5 ຫຼັກການພຣະພຸດທະສາສະໜາທີ່ຊ່ວຍດຳເນີນທຸລະກິດ

How to 5 tips business

ພຣະພຸດທະສາສະໜາມັກຖືກຄິດໄປເຖິງການທຳສະມາທິ. ແຕ່ນອກນັ້ນ ຍັງໃຫ້ຄວາມເຂົ້າໃຈກະຈ່າງແຈ້ງຫຼາຍອັນກ່ຽວກັບວິທີຄິດທີ່ສາມາດນຳໄປໃຊ້ໃນຂະແໜງໃດກໍໄດ້. ມາເບິ່ງຫຼັກການພຣະພຸດທະສາສະໜາບາງອັນທີ່ສາມາດຊ່ວຍເຮົາດຳເນີນໂຄງການ ຫຼື ທຸລະກິດອັນໃດກໍໄດ້.

ກຳນົດເປົ້າໝາຍ

ພຣະພຸດທະສາສະໜາເນັ້ນໜັກຢ່າງແຮງເຖິງການສ້າງຄວາມເຂົ້າໃຈທີ່ຈະແຈ້ງຕໍ່ກັບເປົ້າໝາຍ ແລະ ທິດທາງກ່ອນທີ່ຈະກ້າວເຂົ້າຝຶກພຣະທັມ. ເປົ້າໝາຍແມ່ນການຕັດອາລົມລົບກວນອອກຈາກຕົນເອງຢ່າງໝົດສ້ຽງ ແລະ ຮັບຮູ້ເຖິງສັກກະຍາພາບອັນເຕັມປ່ຽມຂອງຈິດໃຈເຮົາ. ພາວະອັນສຸດທ້າຍນີ້ເອີ້ນວ່າ “ການຕັດສະຮູ້.”

ຄ້າຍຄືກັນນີ້, ເມື່ອເຮົາເລີ່ມໂຄງການ ຫຼື ທຸລະກິດອັນໃດ, ສິ່ງສຳຄັນແມ່ນການກຳນົດເປົ້າໝາຍ. ເພື່ອກຳໄລບໍ? ເພື່ອສ້າງຄຸນຄ່າໃຫ້ກັບລູກຄ້າ ຫຼື ແກ້ບັນຫາຫຍຸ້ງຍາກໃຫ້ເຂົາເຈົ້າບໍ? ຍິ່ງເປົ້າໝາຍມີການກຳນົດຊັດເຈນເທົ່າໃດ, ການຊອກຫົນທາງທີ່ຈະໄປເຖິງເປົ້າໝາຍນັ້ນກໍຍິ່ງຈະງ່າຍຂຶ້ນເທົ່ານັ້ນ, ແລະ ການບັນລຸເປົ້າໝາຍນັ້ນກໍຍິ່ງຈະມີໂອກາດສູງຂຶ້ນໄປນຳ.

ປະຕິບັດຕາມຫຼັກການເຫດ ແລະ ຜົນ

ເມື່ອໄດ້ກຳນົດເປົ້າໝາຍແລ້ວ, ເຮົາຕ້ອງຊອກຫາສາເຫດທີ່ຈະນຳໄປສູ່ເປົ້າໝາຍນີ້. ສຳລັບການຕັດສະຮູ້, ສາເຫດອາດແມ່ນການຢຸດພຶດຕິກຳມ້າງເພ ແລະ ການຝຶກຄຸນສົມບັດທີ່ດີຂອງຈິດໃຈເຮົາ, ການສ້າງຄວາມລຶ້ງເຄີຍໃຫ້ຕົນເອງຕໍ່ກັບວິທີການເບິ່ງໂລກ ແລະ ການຮັບມືກັບມັນຢ່າງສ້າງສັນ ແລະ ເປັນຈິງ.

