Image%201

ເວົ້າງ່າຍໆ, ພຣະໂພທິສັດເປັນຜູ້ມີປັນຍາ ແລະ ມີຄວາມເຫັນໃຈທີ່ທະນຸຖະຫນອມຜູ້ອື່ນທຸກຕຄົນ. ແນ່ນອນ, ມີຄົນສະຫຼາດ, ໃຈດີຢູ່ຫຼວງຫຼາຍ, ແລ້ວແມ່ນຫຍັງທີ່ເຮັດໃຫ້ພຣະໂພທິສັດແຕກຕ່າງອອກໄປ? ກ່ອນອື່ນໝົດ, ພຣະໂພທິສັດບໍ່ພຽງແຕ່ປາຖະໜາໃຫ້ຜູ້ອື່ນໄດ້ດີ, ແຕ່ພຣະອົງຮູ້ວິທີການທີ່ຊໍານິຊໍານານຫຼາຍຢ່າງທີ່ສາມາດຊ່ວຍດັບທຸກຂອງຜູ້ອື່ນໄດ້ແທ້, ແລະ ພຣະອົງເຮັດວຽກຢ່າງບໍ່ອິດເມື່ອຍເພື່ອຊ່ວຍເຫຼືອສັບພະສັດຢ່າງແທ້ຈິງ. ພຣະໂພທິສັດເຂົ້າໃຈຮາກເຫງົ້າທີ່ເລິກທີ່ສຸດຂອງບັນຫາທັງປວງ ແລະ ໝັ້ນໃຈວ່າສາມາດຕັດຮາກນີ້ອອກໄດ້ເພື່ອບໍ່ໃຫ້ສັບພະສັດມີບັນຫາອີກຈັກເທື່ອ. ຄວາມຮູ້ ແລະ ຈຸດມຸ່ງໝາຍອັນນີ້ເອງທີ່ເຮັດໃຫ້ຄວາມເຫັນໃຈຂອງພຣະໂພທິສັດມີອະນຸພາບຫຼາຍ.

ຄໍາວ່າໂພທິສັດ ມາຈາກພາສາສັນສະກິດສອງຄຳ ຄື "ໂພທິ" ເຊິ່ງໝາຍຄວາມວ່າ "ການຕັດສະຮູ້" ແລະ "ສັຕຕວະ" ເຊິ່ງໝາຍຄວາມວ່າ "ສິ່ງທີ່ເປັນຢູ່." ໃນຄໍາສອນທາງພຣະພຸດທະສາສະໜາໃນຍຸກຕົ້ນ, ຄໍາວ່າ "ພຣະໂພທິສັດ" ໄດ້ຖືກໃຊ້ເພື່ອພັນລະນາເຖິງພຣະສາກະຍະມຸນີພຸດທະເຈົ້າກ່ອນທີ່ພຣະອົງຈະຕັດສະຮູ້. ຕົວຢ່າງ, ໃນເລື່ອງອາດີດຊາດຂອງພຣະພຸດທະເຈົ້າ, ພຣະອົງໄດ້ຖືກອະທິບາຍວ່າເປັນພຣະໂພທິສັດ. ສະນັ້ນ, ຄືກັບພຣະພຸດທະເຈົ້າ, ທີ່ໄດ້ໃຊ້ຄວາມອຸດສາຫະ ແລະ ພະລະກຳລັງມະຫາສານເພື່ອບັນລຸຄວາມເບີກບານໃນຊີວິດນັບບໍ່ຖ້ວນ, ພຣະໂພທິສັດແມ່ນຜູ້ທີ່ມຸ່ງໄປສູ່ການຕັດສະຮູ້ເພື່ອປະໂຫຍດຂອງສັບພະສັດ. ພຣະອົງເຮັດເຊັ່ນນີ້ເພາະມີການສຳນຶກດີວ່າຍັງມີຂໍ້ຈຳກັດຫຼາຍຢ່າງ. ເຖິງວ່າພຣະອົງຈະຮູ້ຫຼາຍວິທີທີ່ຈະຊ່ວຍເຫຼືອຜູ້ອື່ນ, ແຕ່ກໍຍັງເບິ່ງບໍ່ອອກວ່າວິທີໃດຈະເໝາະກັບແຕ່ລະຄົນທີ່ສຸດ. ມີພຽງພຣະພຸດທະເຈົ້າເທົ່ານັ້ນທີ່ຮູ້ເລື່ອງນີ້. ສະນັ້ນ, ໃນຂະນະທີ່ຊ່ວຍເຫຼືອຜູ້ອື່ນໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້, ພຣະອົງກໍຍັງສືບຕໍ່ພັດທະນາຕົນເອງເພື່ອໃຫ້ກາຍເປັນພຣະພຸດທະເຈົ້າໄດ້.

