ຄຳແນະນຳຂອງພຣະພຸດທະສາສະໜາກ່ຽວກັບ ຄວາມຕາຍ ແລະ ການຕາຍ

01:42
ເຮົາທັງໝົດຕ່າງກໍຈະປະເຊີນກັບຄວາມຕາຍ, ສະນັ້ນ ເຮົາຈິ່ງບໍ່ຄວນເພີກເສີຍຕໍ່ມັນ. ການເປັນຈິງກ່ຽວກັບການເສຍຊີວິດຂອງເຮົາຈະຊ່ວຍໃຫ້ເຮົາໃຊ້ຊີວິດຢ່າງເຕັມທີ່, ມີຄວາມໝາຍ. ແທນທີ່ຈະຕາຍດ້ວຍຄວາມຢ້ານ, ເຮົາສາມາດຕາຍຢ່າງເປັນສຸກ ເພາະເຮົາຈະໃຊ້ຊີວິດໃຫ້ຄຸ້ມຄ່າທີ່ສຸດ.

ການດຳລົງຊີວິດທີ່ມີຄວາມໝາຍ

ໃນຊ່ວງຫຼາຍປີທີ່ຜ່ານມາ, ຮ່າງກາຍຂອງເຮົາໄດ້ປ່ຽນໄປ. ໂດຍທົ່ວໄປແລ້ວ, ແມ່ນແຕ່ສາສະໜາ ຫຼື ການທຳສະມາທິກໍບໍ່ສາມາດຢຸດຢັ້ງບໍ່ໃຫ້ເກີດຂຶ້ນໄດ້. ເຮົາເປັນສິ່ງບໍ່ທ່ຽງ, ປ່ຽນແປງຢູ່ຕະຫຼອດເວລາ, ປ່ຽນແປງຈາກຊົ່ວຂະນະໜຶ່ງຫາອີກຊົ່ວຂະນະໜຶ່ງ; ແລະ ນັ້ນເປັນສ່ວນໜຶ່ງຂອງທຳມະຊາດ. ເວລາເຄື່ອນໄຫວຢູ່ສະເໝີ; ບໍ່ມີພະລັງອັນໃດສາມາດຢຸດມັນໄດ້. ສະນັ້ນ ຄຳຖາມທີ່ແທ້ຈິງຄືເຮົາໃຊ້ເວລາຢ່າງເໝາະສົມ ຫຼື ບໍ່. ເຮົາໃຊ້ເວລາສ້າງບັນຫາໃຫ້ຜູ້ອື່ນຫຼາຍຂຶ້ນບໍ, ເຊິ່ງສຸດທ້າຍແລ້ວຕົວເຮົາເອງກໍຮູ້ສຶກບໍ່ເປັນສຸກຢູ່ເລິກໆ ແມ່ນບໍ? ອາຕະມາຄິດວ່ານັ້ນເປັນວິທີໃຊ້ເວລາທີ່ຜິດ. 

ວິທີທີ່ດີກວ່າຄືການພະຍາຍາມກຳນົດຈິດໃຈຂອງເຮົາທຸກວັນດ້ວຍແຮງຈູງໃຈທີ່ເໝາະສົມ ແລ້ວໃຊ້ວັນທີ່ເຫຼືອກັບແຮງຈູງໃຈແບບນັ້ນ. ແລະນັ້ນໝາຍເຖິງ, ຖ້າເປັນໄປໄດ້, ການບໍລິການຜູ້ອື່ນ; ແລະ ຖ້າເປັນໄປບໍ່ໄດ້, ຢ່າງໜ້ອຍກໍລະເວັ້ນຈາກການທຳຮ້າຍຜູ້ອື່ນ. ໃນແງ່ນັ້ນ, ອາຊີບໃດກໍບໍ່ຕ່າງກັນ. ບໍ່ວ່າອາຊີບເຮົາຈະແມ່ນຫຍັງ, ເຮົາກໍສາມາດມີແຮງຈູງໃຈໃນແນວບວກໄດ້. ຖ້າເວລາຂອງເຮົາຖືກໃຊ້ໄປທາງນັ້ນໃນຊ່ວງຫຼາຍວັນ, ອາທິດ, ເດືອນ, ປີ - ທົດສະວັດ, ບໍ່ພຽງແຕ່ຫ້າປີ - ແລ້ວຊີວິດຂອງເຮົາກໍຈະມີຄວາມໝາຍ. ຢ່າງໜ້ອຍທີ່ສຸດ, ເຮົາກໍກຳລັງປະກອບສ່ວນຮ່ວມບາງຢ່າງຕໍ່ພາວະຈິດໃຈທີ່ເປັນສຸກຂອງຕົວເຮົາເອງ. ບໍ່ຊ້າກໍໄວ ຈຸດຈົບຂອງເຮົາກໍຈະມາເຖິງ, ແລະ ມື້ນັ້ນເຮົາຈະບໍ່ຮູ້ສຶກກິນແໜງ; ເຮົາຈະຮູ້ວ່າເຮົາໄດ້ໃຊ້ເວລາຂອງເຮົາໄປໃນທາງກໍ່ສ້າງ. 