ໃນກໍລະນີຂອງໂຄງການທຸລະກິດ, ເຮົາຕ້ອງໃຊ້ເຫດຜົນເພື່ອຊອກຫາສາເຫດທີ່ຈະນຳເຮົາໄປສູ່ເປົ້າໝາຍສຸດທ້າຍ. ຂະບວນການນີ້ຈະເປັນຄືວິສະວະກຳປີ້ນກັບ. ເຮົາເລີ່ມນຳຮອຍຍ້ອນຫຼັງລຳດັບເຫດຜົນຂອງການກະທຳທີ່ຈະນຳໄປສູ່ເປົ້າໝາຍທີ່ໄດ້ກຳນົດໄວ້. ຂະບວນການນີ້ຈະຊ່ວຍກຳນົດບາດກ້າວທີ່ຈຳເປັນເພື່ອການບັນລຸເປົ້າໝາຍ ແລະ ສ້າງຮູບແບບພື້ນຖານທີ່ດີສຳລັບແຜນການດຳເນີນໂຄງການ.

ຄວາມເຫັນໃຈ: ແກ້ບັນຫາຂອງລູກຄ້າ

ຄວາມເຫັນໃຈເປັນໜຶ່ງໃນຫຼັກການພຣະພຸດທະສາສະໜາທີ່ສຳຄັນທີ່ສຸດ. ອີງຕາມຄຳສອນຂອງພຣະພຸດທະເຈົ້າ:

ຄວາມເຫັນໃຈແມ່ນການປາຖະໜາໃຫ້ຜູ້ອື່ນພົ້ນຈາກທຸກ.

ມັນກ່ຽວຫຍັງກັບທຸລະກິດ? ທຸລະກິດສະໜອງທາງອອກໃຫ້ກັບບັນຫາຂອງລູກຄ້າ. ຖ້າທາງອອກທີ່ທຸລະກິດໜຶ່ງສະໜອງໃຫ້ນັ້ນດີກວ່າທາງອອກອື່ນທີ່ມີຢູ່, ມັນຈະຊະນະການແຂ່ງຂັນທາງທຸລະກິດນັ້ນ. ສະນັ້ນ, ການເຂົ້າໃຈບັນຫາຜູ້ທີ່ຈະມາເປັນລູກຄ້າຂອງເຮົາອາດກຳລັງປະເຊີນຢູ່ ແລະ ການມີທັດສະນະເຫັນໃຈຕໍ່ກັບບັນຫານັ້ນ ຈິ່ງສຳຄັນຫຼາຍ. ເຮົາຕ້ອງລະບຸ ແລະ ຄຳນຶງຢູ່ສະເໝີ ເຖິງບັນຫາທີ່ກຸ່ມເປົ້າໝາຍຂອງເຮົາກຳລັງພົບພໍ້ໃນຊີວິດ ແລະ, ອີງໃສ່ຄວາມເຂົ້າໃຈອັນນັ້ນ, ພະຍາຍາມແກ້ບັນຫານີ້ໃນທາງທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ຄວາມເຫັນໃຈເປັນພື້ນຖານຂອງວິທີການທາງທຸລະກິດແບບລູກຄ້າມາກ່ອນ ຫຼື ແບບຜູ້ຊົມໃຊ້ເປັນສູນກາງ.

ຄວາມບໍ່ແນ່ນອນ: ປັບຕົວເຂົ້າກັບໂລກທີ່ປ່ຽນແປງ

ການວິເຄາະທາງພຣະພຸດທະສາສະໜາໃຫ້ຄວາມເຂົ້າໃຈອັນມີຄ່າຕໍ່ຄວາມເປັນຈິງອີກອັນໜຶ່ງແກ່ເຮົາຄື: ທຸກສິ່ງປ່ຽນແປງສະເໝີ - ຕົວເຮົາເອງ, ສະພາບແວດລ້ອມ, ແລະ ທຸກຄົນທີ່ຢູ່ອ້ອມຂ້າງເຮົາ. ມັນງ່າຍທີ່ຈະຈົມຢູ່ກັບຄວາມຄິດທີ່ເບິ່ງຄືຈະແຈ້ງ ແລະ ໜັກແໜ້ນ; ແຕ່, ໃນຄວາມເປັນຈິງທີ່ປ່ຽນແປງຢ່າງໄວວາ, ມັນມັກກາຍເປັນສາເຫດຂອງການຄິດແບບຄັບແຄບ, ຄວາມດື້ດ້ານ ແລະ ຄວາມບໍ່ຢືດຢຸ່ນ.

