ຂໍ້ແນະນຳພຣະພຸດທະສາສະໜາ ສຳລັບຊີວິດ

How to tips for life ridwan meah unsplash

ບາງເທື່ອເຮົາຮູ້ສຶກຫຼົງທາງ ແລະ ບໍ່ຮູ້ຈະຮັບມືກັບຄວາມທ້າທາຍຂອງຊີວິດ ແລະ ບັນລຸເປົ້າໝາຍດ້ານບວກຂອງເຮົາແນວໃດ. ເຮົາຮອດສຸດຄວາມຄິດວ່າຈະເຮັດແນວໃດຈິ່ງຈະເຂົ້າກັບຄົນອື່ນໄດ້ດີກວ່າເກົ່າ. ເມື່ອເຮົາເບິ່ງຄຳສອນຕາມທຳນຽມຂອງພຣະພຸດທະສາສະໜາ, ເຮົາຈະພົບແນວທາງປະຕິບັດອັນອຸດົມສົມບູນທີ່ຈະເປັນປະໂຫຍດສຳລັບທຸກຄົນ, ທຸກເວລາ, ໃນທຸກວັດທະນະທຳ.

ຄຸນສົມບັດທີ່ຄວນປູກຝັງເພື່ອຊ່ວຍຜູ້ອື່ນ

  • ຄວາມເອື້ອເຟື້ອເຜື່ອແຜ່ - ດ້ານເວລາ, ຄຳແນະນຳ, ການຊ່ວຍເຫຼືອ, ແລະ ສິ່ງຂອງຂອງເຮົາ
  • ວິໄນ - ເພື່ອຫຼີກລ່ຽງການປະພຶດ ຫຼື ປາກເວົ້າໃນທາງທີ່ມ້າງເພທຳລາຍ, ແລະ ເພື່ອຊ່ວຍຜູ້ອື່ນໃນທາງທີ່ເຮົາເຮັດໄດ້
  • ຄວາມອົດທົນ - ກັບຄວາມຫຍຸ້ງຍາກໃນການຊ່ວຍເຫຼືອຜູ້ອື່ນ, ເພື່ອທີ່ຈະບໍ່ໂມໂຫ ຫຼື ອຸກອັ່ງ
  • ຄວາມກ້າຫານ ແລະ ຄວາມທົນທານ - ເພື່ອທີ່ຈະສືບຕໍ່, ບໍ່ວ່າສິ່ງຕ່າງໆ ຈະຍາກປານໃດ
  • ຄວາມໝັ້ນຄົງທາງຈິດໃຈ ແລະ ອາລົມ - ເພື່ອຄົງຈຸດສຸມ ແລະ ບໍ່ອອກນອກລູ່ນອກທາງ
  • ການຈຳແນກ - ລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ເປັນໂທດ, ແລະ ສິ່ງທີ່ຄວນ ແລະ ສິ່ງທີ່ບໍ່ຄວນ.

ຫົນທາງທີ່ຈະເປັນອິດທິພົນດ້ານບວກໃຫ້ຜູ້ອື່ນ

  • ເປັນຄົນເອື້ອເຟື້ອເຜື່ອແຜ່ - ດ້ານເວລາ, ຄວາມສົນໃຈ ແລະ ພະລັງງານ
  • ປາກເວົ້າດ້ວຍຄວາມກາລຸນາ - ຈົ່ງລະວັງວ່າບໍ່ພຽງແຕ່ສິ່ງທີ່ເຮົາເວົ້າເທົ່ານັ້ນ, ວິທີທີ່ເຮົາເວົ້າກໍມີຜົນກະທົບຕໍ່ຄົນອື່ນຄືກັນ
  • ປາກເວົ້າ ແລະ ກະທຳດ້ວຍທ່າທາງທີ່ມີຄວາມໝາຍ - ຊຸກຍູ້ຜູ້ອື່ນໃຫ້ສ້າງທັກສະດ້ານບວກຂອງເຂົາ
  • ເປັນຕົວຢ່າງທີ່ດີ - ໂດຍການປະຕິບັດໃນສິ່ງທີ່ຕົນແນະນຳ.

