ສູນຍະພາບ (ພາສາສັນສກຣິດ : ສູນຍະຕາ), ເປັນທີ່ຮູ້ກັນທົ່ວໄປວ່າ "ຄວາມວ່າງເປົ່າ" (“emptiness”) ໃນພາສາອັງກິດ, ແມ່ນໜຶ່ງໃນຄວາມຮູ້ແຈ້ງຕົ້ນຕໍຂອງພຣະພຸດທະເຈົ້າ. ພຣະພຸດທະເຈົ້າໄດ້ຮັບຮູ້ວ່າແຫຼ່ງທີ່ມາເລິກໆ ຂອງບັນຫາຂອງທຸກຄົນໃນຊີວິດແມ່ນຄວາມສັບສົນກ່ຽວກັບວິທີການທີ່ເຂົາເຈົ້າ, ຄົນອື່ນ ແລະ ທຸກສິ່ງຢ່າງດຳລົງຢູ່. ຈິດໃຈຂອງເຂົາເຈົ້າສາຍພາບວິທີທີ່ເປັນໄປບໍ່ໄດ້ຂອງການດຳລົງຢູ່ໃສ່ທຸກສິ່ງ. ໂດຍບໍ່ສຳນຶກວ່າສິ່ງທີ່ເຂົາເຈົ້າສາຍພາບນັ້ນບໍ່ສອດຄ່ອງກັບຄວາມເປັນຈິງ, ຄົນເຮົາກໍຈະສ້າງບັນຫາ ແລະ ຄວາມທຸກທໍລະມານໃຫ້ກັບຕົນເອງຈາກຄວາມບໍ່ຮູ້. ຕົວຢ່າງ : ຖ້າເຮົາສາຍພາບວ່າຕົນເອງເປັນຂີ້ແພ້ ແລະ ບໍ່ວ່າເຮົາຈະເຮັດຫຍັງກໍຕາມເຮົາຈະບໍ່ປະສົບຄວາມສຳເລັດໃນຊີວິດ, ບໍ່ພຽງແຕ່ເຮົາຊຶມເສົ້າຍ້ອນຄວາມນັບຖືຕົນເອງຕ່ຳເທົ່ານັ້ນ, ແຕ່ກັບການຂາດຄວາມເຊື່ອໝັ້ນໃນຕົນເອງ, ເຮົາກໍອາດຍອມແພ້ຄວາມພະຍາຍາມທີ່ຈະພັດທະນາຄົນເຮົາ. ເຮົາຖອດໃຈໄປຢູ່ໃນຕຳແໜ່ງຕ່ຳຕ້ອຍໃນຊີວິດ.
ສູນຍະພາບ ໝາຍເຖິງການຂາດຫາຍທັງໝົດ, ການຂາດວິທີການດຳລົງຢູ່ທີ່ສອດຄ່ອງກັບສິ່ງທີ່ເຮົາສາຍພາບໄວ້ໂດຍສັນຊາຕະຍານ. ເຮົາສາຍພາບເຫຼົ່ານີ້ໂດຍບີບບັງຄັບຍ້ອນນິໄສທີ່ຝັງຮາກເລິກຂອງເຮົາທີ່ເຊື່ອວ່າຄວາມເພີ້ຝັນໃນການຈິນຕະນາການຂອງເຮົານັ້ນແມ່ນຄວາມເປັນຈິງ. ຕົວຢ່າງ, "ຄົນຂີ້ແພ້," ເປັນພຽງແຕ່ຄໍາສັບ ແລະ ແນວຄວາມຄິດ. ເມື່ອເຮົາໃຫ້ຊື່ຕົນເອງດ້ວຍແນວຄວາມຄິດຂອງ "ຄົນຂີ້ແພ້" ແລະ ກໍານົດຕົວເຮົາດ້ວຍຄໍາ ຫຼື ຊື່ "ຄົນຂີ້ແພ້", ເຮົາຕ້ອງຮັບຮູ້ວ່າເຫຼົ່ານີ້ແມ່ນພຽງແຕ່ຄວາມສົມມຸດ. ມັນອາດຖືກທີ່ເຮົາລົ້ມເຫຼວຫຼາຍຄັ້ງໃນຊີວິດ, ຫຼື ບາງທີເຮົາອາດບໍ່ໄດ້ລົ້ມເຫຼວແທ້, ແຕ່ຍ້ອນຄວາມສົມບູນແບບ ເຮົາຮູ້ສຶກວ່າເຮົາລົ້ມເຫຼວເພາະເຮົາບໍ່ດີພໍ. ໃນກໍລະນີໃດກໍຕາມ, ມີຫຼາຍສິ່ງເກີດຂຶ້ນໃນຊີວິດຂອງເຮົານອກເໜືອຈາກຄວາມສໍາເລັດ ແລະ ຄວາມລົ້ມເຫຼວ. ແຕ່, ໂດຍການຕິດປ້າຍຕົວເຮົາເອງເປັນຄົນຂີ້ແພ້, ເຮົາເອົາຕົນເອງໄປໄວ້ໃນກ່ອງທີ່ເອີ້ນວ່າ "ຄົນຂີ້ແພ້" ແລະ ເຊື່ອວ່າເຮົາດຳລົງຢູ່ເປັນຄົນໃນກ່ອງນີ້ແທ້. ໃນຄວາມເປັນຈິງ, ເຮົາຈິນຕະນາການວ່າມີບາງຢ່າງຜິດປົກກະຕິ ຫຼື ບໍ່ດີກ່ຽວກັບເຮົາທີ່ຕັ້ງໃຫ້ເຮົາຕ້ອງຢູ່ໃນກ່ອງນີ້ຢ່າງແນ່ນອນ. ມັນຕັ້ງໃຫ້ເຮົາຢູ່ໃນກ່ອງນີ້ໂດຍອໍານາດຂອງມັນເອງ, ເປັນເອກະລາດຈາກສິ່ງອື່ນໃດທີ່ເຮົາໄດ້ເຮັດໃນຊີວິດຂອງເຮົາ ຫຼື ສິ່ງທີ່ຄົນອື່ນຄິດ.
ວິທີການຂອງການດຳລົງຢູ່ໃນຖານະຄົນທີ່ຕິດຢູ່ໃນກ່ອງຂອງຄົນຂີ້ແພ້ ແລະ ສົມຄວນທີ່ຈະຢູ່ທີ່ນັ້ນ ຄືຄວາມເພີ້ຝັນທັງມວນ. ມັນບໍ່ສອດຄ່ອງກັບອັນໃດທີ່ແທ້ຈິງເລີຍ. ບໍ່ມີໃຜດຳລົງຢູ່ໃນກ່ອງ. ການດຳລົງຢູ່ຂອງເຮົາໃນຖານະຄົນຂີ້ແພ້ແມ່ນຂຶ້ນພຽງແຕ່ກັບແນວຄວາມຄິດ ແລະ ຊື່ທີ່ເຮົາໃຊ້ກັບຕົວເອງ. ແນວຄວາມຄິດຂອງ "ຄົນຂີ້ແພ້" ແລະ ຄໍາວ່າ "ຄົນຂີ້ແພ້" ເປັນພຽງໂດຍສົມມຸດເທົ່ານັ້ນ. ມັນອາດໃຊ້ໄດ້ກັບຜູ້ໃດຜູ້ໜຶ່ງ, ຕົວຢ່າງ ເວລາລາວເສຍໃນການຫຼິ້ນໄພ້, ແລະ ໃນສະຖານະການນັ້ນ, ໂດຍສົມມຸດແລ້ວລາວເປັນຄົນຂີ້ແພ້. ແຕ່ບໍ່ມີໃຜທີ່ດຳລົງຢູ່ໃນຖານະຄົນຂີ້ແພ້ໂດຍສັນດານ, ທີ່ເປັນໄປບໍ່ໄດ້ທີ່ຈະຊະນະຈັກເທື່ອ ເພາະລາວຂີ້ແພ້ແທ້ໆ.
