ຂໍ້ຄວາມຈາກພຣະເຊັນຊັບ ເຊີກອງ ຣິນໂປເຊ ທີ II

ອາເລັກຊ໌ ເບີຊີນ ເປັນສານຸສິດ ແລະ ນັກແປທີ່ໃກ້ຊິດຂອງຜູ້ກ່ອນອາຕະມາ, ອາດີດພຣະເຊັບຊັບ ເຊີກອງ ຣິນໂປເຊ ແລະ ເຮົາກໍໄດ້ສືບຕໍ່ຄວາມສຳພັນທາງພຣະທັມກັນຢ່າງໃກ້ຊິດ ປາສະຈາກການປະຫວ່າງໃນຊາດນີ້ເຊັ່ນກັນ. Berzin Archives ປະກອບມີຄຳສອນຫຼາຍອັນຂອງຜູ້ກ່ອນອາະຕະມາທີ່ອາເລັກຊ໌ໄດ້ແປ, ລວມເຖິງຄຳສອນຫຼາຍອັນທີ່ຈະແຈ້ງທີ່ອາເລັກຊ໌ເອງໄດ້ສອນໄວ້, ໂດຍອີງໃສ່ສິ່ງທີ່ເພິ່ນໄດ້ຮຽນຈາກພຣະອາຈານ. ອາຕະມາດີໃຈຫຼາຍທີ່ເພິ່ນໄດ້ສືບຕໍ່ປະເພນີບໍ່ແບ່ງແຍກນິກາຍຂອງຜູ້ກ່ອນອາຕະມາ ແປເປັນຫຼາຍພາສາ ເພື່ອໃຫ້ຜູ້ອ່ານໃນວົງກວ້າງໄດ້ເຂົ້າເຖິງໃນເວັບໄຊທ໌ຂອງເພິ່ນ.

ອາຕະມາພາວະນາຢ່າງຍິ່ງວ່າວຽກນີ້ຈະສືບຕໍ່ຂະຫຍາຍຕົວ ແລະ ເວັບໄຊທ໌ ນີ້ຈະສືບຕໍ່ເປັນແຫຼ່ງຂໍ້ມູນທີ່ຖືກຕ້ອງ ແລະ ເປັນແຮງບັນດານໃຈໃຫ້ກັບຄົນຮຸ່ນຫຼັງ. ຂໍໃຫ້ບົດຮຽນທີ່ຄົນໄດ້ຈາກເວັບໄຊທ໌ນີ້ສຸກງອມສູ່ການບັນລຸພຣະນິພານຂອງທຸກຄົນດ້ວຍເຖີນ.

22 ພະຈິກ 2008
ເຊັນຊັບ ເຊີກອງ ຕຸລ໌ກຸ

Top