນ.
ພຣະອາຈານພຣະພຸດທະສາສະໜາຊາວອິນເດຍອົງໜຶ່ງ, ພຣະສັນຕິເທວາ, ໄດ້ຂຽນໄວ້ວ່າເມື່ອເຮົາກຳລັງພົບບັນຫາ, ຖ້າເຮົາວິເຄາະ ແລະ ເຫັນຫົນທາງທີ່ຈະຫຼີກລ່ຽງ ຫຼື ເອົາຊະນະມັນໄດ້, ກໍບໍ່ຈຳເປັນຕ້ອງກັງວົນ. ແລະຖ້າເຮົາບໍ່ສາມາດເອົາຊະນະມັນໄດ້, ການກັງວົນກໍຈະບໍ່ຊ່ວຍຫຍັງອີກ. ຈົ່ງຍອມຮັບຄວາມເປັນຈິງ.