ເມື່ອເຮົາຮັບຮູ້ຄວາມສູນຍະພາບຂອງການດຳລົງຢູ່ຢ່າງແທ້ຈິງຂອງເຮົາໃນຖານະເປັນຂີ້ແພ້, ເຮົາຈະເຂົ້າໃຈວ່າບໍ່ມີຫຍັງທີ່ດຳລົງຢູ່ໃນທາງນີ້. ມັນບໍ່ສອດຄ່ອງກັບຄວາມເປັນຈິງ. ຄວາມຮູ້ສຶກຂອງເຮົາທີ່ວ່າເຮົາເປັນຄົນຂີ້ແພ້ຢ່າງແທ້ຈິງນັ້ນ ສາມາດນັບໄດ້ຈາກແນວຄວາມຄິດ ແລະ ຄໍາວ່າ "ຄົນນີ້ແພ້" ທີ່ເຮົາໄດ້ນຳໃຊ້ກັບຕົວເອງເພາະບາງທີເຮົາອາດລົ້ມເຫຼວກັບບາງສິ່ງບາງຢ່າງ. ແຕ່ບໍ່ມີຫຍັງຜິດປົກກະຕິກັບເຮົາໂດຍສັນດານທີ່ດ້ວຍອໍານາດຂອງມັນເອງເຮັດໃຫ້ເຮົາເປັນຄົນຂີ້ແພ້ຢ່າງຖາວອນ ແລະ ບໍ່ໄດ້ເປັນແນວອື່ນ. ສະນັ້ນ, ຄວາມສູນຍະພາບແມ່ນການຂາດວິທີການດຳລົງຢູ່ທີ່ເປັນໄປບໍ່ໄດ້. ໃນອາດີດ, ປະຈຸບັນ ແລະ ອະນາຄົດ, ບໍ່ມີໃຜສາມາດດຳລົງຢູ່ໃນແບບນັ້ນໄດ້.
ມັນຕ້ອງໃຊ້ຄວາມຄຸ້ນເຄີຍກັບຄວາມສູນຍະພາບກ່ອນທີ່ເຮົາຈະສາມາດທໍາລາຍຄວາມເພີ້ຝັນຂອງເຮົາ ແລະ ຢຸດເຊົາການເຊື່ອມັນ. ແຕ່ຖ້າເຮົາບາກບັ່ນໃນການພາວະນາກ່ຽວກັບຄວາມສູນຍະພາບ, ແລ້ວ ຊ້າໆ ເມື່ອ, ຍ້ອນນິໄສ, ເຮົາເອີ້ນຕົນເອງວ່າເປັນຄົນຂີ້ແພ້, ເຮົາຈະຮັບຮູ້ວ່ານີ້ແມ່ນເລື່ອງໄຮ້ສາລະ ແລະ ຂັບໄລ່ຄວາມເພີ້ຝັນຂອງເຮົາອອກ. ໃນທີ່ສຸດ, ເຮົາຈະສາມາດທໍາລາຍນິໄສນີ້ໄດ້ ແລະ ບໍ່ຄິດວ່າຕົນເອງເປັນຄົນຂີ້ແພ້ອີກ.
ສະຫຼຸບ
ພຽງເພາະບໍ່ມີຫຍັງດຳລົງຢູ່ໃນທາງທີ່ເປັນໄປບໍ່ໄດ້ ບໍ່ໄດ້ໝາຍຄວາມວ່າບໍ່ມີສິ່ງໃດດຳລົງຢູ່. ຄວາມສູນຍະພາບປະຕິເສດວິທີການດຳລົງຢູ່ທີ່ເປັນໄປບໍ່ໄດ້, ເປັນຕົ້ນແມ່ນການດຳລົງທີ່ສ້າງຂຶ້ນເອງໂດຍສັນດານ. ມັນບໍ່ໄດ້ປະຕິເສດການດຳລົງຢູ່ຂອງສິ່ງ "ນີ້" ຫຼື "ນັ້ນ" ທີ່ສອດຄ່ອງກັບການສົມມຸດຂອງຄໍາສັບ ແລະ ແນວ ຄວາມຄິດຕ່າງໆ.