ການແຜ່ກະຈາຍພຣະພຸດທະສາສະໜາໃນອາຊີ

01:30
ເຖິງແມ່ນວ່າຈະບໍ່ເຄີຍພັດທະນາວຽກງານເຄື່ອນໄຫວການເຜີຍແຜ່ກໍ່ຕາມ, ຄຳສອນຂອງພຣະພຸດທະເຈົ້າໄດ້ແຜ່ຂະຫຍາຍໄປໃນໄລຍະຫຼາຍສັດຕະວັດ: ຄັ້ງທຳອິດໄດ້ແຜ່ລາມເຖິງອາຊີຕາເວັນອອກສຽງໃຕ້, ຈາກນັ້ນຜ່ານອາຊີກາງ ຫາ ເມືອງຈີນ ແລະ ປະເທດອື່ນໆໃນອາຊີຕາເວັນອອກ ແລະ ສຸດທ້າຍໄປຮອດທິເບດ ແລະ ເຂດໄກເອເຊຍພາກກາງ. ພຣະພຸດທະສາສະໜາໄດ້ພັດທະນາຢູ່ໃນພາກພື້ນນີ້, ເນື່ອງຈາກຄວາມສົນໃຈຂອງຄົນໃນທ້ອງຖິ່ນຕໍ່ຄວາມເຊື່ອທາງພຣະພຸດທະສາສະໜາຂອງພໍ່ຄ້າຕ່າງດ້າວ. ບາງຄັ້ງ, ຜູ້ປົກຄອງໄດ້ຮັບຮອງເອົາພຣະພຸດທະສາສະໜາ ເພື່ອຊ່ວຍນຳຈັນຍາທັມສູ່ປະຊາຊົນຂອງເຂົາເຈົ້າ, ແຕ່ວ່າ ບໍ່ມີຜູ້ໃດຖືກບັງຄັບໃຫ້ປ່ຽນໃຈມາເຫລື້ອມໃສ. ໂດຍການເຮັດໃຫ້ຄຳສອນຂອງພຣະພຸດທະເຈົ້າເຂົ້າເຖິງສາທາລະນະຊົນ, ປະຊາຊົນມີສິດເສລີພາບໃນການເລືອກສິ່ງທີ່ເປັນປະໂຫຍດ.


ຄຳສອນຂອງພຣະພຸດທະເຈົ້າໄດ້ແຜ່ລາມໄປທົ່ວອະນຸທະວີບອິນເດຍ ແລະ ຈາກນັ້ນໄປທົ່ວທຸກຫົນໃນອາຊີຢ່າງສັນຕິສຸກ. ເມື່ອໃດທີ່ໄປຮອດວັດທະນະທຳໃໝ່, ວິທີການ ແລະ ຮູບແບບຂອງພຣະພຸດທະສາສະໜາ ໄດ້ຖືກດັດແປງຢ່າງອິດສະຫຼະເພື່ອເຂົ້າກັບຈິດໃຈຂອງຄົນໃນທ້ອງຖິ່ນນັ້ນ ໂດຍບໍ່ມີການປະນີປະນອມກັບບັນດາຈຸດສຳຄັນຂອງປັນຍາ ແລະ ຄວາມເຫັນໃຈ. ພຣະພຸດທະສາສະໜາ ບໍ່ເຄີຍພັດທະນາລະບອບສິດອຳນາດໂດຍລວມທາງສາສະໜາທີ່ມີຫົວໜ້າສູງສຸດ. ແຕ່ລະປະເທດທີ່ພຣະພຸດທະສາສະໜາແຜ່ລາມມາຮອດ ໄດ້ພັດທະນາຮູບແບບຂອງຕົນເອງ, ໂຄງສ້າງທາງສາດສະໜາຂອງຕົນເອງ, ແລະ ຫົວໜ້າດ້ານສາສະໜາຂອງຕົນເອງ. ໃນປະຈຸບັນ, ຜູ້ທີ່ມີຊື່ສຽງ ແລະ ໄດ້ຮັບຄວາມເຄົາລົບຈາກສາກົນໃນຫົວໜ້າພຣະພຸດທະສາສະໜາຕ່າງໆເຫລົ່ານີ້ແມ່ນ ອົງພຣະດາໄລລາມະ ແຫ່ງທິເບດ.

