ພຣະພຸດທະສາສະໜານິກາຍເຖຣະວາດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້
ອິນເດຍ
ພຣະພຸດທະສາສະໜາເລີ່ມສູນເສຍອິດທິພົນໃນປະເທດອິນເດຍໃນສັດຕະວັດທີ 7 ແລະ ເກືອບໄດ້ຫາຍໄປທັງຫມົດຫຼັງຈາກການລົ້ມສະຫຼາຍຂອງອານາຈັກປາລະໃນສັດຕະວັດທີ 12, ນອກເໜືອຈາກພາກພື້ນພູຫິມາໄລຢູ່ທາງພາກເໜືອທີ່ຫ່າງອອກໄປ. ໃນຕອນທ້າຍຂອງສັດຕະວັດທີ 19 ໄດ້ມີການຟື້ນຟູພຣະພຸດທະສາສະໜາໃນອິນເດຍ, ເມື່ອ ອະນາຄາຣິກະ ທຳມະປາລະ ຜູ້ນຳຊາວພຸດຂອງສີລັງກາ ໄດ້ກໍ່ຕັ້ງສະມາຄົມມະຫາໂພທິ ໂດຍການຊ່ວຍເຫຼືອຂອງນັກວິຊາການອັງກິດ. ຈຸດປະສົງຕົ້ນຕໍຂອງພວກເຂົາແມ່ນເພື່ອບູລະນະສະຖານທີ່ສະແຫວງບຸນຂອງຊາວພຸດໃນອິນເດຍ, ແລະ ພວກເຂົາປະສົບຜົນສຳເລັດຫຼາຍໃນການສ້າງວັດວາອາຮາມຕາມສະຖານທີ່ທາງພຣະພຸດທະສາສະໜາທຸກແຫ່ງ, ທີ່ລ້ວນແຕ່ມີພຣະສົງ-ສາມະເນນຢູ່.
ໃນຊຸມປີ 1950, ດຣ. ເອັມເບັດກາຣ໌ ໄດ້ເລີ່ມຕົ້ນຂະບວນການພຸດທະສາສະໜາໃໝ່ໃນກຸ່ມຊັ້ນວັນນະ “ຜູ້ບໍ່ຄວນຂ້ອງກ່ຽວນຳ”, ເຊິ່ງມີຫຼາຍແສນຄົນໄດ້ປ່ຽນໃຈມາເຫຼື້ອມໃສພຣະພຸດທະສາສະໜາ ເພື່ອຫຼີກລ່ຽງການດູຖູກຊົນຊັ້ນວັນນະ. ໃນທົດສະວັດທີ່ຜ່ານມາ ຄວາມສົນໃຈໃນພຣະພຸດທະສາສະໜາເຫັນວ່າເພີ່ມຂຶ້ນໃນກຸ່ມຊົນຊັ້ນກາງໃນເມືອງ. ປະຈຸບັນ, ມີຊາວພຸດຕົກເປັນປະມານ 2% ຂອງພົນລະເມືອງອິນເດຍ.
ສີລັງກາ
ປະເທດສີລັງກາເປັນສູນກາງແຫ່ງຫນຶ່ງການຮຽນຮູ້ທາງພຣະພຸດທະສາສະໜາ ນັບຕັ້ງແຕ່ມີການເປີດໂຕຂອງພຣະພຸດທະສາດສະໜາໃນສັດຕະວັດທີ 3 ກ່ອນ ຄ.ສ. ໂດຍ ເຈົ້າຊາຍມະຫິນທ໌, ມົງກຸດລາຊະກຸມານຂອງພຣະເຈົ້າອະໂສກະ, ເຈົ້າຈັກກະພັດອິນເດຍ. ສີລັງກາມີປະຫວັດສາດທາງພຣະພຸດທະສາສະໜາທີ່ຕໍ່ເນື່ອງຍາວນານທີ່ສຸດ. ແລະຍັງໄດ້ພົບກັບຄວາມຊຸດໂຊມເປັນເວລາດົນນານໃນໄລຍະສົງຄາມ, ຕັ້ງແຕ່ສະຕະວັດທີ 16 ເປັນຕົ້ນມາເກາະນີ້ໄດ້ຕົກເປັນຫົວເມືອງຂຶ້ນ, ແລະ ສະມາຊິກອົງການທາງສາສະໜາຢູໂຣບກໍ່ໄດ້ຫັນປ່ຽນສາສະໜາມາເປັນສາສະໜາຄຣິສ.
ພຣະພຸດທະສາສະໜາໄດ້ຮັບກັບການຟື້ນຟູຢ່າງເຂັ້ມແຂງໃນສັດຕະວັດທີ 19 ໂດຍການຊ່ວຍເຫຼືອຂອງນັກວິຊາການ ແລະ ນັກນັກເທວະປັດຊະຍາ (theosophists) ອັງກິດ, ດັ່ງນັ້ນ ພຣະພຸດທະສາສະໜາຂອງສີລັງກາບາງເທື່ອກໍ່ຖືກຈັດໃຫ້ເປັນ "ສາສະໜາພຸດ ໂພຣແຕສແຕນທ໌" ໂດຍເນັ້ນໜັກໃສ່ການສຶກສານັກວິຊາການ, ການປະກອບພິທີກຳທາງສາສະໜາໂດຍພຣະສົງ ເພື່ອຊຸມຊົນຄະຣາວາດ, ແລະ ການຝຶກສະມາທິສຳລັບພຸດທະສາສະນິກະຊົນທົ່ວໄປ. ປະເທດສີລັງກາໄດ້ຮັບເອກະລາດໃນປີ 1948, ແລະ ນັບແຕ່ນັ້ນມາກໍມີການຟື້ນຟູຄວາມສົນໃຈໃນພຣະພຸດທະສາສະໜາ ແລະ ວັດທະນະທໍາພຸດຢ່າງຫຼວງຫຼາຍ.
ປະຈຸບັນ, 70% ຂອງຄົນສີລັງກາແມ່ນຊາວພຸດ ໂດຍປະຊາຊົນສ່ວນໃຫຍ່ປະຕິບັດຕາມສາຍເຖຣະວາດ. ຫຼັງຈາກສົງຄາມກາງເມືອງ 30 ປີ, ໃນຕອນນີ້ປະເທດສີລັງກາໄດ້ເລີ່ມເຫັນການເພີ່ມຂຶ້ນຂອງພຣະພຸດທະສາສະໜາທີ່ມີແນວຄິດຮັກຊາດ, ໂດຍມີບາງອົງການຈັດຕັ້ງ ເຊັ່ນ ກຸ່ມໂພທຸບະລະເສນາ (Bodu Bala Sena ຫຼື ກອງກຳລັງຊາວພຸດ) ໄດ້ຈັດຕັ້ງການປະທ້ວງຕໍ່ຕ້ານສາສະໜາມຸສະລິມ ແລະ ໂຈມຕີຜູ້ນຳສາສະໜາພຸດໃນລະດັບປານກາງ.
ມຽນມາ (ພະມ້າ)
ການຄົ້ນຄວ້າທາງປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ພຣະພຸດທະສາສະໜາມີປະຫວັດສາດທີ່ດົນນານຫຼາຍກວ່າ 2000 ປີ ໃນປະເທດພະມ້າ, ໂດຍປະມານ 85% ຂອງພົນລະເມືອງໃນປະຈຸບັນລະບຸວ່າເປັນຊາວພຸດ. ມີສາຍເນັ້ນໜັກຄວາມສົມດຸນມາດົນນານໃນເລື່ອງການນັ່ງສະມາທິ ແລະ ການສຶກສາເພື່ອພຣະສົງ, ແລະ ພົນລະເມືອງຄະຣາວາດຍັງຮັກສາຄວາມສັດທາອັນແຮງກ້າໄວ້. ຊາວພຸດທີ່ມີຊື່ສຽງທີ່ສຸດຄົນໜຶ່ງຂອງພະມ້າແມ່ນ ອາຈານ ສັດຕະຍາ ນາຣາຍັນ ໂກເອັນກ້າ, ເຊິ່ງເປັນອາຈານຄະຣາວາດທີ່ສອນວິທີການປະຕິບັດວິປັດສະນາ.
