ວິທີຈັດການກັບຄວາມອິດສາໃນຄວາມສຳພັນ

ຄວາມອິດສາເຮັດໃຫ້ເຮົາຫວາດລະແວງວ່າໝູ່ເພື່ອນ ແລະ ຄູ່ຂອງເຮົາຈະຖິ້ມເຮົາໄປ, ເຊິ່ງລົບກວນຄວາມສຳພັນຂອງເຮົາ ແລະ ເປັນສາເຫດໃຫ້ເຮົາເສຍຄວາມສະຫງົບໃນຈິດໃຈໄປໂດຍສິ້ນເຊີງ. ຍິ່ງເຮົາອິດສາ ແລະ ຢາກເປັນເຈົ້າຂອງຫຼາຍເທົ່າໃດ, ເຮົາກໍຍິ່ງຂັບໄລ່ຄົນອື່ນອອກຫ່າງຫຼາຍເທົ່ານັ້ນ. ການສຳນຶກວ່າເຮົາທຸກຄົນມີຄວາມສາມາດໃນການຮັກຫຼາຍຄົນ ແລະ ຫຼາຍສິ່ງ ຈະຊ່ວຍໃຫ້ເຮົາເອົາຊະນະຄວາມອິດສາໄດ້. ການມີຄວາມຮັກຕໍ່ໝູ່ເພື່ອນ, ວຽກງານ, ກິລາ ແລະ ອື່ນໆ ບໍ່ໄດ້ຫຼຸດຜ່ອນຄວາມຮັກທີ່ຄູ່ຂອງເຮົາມີໃຫ້ເຮົາ ຫຼື ຄວາມຮັກຂອງເຮົາທີ່ມີຕໍ່ເຂົາ; ອັນທີ່ຈິງ, ມັນຍິ່ງເຮັດໃຫ້ເພີ່ມທະວີຊ້ຳ.

ຄວາມອິດສາ ກັບ ຄວາມຢາກໄດ້

ຄວາມອິດສາ ສາມາດມາໃນຫຼາຍຮູບແບບ. ຖ້າເຮົາໂສດ ແລະ ຮູ້ສຶກອິດສາຄົນທີ່ມີຄູ່ ຫຼື ໄປຫຼົງມັກຄົນທີ່ມີຄູ່ແລ້ວ, ອັນນັ້ນແມ່ນຄວາມຢາກໄດ້. ເຮົາຫວັງວ່າເຮົາຈະເປັນຜູ້ໄດ້ຮັບຄວາມຮັກ ແລະ ຄວາມເອົາໃຈໃສ່ຂອງຄົນນັ້ນແທນ, ຫຼື ເຮົາຫວັງວ່າເຮົາຈະໄດ້ມີຄວາມສຳພັນຮັກຄືແນວນັ້ນ. ໃນທັງສອງກໍລະນີ, ເຮົາຢາກໄດ້ສິ່ງທີ່ເຮົາຂາດ, ແລະ ອັນນີ້ສາມາດນຳມາເຊິ່ງຄວາມຮູ້ສຶກຂາດເຂີນ ຫຼື ບັນຫາຄວາມເຄົາລົບຕໍ່ຕົນເອງອື່ນໆ.

ຄວາມອິດສາໃນຄວາມສຳພັນ

ຄວາມອິດສາໃນເວລາທີ່ເຮົາມີຄວາມສຳພັນ ສາມາດສ້າງຄວາມລົບກວນໄດ້ຫຼາຍ. ແທນທີ່ຈະສຸມໃສ່ສິ່ງທີ່ຜູ້ອື່ນມີ, ມັນພັດໄປສຸມໃສ່ສິ່ງທີ່ຄູ່ ຫຼື ໝູ່ຂອງເຮົາ ຫຼື ບຸກຄົນທີສາມ; ຕາມທຳມະດາ ເຮົາຈະຢ້ານວ່າເຮົາຈະເສຍຄວາມສຳພັນອັນພິເສດໃຫ້ມືທີສາມໄປ. ເຮົາກາຍເປັນຄົນທີ່ທົນບໍ່ໄດ້ກັບການແຂ່ງຂັນ ຫຼື ຄວາມເປັນໄປໄດ້ຂອງການນອກໃຈ. ຕົວຢ່າງ, ເຮົາຈະຮູ້ສຶກອິດສາຖ້າຄູ່ຂອງເຮົາໃຊ້ເວລາກັບໝູ່ຫຼາຍ ຫຼື ໄປງານໂດຍບໍ່ມີເຮົາ. ແມ່ນແຕ່ໝາກໍຮູ້ສຶກເຖິງຄວາມອິດສາປະເພດນີ້ ເມື່ອມີແອນ້ອຍເກີດໃໝ່ເຂົ້າມາໃນເຮືອນ. ຄວາມອິດສາປະເພດນີ້ ມີອົງປະກອບຂອງຄວາມຄຽດແຄ້ນ ແລະ ບາດໝາງ ປະກອບກັບອົງປະກອບຂອງຄວາມບໍ່ໝັ້ນຄົງ ແລະ ບໍ່ໄວ້ວາງໃຈຢ່າງແຮງ.