ປະຫວັດຫຍໍ້

ພຣະພຸດທະສາສະໜາມີສອງສ່ວນໃຫຍ່ໆຄື: ສາວະກະຍານ (ຍານພາຫະນະສະງຽມ), ເຊິ່ງເນັ້ນເຖິງການປົດປ່ອຍສ່ວນບຸກຄົນ ແລະ ມະຫາຍານ (ຍານພາຫະນະຫຼວງ), ເຊິ່ງເນັ້ນການປະຕິບັດເພື່ອຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ເພື່ອສາມາດໃຫ້ປະໂຫຍດແກ່ຄົນອື່ນ. ທັງຍານພາຫະນະສະງຽມ ແລະ ຫຼວງ ໄດ້ແບ່ງອອກເປັນຫຼາຍພາກສ່ວນຍ່ອຍໆ. ໃນປັດຈຸບັນ, ມີພຽງສາມຮູບແບບໃຫຍ່ໆທີ່ຍັງມີຢູ່: ມີພາກສ່ວນໜຶ່ງຂອງສາວະກະຍານໃນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງເອີ້ນວ່າ ສາຍເຖຣະວາດ ແລະ ສອງພາກສ່ວນມະຫາຍານ ຄື ປະເພນີຈີນ ແລະ ທິເບດ.

  • ປະເພນີເຖຣະວາດ ໄດ້ແຜ່ລາມຈາກປະເທດອິນເດຍເຖິງສີລັງກາ ແລະ ມຽນມ້າ ໃນສະຕະວັດທີ 3 ກ່ອນ ຄ.ສ. ຈາກນັ້ນ, ແຜ່ລາມຮອດເຂດອາຊີຕາເວັນອອກສ່ຽງໃຕ້ (ໄທ, ກຳປູເຈຍ ແລະ ເມືອງລາວ).
  • ນິກາຍສາວະກະຍານ ອື່ນໆໄດ້ແຜ່ຂະຫຍາຍໄປສູ່ປະເທດປາກິສະຖານ, ອັຟການິສະຖານ, ພາກຕາເວັນອອກ ແລະ ຊາຍຝັ່ງອີຣ່ານ ແລະ ອາຊີກາງ. ຈາກອາຊີກາງ, ໄດ້ແຜ່ລາມໄປສູ່ເມືອງຈີນໃນສະຕະວັດທີສອງ. ຮູບແບບຂອງ ສາວະກະຍານ ຕໍ່ມາໄດ້ຖືກລວມເຂົ້າກັບລັກສະນະຂອງ ມະຫາຢານາ ເຊິ່ງມາຈາກເສັ້ນທາງດຽວກັນນີ້ຈາກປະເທດອິນເດຍ, ໃນທີ່ສຸດ ມະຫາຍານ ກໍ່ກາຍເປັນຮູບແບບທີ່ໃຫຍ່ທີ່ສຸດຂອງພຣະພຸດທະສາສະໜາໃນເມືອງຈີນ ແລະ ສ່ວນໃຫຍ່ຂອງອາຊີກາງ. ຮູບແບບຈີນຂອງມະຫາຍານ ຕໍ່ມາໄດ້ແຜ່ຂະຫຍາຍໄປສູ່ເກົາຫຼີ, ຍີ່ປຸ່ນ ແລະຫວຽດນາມ.
  • ປະເພນີມະຫາຍານຂອງທິເບດເລີ່ມຕົ້ນໃນສັດຕະວັດທີ 7, ສືບທອດການພັດທະນາທີ່ຜ່ານມາຂອງພຣະພຸດທະສາສະໜາອິນເດຍ. ຈາກທິເບດ, ມັນແຜ່ຂະຫຍາຍໄປທົ່ວເຂດພູເຂົາຫິມາໄລ ແລະ ຈົນເຖິງມົງໂກລີ, ອາຊີກາງ ແລະ ບາງເຂດຂອງລັດເຊຍ (ເບີຢາເຕຍ, ກາລມີເກຍ ແລະ ຕູວາ).