ນັບຕັ້ງແຕ່ພະມ້າໄດ້ຮັບເອກະລາດຈາກປະເທດອັງກິດໃນປີ 1948, ທັງລັດຖະບານພົນລະເຮືອນ ແລະ ທະຫານ ໄດ້ສົ່ງເສີມພຣະພຸດທະສາສະໜາສາຍເຖຣະວາດ. ພາຍໃຕ້ລະບອບການປົກຄອງຂອງທະຫານ, ພຣະພຸດທະສາສະໜາໄດ້ຖືກຄວບຄຸມຢ່າງເຄັ່ງຄັດ, ແລະ ວັດວາອາຮາມຕ່າງໆ ທີ່ເປັນຢູ່ອາໄສຂອງຜູ້ຄັດຄ້ານ ຖືກທຳລາຍເປັນປະຈຳ. ຄູບາພຣະສົງມັກເປັນແນວໜ້າຂອງການປະທ້ວງທາງດ້ານການເມືອງ ເພື່ອຕໍ່ຕ້ານລະບອບທະຫານ ເຊັ່ນ ການລຸກຮືຂຶ້ນ 8888, ແລະ ການປະຕິວັດຜ້າເຫລືອງໃນປີ 2007.
ໃນທົດສະວັດທີ່ຜ່ານມາ, ກຸ່ມແນວຄິດຮັກຊາດຕ່າງໆ ໄດ້ເກີດຂື້ນ, ໂດຍພະຍາຍາມທີ່ຈະຟື້ນຟູພຣະພຸດທະສາດສະໜາ ແລະ ຕໍ່ຕ້ານອິສະລາມ. ພຣະອາຈານ ອະຊີນ ວິຣະຖຸ, ຜູ້ນຳຂະບວນການ 969, ແລະ ຜູ້ທີ່ເອີ້ນຕົນເອງວ່າ "ບິນລາເດນຂອງພະມ້າ", ໄດ້ສະເໜີໃຫ້ມີການຂວ້ຳບາດຮ້ານຄ້າທີ່ມີຄົນມຸດສະລິມເປັນເຈົ້າຂອງ. ພາຍໃຕ້ໜ້າກາກແຫ່ງ "ການປົກປ້ອງພຣະພຸດທະສາສະໜາ" ການແຜ່ລະບາດຄວາມຮຸນແຮງຕໍ່ໂບດອິສະລາມ ແລະ ເຮືອນຊານຂອງຊາວມຸສະລິມກາຍເປັນເລື່ອງປົກກະຕິ, ເຊິ່ງການຕອບໂຕ້ຂອງກຸ່ມມຸສະລິມແຮງເພີ່ມທະວີຄວາມຮ້ອນຂຶ້ນໄປຕື່ມ.
ບັງກະລາເທດ
ພຣະພຸດທະສາສະໜາເປັນຄວາມສັດທາທີ່ໂດດເດັ່ນຂອງພາກພື້ນນີ້ຈົນເຖິງສະຕະວັດທີ 11. ທຸກມື້ນີ້, ໜ້ອຍກວ່າ 1% ຂອງພົນລະເມືອງແມ່ນຊາວພຸດ, ແລະ ພວກເຂົາມັກເຕົ້າໂຮມກັນຢູ່ທີ່ເຂດພູເຂົາຈິດຕະກອງໃກ້ກັບປະເທດພະມ້າ.
ມີວັດຂອງຊາວພຸດຢູ່ 4 ແຫ່ງ ໃນນະຄອນຫຼວງທາກາ, ແລະ ມີວັດວາອາຮາມອີກຫຼາຍແຫ່ງໃນທົ່ວໝູ່ບ້ານທາງຕາເວັນອອກ. ແຕ່ຖືກຕັດອອກຈາກປະເທດພະມ້າ, ລະດັບການປະຕິບັດ ແລະ ຄວາມເຂົ້າໃຈໃນພຣະພຸດທະສາສະໜາຍັງຂ້ອນຂ້າງຕໍ່າ.
ໄທ
ພຣະພຸດທະສາສະໜາໄດ້ຖືກນຳມາເຜີຍແຜ່ໃນອານາຈັກອາຊີຕາເວັນອອກສຽງໃຕ້ ເລີ່ມແຕ່ສະຕະວັດທີ 5 ເປັນຕົ້ນມາ. ຕາມດ້ວຍສາຍເຖຣະວາດ, ໂດຍໄດ້ຮັບອິດທິພົນອັນເຂັ້ມແຂງຈາກສາສະໜາພຶ້ນເມືອງ ແລະ ສາສະໜາຮິນດູ, ເຊັ່ນດຽວກັບພຣະພຸດທະສາສະໜາມະຫາຍານ. ຕ່າງຈາກສີລັງກາ ແລະ ພະມ້າ, ໄທບໍ່ເຄີຍມີການອຸປະສົມບົດໃຫ້ກັບແມ່ຍິງ. ເກືອບ 95% ຂອງປະເທດແມ່ນຊາວພຸດ.
ພຣະສົງໄທມີຕົ້ນແບບມາຈາກສະຖາບັນພຣະມະຫາກະສັດໄທ, ແລະ ມີສົມເດັດພຣະສັງຄະຣາດ ເຊັ່ນດຽວກັນກັບມະຫາເຖລະສະມາຄົມ ເຊິ່ງມີໜ້າທີ່ຮັກສາຄວາມບໍລິສຸດຂອງສາຍດັ່ງກ່າວ. ມີຊຸມຊົນພຣະສົງທີ່ອາໄສຢູ່ໃນປ່າດົງ, ແລະ ທີ່ອາໄສຢູ່ໃນໝູ່ບ້ານ. ທັງສອງໄດ້ຮັບຄວາມເຄົາລົບນັບຖື ແລະ ການສະໜັບສະໜູນຢ່າງສູງຈາກຊຸມຊົນຄະຣາວດ.
ພຣະທຸດົງອາໄສຢູ່ໃນປ່າດົງດິບ, ຝຶກສະມາທິຢ່າງເຂັ້ມງວດ ແລະ ປະຕິບັດຕາມພຣະວິໄນຢ່າງເຄັ່ງຄັດ. ສ່ວນພຣະສົງປະຈຳວັດບ້ານ ຕົ້ນຕໍແມ່ນຈົດຈຳຕຳລາ ແລະ ປະກອບພິທີທາງສາສະຫນາໃຫ້ຜູ້ຄົນໃນທ້ອງຖິ່ນ. ເພື່ອສອດຄ່ອງກັບຄວາມເຊື່ອທາງວັດທະນະທຳໄທກ່ຽວກັບເລື່ອງຜີ, ພຣະສົງເຫຼົ່ານີ້ຍັງມອບເຄື່ອງລາງຂອງຂັງໃຫ້ບັນດາພຸດທະສາສະນິກະຊົນໄວ້ເພື່ອເປັນສິ່ງປົກປ້ອງຄຸ້ມຄອງ. ມີມະຫາວິທະຍາໄລສົງໜຶ່ງແຫ່ງສຳລັບພຣະສົງ-ສາມະເນນ, ຕົ້ນຕໍແມ່ນເພື່ອຝຶກອົບຮົມພຣະສົງໃນການແປພຣະໄຕປິດົກຈາກພາສາບາລີແບບເກົ່າແກ່ມາເປັນພາສາໄທສະໄໝໃໝ່.
ລາວ
ພຣະພຸດທະສາສະໜາໄດ້ເຂົ້າສູ່ປະເທດລາວຄັ້ງທຳອິດ ໃນໄລຍະສັດຕະວັດທີ 7, ແລະ ທຸກມື້ນີ້ 90% ຂອງພົນລະເມືອງນັບຖື ແລະ ມີຄວາມເຊື່ອໃນສາສະໜາພຸດປະສົມກັບສາສະໜາຜີ. ໃນລະຫວ່າງລະບອບຄອມມູນິດ, ອຳນາດການປົກຄອງບໍ່ໄດ້ປາບປາມສາສະໜາຢ່າງເດັດຂາດຕັ້ງແຕ່ຕົ້ນ, ແຕ່ໃຊ້ຄະນະສົງເພື່ອຂະຫຍາຍຈຸດປະສົງທາງການເມືອງຂອງຕົນອອກໄປ. ເມື່ອເວລາຜ່ານໄປ, ພຣະພຸດທະສາສະໜາໄດ້ຖືກປາບປາມຢ່າງສາຫັດ. ນັບແຕ່ຊຸມປີ 1990 ເປັນຕົ້ນມາ, ພຣະພຸດທະສາສະໜາໄດ້ກັບມາຟື້ນໂຕອີກເທື່ອໜຶ່ງ, ເຊິ່ງຄົນລາວສ່ວນຫຼາຍມີຄວາມເຫຼື້ອມໃສສັດທາ, ແລະ ຜູ້ຊາຍສ່ວນໃຫຍ່ກໍເຂົ້າບວດໃນວັດຢ່າງໜ້ອຍເປັນເວລາສັ້ນໆ. ຄອບຄົວສ່ວນຫຼາຍຖະຫວາຍອາຫານໃຫ້ພຣະສົງ-ສາມະເນນ, ແລະ ເຂົ້າວັດໃນວັນເດືອນເພັງ.
