ພາບລວມຂອງເສັ້ນທາງປະຕິບັດເປັນລຳດັບຂັ້ນ ລຳ-ຣິມ

ການໃຊ້ຊີວິດມະນຸດອັນມີຄ່າໃຫ້ເກີດປະໂຫຍດສູງສຸດ

ເຮົາທຸກຄົນໄດ້ບັນລຸການເກີດໃໝ່ທີ່ມີຄ່າເປັນມະນຸດ, ພ້ອມກັບຮ່າງກາຍທີ່ມີຄ່າຂອງມະນຸດ, ເຊິ່ງຊ່ວຍໃຫ້ເກີດຄວາມກ້າວໜ້າທາງສາສະໜາທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ຈະເປັນໄປໄດ້. ເຮົາຄືຊິບໍ່ມີໂອກາດທີ່ຈະບັນລຸການຕັດສະຮູ້ໄດ້ດີໄປກວ່າຕອນນີ້ທີ່ເຮົາເປັນມະນຸດ - ແມ່ນວ່າເຮົາຈະໄດ້ໄປເກີດໃໝ່ເປັນພະຍາອິນ, ຣາຊາແຫ່ງເທພະເຈົ້າກໍຕາມ! ເນື່ອງຈາກບໍ່ມີພື້ນຖານການເຮັດວຽກທີ່ດີໄປກວ່າສິ່ງທີ່ເຮົາມີຢູ່ໃນຂະນະນີ້, ຈິ່ງເປັນສິ່ງສຳຄັນທີ່ເຮົາຕ້ອງຮູ້ຂັ້ນຕອນທັງໝົດໃນການໃຊ້ມັນໃຫ້ເກີດປະໂຫຍດສູງສຸດ. ວິທີທີ່ດີທີ່ສຸດໃນການສ້າງຄວາມກ້າວໜ້າທາງສາສະໜາຄືການພັດທະນາຈິດໃຈທີ່ອົບອຸ່ນ ແລະ ໃຈທີ່ດີພາຍໃນຕົວເຮົາເອງ, ໃຫ້ຫຼາຍຂຶ້ນເລື້ອຍໆ. ບົນພື້ນຖານຂອງຫົວໃຈທີ່ອົບອຸ່ນ, ເຮົາກໍຈະພັດທະນາຫົວໃຈທີ່ທຸ້ມເທຂອງຈຸດມຸ່ງໝາຍພຣະໂພທິຈິດ. ອັນນີ້ແມ່ນຄວາມປາຖະໜາທີ່ຈະບັນລຸການຕັດສະຮູ້, ເວົ້າອີກຢ່າງໜຶ່ງແມ່ນຄວາມປາຖະໜາທີ່ຈະກຳຈັດຂໍ້ບົດພ່ອງທັງໝົດຂອງເຮົາ ແລະ ເພື່ອບັນລຸສັກກະຍະພາບສູງສຸດຂອງເຮົາ, ເພື່ອທີ່ຈະສາມາດເປັນປະໂຫຍດຕໍ່ທຸກຕົນໃຫ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ເມື່ອເຮົາອຸທິດຫົວໃຈຂອງເຮົາໃຫ້ກັບຜູ້ອື່ນ, ແລະ ເພື່ອບັນລຸການຕັດສະຮູ້, ນັ້ນແມ່ນການໃຊ້ປະໂຫຍດທີ່ດີທີ່ສຸດທີ່ເຮົາສາມາດເຮັດໄດ້ໃນການເກີດໃໝ່ຂອງມະນຸດທີ່ມີຄ່າຂອງເຮົາ. 

ສັກກະຍະພາບທາງບວກຈາກພຶຕິກຳຊາດກ່ອນອັນເປັນສາເຫດແຫ່ງຄວາມສຳເລັດໃນຊາດນີ້

ມະນຸດມີຫຼາຍປະເພດ, ແລະ ໃນບັນດາຄົນທັງໝົດນັ້ນ, ມັນຍາກຫຼາຍທີ່ຈະຫາຄົນທີ່ມີຄວາມສົນໃຈໃນການທຳປະໂຫຍດໃຫ້ກັບຊີວິດໃນຊາດໜ້າ, ກັບການບັນລຸການຕັດສະຮູ້ຍິ່ງບໍ່ນັບເລີຍ. ຄົນສ່ວນຫຼາຍເປັນຫ່ວງແຕ່ການຫາຄວາມສຸກໃຫ້ຕົນເອງໃນຊາດນີ້ແຕ່ຢ່າງດຽວ. ຢ່າງໃດກໍຕາມ, ທຸກຄົນເປັນຄືກັນ, ໃນແງ່ທີ່ວ່າເຮົາທັງໝົດປາຖະໜາທີ່ຈະເປັນສຸກ ແລະ ບໍ່ມີໃຜຢາກເປັນທຸກ ຫຼື ມີບັນຫາ. 