ນອກຈາກນີ້, ຈາກສະຕະວັດທີສອງ, ຮູບແບບພຣະພຸດທະສາສະໜາມະຫາຍານຂອງ ອິນເດຍໄດ້ແຜ່ລາມໄປສູ່ປະເທດຫວຽດນາມ, ກຳປູເຈຍ, ມາເລເຊຍ, ເກາະຊູມາຕຼາ ແລະເກາະຈາວາ ຕາມເສັ້ນທາງການຄ້າທາງທະເລຈາກປະເທດອິນເດຍໄປເຖິງຈີນໃຕ້. ໃນປະຈຸບັນບໍ່ປະກົດເຫັນແລ້ວ.

ວິທີການແຜ່ກະຈາຍພຣະພຸດທະສາສະໜາ

ການແຜ່ຂະຫຍາຍຕົວຂອງພຣະພຸດທະສາສະໜາໃນທົ່ວອາຊີສ່ວນໃຫຍ່ແມ່ນມີຄວາມສະຫງົບສຸກ, ແລະ ເກີດຂື້ນໃນຫຼາຍແບບ. ພຣະສາກະຍະມຸນີພຸດທະເຈົ້າ, ໃນຖານະເປັນສາສະດາເດີນທາງແບ່ງປັນຄວາມເຂົ້າໃຈຂອງພຣະອົງກັບຜູ້ທີ່ຍອມຮັບ ແລະ ມີສັດທາຈາກອານາຈັກໃກ້ຄຽງ, ໄດ້ອອກແບບກ່ອນ. ພຣະອົງໃຫ້ພຣະສົງອອກໄປໃນໂລກ ແລະ ຊີ້ແຈງຄຳສອນຂອງພຣະອົງ. ພຣະອົງບໍ່ໄດ້ຂໍໃຫ້ຄົນອື່ນກ່າວປະນາມ ແລະ ປະຖິ້ມສາສະໜາຂອງຕົນເອງ ແລະ ປ່ຽນເປັນສາສະໜາໃໝ່, ເນື່ອງຈາກວ່າ ພຣະອົງບໍ່ໄດ້ສະແຫວງຫາການສ້າງສາສະໜາຂອງຕົນເອງ. ຈຸດປະສົງຂອງພຣະພຸດທະເຈົ້າແມ່ນເພື່ອຊ່ວຍເຫຼືອຄົນອື່ນເອົາຊະນະຄວາມບໍ່ສຸກ ແລະ ຄວາມທຸກທໍລະມານທີ່ພວກເຂົາສ້າງຂື້ນມາເອງ, ຍ້ອນພວກເຂົາບໍ່ເຂົ້າໃຈເຖິງຄວາມຈິງ. ລູກສິດລຸ້ນຕໍ່ມາໄດ້ຮັບແຮງບັນດານໃຈຈາກຕົວຢ່າງຂອງພຣະອົງ ແລະ ໄດ້ແບ່ງປັນວິທີການປະຕິບັດກັບຄົນອື່ນທີ່ຄົ້ນພົບວ່າເປັນປະໂຫຍດໃນຊີວິດຂອງພວກເຂົາ. ນີ້ແມ່ນວິທີທີ່ສິ່ງທີ່ເຮົາເອີ້ນວ່າ“ ພຣະພຸດທະສາສະໜາ” ໄດ້ແຜ່ຂະຫຍາຍໄປທົ່ວ.