ຖ້າເຮົາຂາດຄວາມໝັ້ນໃຈ ແລ້ວເມື່ອໃດທີ່ຄູ່ ຫຼື ໝູ່ຂອງເຮົາຢູ່ກັບຄົນອື່ນ, ເຮົາຈະເລີ່ມຮູ້ສຶກອິດສາ. ອັນນີ້ແມ່ນຍ້ອນເຮົາຮູ້ສຶກບໍ່ແນ່ໃຈກ່ຽວກັບຄຸນຄ່າຂອງຕົນເອງ, ແລະ ບໍ່ໝັ້ນໃຈກ່ຽວກັບຄວາມຮັກທີ່ຜູ້ນັ້ນມີຕໍ່ເຮົາ, ພາໃຫ້ເຮົາບໍ່ໄວ້ໃຈຄູ່ຂອງເຮົາ. ເຮົາຢ້ານວ່າເຮົາຈະຖືກຖິ້ມ. ມັນເປັນໄປໄດ້ທີ່ຈະມີຄວາມຮູ້ສຶກຢ້ານອັນນີ້ ເຖິງແມ່ນວ່າຄູ່ ຫຼື ໝູ່ຂອງເຮົາຈະບໍ່ໄດ້ໃຊ້ເວລາຢູ່ກັບໃຜເລີຍ. ດ້ວຍຄວາມເປັນເຈົ້າຂອງຢ່າງຮຸນແຮງ, ເຮົາຈະຫວາດລະແວງວາເຂົາອາດໜີເຮົາໄປເມື່ອໃດກໍໄດ້.

ການເອົາຊະນະຄວາມອິດສາ

ເພື່ອຈັດການກັບຄວາມອິດສາ, ເຮົາຕ້ອງສະທ້ອນເບິ່ງການທີ່ຫົວໃຈນັ້ນມີຄວາມສາມາດທີ່ຈະຮັກທຸກຄົນ - ອັນນີ້ແມ່ນລັກສະນະອັນໜຶ່ງຂອງທຳມະຊາດພຣະພຸດທະເຈົ້າ ທີ່ຢູ່ໃນຕົວເຮົາ. ເມື່ອເຮົາຢ້ຳຄືນຄວາມຈິງອັນນີ້, ມັນຈະຊ່ວຍເຮົາເອົາຊະນະກັບຄວາມອິດສາໂດຍການເບິ່ງເຫັນວ່າການຮັກຄົນຜູ້ໜຶ່ງ ບໍ່ໄດ້ຕັດການຮັກຜູ້ອື່ນອອກໄປ. ລອງຄິດກ່ຽວກັບຕົນເອງເບິ່ງ, ເບິ່ງການທີ່ເຮົາສາມາດເປີດໃຈຂອງເຮົາຮັບຫຼາຍຄົນ ແລະ ຫຼາຍສິ່ງ. ດ້ວຍຫົວໃຈທີ່ເປີດກວ້າງ, ເຮົາມີຄວາມຮັກສຳລັບຄູ່, ໝູ່ເພື່ອນ, ລູກ, ສັດລ້ຽງ, ພໍ່ແມ່, ປະເທດ, ທຳມະຊາດ, ພຣະເຈົ້າ, ງານອະດິເລກຂອງເຮົາ ແລະ ອື່ນໆ. ມີພື້ນທີ່ໃນຫົວໃຈຂອງເຮົາສຳລັບທັງໝົດນັ້ນເພາະຄວາມຮັກບໍ່ຈຳກັດ. ເຮົາສາມາດຮັບມື ແລະ ສຳພັນກັບສິ່ງອັນເປັນທີ່ຮັກຂອງເຮົາທັງໝົດນີ້, ສາມາດສະແດງຄວາມຮູ້ສຶກໃນລັກສະນະທີ່ເໝາະສົມກັບສິ່ງນັ້ນໆ ໄດ້ເປັນຢ່າງດີ. ແນ່ນອນ, ເຮົາບໍ່ສະແດງຄວາມຮັກ ແລະ ຄວາມເອົາໃຈໃສ່ຕໍ່ໝາຂອງເຮົາໃນລັກສະນະດຽວກັນກັບທີ່ເຮົາສະແດງຕໍ່ພັນລະຍາ ຫຼື ສາມີ ຫຼື ພໍ່ແມ່!

