11 ways to help others

ທັງຄົນ ແລະ ສັດຢ່າງຫຼວງຫຼາຍ ປະສົບກັບຄວາມທຸກທໍລະມານທຸກວັນ. ມີຫຼາຍທາງທີ່ຈະຊ່ວຍເຂົາ, ແຕ່ມັນຂຶ້ນກັບການເຫັນໄດ້ເຖິງສະຖານະການຂອງເຂົາ ແລະ ເຂົ້າໃຈວິທີທີ່ດີທີ່ສຸດທີ່ຈະຊ່ວຍ. ການເປັນຄົນທີ່ມີທັກສະ ແລະ ເຫັນໃຈຄົນອື່ນເທົ່ານັ້ນບໍ່ພໍ - ເຮົາຍັງຕ້ອງເຜື່ອແຜ່ເວລາຂອງເຮົາ, ແລະ ມີວິໄນ, ຄວາມອົດທົນ, ຄວາມມຸມານະ, ສະມາທິ ແລະ ປັນຍາ. ຕໍ່ໄປນີ້ແມ່ນ 11 ທາງຊ່ວຍຜູ້ອື່ນ. ມັນບໍ່ພຽງແຕ່ຈະນຳປະໂຫຍດສູ່ຄົນທີ່ຕ້ອງການເທົ່ານັ້ນ, ແຕ່ຍັງຈະຊ່ວຍເຮົາພົ້ນອອກຈາກກອບຂອງຄວາມໂດດດ່ຽວ ແລະ ເຮັດໃຫ້ຊີວິດເຮົາມີຄວາມໝາຍອີກດ້ວຍ:

1. ດູແລຄົນທີ່ກຳລັງທຸກທໍລະມານ

ເຮົາຕ້ອງດູແລຄົນທີ່ກຳລັງປ່ວຍ, ພິການ ຫຼື ເຈັບປວດ. ຖ້າເຮົາເຫັນຄົນທີ່ກຳລັງແບກເຄື່ອງໜັກ ຫຼື ໜ້າວຽກທີ່ຍາກ, ເຮົາກໍຈະກ້າວເຂົ້າໄປແບ່ງເບົາພາລະຂອງເຂົາ.

2. ນຳພາຄົນທີ່ຍັງສັບສົນໃຫ້ຊ່ວຍຕົນເອງ

ສຳລັບຄົນທີ່ສັບສົນວ່າຊິເຮັດແນວໃດໃນສະຖານະການຫຍຸ້ງຍາກ, ເຮົາຈະໃຫ້ຄຳແນະນຳ ຖ້າເຂົາຖາມ, ຫຼື ຢ່າງໜ້ອຍກໍເປັນຜູ້ຟັງ. ຖ້າໝາແມວຂອງເຮົາຖືກຂັງຢູ່ໃນຫ້ອງ, ເຮົາຈະເປີດປະຕູໃຫ້ມັນອອກມາ. ເຮົາຍັງໃຊ້ແນວທາງອັນນີ້ເວລາທີ່ແມງວັນບິນວື່ຢູ່ປ່ອງຢ້ຽມ. ແມງວັນໂຕນັ້ນບໍ່ໄດ້ຢາກຢູ່ໃນຫ້ອງເຮົາ; ມັນຢາກອອກນອກ ແລະ ສະນັ້ນ ເຮົາຈິ່ງເປີດປ່ອງຢ້ຽມໃຫ້ມັນໜີໄປ.

3. ການຊົດໃຊ້ຄວາມກາລຸນາຂອງຄົນທີ່ໄດ້ຊ່ວຍເຮົາ

ສິ່ງສຳຄັນແມ່ນການຊາບຊຶມເຖິງທຸກຢ່າງທີ່ຄົນອື່ນເຮັດເພື່ອໃຫ້ໂລກນີ້ໝຸນໄປໄດ້, ແລະ ພະຍາຍາມຊ່ວຍຄົນອື່ນ - ເຊັ່ນພໍ່ແມ່ຂອງເຮົາ - ທີ່ໄດ້ເຮັດເພື່ອເຮົາມາຫຼາຍ. ເຮົາຄວນເຮັດແນວນີ້ດ້ວຍຄວາມກະຕັນຍູຢ່າງຈິງໃຈ, ບໍ່ແມ່ນຍ້ອນຄວາມຮູ້ສຶກຜິດ ຫຼື ພັນທະ.

