ຊາວພຸດອາດເວົ້າຫຼາຍກ່ຽວກັບຄວາມຮັກ, ຄວາມເຫັນໃຈ ແລະ ຄວາມອົດທົນ, ແຕ່ ເມື່ອແມ່ນແຕ່ພຣະອາຈານຜູ້ຍິ່ງໃຫຍ່ຄືອົງພຣະດາໄລ ລາມະ ກໍຍັງຍອມຮັບວ່າມີຄວາມໂມໂຫເປັນບາງຄັ້ງ, ແລ້ວພວກເຮົາທີ່ເຫຼືອຈະມີຫວັງຫຍັງ? ວິທະຍາສາດອາດເວົ້າວ່າ ຄວາມຮູ້ສຶກໂມໂຫເປັນສິ່ງປົກກະຕິທີ່ສຸດ, ນັກຈິດຕະສາດແນະນຳເຮົາໃຫ້ສະແດງຄວາມໂມໂຫອອກມາ, ແລະ ສາສະໜາບາງອັນກໍຍັງອາດມີຄວາມໂມໂຫທີ່ຊອບທັມ. ພຣະພຸດທະສາສະໜາ, ອີກດ້ານໜຶ່ງ, ເວົ້າວ່າຄວາມໂມໂຫມີສິ່ງບໍ່ດີຢູ່ສະເໝີ.
ນັກປາດຊາວພຸດຈາກສັດຕະວັດທີ 8, ພຣະສັນຕິເທວາ ໄດ້ອະທິບາຍເຖິງຄວາມໂມໂຫວ່າ ເປັນພະລັງທີ່ເປັນລົບເປັນທີ່ສຸດ, ເປັນອັນທີ່ມີຄວາມສາມາດໃນການທຳລາຍສິ່ງດີໆ ທີ່ເຮົາໄດ້ສ້າງມາດ້ວຍຄວາມລຳບາກ. ລອງຄິດເບິ່ງ. ຊົ່ວເວລາໂມໂຫອັນໜຶ່ງ ປະກອບກັບການເຂົ້າເຖິງປືນ ກໍສາມາດປ່ຽນອະນາຄົດຄົນຜູ້ໜຶ່ງໄດ້ຢ່າງສິ້ນເຊີງ ຈາກຊີວິດທີ່ມີອິດສະຫຼະ ເປັນຊີວິດຫຼັງຄຸກ. ຕົວຢ່າງຈາກຊີວິດປະຈຳວັນອາດເປັນການທີ່ຄວາມໂມໂຫສາມາດທຳລາຍມິດຕະພາບ ແລະ ຄວາມໄວ້ວາງໃຈທີ່ອາດຕ້ອງໃຊ້ເວລາຫຼາຍທົດສະວັດສ້າງຂຶ້ນ. ໃນທີ່ສຸດແລ້ວ, ຄວາມໂມໂຫເປັນອັນຕະລາຍກວ່າລະເບີດ, ປືນ ແລະ ມີດທັງໝົດໃນໂລກນີ້ຮວມເຂົ້າກັນ.
ເຮົາຮູ້ວ່າຄວາມໂມໂຫບໍ່ແມ່ນພາວະຈິດໃຈທີ່ເປັນສຸກ, ແຕ່ເຮົາຈະເຮັດຫຍັງກັບມັນໄດ້ແດ່? ພຣະພຸດທະສາສະໜາ ສະໜອງຫຼາກຫຼາຍວິທີງ່າຍໆ ເພື່ອຊ່ວຍເຮົາປ່ຽນຈິດໃຈຂອງຕົນ. ແຕ່ຂໍເຕືອນ, ມັນບໍ່ມີຢາວິເສດເດີ້! ຕໍ່ໄປນີ້ແມ່ນຂໍ້ແນະນຳອັນດັບຕົ້ນໆ ແປດຂໍ້ເພື່ອຈັດການກັບຄວາມໂມໂຫ:
1. ນັ້ນລະຊີວິດ: ວັດຕະສົງສານ
ຄຳສອນອັນທຳອິດຂອງພຣະພຸດທະເຈົ້າເມື່ອ 2,500 ປີກ່ອນ ກົງເຂົ້າເປົ້າໝາຍເລີຍ: ຊີວິດເປັນສິ່ງບໍ່ໜ້າເພິງພໍໃຈ. ເຈົ້າຮູ້ບໍ່? ຊີວິດເຮົາຈະ ບໍ່ມີວັນ ເປັນທີ່ໜ້າພໍໃຈ.