ຖ້າເຮົາເອງສາມາດມີຫົວໃຈທີ່ເປີດກວ້າງ, ຄູ່ ຫຼື ໝູ່ຂອງເຮົາກໍເຊັ່ນດຽວກັນ. ຫົວໃຈຂອງທຸກຄົນມີຄວາມສາມາດອັນດຽວກັນທີ່ຈະມອບຄວາມຮັກໃຫ້ຫຼາຍຄົນ ແລະ ຫຼາຍສິ່ງ - ແມ່ນແຕ່ໝົດໂລກ. ມັນບໍ່ຍຸຕິທຳ ແລະ ບໍ່ເປັນຕົວຈິງທີ່ຈະຄາດຫວັງ ແລະ ແມ່ນແຕ່ຮຽກຮ້ອງໃຫ້ເຂົາຮັກແຕ່ເຮົາ ແລະ ບໍ່ໃຫ້ມີມິດຕະພາບທີ່ຮັກແພງ ຫຼື ຄວາມສົນໃຈພາຍນອກອັນໃດເລີຍ. ເຮົາຄິດວ່າເຂົາບໍ່ມີຄວາມສາມາດເຖິງຂະໜາດທີ່ເຮົາຮູ້ສຶກວ່າເຂົາບໍ່ມີພື້ນທີ່ໃນໃຈໃຫ້ທັງເຮົາ ແລະ ຄົນອື່ນບໍ? ເຮົາຢາກກີດກັນເຂົາຈາກການເຂົ້າໃຈເຖິງຄວາມສາມາດຂອງທຳມະຊາດພຣະພຸດທະເຈົ້າ ໃນການຮັກ ແລະ, ຈາກນັ້ນ, ຄວາມປິຕິອັນຍິ່ງໃຫຍ່ໃນຊີວິດບໍ?

ໃນທີ່ນີ້, ເຮົາບໍ່ໄດ້ກຳລັງເວົ້າເຖິງຄວາມບໍ່ຊື່ສັດທາງເພດ. ບັນຫາຂອງການຮັກດຽວໃຈດຽວ ແລະ ການນອກໃຈທາງເພດ ແມ່ນຊັບຊ້ອນຫຼາຍ ແລະ ນຳມາເຊິ່ງຫຼາຍບັນຫາຕື່ມອີກ. ເຖິງແນວໃດກໍຕາມ, ຖ້າຄູ່ນອນຂອງເຮົາ, ໂດຍສະເພາະແມ່ນຄູ່ສົມຣົດຂອງເຮົາ, ຫາກນອກໃຈ ຫຼື ໃຊ້ເວລາສ່ວນຫຼາຍກັບຄົນອື່ນ - ໂດຍສະເພາະເມື່ອເຮົາມີລູກນ້ອຍນຳກັນ - ຄວາມອິດສາ, ຄວາມຄຽດແຄ້ນ, ແລະ ຄວາມເປັນເຈົ້າເຂົ້າເຈົ້າຂອງ ຈະບໍ່ແມ່ນການຕອບໂຕ້ທາງອາລົມທີ່ເປັນປະໂຫຍດເລີຍ. ເຮົາຕ້ອງຈັດການກັບສະຖານະການນີ້ຢ່າງມີສະຕິ, ເພາະການຮ້ອງດ່າຄູ່ຂອງເຮົາ ຫຼື ການພະຍາຍາມເຮັດໃຫ້ເຂົາຮູ້ສຶກຜິດ ຈະບໍ່ຄ່ອຍມີຜົນສຳເລັດໃນການເຮັດໃຫ້ເຂົາຮັກເຮົາ.

