ຄຳສອນພຣະພຸດທະສາສະໜາໃຫ້ຄຳແນະນຳຢ່າງຫຼວງຫຼາຍກ່ຽວກັບວິທີດຳລົງຊີວິດປະຈຳວັນຂອງເຮົາ. ລອງເບິ່ງດ້ານລຸ່ມນີ້.
ເມື່ອເຮົາຕື່ນຂຶ້ນ
ເມື່ອຕື່ນມາ ແລະ ກ່ອນຈະລຸກຂຶ້ນ, ເຮົາຄວນຮູ້ສຶກມີຄວາມສຸກເປັນຢ່າງລົ້ນເຫຼືອ ແລະ ຮູ້ສຶກຂອບໃຈທີ່ເຮົາຍັງມີຊີວິດຢູ່, ພ້ອມທີ່ຈະພົບກັບວັນໃໝ່. ເຮົາຕັ້ງເຈຕະນາລົມອັນແຮງກ້າເພື່ອ:
- ເຮັດໃຫ້ວັນນີ້ມີຄວາມໝາຍ.
- ບໍ່ເສຍໂອກາດອັນມີຄ່າທີ່ເຮົາມີໃນການປັບປຸງຕົວ ແລະ ຊ່ວຍຜູ້ອື່ນ.
ຖ້າເຮົາຕ້ອງໄປວຽກ, ເຮົາຕັດສິນໃຈຈະພະຍາຍາມສຸມຈິດໃຈ ແລະ ສ້າງປະສິດທິຜົນ. ເຮົາຈະບໍ່ໂມໂຫ, ໄຮ້ຄວາມອົດທົນ ຫຼື ອາລົມເສຍກັບເພື່ອນຮ່ວມວຽກ. ເຮົາຈະເປັນມິດກັບທຸກຄົນ, ແຕ່ຈະບໍ່ເສຍເວລາຄົນອື່ນດ້ວຍການເວົ້າຫຼິ້ນເວົ້າຫົວ ຫຼື ນິນທາທີ່ບໍ່ມີຄວາມໝາຍ. ຖ້າເຮົາດູແລຄອບຄົວ, ເຮົາຈະຕັດສິນໃຈວ່າຈະບໍ່ເສຍຄວາມອົດທົນ, ແຕ່ຈະດູແລຄວາມຕ້ອງການທາງຮ່າງກາຍ ແລະ ຈິດໃຈຂອງເຂົາໃຫ້ດີທີ່ສຸດເທົ່າທີ່ເຮົາສາມາດເຮັດໄດ້, ດ້ວຍຄວາມຮັກ ແລະ ເອົາໃຈໃສ່.
ສະມາທິໃນຕອນເຊົ້າ
ຕາມປົກກະຕິ, ເຮົາອາດທຳສະມາທິໜ້ອຍໜຶ່ງກ່ອນອາຫານເຊົ້າ. ພຽງແຕ່ນັ່ງສະຫງົບຫ້າ ຫຼື ສິບນາທີ, ສຸມໃສ່ການຫັນໃຈ ແລະ ລວມສູນຈະຊ່ວຍໄດ້.
ເຮົາທົບທວນຄືນເບິ່ງວິທີທີ່ຊີວິດເຮົາພົວພັນສານສອດກັບຄົນທີ່ຢູ່ອ້ອມຂ້າງເຮົາ. ວິທີທີ່ເຂົາກະທຳ ແລະ ຮູ້ສຶກມີຜົນຕໍ່ເຮົາ ແລະ ຄົນອື່ນ, ແລະ ເຮົາສ້າງຄວາມຮູ້ສຶກອົບອຸ່ນຂອງຄວາມຮັກ: “ຂໍໃຫ້ເຂົາທຸກຄົນມີຄວາມສຸກ,” ແລະ ຄວາມເຫັນໃຈ: “ຂໍໃຫ້ເຂົາທຸກຄົນພົ້ນຈາກຄວາມເປັນທຸກ ແລະ ບັນຫາທີ່ເຂົາມີ.” ເຮົາຕັດສິນໃຈວ່າ, ມື້ນີ້, ເຮົາຈະພະຍາຍາມຊ່ວຍຜູ້ອື່ນໃນທາງໃດກໍຕາມທີ່ເຮົາສາມາດເຮັດໄດ້, ແລະ ຖ້ານັ້ນເປັນໄປບໍ່ໄດ້, ຢ່າງໜ້ອຍເຮົາຈະລະງັບຈາກການສ້າງອັນຕະລາຍ.