4. ປອບໂຍນ ແລະ ປົກປ້ອງຜູ້ທີ່ເຕັມໄປດ້ວຍຄວາມຢ້ານກົວ

ເຮົາຄວນພະຍາຍາມສຸດຄວາມສາມາດໃນການປອບໂຍນຄົນ ແລະ ສັດທີ່ກຳລັງຢ້ານ. ຖ້າມີຄົນທີ່ຕ້ອງໄປບ່ອນອັນຕະລາຍທີ່ເຂົາອາດຖືກເຈັບ, ເຮົາຈະສະເໜີໄປນຳເຂົາເພື່ອປົກປ້ອງເຂົາ. ສຳລັບຄົນອົບພະຍົບທີ່ໄດ້ໜີມາຈາກອາດີດທີ່ມີຄວາມຮຸນແຮງ, ເຮົາຈະໃຫ້ບ່ອນປອດໄພ ແລະ ຊ່ວຍເຂົາຕັ້ງຫຼັກ. ຄົນທີ່ໄດ້ຖືກເຈັບປວດຍ້ອນສົງຄາມ ຫຼື ການທາລຸນຮູບແບບອື່ນ ຍິ່ງຕ້ອງການຄວາມເຂົ້າໃຈ ແລະ ການຊ່ວຍເຫຼືອຈາກເຮົາ ເພື່ອປິ່ນປົວບາດແຜໃນຈິດໃຈຂອງເຂົາ.

5. ປອບໃຈຄົນທີ່ຕົກຢູ່ໃນຄວາມໂສກເສົ້າ

ເມື່ອຄົນກຳລັງໂສກເສົ້າກັບການຢ່າຮ້າງ ຫຼື ການຕາຍໄປຂອງຄົນຮັກ, ເຮົາຈະພະຍາຍາມປອບໃຈເຂົາດ້ວຍຄວາມເຫັນໃຈ. ເຮົາບໍ່ຄວນຊ່ວຍເຂົາດ້ວຍຄວາມຄິດທີ່ວ່າ “ຕາດູຕົນເດ,” ແຕ່ຄວນເອົາໃຈເຮົາໄປໃສ່ໃຈເຂົາ ແລ້ວແບ່ງເອົາຄວາມເຈັບປວດຂອງເຂົາມາ.

6. ໃຫ້ຄວາມຊ່ວຍເຫຼືອດ້ານວັດຖຸຕໍ່ຄົນທຸກຍາກ

ມັນເປັນການດີທີ່ຈະບໍລິຈາກຕໍ່ການກຸສົນ, ແຕ່ທີ່ສຳຄັນເຊັ່ນກັນແມ່ນການໃຫ້ຄົນຂໍທານທີ່ເຮົາເຫັນຕາມທ້ອງຖະໜົນ. ເຮົາຕ້ອງເອົາຊະນະຄວາມອາຍຂອງຕົນ, ໂດຍສະເພາະຖ້າຄົນຂໍທານຈອນຈັດທີ່ເບິ່ງເປື້ອນ ແລະ ບໍ່ໜ້າດຶງດູດ, ແລະ ເຮົາກໍບໍ່ຢາກຮອດເບິ່ງເຂົາ, ຢ່າວ່າແຕ່ຍິ້ມໃຫ້ ຫຼື ປະຕິບັດຕໍ່ເຂົາດ້ວຍຄວາມເຄົາລົບເລີຍ. ລອງຈິນຕະນາການເບິ່ງວ່າຖ້າຄົນທີ່ນອນແຄມທາງຜູ້ນັ້ນເປັນແມ່ ຫຼື ລູກຂອງເຮົາ: ເຮົາຈະໃຈຫິນຍ່າງຜ່ານເຂົາໄປຄືເຂົາເປັນພຽງຂີ້ເຫຍື້ອເໝັນໆຊິ້ນໜຶ່ງໄປໄດ້ແນວໃດ?