ການມີທັດສະນະຄະຕິທີ່ເປັນຈິງກ່ຽວກັບຄວາມຕາຍ

ແຕ່, ຊີວິດຂອງເຮົາຊາດນີ້ບໍ່ໄດ້ຢູ່ຕະຫຼອດໄປ. ແຕ່ການຄິດວ່າ: “ຄວາມຕາຍຄືສັດຕູ,” ນັ້ນຜິດໂດຍສິ້ນເຊີງ. ຄວາມຕາຍເປັນສ່ວນໜຶ່ງຂອງຊີວິດເຮົາ. ແນ່ນອນ, ຈາກມຸມມອງຂອງພຣະພຸດທະສາສະໜາ, ຮ່າງກາຍນີ້ໃນບາງແງ່ກໍເປັນສັດຕູ. ເພື່ອທີ່ຈະສ້າງຄວາມປາຖະໜາອັນແທ້ຈິງສຳລັບໂມະ - ການປົດປ່ອຍ - ເຮົາຈຳເປັນຕ້ອງມີທັດສະນະຄະຕິແບບນັ້ນ: ຄືການເກີດນີ້, ຮ່າງກາຍນີ້, ທຳມະຊາດຂອງມັນແມ່ນທຸກ ແລະ ສະນັ້ນ ເຮົາຈິ່ງຢາກຢຸດມັນ. ແຕ່ທັດສະນະຄະຕິອັນນີ້ສາມາດສ້າງບັນຫາໄດ້ຫຼາຍ. ຖ້າເຮົາຄິດວ່າຄວາມຕາຍເປັນສັດຕູ, ແລ້ວຮ່າງກາຍນີ້ກໍເປັນສັດຕູຄືກັນ, ແລະ ຊີວິດໂດຍລວມກໍເປັນສັດຕູ. ມັນໄປໄກໂພດໜ້ອຍໜຶ່ງ. 

ແນ່ນອນ, ຄວາມຕາຍໝາຍເຖິງການບໍ່ມີຕົວຕົນຢູ່ອີກຕໍ່ໄປ, ຢ່າງໜ້ອຍກໍສຳລັບຮ່າງກາຍນີ້. ເຮົາຈະຕ້ອງຈາກທຸກສິ່ງທີ່ເຮົາໄດ້ສ້າງຄວາມສຳພັນໃກ້ຊິດນຳພາຍໃນຊາດນີ້. ສັດທັງຫຼາຍບໍ່ມັກຄວາມຕາຍ, ສະນັ້ນ ໂດຍທຳມະຊາດແລ້ວມັນກໍຄືກັນກັບມະນຸດ. ແຕ່ເຮົາເປັນສ່ວນໜຶ່ງຂອງທຳມະຊາດ, ແລະ ສະນັ້ນ ຄວາມຕາຍຈິ່ງເປັນສ່ວນໜຶ່ງຂອງຊີວິດເຮົາ. ຕາມເຫດຜົນແລ້ວ, ຊີວິດມີຈຸດເລີ່ມຕົ້ນ ແລະ ຈຸດຈົບ - ມີການເກີດ ແລະ ການຕາຍ. ສະນັ້ນ ມັນຈິ່ງບໍ່ແປກ. ແຕ່ອາຕະມາຄິດວ່າແນວທາງ ແລະ ມຸມມອງທີ່ບໍ່ເປັນຈິງຂອງເຮົາກ່ຽວກັບຄວາມຕາຍ ເຮັດໃຫ້ເຮົາກັງວົນ ແລະ ວິຕົກຫຼາຍກວ່າ. 