ເຮົາເກີດ, ເຮົາຕາຍ. ໃນລະຫວ່າງນີ້ ຈະມີເວລາທີ່ດີ ແລະ ເວລາບໍ່ດີ, ແລະ ເວລາທີ່ເຮົາອາດບໍ່ຮູ້ສຶກຫຍັງປານໃດຊ້ຳ: ວົງຈອນທີ່ບໍ່ສິ້ນສຸດອັນນີ້ແມ່ນສິ່ງທີ່ພຣະພຸດທະເຈົ້າເອີ້ນວ່າ “ວັດຕະສົງສານ.” ເມື່ອເຮົາເກີດມາໃນໂລກນີ້, ບໍ່ມີໃຜວ່າຊີວິດຈະດີ, ງ່າຍ ແລະ ມ່ວນຢູ່ຕະຫຼອດ, ຫຼື ວ່າເຮົາຈະໄດ້ດັ່ງໃຈທຸກສິ່ງສະເໝີ. ເມື່ອເຮົາເຂົ້າໃຈສະຖານະການຂອງເຮົາເອງໃນວັດຕະສົງສານ, ມັນຈະຊ່ວຍເຮົາໃຫ້ເຂົ້າໃຈຄົນອື່ນນຳ.
ເຮົາທຸກຄົນຢູ່ໃນສະຖານະການດຽວກັນ. ຄວາມໂມໂຫຕໍ່ສະຖານະການ, ຄົນອື່ນ, ແລະ ຕົນເອງ ຈະບໍ່ເຮັດໃຫ້ມີຫຍັງດີຂຶຶ້ນ. ຄົນອື່ນຈະເວົ້າ ແລະ ເຮັດສິ່ງທີ່ເຮົາອາດບໍ່ມັກ ຍ້ອນ - ແມ່ນແລ້ວ - ຊີວິດຂອງເຂົາກໍເຮັງຊວຍຄືກັນ.
ຄວາມຄິດປະເພດນີ້ສາມາດປ່ຽນມຸມມອງຂອງເຮົາໄດ້ຢ່າງສິ້ນເຊີງ. ເຖິງແມ່ນວ່າເຮົາແຕ່ລະຄົນອາດເບິ່ງຄືເປັນສູນກາງຂອງຈັກກະວານຂອງຕົນເອງ, ນັ້ນຍັງບໍ່ໄດ້ໝາຍຄວາມວ່າທຸກສິ່ງຕ້ອງ - ຫຼື ຈະ - ເປັນໄປຕາມທາງທີ່ເຮົາຕ້ອງການຢ່າງແນ່ນອນ.
