ຈິດໃຈແມ່ນການປະສົບກັບ “ສິ່ງໃດໜຶ່ງ” ໂດຍສ່ວນຕົວ, ໂດຍອັດຕະໄນ, ທີ່ປ່ຽນແປງສະເໝີ, ຈາກຊົ່ວຂະນະໜຶ່ງຫາອີກຊົ່ວຂະນະໜຶ່ງ.
ແນວຄວາມຄິດກ່ຽວກັບ “ຈິດໃຈ” ເປັນສິ່ງທີ່ຈັບຍາກ, ແລະ ຫຼາຍພາສາກໍໄດ້ຕັ້ງແນວຄວາມຄິດໄວ້ຕ່າງກັນ. ຄຳສັບທາງພຣະພຸດທະສາສະໜາສຳລັບຈິດໃຈ ໃນພາສາສັນສະກຣິດແມ່ນ ຈິຕຕະ, ແລະ ມີຫຼາກຫຼາຍຄວາມໝາຍ, ເຊິ່ງກວມເອົາຄວາມຮັບຮູ້ເຂົ້າໃຈ, ຄວາມຄິດທາງຄຳເວົ້າ ແລະ ນາມມະທັມ, ອາລົມ, ຄວາມຮູ້ສຶກເປັນສຸກ ແລະ ເປັນທຸກ, ຄວາມຕັ້ງໃຈ, ການສຸມຈິດໃຈ, ປັນຍາ ແລະ ອື່ນໆ. ເມື່ອພຣະພຸດທະສາສະໜາກ່າວກ່ຽວກັບຈິດໃຈ, ນັ້ນໝາຍເຖິງການເຄື່ອນໄຫວທາງຈິດໃຈທຸກປະເພດ.
ຈຸດສຸມບໍ່ແມ່ນບົນພື້ນຖານທາງກາຍະພາບ ເຊັ່ນ ສະໝອງ, ລະບົບປະສາດ, ຮໍໂມນ ແລະ ອື່ນໆ, ແລະ ກໍບໍ່ແມ່ນປະຕິກິລິຍາທາງເຄມີ ຫຼື ໄຟຟ້າທີ່ກ່ຽວຂ້ອງ. ພຣະພຸດທະສາສະໜາບໍ່ປະຕິເສດສິ່ງເຫຼົ່ານີ້, ຍ້ອນວ່າ ແນ່ນອນ ມັນມີຕົວຕົນຢູ່ຈິງ ແລະ ມີສ່ວນກ່ຽວຂ້ອງໂດຍລວມ. ແຕ່, ຈິດໃຈກໍບໍ່ໄດ້ໝາຍເຖິງ “ສິ່ງ” ທີ່ບໍ່ມີຕົວຕົນທີ່ກວມພື້ນທີ່ສະໝອງ ແລະ ສ້າງກິດຈະກຳຕ່າງໆ. ຍິ່ງໄປກວ່ານັ້ນ, ພຣະພຸດທະສາສະໜາກໍບໍ່ໄດ້ຜັກດັນຈິດໃຈໃຕ້ສຳນຶກຮ່ວມກັນ ຫຼື ຈິດໃຈສາກົນ.
ກິດຈະກຳທາງໃຈແມ່ນຫຍັງ?
