ວິທີຈັດການກັບຄວາມກັງວົນໃຈ

How to deal with anxiety

ໂລກນີ້ມັກຈະເບິ່ງຄືບ່ອນທີ່ວຸ່ນວາຍ. ພຽງແຕ່ເປີດເບິ່ງຂ່າວ: ຜູ້ກໍ່ການຮ້າຍກຳລັງຈະໂຈມຕີ! ເສດຖະກິດວິບັດ! ແລະ ສິ່ງແວດລ້ອມ - ບໍ່ຕ້ອງຖາມຫາ. ມັນພໍທີ່ຈະເຮັດໃຫ້ເຮົາຢາກຢູ່ແຕ່ໃນຕຽງຕະຫຼອດອາທິດ.

ແລະນັ້ນກໍພຽງແຕ່ໂລກພາຍນອກ. ເຮົາຍັງຕ້ອງຈັດການກັບຊີວິດຂອງຕົນເອງອີກ. ທ່ຽວເທື່ອໜ້າຈະໄປໃສດີ? ຈະພົບໜ້າເພື່ອນຮ່ວມງານທີ່ຫາກໍ່ໄດ້ຕຳແໜ່ງທີ່ເຮົາຫວັງໄປແນວໃດ? ຈະເຮັດແນວໃດກັບຊີວິດເຮົາດີ?

ເມື່ອເຮົາຍັງນ້ອຍ, ເພິ່ນບອກວ່າວ່າເຮົາສາມາດເປັນຫຍັງກໍໄດ້. “ໄປຕາມຝັນ,” ເພິ່ນວ່າ. ແຕ່ມີຈັກຄົນທີ່ຝັນເປັນຈິງ? ມີຈັກຄົນທີ່ປັດໜ້າຈໍສື່ສັງຄົມອອນລາຍ, ສະອອນຄົນທີ່ເບິ່ງຄືວ່າຝັນກາຍເປັນຈິງ? ການໄປທ່ຽວທະເລ ແລະ ໜ້າໃສໆ ເຫຼົ່ານັ້ນ - ຄົນອື່ນພົບກຸນແຈຊີວິດແລ້ວ, ໃນຂະນະທີ່ເຮົາຍັງດັກດານຢູ່ຫ້ອງການມືດທຶບ.

ແນວຄວາມຄິດຂອງ “ຄວາມສຸກ” ອາດເບິ່ງຄືເທບນິຍາຍ ຫຼື ພຽງແຕ່ຄຳໂຄສະນາ - ເປັນສິ່ງທີ່ເຮົາບຸກບືນໃສ່ດຽວນີ້ເພື່ອສະເຫວີຍສຸກໃນມື້ໜ້າທີ່ລະບຸບໍ່ໄດ້. ແຕ່ບໍ່ວ່າເຮົາຈະເຮັດວຽກໜັກປານໃດ, ມັນກໍບໍ່ມີແນວຮັບປະກັນຄວາມສຸກ. ບາງຄົນຮຽນປະລິນຍາເອກ ສຸດທ້າຍໄດ້ເຮັດວຽກຮ້ານອາຫານ, ໃນຂະນະທີ່ບາງຄົນຮັ່ງມີ ແລະ ມີຊື່ສຽງ, ສຸດທ້າຍຊຶມເສົ້າ ແລະ ຂ້າໂຕຕາຍ. ທັງໝົດນີ້ເຮັດໃຫ້ເຮົາກັງວົນກ່ຽວກັບຊີວິດ, ແລະ ມັນນຳໄປສູ່ຄວາມກັງວົນທາງສັງຄົມ, ເຊິ່ງເຮົາປຽບທຽບຕົນເອງກັບຄົນອື່ນຢູ່ຕະຫຼອດເວລາ. ເມື່ອໃດທີ່ເຮົາສົບຕາກັບຜູ້ອື່ນ ມັນຮູ້ສຶກອຶດອັດ ແລະ, ດ້ວຍຄວາມຮູ້ສຶກບໍ່ໝັ້ນຄົງ, ເຮົາຈະພະຍາຍາມລີ້ຢູ່ຫຼັງຈໍໂທລະສັບຂອງເຮົາ.