ການເປີດຫົວໃຈຂອງເຮົາຕໍ່ຄວາມຮັກ

ເມື່ອເຮົາຄິດວ່າມິດຕະພາບທີ່ຮັກແພງໃກ້ຊິດສາມາດເປັນໄດ້ກັບຄົນຜູ້ດຽວເທົ່ານັ້ນ, ເຮົາຈະຮູ້ສຶກວ່າມີແຕ່ຄວາມຮັກຂອງຄົນຜູ້ດຽວ - ຄູ່ ຫຼື ໝູ່ຂອງເຮົາ - ນັ້ນທີ່ສຳຄັນສຳລັບເຮົາ. ເຖິງວ່າຈະມີຄົນອື່ນອີກຫຼາຍຄົນທີ່ຮັກເຮົາ, ເຮົາຍັງມັກຈະເພີກເສີຍຕໍ່ຄວາມຈິງອັນນັ້ນ ແລ້ວຄິດວ່າ, “ອັນນັ້ນບໍ່ນັບ.” ການສືບຕໍ່ເປີດຫົວໃຈຂອງເຮົາໃຫ້ຮັບຮູ້ເຖິງຄວາມຮັກທີ່ຄົນອື່ນຫຼາຍຄົນ - ໝູ່ເພື່ອນ, ຍາດພີ່ນ້ອງ, ສັດລ້ຽງ, ແລະ ອື່ນໆ - ມີໃຫ້ເຮົາໃນຕອນນີ້, ໃນອາດີດ, ແລະ ໃນອະນາຄົດ ຈະຊ່ວຍໃຫ້ເຮົາຮູ້ສຶກປອດໄພ. ແລ້ວອັນນີ້ກໍຈະຊ່ວຍເຮົາເອົາຊະນະຄວາມໝົກໝຸ້ນໃດໆ ທີ່ເຮົາອາດມີຕໍ່ຄົນຜູ້ໜຶ່ງວ່າເປັນສິ່ງທີ່ຮັກອັນແສນພິເສດ.

ທັງການຮອບຮູ້ທຸກຢ່າງ ແລະ ການຮັກທຸກສິ່ງ ໝາຍເຖິງການຄຳນຶງເຖິງທຸກຄົນໃນແນວຄິດ ແລະ ຈິດໃຈຂອງເຮົາ. ເຖິງຢ່າງໃດກໍຕາມ, ເມື່ອພຣະພຸດທະເຈົ້າສຸມໃສ່ແຕ່ຄົນຜູ້ດຽວ, ເພິ່ນຈະສຸມໃສ່ຜູ້ນັ້ນ 100%. ດັ່ງນັ້ນ, ການມີຄວາມຮັກໃຫ້ກັບທຸກຄົນ ຈິ່ງບໍ່ໝາຍຄວາມວ່າຄວາມຮັກຕໍ່ແຕ່ລະຄົນນັ້ນຈືດຈາງລົງ. ເຮົາບໍ່ຈຳເປັນຕ້ອງຢ້ານວ່າຖ້າເຮົາເປີດໃຈໃຫ້ຫຼາຍຄົນແລ້ວ, ຄວາມສຳພັນສ່ວນຕົວຂອງເຮົາຈະຫຼຸດຄວາມເຂັ້ມຂຸ້ນ ຫຼື ເຕີມເຕັມລົງ. ເຮົາອາດເກາະຕິດໜ້ອຍລົງ ແລະ ອາໄສຄວາມສຳພັນອັນດຽວໃຫ້ຕອບສະໜອງທຸກຄວາມຕ້ອງການຂອງຕົນໜ້ອຍລົງ, ແລະ ເຮົາອາດໃຊ້ເວລາກັບຄົນຜູ້ໜຶ່ງໜ້ອຍລົງ, ແຕ່ ແຕ່ລະຄົນຈະມີສ່ວນຮ່ວມຢ່າງເຕັມທີ່. ເຊັ່ນດຽວກັນກັບເວລາທີ່ເຮົາອິດສາວ່າຄວາມຮັກທີ່ຄົນອື່ນມີຕໍ່ເຮົາຈະຈືດຈາງຍ້ອນເຂົາກໍມີຄວາມສຳພັນຮັກກັບຄົນອື່ນຄືກັນ.

