ອາເລັກຊານເດີ ເບີຊີນ ແມ່ນໃຜ?

ອາເລັກຊານເດີ ເບີຊີນ (Alexander Berzin, ເກີດ 1944) ເຕີບໂຕຂຶ້ນໃນລັດນິວເຈີຊີ (New Jersey), ສະຫະລັດອາເມຣິກາ. ລາວໄດ້ເລີ່ມການສຶກສາພຣະພຸດທະສາສະໜາໃນປີ 1962 ທີ່ມະຫາວິທະຍາໄລຣັດເກີ (Rutgers) ແລະ ຫຼັງຈາກນັ້ນທີ່ມະຫາວິທະຍາໄລ ພຣິນສຕັນ (Princeton), ແລະ ໄດ້ຮັບປະລິນຍາເອກໃນປີ 1972 ຈາກມະຫາວິທະຍາໄລຮາວາດ (Harvard) ຮວມກັນລະຫວ່າງພາກວິຊາສັນສະກຣິດ ແລະ ອິນເດຍສຶກສາ ແລະ ພາສາຕາເວັນອອກໄກ (ຈີນ). ໂດຍໄດ້ຮັບແຮງບັນດົນໃຈຈາກຂະບວນການທີ່ພຣະພຸດທະສາສະໜາໄດ້ຖ່າຍທອດຈາກອາຣິຍະທໍາເອເຊຍໜຶ່ງໄປສູ່ອາຣິຍະທໍາເອເຊຍອື່ນ ແລະ ວິທີການທີ່ໄດ້ຖືກແປ ແລະ ຮັບຮອງເອົາ, ຈຸດສຸມຂອງລາວນັບແຕ່ນັ້ນມາ, ຈິ່ງຢູ່ທີ່ການເຊື່ອມສານພຣະພຸດທະສາສະໜາພື້ນເມືອງກັບວັດທະນະທໍາຕາເວັນຕົກທີ່ທັນສະໄໝ.

ດຣ. ເບີຊີນໄດ້ອາໄສຢູ່ໃນປະເທດອິນເດຍເປັນເວລາ 29 ປີ, ທໍາອິດເປັນນັກວິຊາການຟູລໄບຣທ໌ (Fulbright Scholar) ແລະ ຈາກນັ້ນກໍເຮັດວຽກໃຫ້ກັບສໍານັກງານແປພາສາ (Translation Bureau), ເຊິ່ງລາວໄດ້ຊ່ວຍກໍ່ຕັ້ງ, ຢູ່ທີ່ຫໍສະໝຸດຜົນງານ ແລະ ຈົດໝາຍເຫດຂອງທິເບດ (Library of Tibetan Works and Archives) ທີ່ທັມສາລາ (Dharamsala). ໃນຂະນະທີ່ຢູ່ໃນປະເທດອິນເດຍ, ລາວໄດ້ສືບຕໍ່ການສຶກສາກັບພຣະອາຈານຈາກທັງສີ່ນິກາຍຂອງທິເບດ; ແຕ່, ພຣະອາຈານຫຼັກຂອງລາວແມ່ນສົມເດດພຣະດາໄລລາມະ, ພຣະເຊນຊັບເຊີກົງຣິນໂປເຊ (Tsenshap Serkong Rinpoche), ແລະ ພຣະເກເຊ ງາວັງ ດາກເຍ (Geshe Ngawang Dhargyey). ໂດຍການປະຕິບັດພາຍໃຕ້ການຊີ້ນໍາຂອງພຣະອົງເຫຼົ່ານີ້, ລາວໄດ້ສໍາເລັດການເຂົ້າວິເວກທຳສະມາທິທີ່ສໍາຄັນຂອງນິກາຍເກລຸກ.

ເປັນເວລາເກົ້າປີ, ລາວໄດ້ເປັນນາຍພາສາຫຼັກຂອງພຣະເຊນຊັບ ເຊີກົງ ຣິນໂປເຊ, ໂດຍຕິດຕາມເພິ່ນໄປທັດສະນະຕ່າງປະເທດ ແລະ ຝຶກພາຍໃຕ້ການສອນຂອງເພິ່ນເພື່ອກາຍເປັນຄູສອນທັມດ້ວຍຕົນເອງ. ລາວໄດ້ຮັບໃຊ້ເປັນນາຍພາສາເປັນບາງຄັ້ງຄາວໃຫ້ອົງພຣະດາໄລລາມະ ແລະ ໄດ້ຈັດຕັ້ງໂຄງການສາກົນຫຼາຍໂຄງການໃຫ້ພຣະອົງ. ເຫຼົ່ານີ້ລວມມີການຊ່ວຍເຫຼືອດ້ານການປິ່ນປົວທິເບດສໍາລັບຜູ້ຖືກເຄາະຮ້າຍຈາກໄພພິບັດລັງສີເຊີໂນບິລ໌ (Chernobyl); ການກະກຽມຕຳຣາພຣະພຸດທະສາສະໜາພື້ນຖານໃນພາສາມົງໂກເລຍເພື່ອຊ່ວຍຟື້ນຟູພຣະພຸດທະສາສະໜາໃນປະເທດມົງໂກເລຍ; ແລະ ການລິເລີ່ມການສົນທະນາພຸດ-ມຸດສະລິມໃນມະຫາວິທະຍາໄລໃນໂລກອິດສະລາມ.