ເປັນວີລະຊົນ: ຄວາມອົດທົນ
ອາລົມລົບກວນ ຈະເອົາຊະນະໄດ້ດີທີ່ສຸດດ້ວຍສິ່ງກົງກັນຂ້າມກັບມັນ; ການສູ້ກັບໄຟດ້ວຍໄຟ ຈະບໍ່ໄດ້ຜົນ. ຍ້ອນ? ມັນເປັນໄປບໍ່ໄດ້ທີ່ຈິດໃຈຂອງເຮົາຈະມີອາລົມສອງອັນທີ່ກົງກັນຂ້າມກັນ ໃນເວລາດຽວກັນໄດ້. ເຈົ້າບໍ່ສາມາດຮ້ອງດ່າຜູ້ໜຶ່ງ ແລະ ໃນເວລາດຽວກັນກໍເປັນຄົນອົດທົນໄດ້ - ມັນຕັ້ງບໍ່ໄດ້ຜົນ. ຫຼາຍຄົນເຫັນຄວາມອົດທົນເປັນສັນຍານຂອງຄວາມອ່ອນແອ, ຄືເຈົ້າປ່ອຍໃຫ້ຄົນອື່ນຂ້າມຫົວເຈົ້າໄປ ແລະ ໄດ້ທຸກຢ່າງທີ່ເຂົາຕ້ອງການ. ແຕ່ໃນຄວາມເປັນຈິງ ມັນຕ່າງຈາກນັ້ນຫຼາຍ. ເມື່ອເຮົາອຸກອັ່ງ, ມັນງ່າຍຊ່ຳໃດທີ່ຈະຮ້ອງກີດກາດ? ແລະມັນຍາກຊ່ຳໃດທີ່ຈະຄົງຄວາມສະຫງົບ ແລະ ຄວບຄຸມອາລົມຂອງເຮົາ? ການໄປຕາມອາລົມຂອງຕົນບໍ່ວ່າມັນຈະນຳເຮົາໄປທາງໃດ ຈະບໍ່ພາໃຫ້ເຮົາເປັນວີລະຊົນ - ມັນເຮັດໃຫ້ເຮົາອ່ອນແອ. ສະນັ້ນ ເທື່ອໜ້າທີ່ເຈົ້າໃກ້ຈະຮ້ອງອອກມາ, ໃຫ້ທ່ອງຄາຖາອົດທົນ ແລ້ວເປົ່າອາລົມໂມໂຫອອກໄປແທນ.
ເຮັດແນວໃດ? ເຮົາອາດລອງຫັນໃຈເຂົ້າເລິກໆ - ເຊິ່ງເປັນຢາແກ້ໃຫ້ກັບການຫັນໃຈສັ້ນໄວໆ ທີ່ເຮົາມັກເຮັດເມື່ອເຮົາໂມໂຫ - ຖ້າເຮົາສັງເກດເຫັນຕົນເອງເຄັ່ງຕຶງເຂົ້າ. ເຮົາສາມາດນັບໃຫ້ຮອດ 100, ເພື່ອປ້ອງກັນຕົນເອງຈາກການເວົ້າສິ່ງທີ່ເຮົາຈະກິນແໜງພາຍຫຼັງ. ຫຼື, ຖ້າເຮົາຢູ່ໃນການປະທະກັນເຊິ່ງໜ້າ, ເຮົາອາດຢາກເອົາຕົນເອງອອກຈາກສະຖານະການນັ້ນ ກ່ອນທີ່ທຸກຢ່າງຈະຮ້າຍແຮງລົງ. ແຕ່ລະສະຖານະການຈະຕ່າງກັນ, ສະນັ້ນ ເຈົ້າຈະຕ້ອງໃຊ້ສະໝອງຂອງຕົນເພື່ອເບິ່ງວ່າອັນໃດໃຊ້ໄດ້ຜົນທີ່ສຸດສຳລັບເຈົ້າ.
3. ເອົາຈິງ: ການວິເຄາະສະຖານະການ
ເມື່ອເຮົາໂມໂຫ, ຄວາມໂກດແຄ້ນຂອງເຮົາເບິ່ງຄືຈະກ້າວມາເຖິງຜູ້ປົກປ້ອງບາງອັນ, ເຊັ່ນ ໝູ່ສະໜິດດູແລຜົນປະໂຫຍດຂອງເຮົາ, ຊ່ວຍເຮົາໃນສະໜາມຮົບ. ພາບລວງຕາອັນນີ້ປ່ອຍໃຫ້ເຮົາຄິດວ່າການໂມໂຫເປັນສິ່ງສົມເຫດສົມຜົນ. ແຕ່ຖ້າເຮົາເບິ່ງຢ່າງໃກ້ຊິດ, ຄວາມໂມໂຫບໍ່ແມ່ນມິດ, ແຕ່ແມ່ນສັດຕູຂອງເຮົາ.