ນີ້ແມ່ນໄພພິບັດຂອງຍຸກສະໄໝເຮົາ. ມັນອາດເບິ່ງບໍ່ຄືອັນຕະລາຍເທົ່າໂລກເອດສ໌, ມະເຣັງ ຫຼື ໂລກຊຶມເສົ້າ, ແຕ່ຄວາມກັງວົນຈະລະລາຍພະລັງຂອງເຮົາ ແລະ ຈະສ້າງຄວາມຮູ້ສຶກບໍ່ສະບາຍຢູ່ພາຍໃນຂອງເຮົາສະເໝີ. ມັນເປັນສິ່ງທີ່ເຮັດໃຫ້ເຮົາລໍ້ໃຈຕົນເອງຢູ່ກັບລະຄອນໂທລະພາບ ແລະ ປັດໜ້າຈໍເຟສ໌ບຸກ ຂອງເຮົາຢູ່, ທັງໝົດທັງມວນຍ້ອນເຮົາເຫັນວ່າການຢູ່ກັບຄວາມຄິດຂອງຕົນຜູ້ດຽວເປັນສິ່ງທີ່ທົນບໍ່ໄດ້. ເຮົາຕ້ອງການເຄື່ອງຟັງຫູ ແລະ ສຽງເພງຢູ່ຕະຫຼອດເວລາເພື່ອເຮັດໃຫ້ສິ່ງເຫຼົ່ານີ້ພໍທົນໄດ້.

ມັນບໍ່ຈຳເປັນຕ້ອງເປັນແນວນີ້. ເຮົາທັງໝົດຮູ້ວ່າເຮົາຄວນຮູ້ບຸນຄຸນສິ່ງທີ່ເຮົາມີໃນຊີວິດ, ແລະ ຮູ້ວ່າເຮົາບໍ່ຄວນປຽບທຽບຕົນເອງກັບຜູ້ອື່ນ. ແຕ່ມັນໝາຍຄວາມວ່າແນວໃດແທ້? ເຮົາຈະເອົາຊະນະຄວາມກັງວົນໄດ້ແນວໃດ?

ຖອຍອອກມາ

ເຮົາຕ້ອງຖອຍອອກມາ ແລ້ວວິເຄາະຊີວິດເຮົາ. ມັນຟັງເບິ່ງໜ້າເບື່ອ, ແຕ່ເຮົາຂ້າມຂໍ້ນີ້ໄປບໍ່ໄດ້. ເຮົາຢາກໄດ້ຫຍັງຈາກຊີວິດ? ບໍ່ມີທາງທີ່ຖືກສຳລັບທຸກຄົນ, ແຕ່ມີຄົນເຄີຍໄດ້ເດີນໃນເສັ້ນທາງດຽວກັບເຮົາມາກ່ອນ. ເຮົາອາດຢາກເປັນດາຣາເພງຣ໋ອກ, ແຕ່ເຮົາຈະມ່ວນກັບການມີນັກຂ່າວແລ່ນນຳເຮົາຕະຫຼອດເວລາບໍ? ພວກດາຣາເພງຣ໋ອກມີຄວາມສຸກຫຼາຍຂຶ້ນທຸກມື້ບໍ? ມີຈັກຄົນທີ່ຫັນສູ່ເຫຼົ້າ ແລະ ຢາເສບຕິດ? ແລ້ວເຮົາກໍຕ້ອງຄິດວ່າເຮົາຈະພ້ອມທີ່ຈະໃຊ້ເວລາ ແລະ ກຳລັງແຮງໄປເພື່ອສິ່ງນັ້ນບໍ.

ຊອກຫາແບບຢ່າງ

ຖ້າເຮົາພົບຫົນທາງຊີວິດທີ່ຈະເຮັດໃຫ້ຊີວິດເປັນສຸກ ແລະ ມີຄວາມໝາຍຫຼາຍຂຶ້ນ, ບາດກ້າວຕໍ່ໄປແມ່ນການຫາຄົນທີ່ມີຕົວຕົນແນວນັ້ນ. ການເປັນນັກດົນຕຣີທີ່ເກັ່ງ, ເຮົາຕ້ອງຝຶກ. ເພື່ອຈະເປັນນັກເຕະບານໄດ້, ເຮົາຕ້ອງຝຶກ. ແມ່ນແຕ່ການຍ່າງ, ເຮົາຍັງຕ້ອງໄດ້ຝຶກ, ເຖິງແມ່ນວ່າເຮົາອາດບໍ່ຈື່ແລ້ວຕອນນີ້. ຈຸດຫຼັກໃນຂໍ້ນີ້ແມ່ນວ່າ ຖ້າປາສະຈາກເຫດ, ມັນຈະບໍ່ມີຜົນ. ການໄປໃຫ້ເຖິງຈຸດໃດໜຶ່ງໃນຊີວິດ ມັນຕ້ອງອາໄສຄວາມມຸ່ງໝັນ. ຜູ້ທີ່ເປັນແບບຢ່າງຈະສາມາດໃຫ້ຄຳແນະນຳ ແລະ ເປັນແຫຼ່ງຂອງແຮງບັນດານໃຈໄດ້.

