ຄວາມຮັກແມ່ນການປາຖະໜາໃຫ້ຜູ້ອື່ນເປັນສຸກ ແລະ ມີສາເຫດຂອງຄວາມສຸກ. ບົນພື້ນຖານຄວາມເຂົ້າໃຈທີ່ວ່າທຸກຄົນຢາກເປັນແນວນັ້ນຄືກັນ, ມັນຈິ່ງເປັນສິ່ງສາກົນ ແລະ ບໍ່ມີເງື່ອນໄຂ. ມັນກວມເອົາຄຸນຄ່າຂອງຄວາມຮູ້ສຶກທີ່ໄວຕໍ່ຄວາມຕ້ອງການຂອງຜູ້ອື່ນ ແລະ ຄວາມເຕັມໃຈທີ່ຈະປະກອບສ່ວນຕໍ່ຄວາມສຸກຂອງເຂົາ. ມັນສາມາດແຜ່ໄປເຖິງທຸກຄົນເທົ່າໆ ກັນ, ບໍ່ວ່າເຂົາຈະພົວພັນກັບເຮົາແນວໃດ ຫຼື ເຂົາໄດ້ເຮັດຫຍັງ, ແລະ ມັນບໍ່ຫວັງຫຍັງຕອບແທນ. ໃນພຣະພຸດທະສາສະໜາ, ຄວາມຮັກເປັນແຫຼ່ງຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດ.
ຄວາມຮັກ ກັບ ການຍຶດຕິດ
ຄວາມຮັກສ່ວນຫຼາຍຈະມາກັບອາລົມອື່ນ. ກັບການຍຶດຕິດແບບຜິດໆ, ເຮົາເນັ້ນໃສ່ຄຸນສົມບັດດີໆ ຂອງຄົນຜູ້ໜຶ່ງຈົນເກີນໄປ - ບໍ່ວ່າຈະຈິງ ຫຼື ຈິນຕະນາການເອົາ - ແລະ ປະຕິເສດຂໍ້ບົກພ່ອງຂອງເຂົາ. ເຮົາເກາະຕິດເຂົາ ແລະ ອາລົມເສຍເມື່ອເຂົາບໍ່ໃຫ້ຄວາມສົນໃຈກັບເຮົາ, ໂດຍຄິດວ່າ, “ຂ້ອຍຮັກເຈົ້າ; ຢ່າຖິ້ມຂ້ອຍໄປເດັດຂາດ; ຂ້ອຍຢູ່ໂດຍບໍ່ມີເຈົ້າບໍ່ໄດ້.”
ຄວາມຮັກທີ່ແທ້ຈິງແມ່ນຄວາມປາຖະໜາທີ່ຈະຮັກສາຄວາມສຸກໃຫ້ທຸກສິ່ງມີຊີວິດໂດຍຍຸຕິທັມ, ບໍ່ວ່າເຮົາຈະມັກເຂົາ ຫຼື ບໍ່ - ຢົງຊິນ ລິງ ຣິນໂປເຊ
ຄວາມຮັກໃນພຣະພຸດທະສາສະໜາມີຄວາມຮູ້ສຶກໃກ້ຊິດກັບຜູ້ອື່ນ, ແຕ່ມັນບໍ່ໄດ້ຢູ່ບົນພື້ນຖານທີ່ວ່າເຂົາຮັກ ແລະ ເບິ່ງແຍງເຮົາຄືນຫຼືບໍ່, ແລະ ສະນັ້ນ ຈິ່ງບໍ່ມີການເອື່ອຍອີງໃສ່ໃຜ. ຄວາມຮັກທີ່ປົນກັບຄວາມຍຶດຕິດ ແລະ ການເອື່ອຍອີງຈະບໍ່ຄົງທົນ. ຖ້າຄົນທີ່ເຮົາຮັກເຮັດໃຫ້ເຮົາເຈັບປວດ, ເຮົາອາດບໍ່ຮັກເຂົາອີກຕໍ່ໄປ. ພຽງແຕ່ເບິ່ງວ່າມີຊີວິດຈັກຄູ່ທີ່ເລີ່ມດ້ວຍຄວາມຮັກ ແລະ ສຸດທ້າຍກໍຢ່າຮ້າງກັນ! ເມື່ອເຮົາພົ້ນຈາກຄວາມຄາດຫວັງໃດໆ, ຈະບໍ່ມີຫຍັງທີ່ຈະຜັກດັນເຮົາອອກຈາກມັນໄດ້. ຄືກັບພໍ່ແມ່ທີ່ຮັກ ແລະ ຢາກໄດ້ສິ່ງທີ່ດີທີ່ສຸດສຳລັບລູກຂີ້ດື້ຂອງເຂົາສະເໝີ, ການສ້າງຄວາມຮັກທີ່ຄົງທົນຈະໃຫ້ພະລັງກັບເຮົາໃນການຮັບມື ແມ່ນແຕ່ກັບຄົນທີ່ທ້າທາຍທີ່ສຸດ. ມັນອາໄສການຝຶກຝົນ, ແຕ່ເຮົາທັງໝົດມີຄວາມສາມາດເຮັດໄດ້.
ການຮັກຕົນເອງ
ຄວາມຮັກສາກົນກວມເອົາລັກສະນະທີ່ມັກຖືກເບິ່ງຂ້າມຄື: ເຮົາຕ້ອງຮັກຕົນເອງນຳ - ບໍ່ແມ່ນໃນທາງທີ່ເອົາຕົນເອງເປັນສູນກາງ, ບູຊາຕົນເອງ, ແຕ່ດ້ວຍຄວາມຫ່ວງໄຍຢ່າງຈິງໃຈຕໍ່ສະຫວັດດີການໄລຍະສັ້ນ ແລະ ໄລຍະຍາວຂອງຕົນ. ເຮົາອາດບໍ່ມັກລັກສະນະທຳຮ້າຍຕົນເອງບາງອັນຂອງບຸກຄະລິກຂອງເຮົາ, ແຕ່ມັນບໍ່ໄດ້ໝາຍຄວາມວ່າເຮົາຢາກໃຫ້ຕົນເອງເປັນທຸກ - ເຊິ່ງເປັນສິ່ງກົງກັນຂ້າມກັບຄວາມຮັກ. ໂດຍທຳມະຊາດແລ້ວ, ເຮົາຍ່ອມຢາກໃຫ້ຕົນເອງເປັນສຸກ.
ເມື່ອເຮົາຫັນຄວາມຮັກໃສ່ຕົນເອງ, ມັນບໍ່ແມ່ນແຕ່ການຫວັງເອົາສິ່ງທີ່ຈະສະໜອງຄວາມປາຖະໜາຕໍ່ຄວາມສຳລານ ແລະ ຄວາມບັນເທີງອັນຮ້ອນຮົນຂອງຕົນເທົ່ານັ້ນ. ຄວາມສຸກໃນປະລິມານນ້ອຍທີ່ເຮົາໄດ້ຈາກສິ່ງເຫຼົ່ານີ້ຈະບໍ່ມີວັນຢູ່ດົນ ແລະ ສຸດທ້າຍເຮົາກໍຈະຢາກໄດ້ອີກ. ຖ້າເຮົາຮັກຕົນເອງຢ່າງແທ້ຈິງ, ເຮົາຈະພະຍາຍາມຄົ້ນຫາຄວາມສຸກທີ່ຍືນຍົງຢ່າງແທ້ຈິງ, ບໍ່ພຽງແຕ່ຄວາມສຳລານຊົ່ວຄາວ. ເມື່ອເຮົາຮັກຕົນເອງໄດ້ແທ້ໆ ແລ້ວເມື່ອນັ້ນເຮົາຈະສາມາດຮັກຜູ້ອື່ນໄດ້ຈິງ.