ຄວາມໂມໂຫພາໃຫ້ເຮົາກົດດັນ, ເຈັບປວດ, ນອນບໍ່ຫຼັບ ແລະ ກິນບໍ່ແຊບ. ຖ້າເຮົາສືບຕໍ່ໂມໂຫກັບຜູ້ໃດຜູ້ໜຶ່ງ, ມັນຈະສ້າງຄວາມປະທັບໃຈອັນຍາວນານຕໍ່ຄົນອື່ນ. ລອງຄິດເບິ່ງ: ມີໃຜຢາກຢູ່ກັບຄົນໂມໂຫ?
ເມື່ອເຮົາຖືກກ່າວຫາບາງຢ່າງ ແລະ ຮູ້ສຶກຢາກປົກປ້ອງຕົນເອງ, ເຮົາຄວນຢຸດ ແລະ ຄິດຢ່າງມີເຫດຜົນກ່ອນ. ມັນມີແຕ່ສອງທາງເລືອກ ຄືການກ່າວຫານັ້ນຖື, ຫຼື ຜິດ. ຖ້າມັນຖືກ, ແລ້ວເປັນຫຍັງເຮົາຈິ່ງຈະໂມໂຫ? ຖ້າເຮົາຢາກເປັນຜູ້ໃຫຍ່, ເຮົາຄວນຍອມຮັບມັນ, ຮຽນຮູ້ຈາກມັນ, ແລ້ວກ້າວຕໍ່ໄປກັບຊີວິດ. ຖ້າມັນຜິດກໍຜິດຄືກັນ ເປັນຫຍັງເຮົາຈິ່ງຈະໂມໂຫ? ຄົນທີ່ເວົ້ານັ້ນເຮັດຜິດ - ເຮົາເອງເດບໍ່ເຄີຍເຮັດຜິດໃນຊີວິດມາກ່ອນບໍ?
4. ເບິ່ງຈິດໃຈຕົນເອງ: ການທຳສະມາທິ
ການຝຶກສະມາທິ ແລະ ສະຕິສາມາເປັນປະໂຫຍດຢ່າງມະຫາສານໃນການຕໍ່ສູ້ກັບຄວາມໂມໂຫ. ຫຼາຍຄົນອາດເຫັນວ່າການທຳສະມາທິເປັນການເສຍເວລາ - ເປັນຫຍັງຈິ່ງເສຍເວລາ 20 ນາທີນັ່ງຢູ່ເທິງເບາະ ເມື່ອເຮົາສາມາດໃຊ້ປະໂຫຍດຈາກວັນເວລາຂອງເຮົາໄດ້, ບໍ່ແມ່ນບໍ? ຄົນອື່ນຄິດວ່າການທຳສະມາທິເປັນການຫຼົບໜີທີ່ດີຈາກຊີວິດຈິງ, ທີ່ເຮົາສາມາດໃຊ້ເວລາຢູ່ຫ່າງຈາກລູກ/ອີເມວ/ຜົວ/ເມຍ.
ແຕ່ການທຳສະມາທິເປັນຫຼາຍກວ່ານັ້ນຫຼາຍ - ມັນແມ່ນ ການກຽມຕົວ ສຳລັບຊີວິດຈິງ. ມັນຈະບໍ່ມີປະໂຫຍດຖ້າເຮົາທຳສະມາທິກ່ຽວກັບຄວາມເຫັນໃຈທຸກເຊົ້າ, ແຕ່ທັນທີທີ່ເຮົາຮອດບ່ອນເຮັດວຽກ, ເຮົາພັດຮ້ອງດ່າລູກນ້ອງ ແລະ ຈົ່ມກ່ຽວກັບເພື່ອນຮ່ວມງານ.
