ປັດໄຈທີ່ສົ່ງຜົນຕໍ່ສາຍພົວພັນກັບອາຈານສອນທັມ

ຂໍ້ສັງເກດເບື້ອງຕົ້ນ 

ພຣະພຸດທະສາສະໜາທຸກສາຍເນັ້ນໜັກເຖິງຄວາມສໍາຄັນຂອງອາຈານສອນສາສະໜາບົນເສັ້ນທາງສາຍນີ້. ອາຈານສອນສາສະໜາບໍ່ພຽງແຕ່:

  • ໃຫ້ຂໍ້ມູນ
  • ຕອບຄຳຖາມ
  • ກວດກາເບິ່ງຄວາມເຂົ້າໃຈຂອງລູກສິດ
  • ກວດກາເບິ່ງພັດທະນາການທາງສະຕິປັນຍາ, ອາລົມ, ແລະ ສະມາທິຂອງລູກສິດ

ອາຈານສອນສາສະໜາຍັງ:

  • ໃຫ້ຄໍາສາບານ ແລະ ມອບອຳນາດ
  • ປະຕິບັດຕົນເປັນແບບຢ່າງ 
  • ສ້າງແຮງບັນດານໃຈຈາກແບບຢ່າງຂອງຕົນເອງ
  • ເປັນຕົວເຊື່ອງຕໍ່ກັບສາຍທີ່ນຳກັບໄປສູ່ພຣະພຸດທະເຈົ້າ. 

ມີອາຈານ ແລະ ລູກສິດຫຼາຍລະດັບທີ່ແຕກຕ່າງກັນ, ແລະ ສະນັ້ນຈິ່ງມີຫຼາຍວິທີທາງທີ່ແຕກຕ່າງກັນທີ່ຈະພົວພັນກັນຕາມເສັ້ນທາງສາຍນີ້.

ບໍລິບົດວັດທະນະທຳ 

ສະຖານະພາບແບບຕາເວັນຕົກສະໄໝໃໝ່ສໍາລັບການຮຽນກັບພຣະອາຈານທາງສາສະໜານັ້ນແຕກຕ່າງໂດຍສິ້ນເຊີງຈາກຮູບແບບເອເຊຍດັ້ງເດີມ.

ໃນແບບເອເຊຍດັ້ງເດີມ, ລູກສິດພຣະທັມສ່ວນຫຼາຍ: 

  • ແມ່ນພຣະສົງ ຫຼື ແມ່ຊີ, ມີການຜູກມັດເຕັມປ່ຽມຕໍ່ເສັ້ນທາງສາສະໜາ 
  • ບໍ່ມີພາລະກິດສໍາຄັນອື່ນນອກຈາກການສຶກສາ ແລະ ປະຕິບັດພຣະທັມ
  • ເລີ່ມສຶກສາພຣະພຸດທະສາສະໜາຕັ້ງແຕ່ເປັນເດັກທີ່ບໍ່ທັນໄດ້ຮັບການສຶກສາ 
  • ສະນັ້ນ, ເມື່ອໃຫຍ່ມາ, ກໍພຽງແຕ່ການສຶກສາວິຊາ "ສາມັນ" ໜ້ອຍໜຶ່ງເທົ່ານັ້ນ, ເຊັ່ນ ຄະນິດສາດ, ສັງຄົມສຶກສາ, ແລະ ວິທະຍາສາດ
  • ຍອມຮັບຄ່ານິຍົມຂອງສັງຄົມເອເຊຍດັ້ງເດີມກ່ຽວກັບບົດບາດຂອງເພດຍິງ ແລະ ທັດສະນະຕໍ່ໂຄງສ້າງອຳນາດ, ຄືເພດຍິງເປັນເພດທີ່ຕ່ຳກວ່າ ແລະ ຊົນຊັ້ນວັນນະນັ້ນເປັນເລື່ອງປົກກະຕິ. 

