ວິທີພັດທະນາຄວາມເມດຕາ

How to develop love derek thomson unsplash

ຄວາມຮັກສາກົນ - ຄວາມປາຖະໜາໃຫ້ທຸກຄົນເປັນສຸກ ແລະ ມີເຫດຂອງຄວາມສຸກ - ເກີດຈາກຄວາມເຂົ້າໃຈວ່າຊີວິດເຮົາເຊື່ອມຕໍ່ກັບຊີວິດຄົນອື່ນທັງນັ້ນ. ເຮົາແຕ່ລະຄົນເປັນສ່ວນໜຶ່ງຂອງມວນມະນຸດ, ແລະ ສະຫວັດດີພາບຂອງເຮົາກໍກ່ຽວພັນກັບຊຸມຊົນທົ່ວໂລກທັງໝົດ - ບໍ່ມີໃຜສາມາດໜີພົ້ນຜົນກະທົບຂອງເສດຖະກິດທີ່ຕົກຕ່ຳ ຫຼື ການປ່ຽນແປງດິນຟ້າອາກາດ. ການທີ່ເຮົາເຊື່ອມຕໍ່ກັບມະນຸດຊາດນັ້ນ, ມັນກໍເໝາະສົມທີ່ສຸດແລ້ວທີ່ຈະແຜ່ຄວາມເມດຕາໃຫ້ທຸກຄົນ.

ການປູກຝັງຄວາມເມດຕາໃຫ້ຄົນອື່ນຈະເຮັດໃຫ້ຈິດໃຈເຮົາສະຫງົບໂດຍອັດຕະໂນມັດ. ມັນເປັນແຫຼ່ງອັນສຸດຍອດຂອງຊີວິດທີ່ປະສົບຜົນສຳເລັດ. - ອົງພຣະດາໄລ ລາມະ ທີ 14

ເພື່ອພັດທະນາຄວາມເມດຕາ, ເຮົາຕ້ອງເຫັນຄຸນຄ່າຂອງຄວາມເຊື່ອມໂຍງຂອງເຮົາ. ທຸກສິ່ງທີ່ເຮົາກິນ, ໃຊ້ ແລະ ມ່ວນຊື່ນນຳ ລ້ວນແຕ່ມາຈາກແຮງງານຂອງຜູ້ອື່ນ. ພຽງແຕ່ຄິດເຖິງພັນໆ ຄົນໃນແຕ່ລະມຸມຂອງໂລກທີ່ມີສ່ວນຮ່ວມໃນການສ້າງອຸປະກອນອີເລັກໂທຣນິກທີ່ເຈົ້າກຳລັງໃຊ້ອ່ານບົດຄວາມນີ້. ການພິຈາລະນາລົງເລິກເຖິງສິ່ງນີ້ເຮັດໃຫ້ເຮົາຮູ້ສຶກເຊື່ອມໂຍງ ແລະ ຮູ້ບຸນຄຸນທຸກຄົນ, ເຊິ່ງຈະນຳໄປສູ່ຄວາມຮູ້ສຶກເປັນສຸກເລິກໆ ໃນຕົວເຮົາ. ແລ້ວເຮົາກໍຈະມີຄວາມຫ່ວງໄຍຕໍ່ຄວາມສຸກຂອງຜູ້ອື່ນໂດຍທຳມະຊາດ; ຄວາມຮູ້ສຶກເຫຼົ່ານີ້ແມ່ນພື້ນຖານຂອງຄວາມຮັກສາກົນ.

ສະມາທິສັ້ນໆ ເພື່ອພັດທະນາຄວາມເມດຕາ

ເຮົາຕ້ອງພັດທະນາຄວາມເມດຕາຕໍ່ຕົນເອງກ່ອນ. ຖ້າເຮົາບໍ່ຫວັງໃຫ້ຕົນເອງເປັນສຸກ, ເຮົາຈະຢາກໃຫ້ຄົນອື່ນເປັນສຸກໄປເຮັດຫຍັງ?