7. ແນະນຳພຣະທັມໃຫ້ຄົນທີ່ຍຶດຕິດກັບເຮົາ

ເຮົາຍັງຕ້ອງພະຍາຍາມຊ່ວຍຄົນທີ່ມັກຢູ່ໃກ້ເຮົາຕະຫຼອດເວລາ. ເຮົາບໍ່ຢາກໃຫ້ເຂົາເອື່ອຍອີງ, ແຕ່ຖ້າເຂົາມີຄວາມສຳພັນອັນແຮງກ້າກັບເຮົາ, ເຮົາກໍສາມາດພະຍາຍາມຊ່ວຍເຂົາໂດຍການສອນວິທີການພື້ນຖານຂອງພຣະພຸດທະສາສະໜາໃນການບັນລຸຄວາມສຸກ ແລະ ຊ່ວຍເຫຼືອຜູ້ອື່ນໄດ້, ຖ້າເຂົາສົນໃຈ. ມັນບໍ່ແມ່ນການປ່ຽນສາສະໜາໃຫ້ຄົນ, ແຕ່ແມ່ນການໃຫ້ການຊ່ວຍເຫຼືອ ແລະ ຄຳແນະນຳທົ່ວໄປ. ໃນວິທີນີ້, ເຮົາສາມາດເຮັດໃຫ້ຄວາມສຳພັນນັ້ນມີຄວາມໝາຍ.

8. ຊ່ວຍຄົນອື່ນຕາມຄວາມປາດຖະໜາຂອງເຂົາ

ເຮົາຄວນພະຍາຍາມຊ່ວຍຜູ້ອື່ນໃນທາງທີ່ເໝາະສົມກັບເຂົາ. ຖ້າມີຄົນຂໍໃຫ້ເຮົາສອນບາງຢ່າງໃຫ້ເຂົາ, ເຖິງແມ່ນວ່າມັນບໍ່ແມ່ນສິ່ງທີ່ເຮົາມັກເຮັດທີ່ສຸດ, ຖ້າມັນເໝາະສຳລັບເຂົາ ແລະ ເຮົາສາມາດເຮັດໄດ້, ເຮົາກໍຄວນເຮັດໃຫ້ດີທີ່ສຸດ. ມັນຄ້າຍກັບເວລາທີ່ເຮົາອອກໄປຮ້ານອາຫານກັບໝູ່, ມັນຈະເປັນການບໍ່ຄຳນຶງເຖິງຈິດໃຈຜູ້ອື່ນ ແລະ ເປັນການເຫັນແກ່ຕົວ ທີ່ຈະຮຽກຮ້ອງໄປກິນແຕ່ອາຫານທີ່ເຮົາມັກ. ເຮົາສາມາດໄປຕາມສິ່ງທີ່ຄົນອື່ນມັກໄດ້ບາງຄັ້ງ. ໃນຄວາມສຳພັນກໍເຊັ່ນກັນ, ເຮົາຕ້ອງມີການປະນີປະນອມລະຫວ່າງສິ່ງທີ່ເຮົາຢາກໄດ້ ແລະ ສິ່ງທີ່ຄົນອື່ນຢາກໄດ້. ມັນບໍ່ຕ້ອງໄປຕາມຮູເຮົາ ແລະ ສິ່ງທີ່ເຮົາມັກສະເໝີກໍໄດ້.

9. ສະໜັບສະໜຸນຄົນທີ່ດຳເນີນຊີວິດທ່ຽງທຳ

ເຮົາສາມາດຊ່ວຍດ້ວຍການຍ້ອງຍໍຄົນທີ່ດຳເນີນຊີວິດຢ່າງທ່ຽງທຳ - ຄົນທີ່ເດີນຕາມເສັ້ນທາງດ້ານບວກ ແລະ ເຮັດໄດ້ດີ - ໃນຂະນະທີ່ລະວັງບໍ່ເຮັດໃຫ້ເຂົາອວດອົ່ງ. ສິ່ງນີ້ຍິ່ງແທດເໝາະໃນເວລາຮັບມືກັບຄົນທີ່ເຫັນຄຸນຄ່າຂອງຕົນເອງຕ່ຳ. ໃນກໍລະນີຂອງຄົນທີ່ມີຄຸນລັກສະນະດີ ທີ່ມີຄວາມອວດອົ່ງ, ເຮົາອາດຍ້ອງເຂົາຕໍ່ຄົນອື່ນ, ແຕ່ບໍ່ຍ້ອງຕໍ່ໜ້າເຂົາ. ເຮົາຍັງຄົງຜັກດັນເຂົາໃຫ້ໃຊ້ຄວາມສາມາດຂອງເຂົາເພື່ອປະໂຫຍດຂອງຄົນອື່ນ, ແຕ່ກໍຍັງຊ່ວຍເຂົາຫຼຸດຜ່ອນຄວາມພູມໃຈໃນຕົນເອງດ້ວຍການຊີ້ບອກຂໍ້ຜິດພາດທີ່ເຂົາອາດເຮັດ.