ໃນທາງຕາເວັນຕົກສະໄໝໃໝ່, ນັກສຶກສາສ່ວນຫຼາຍ: 

  • ເປັນຄົນທົ່ວໄປ, ຫຍຸ້ງຢູ່ກັບຊີວິດທາງວຽກງານ ແລະ ສ່ວນຕົວ 
  • ມີເວລາເຫຼືອໜ້ອຍສຳລັບພຣະທັມ 
  • ເລີ່ມສຶກສາພຣະທັມເມື່ອເປັນຜູ້ໃຫຍ່ມີການສຶກສາແລ້ວ 
  • ຮຽກຮ້ອງຄວາມສະເໝີພາບຍິງ-ຊາຍ ແລະ ໂຄງສ້າງສັງຄົມປະຊາທິປະໄຕ. 

ໃນດ້ານການເງິນ, ເອເຊຍດັ້ງເດີມຈະໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ອາຈານສອນສາສະໜາ. ແມ່ນແຕ່ຄົນທີ່ບໍ່ແມ່ນລູກສິດຂອງເພິ່ນກໍຍັງທານໃຫ້ເພິ່ນ. ໃນພາກຕາເວັນຕົກສະໄໝໃໝ່, ອາຈານສອນສາສະໜາຈໍາເປັນຕ້ອງຊຸກຍູ້ຕົນເອງ. ສູນທັມຫຼາຍແຫ່ງດຳເນີນຢູ່ດ້ວຍຄວາມກັງວົນທາງການເງິນ, ການຈັດຕັ້ງ, ແລະ ການບໍລິຫານ.

ປັດໄຈທັງໝົດເຫຼົ່ານີ້ສົ່ງຜົນຕໍ່ສາຍພົວພັນລະຫວ່າງລູກສິດກັບອາຈານ. ຜູ້ສະແຫວງທັມຫຼາຍຄົນໄດ້ຮັບຜົນປະໂຫຍດ, ແຕ່ຍັງມີຄວາມເຂົ້າໃຈຜິດຫຼາຍອັນ, ຄວາມຜິດພາດ ແລະ ບາດແຜທາງສາສະໜາຫຼາຍອັນ.

ຄວາມອັນຕະລາຍ

ຄວາມອັນຕະລາຍແມ່ນຮ້າຍແຮງຂຶ້ນ, ໃນກໍລະນີຂອງສາຍທິເບດ, ໂດຍພຣະຄຳພີກ່ຽວກັບ "ຄວາມຈົງຮັກພັກດີຕໍ່ພຣະອາຈານໃຫຍ່." ຜູ້ຮັບພຣະຄຳພີເຫຼົ່ານີ້ແມ່ນພຣະສົງ ແລະ ແມ່ຊີ ທີ່ມີການຜູກມັດຮັບສິນແລ້ວ, ຢາກທົບທວນຄືນເພື່ອກະກຽມສໍາລັບການຮັບອຳນາດຕັນຕຣະ. ຄໍາສອນນັ້ນບໍ່ໄດ້ມີໄວ້ສໍາລັບຜູ້ເລີ່ມໃນສູນທັມ, ໂດຍບໍ່ຮູ້ຫຍັງກ່ຽວກັບພຣະພຸດທະສາສະໜາເລີຍ.

ເຮົາຕ້ອງຫຼີກລ່ຽງສອງຂົ້ວ: 

  1. ການເຮັດໃຫ້ອາຈານທາງສາສະໜາກາຍເປັນພຣະເຈົ້າ, ເປີດປະຕູໃຫ້ຄວາມໄຮ້ດຽງສາ ແລະ ການເອົາປຽບ
  2. ການເຮັດໃຫ້ກາຍເປັນຜີສາດ, ເປີດປະຕູໃຫ້ຄວາມຫວາດລະແວງ ແລະ ປິດປະຕູຕໍ່ການຮັບແຮງບັນດານໃຈທີ່ແທ້ຈິງ ແລະ ຜົນປະໂຫຍດອັນເລິກເຊິ່ງ. 