ການທຳສະມາທິຈະສ້າງຄວາມລຶ້ງເຄີຍຕໍ່ຈິດໃຈເຮົາກັບຄວາມຄິດແງ່ບວກ - ຄວາມອົດທົນ, ຄວາມຮັກ, ຄວາມເຫັນໃຈ - ແລະ ເປັນສິ່ງທີ່ເຮົາສາມາດເຮັດໄດ້ທຸກບ່ອນ, ທຸກຍາມ. ຖ້າເຮົາໃຊ້ເວລາເຄິ່ງຊົ່ວໂມງຂອງການເດີນທາງໃນຕອນເຊົ້າຟັງເພງທີ່ເຮົາມັກ, ສິ່ງທີ່ເຮົາເຮັດໄດ້ຢ່າງໜ້ອຍແມ່ນການໃຊ້ເວລາສິບນາທີຂອງເວລານັ້ນໃນການສ້າງຄວາມຄິດເມດຕາຕໍ່ຄົນອື່ນ - ເຊິ່ງເປັນສິ່ງທີ່ມີປະສິທິຜົນໃນການຫຼຸດຜ່ອນຄວາມໂມໂຫ ແລະ ເຮັດໃຫ້ເຮົາເປັນຄົນທີ່ຜູ້ອື່ນຢາກຢູ່ໃກ້.
5. ກົ້ມຫົວ: ຮຽນຈາກສັດຕູຂອງເຮົາ
ພຣະພຸດທະສາສະໜາມັກຈະສອນເຮົາໃຫ້ເຮັດ ໃນສິ່ງທີ່ກົງກັນຂ້າມ ກັບສິ່ງທີ່ເຮົາມັກຈະເຮັດຕາມປົກກະຕິ. ເມື່ອເຮົາໂມໂຫກັບບາງຄົນ, ສິ່ງທີ່ເຮົາຢາກເຮັດແມ່ນແກ້ແຄ້ນ. ຜົນໄດ້ຮັບ? ເຮົາຍັງຄົງທຸກໃຈຄືເກົ່າ, ຫຼື ຫຼາຍກວ່າເກົ່າອີກຊ້ຳ. ມັນເບິ່ງຄືຂັດແຍ່ງ, ແຕ່ການເຮັດໃນສິ່ງທີ່ກົງກັນຂ້າມຈະໃຫ້ຜົນລັບໃນທາງກົງກັນຂ້າມ ຄືເສັ້ນທາງສູ່ຄວາມສຸກ.
ມັນຟັງຄືບ້າ, ແຕ່ໃຫ້ຄິດເອົາເປົ້າໝາຍຂອງຄວາມໂມໂຫຂອງເຈົ້າເປັນຄູ. ຖ້າເຮົາຢາກເປັນຄົນທີ່ດີກວ່າເກົ່າ - ຄື, ເປັນຄົນອົດທົນກວ່າເກົ່າ, ຮັກແພງກວ່າເກົ່າ, ມີເມດຕາກວ່າເກົ່າ, ເປັນສຸກກວ່າເກົ່າ - ສະນັ້ນ ເຮົາຕ້ອງຝຶກ. ເຮົາຕ່າງຮູ້ວ່າມັນໃຊ້ເວລາ ແລະ ກຳລັງແຮງໃນການເປັນນັກເຕະບານ ຫຼື ນັກຕົນຕຣີລະດັບໂລກ, ສະນັ້ນ ມັນຈະຕ່າງຫຍັງສຳລັບການຝຶກຈິດຂອງເຮົາ? ຖ້າເຮົາຢູ່ກັບຄົນທີ່ເຮັດ ແລະ ເຫັນດີກັບສິ່ງທີ່ເຮົາປະສົງຕະຫຼອດ, ເຮົາຈະບໍ່ມີວັນມີຄວາມທ້າທາຍ.
ໃນທາງນີ້, ຄົນທີ່ເຮົາໂມໂຫນຳ ຈະກາຍເປັນຄົນທີ່ມີຄ່າທີ່ສຸດ, ທີ່ໃຫ້ໂອກາດເຮົາໄດ້ຝຶກຄວາມອົດທົນຢ່າງແທ້ຈິງ. ສິ່ງນີ້ຈະຖອນຮາກຂອງຄື້ນອາລົມໂມໂຫທັນທີ, ຍ້ອນວ່າມັນຈະປ່ຽນທັດສະນະຂອງເຮົາ ຈາກສິ່ງທີ່ເຂົາເຮັດໃສ່ເຮົາ, ເປັນສິ່ງທີ່ເຂົາເຮັດໃຫ້ເຮົາ.