ມັນບໍ່ມີເຫດຜົນທີ່ຈະຄິດວ່າຄົນຜູ້ໜຶ່ງຈະມີເນື້ອຄູ່ທີ່ສົມບູນແບບ, “ອີກສ່ວນໜຶ່ງ” ຂອງເຮົາ, ຜູ້ທີ່ຈະຕໍ່ເຕີມຄວາມສົມບູນໃຫ້ເຮົາໃນທຸກທາງ ແລະ ເປັນຄົນທີ່ເຮົາສາມາດແບ່ງປັນທຸກດ້ານຂອງຊີວິດ. ແນວຄວາມຄິດແບບນີ້ແມ່ນຢູ່ບົນພື້ນຖານຂອງນິທານກຣີກບູຮານ ທີ່ເລົ່າໂດຍເພລໂທ ວ່າ ແຕ່ເດີມ, ເຮົາທຸກຄົນເປັນອັນໜຶ່ງທີ່ສົມບູນ, ແລ້ວຖືກຕັດເຄິ່ງ. ໃນແຫ່ງຫົນໜຶ່ງ “ໃນໂລກນີ້” ມີອີກສ່ວນໜຶ່ງຂອງເຮົາຢູ່; ແລະ ຄວາມຮັກອັນແທ້ຈິງແມ່ນອັນທີ່ເຮົາພົບ ແລະ ກັບຄືນສູ່ອີກສ່ວນໜຶ່ງຂອງເຮົາທີ່ຖືກຕັດໄປ. ເຖິງວ່ານິທານນີ້ຈະໄດ້ກາຍເປັນພື້ນຖານໃຫ້ກັບແນວຄວາມຄິດໂຣແມນຕິກຂອງທາງຕາເວັນຕົກ, ມັນພັດບໍ່ພາດພິງເຖິງຄວາມເປັນຈິງເລີຍ. ການເຊື່ອຄືແນວນັ້ນ ຈະແມ່ນຄືການເຊື່ອໃນເຈົ້າຊາຍຮູບງາມຂີ່ມ້າຂາວ ທີ່ຈະມາກອບກູ້ເອົາເຮົາ. ເຮົາຕ້ອງການມິດຕະພາບທີ່ຮັກແພງກັບຫຼາຍຄົນເພື່ອແບ່ງປັນຄວາມສົນໃຈ ແລະ ຄວາມຕ້ອງການຂອງເຮົາທັງໝົດ. ຖ້າອັນນີ້ຖືກສຳລັບເຮົາ, ແລ້ວມັນກໍຈະຖືກສຳລັບຄູ່ ແລະ ໝູ່ຂອງເຮົານຳ. ມັນເປັນໄປບໍ່ໄດ້ທີ່ເຮົາຈະສາມາດເຕີມເຕັມຄວາມຕ້ອງການທັງໝົດຂອງເຂົາ ສະນັ້ນ ເຂົາເອງກໍຕ້ອງການມິດຕະພາບອັນອື່ນຄືກັນ.

ສະຫຼຸບ

ເວລາມີຄົນໃໝ່ເຂົ້າມາໃນຊີວິດເຮົາ, ມັນຈະເປັນປະໂຫຍດທີ່ຈະເບິ່ງເຂົາຄືກັບນົກປ່າທີ່ສວຍງາມ ທີ່ມາຈັບຢູ່ປ້ອງຢ້ຽມເຮົາ. ຖ້າເຮົາອິດສາວ່ານົກນັ້ນຈະໄປຈັບປ່ອງຢ້ຽມຄົນອື່ນຄືກັນ ແລ້ວເອົາມັນຂັງໃສ່ກົງໄວ້, ມັນຈະຫງອຍເຫງົາຈົນເສຍຄວາມງົດງາມໄປ ແລະ ອາດເຖິງຕາຍໄດ້. ຖ້າເຮົາປ່ອຍໃຫ້ນົກບິນຢ່າງອິດສະຫຼະ, ໂດຍປາສະຈາກຄວາມເປັນເຈົ້າເຂົ້າເຈົ້າຂອງ, ເຮົາຈະສາມາດມ່ວນຊື່ນກັບຊ່ວງເວລາອັນມະຫັດສະຈັນທີ່ນົກຢູ່ກັບເຮົາ. ເມື່ອນົກບິນໄປ, ເຊິ່ງກໍເປັນສິດຂອງມັນ, ມັນກໍຈະພ້ອມທີ່ຈະກັບມາຖ້າມັນຮູ້ສຶກປອດໄພກັບເຮົາ. ຖ້າເຮົາຍອມຮັບ ແລະ ນັບຖືວ່າທຸກຄົນມີສິດທີ່ຈະມີມິດຕະພາບທີ່ໃກ້ຊິດຫຼາຍອັນ, ລວມເຖິງຕົວເຮົາເອງ, ຄວາມສຳພັນຂອງເຮົາກໍຈະດີຂຶ້ນ ແລະ ຍືນຍາວຂຶ້ນ.

Top