ຮູບການວິເຄາະທີ່ບໍ່ເປັນແບບດັ້ງເດີມ

ຜູ້ຂ້າໄດ້ວິເຄາະບັນຫາ ແລະ ແນະນໍາວິທີການເຮັດໃຫ້ສາຍພົວພັນດີໃນ ການພົວພັນກັບອາຈານທາງສາສະໜາ: ການສ້າງສາຍພົວພັນທີ່ດີ (Relating to a Spiritual Teacher: Building a Healthy Relationship. Ithaca: Snow Lion, 2000). ໃນທີ່ນີ້, ຜູ້ຂ້າຂໍສະເໜີໂຄງຮ່າງທີ່ບໍ່ແມ່ນແບບດັ້ງເດີມເພີ່ມເຕີມສໍາລັບການວິເຄາະບັນຫາ, ເຊິ່ງໄດ້ຖືກສະເໜີໂດຍ ແລະ ຕໍ່ຍອດຈາກຜົນງານຂອງຈິຕະແພດຮັງກາຣີ ດຣ ອີວັນ ບໍຊໍເມັນຍີ-ນາກີ (Dr. Ivan Boszormenyi-Nagy), ໜຶ່ງໃນຜູ້ກໍ່ຕັ້ງຂອງການບຳບັດແບບຄອບຄົວ ແລະ ການບຳບັດທາງບໍລິບົດ.

ຫົກມິຕິຂອງການພົວພັນ

ເຮົາສາມາດວິເຄາະສາຍພົວພັນຂອງທັງຝ່າຍລູກສິດ ແລະ ຝ່າຍອາຈານໄດ້ໃນຫົກປັດໄຈ ຫຼື ມິຕິ. ຖ້າມີບັນຫາໃນການພົວພັນ, ສິ່ງນີ້ອາດຊ່ວຍລະບຸຈຸດຂອງບັນຫານັ້ນເພື່ອໃຫ້ແຕ່ລະຝ່າຍສາມາດພະຍາຍາມປັບຕົວເພື່ອໃຫ້ມີຄວາມສົມດຸນທີ່ດີຂຶ້ນ.

ປັດໄຈທັງຫົກມີຄື: 

  1. ຂໍ້ເທັດຈິງກ່ຽວກັບແຕ່ລະຝ່າຍ ແລະ ກ່ຽວກັບພື້ນຖານຂອງການພົວພັນ 
  2. ຈຸດປະສົງຂອງການພົວພັນສໍາລັບແຕ່ລະຝ່າຍ ແລະ ປັດໄຈທາງຈິຕະສາດທີ່ມີຜົນຕໍ່ການພົວພັນນັ້ນ
  3. ບົດບາດທີ່ແຕ່ລະຝ່າຍກໍານົດຕົວ ແລະ ຄົນອື່ນ ໃນສາຍພົວພັນນັ້ນ, ແລະ ຄວາມຄາດຫວັງທີ່ແຕ່ລະຝ່າຍມີ ແລະ ຄວາມຮູ້ສຶກທີ່ແຕ່ລະຝ່າຍມີກ່ຽວກັບຕົວຕົນ
  4. ລະດັບມຸ່ງໝັ້ນ ແລະ ການມີສ່ວນຮ່ວມຂອງແຕ່ລະຝ່າຍໃນສາຍພົວພັນນັ້ນ, ແລະ ປັດໄຈທາງຈິຕະສາດທີ່ມີຜົນຕໍ່ສິ່ງນີ້
  5. ປັດໄຈທາງຈິຕະສາດອື່ນໆ ຂອງແຕ່ລະຝ່າຍ
  6. ການດຳເນີນໄປຂອງສາຍພົວພັນ ແລະ ຜົນທີ່ມີຕໍ່ແຕ່ລະຝ່າຍ.

ຂໍ້ເທັດຈິງກ່ຽວກັບແຕ່ລະຝ່າຍ ແລະ ກ່ຽວກັບພື້ນຖານຂອງສາຍພົວພັນ 

ຂໍ້ເທັດຈິງກ່ຽວກັບແຕ່ລະຝ່າຍທີ່ມີຜົນຕໍ່ສາຍພົວພັນລວມມີ: 

  • ເພດ ແລະ ອາຍຸ 
  • ຕົ້ນກຳເນີດວັດທະນະທຳ - ເອເຊຍ ຫຼື ຕາເວັນຕົກ 
  • ພາສາທີ່ໃຊ້ຄືກັນ ຫຼື ຕ້ອງໃຊ້ນັກແປ – ສໍາລັບການສື່ສານສ່ວນຕົວ ແລະ/ຫຼື ການສອນ
  • ບວດແລ້ວ ຫຼື ເປັນຄະຣາວາດ 
  • ລະດັບການສຶກສາທາງທັມ ແລະ ທາງໂລກ 
  • ວຸທິໃນການເປັນອາຈານສອນສາສະໜາ ຫຼື ລູກສິດໃນແງ່ຄວາມຈະເລີນທາງດ້ານອາລົມ ແລະ ຈັນຍາທັມ
  • ເວລາທີ່ແຕ່ລະຝ່າຍມີໃຫ້ກັນ
  • ຈຳນວນລູກສິດຜູ້ອື່ນ 
  • ອາຈານປະຈຳ ຫຼື ທຽວເອົາ. 