ບາງຄັ້ງ, ຂະບວນການດັ່ງກ່າວໄດ້ພັດທະນາເປັນທຳມະຊາດ. ຍົກຕົວຢ່າງ, ເມື່ອພໍ່ຄ້າຊາວພຸດໄດ້ໄປຢ້ຽມຢາມ ແລະ ຕັ້ງຖິ່ນຖານຢູ່ໃນດິນແດນອື່ນ, ບາງຄົນໃນທ້ອງຖິ່ນນັ້ນໄດ້ເກີດຄວາມສົນໃຈໃນຄວາມເຊື່ອຖືຂອງຄົນຕ່າງຊາດເຫຼົ່ານີ້, ດັ່ງທີ່ເກີດຂື້ນກັບການແນະນຳສາສະໜາອິດສະລາມສູ່ປະເທດອິນໂດເນເຊຍ ແລະມາເລເຊຍໃນເວລາຕໍ່ມາ. ຂະບວນການນີ້ຍັງເກີດຂື້ນກັບພຣະພຸດທະສາສະໜາໃນລັດແຫຼ່ງນ້ຳກາງທະເລຊາຍ ຕາມເສັ້ນທາງສາຍໄໝໃນອາຊີກາງ, ໃນສອງສະຕະວັດກ່ອນ ແລະ ຫຼັງຍຸກຈຸດເລີ່ມຕົ້ນຂອງຄິດທະສັກກະລາດ. ໃນຂະນະທີ່ຜູ້ປົກຄອງທ້ອງຖິ່ນແລະປະຊາຊົນຂອງພວກເຂົາໄດ້ຮຽນຮູ້ກ່ຽວກັບສາສະໜາອິນເດຍນີ້ຫຼາຍຂຶ້ນ, ພວກເຂົາໄດ້ນິມົນພຣະສົງຈາກເຂດພື້ນທີ່ຂອງພໍ່ຄ້າເປັນຜູ້ໃຫ້ຄຳປຶກສາ ຫຼືເປັນອາຈານສອນ, ແລະ ໃນທີ່ສຸດ, ຫຼາຍໆຄົນໄດ້ມານັບຖືພຣະພຸດທະສາດສະໜາ. ວິທີທາງທຳມະຊາດອີກຢ່າງໜຶ່ງແມ່ນຜ່ານການຄ່ອຍໆຮັບໄວ້ວັດທະນະທຳຂອງຄົນທີ່ເອົາຊະນະໄດ້, ເຊັ່ນຊາວກຣີກ ໄດ້ນຳສູ່ສັງຄົມພຣະພຸດທະສາດສະໜາຂອງເມືອງຄັນທາຣາ, ເຊິ່ງໃນປະຈຸບັນແມ່ນໃນພາກກາງຂອງປາກິດສະຖານ, ໃນຊ່ວງສະຕະວັດຫລັງສະຕະວັດທີ 2 ກ່ອນ ຄ.ສ.