ພຣະໂພທິສັດປະຕິຍານວ່າຈະພະຍາຍາມປົດປ່ອຍສັດທັງປວງ. ສະນັ້ນ, ເປົ້າໝາຍສູງສຸດຂອງພຣະອົງຈິ່ງບໍ່ແມ່ນແຕ່ເພື່ອບັນລຸການຕັດສະຮູ້ໃຫ້ແກ່ຕົນເອງເທົ່ານັ້ນ, ແຕ່ຍັງເພື່ອຊ່ວຍໃຫ້ສັບພະສັດທັງຫຼາຍບັນລຸການຕັດສະຮູ້ນຳດ້ວຍ. ຍ້ອນຄວາມເຫັນໃຈອັນຍິ່ງໃຫຍ່ຂອງພຣະອົງ, ຈິ່ງເລື່ອນການຕັດສະຮູ້ຂອງຕົນໄປກ່ອນ ເພື່ອຊ່ວຍເຫຼືອຜູ້ອື່ນ ແລະ ໄດ້ຮັບການເຄົາລົບໃນຖານະຜູ້ຊີ້ນຳທາງສາສະໜາ ແລະ ຜູ້ພິທັກ.

ການປະຕິບັດ ແລະ ຄຸນສົມບັດຂອງພຣະໂພທິສັດ

ພຣະໂພທິສັດ, ໃນລະດັບໃດໜຶ່ງ, ມີຄຸນສົມບັດຫຼາຍປະການທີ່ພຣະພຸດທະເຈົ້າມີຢູ່ເຕັມປ່ຽມ. ພຣະອົງປູກຝັງຄຸນສົມບັດເຫຼົ່ານີ້ຕື່ມອີກເພື່ອຈະນໍາຕົນເຂົ້າໃກ້ການຕັດສະຮູ້ຫຼາຍຂຶ້ນ ແລະ ຊ່ວຍໃນການສ້າງປະໂຫຍດແກ່ຜູ້ອື່ນຫຼາຍກວ່າເກົ່າ. ມາເບິ່ງຄຸນສົມບັດບາງປະການທີ່ພຣະໂພທິສັດມີ:

  • ຄວາມເຫັນໃຈ - ພຣະໂພທິສັດທະນຸຖະໜອມສິ່ງມີຊີວິດອື່ນໆ ທັງໝົດ. ເຮົາສ່ວນໃຫຍ່ຈະເອົາຕົນເອງມາກ່ອນ, ແຕ່ພຣະໂພທິສັດເອົາຜູ້ອື່ນມາກ່ອນຕົນ. ພຣະອົງເປັນຄືແມ່ທີ່ເຫັນສັບພະສັດເປັນລູກຕົນດຽວທີ່ແສນຮັກ. ເມື່ອລູກປ່ວຍ ແມ່ກໍທົນເຫັນລູກເປັນທຸກບໍ່ໄດ້ ແລະ ຈະເຮັດທຸກຢ່າງເພື່ອຊ່ວຍ. ໃນທາງດຽວກັນ, ພຣະໂພທິສັດກໍບໍ່ອາດທົນເຫັນເຮົາຕົນໃດຕ້ອງທົນທຸກໄດ້. ພຣະອົງບໍ່ພຽງແຕ່ຢາກດູແລທຸກຄົນເທົ່າທຽມກັນ, ແຕ່ຍັງຊ່ວຍເຮົາທຸກເມື່ອເທົ່າທີ່ເຮັດໄດ້.
  • ປັນຍາ - ພຣະໂພທິສັດສາມາດຈໍາແນກໄດ້ລະຫວ່າງສິ່ງທີ່ເປັນປະໂຫຍດ ແລະ ສິ່ງທີ່ເປັນອັນຕະລາຍ ພຣະອົງຍັງສາມາດຈໍາແນກຄວາມເປັນຈິງອອກຈາກຈິນຕະນາການໄດ້. ຄວາມເຂົ້າໃຈອັນເລິກເຊິ່ງເຫຼົ່ານີ້ຊ່ວຍໃຫ້ພຣະອົງຊີ້ນຳຜູ້ອື່ນໄປສູ່ການຫຼຸດພົ້ນໄດ້.
  • ວິທີການທີ່ຊໍານິຊໍານານ - ພຣະໂພທິສັດມີທັກສະໃນການຮູ້ວິທີຊ່ວຍເຫຼືອຜູ້ອື່ນ ແລະ ໃຊ້ຫຼາຍວິທີເພື່ອເຮັດແນວນັ້ນ.
  • ຄວາມເອື້ອເຟື້ອເຜື່ອແຜ່ - ພຣະໂພທິສັດມີຄວາມເອື້ອເຟື້ອເຜື່ອແຜ່, ທັງໃນແງ່ຂອງຊັບສິນທາງວັດຖຸ ແລະ ໃນແງ່ຂອງເວລາ ແລະ ພະລັງງານ. ພຣະອົງເຕັມໃຈຈະໃຫ້ທຸກສິ່ງຢ່າງທີ່ພຣະອົງມີເພື່ອຊ່ວຍຜູ້ອື່ນ, ແລະ ບໍ່ຍຶດຕິດກັບຊັບສິນ ຫຼື ຄວາມສໍາເລັດຂອງຕົນ.
  • ຄວາມອົດທົນ - ພຣະໂພທິສັດມີຄວາມອົດທົນ, ທັງກັບຕົນເອງ ແລະ ຜູ້ອື່ນ. ພຣະອົງເຂົ້າໃຈດີວ່າເສັ້ນທາງສູ່ການຕັດສະຮູ້ນັ້ນຍາວໄກ, ແລະ ເຕັມໃຈສະຫຼະເວລາເພື່ອຊ່ວຍເຫຼືອຜູ້ອື່ນ ບໍ່ວ່າເຂົາເຈົ້າຈະກ້າວໄປໄດ້ປານໃດກໍຕາມ.
  • ການປະພຶດທາງຈັນຍາທັມ - ພຣະໂພທິສັດຍຶດໝັ້ນໃນການປະພຶດທີ່ມີຈັນຍາທັມ, ເຊິ່ງໝາຍຄວາມວ່າພຣະອົງຫຼີກລ່ຽງການກະທຳທີ່ກໍ່ໃຫ້ເກີດເປັນອັນຕະລາຍຕໍ່ຜູ້ອື່ນ ແລະ ປູກຝັງການກະທຳທີ່ມີປະໂຫຍດຕໍ່ສັບພະສັດ.
  • ຄວາມກ້າຫານ - ພຣະໂພທິສັດມີຄວາມກ້າຫານ, ເຕັມໃຈທີ່ຈະປະເຊີນກັບອຸປະສັກ ແລະ ຄວາມທ້າທາຍຕ່າງໆ ເພື່ອຊ່ວຍເຫຼືອຜູ້ອື່ນ. ພຣະອົງບໍ່ຢ້ານກົວຕໍ່ສະຖານະການທີ່ຍາກລຳບາກ ຫຼື ການສ່ຽງໄພ ເພື່ອຜົນປະໂຫຍດຂອງຜູ້ອື່ນ.
ຮູບພຣະໂພທິສັດຈາກຖ້ຳຫິນແກະສະຫຼັກມ່າຍຈີຊານ (Maijishan Grottoes) ຈາກສັດຕະວັດທີ 4 ໃນຈີນ.