ທີ່ຕັ້ງອາດເປັນໃນ: 

  • ສູນທັມຕາເວັນຕົກ - ສູນໃນເມືອງ ຫຼື ສູນຢູ່ອາໄສ 
  • ຖ້າເປັນສູນທັມ, ເປັນສູນເອກະລາດ ຫຼື ເປັນສ່ວນໜຶ່ງຂອງອົງການທັມຂະໜາດໃຫຍ່
  • ວັດ - ໃນເອເຊຍ ຫຼື ໃນພາກຕາເວັນຕົກ. 

ຈຸດມຸ່ງໝາຍຂອງສາຍພົວພັນສໍາລັບແຕ່ລະຝ່າຍ ແລະ ປັດໄຈທາງຈິຕະສາດທີ່ມີຜົນຕໍ່ສາຍພົວພັນນັ້ນ

ສໍາລັບທັງສອງຝ່າຍໃນການພົວພັນໃດໜຶ່ງ, ຈຸດມຸ່ງໝາຍຂອງສາຍພົວພັນແມ່ນມັກຈະປະປົນກັນສະເໝີ. ສາຍພົວພັນຂອງລູກສິດກັບອາຈານກໍບໍ່ຕ່າງ.

ລູກສິດອາດມາຫາອາຈານສອນສາສະໜາເພື່ອ: 

  • ຫາຂໍ້ມູນ ແລະ ຮຽນຮູ້ຂໍ້ເທັດຈິງ 
  • ຮຽນທຳສະມາທິ 
  • ປັບປຸງຕົນເອງ 
  • ປັບປຸງຊີວິດ 
  • ຍົກລະດັບຊີວິດໃນຊາດໜ້າ 
  • ຫຼຸດພົ້ນຈາກການກັບມາເກີດໃໝ່ຢ່າງຄວບຄຸບບໍ່ໄດ້ (ສັງສານ) 
  • ໄດ້ຮັບການຕັດສະຮູ້ເພື່ອຊ່ວຍໃຫ້ສິ່ງມີຊີວິດທັງໝົດໄດ້ຮັບການປົດປ່ອຍ ແລະ ການຕັດສະຮູ້ຄືກັນ
  • ຮຽນຜ່ອນຄາຍ 
  • ພົບປະກັບລູກສິດທີ່ຄ້າຍກັນ 
  • ເຂົ້າເຖິງສິ່ງແປກໃໝ່ 
  • ຄົ້ນຫາປະຕິຫານສຳລັບບັນຫາທາງຮ່າງກາຍ ຫຼື ຈິດໃຈ 
  • ເອົາ "ການແກ້ທາງທັມ" ຈາກອາຈານຜູ້ຊົງສະເນ່, ຄືກັບ "ຄົນບ້າທັມ."

ນອກນັ້ນ, ລູກສິດອາດຫວັງເພິ່ງອາຈານເພື່ອ: 

  • ແນວທາງ ແລະ ແຮງບັນດານໃຈໃນເສັ້ນທາງພຣະພຸດທະສາສະໜາ 
  • ການບຳບັດ 
  • ແນວທາງສິດຍາພິບານ 
  • ຕົວແທນພໍ່ແມ່ 
  • ການຍອມຮັບ 
  • ໃຫ້ມີຄົນບອກວ່າຄວນເຮັດແນວໃດກັບຊີວິດ. 