ສະນັ້ນ, ໃນຖານະຜູ້ປະຕິບັດທັມ, ມັນຈິ່ງເປັນປະໂຫຍດຫຼາຍທີ່ຈະເຕືອນຕົນເອງທຸກວັນກ່ຽວກັບຄວາມຕາຍ ແລະ ຄວາມບໍ່ທ່ຽງ. ຄວາມບໍ່ທ່ຽງນັ້ນມີຢູ່ສອງລະດັບ: ລະດັບທີ່ເປັນໂດຍລວມກວ່າ [ທີ່ປາກົດການທີ່ເກີດຂຶ້ນທັງໝົດຈະມາເຖິງຈຸດຈົບ] ແລະ ລະດັບລະອຽດອ່ອນ [ທີ່ປາກົດການທັງໝົດທີ່ໄດ້ຮັບຜົນກະທົບຈາກສາເຫດ ແລະ ເງື່ອນໄຂຈະປ່ຽນໄປໃນແຕ່ລະຂະນະ]. ອັນທີ່ຈິງ, ຄວາມບໍ່ທ່ຽງໃນລະດັບລະອຽດອ່ອນເປັນຄຳສອນອັນແທ້ຈິງຂອງພຣະພຸດທະສາສະໜາ; ແຕ່ໂດຍທົ່ວໄປ ລະດັບຄວາມບໍ່ທ່ຽງທີ່ເປັນໂດຍລວມກວ່ານັ້ນກໍເປັນສ່ວນສຳຄັນຂອງການປະຕິບັດເພາະມັນຊ່ວຍຫຼຸດອາລົມທຳລາຍຂອງເຮົາທີ່ຢູ່ບົນພື້ນຖານຄວາມຮູ້ສຶກທີ່ວ່າເຮົາຈະຄົງຢູ່ຕະຫຼອດໄປ. 

ເບິ່ງກະສັດ ຫຼື ຣາຊາຜູ້ຍິ່ງໃຫຍ່ເຫຼົ່ານີ້ - ທາງຕາເວັນຕົກນຳ - ກັບປາສາດ ແລະ ປ້ອມຂະໜາດໃຫຍ່ຂອງພວກເພິ່ນ. ຈັກກະພັດເຫຼົ່ານີ້ຖືວ່າຕົນເອງເປັນອະມະຕະ. ແຕ່ຕອນນີ້ເມື່ອເຮົາເບິ່ງໂຄງສ້າງເຫຼົ່ານີ້, ມັນອ່າວໂງ່. ເບິ່ງກຳແພງເມືອງຈີນ. ມັນສ້າງຄວາມທຸກທໍລະມານຢ່າງຫຼວງຫຼາຍໃຫ້ກັບຜູ້ທີ່ກໍ່ສ້າງມັນ. ແຕ່ວຽກເຫຼົ່ານີ້ດຳເນີນໄປດ້ວຍຄວາມຮູ້ສຶກທີ່ວ່າ: “ອຳນາດ ແລະ ອານາຈັກຂອງເຮົາຈະຄົງຢູ່ຕະຫຼອດໄປ” ແລະ “ຈັກກະພັດຂອງເຮົາຈະຄົງຢູ່ຕະຫຼອດໄປ.” ເຊັ່ນດຽວກັບກຳແພງເບີລິນ - ຜູ້ນຳຄອມມິວນິສ໌ຂອງເຢຍລະມັນຕາເວັນອອກບາງຄົນໄດ້ເວົ້າວ່າມັນຈະຄົງຢູ່ເປັນພັນປີ. ຄວາມຮູ້ສຶກທັງໝົດນີ້ມາຈາກການຍຶດມັ່ນຂອງພວກເພິ່ນ ແລະ ພັກພວກ ຫຼື ຄວາມເຊື່ອຂອງພວກເພິ່ນ ແລະ ຈາກການຄິດວ່າຈະຢູ່ຕະຫຼອດໄປ. 