ນັບຕັ້ງແຕ່ປີ 1980, ດຣ. ເບີຊີນໄດ້ເດີນທາງໄປທົ່ວໂລກ, ບັນຍາຍກ່ຽວກັບພຣະພຸດທະສາສະໜາຢູ່ມະຫາວິທະຍາໄລ ແລະ ສູນພຣະພຸດທະສາສະໜາ ຢູ່ 70 ກວ່າປະເທດ. ລາວເປັນຜູ້ທຳອິດທີ່ສອນພຣະພຸດທະສາສະໜາຢູ່ໃນໂລກຄອມມິວນິສ໌ສ່ວນໃຫຍ່, ໃນທົ່ວທະວີບອາເມຣິກາໃຕ້ ແລະ ສ່ວນໃຫຍ່ຂອງອາຟຣິກາ. ຕະຫຼອດການເດີນທາງຂອງລາວ, ລາວໄດ້ພະຍາຍາມຢ່າງສະໝ່ຳສະເໝີເພື່ອຊ່ວຍໃຫ້ຄວາມຮູ້ກ່ຽວກັບພຣະພຸດທະສາສະໜາ ແລະ ສະແດງໃຫ້ເຫັນຄວາມເປັນຕົວຈິງຂອງຄໍາສອນໃນຊີວິດປະຈໍາວັນ.

ດ້ວຍຄວາມທີ່ເປັນນັກຂຽນ ແລະ ນັກແປທີ່ຜະລິດຜົນງານຫຼາຍ, ດຣ. ເບີຊີນໄດ້ພິມປຶ້ມ 17 ເຫຼັ້ມ, ໂດຍລວມມີ ການພົວພັນກັບພຣະອາຈານ (Relating to a Spiritual Teacher), ການຮັບເອົາພິທີຮັບເຂົ້າຂອງກາລະຈັກ (Taking the Kalachakra Initiation), ການພັດທະນາຄວາມອ່ອນໄຫວທີ່ສົມດູນ (Developing Balanced Sensitivity), ແລະ ຮ່ວມກັບອົງພຣະດາໄລລາມະ, ຮີດຄອງປະເພນີເກລຸກ-ກາກິວ ຂອງມະຫາມຸທຣາ, (The Gelug-Kagyu Tradition of Mahamudra).

ໃນຕອນທ້າຍຂອງປີ 1998, ດຣ. ເບີຊີນໄດ້ກັບຄືນໄປປະເທດຕາເວັນຕົກພ້ອມດ້ວຍຕົ້ນສະບັບປະມານ 30,000 ໜ້າຂອງປຶ້ມ, ບົດຄວາມ, ແລະ ບົດແປທີ່ລາວໄດ້ກະກຽມ, ບົດບັນທຶກການເທດຂອງພຣະໃຫຍ່ທີ່ລາວໄດ້ແປ, ແລະ ບັນທຶກຈາກການຮຽນທັງໝົດທີ່ລາວໄດ້ຮັບຈາກພຣະອາຈານເຫຼົ່ານີ້. ດ້ວຍຄວາມເຊື່ອໝັ້ນໃນປະໂຫຍດຂອງເອກະສານເຫຼົ່ານີ້ຕໍ່ຄົນອື່ນ ແລະ ຕັ້ງໃຈວ່າມັນຈະບໍ່ເສຍໄປ, ລາວໄດ້ຕັ້ງຊື່ມັນວ່າ “ຖານຮວບຮວມເບີຊີນ” ("Berzin Archives") ແລະ ຕັ້ງຖິ່ນຖານຢູ່ເມືອງເບີລິນ (Berlin), ປະເທດເຢຍລະມັນ. ຢູ່ທີ່ນັ້ນ, ດ້ວຍການຊຸກຍູ້ຂອງອົງພຣະດາໄລລາມະ, ລາວໄດ້ເລີ່ມເຮັດໃຫ້ເອກະສານອັນໃຫຍ່ຫຼວງນີ້ອອກສູ່ສາຍຕາໂລກຢ່າງເສລີໃນອິນເຕີເນັດ, ໃນຫຼາຍພາສາເທົ່າທີ່ເປັນໄປໄດ້.

ດັ່ງນັ້ນ, ເວັບໄຊທ໌ Berzin Archives ຈິ່ງໄດ້ຂຶ້ນອອນລາຍນ໌ໃນເດືອນທັນວາ ປີ 2001. ມັນໄດ້ຂະຫຍາຍລວມເອົາການບັນຍາຍຢ່າງຕໍ່ເນື່ອງຂອງ ດຣ. ເບີຊີນ ແລະ ໃນປະຈຸບັນ (ປີ 2015) ມີຢູ່ໃນ 21 ພາສາ. ສໍາລັບຫຼາຍພາສາ, ໂດຍສະເພາະຫົກພາສາໂລກອິດສະລາມ, ມັນຖືເປັນການບຸກເບີກໃນຂະແໜງນີ້ເລີຍ. ສະບັບປະຈຸບັນຂອງເວັບໄຊທ໌ (ໃນປີ 2021 ມີ 32 ພາສາ) ແມ່ນບາດກ້າວຕໍ່ໄປຂອງຄໍາໝັ້ນສັນຍາຕະຫຼອດຊີວິດຂອງ ດຣ. ເບີຊີນໃນການສ້າງຂົວຕໍ່ລະຫວ່າງພຣະພຸດທະສາສະໜາພື້ນເມືອງ ແລະ ໂລກສະໄໝໃໝ່. ໂດຍການຊີ້ນໍາຄໍາສອນຂ້າມຂົວ ແລະ ສະແດງໃຫ້ເຫັນເຖິງຄວາມສຳຄັນຕໍ່ກັບຊີວິດສະໄໝໃໝ່, ວິໄສທັດຂອງລາວແມ່ນວ່າມັນຈະຊ່ວຍນຳຄວາມສົມດຸນທາງດ້ານອາລົມມາສູ່ໂລກ.

Top