ອາຈານ, ອີກດ້ານໜຶ່ງ, ອາດຢາກ: 

  • ໃຫ້ຂໍ້ເທັດຈິງ 
  • ສົ່ງຕໍ່ຄວາມຮູ້ປາກເປົ່າເພື່ອຖ່າຍທອດພຣະທັມ 
  • ປັບປຸງບຸຄະລິກຂອງລູກສິດ 
  • ຫວ່ານກ້າເພື່ອປະໂຫຍດຂອງຊີວິດໃນຊາດໜ້າຂອງລູກສິດ 
  • ຊ່ວຍລູກສິດໃຫ້ໄດ້ເກີດໃໝ່ທີ່ດີກວ່າ, ຫຼຸດພົ້ນ, ແລະ ຕັດສະຮູ້ 
  • ສ້າງສູນທັມ ຫຼື ແຫຼ່ງຂອງສູນທັມ 
  • ຫາລູກສິດເຂົ້າສາຍຂອງຕົນ 
  • ລະດົມເງິນເພື່ອຊຸກຍູ້ວັດໃນອິນເດຍ ຫຼື ສ້າງວັດໃນຕີເບດ 
  • ຫາບ່ອນເພິ່ງທີ່ປອດໄພໃນຖານະຜູ້ອົບພະຍົບ 
  • ຫາລ້ຽງຊີບ ຫຼື ສ້າງຄວາມຮັ່ງມີ 
  • ຫາອຳນາດໂດຍການຄວບຄຸມຜູ້ອື່ນ 
  • ຫາກຳໄລທາງເພດ. 

ປັດໄຈທາງຈິຕະສາດດ້ານລົບທີ່ກະທົບຕໍ່ທັງສອງຝ່າຍລວມມີ: 

  • ຄວາມໂດດດ່ຽວ 
  • ຄວາມເບື່ອ 
  • ຄວາມທຸກ 
  • ຄວາມບໍ່ໝັ້ນໃຈ 
  • ຄວາມປາຖະໜາທີ່ຈະທັນສະໄໝ 
  • ແຮງກົດດັນຈາກໝູ່. 

ບົດບາດທີ່ແຕ່ລະຝ່າຍກໍານົດຕົນເອງ ແລະ ຜູ້ອື່ນ ໃນແງ່ຂອງສາຍພົວພັນ ແລະ ຄວາມຄາດຫວັງທີ່ແຕ່ລະຄົນມີ ແລະ ຄວາມຮູ້ສຶກທີ່ແຕ່ລະຄົນມີກ່ຽວກັບຕົນເອງ

ອາຈານສອນສາາະໜາອາດຖືຕົນເອງ, ຫຼື ລູກສິດນັອາດຖືອາຈານວ່າເປັນດັ່ງນີ້:

  • ສາດສະດາຈານສອນພຣະພຸດທະສາສະໜາ, ໃຫ້ຂໍ້ມູນກ່ຽວກັບພຣະພຸດທະສາສະໜາ 
  • ຜູ້ແນະນຳທາງທັມ, ຊີ້ບອກວິທີເອົາພຣະທັມເຂົ້າໃນຊີວິດ 
  • ຄູຝຶກການທຳສະມາທິ ຫຼື ພິທີກັມ 
  • ຜູ້ແນະນຳທາງສາສະໜາ, ໃຫ້ຄໍາສາບານ 
  • ອາຈານຕັນຕຣະ, ໃຫ້ພິທີກັມມອບອຳນາດຕັນຕຣະ. 

ລູກສິດອາດຖືຕົນເອງ, ຫຼື ອາຈານສອນສາສະໜາອາດຖືວ່າລູກສິດວ່າເປັນ:

  • ນັກສຶກສາພຣະພຸດທະສາສະໜາ ທີ່ຮັບເອົາຂໍ້ມູນ
  • ນັກຮຽນທັມ ທີ່ຮຽນວິທີເອົາພຣະທັມເຂົ້າໃນຊີວິດ 
  • ຜູ້ຝຶກສະມາທິ ຫຼື ພິທີກັມ 
  • ສານຸສິດທີ່ພຽງແຕ່ຮັບຄໍາສາບານຈາກອາຈານ 
  • ສານຸສິດທີ່ຮັບການຊີ້ແນະໂດຍກົງຈາກອາຈານ. 

ອີກລັກສະນະໜຶ່ງຂອງມິຕິນີ້ແມ່ນຄວາມຮູ້ສຶກທີ່ແຕ່ລະຝ່າຍມີກ່ຽວກັບຕົນເອງຍ້ອນສາຍພົວພັນນັ້ນ.