ວິທີບັນລຸເປົ້າໝາຍຂອງເຮົາ

  • ຈະແຈ້ງກ່ຽວກັບເປົ້າໝາຍຂອງເຮົາ - ຮັບປະກັນວ່າມັນເປັນຈິງ, ແລະ ມີຄວາມໝັ້ນໃຈໃນຄວາມສາມາດຂອງຕົນເອງໃນການບັນລຸເປົ້າໝາຍນັ້ນ
  • ຮັກສາວິໄນຂອງຕົນເອງ - ເພື່ອຮັກສາຈຸດສຸມຕໍ່ເປົ້າໝາຍ, ໂດຍບໍ່ອອກນອກລູ່ນອກທາງ ຫຼື ເຮັດສິ່ງທີ່ອາດເປັນໄພຕໍ່ການບັນລຸເປົ້າໝາຍນັ້ນ
  • ເປັນຄົນເອື້ອເຟື້ອເຜື່ອແຜ່ - ດ້ານເວລາ ແລະ ກຳລັງແຮງທີ່ຈະເຮັດວຽກເພື່ອໄປສູ່ເປົ້າໝາຍ
  • ເປັນຄົນເປີດໃຈ - ສືບຕໍ່ຮຽນຕື່ມສິ່ງທີ່ຈະຊ່ວຍເຮົາບັນລຸເປົ້າໝາຍ
  • ຮັກສາຄວາມຮູ້ສຶກຕໍ່ກຽດສັກສີຕົນເອງ - ບໍ່ປະພຶດໃນທາງທີ່ໜ້າລະອາຍ ທີ່ອາດເປັນໄພຕໍ່ການບັນລຸເປົ້າໝາຍຂອງເຮົາ
  • ຮັກສາຄວາມຫ່ວງໄຍ - ຕໍ່ພຶດຕິກຳທີ່ຂາດຄວາມຮັບຜິດຊອບອັນໃດທີ່ຈະກະທົບຕໍ່ທີມງານຂອງເຮົາໃນດ້ານລົບ
  • ຈຳແນກຢ່າງລະມັດລະວັງ - ລະຫວ່າງສິ່ງທີ່ຈະຊ່ວຍ ແລະ ສິ່ງທີ່ຈະຂັດຂວາງຄວາມຄືບໜ້າຂອງເຮົາ.

ຄຸນສົມບັດທີ່ຄວນປູກຝັງເພື່ອບັນລຸເປົ້າໝາຍດ້ານບວກ

  • ເປັນຄົນທີ່ມີຄວາມພໍໃຈ - ກັບການບັນລຸເປົ້າໝາຍທີ່ເປັນຈິງ, ໂດຍບໍ່ໂລບເອົາສິ່ງທີ່ບໍ່ເປັນຈິງ
  • ບໍ່ອຸກອັ່ງ, ຄຽດແຄ້ນ ຫຼື ເປັນສັດຕູກັບຜູ້ອື່ນ - ເມື່ອມີສິ່ງຜິດພາດທີ່ຫຼີກລ່ຽງບໍ່ໄດ້
  • ຮັກສາຈຸດສຸມຂອງເຮົາຕໍ່ເປົ້າໝາຍ - ແລະ ຕໍ່ປະໂຫຍດທີ່ມັນຈະນຳມາເມື່ອເຮົາບັນລຸເປົ້າໝາຍນັ້ນ
  • ຄວບຄຸມຈິດໃຈຂອງເຮົາ - ໃຫ້ສະຫງົບ ແລະ ຮັກສາຄວາມດຸ່ນດ່ຽງທາງອາລົມບໍ່ວ່າຈະເກີດຫຍັງຂຶ້ນ
  • ຈື່ໄວ້ສະເໝີວ່າທຸກສິ່ງປ່ຽນແປງໄດ້ - ບໍ່ວ່າເຮົາຈະຢູ່ໃນອາລົມໃດ, ພາວະຈິດໃຈ ແລະ ອາລົມຂອງເຮົາຈະບໍ່ຄົງທີ່, ແຕ່ມັນສາມາດດີຂຶ້ນໄດ້
  • ຮັກສາຈິດໃຈທີ່ສະຫງົບ - ຈາກການທີ່ຮູ້ວ່າເຮົາກຳລັງພະຍາຍາມສຸດຄວາມສາມາດ.