6. ຢ່າລືມຄວາມຕາຍ: ອະນິດຈັງ (ຄວາມບໍ່ແນ່ນອນ)
ເຈົ້າຈະຕາຍ. ຂ້ອຍຈະຕາຍ. ເຮົາທຸກຄົນຈະຕາຍ. ສະນັ້ນ ເມື່ອຄົນທີ່ເຮົາບໍ່ມັກເຮັດສິ່ງໜ້າລຳຄານຢ່າງຍິ່ງໃສ່ເຮົາ, ຢຸດ ແລະ ຄິດເບິ່ງວ່າ: “ຖ້າເຮົາກຳລັງຊິຕາຍ, ເຮົາຊິສົນມັນບໍ່?” ຄຳຕອບ, ນອກຈາກເຮົາຈະຮູ້ວ່າຄົນຜູ້ນັ້ນຕັ້ງໃຈທີ່ຈະທຳລາຍ ແລະ ຄອບຄອງໂລກແທ້ໆ, ອາດຈະແມ່ນ “ບໍ່” ດັງໆ. ຂໍ້ແນະນຳອັນນີ້ງ່າຍ, ແຕ່ຊ່ວຍຜ່ອນຄາຍຄວາມລຳຄານເລັກນ້ອຍໃນຊີວິດໄດ້ຫຼາຍອັນ.
ເຮົາທຸກຄົນຮູ້ວ່າເຮົາຈະຕາຍ, ແຕ່ແນ່ນອນວ່າມັນບໍ່ແມ່ນສິ່ງທີ່ເຮົາ ຮູ້ແທ້ໆ. ຄວາມຕາຍເປັນນາມະທຳ (ສິ່ງທີ່ບໍ່ມີຕົວຕົນ), ເປັນແນວຄວາມຄິດທາງຫ່າງໄກທີ່ເກີດຂຶ້ນກັບຄົນອື່ນ - ຜູ້ເຖົ້າ, ຜູ້ປ່ວຍ, ຄົນທີ່ມີອຸບັດຕິເຫດແປກໆ. ແຕ່ນັ້ນບໍ່ແມ່ນຄວາມເປັນຈິງ. ຄົນໜຸ່ມຕາຍກ່ອນຜູ້ເຖົ້າ, ຄົນສຸຂະພາບດີຕາຍກ່ອນຄົນປ່ວຍ ທຸກມື້.
ເມື່ອເຮົາສຸມໃສ່ອະນາຄົດຄວາມຕາຍທີ່ແນ່ນອນຂອງເຮົາ (ມື້ອື່ນ? ອີກໜຶ່ງປີ? ອີກ 50 ປີ?), ຫຼາຍຢ່າງທີ່ອາດເຮັດໃຫ້ເຮົາເສຍສູນ ຢ່າງແທ້ຈິງ, ຈະກາຍເປັນສິ່ງບໍ່ສຳຄັນເລີຍ. ມັນບໍ່ແມ່ນວ່າມັນຈະບໍ່ສ້າງຄວາມລຳຄານໃຫ້ເຮົາອີກຕໍ່ໄປ, ແຕ່ເຮົາຈະເຫັນວ່າມັນບໍ່ມີຄວາມໝາຍທີ່ຈະເສຍເວລາ, ລົມຫາຍໃຈ ຫຼື ແຮງອັນມີຄ່າຂອງເຮົາໄປກັບມັນ.