ກຳປູເຈຍ
ພຣະພຸດທະສາສະໜາສາຍເຖຣະວາດເປັນສາສະໜາປະຈຳຊາດມາຕັ້ງແຕ່ສະຕະວັດທີ 13, ໂດຍ 95% ຂອງພົນລະເມືອງ ຍັງແມ່ນຊາວພຸດ. ລະຫວ່າງຊຸມປີ 1970, ຂະເໝນແດງໄດ້ພະຍາຍາມ ແລະ ເກືອບຈະປະສົບຜົນສຳເລັດໃນການທຳລາຍພຣະພຸດທະສາສະໜາ; ມາຮອດປີ 1979, ພຣະສົງເກືອບທຸກອົງຖືກຄາດຕະກຳ ຫຼື ຖືກເນລະເທດ, ວັດ ແລະ ຫໍສະໝຸດທຸກແຫ່ງໄດ້ຖືກທຳລາຍ.
ຫຼັງຈາກການກັບຄືນມາຂອງເຈົ້າຊາຍສີຫະນຸ ໃນຖານະກະສັດ, ຂໍ້ຈຳກັດຕ່າງໆ ກໍຄ່ອຍໆຖືກຍົກເລີກ, ແລະ ຄວາມສົນໃຈໃນພຣະພຸດທະສາສະໜາ ກໍໄດ້ຮັບການຟື້ນຟູ. ຄົນກຳປູເຈຍເປັນຄົນທີ່ມີຄວາມເຊື່ອຖືອັນແຮງກ້າໃນເລື່ອງຂອງການເບິ່ງດວງຊະຕາ, ໂຫລາສາດ ແລະ ໂລກແຫ່ງວິນຍານ, ແລະ ຄູບາພຣະສົງຫຼາຍອົງກໍເປັນໝໍເຢົານຳ. ພຣະສົງມີສ່ວນຮ່ວມໃນພິທີກຳຕ່າງໆ, ຕັ້ງແຕ່ພິທີຕັ້ງຊື່ໃຫ້ເດັກນ້ອຍ, ຈົນເຖິງການແຕ່ງດອງ ແລະ ງານສົບ.
ຫວຽດນາມ
ພຣະພຸດທະສາສະໜາໄດ້ມາຮອດປະເທດຫວຽດນາມເມື່ອ 2000 ປີກ່ອນ, ໂດຍທຳອິດເລີ່ມຈາກອິນເດຍ, ແຕ່ຕໍ່ມາແມ່ນມາຈາກຈີນເປັນສ່ວນໃຫຍ່. ເຖິງຢ່າງໃດກໍ່ຕາມ, ມັນເລີ່ມບໍ່ໄດ້ຮັບຄວາມນິຍົມຈາກຊົນຊັ້ນປົກຄອງໃນສະຕະ ວັດທີ 15. ການຟື້ນຟູເກີດຂື້ນໃນຕົ້ນສັດຕະວັດທີ 20, ແຕ່ໃນໄລຍະລະບອບສາທາລະນະລັດ, ນະໂຍບາຍສົ່ງເສີມ ຄາໂທລິກ ເຮັດໃຫ້ຊາວພຸດເປັນປໍລະປັກກັນ. ດຽວນີ້, ມີພຽງ 16% ຂອງພົນລະເມືອງທີ່ນັບຖືພຣະພຸດທະສາສະໜາ, ແຕ່ກໍຍັງເປັນສາສະໜາທີ່ໃຫຍ່ທີ່ສຸດຢູ່.
ດຽວນີ້ ລັດຖະບານມີການຜ່ອນຜັນຫຼາຍຂຶ້ນກ່ຽວກັບພຣະພຸດທະສາສະໜາ, ເຖິງວ່າຈະບໍ່ມີວັດວາອາຮາມໃດໆ ຖືກອະນຸຍາດໃຫ້ເຮັດວຽກຢ່າງເປັນເອກະລາດຈາກລັດກໍ່ຕາມ.
ອິນໂດເນເຊຍ ແລະ ມາເລເຊຍ
ພຣະພຸດທະສາສະໜາໄດ້ເຂົ້າມາໃນພື້ນທີ່ນີ້ປະມານສັດຕະວັດທີ 2, ໂດຍເດີນທາງຜ່ານເສັ້ນທາງການຄ້າກັບອິນເດຍ. ຕະຫຼອດປະຫວັດສາດທີ່ຜ່ານມາ, ພຣະພຸດທະສາສະໜາໄດ້ຖືກປະຕິບັດໄປຄຽງຄູ່ກັບສາດສະໜາຮິນດູ ຈົນເຖິງສັດຕະວັດທີ 15, ເມື່ອອານາຈັກມັດຈະປາຫິດ, ເຊິ່ງເປັນອານາຈັກສຸດທ້າຍຂອງສາສະໜາຮິນດູ-ພຸດ, ໄດ້ລົ້ມສະຫຼາຍ. ເມື່ອຕົ້ນສັດຕະວັດທີ 17, ສາສະໜາອິສະລາມໄດ້ເຂົ້າມາແທນທີ່ສາສະໜາເຫຼົ່ານີ້ຢ່າງສິ້ນເຊີງ.
ອີງຕາມນະໂຍບາຍປັນຈະສີນລ໌ (panchashila) ຂອງລັດຖະບານອິນໂດເນເຊຍ, ສາສະໜາທາງການຕ້ອງໄດ້ຢືນຢັນຄວາມເຊື່ອໃນພຣະເຈົ້າ. ພຣະພຸດທະສາສະໜາບໍ່ໄດ້ຢືນຢັນວ່າ ພຣະເຈົ້າເປັນບຸກຄົນທີ່ມີຊີວິດ ແຕ່ເປັນທີ່ຍອມຮັບຍ້ອນການຢືນຢັນຂອງພຣະເຈົ້າອາທິພຸດທະ, ຫຼື "ພຣະພຸດດທະເຈົ້າອົງທຳອິດ" ດັ່ງທີ່ກ່າວໄວ້ໃນກາລະຈັກຣະຕັນຕຣະ, ເຊິ່ງຮຸ່ງເຮືອງສີວິໄລໃນອິນເດຍໜຶ່ງພັນປີກ່ອນໜ້ານີ້. ພຣະເຈົ້າອາທິພຸດທະ ເປັນຜູ້ສ້າງທີ່ຮອບຮູ້ທຸກຮູບລັກສະນະ, ທີ່ຢູ່ນອກເໜືອການເວລາ ແລະ ຂໍ້ຈຳກັດອື່ນໆ, ເຖິງວ່າຈະໃຊ້ເຄື່ອງໝາຍສັນຍາລັກເປັນຕົວແທນ, ແຕ່ແທ້ຈິງແລ້ວບໍ່ແມ່ນສິ່ງມີຊີວິດ. ພຣະເຈົ້າອາທິພຸດທະ ພົບເຫັນໄດ້ໃນສິ່ງມີຊີວິດສັບພະສັດທັງປວງເປັນທຳມະຊາດຂອງແສງທີ່ແຈ້ງສະຫວ່າງໃນຈິດໃຈ. ບົນພື້ນຖານນີ້, ພຣະພຸດທະສາສະໜາໄດ້ຮັບການຍອມຮັບຄຽງຄູ່ໄປກັບສາສະໜາອິສະລາມ, ສາສະໜາຮິນດູ, ລັດທິຂົງຈື້, ລັດທິຄາໂທລິກ ແລະ ລັດທິໂພຣເທສແຕນທ໌.
ພຣະສົງສີລັງກາໄດ້ພະຍາຍາມຟື້ນຟູພຣະພຸດທະສາສະໜາສາຍເຖຣະວາດໃນບາຫຼີ ແລະ ພາກອື່ນໆ ຂອງອິນໂດເນເຊຍ, ແຕ່ໃນຂອບເຂດທີ່ຈຳກັດຫຼາຍ. ຜູ້ສະແດງຄວາມສົນໃຈໃນບາຫຼີເປັນສາວົກຂອງບາຫຼີດັ້ງເດີມທີ່ປະສົມປະສານລະຫວ່າງສາສະໜາຮິນດູ, ພຣະພຸດທະສາສະໜາ ແລະ ສາດສະໜາຜີຂອງທ້ອງຖິ່ນ. ຢູ່ແຫ່ງອື່ນໆຂອງອິນໂດເນເຊຍ, ຊາວພຸດ, ເຊິ່ງຕົກເປັນປະມານ 5% ຂອງພົນລະເມືອງ, ແມ່ນມາຈາກຊຸມຊົນອິນໂດເນເຊຍເຊື້ອສາຍຈີນ. ນອກນັ້ນ ຍັງມີສ່ວນໜ້ອຍໜຶ່ງຂອງຄົນອິນໂດເນເຊຍທີ່ເປັນຊາວພຸດ ເຊິ່ງເປັນລູກປະສົມດ້ານສາຍເຖຣະວາດ, ຈີນ ແລະ ທິເບດ.
20% ຂອງພົນລະເມືອງມາເລເຊຍຍຶດຖືພຣະພຸດທະສາສະໜາ, ແລະ ປະກອບດ້ວຍຊຸມຊົນຊາວຈີນຕ່າງປະເທດເປັນສ່ວນໃຫຍ່. ເຄິ່ງສັດຕະວັດທີ່ຜ່ານມາ ຄວາມສົນໃຈໃນພຣະພຸດທະສາສະໜາມີການຫຼຸດລົງ, ແລະ ໃນປີ 1961 ສະມາຄົມເຜີຍແຜ່ພຣະພຸດທະສາສະໜາ (Buddhist Missionary Society) ໄດ້ຖືກສ້າງຕັ້ງຂຶ້ນໂດຍມີຈຸດປະສົງເພື່ອເຜີຍແຜ່ພຣະພຸດທະສາສະໜາ. ທົດສະວັດທີ່ຜ່ານມາ ໄດ້ເຫັນກະແສການປະຕິບັດພຣະພຸດທະສາສະໜາເພີ່ມຫຼາຍຂື້ນ, ແມ່ນແຕ່ຢູ່ໃນກຸ່ມຊາວໜຸ່ມ. ປະຈຸບັນ ມີສູນກາງຫຼາຍແຫ່ງຂອງສາຍເຖຣະວາດ, ມະຫາຍານ ແລະ ວັດຊະຣະຍານ ທີ່ໄດ້ຮັບທຶນຮອນ ແລະ ການສະໜັບສະໜູນເປັນຢ່າງດີ.
ພຣະພຸດທະສາສະໜາສາຍມະຫາຍານ ໃນອາຊີຕາເວັນອອກ
ສາທາລະນະລັດປະຊາຊົນຈີນ
ພຣະພຸດທະສາສະໜາໄດ້ມີບົດບາດສຳຄັນ 2000 ປີທີ່ຜ່ານມາໃນປະຫວັດສາດຂອງຈີນ, ແລະ ພຣະພຸດທະສາສະໜາຈີນກໍມີບົດບາດເອງຢ່າງຕໍ່ເນື່ອງໃນການເຜີຍແຜ່ພຣະພຸດທະສາສະໜາໃນອາຊີຕາເວັນອອກ. ສະໄໝຕົ້ນລາຊະວົງຖັງ (ປີ ຄ.ສ. 618-907) ເຫັນໄດ້ວ່າ ເປັນຍຸກທອງຂອງພຣະພຸດທະສາສະໜາ, ໂດຍມີສີລະປະ ແລະ ວັນນະຄະດີທີ່ຮຸ່ງເຮືອງສີວິໄລ.
ໄລຍະການປະຕິວັດວັດທະນະທຳໃນຊຸມປີ 1960 ແລະ 70, ວັດວາອາຮາມຂອງຊາວພຸດຈີນສ່ວນໃຫຍ່ຖືກທຳລາຍ ແລະ ພຣະສົງ, ແມ່ຊີ ແລະ ຄູບາອາຈານທີ່ໄດ້ຮັບການຝຶກອົບຮົມມາເປັນຢ່າງດີ ສ່ວນໃຫຍ່ຖືກປະຫານຊີວິດ ຫຼື ຂັງຄຸກ. ການປາບປາມພຣະພຸດທະສາສະໜາມີຄວາມເຄັ່ງຕຶງຍິ່ງຂຶ້ນຢູ່ທິເບດ ແລະ ມົງໂກນໃນ. ໃນຂະນະທີ່ຈີນປະຕິຮູບ ແລະ ເປີດກວ້າງສູ່ພາຍນອກ, ຄວາມສົນໃຈໃນສາສະໜາດັ້ງເດີມກໍເພີ່ມຂື້ນອີກ. ມີການສ້າງວັດໃໝ່ ແລະ ບູລະນະວັດເກົ່າ. ຄົນສ່ວນໃຫຍ່ທີ່ເຂົ້າວັດວາອາຮາມມາຈາກຄອບຄົວທີ່ທຸກຍາກ ແລະ ບໍ່ມີການສຶກສາຈາກຊົນນະບົດ, ແລະ ການສຶກສາຍັງຄົງຢູ່ໃນລະດັບຕໍ່າ. ວັດຫຼາຍແຫ່ງເປັນພຽງແຕ່ສະຖານທີ່ທ່ອງທ່ຽວ, ໂດຍທີ່ພຣະສົງເຮັດໜ້າທີ່ເປັນພຽງແຕ່ຜູ້ເກັບປີ້ ແລະ ຜູ້ດູແລວັດ.
ທຸກມື້ນີ້, ປະຊາຊົນຈີນຈຳນວນຫຼວງຫຼາຍໃຫ້ຄວາມສົນໃຈໃນພຣະພຸດທະສາດສະໜາ, ໂດຍການອຸທິດຕົນຕໍ່ພຣະພຸດທະສາສະໜາແບບທິເບດທີ່ເພີ່ມຂື້ນຢ່າງສັງເກດໄດ້. ການຄາດຄະເນໃນປັດຈຸບັນລະບຸວ່າ ພົນລະເມືອງຊາວພຸດມີຢູ່ 20%, ແລະ ວັດໃນທົ່ວປະເທດຈີນມີວຽກຫຍຸ້ງຕະຫຼອດໂມງເປີດທຳການ. ໃນຂະນະທີ່ຜູ້ຄົນຮັ່ງມີຂຶ້ນ ແລະ ຫຍຸ້ງວຽກຫຼາຍຂຶ້ນ, ຫຼາຍຄົນຈຶ່ງພະຍາຍາມຫຼີກໜີຈາກຄວາມກົດດັນໂດຍການຫັນເຂົ້າຫາພຣະພຸດທະສາສະໜາຂອງຈີນ ແລະ ທິເບດ. ພຣະພຸດທະສາສະໜາແບບທິເບດໄດ້ຮັບຄວາມສົນໃຈເປັນພິເສດຈາກຊາວຈີນຮັ້ນ ຫຼາຍຄົນ, ໂດຍສະເພາະແມ່ນເຫັນໄດ້ຈາກຈຳນວນທີ່ເພີ່ມຂຶ້ນຂອງລາມະທິເບດ ທີ່ສອນເປັນພາສາຈີນ.