ຖ້າຈິດໃຈ ແລະ ກິດຈະກຳທາງໃຈເປັນປະສົບການທາງບຸກຄົນ, ອັດຕະໄນ ຕໍ່ບາງຢ່າງ, ແລ້ວຄວາມໂມໂຫຈະແມ່ນຫຍັງແທ້, ຕົວຢ່າງ? ມັນແມ່ນຄວາມໂມໂຫທີ່ພຸ່ງຂຶ້ນ ແລະ ກໍຄວາມຮູ້ສຶກເຖິງຄວາມໂມໂຫນັ້ນນຳ, ເຊິ່ງເກີດຂຶ້ນພ້ອມໆ ກັນ. ທັງສອງອະທິບາຍເຖິງເຫດການໜຶ່ງໃນກະແສທີ່ສືບເນື່ອງຂອງການປະສົບກັບບາງສິ່ງ. ປະສົບການຂອງໃຜ? ຖ້າ ຂ້ອຍ ໂມໂຫ, ມັນຈະແມ່ນປະສົບການ ຂອງຂ້ອຍ, ບໍ່ແມ່ນຂອງເຈົ້າ. ແຕ່ມັນບໍ່ມີຕົວຂ້ອຍອີກຕົວໜຶ່ງທີ່ກົດປຸ່ມໂມໂຫໃນເຄື່ອງຈັກທີ່ເອີ້ນວ່າ “ຈິດໃຈ” - ເຮົາເປັນພຽງແຕ່ສ່ວນໜຶ່ງຂອງເຫດການຂອງປະສົບການ.
ມັນຄ້າຍກັບເວລາທີ່ເຮົາເຫັນບາງຢ່າງ, ເຊັ່ນ ໝາກແອັບເປິນ. ຈາກຄວາມເຂົ້າໃຈທາງວິທະບາສາດ, ແສງຜ່ານເຂົ້າໄປໃນຕາເຮົາຜ່ານແກ້ວຕາ, ພົບກັບເຊລຮັບແສງຂອງຈໍ້ຕາ. ສິ່ງນີ້ກະຕຸ້ນກະແສໄຟຟ້າທີ່ລຳລຽງຂໍ້ມູນພາບໄປສູ່ສະໝອງ, ບ່ອນທີ່ມັນຈະຜ່ານຂະບວນການ. ປະສົບການອັດຕະໄນຂອງສິ່ງນີ້ແມ່ນການພຸ່ງຂຶ້ນຂອງພາບສາມມິຕິຂອງໝາກແອັບເປິນ ແລະ ນີ້ແມ່ນຄວາມໝາຍຂອງການເຫັນມັນ. ແຕ່ຈິດໃຈບໍ່ແມ່ນພື້ນທີ່ເປົ່າວ່າງໃນສະໝອງທີ່ພາບສາມມິຕິຂອງໝາກແອັບເປິນນີ້ຈະເກີດຂຶ້ນຄືດັ່ງສຳນວນທີ່ວ່າ “ມີບາງຢ່າງໃນໃຈ.”
ພາບສາມມິຕິທາງໃຈຍັງສາມາດເປັນຕົວແທນໃຫ້ສຽງ, ກິ່ນ, ລົດຊາດ ແລະ ຄວາມຮູ້ສຶກທາງກາຍ, ແມ່ນແຕ່ໃນຈິນຕະນາການ ແລະ ຄວາມຝັນຂອງເຮົາ. ພາບຂອງການພຸ່ງຂຶ້ນຂອງພາບສາມມິຕິທາງໃຈ ຍັງສາມາດອະທິບາຍເຖິງການພຸ່ງຂຶ້ນຂອງອາລົມ ແລະ ລະດັບຄວາມສຸກ ຫຼື ຄວາມທຸກ, ບົນພື້ນຖານຂອງການຫຼັ່ງຮໍໂມນຈາກພາກສ່ວນຕ່າງໆ ຂອງສະໝອງ. ໃນເວລາໜຶ່ງໆ, ອົງປະກອບຂອງພາບສາມມິຕິທາງໃຈຂອງເຮົາ ຈະສະຫຼັບຊັບຊ້ອນດ້ວຍຫຼາຍປັດໄຈຄື: ວັດຖຸອັນໜຶ່ງ ເຊັ່ນ ພາບ ຫຼື ຄວາມຄິດ, ກັບການປະສົມປະສານຂອງອາລົມ, ບວກກັບຄວາມສຸກ ຫຼື ຄວາມທຸກລະດັບໜຶ່ງ.