ສະຕິລະຫວ່າງວັນ
ຕະຫຼອດວັນ, ເຮົາພະຍາຍາມຮັກສາສະຕິຕໍ່ວິທີທີ່ເຮົາປະພຶດ, ເວົ້າ, ຄິດ ແລະ ຮູ້ສຶກ. ໂດຍສະເພາະແລ້ວ ເຮົາພະຍາຍາມສັງເກດເບິ່ງວ່າມີອາລົມລົບກວນເຊັ່ນ ຄວາມໂມຫາ, ຄວາມໂລບ, ຄວາມອິດສາ, ຄວາມອວດອົ່ງ ແລະ ອື່ນໆ ພະຍາຍາມເຂົ້າມາ ຫຼື ບໍ່. ເຮົາບັນທຶກໄວ້ເມື່ອເຮົາປະພຶດດ້ວຍຄວາມເຫັນແກ່ຕົວ ຫຼື ໂດຍບໍ່ຄິດເຖິງຄວາມຮູ້ສຶກຂອງຄົນອື່ນ, ຫຼື ດ້ວຍຄວາມອີດູຕົນເອງ ຫຼື ຄວາມອະຄະຕິ. ໃນລະດັບທີ່ລະອຽດອ່ອນກວ່ານັ້ນ, ເຮົາແນໃສ່ທີ່ຈະຮູ້ຕົວເອງ ເວລາທີ່ເຮົາວາດພາບເລື່ອງລາວພິລຶກຫຶກໜາກ່ຽວກັບຕົນເອງ, ຄົນອື່ນ, ແລະ ສະຖານະການຕ່າງໆ ໂດຍລວມ. ເຮົາສັງເກດເບິ່ງຊ່ວງເວລາເຫຼົ່ານັ້ນທີ່ເຮົາຈິນຕະນາການວ່າເຮົາຈະບໍ່ມີວັນໄດ້ໄປເຖິງປາຍຄິວຍາວຢຽດ, ວ່າບໍ່ມີໃຜທີ່ຈະສາມາດຮັກຄົນຄືເຮົາໄດ້, ແລະ ເມື່ອທັງໝົດທີ່ເຮົາຮູ້ສຶກມີພຽງ “ອີ່ຕົນໂຕເອງເດ້.”
ເມື່ອເຮົາຈັບໄດ້ວ່າຕົນເອງກຳລັງປະພຶດ, ເວົ້າ ຫຼື ຄິດຕາມໃຈໄປກັບຕົວກໍ່ບັນຫາອັນໃດອັນໜຶ່ງເຫຼົ່ານີ້, ເຮົາຈະນຳໃຊ້ສະຕິອີກລະດັບໜຶ່ງ. ກ່ອນອື່ນໝົດ, ເຮົາຈະພະຍາຍາມຢຸດຕົນເອງກ່ອນທີ່ເຮົາຈະເຮັດ ຫຼື ເວົ້າຫຍັງທີ່ເຮົາຈະເສຍໃຈພາຍຫຼັງ. ຖ້າເຮົາໄດ້ເຮັດໄປແລ້ວ, ເຮົາຈະຢຸດທັນທີກ່ອນທີ່ເຮົາຈະເຮັດ ຫຼື ເວົ້າຫຍັງທີ່ຮຸນແຮງໄປກວ່ານັ້ນ. ເຮົາຈະເຮັດເຊັ່ນດຽວກັນນີ້ຖ້າເຮົາພົບຕົນເອງໃນວົງຈອນຂອງຄວາມຄິດດ້ານລົບ. ເຮົາຈະຮັກສາວິທີແກ້ຜິດໄວ້ໃນໃຈເພື່ອທຳຄວາມສະຫງົບ ແລະ ແກ້ສິ່ງລົບກວນຈິດໃຈ ແລະ ອາລົມເຫຼົ່ານີ້, ນຳໃຊ້ ແລະ ຮັກສາມັນໄວ້ຈົນກວ່າເຮົາຈະດຶງຄວາມສະຫງົບຂອງຕົນກັບມາ.
ຕົວຢ່າງທີ່ເຮົາສ່ວນຫຼາຍສາມາດເຂົ້າໃຈໄດ້ແມ່ນເມື່ອມີຄົນຢູ່ບ່ອນເຮັດວຽກ ຫຼື ຢູ່ເຮືອນຕຳນິເຮົາ ຫຼື ເຮັດບາງຢ່າງທີ່ສ້າງຄວາມລຳຄານໃຫ້ເຮົາຫຼາຍ. ເຮົາຄວນ:
- ຈື່ໄວ້ວ່າການຮ້ອງໂຮຈະບໍ່ຊ່ວຍຫຍັງ ແລະ ພະຍາຍາມສະຫງົບລົງໂດຍການສຸມໃສ່ການຫັນໃຈ; ຄືດັ່ງທີ່ເຮົາເຮັດໃນຕອນເຊົ້າ.
- ລຳນຶກວ່າທຸກຄົນຢາກມີຄວາມສຸກ ແລະ ບໍ່ເປັນທຸກ, ແຕ່ວ່າຄົນສ່ວນຫຼາຍສັບສົນ ແລະ ປະພຶດໃນທາງທີ່ນຳມາເຊິ່ງບັນຫາ.