ໄຕ້ຫວັນ, ຮ່ອງກົງ ແລະ ພື້ນທີ່ຂອງຊາວຈີນ ໃນຕ່າງປະເທດ
ສາຍມະຫາຍານໃນອາຊີຕາເວັນອອກທີ່ມາຈາກປະເທດຈີນມີຄວາມເຂັ້ມແຂງທີ່ສຸດໃນໄຕ້ຫວັນ ແລະ ຮ່ອງກົງ. ໄຕ້ຫວັນມີພຣະສົງ ແລະ ແມ່ຊີທີ່ເຂັ້ມແຂງ ເຊິ່ງໄດ້ຮັບການສະໜັບສະໜູນຢ່າງເອື້ອເຟື້ອເພື່ອແຜ່ຈາກຊຸມຊົນຄະຣາວາດ. ພ້ອມທັງມີມະຫາວິທະຍາໄລສົງ ແລະ ໂຄງການພຣະພຸດທະສາສະໜາເພື່ອສະຫວັດດີການສັງຄົມ. ຮ່ອງກົງຍັງມີພຣະສົງທີ່ຮຸ່ງເຮືອງສີວິໄລ. ຄວາມສຳຄັນຂອງຊຸມຊົນຊາວພຸດຈີນຕ່າງປະເທດຢູ່ໃນມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄທ ແລະ ຟີລິບປິນ ແມ່ນການເຮັດພິທີກຳເພື່ອຄວາມຜາສຸກຂອງບັນພະບຸລຸດ, ແລະ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຮັ່ງມີຂອງການດຳລົງຊີວິດ. ມີໝໍມໍຫຼາຍຄົນເຊິ່ງມີວິນຍານຊາວພຸດມາເຂົ້າຊົງບອກຄຳທຳນາຍ ແລະ ເຊິ່ງຊຸມຊົນຄະຣາວາດມາປຶກສາຫາລືກ່ຽວກັບບັນຫາສຸຂະພາບ ແລະ ຈິດໃຈ. ນັກທຸລະກິດຈີນຜູ້ທີ່ເປັນກຳລັງຂັບເຄື່ອນອັນສຳຄັນຢູ່ເບື້ອງຫຼັງເສດຖະກິດ "ເສືອແຫ່ງອາຊີ" ມັກບໍລິຈາກເງິນຈຳນວນຫຼວງຫຼາຍໃຫ້ພຣະສົງ ເພື່ອປະກອບພິທີຕ່າງໆ ໃຫ້ພວກເຂົາມີຄວາມສຳເລັດທາງດ້ານການເງິນ. ໄຕ້ຫວັນ, ຮ່ອງກົງ, ສິງກະໂປ ແລະ ມາເລເຊຍ ຍັງມີຈຳນວນຊາວພຸດທິເບດທີ່ເພີ່ມຂຶ້ນເລື້ອຍໆ.
ເກົາຫຼີໃຕ້
ພຣະພຸດທະສາສະໜາໄດ້ໄປຮອດແຫຼມເກົາຫຼີຈາກປະເທດຈີນໃນສັດຕະວັດທີ 3. ພຣະພຸດທະສາສະໜາໃນເກົາຫຼີໃຕ້ຍັງຂ້ອນຂ້າງເຂັ້ມແຂງ, ເຖິງວ່າຈະມີການໂຈມຕີເພີ່ມຂື້ນຈາກອົງການຈັດຕັ້ງທີ່ນັບຖືສາສະໜາຄຣິສ ຫົວຮຸນແຮງ. ທົດສະວັດທີ່ຜ່ານມາ ມີວັດພຸດຈຳນວນຫຼວງຫຼາຍຖືກທຳລາຍ ຫຼື ເສຍຫາຍຈາກໄຟໄໝ້ ເຊິ່ງເກີດຈາກກຸ່ມຄົນ ດັ່ງກ່າວ. 23% ຂອງພົນລະເມືອງແມ່ນຊາວພຸດ.
ຍີ່ປຸ່ນ
ພຣະພຸດທະສາສະໜາເຂົ້າມາໃນປະເທດຍີ່ປຸ່ນຈາກເກົາຫຼີໃນສັດຕະວັດທີ 5, ແລະ ມີບົດບາດສຳຄັນໃນສັງຄົມ ແລະ ວັດທະນະທຳຂອງຍີ່ປຸ່ນ. ຕັ້ງແຕ່ສັດຕະວັດທີ 13 ເປັນຕົ້ນມາ, ໄດ້ມີປະເພນີປະໂລຫິດວິຫານທີ່ແຕ່ງງານແລ້ວ ລວມທັງບໍ່ມີຂໍ້ຫ້າມໃດໆ ໃນການດື່ມເຫຼົ້າ. ປະໂລຫິດດັ່ງກ່າວໄດ້ຄ່ອຍໆ ເຂົ້າມາແທນທີ່ສາຍພຣະພົມມະຈັນ. ໃນທາງປະຫວັດສາດ, ບາງສາຍຂອງພຣະພຸດທະສາສະໜາກໍມີແນວຄິດຮັກຊາດເປັນຢ່າງຍິ່ງ, ໂດຍເຊື່ອວ່າ ຍີ່ປຸ່ນເປັນເມືອງສະຫວັນຂອງຊາວພຸດ. ໃນສະໄໝປະຈຸບັນ, ມີລັດທິວັນໂລກາວິນາດທີ່ຍັງເອີ້ນຕົນເອງວ່າເປັນຊາວພຸດ, ເຖິງແມ່ນວ່າພວກເຂົາຈະມີສ່ວນກ່ຽວຂ້ອງພຽງໜ້ອຍດຽວກັບຄຳສັ່ງສອນຂອງພຣະພຸດທະເຈົ້າສາກະຍະມຸນີ ກໍ່ຕາມ.
ປະມານ 40% ຂອງພົນລະເມືອງລະບຸວ່າເປັນຊາວພຸດ, ແລະ ຄົນຍີ່ປຸ່ນສ່ວນຫຼາຍມີຄວາມເຊື່ອໃນພຣະພຸດທະສາສະໜາຮ່ວມກັບສາສະໜາດັ້ງເດີມຂອງຍີ່ປຸ່ນ, ເຊິ່ງແມ່ນສາສະໜາຊິນໂຕ. ການເກີດ ແລະ ການແຕ່ງງານແມ່ນຖືກສະຫຼອງຕາມຮີດຄອງຂອງສາສະໜາຊິນໂຕ, ໃນຂະນະທີ່ປະໂລຫິດຂອງສາສະໜາພຸດປະກອບພິທີສົບ.
ວັດໃນຍີ່ປຸ່ນໄດ້ຮັບການຮັກສາຢ່າງສວຍງາມສຳລັບທັງນັກທ່ອງທ່ຽວ ແລະ ຜູ້ມາຢ້ຽມຢາມ, ເຖິງແມ່ນວ່າຫຼາຍແຫ່ງຈະມີການຄ້າຂາຍກັນຫຼາຍ. ໂດຍສ່ວນໃຫຍ່, ການສຶກສາ ແລະ ການປະຕິບັດຕົວຈິງ ແມ່ນອ່ອນເພຍລົງຢ່າງຮຸນແຮງ. ໜຶ່ງໃນອົງການພຣະພຸດທະສາສະໜາທີ່ໃຫຍ່ທີ່ສຸດໃນໂລກກໍຄື ສະມາຄົມສ້າງຄຸນຄ່າ (Soka Gakkai), ແມ່ນມີຕົ້ນກຳເນີດມາຈາກຍີ່ປຸ່ນ.
ພຣະພຸດທະສາສະໜາມະຫາຍານໃນອາຊີກາງ
ທິເບດ
ພຣະພຸດທະສາສະໜາໄດ້ເຂົ້າມາໃນທິເບດເມື່ອຕົ້ນສະຕະວັດທີ 7. ຕະຫຼອດຫຼາຍສັດຕະວັດທີ່ຜ່ານມາ, ໂດຍການອຸປະຖຳຄໍ້າຊູຂອງລາດຊະວົງ ແລະ ການສະໜັບສະໜູນຂອງຂຸນນາງຊັ້ນສູງ, ພຣະພຸດທະສາສະໜາໄດ້ເຂົ້າໄປຍຶດໝັ້ນໃນຫຼາຍໆ ດ້ານຂອງຊີວິດຄົນທິເບດ.
ຫຼັງຈາກການຍຶດຄອງທິເບດໂດຍສາທາລະນະລັດປະຊາຊົນຈີນ, ພຣະພຸດທະສາສະໜາໃນທິເບດຖືກກົດຂີ່ຂູດຮີດຢ່າງຮຸນແຮງ. ມີແຕ່ 150 ແຫ່ງ ໃນຈຳນວນວັດວາອາຮາມ ແລະ ສຳນັກແມ່ຊີທັງໝົດ 6,500 ແຫ່ງ ທີ່ບໍ່ຖືກທຳລາຍ, ແລະ ພຣະສົງທີ່ມີຄວາມຮູ້ເປັນຈຳນວນຫຼວງຫຼາຍ ຄັນບໍ່ຖືກປະຫານຊີວິດ ກໍເສຍຊີວິດໃນຄ້າຍກັກຂັງ. ພາຍຫຼັງການປະຕິວັດວັດທະນະທຳ, ການບູລະນະປະຕິສັງຂອນວັດວາອາຮາມສ່ວນໃຫຍ່ເກີດຂຶ້ນຈາກຄວາມພະຍາຍາມຂອງອະດີດພຣະສົງ, ປະຊາຊົນທ້ອງຖິ່ນ ແລະ ຊາວທິເບດ ພັດຖິ່ນ, ໂດຍລັດຖະບານຈະຊ່ວຍສ້າງຄືນໃໝ່ພຽງແຕ່ສອງ ຫຼື ສາມແຫ່ງເທົ່ານັ້ນ.