ລູກສິດອາດຮູ້ສຶກວ່າຕົນນັ້ນ: 

  • ໄດ້ຮັບການປົກປ້ອງ 
  • ເປັນສ່ວນໜຶ່ງຂອງໃຜຜູ້ໜຶ່ງ 
  • ມີຄວາມສົມບູນ 
  • ໄດ້ຮັບການເຕີມເຕັມ 
  • ເປັນບໍລິວານ 
  • ເປັນສະມາຊິກຂອງລັດທິໜຶ່ງ. 

ອາຈານສາສະໜາອາດຮູ້ສຶກວ່າຕົນເປັນ: 

  • ອາຈານໃຫຍ່ 
  • ຜູ້ປະຕິບັດທຳມະດາ 
  • ຜູ້ປົກປ້ອງ 
  • ບາດຫຼວງ 
  • ນັກຈິຕະສາດ 
  • ຜູ້ບໍລິຫານສູນທັມ ຫຼື ແຄວ້ນທັມ 
  • ຜູ້ຄ້ຳຊູວັດ. 

ລະດັບຄວາມຫມັ້ນສັນຍາ ແລະ ການມີສ່ວນຮ່ວມຂອງແຕ່ລະຝ່າຍໃນສາຍພົວພັນ, ແລະ ປັດໄຈທາງຈິຕະສາດທີ່ມີຜົນຕໍ່ສິ່ງນີ້

ລູກສິດອາດ: 

  • ຈ່າຍຄ່າທໍານຽມທີ່ກໍານົດໄວ້, ບໍລິຈາກເງິນ, ຫຼື ຮຽນໂດຍບໍ່ຈ່າຍຫຍັງໃຫ້ຄູອາຈານເລີຍ
  • ມີສ່ວນກ່ຽວຂ້ອງກັນຢ່າງບໍ່ເປັນທາງການ ຫຼື ມີຄວາມຫມັ້ນສັນຍາຢ່າງເລິກເຊິ່ງຕໍ່ພຣະພຸດທະສາສະໜາ, ພຣະອາຈານ, ແລະ/ຫຼື ເຊື້ອສາຍ 
  • ຕັ້ງໃຈຈະຖືຮັບ ຫຼື ໄດ້ຮັບຄໍາສາບານຈາກອາຈານແລ້ວ ຫຼື ບໍ່ຮັບ 
  • ມີຄວາມຮັບຜິດຊອບທີ່ຈະຊ່ວຍອາຈານ
  • ຮູ້ສຶກເປັນໜີ້ບຸນຄຸນ 
  • ຮູ້ສຶກຖືກຜູກມັດ 
  • ຮູ້ສຶກວ່າຕ້ອງສັດຊື່ - ບົດບາດຂອງຄວາມກົດດັນຈາກກຸ່ມໃນນີ້ແມ່ນສໍາຄັນ
  • ຮູ້ສຶກວ່າຕົນຈະຕົກນະລົກຖ້າເຮັດຫຍັງຜິດ. 

ອາຈານສາສະໜາອາດ: 

  • ຮັບຜິດຊອບຊີ້ນຳລູກສິດຢ່າງມີຈັນຍາທັມ 
  • ຢາກໃຊ້ຊີວິດແທນລູກສິດ ແລະ ບອກວ່າເຂົາເຈົ້າຕ້ອງເຮັດຫຍັງ 
  • ເຮັດຕາມໜ້າທີ່ຂອງຕົນ, ເພາະອາຈານຂອງເພິ່ນສົ່ງໄປສອນ
  • ຖືຕົນເອງວ່າພຽງແຕ່ເຮັດວຽກ. 

ປັດໄຈທາງຈິຕະສາດດ້ານລົບທີ່ມີຜົນຕໍ່ມິຕິນີ້ລວມມີ: 

  • ຄວາມຢ້ານການຫມັ້ນສັນຍາ 
  • ຄວາມຢ້ານຜູ້ມີອຳນາດ, ອາດຍ້ອນປະຫວັດການຖືກເອົາປຽບ 
  • ຄວາມຕ້ອງການຢາກເປັນປະໂຫຍດ ຫຼື ເປັນທີ່ຮັກ 
  • ຄວາມຕ້ອງການການເອົາໃຈໃສ່ 
  • ຄວາມຕ້ອງການຢາກຄຸມຜູ້ອື່ນ 
  • ຄວາມຕ້ອງການຢາກພິສູດຕົນເອງ. 