ຫຼາຍໆເທື່ອແລ້ວການແຜ່ກະຈາຍແມ່ນຍ້ອນອິດທິພົນຂອງມະຫາກະສັດທີ່ມີອຳນາດ ທີ່ໄດ້ຮັບຮອງເອົາ ແລະ ສົ່ງເສີມພຣະພຸດທະສາສະໜາແລ້ວ. ຕົວຢ່າງ, ໃນກາງສະຕະວັດທີ 3 ກ່ອນ ຄ.ສ. ພຣະພຸດທະສາສະໜາໄດ້ແຜ່ຂະຫຍາຍໄປທົ່ວພາກເໜືອຂອງປະເທດອິນເດຍ, ເຊິ່ງເປັນຜົນໜຶ່ງຈາກການຮັບຮອງສ່ວນຕົວຂອງມະຫາກະສັດ ອະໂສກ. ຜູ້ຈັກກະພັດຜູ້ຍິ່ງໃຫຍ່ນີ້ ບໍ່ໄດ້ບັງຄັບໃຫ້ທຸກຄົນຮອງຮັບຄວາມເຊື່ອຖືດ້ານພຣະພຸດທະສາດສະໜາ, ແຕ່ດ້ວຍການຂຽນຄຳສັ່ງເປັນສີລາຈາລຶກຕ່າງໆລົງໃສ່ເສົາຫຼັກທີ່ເປັນເຫຼັກໃນທົ່ວອານາຈັກຂອງຕົນ ເປັນການແນະນໍາໃຫ້ລາດຊະດອນດໍາເນີນຊີວິດຕາມຈັນຍາທັມ ແລະ ໂດຍປະຕິບັດຕາມຫຼັກການດ້ວຍຕົນເອງ, ມະຫາກະສັດໄດ້ໃຫ້ແຮງບັນດານໃຈຄົນອື່ນໃຫ້ຮັບຮອງເອົາຄຳສອນຂອງພະພຸດທະເຈົ້າ.

ມະຫາກະສັດ ອະໂສກ ຍັງໄດ້ເຜີຍແຜ່ສາສະໜານອກອານາຈັກຂອງຕົນໂດຍການສົ່ງຄະນະຜູ້ແທນລົງສູ່ດິນແດນທີ່ຫ່າງໄກ, ບາງຄັ້ງກໍ່ປະຕິບັດຕາມຄຳເຊີນຂອງຜູ້ປົກຄອງຕ່າງປະເທດ ເຊັ່ນມະຫາກະສັດ ເທວານຳປິຍະຕິດສະ ແຫ່ງສີລັງກາ. ຊ່ວງເວລາອື່ນໆ ມະຫາກະສັດ ອາໂສກ ໄດ້ສົ່ງພຣະສົງໄປເປັນທູດໃນຄວາມຄິດລິເລີ່ມຕົນເອງ. ພຣະສົງທີ່ໄປຢ້ຽມຢາມຈະບໍ່ກົດໜ່ວງໃຫ້ຄົນອື່ນປ່ຽນໃຈມາເຫຼື້ອມໃສ, ພຽງແຕ່ໃຫ້ຄຳສັ່ງສອນຂອງພຣະພຸດທະເຈົ້າ ເພື່ອໃຫ້ຄົນສາມາດເລືອກເຫຼື້ອມໃສດ້ວຍຕົນເອງ. ສິ່ງດັ່ງກ່າວໄດ້ຖືກພິສູດໂດຍຄວາມຈິງທີ່ວ່າ ພຣະພຸດທະສາສະໜາໄດ້ຕັ້ງຮາກຖານຢູ່ໃນພາກໄຕ້ຂອງປະເທດອິນເດຍ ແລະ ພາກໃຕ້ຂອງມຽນມ້າໃນໄລຍະບໍ່ກົນຕໍ່ມາ, ແຕ່ວ່າໃນທີ່ອື່ນ ຄື ອານານິຄົມຂອງກຣີກ ໃນອາຊີກາງ, ບໍ່ມີການບັນທຶກຜົນກະທົບໃດໆ.