ລັດຖະບານຄອມມູນິດຈີນບໍ່ເຊື່ອໃນພຣະເຈົ້າ, ແຕ່ອະນຸຍາດໃຫ້ມີຫ້າ “ສາສະໜາທີ່ຖືກຍອມຮັບ”, ໜຶ່ງໃນນັ້ນແມ່ນພຣະພຸດທະສາສະໜາ. ໃນຂະນະທີ່ພວກເຂົາອ້າງວ່າ ຈະບໍ່ແຊກແຊງເລື່ອງສາສະໜາ, ຫຼັງຈາກທີ່ອົງດາໄລລາມະ ຈື່ຈຳເດັກຊາຍທິເບດຄົນໜຶ່ງວ່າເປັນການກັບຊາດມາເກີດຂອງ ປັນເຊນລາມະ, ທ່ານ ແລະ ຄອບຄົວຂອງທ່ານກໍຫາຍຕົວໄປທັນທີ. ຫຼັງຈາກນັ້ນບໍ່ດົນ, ລັດຖະບານຈີນໄດ້ດຳເນີນການຄົ້ນຫາຂອງຕົນເອງ, ໂດຍເລືອກເອົາເດັກຊາຍລູກຊອດເຄິ່ງຈີນ, ເຄິ່ງທິເບດ. ເດັກທີ່ອົງດາໄລລາມະເລືອກແມ່ນບໍ່ປາກົດໃຫ້ເຫັນອີກເລີຍຕັ້ງແຕ່ນັ້ນມາ.
ທຸກມື້ນີ້, ວັດວາອາຮາມ ສຳນັກແມ່ຊີ ແລະ ວິຫານ ແຕ່ລະແຫ່ງ, ມີທີມງານລັດຖະບານເປັນຂອງຕົນເອງ. ຄົນເຫຼົ່ານີ້ແມ່ນຕຳຫຼວດນອກເຄື່ອງແບບຊາຍ ແລະ ຍິງ ທີ່ເປັນຜູ້ “ຊ່ວຍ” ເຮັດວຽກງານຕ່າງໆ. ໂດຍພື້ນຖານແລ້ວ ໝາຍຄວາມວ່າ ພວກເຂົາເຝົ້າເບິ່ງ ແລະ ລາຍງານກ່ຽວກັບຊຸມຊົນພຣະສົງ. ບາງເທື່ອ, ທີມງານເຫຼົ່ານີ້ອາດໃຫຍ່ສ່ຳໆ ກັບຈຳນວນປະຊາກອນພຣະສົງເອງກໍເປັນໄດ້. ນອກຈາກການແຊກແຊງຂອງລັດຖະບານແລ້ວ, ໜຶ່ງໃນບັນຫາຫຼັກທີ່ຊາວພຸດໃນທິເບດກຳລັງປະເຊີນ ກໍຄືການຂາດເຂີນອາຈານທີ່ມີຄຸນນະພາບ. ພຣະສົງ-ສາມະເນນ, ແມ່ຊີ ແລະ ພຸດທະສາສະນິກະຊົນລ້ວນແຕ່ມີຄວາມກະຕືລືລົ້ນທີ່ຈະຮຽນຮູ້ເພີ່ມເຕີມ, ແຕ່ອາຈານສ່ວນໃຫຍ່ໄດ້ຮັບການຝຶກອົບຮົມທີ່ຈຳກັດເທົ່ານັ້ນ. ໃນທົດສະວັດທີ່ຜ່ານມາ, ລັດຖະບານໄດ້ເປີດໂຕ "ມະຫາວິທະຍາໄລ" ທາງພຣະພຸດທະສາສະໜາໃກ້ກັບເມືອງລາຊາ, ເຊິ່ງເຮັດໜ້າທີ່ເປັນໂຮງຮຽນຝຶກສອນຕຸລະກຸໄວໜຸ່ມ, ບ່ອນທີ່ພວກເຂົາຮຽນພາສາທິເບດ, ຝຶກຫັດລາຍມື, ການແພດ ແລະ ການຝັງເຂັມ, ພ້ອມທັງປັດຊະຍາທາງພຣະພຸດທະສາສະໜາ. ຍຸກດິຈິຕອລໄດ້ພາໃຫ້ພຸດທະສາສະນິກະຊົນໄວໜຸ່ມຂອງທິເບດເຂົ້າໃກ້ພຣະພຸດທະສາສະໜາຫຼາຍຂຶ້ນ. ພວກເຂົາຫຼາຍຄົນກາຍເປັນສະມາຊິກຂອງກຸ່ມວີແຊັດ ແລະ ເວໂບ ທີ່ແບ່ງປັນຄຳສອນ ແລະ ເລື່ອງເລົ່າຂອງພຣະພຸດທະສາສະໜາໃຫ້ແກ່ກັນ. ການຮຽນຮູ້ເພີ່ມຕື່ມກ່ຽວກັບພຣະພຸດທະສາສະໜາໃນປະຈຸບັນເຫັນວ່າ ເປັນວິທີໜຶ່ງທີ່ສ້າງຄວາມແຂງແກ່ນທາງເອກະລັກສະເພາະຕົວຂອງຄົນຜູ້ໜຶ່ງໃຫ້ກາຍເປັນ "ຄົນທິເບດຢ່າງແທ້ຈິງ."
ເຕີກິສະຖານຕາເວັນອອກ
ວັດວາອາຮາມສ່ວນໃຫຍ່ຂອງຊາວມົງໂກນຄາລະມີກທີ່ອາໄສຢູ່ໃນເຕີກິສະຖານຕາເວັນອອກ (ຊິນຈຽງ) ໄດ້ຖືກທຳລາຍໃນລະຫວ່າງການປະຕິວັດວັດທະນະທຳ. ດຽວນີ້ໄດ້ມີການກໍ່ສ້າງຄືນໃໝ່ຫຼາຍແຫ່ງ, ແຕ່ມີບັນຫາຂາດແຄນອາຈານທີ່ໜັກໜາສາຫັດກວ່າທິເບດອີກ. ພຣະສົງໜຸ່ມທີ່ຫາກໍ່ບວດໃໝ່ເກີດຄວາມຫຍໍ້ທໍ້ຫຼາຍ ຍ້ອນຂາດສິ່ງອຳນວຍຄວາມສະດວກໃນການສຶກສາ ແລະ ຫຼາຍຄົນກໍໄດ້ລາສິກໄປ.
ມົງໂກນໃນ
ແຕ່ສະຖານະການທີ່ຮ້າຍແຮງທີ່ສຸດສຳລັບຊາວພຸດທິເບດພາຍໃຕ້ການຄວບຄຸມຂອງສາທາລະນະລັດປະຊາຊົນຈີນ, ແມ່ນຢູ່ມົງໂກນໃນ. ວັດວາອາຮາມເກືອບທັງໝົດຂອງພາກຕາເວັນຕົກຖືກທຳລາຍໃນລະຫວ່າງການປະຕິວັດວັດທະນະທຳ. ວັດວາອາຮາມໃນພາກຕາເວັນອອກ, ເຊິ່ງເມື່ອກ່ອນເຄີຍເປັນສ່ວນໜຶ່ງຂອງແມນຈູເຣຍ, ຖືກທຳລາຍໄປແລ້ວຫຼາຍຫຼັງໂດຍກອງທັບຂອງສະຕາລິນໃນຕອນທ້າຍຂອງສົງຄາມໂລກຄັ້ງທີ 2 ເວລາທີ່ລັດເຊຍຊ່ວຍປົດປ່ອຍພາກເໜືອຂອງຈີນອອກຈາກຍີ່ປຸ່ນ. ໃນຈຳນວນວັດວາອາຮາມ 700 ແຫ່ງ, ມີພຽງ 27 ແຫ່ງເທົ່ານັ້ນທີ່ຖືກປະໄວ້.
ນັບແຕ່ຊຸມປີ 1980 ເປັນຕົ້ນມາ, ໄດ້ມີຄວາມພະຍາຍາມໃນການກໍ່ຕັ້ງວິຫານຄືນ ແລະ ສ້າງວັດວາອາຮາມຄືນໃໝ່, ເຊິ່ງບໍ່ພຽງແຕ່ຄົນມົງໂກນເທົ່ານັ້ນທີ່ເຂົ້າຮ່ວມ, ແຕ່ຍັງມີຊາວຈີນຫັ້ນອີກດ້ວຍ.