ການເປັນພຣະໂພທິສັດໃນຍຸກປະຈຸບັນ

ຕົວຢ່າງທີ່ດີຂອງພຣະໂພທິສັດຄືສົມເດັດພຣະດາໄລລາມະທີສິບສີ່. ທ່ານສົມເດັດເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ, ບໍ່ຢຸດ, ຕັ້ງແຕ່ເຊົ້າຈົນເດິກ. ທ່ານເລີ່ມຕົ້ນແຕ່ລະວັນເວລາ 3 ໂມງເຊົ້າດ້ວຍການເຂົ້າສະມາທິຫຼາຍຊົ່ວໂມງ ແລ້ວອຸທິດເວລາທີ່ເຫຼືອໃຫ້ກັບການພົບປະ ແລະ ຊ່ວຍເຫຼືອຜູ້ອື່ນ.

ຄັ້ງໜຶ່ງ, ທ່ານສົມເດັດໄດ້ມາເຖິງເມືອງສະປິຕິ (Spiti) ຫຼັງຈາກເດີນທາງໄກ. ໃນຈຸດນີ້, ທ່ານໄດ້ສອນມາຫຼາຍວັນແລ້ວ ແລະ ສຽງຂອງທ່ານກໍຫາຍໄປຍ້ອນການເວົ້າຫຼາຍ. ດ້ວຍຄວາມທີ່ບໍ່ຢາກໃຫ້ທ່ານເມື່ອຍຫຼາຍ, ຜູ້ຂ້າຈິ່ງນິມົນໃຫ້ນັ່ງ ແລະ ຖ່າຍທອດບົດມົນ ໂອມ ມະນີ ປັດທະເມ ຮຸມ (OM MANI PADME HUM) ແກ່ຜູ້ຟັງ, ເຊິ່ງທ່ານກໍເຫັນດີ. ແຕ່ເມື່ອການສອນເລີ່ມຂຶ້ນ, ທ່ານກ່າວວ່າເຖິງວ່າຜູ້ຂ້າໄດ້ຂໍໃຫ້ທ່ານສະບາຍໆ, ແຕ່ກໍໄດ້ນອນຫຼັບດີ ແລະ, ຍ້ອນບໍ່ຢາກໃຫ້ໃຜເສຍເວລາ, ທ່ານຈິ່ງຕັດສິນໃຈສອນ. ຈາກນັ້ນ ທ່ານໄດ້ສອນເລື່ອງພື້ນຖານຄຸນງາມຄວາມດີທັງປວງ (Foundation of All Good Qualities) ຢ່າງຕໍ່ເນື່ອງ, ເປັນເວລາເກືອບ 3 ຊົ່ວໂມງ, ລະຫວ່າງນັ້ນສຽງຂອງທ່ານກໍໄດ້ຟື້ນຕົວ.

ຫຼັງຈາກສອນແລ້ວ, ຜູ້ຂ້າໄດ້ພາທ່ານໄປທີ່ຫ້ອງພັກ ແລ້ວທ່ານກໍໄດ້ຖອດຜ້າຄຸມຊັ້ນນອກອອກ ແລ້ວນອນລົງທີ່ໂຊຟາ, ແລະ ທ່ານກໍບອກໃຫ້ຜູ້ຂ້າອອກໄປໄດ້ ເພາະທ່ານເມື່ອຍຫຼາຍ. ແຕ່ຜູ້ຂ້າບໍ່ເຫັນຄວາມອິດເມື່ອຍເທິງໃບໜ້າຂອງທ່ານເລີຍ; ອັນທີ່ຈິງ, ຜູ້ຂ້າເຫັນແຕ່ໃບໜ້າທີ່ເຕັມໄປດ້ວຍພະລັງອັນຍິ່ງໃຫຍ່. ຜູ້ຂ້າຮູ້ສຶກວ່າບໍ່ມີຄົນທຳມະດາອາຍຸ 80 ທີ່ສາມາດເຮັດວຽກໄດ້ເຊັ່ນນີ້. ທ່ານສົມເດັດພຣະດາໄລລາມະຊົງປະເສີດແທ້ໆ!