ລອງເບິ່ງ Netflix ເປັນຕົວຢ່າງ. ເຂົາຮັບຮູ້ໄດ້ວ່າອິນເຕີເນັດປ່ຽນຮູບແບບການບໍລິໂພກສື່. ແນວຄິດແບບເກົ່າມີພຽງທາງອອກດຽວສຳລັບການບໍລິໂພກເນື້ອຫາທາງວີດີໂອ ຄືການເຊົ່າດີວີດີ. ແຕ່ Netflix ສຳນຶກໄດ້ວ່າມີວິທີທີ່ງ່າຍກວ່ານັ້ນ ຄືການສຕຣີມວີດີໂອ. ອຸດສາຫະກຳການບໍລິໂພກສື່ທັງໝົດບໍ່ໄດ້ສຳນຶກຄວາມອະນິດຈັງຂອງຕະຫຼາດ ແລະ ນິໄສຂອງຜູ້ຊົມໃຊ້. ແຕ່ Netflix ສຳນຶກໄດ້ກ່ອນ, ແລະ ປ່ຽນອຸດສາຫະກຳທັງໝົດຕະຫຼອດໄປ.

ຈັນຍາທັມ: ເຄົາລົບຕົນເອງ, ທີມງານ ແລະ ຜູ້ບໍລິໂພກ

ຈັນຍາທັມພຣະພຸດທະສາສະໜາຢູ່ບົນພື້ນຖານຫຼັກການປາສະຈາກຄວາມຮຸນແຮງ. ເຮົາຮັບຮູ້ວ່າທຸກຄົນຢາກເປັນສຸກ ແລະ ບໍ່ຢາກເປັນທຸກ. ຖ້າເຮົາປະຕິບັດບົນພື້ນຖານຄວາມເຂົ້າໃຈອັນນີ້ ແລະ ພະຍາຍາມຫຼີກລ່ຽງການທຳຮ້າຍຜູ້ອື່ນ, ເຮົາຈະໄດ້ຮັບຄວາມນັບຖື ແລະ ຄວາມໄວ້ວາງໃຈຂອງເຂົາ.

ຖ້າເຮົານັບຖືເພື່ອນຮ່ວມວຽກຂອງເຮົາ, ມັນຈະນຳມາເຊິ່ງຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈກັນໃນທີມງານ. ເຮົາພະຍາຍາມຫຼີກລ່ຽງການເວົ້າສິ່ງບໍ່ດີລັບຫຼັງຄົນ ຫຼື ຕໍ່ໜ້າເຂົາ, ແລະ ພະຍາຍາມເປັນຄົນໂປ່ງໃສ. ຍິ່ງໄປກວ່ານັ້ນ, ຍິ່ງເຮົານັບຖືລູກຄ້າເຮົາເທົ່າໃດ, ເຮົາກໍຍິ່ງຈະໄດ້ຮັບຄວາມໄວ້ວາງໃຈ ແລະ ຈົງຮັກພັກດີກັບຄືນມາຫຼາຍເທົ່ານັ້ນ. ບໍລິສັດດີໆ ເຊັ່ນ Zappos ວາງຕົວແບບທຸລະກິດຂອງເຂົາບົນການນັບຖືຄວາມຕ້ອງການຂອງລູກຄ້າ ແລະ ຄວາມເທົ່າທຽມ ແລະ ຄວາມໂປ່ງໃສໃນໝູ່ເພື່ອນຮ່ວມວຽກ.

ສະຫຼຸບ

ເຮົາສາມາດໃຊ້ 5 ຫຼັກການພຣະພຸດທະສາສະໜາ ເພື່ອເຮັດໃຫ້ທຸລະກິດຂອງເຮົາແຂງແຮງຂຶ້ນ. ຫຼັກການເຫຼົ່ານີ້ລວມມີ:

  • ກຳນົດເປົ້າໝາຍ
  • ອີງໃສ່ເຫດ ແລະ ຜົນ
  • ສ້າງຄວາມເຂົ້າໃຈ ແລະ ຄວາມເຫັນໃຈຕໍ່ລູກຄ້າ
  • ມີສະຕິຕໍ່ຄວາມບໍ່ແນ່ນອນ ແລະ ມີຄວາມຜ່ອນຜັນ ແລະ ມີນະວັດຕະກຳ
  • ປະຕິບັດຕາມຫຼັກຈັນຍາທັມ ແລະ ນັບຖືຕໍ່ເພື່ອນຮ່ວມວຽກ ແລະ ລູກຄ້າ.
Top