ມົງໂກນ
ໃນປະເທດມົງໂກນ, ເຄີຍມີວັດວາອາຮາມຫຼາຍພັນແຫ່ງ, ເຊິ່ງວັດເຫຼົ່ານີ້ທັງໝົດມີບາງສ່ວນ ຫຼື ທັງໝົດ ທີ່ຖືກທຳລາຍໃນປີ 1937 ພາຍໃຕ້ຄຳສັ່ງຂອງສະຕາລິນ. ໃນປີ 1946, ວິຫານແຫ່ງໜຶ່ງຖືກເປີດຄືນໃນເມືອງອຸລານບາຕາເພື່ອສະແດງຄວາມເຫັນໃຈ, ແລະ ໃນຊຸມປີ 1970, ວິທະຍາໄລຝຶກອົບຮົມໄລຍະ 5 ປີ ສຳລັບພຣະສົງ ກໍໄດ້ໄຂຂືຶ້ນອີກ. ແຕ່ຫຼັກສູດຖືກຫຍໍ້ລົງຫຼາຍ ແລະ ເນັ້ນໜັກໃສ່ການສຶກສາລັດທິມາກຊ໌, ໂດຍທີ່ພຣະສົງຖືກອະນຸຍາດໃຫ້ປະກອບພິທີກຳໃຫ້ປະຊາຊົນແຕ່ໃນຈຳນວນຈຳກັດ. ນັບແຕ່ລັດທິຄອມມູນິດໄດ້ລົ້ມສະຫຼາຍລົງໃນປີ 1990, ໄດ້ມີການຟື້ນຟູພຣະພຸດທະສາສະໜາຢ່າງແຂງຂັນໂດຍການຊ່ວຍເຫຼືອຂອງຊາວທິເບດພັດຖິ່ນ. ພຣະສົງບວດໃໝ່ຫຼາຍຄົນຖືກສົ່ງໄປປະເທດອິນເດຍເພື່ອຮັບການຝຶກອົບຮົມ, ແລະ ວັດວາອາຮາມຫຼາຍກວ່າ 200 ແຫ່ງ ໄດ້ຮັບການກໍ່ສ້າງຄືນໃໝ່ໃນລະດັບພໍໃຊ້.
ໜຶ່ງໃນບັນຫາໜັກໜ່ວງທີ່ສຸດທີ່ພຣະພຸດທະສາສະໜາຕ້ອງປະເຊີນໃນມົງໂກນຫຼັງປີ 1990 ແມ່ນການມາຮອດຂອງສະມາຊິກອົງການທາງສາສະໜາຄຣິສຫົວຮຸນແຮງ ຄື ນິກາຍມໍມອນ, ນິກາຍແອັດເວນທິສຕ໌, ແລະ ນິກາຍແບັບທິສຕ໌, ເຊິ່ງມາພາຍໃຕ້ໜ້າກາກຂອງການສອນພາສາອັງກິດ. ພວກເຂົາສະເໜີເງິນ ແລະ ການຊ່ວຍເຫຼືອແກ່ລູກຫຼານຂອງປະຊາຊົນເພື່ອໃຫ້ໄດ້ໄປຮຽນຢູ່ອາເມລິກາຖ້າປະຊາຊົນເຫຼົ່ານັ້ນປ່ຽນໃຈມາເຫຼື້ອມໃສສາສະໜາຄຣິສ, ແລະ ຢາຍປື້ມນ້ອຍກ່ຽວກັບພຣະເຍຊູໃຫ້ລ້າໆ, ເຊິ່ງພິມອອກມາຢ່າງສວຍງາມໃນພາສາປາກເວົ້າຂອງມົງໂກນ. ເມື່ອຄົນໜຸ່ມຖືກດຶງໃຫ້ຖືສາສະໜາຄຣິສ ເພີ່ມຂຶ້ນເລື້ອຍໆ, ອົງການພຣະພຸດທະສາສະໜາຈຶ່ງໄດ້ເລີ່ມແຈກຢາຍຂໍ້ມູນຂ່າວສານກ່ຽວກັບພຣະພຸດທະສາສະໜາໃນພາສາປາກເວົ້າ, ໂດຍຜ່ານສື່ສິ່ງພິມ, ລາຍການໂທລະພາບ ແລະ ວິທະຍຸຕ່າງໆ.
ການດຶງເອົາຄົນເຂົ້າສາສະໜາແບບຮຸນແຮງ ດຽວນີ້ໄດ້ຖືກຫ້າມໃນມົງໂກນແລ້ວ. ໃນປີ 2010, 53% ຂອງພົນລະເມືອງນັບຖືສາສະໜາພຸດ ແລະ 2.1% ນັບຖືສາສະໜາຄຣິສ.
ຊາວທິເບດພັດຖິ່ນ
ໃນສາຍທິເບດຢູ່ເຂດອາຊີກາງ, ທີ່ເຂັ້ມແຂງທີ່ສຸດຄືຊຸມຊົນຜູ້ລີ້ໄພທິເບດທີ່ຢູ່ອ້ອມຮອບສົມເດັດອົງພຣະດາໄລລາມະ ທີ່ພັດຖິ່ນໃນປະເທດອິນເດຍນັບຕັ້ງແຕ່ການລຸກຮືຂຶ້ນຂອງປະຊາຊົນໃນປີ 1959 ເພື່ອຕໍ່ຕ້ານການຍຶດຄອງຂອງທະຫານຈີນໃນທິເບດ. ພວກເຂົາໄດ້ເລີ່ມຕັ້ງວັດວາອາຮາມທີ່ສຳຄັນຄືນໃໝ່ເກືອບທັງໝົດ ແລະ ສຳນັກແມ່ຊີຂອງທິເບດຫຼາຍແຫ່ງ, ພ້ອມທັງມີໂຄງການຝຶກອົບຮົມແບບດັ້ງເດີມຢ່າງຄົບຖ້ວນສຳລັບວິຊາການພຣະສົງ, ນັກປະຕິບັດສະມາທິຂັ້ນສູງ ແລະ ຄູບາອາຈານ. ມີສິ່ງອຳນວຍຄວາມສະດວກດ້ານການສຶກສາ, ຄົ້ນຄ້ວາ ແລະ ສິ່ງພິມ ເພື່ອເປັນການຮັກສາທຸກແງ່ມຸມຂອງແຕ່ລະນິກາຍໃນສາຍພຣະພຸດທະສາສະໜາແບບທິເບດໄວ້.
ຊາວທິເບດພັດຖິ່ນໄດ້ຊ່ວຍຟື້ນຟູພຣະພຸດທະສາສະໜາໃນພາກພື້ນພູຫິມາໄລຂອງອິນເດຍ, ເນປານ ແລະ ພູຖານ, ລວມທັງລາດັກ ແລະ ສິກຂິມ, ໂດຍສົ່ງຕໍ່ຜ່ານອາຈານ ແລະ ການຖ່າຍທອດທາງເຊື້ອສາຍ. ພຣະສົງ ແລະ ແມ່ຊີຫຼາຍຄົນທີ່ມາຈາກຂົງເຂດເຫຼົ່ານີ້ໄດ້ຮັບການສຶກສາ ແລະ ຝຶກອົບຮົມໃນວັດວາອາຮາມ ແລະ ສຳນັກແມ່ຊີຂອງຜູ້ລີ້ໄພທິເບດ.
ເນປານ
ໃນຂະນະທີ່ພົນລະເມືອງເນປານສ່ວນໃຫຍ່ແມ່ນຊາວຮິນດູ, ອິດທິພົນທາງວັດທະນະທຳອັນເຂັ້ມແຂງຂອງຊາວພຸດຍັງປະກົດໃຫ້ເຫັນຢ່າງຈະແຈ້ງໃນປະເທດເຊິ່ງເປັນບ່ອນປະສູດຂອງພຣະພຸດທະເຈົ້າ. ບັນດາຊົນເຜົ່າ ເຊັ່ນ ຊົນເຜົ່າເນວາ, ຊົນເຜົ່າກູຣຸງ ແລະ ຊົນເຜົ່າຕາມາງ ປະຕິບັດຕາມຮູບແບບດັ້ງເດີມຂອງພຣະພຸດທະສາສະໜາເນປານ. ຊາວພຸດຕົກເປັນ 9% ຂອງພົນລະເມືອງ.