10. ສອນພຶດຕິກຳແນວກໍ່ສ້າງໃຫ້ຄົນທີ່ດຳເນີນຊີວິດແບບມ້າງເພ

ຖ້າເຮົາພົບຄົນທີ່ດຳເນີນຊີວິດດ້ານລົບ, ແບບມ້າງເພ, ເຮົາບໍ່ຄວນລອຍແພ, ປະຕິເສດ ຫຼື ປະນາມເຂົາ. ແທນທີ່ຈະຕີລາຄາຄົນ, ເຮົາຄວນພະຍາຍາມສະແດງຫົນທາງທີ່ຈະເອົາຊະນະພຶດຕິກຳດ້ານລົບ ຖ້າເຂົາເປີດຮັບທີ່ຈະປ່ຽນແປງ.

11. ໃຊ້ຄວາມສາມາດພິເສດອັນໃດກໍໄດ້ ເມື່ອທຸກຢ່າງທີ່ກ່າວມາລົ້ມເຫຼວ

ເຮົາບາງຄົນມີຄວາມສາມາດເໜືອທຳມະດາ. ເຮົາອາດເປັນຊ່ຽວຊານດ້ານສີລະປະການຕໍ່ສູ້, ແຕ່ບໍ່ສະແດງອອກຕໍ່ຄົນອື່ນ. ແຕ່, ຖ້າເຮົາເຫັນຄົນຖືກໂຈມຕີ, ເຮົາຄວນໃຊ້ຄວາມສາມາດຂອງເຮົາປາບປາມຄົນທີ່ໂຈມຕີ, ຖ້າບໍ່ມີວິທີອື່ນທີ່ຈະຢຸດເຂົາ. ມີຫຼາຍທາງທີ່ຈະເປັນປະໂຫຍດຕໍ່ຄົນອື່ນ. ທັກສະສຳຄັນແມ່ນການຮູ້ທັງວິທີທີ່ຈະຊ່ວຍແຕ່ລະຄົນຜູ້ໃດແນວໃດ, ພ້ອມທັງຮູ້ວ່າເມື່ອໃດຄວນຈະໃຫ້ການຊ່ວຍເຫຼືອ ແລະ ເມື່ອໃດຄວນຢືນຢູ່ຫ່າງໆ ເພື່ອໃຫ້ຄົນອື່ນໄດ້ຮຽນຊ່ວຍຕົນເອງ. ຄົນທີ່ກຳລັງທຸກທໍລະມານຢ່າງເຫັນໄດ້ແຈ້ງ, ບໍ່ວ່າທາງຮ່າງກາຍ ຫຼື ຈິດໃຈ, ຕ້ອງການການດູແລຈາກເຮົາທັນທີ. ແຕ່ການຊ່ວຍເຫຼືອຕ້ອງໃຫ້ດ້ວຍມາດຕະການທີ່ຖືກ - ບໍ່ຫຼາຍ ແລະ ບໍ່ໜ້ອຍຈົນເກີນໄປ. ເຮົາຕ້ອງຊ່ວຍຄົນທີ່ໂຊກຮ້າຍໃຫ້ກັບມາຢືນດ້ວຍຄົນເອງໄດ້, ແຕ່ບາງເທື່ອການຊ່ວຍເຫຼືອໄລຍະຍາວທີ່ດີທີ່ສຸດແມ່ນການໃຫ້ເງື່ອນໄຂ ແລະ ເຄື່ອງມືເພື່ອທີ່ຄົນອື່ນຈະສາມາດເດີນຕໍ່ ແລະ ດູແລຕົວເຂົາເອງໄດ້.

Top