7. ສິ່ງທີ່ໝຸນວຽນ: ກັມ
ເພິ່ນວ່າ “ເຮັດອັນໃດ ໄດ້ອັນນັ້ນ” ຫຼື “ມັນແມ່ນກັມຂອງລາວ - ລາວສົມຄວນໄດ້ຮັບສິ່ງທີ່ເກີດຂຶ້ນກັບລາວແລ້ວ” ເຊິ່ງໝາຍຄວາມວ່າຄົນເຮົາຈະໄດ້ຜົນຕອບແທນຕໍ່ສິ່ງທີ່ເຂົາເຮັດໄປ. ອັນນີ້ບໍ່ຄ່ອຍແມ່ນຄວາມເຂົ້າໃຈທາງພຣະພຸດທະສາສະໜາຕໍ່ກັບ ກັມ, ເຊິ່ງຊັບຊ້ອນ ແລະ ລະອຽດອ່ອນກວ່ານັ້ນຫຼາຍ. ເຖິງແນວນັ້ນ, ໃນຂະນະທີ່ຄົນເຮົາເບິ່ງຄືຈະດີໃຈທີ່ຈະຊີ້ວ່າ ຄວາມທຸກທໍລະມານຂອງຜູ້ອື່ນເປັນກັມຂອງເຂົາເອງ, ຄົນສ່ວນຫຼາຍ ເມື່ອຕົນເອງຕົກຢູ່ໃນສະຖານະການເໜິໜະ, ຈະຫງິມໆ ທີ່ຈະເຫັນວ່າມັນກໍເກີດຈາກກັມ ຂອງຕົນເອງຄືກັນ.
ທຸກຢ່າງທີ່ເຮົາປະສົບ - ນັບແຕ່ຊ່ວງເວລາທີ່ເປັນສຸກຢ່າງບໍ່ໜ້າເຊື່ອ ຈົນເຖິງຄວາມສິ້ນຫວັງຢ່າງສຸດຂົ້ວ - ເກີດຈາກຕົ້ນເຫດ. ຕົ້ນເຫດເຫຼົ່ານີ້ບໍ່ໄດ້ຕົກລົງມາໃສ່ຫົວຂອງເຮົາຊື່ໆ, ແຕ່ມັນເກີດມາຈາກຕົວເຮົາເອງ. ສະນັ້ນ, ເມື່ອເຮົາປະສົບກັບສະຖານະການທີ່ໂພດເຫຼືອ, ແທນທີ່ຈະປ່ອຍໃຫ້ຄວາມໂມໂຫເຂົ້າຄອບງຳ, ເຮົາສາມາດຢຸດ ແລະ ຄິດວ່າ: ອັນນີ້ມາແຕ່ໃສ, ແລະ ເຮົາຢາກເຮັດໃຫ້ມັນຮ້າຍແຮງກວ່າເກົ່າບໍ? ກັມ ແມ່ນກ່ຽວກັບວິທີທີ່ເຮົາປະພຶດຕາມໃຈ, ມີປະຕິກິລິຍາຕອບໂຕ້ກັບສິ່ງຕ່າງໆ ໃນແບບເກົ່າທີ່ເຮົາເຮັດຜ່ານມາ. ຖ້າເຮົາເຂົ້າໃຈວ່າ ກັມ ເປັນໄປແນວໃດ, ເຮົາຈະເຫັນວ່າເຮົາມີຄວາມສາມາດທີ່ຈະປ່ຽນປະສົບການໃນອະນາຄົດຂອງເຮົາກັບສິ່ງທີ່ເຮົາເຮັດໃນປະຈຸບັນ - ແລະ ໃນທີ່ນີ້ໝາຍເຖິງການຝຶກຄວາມອົດທົນເມື່ອຄວາມໂມໂຫກັດກິນເຮົາ.
8. ມັນບໍ່ແມ່ນຄວາມຈິງ: ຄວາມຫວ່າງເປົ່າ
ໃນຂະນະທີ່ຄວາມອົດທົນອາດເປັນຢາແກ້ໂດຍກົງ, ຄວາມຫວ່າງເປົ່າ ເປັນຢາທີ່ແຮງທີ່ສຸດ, ບໍ່ພຽງແຕ່ຕໍ່ຄວາມໂມໂຫ, ແຕ່ຕໍ່ບັນຫາ ແລະ ຄວາມຫຍຸ້ງຍາກທຸກອັນຂອງເຮົາ. ອັນທີ່ຈິງ, ບໍ່ວ່າເຮົາຈະອົດທົນປານໃດ, ຖ້າເຮົາບໍ່ເຂົ້າໃຈຄວາມຫວ່າງເປົ່າ, ຫຼື ໂມຄະ, ບັນຫາກໍຈະສືບຕໍ່ຕົກລົງມາໃສ່ເຮົາດັ່ງລົມມໍລະສຸມ.