ຈາກການປະສົມປະສານລະຫວ່າງສາສະໜາພຸດ ແລະ ສາສະໜາຮິນດູ, ເນປານຈຶ່ງເປັນສັງຄົມພຣະພຸດທະສາສະໜາດຽວເທົ່ານັ້ນທີ່ຮັກສາຄວາມແຕກຕ່າງທາງຊັ້ນວັນນະພາຍໃນວັດວາອາຮາມໄວ້. 500 ປີທີ່ຜ່ານມາມີການເກີດຂືຶ້ນຂອງຄູບາພຣະສົງທີ່ສົມຣົດແລ້ວ, ໂດຍມີຊັ້ນວັນນະທາງພັນທຸກຳສືບທອດມາຈຶ່ງກາຍເປັນຜູ້ຮັກສາວັດ ແລະ ຜູ້ນຳທາງພິທີກຳ.
ຣັດເຊຍ
ບູເຣຍຕີຍາ, ຕູວາ ແລະ ຄາລະມີເກຍ ຕາມປະເພນີແລ້ວເປັນສາມພາກພື້ນຂອງພຣະພຸດທະສາສະໜາແບບທິເບດໃນຣັດເຊຍ. ວັດວາອາຮາມທັງໝົດໃນພື້ນທີ່ເຫຼົ່ານີ້, ມີພຽງສາມແຫ່ງເທົ່ານັ້ນທີ່ໄດ້ຮັບຄວາມເສຍຫາຍໃນບູເຣຍຕີຍາ, ສ່ວນທີ່ເຫຼືອແມ່ນຖືກທຳລາຍຈົນໝົດໂດຍສະຕາລິນໃນທ້າຍຊຸມປີ 1930. ລະຫວ່າງຊຸມປີ 1940, ເພື່ອສະແດງຄວາມເຫັນໃຈສະຕາລິນໄດ້ເປີດວັດສອງແຫ່ງຄືນໃນບູເຣຍຕີຍາ, ພາຍໃຕ້ການເບິ່ງແຍງຢ່າງເຂັ້ມງວດຂອງໜ່ວຍສືບສວນລັບສະຫະພາບໂຊຫວຽດ (KGB); ພຣະສົງທີ່ສິກໄປແລ້ວ ໄດ້ກັບມາຮົ່ມຜ້າເຫຼືອງເປັນເຄື່ອງແບບຂອງພວກເຂົາຄືນໃນຕອນກາງເວັນເພື່ອປະຕິບັດພິທີກຳຕ່າງໆ. ຫຼັງຈາກລະບອບຄອມມູນິດໄດ້ລົ້ມສະຫຼາຍລົງ, ໄດ້ມີການຟື້ນຟູພຣະພຸດທະສາສະໜາຢ່າງໃຫຍ່ໃນໝົດທັງສາມພາກພື້ນ. ຊາວທິເບດພັດຖິ່ນໄດ້ສົ່ງອາຈານ, ແລະ ພຣະສົງໜຸ່ມທີ່ບວດໃໝ່ໄປຝຶກອົບຮົມໃນວັດວາອາຮາມຂອງທິເບດຢູ່ອິນເດຍ. ວັດວາອາຮາມຫຼາຍກວ່າ 20 ແຫ່ງ ໄດ້ຖືກສ້າງຕັ້ງຄືນໃໝ່ໃນບູເຣຍຕີຍາ, ຕູວາ ແລະ ຄາລະມີເກຍ.
ປະເທດທີ່ບໍ່ນັບຖືພຣະພຸດທະສາສະໜາ
ຄວາມຮູ້ລະອຽດກ່ຽວກັບພຣະພຸດທະສາສະໜາໄດ້ເຂົ້າສູ່ຢູໂຣບໃນສັດຕະວັດທີ 19 ເນື່ອງຈາກບັນດາປະເທດທີ່ນັບຖືພຣະພຸດທະສາສະໜາໄດ້ຕົກເປັນຫົວເມືອງຂຶ້ນຂອງຢູໂຣບ, ແລະ ໂດຍຜ່ານຜົນງານຂອງສະມາຊິກອົງການທາງສາສະໜາຄຣິສ ແລະ ນັກວິຊາການ. ປະມານເວລາດຽວກັນ, ແຮງງານອົບພະຍົບຈີນ ແລະ ຍີ່ປຸ່ນ ກໍຍັງໄດ້ສ້າງວັດຢູ່ໃນອາເມລິກາເໜືອ.
ທຸກຮູບແບບຂອງພຣະພຸດທະສາສະໜາຍັງພົບເຫັນໄດ້ໃນທົ່ວໂລກ, ແລະ ໃນປະເທດທີ່ໂດຍປະເພນີແລ້ວບໍ່ໄດ້ນັບຖືສາສະໜາພຸດ. ມີສອງກຸ່ມໃຫຍ່ທີ່ກ່ຽວຂ້ອງ ຄື ຜູ້ຍົກຍ້າຍຄົນອາຊີ ແລະ ນັກປະຕິບັດພຸດທີ່ບໍ່ແມ່ນຄົນອາຊີ. ຜູ້ຍົກຍ້າຍຄົນອາຊີ, ໂດຍສະເພາະໃນສະຫະລັດ ແລະ ອໍສເຕຣເລຍ, ແລະ ໃນລະດັບໜຶ່ງຢູ່ຢູໂຣບ, ມີວັດຫຼາຍແຫ່ງທີ່ມາຈາກສາຍຂອງພວກເຂົາເອງ. ຈຸດເນັ້ນໜັກຕົ້ນຕໍຂອງວັດເຫຼົ່ານີ້ແມ່ນເພື່ອສົ່ງເສີມການປະຕິບັດບູຊາ ແລະ ເປັນສູນກາງຊຸມຊົນ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ຊຸມຊົນຜູ້ຍົກຍ້າຍທັງຫຼາຍໃນການຮັກສາເອກະລັກທາງວັດທະນະທຳຂອງຕົນໄວ້. ປະຈຸບັນ ມີຊາວພຸດຫຼາຍກວ່າສີ່ລ້ານຄົນໃນອາເມລິກາ, ແລະ ມີຊາວພຸດຫຼາຍກວ່າສອງລ້ານຄົນໃນຢູໂຣບ.
“ສູນປະຕິບັດທຳ” ຫຼາຍພັນແຫ່ງຂອງພຣະພຸດທະສາສະໜາທຸກສາຍດຽວນີ້ຖືກພົບເຫັນໃນຫຼາຍກວ່າ 100 ປະເທດທົ່ວໂລກ, ແລະ ຢູ່ທົ່ວທຸກທະວີບ. ສ່ວຍຫຼາຍສູນປະຕິບັດທຳແບບທິເບດ, ເຊນ ແລະ ເຖຣະວາດເຫຼົ່ານີ້, ມັກມີຄົນທີ່ບໍ່ແມ່ນຊາວອາຊີແວະວຽນມາເລື້ອຍໆ ແລະ ມັກເນັ້ນໜັກໃສ່ການຝຶກວິປັດສະນາ, ການສຶກສາ ແລະ ການປະຕິບັດພິທີກຳ. ອາຈານປະກອບມີ ທັງຊາວຕາເວັນຕົກ ແລະ ຊາວພຸດຈາກອາຊີ. ຈໍານວນສູນຫຼາຍທີ່ສຸດແມ່ນເຫັນໄດ້ໃນສະຫະລັດ, ຝຣັ່ງ ແລະ ເຢຍລະມັນ. ນັກສຶກສາທີ່ຈິງຈັງກັບການຮຽນຫຼາຍຄົນມັກໄປຢ້ຽມເຂດອາຊີ ເພື່ອຮັບການຝຶກຝົນທີ່ເລິກເຊິ່ງຂຶ້ນຕື່ມ. ນອກຈາກນັ້ນ, ຍັງມີໂຄງການສຶກສາພຣະພຸດທະສາສະໜາໃນມະຫາວິທະຍາໄລຫຼາຍແຫ່ງຢູ່ທົ່ວໂລກ ແລະ ມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນທີ່ເຕີບໃຫຍ່ຂຶ້ນເລື້ອຍໆ ລະຫວ່າງພຣະພຸດທະສາສະໜາກັບສາສະໜາອື່ນ, ກ່ຽວກັບເລື່ອງວິທະຍາສາດ, ຈິຕະວິທະຍາ ແລະ ການແພດ. ເຊິ່ງຄວາມສົມເດັດອົງພຣະດາໄລລາມະໄດ້ມີບົດບາດອັນສຳຄັນທີ່ສຸດໃນເລື່ອງນີ້.