ວິທະຍາສາດສະໝອງ ແລະ ພຣະພຸດທະສາສະໜາ
ນັບແຕ່ການເປີດທຳການຂອງສະຖາບັນຈິດໃຈ ແລະ ຊີວິດ ໃນປີ 1987 ໂດຍ ອົງພຣະດາໄລ ລາມະ ແລະ ນັກວິທະຍາສາດສະໝອງຄົນຊີລີ, ທ່ານ ຟຣານຊີສໂກ ວາເຣລາ, ທີມງານນັກວິທະຍາສາດສາກົນ ແລະ ພຣະອາຈານພຣະພຸດທະສາສະໜາຜູ້ບຳເພັນຕົນ ໄດ້ຄົ້ນຄວ້າຈຸດຕັດກັນລະຫວ່າງຈິດໃຈ ແລະ ສະໝອງ. ນັກວິທະຍາສາດສະໝອງໄດ້ຕິດຕາມຄື້ນສະໝອງທັງຂອງຜູ້ປະຕິບັດສະມາທິມືໃໝ່ ແລະ ຜູ້ທີ່ມີປະສົບການແລ້ວ, ເຊິ່ງສະແດງໃຫ້ເຫັນວ່າການທຳສະມາທິເລື້ອຍໆ ຈະມີຜົນກະທົບຕໍ່ຄວາມສາມາດໃນການຟື້ນຕົວຂອງສະໝອງ, ຫຼໍ່ຫຼອມທາງເດີນປະສາດອັນໃໝ່ທີ່ເຮັດໃຫ້ການສ້າງສະມາທິ ແລະ ອາລົມດ້ານບວກງ່າຍຂຶ້ນ ເປັນຕົ້ນແມ່ນຄວາມເຫັນໃຈ.
ຈົນເຖິງປະຈຸບັນ, ຜົນການຄົ້ນຄວ້າຂອງວິທະຍາສາດຕາເວັນຕົກ ແລະ ພຣະພຸດທະສາສະໜາ ໄດ້ເສີມສ້າງເຊິ່ງກັນ ແລະ ກັນ, ແລະ ການຮ່ວມມືລະຫວ່າງນັກປະຕິບັດທັມ ແລະ ນັກວິທະຍາສາດທີ່ມີຊື່ສຽງ ແມ່ນເຄື່ອງໝາຍຂອງສິ່ງທີ່ອົງພຣະດາໄລ ລາມະ ຮຽກຮ້ອງ - ພຣະພຸດທະສາສະໜາສັດຕະວັດທີ 21.
ກິດຈະກຳທາງໃຈຂອງປະສົບການຊີວິດແມ່ນຄວາມໝາຍຂອງ “ຈິດໃຈ” ໃນທາງພຣະພຸດທະສາສະໜາ. ກິດຈະກຳນີ້ປ່ຽນໄປທຸກຂະນະ ແລະ ມາພ້ອມກັບປັດໃຈທາງໃຈຫຼາຍອັນສະເໝີ. ພຣະພຸດທະສາສະໜາສອນເຮົາວ່າເຮົາບໍ່ແມ່ນຜູ້ຮັບເຄາະຂອງສິ່ງທີ່ຊີວິດໂຍນໃຫ້ເຮົາ, ແຕ່ເຮົາມີບົດບາດເປັນສ່ວນໜຶ່ງໃນວິທີການ ແລະ ສິ່ງທີ່ເຮົາປະສົບໃນຊີວິດ. ໂດຍການຝຶກຈິດໃຈຂອງຕົນ, ເຮົາຈະສາມາດຫັນປ່ຽນປະສົບການຂອງເຮົາໃຫ້ດີຂຶ້ນຈາກຮາກເຫງົ້າເລີຍ, ແລະ ດ້ວຍຄວາມພະຍາຍາມຢ່າງບໍ່ລົດລະ, ການປ່ຽນແປງດ້ານບວກນີ້ຈະເປັນສິ່ງທີ່ງ່າຍຂຶ້ນ.