ຊ່ວຍຜູ້ອື່ນ

ມັນງ່າຍທີ່ຈະໝົກໝຸ້ນຢູ່ກັບຄວາມຄິດ ແລະ ຄວາມປາຖະໜາຂອງເຮົາເອງ. ເຮົາຄິດແຕ່ກັບສິ່ງທີ່ເຮົາຢາກໄດ້ ແລະ ຕ້ອງການຈາກຊີວິດ, ແລະ ແຕ່ລະຄັ້ງທີ່ມີຄົນມາຂວາງທາງເຮົາ, ເຮົາຈະວິຕົກ. ສ່ວນໃຫຍ່ໆ ຂອງຄວາມກັງວົນແມ່ນຄວາມຮູ້ສຶກໂດດດ່ຽວ, ແຕ່ທາງທີ່ດີທີ່ສຸດທີ່ຈະພົວພັນກັບຄົນອື່ນແມ່ນການເອົາໃຈໃສ່ເຂົາຢ່າງຈິງໃຈ. ຖ້າເຮົາພຽງແຕ່ຄິດຫາຕົນເອງ, ເຮົາກໍຈະທຸກໃຈຢ່າງແນ່ນອນ; ໃນຂະນະທີ່ການຊ່ວຍເຫຼືອຜູ້ອື່ນຢ່າງສຸດໃຈແມ່ນໄດ້ຖືກວິໄຈໂດຍວິທະຍາສາດແລ້ວວ່າບັນເທົາຄວາມກັງວົນ ແລະ ເພີ່ມຄວາມສຸກຂອງເຮົາໄດ້.

ມັນບໍ່ຈຳເປັນຕ້ອງເປັນສິ່ງໃຫຍ່ໂຕ. ການຍິ້ມໃຫ້ບາງຄົນໃນວັນຟ້າມືດ, ຫຼື ພຽງການຂອບໃຈບາງຄົນດ້ວຍຄວາມຈິງໃຈ ກໍອາດພຽງພໍທີ່ຈະກະຕຸ້ນຈິດໃຈທັງສອງຝ່າຍ. ຢ່າເຮັດດ້ວຍຄວາມຮູ້ສຶກຖືກບັງຄັບ, ແຕ່ເຮັດດ້ວຍຄວາມປາຖະໜາອັນຈິງໃຈທີ່ຈະສ້າງຄວາມສົດໃສໃຫ້ແກ່ວັນນັ້ນຂອງບາງຄົນ. ຫຼັງຈາກນັ້ນ, ລອງເບິ່ງວ່າເກີດຫຍັງຂຶ້ນກັບພາວະຈິດໃຈຂອງເຮົາ.

ຮັບຮູ້ວ່າເຈົ້າແມ່ນໃຜ

ເຮົາທຸກຄົນມັກຄິດວ່າເຮົາບໍ່ຄືໃຜ, ແຕ່ສິ່ງນີ້ພຽງແຕ່ຢືນຢັນວ່າເຮົາທັງໝົດກໍເປັນຄືກັນນັ້ນລະ. ເມື່ອເຮົາເວົ້າວ່າ “ຮັບຮູ້ວ່າເຈົ້າແມ່ນໃຜ,” ມັນໝາຍເຖິງການເຂົ້າໃຈວ່າ ເຮົາ ແມ່ນໃຜ. ເຮົາທັງໝົດມີບັນຫາ, ແລະ ຊີວິດທີ່ສົມບູນແບບນັ້ນບໍ່ມີຈິງ. ຢ່າເຊື່ອທຸກຢ່າງທີ່ຕົນຄິດ!

ຄືກັບທີ່ເຮົາຈະບໍ່ເອົາຮູບຂີ້ຮ້າຍຂອງເຮົາໃຫ້ໝູ່ເບິ່ງ, ຄົນອື່ນກໍຄືກັນ. ເຮົາຢ້ານຖືກເຍາະເຍີ້ຍໃນທີ່ສາທາລະນະ - ແລະ ຮູ້ບໍ່ - ຄົນອື່ນກໍຄືກັນ. ເຖິງວ່າເຮົາຈະຢູ່ໃນສະໄໝທີ່ເຮົາຖືກທັບຖົມດ້ວຍຊີວິດທີ່ເບິ່ງຄືສົມບູນແບບ, ເຮົາກໍບໍ່ຄວນຫຼົງກັບດັກອັນນັ້ນ. ຖ້າເຮົາຄົງສະຕິເຮົາໄວ້ກັບຂໍ້ທີ່ກ່າວມານີ້, ພະຍາຍາມນຳຄວາມສຸກສູ່ຄົນອື່ນຢ່າງສຸດໃຈ, ແລະ ພະຍາຍາມເຮັດໃຫ້ຊີວິດຂອງເຮົາເອງມີຄວາມໝາຍ, ຄວາມກັງວົນຂອງເຮົາກໍຈະຄ່ອຍໆ ສະຫຼາຍໄປ.

ກວດສອບ ແລະ ຮັບຮອງໂດຍ ດຣ ອາເລັກຊານເດີ ເບີຊີນ

Top