ວິທີຄວບຄຸມຊີວິດ

  • ຢ່າກ້າວເຂົ້າໄປຢູ່ໃນຈຸດທີ່ເຮົາບໍ່ມີອຳນາດຕັດສິນໃຈໃຫ້ຕົນເອງໄດ້ - ມັນເຮັດໃຫ້ເຮົາຕ້ອງປະນີປະນອມຫຼັກການຂອງເຮົາ ແລະ ເຮັດໃນສິ່ງທີ່ເຮົາຈະກິນແໜງ
  • ຫຼີກລ່ຽງການນອກໃຈ, ຖ້າຢູ່ໃນຄວາມສຳພັນຊູ້ສາວ - ມັນຈະນຳໄປສູ່ຄວາມຫຍຸ້ງເຫຍີງ ແລະ ບັນຫາຢ່າງລີກລ່ຽງບໍ່ໄດ້
  • ຢ່າດີ້ນຮົນຫາຕຳແໜ່ງສູງໆ ທີ່ມີໜ້າທີ່ຮັບຜິດຊອບຫຼວງຫຼາຍ - ມັນຈະກິນເວລາ ແລະ ກຳລັງຂອງເຮົາໝົດ
  • ຢ່າໃຫ້ຄົນອື່ນມີອິດທິພົນຕໍ່ເຮົາຈົນເຮົາປະນິໄສດ້ານບວກ, ເປັນຕົ້ນແມ່ນການກິນອາຫານທີ່ມີປະໂຫຍດ, ການບໍ່ສູບຢາ, ແລະ ການອອກກຳລັງກາຍ - ມັນຈະທຳຮ້າຍສຸຂະພາບ ແລະ ສະຫວັດດີການຂອງເຮົາ.
  • ຢ່າໃຫ້ສັນຍາວ່າຈະເຮັດໃນສິ່ງທີ່ເຮົາບໍ່ສາມາດບັນລຸໄດ້ -ມັນຈະເຮັດໃຫ້ເຮົາເສຍຄວາມໝັ້ນໃຈໃນຕົນເອງ
  • ລະງັບຈາກການປະພຶດແບບຊະຊາຍ - ມັນຈະນຳມາເຊິ່ງຜົນກະທົບດ້ານລົບ.

ຄຸນສົມບັດທີ່ຄວນສ້າງເພື່ອຊ່ວຍເຮົາຫຼີກລ່ຽງບັນຫາໃນສະຖານະການທີ່ທ້າທາຍ

  • ບໍ່ຕື່ນເຕັ້ນ - ເມື່ອຖືກຍ້ອງ ຫຼື ຕຳນິ
  • ຮັກສາສະຕິບໍ່ໃຫ້ຍຶດຕິດ ຫຼື ກຽດຊັງ - ເມື່ອພົບກັບຄົນທີ່ເຮົາສົນໃຈ ຫຼື ບໍ່ມັກ
  • ບໍ່ປະພຶດໃນທາງທີ່ຂັດແຍ່ງກັບຫຼັກການທີ່ດີຂອງຕົນເອງ - ເມື່ອເວລາເຮັດກິດຈະກຳປົກກະຕິ
  • ບໍ່ໝົກໝຸ້ນຢູ່ແຕ່ກັບວັດຖຸສິ່ງຂອງ - ເມື່ອມີສິ່ງຂອງ ຫຼື ຄວາມຮັ່ງມີຫຼາຍ, ຈົນເພີກເສີຍຕໍ່ເປົ້າໝາຍທີ່ສູງກວ່ານັ້ນຂອງຕົນ
  • ບໍ່ຮູ້ສຶກອີດູຕົນເອງ - ເມື່ອປ່ວຍ ຫຼື ເຈັບປວດ, ແຕ່ຄວນໃຊ້ມັນເປັນສະຖານະການທີ່ຈະພັດທະນາຄວາມເຂັ້ມແຂງ ແລະ ບຸກຄະລິກພາຍໃນ
  • ພະຍາຍາມເອົາຊະນະຈຸດອ່ອນ ແລະ ຮັບຮູ້ເຖິງທ່າແຮງດ້ານບວກທັງໝົດຂອງຕົນ - ຢູ່ສະເໝີ.


Top