ມະຫາກະສັດທີ່ຖືສາສະໜາອື່ນ, ເຊັ່ນອັລຕັນຄານ ຂອງມົງໂກລີ, ໃນສະຕະວັດທີ 16, ໄດ້ນິມົນພຣະອາຈານ ເຂົ້າມາອານາຈັກຂອງຕົນ ແລະ ປະກາດວ່າພຣະພຸດທະສາສະໜາ ເປັນສາສະໜາຂອງແຜ່ນດິນຢ່າງເປັນທາງການ, ເພື່ອຊ່ວຍໃຫ້ປະຊາຊົນເປັນເອກະພາບ ແລະ ຮັດແໜ້ນການປົກຄອງຂອງພວກເຂົາ. ໃນຂະບວນການດັ່ງກ່າວ, ພວກເຂົາອາດຈະຫ້າມການປະຕິບັດບາງຢ່າງທີ່ບໍ່ແມ່ນສາສະໜາພຸດ, ສາສະໜາພື້ນເມືອງ ແລະ ຍັງຂົ່ມເຫັງຜູ້ທີ່ປະຕິບັດຕາມສາສະໜາອື່ນ, ແຕ່ການເຄື່ອນໄຫວດ້ວຍ ພາລະອັນໜັກໜ່ວງທີ່ບໍ່ຄ່ອຍປະກົດມີນີ້ ສ່ວນໃຫຍ່ແມ່ນຍ້ອນແຮງຈູງໃຈທາງການເມືອງ. ແຕ່ບັນດາຜູ້ປົກຄອງທີ່ມີຄວາມທະເຍີທະຍານດັ່ງກ່າວ ຍັງບໍ່ເຄີຍບັງຄັບໃຫ້ທຸກຄົນຮັບຮອງຮູບແບບການເຊື່ອຖື ຫຼື ການບູຊາແບບພຣະພຸດທະສາສະໜາເລີຍ. ສິ່ງດັ່ງກ່າວ ບໍ່ແມ່ນສ່ວນໜຶ່ງຂອງຄວາມເຊື່ອທາງສາສະໜາ.

ສະຫຼຸບ

ພຣະພຸດທະເຈົ້າສາກະຍະມຸນີ ໄດ້ບອກໃຫ້ປະຊາຊົນບໍ່ໃຫ້ປະຕິບັດຕາມຄຳສອນຂອງພຣະອົງຈາກຄວາມເຊື່ອທີ່ບໍ່ໄດ້ຜ່ານການພິສູດ, ແຕ່ໃຫ້ປະຕິບັດເມື່ອຜ່ານການກວດກາຢ່າງຖີ່ຖ້ວນແລ້ວ. ຈາກນັ້ນແນ່ນອນວ່າປະຊາຊົນບໍ່ຄວນຍອມຮັບເອົາຄຳສອນຂອງພຣະພຸດທະເຈົ້າຈາກການບີບບັງຄັບຈາກຜູ້ເຜີຍແຜ່ສາສະໜາ ຫຼື ຈາກພະລາຊະບັນຍັດ. ໃນຕົ້ນສະຕະວັດທີ 17, ເນຈິ ໂຕຢິນ ໄດ້ພະຍາຍາມໃຫ້ສິນບົນຊົນເຜົ່າເຮ່ນ່ອນໄປໃນມົງໂກລີພາກຕາເວັນອອກ ໃຫ້ປະຕິບັດຕາມພຣະພຸດທະສາດສະໜາ ໂດຍການໃຫ້ສັດລ້ຽງສຳລັບຜູ້ທີ່ທ່ອງຈຳ ແຕ່ລະບົດທີ່ພວກເຂົາທ່ອງຈຳ. ຊາວເຮ່ຮ່ອນຮ້ອງຮຽນເຖິງອຳນາດການປົກຄອງ ແລະຄູສອນຄອບງຳຜູ້ນັ້ນໄດ້ຖືກລົງໂທດ ແລະ ຖືກເນລະເທດ.

ໃນວິທີຫຼາກຫຼາຍ ພຸດທະສາສະໜາໄດ້ແຜ່ກະຈາຍໄປສ່ວນຫຼາຍຂອງອາຊີ ດ້ວຍການຖືເອົາສານແຫ່ງຄວາມຮັກ, ຄວາມເຫັນໃຈ ແລະ ປັນຍາ, ໃນຄະນະທີ່ພໍດີກັບຄວາມຕ້ອງການ ແລະ ນິໄສຂອງຄົນທີ່ແຕກຕ່າງກັນ.

Top