ເຮົາເລີ່ມໂດຍການຮູ້ສຶກເລິກໆ:

  • ວ່າມັນຈະມະຫັດສະຈັນປານໃດຖ້າເຮົາເປັນສຸກ ແລະ ມີສາເຫດໃຫ້ຄວາມສຸກນັ້ນ.
  • ຂ້ອຍຫວັງໃຫ້ຂ້ອຍເປັນສຸກ.
  • ຂໍໃຫ້ຂ້ອຍສາມາດນຳຄວາມສຸກມາໃຫ້ຕົນເອງ.

ເມື່ອເຮົາໄດ້ປະສົບກັບຄວາມປາຖະໜາອັນແຮງກ້າທີ່ຈະໃຫ້ຕົນເອງເປັນສຸກ, ເຮົາສາມາດຂະຫຍາຍກອບຂອງເຮົາ ແລະ ໝູນໃຊ້ຄວາມຄິດອັນດຽວກັນນີ້ຕໍ່ແວດວົງທີ່ກວ້າງອອກໄປອີກ:

  1. ກ່ອນອື່ນ, ເຮົາແນຄວາມເມດຕາຂອງເຮົາໃສ່ຄົນທີ່ເຮົາຮັກ ແລະ ໝູ່ເພື່ອນຂອງເຮົາ.
  2. ແລ້ວເຮົາກໍຂະຫຍາຍອອກໄປສູ່ຄົນທີ່ເຮົາຮູ້ສຶກທຳມະດານຳທີ່ເຮົາພົບພໍ້ທຸກວັນ.
  3. ແລ້ວ, ເຮົາກໍພະຍາຍາມພັດທະນາຄວາມເມດຕາຕໍ່ຄົນທີ່ເຮົາບໍ່ມັກຈັກດີ້.
  4. ໃນທີ່ສຸດ, ເຮົາຈະແນຄວາມເມດຕາຂອງເຮົາໃສ່ທັງໂລກ ແລະ ສິ່ງມີຊີວິດທັງໝົດ.

ໃນທາງນີ້, ເຮົາສາມາດພັດທະນາຄວາມຮູ້ສຶກເມດຕາຂອງເຮົາໃຫ້ລວມເອົາບໍ່ພຽງແຕ່ຕົນເອງ ແລະ ຄົນອ້ອມຂ້າງເຮົາເທົ່ານັ້ນ, ແຕ່ເອົາສິ່ງມີຊີວິດທັງໝົດ.

ຖ້າເຮົາສາມາດເຮັດຫຍັງທີ່ພາໃຫ້ຄົນອື່ນເປັນສຸກໄດ້, ແລ້ວເຮົາກໍຄວນເຮັດ. ຖ້າເຮົາເຮັດບໍ່ໄດ້, ແລ້ວເຮົາກໍສາມາດຈິນຕະນາການໃຫ້ເຂົາໃນສິ່ງທີ່ຈະພາໃຫ້ເຂົາໄປເຖິງບໍ່ພຽງແຕ່ຄວາມສຸກໄລຍະສັ້ນ, ແຕ່ເຖິງສະຫວັດດີພາບໄລຍະຍາວນຳ. ອັນນີ້ບໍ່ແມ່ນພຽງແຕ່ກ່ຽວກັບການສະໜອງອາຫານ ແລະ ທີ່ພັກອາໄສໃຫ້ຄົນຈອນຈັດ - ຜົນທີ່ສຸດ, ຄົນຮັ່ງມີ ແລະ ປະສົບຜົນສຳເລັດຫຼາຍຄົນກໍເປັນທຸກເຊັ່ນກັນ ແລະ ຕ້ອງໄດ້ສົ່ງຄວາມຫວັງຂອງເຮົາໄປໃຫ້ນຳ. ຄວາມເມດຕາອັນແທ້ຈິງຕໍ່ຄອບຄົວ ແລະ ໝູ່ຂອງເຮົາ ແລະ ສິ່ງມີຊີວິດທຸກຕົນທີ່ເຮົາພົບພໍ້ຍ່ອມຈະຄ່ອຍໆ ເກີດຂຶ້ນ, ນຳເອົາຄວາມສຸກມາສູ່ເຮົາ ແລະ ຜູ້ອື່ນ.

Top