ບາດນີ້ ມັນແມ່ນແທ້ທີ່ເຮົາຈຳເປັນຕ້ອງມີຄວາມຕ້ອງການດ້ານບວກເປັນສ່ວນໜຶ່ງຂອງແຮງຈູງໃຈຂອງເຮົາ - ຖ້າປາສະຈາກຄວາມຕ້ອງການກໍບໍ່ມີການເຄື່ອນໄຫວຫຍັງ. ແຕ່ຄວາມຕ້ອງການບວກກັບຄວາມບໍ່ຮູ້ນັ້ນອັນຕະລາຍ. ຕົວຢ່າງເຊັ່ນ, ມີຄວາມຮູ້ສຶກຂອງຄວາມຖາວອນທີ່ມັກສ້າງມຸມມອງປະເພດທີ່ວ່າ “ເຮົາຈະຄົງຢູ່ຕະຫຼອດໄປ.” ນັ້ນບໍ່ເປັນຈິງ. ນັ້ນແມ່ນຄວາມບໍ່ຮູ້. ແລະເມື່ອເຮົາບວກສິ່ງນັ້ນເຂົ້າກັບຄວາມຕ້ອງການ - ຄວາມຢາກໄດ້ຫຼາຍຂຶ້ນ, ຫຼາຍຂຶ້ນ, ຫຼາຍຂຶ້ນ - ມັນຍິ່ງຈະສ້າງບັນຫາຫຼາຍຂຶ້ນອີກ. ແຕ່, ຄວາມຕ້ອງການກັບປັນຍາເປັນສິ່ງທີ່ເປັນທາງບວກຫຼາຍ, ແລະ ສະນັ້ນ ເຮົາຈຳເປັນຕ້ອງມີອັນນັ້ນ. 

ເຮົາຍັງເຫັນສິ່ງບອກເຕືອນຄວາມບໍ່ທ່ຽງໃນການປະຕິບັດຕັນຕຣະ, ກັບກະໂຫຼກຫົວ ແລະ ສິ່ງຂອງປະເພດເຫຼົ່ານີ້, ແລະ ໃນບາງພື້ນທີ່ເຮົາຈະນຶກພາບສຸສານ, ປ່າຊ້າ. ທັງໝົດນີ້ເປັນສັນຍາລັກເພື່ອເຕືອນເຮົາເຖິງຄວາມບໍ່ທ່ຽງ. ມື້ໜຶ່ງ ລົດຂອງອາຕະມາແລ່ນຜ່ານສຸສານແຫ່ງໜຶ່ງ, ສະນັ້ນ ມັນຈິ່ງແຈ້ງຢູ່ໃນໃຈຂອງອາຕະມາເມື່ອກ່າວເຖິງມັນໃນເວລາຕໍ່ມາໃນການເທດ: “ອາຕະມາໄດ້ກາຍສຸສານ. ນັ້ນແມ່ນຈຸດໝາຍສຸດທ້າຍຂອງເຮົາ. ເຮົາຕ້ອງໄປຫັ້ນ.” ພຣະເຍຊູຄຣິສ໌ບົນໄມ້ກາງເຂນໄດ້ສະແດງໃຫ້ສາວົກເຫັນວ່າສຸດທ້າຍຄວາມຕາຍກໍມາ. ແລະພຣະພຸດທະເຈົ້າກໍໄດ້ເຮັດຄ້າຍຄືກັນ. ພຣະອາລາ, ອາຕະມາບໍ່ຮູ້ - ພຣະອາລາບໍ່ມີຮູບຮ່າງ - ແຕ່ແນ່ນອນມູຮາມັດໄດ້ສະແດງໃຫ້ເຫັນ. 

ສະນັ້ນ, ເຮົາຈຳເປັນຕ້ອງມີຄວາມເປັນຈິງວ່າຄວາມຕາຍຈະມາເຖິງບໍ່ຊ້າກໍໄວ. ຖ້າເຮົາສ້າງທັດສະນະຄະຕິທີ່ຖືກຕັ້ງແຕ່ຕົ້ນວ່າຄວາມຕາຍຈະມາ; ແລ້ວເມື່ອຄວາມຕາຍມາແທ້, ເຮົາກໍຈະກັງວົນໜ້ອຍລົງຫຼາຍ. ສະນັ້ນ, ສຳລັບຜູ້ປະຕິບັດທັມ, ສິ່ງສຳຄັນແມ່ນການເຕືອນຕົວເຮົາເອງກ່ຽວກັບອັນນີ້ທຸກວັນ. 


ຈະເຮັດແນວໃດເມື່ອເຖິງເວລາຕາຍ

ເມື່ອວັນສຸດທ້າຍຂອງເຮົາມາເຖິງ, ເຮົາຕ້ອງຍອມຮັບມັນ ແລະ ບໍ່ເບິ່ງມັນຄືເປັນສິ່ງແປກ. ມັນບໍ່ມີທາງອື່ນ. ໃນເວລານັ້ນ, ຄົນທີ່ມີສັດທາໃນສາສະໜາເທວະນິຍົມຄວນຄິດວ່າ: “ຊີວິດນີ້ຖືກສ້າງຂຶ້ນໂດຍພຣະເຈົ້າ, ສະນັ້ນ ຈຸດຈົບກໍຂຶ້ນກັບແຜນຂອງພຣະເຈົ້າເຊັ່ນກັນ. ເຖິງວ່າເຮົາຈະບໍ່ມັກຄວາມຕາຍ, ແຕ່ພຣະເຈົ້າໄດ້ສ້າງມັນຂຶ້ນ, ແລະ ສະນັ້ນ ມັນຕ້ອງມີຄວາມໝາຍໃນຕົວມັນແນ່ນອນ.” ຄົນເຫຼົ່ານີ້ທີ່ເຊື່ອຢ່າງຈິງໃຈໃນພຣະເຈົ້າຜູ້ຊົງສ້າງຄວນຄິດໃນແລວເຫຼົ່ານີ້. 