ປັດໄຈທາງຈິຕະສາດອື່ນສຳລັບແຕ່ລະຝ່າຍ 

ສິ່ງນີ້ກວມເອົາສິ່ງທີ່ວ່າແຕ່ລະຝ່າຍນັ້ນ: 

  • ເປັນຄົນເປີດ ຫຼື ເປັນຄົນເກັບຕົວ 
  • ມີສະຕິປັນຍາ, ຕາມອາລົມ ຫຼື ມອບກາຍຖວາຍຊີວິດ 
  • ອົບອຸ່ນ ຫຼື ແຂງກະດ້າງ 
  • ສະຫງົບ ຫຼື ອາລົມຮ້າຍ 
  • ໂລບຕໍ່ເວລາ ແລະ ຄວາມເອົາໃຈໃສ່ 
  • ອິດສາລູກສິດ ຫຼື ອາຈານຜູ້ອື່ນ 
  • ເຕັມໄປດ້ວຍການຖືຕົນຕ່ຳ ຫຼື ຍົກຕົນສູງ 

ການດຳເນີນສາຍພົວພັນ ແລະ ຜົນຕໍ່ແຕ່ລະຝ່າຍ 

ທັງລູກສິດ ແລະ ອາຈານຮ່ວມກັນສ້າງ: 

  • ເປັນທີມທີ່ດີ ຫຼື ບໍ່ 
  • ເປັນທີມທີ່ທັງສອງດຶງເອົາຄວາມສາມາດທີ່ດີທີ່ສຸດຂອງກັນອອກມາ ຫຼື ຂັດຂວາງຄວາມສາມາດຂອງກັນເອງ
  • ທີມທີ່ເຮັດໃຫ້ເສຍເວລາກັນເອງ ຍ້ອນຄວາມຄາດຫວັງທີ່ແຕກຕ່າງກັນ
  • ທີມທີ່ຮັກສາໂຄງສ້າງແບບລໍາດັບຊັ້ນ ແລະ ລູກສິດຮູ້ສຶກວ່າຖືກເອົາປຽບ, ຄວບຄຸມ ແລະ ດ້ອຍກວ່າ (ຕອກຢ້ຳຄວາມນັບຖືຕົນຕ່ໍາ), ແລະ ອາຈານຮູ້ສຶກວ່າຕົນເປັນຜູ້ມີອໍານາດ ແລະ ເໜືອກວ່າ - ສັງເກດວ່າສິ່ງທີ່ຝ່າຍໜຶ່ງຮູ້ສຶກອາດບໍ່ກົງກັບຄວາມຮູ້ສຶກຂອງອີກຝ່າຍໜຶ່ງ
  • ທີມທີ່ຝ່າຍໜຶ່ງ ຫຼື ທັງສອງຝ່າຍຮູ້ສຶກຖືກບັນດານໃຈ ຫຼື ຮູ້ສຶກຖືກກິນແຮງ. 

ສະຫຼຸບ 

ເຮົາຕ້ອງປະເມີນສາຍພົວພັນຂອງລູກສິດ ກັບອາຈານໃນແງ່ຂອງທັງຫົກມິຕິນີ້ ແລະ ແຕ່ລະປັດໄຈອົງປະກອບຂອງມັນ. ຖ້າປັດໄຈບໍ່ກົງກັນ, ທັງສອງຝ່າຍຕ້ອງພະຍາຍາມປະສານ ແລະ ປັບມັນ, ຫຼື ປັບຕົວ. ຖ້າຝ່າຍໜຶ່ງບໍ່ຍອມຮັບກັບວິທີການແກ້ໄຂບັນຫາແບບນີ້, ຍ້ອນຄວາມຕ່າງທາງວັດທະນະທໍາ ຫຼື ປັດໄຈທາງອາລົມ, ອີກຝ່າຍໜຶ່ງຕ້ອງປັບປ່ຽນຕົນເອງ ຫຼື ຮັກສາໄລຍະຫ່າງຈາກສາຍພົວພັນນັ້ນ.

Top