ຖ້າເຮົາໃຊ້ເວລາວິເຄາະຈິດໃຈເມື່ອເຮົາໂມໂຫ, ເຮົາຈະສັງເກດເຫັນບາງຢ່າງ: ຄວາມຮູ້ສຶກຂອງ “ເຮົາ” ຫຼື “ຂ້ອຍ” ອັນຮຸນແຮງ. “ຂ້ອຍຢາກຮ້າຍກ່ຽວກັບສິ່ງທີ່ເຈົ້າເວົ້າໃຫ້ຂ້ອຍ. ຂ້ອຍບໍ່ຢາກເຊື່ອສິ່ງທີ່ລາວເຮັດໃຫ້ໝູ່ຂ້ອຍ! ຂ້ອຍຖືກແທ້ກ່ຽວກັບສິ່ງນີ້, ແລະ ລາວ ຜິດແທ້!” ເຮົາ, ເຮົາ, ເຮົາ.
ເມື່ອເຮົາໂມໂຫ, ເຮົາໄດ້ໂອກາດອັນສົມບູນແບບທີ່ຈະວິເຄາະໂຕ “ຂ້ອຍ” ນີ້ ທີ່ປາກົດຂຶ້ນຢ່າງເປັນຮູບທຳ. ມັນບໍ່ໄດ້ມີຕົວຕົນເດີ້! ບໍ່ແມ່ນວ່າເຮົາບໍ່ມີຕົວຕົນ ຫຼື ວ່າບໍ່ມີຫຍັງສຳຄັນ, ແຕ່ວ່າເມື່ອເຮົາພະຍາຍາມຊອກຫາໂຕ “ຂ້ອຍ” ນີ້ - ມັນຢູ່ໃນຈິດໃຈຂອງເຮົາບໍ? ຕົນຕົວຂອງເຮົາ? ທັງສອງ? - ມັນບໍ່ມີທາງທີ່ເຮົາຈະສາມາດເວົ້າໄດ້ວ່າ “ແມ່ນ, ຢູ່ນີ້ລະ!”
ນີ້ເປັນອັນຍາກທີ່ຄົນຈະເຂົ້າໃຈ, ແຕ່ຄວາມຈິງແມ່ນວ່າເມື່ອເຮົາເລີ່ມວິເຄາະຄວາມເປັນຈິງ, ມັນຈະປ່ຽນທັດສະນະຂອງເຮົາໂດຍສິ້ນເຊີງ. ເຮົາຈະເຫັນວ່າບໍ່ເຄີຍມີອັນໃດທີ່ເຮົາສາມາດບົ່ງຊີ້ໄດ້ວ່າເຮົາຄວນໂມໂຫກັບມັນແຕ່ຕົ້ນ.
ສະຫຼຸບ
ມັນບໍ່ສຳຄັນວ່າເຮົາຈະເວົ້າວ່າ “ຂ້ອຍຈະບໍ່ໂມໂຫ” ຄືນຈັກຄັ້ງ; ຖ້າປາສະຈາກຄວາມພະຍາຍາມຕົວຈິງ, ເຮົາຈະບໍ່ມີວັນບັນລຸຄວາມສະຫງົບໃນຈິດໃຈທີ່ເຮົາທຸກຄົນປາຖະໜາໄດ້.
ຂໍ້ຕ່າງໆ ຂ້າງເທິງບໍ່ແມ່ນພຽງແຕ່ລາຍການທີ່ດູດີ - ແຕ່ມັນເປັນເຄື່ອງມືຕົວຈິງທີ່ເຮົາສາມາດໃຊ້ເພື່ອປົດປ່ອຍຕົນເອງຈາກຄວາມອຸກອັ່ງ, ຄວາມໂມໂຫ ແລະ ຄວາມໂສກເສົ້າຂອງເຮົາ. ດ້ວຍການຝຶກ, ບໍ່ວ່າໃຜກໍເຮັດໄດ້.