- ສ້າງຄວາມປາຖະໜາໃຫ້ເຂົາມີຄວາມສຸກ ແລະ ມີເຫດຜົນທີ່ຈະມີຄວາມສຸກ.
- ຊີ້ໃຫ້ເຫັນເຖິງຜົນກະທົບດ້ານລົບຂອງພຶດຕິກຳຂອງເຂົາຖ້າເຂົາເປີດຮັບຄຳແນະນຳຂອງເຮົາ, ແລະ ຂໍໃຫ້ເຂົາຢຸດ.
- ຖ້າເຂົາບໍ່ມີປະຕິກິລິຍາຕອບໂຕ້ເລີຍ, ຈົ່ງຄົງງຽບຢູ່ ແລະ ຖືເອົາເຫດການນີ້ເປັນບົດຮຽນຂອງຄວາມອົດທົນ. ຢ່າງໃດກໍຕາມ, ເຮົາບໍ່ຄວນຢືນຢູ່ຊື່ໆ ຖ້າເຮົາສາມາດຢຸດສິ່ງລົບກວນບາງອັນ.
ສິ່ງສຳຄັນອັນໜຶ່ງທີ່ຕ້ອງຄວບຄຸມແມ່ນສັນຊາດຕະຍານທີ່ຈະປົກປ້ອງຕົນເອງເມື່ອຄົນອື່ນຕຳນິເຮົາ. ເຮົາສາມາດຄົງຄວາມສະຫງົບ ແລະ ກວດສອບຢ່າງຊື່ສັດເບິ່ງວ່າສິ່ງທີ່ເຂົາເວົ້ານັ້ນຖືກບໍ່ - ແລະ ຖ້າມັນຖືກ, ແລ້ວເຮົາກໍສາມາດຂໍໂທດ ແລະ ແກ້ໄຂພຶດຕິກຳຂອງເຮົາໄດ້. ຖ້າສິ່ງທີ່ເຂົາເວົ້າຫາກໄຮ້ສາລະ, ເຮົາຈະຖິ້ມມັນໄປ ຖ້າມັນບໍ່ສຳຄັນ. ຖ້າມັນກ່ຽວກັບບັນຫາທີ່ສຳຄັນ, ເຮົາສາມາດຊີ້ບອກຄວາມຄິດຜິດໆ ຂອງເຂົາ, ຕາບໃດທີ່ເຮົາເຮັດໂດຍປາສະຈາກການທັບຖົມ ຫຼື ຮຸກຮານ.
ສະມາທິໃນຕອນແລງ
ກ່ອນເຮົານອນຕອນຄ່ຳ, ເຮົາສາມາດທຳສະມາທິສັ້ນໆ ໄດ້ອີກເທື່ອໜຶ່ງເພື່ອທຳຄວາມສະຫງົບຈາກກິດຈະກຳຂອງວັນ, ໂດຍການສຸມໃສ່ການຫັນໃຈອີກຄັ້ງ. ເຮົາທວນຄືນເຫດການຂອງວັນ ແລະ ເບິ່ງວ່າເຮົາຈັດການກັບມັນແນວໃດ. ເຮົາໄດ້ເສຍອາລົມ, ຫຼື ເວົ້າແນວໂງ່ໆ ໄປບໍ່? ຖ້າໄດ້ເຮັດ, ເຮົາຈະເສຍໃຈທີ່ເຮົາບໍ່ສາມາດຄວບຄຸມຕົນເອງໄດ້, ແລ້ວໂດຍປາສະຈາກຄວາມຮູ້ສຶກຜິດ, ຈະຕັດສິນໃຈເຮັດມື້ອື່ນໃຫ້ດີກວ່າເກົ່າ. ເຮົາຍັງເນັ້ນຈື່ຈຳເວລາທີ່ເຮົາຮັບມືກັບສະຖານະການໄດ້ຢ່າງສະຫຼາດ ແລະ ດ້ວຍຄວາມເມດຕາ. ເຮົາຈະປິຕິຍິນດີກັບສິ່ງນັ້ນ ແລະ ຕັດສິນໃຈສືບຕໍ່ໄປໃນທິດທາງນັ້ນ. ແລ້ວເຮົາກໍເຂົ້ານອນ, ຄອງຄອຍມື້ອື່ນທີ່ເຮົາຈະສາມາດສືບຕໍ່ພັດທະນາຕົນເອງ ແລະ ຊ່ວຍເຫຼືອຜູ້ອື່ນ. ເຮົາສາມາດຮູ້ສຶກມີຄວາມສຸກຢ່າງແທ້ຈິງທີ່ເຮົາເຮັດໃຫ້ຊີວິດອັນມີຄ່າຂອງເຮົາມີຄວາມໝາຍທີ່ສຸດ.