ຜູ້ທີ່ປະຕິບັດຕາມສາຍຂອງອິນເດຍ ແລະ ເຊື່ອໃນການກັບຊາດມາເກີດຄວນຄິດກ່ຽວກັບຊີວິດໃນຊາດໜ້າຂອງຕົນ ແລະ ພະຍາຍາມສ້າງສາເຫດອັນຖືກຕ້ອງສຳລັບຊາດໜ້າທີ່ດີ, ແທນທີ່ຈະຫ່ວງ, ຫ່ວງ, ຫ່ວງ. ຕົວຢ່າງເຊັ່ນ, ໃນເວລາໃກ້ຈະຕາຍ ເຮົາອາດອຸທິດຄຸນງາມຄວາມດີທັງໝົດຂອງເຮົາເພື່ອທີ່ວ່າຊີວິດໃນຊາດໜ້າຈະເປັນຊີວິດທີ່ດີ. ຫຼັງຈາກນັ້ນ, ບໍ່ວ່າຄວາມເຊື່ອຂອງເຮົາຈະແມ່ນຫຍັງ, ໃນເວລາຕາຍ, ພາວະຈິດໃຈຕ້ອງສະຫງົບ. ຄວາມໂມໂຫ, ຄາມຢ້ານກົວເກີນເຫດ - ເຫຼົ່ານີ້ແມ່ນບໍ່ດີ. 

ຖ້າເປັນໄປໄດ້, ຜູ້ປະຕິບັດທັມຄວນໃຊ້ເວລາໃນຕອນນີ້ເພື່ອມອງໄປທີ່ຊີວິດຂອງຕົນໃນຊາດໜ້າ. ການປະຕິບັດພຣະໂພທິຈິດ ແລະ ການປະຕິບັດຕັນຕຣະບາງຢ່າງຈະດີສຳລັບການນີ້. ອີງຕາມຄຳສອນຕັນຕຣະ, ໃນເວລາຂອງຄວາມຕາຍຈະມີການສະຫຼາຍຕົວຂອງທາດແປດຂັ້ນ - ລະດັບລວມກວ່າຂອງທາດປະກອບຂອງຮ່າງກາຍຈະສະຫຼາຍໄປ, ແລ້ວລະດັບທີ່ລະອຽດລົງມາກໍຈະສະຫຼາຍໄປເຊັ່ນກັນ. ຜູ້ປະຕິບັດຕັນຕຣະຕ້ອງເອົາສິ່ງນີ້ເຂົ້າໃນການທຳສະມາທິຂອງຕົນທຸກວັນ. ທຸກວັນ, ອາຕະມາທຳສະມາທິກ່ຽວກັບຄວາມຕາຍ - ໃນຮູບແບບຕ່າງໆ ຂອງມົນທົນ - ຢ່າງໜ້ອຍຫ້າຄັ້ງ, ອາຕະມາຈຶ່ງກໍຍັງມີຊີວິດຢູ່! ມື້ເຊົ້ານີ້ອາຕະມາໄດ້ຜ່ານຄວາມຕາຍໄປແລ້ວສາມຄັ້ງ. 

ສະນັ້ນ ເຫຼົ່ານີ້ແມ່ນວິທີສ້າງຫຼັກປະກັນສຳລັບຊີວິດໃນຊາດໜ້າທີ່ດີ, ຄືແນວນັ້ນ. ແລະສຳລັບຜູ້ທີ່ບໍ່ເຊື່ອ, ດັ່ງທີ່ອາຕະມາໄດ້ກ່າວໄປກ່ອນໜ້ານີ້, ສິ່ງສຳຄັນແມ່ນການເຂົ້າໃຈກ່ຽວກັບຄວາມເປັນຈິງຂອງຄວາມບໍ່ທ່ຽງ. 