ຜູ້ຂ້າສົງໄສວ່າຄວາມລັບທີ່ຢູ່ເບື້ອງຫຼັງສິ່ງນີ້ແມ່ນຫຍັງ. ບໍ່ແມ່ນອັນອື່ນນອກຈາກຄວາມເຫັນໃຈດອກ. ທ່ານເຮັດວຽກຢ່າງບໍ່ຮູ້ອິດເມື່ອຍເພື່ອຊ່ວຍຜູ້ອື່ນໃຫ້ພົ້ນທຸກຢ່າງຖາວອນ. ເຮົາຫຼິ້ນວີດີໂອເກມໄດ້ 4-5 ຊົ່ວໂມງກໍບໍ່ເມື່ອຍ, ແຕ່ທ່ານເຫັນສິ່ງດຽວທີ່ເປັນປະໂຫຍດກໍຄືການຊ່ວຍຜູ້ອື່ນ, ທ່ານຈິ່ງບໍ່ເມື່ອຍ. ເມື່ອເບິ່ງຄຸນສົມບັດຂອງພຣະໂພທິສັດ - ຄວາມເຫັນໃຈ, ປັນຍາ, ຄວາມກ້າຫານ, ແລະ ອື່ນໆ - ເຮົາຈະເຫັນໄດ້ຢ່າງຊັດເຈນວ່າທ່ານສົມເດັດກໍແມ່ນຜູ້ໜຶ່ງ.

ສະຫຼຸບ

ພຣະໂພທິສັດເປັນຜູ້ນໍາທາງທີ່ມີພະລັງ ແລະ ມີຕວາມເຫັນໃຈ ທີ່ຊ່ວຍລູກສິດຕາມເສັ້ນທາງສູ່ການຕັດສະຮູ້. ດ້ວຍການກະທຳ ແລະ ຄຳສອນທີ່ເສຍສະຫຼະຂອງທ່ານ, ພຣະອົງເປັນແບບຢ່າງສຳລັບຊາວພຸດ ແລະ ເປັນແຮງບັນດານໃຈໃຫ້ເຮົາປູກຝັງຄຸນສົມບັດອັນດຽວກັນນີ້ໃນຕົວເຮົາ. ດ້ວຍເຫດນີ້, ພຣະໂພທິສັດຈິ່ງສືບຕໍ່ມີບົດບາດສໍາຄັນໃນຊີວິດທາງສາສະໜາຂອງຊາວພຸດຫຼາຍລ້ານຄົນທົ່ວໂລກ, ໂດຍເປັນແຫຼ່ງຂອງແຮງບັນດານໃຈ ແລະ ຄໍາແນະນໍາສໍາລັບຜູ້ສະແຫວງຫາປັນຍາ ແລະ ຄວາມເຫັນໃຈໃນຊີວິດຂອງຕົນ.

ເບິ່ງຈາກພາຍນອກ, ບໍ່ມີທາງທີ່ຈະບອກໄດ້ວ່າຜູ້ໃດແມ່ນ ຫຼື ບໍ່ແມ່ນພຣະໂພທິສັດ ແລະ, ອັນທີ່ຈິງ, ເຮົາແຕ່ລະຄົນສາມາດກາຍເປັນພຣະໂພທິສັດໄດ້. ຖ້າເຮົາບຳເພັນພຽນເພື່ອຈະເປັນພຣະພຸດທະເຈົ້າ ໂດຍມຸ່ງທີ່ຈະຊ່ວຍເຫຼືອສັບພະສັດ, ເຮົາກໍເປັນພຣະໂພທິສັດແລ້ວ. ຈະດີພຽງໃດຖ້າເຮົາບໍ່ພຽງແຕ່ມີຄວາມປາຖະໜາ ແຕ່ຍັງມີຄວາມສາມາດທີ່ຈະຊ່ວຍເຫຼືອຜູ້ອື່ນ ແລະ ໃຊ້ເວລາ ແລະ ພະລັງງານຂອງເຮົາເຮັດວຽກເພື່ອປະໂຫຍດຂອງສັບພະສັດ. ຖ້າເຮົາຢາກເປັນປະໂຫຍດແກ່ຜູ້ອື່ນຢ່າງແທ້ຈິງ, ເຮົາຕ້ອງເປັນພຣະໂພທິສັດກ່ອນ, ແລ້ວຈິ່ງມຸ່ງໄປສູ່ການເປັນພຣະພຸດທະເຈົ້າ. ບໍ່ມີຫຍັງທີ່ຈະເຮັດໃຫ້ຊີວິດມີຄວາມໝາຍກວ່ານີ້ແລ້ວ.

Top