ວິທີຊ່ວຍຄົນທີ່ກຳລັງຈະຕາຍ

ກັບຄົນທີ່ກຳລັງຈະຕາຍ, ມັນຈະດີຖ້າຄົນອ້ອມຂ້າງມີຄວາມຮູ້ [ກ່ຽວກັບວິທີຊ່ວຍ]. ດັ່ງທີ່ອາຕະມາໄດ້ກ່າວໄປແລ້ວກ່ອນໜ້ານີ້, ກັບຄົນທີ່ກຳລັງຈະຕາຍທີ່ເຊື່ອໃນພຣະເຈົ້າຜູ້ຊົງສ້າງ, ເຮົາສາມາດຊ່ວຍໃຫ້ລາວຄິດເຖິງພຣະເຈົ້າໄດ້. ການສັດທາແຫຼມດຽວໃນພຣະເຈົ້າກໍມີປະໂຫຍດຢູ່ຢ່າງໜ້ອຍ, ຈາກມຸມມອງຂອງພຸດທະສາສະໜາກໍເຊັ່ນກັນ. ສຳລັບຄົນທີ່ບໍ່ມີຄວາມເຊື່ອ, ບໍ່ມີສາສະໜາ, ກໍດັ່ງທີ່ອາຕະມາໄດ້ກ່າວໄປກ່ອນໜ້ານີ້, ໃຫ້ເປັນຈິງ, ແລະ ສິ່ງສຳຄັນແມ່ນພະຍາຍາມຮັກສາຈິດໃຈໃຫ້ສະຫງົບ. 

ການມີພີ່ນ້ອງຮ້ອງໄຫ້ຢູ່ຮອບຕົວຜູ້ທີ່ກຳລັງຈະຕາຍອາດເປັນອັນຕະລາຍຕໍ່ການຮັກສາຈິດໃຈຂອງລາວໃຫ້ສະຫງົບ - ມີຄວາມຍຶດຕິດໂພດ. ແລະຍ້ອນຄວາມຍຶດຕິດໂພດຕໍ່ພີ່ນ້ອງຂອງລາວເຊັ່ນກັນ, ກໍມີຄວາມເປັນໄປໄດ້ທີ່ຈະສ້າງຄວາມໂມໂຫ ແລະ ເຫັນຄວາມຕາຍເປັນສັດຕູ. ສະນັ້ນ, ສຳຄັນແມ່ນພະຍາຍາມຮັກສາພາວະຈິດໃຈໃຫ້ສະຫງົບ. ສິ່ງນັ້ນສຳຄັນ. 

ຫຼາຍຄັ້ງ ອາຕະມາໄດ້ຖືກນິມົນໄປບ່ອນພັກກ່ອນຕາຍແບບພຸດ. ຄືໃນອໍສ໌ເຕຣເລຍມີສຳນັກສົງນັກບວດຜູ້ຍິງບ່ອນທີ່ພຣະສົງຜູ້ຍິງອຸທິດຕົນເພື່ອດູແລຄົນທີ່ກຳລັງຈະຕາຍ ແລະ ຄົນທີ່ປ່ວຍເປັນພະຍາດຮ້າຍແຮງ. ອັນນີ້ເປັນວິທີທີ່ດີຫຼາຍໃນການນຳເອົາການປະຕິບັດປະຈຳວັນຂອງເຮົາກ່ຽວກັບຄວາມເຫັນໃຈມາໃຊ້ໃນຕົວຈິງ. ອັນນັ້ນສຳຄັນຫຼາຍ. 

ສະຫຼຸບ

ຄວາມຕາຍບໍ່ແມ່ນເລື່ອງແປກ. ມັນເກີດຂຶ້ນທຸກວັນ, ໃນທົ່ວໂລກ. ການເຂົ້າໃຈວ່າເຮົາຈະຕາຍແນ່ນອນ ຈະຜັກດັນເຮົາໃຫ້ດຳລົງຊີວິດຢ່າງມີຄວາມໝາຍ. ເມື່ອເຮົາເຫັນວ່າມັນອາດເກີດຂຶ້ນໃນທຸກເວລາ, ເຮົາຈະມີທ່າອ່ຽງຕ່ຳທີ່ຈະສູ້ ແລະ ຖົກຖຽງກັບເລື່ອງເລັກນ້ອຍ. ແຕ່, ເຮົາຈະມີແຮງຈູງໃຈທີ່ຈະໃຊ້ຊີວິດໃຫ້ເກີດປະໂຫຍດສູງສຸດໂດຍການສ້າງປະໂຫຍດຕໍ່ຜູ້ອື່ນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. 

Top