ສຳລັບຜູ້ທີ່ສຸມໃສ່ການມີຄວາມສຸກສຳລັບຊາດນີ້, ຄວາມສຸກກໍມີຢູ່ສອງປະເພດ: ຄວາມສຸກທາງກາຍ ແລະ ຄວາມສຸກທາງໃຈ. ຄົນສ່ວນຫຼາຍຈຳກັດຄວາມສົນໃຈໄວ້ທີ່ຄວາມສຸກທາງກາຍແຕ່ຢ່າງດຽວ. ແຕ່ເຖິງແມ່ນຈະກ່ຽວກັບຄວາມສຸກທາງກາຍ, ເຖິງວ່າເຮົາທັງໝົດຈະພະຍາຍາມນຳຄວາມສຸກລະດັບໜຶ່ງມາສູ່ຊີວິດຕົນ, ແຕ່ເຮົາສ່ວນຫຼາຍກໍບໍ່ຮູ້ແທ້ຈິງວ່າຕ້ອງເຮັດແນວໃດ. ຕົວຢ່າງເຊັ່ນ, ມີຜູ້ທີ່, ໃນການສະແຫວງຫາອາຫານ, ເຄື່ອງນຸ່ງຫົ່ມ, ທີ່ພັກພິງ ແລະ ສະຖານະພາບ, ຈະອອກໄປຂ້າ, ຫຼື ລອບສັງຫານ ຫຼື ຂ້າສັດບໍລິສຸດ. ບາງຄົນລັກ, ຫຼອກລວງ, ລັກລອບ, ເຊິ່ງທັງໝົດແມ່ນເພື່ອສະແຫວງຫາຄວາມສຸກ ແລະ ຄວາມພະຍາຍາມຄົ້ນຫາຄວາມເປັນຢູ່ທີ່ດີທາງກາຍະພາບ. ແຕ່, ເຖິງຈະພະຍາຍາມຊ່ຳໃດ, ເຂົາເຈົ້າກໍບໍ່ຮູ້ວິທີທີ່ເໝາະສົມທີ່ຈະນຳມາເຊິ່ງຄວາມເປັນຢູ່ທີ່ດີນັ້ນແທ້ໆ. ແທນທີ່ຈະມີຄວາມສຸກ, ເຂົາເຈົ້າມີແຕ່ສ້າງບັນຫາໃຫ້ຕົນເອງເພີ່ມຂຶ້ນຊ້ຳ. 

ອີກດ້ານໜຶ່ງ, ຄົນທີ່ພະຍາຍາມສຸດຄວາມສາມາດເພື່ອສ້າງຊີວິດການເປັນຢູ່ທີ່ຊື່ສັດບໍລິສຸດ, ໃນທາງທຸລະກິດ, ການຄ້າ, ກະສິກຳ, ການສຶກສາ, ສີລະປະ, ແລະ ອື່ນໆ, ສາມາດແບ່ງອອກໄດ້ເປັນສອງກຸ່ມ. ມີກຸ່ມຄົນທີ່ປະສົບຜົນສຳເລັດ, ຜູ້ທີ່ສາມາດກອບກຳຄວາມຮັ່ງມີ ແລະ ຊັບສິນຫຼວງຫຼາຍ, ແລະ ກຸ່ມຄົນທີ່ບໍ່ປະສົບຜົນສຳເລັດ, ຫຼື ຜູ້ທີ່ກາຍເປັນຄົນທີ່ລົ້ມເຫຼວໂດຍສິ້ນເຊີງ. ຖ້າເຮົາຖາມວ່າແມ່ນຫຍັງທີ່ຈະອະທິບາຍສິ່ງນີ້ໄດ້ - ເປັນຫຍັງບາງຄົນປະສົບຜົນສຳເລັດໃນຂະນະທີ່ຜູ້ອື່ນລົ້ມເຫຼວ - ມັນແມ່ນຍ້ອນເມັດພັນ ແລະ ສັກກະຍະພາບທີ່ເຂົາເຈົ້າສ້າງຂຶ້ນໃນຊາດກ່ອນໆ. ຜູ້ທີ່ເຄີຍທຳລາຍໃນຊາດກ່ອນໄດ້ສະສົມສັກກະຍະພາບດ້ານລົບຢ່າງຫຼວງຫຼາຍ ແລະ, ຍ້ອນແນວນັ້ນ, ເຂົາເຈົ້າຈິ່ງລົ້ມເຫຼວໃນຊາດນີ້. ຄົນທີ່ເຄີຍກະທຳແບບສ້າງສັນໃນຊາດກ່ອນໆ ໄດ້ສະສົມສັກກະຍະພາບທາງບວກ, ແລະ ອັນນີ້ອະທິບາຍເຖິງຄວາມສຳເລັດ ແລະ ຄວາມສຸກຂອງເຂົາເຈົ້າໃນຊາດນີ້. 

ຖ້າເຮົາບໍ່ຍອມຮັບຄຳອະທິບາຍນີ້ກ່ຽວກັບສາເຫດທີ່ບາງຄົນປະສົບຄວາມສຳເລັດ ແລະ ຜູ້ອື່ນລົ້ມເຫຼວ, ໃຫ້ພິຈາລະນາວ່າແທ້ຈິງແລ້ວບໍ່ມີເຫດຜົນທີ່ຄວນມີຄວາມແຕກຕ່າງກັນ. ຖ້າຄົນເຮັດວຽກດ້ວຍຄວາມພະຍາຍາມ ແລະ ຄວາມສາມາດເທົ່າກັນ ກໍຄວນມີຄວາມສຳເລັດເທົ່າກັນ. ບາງຄົນຄິດວ່າຄວາມສຳເລັດມາຈາກປະເພດຂອງວຽກທີ່ເຮັດເພື່ອຫາລ້ຽງຊີບໃນຊາດນີ້ - ເຊັ່ນ ທຸລະກິດ ຫຼື ການຄ້າ - ແຕ່ນັ້ນບໍ່ໄດ້ອະທິບາຍທັງໝົດ. ສາເຫດ ອັນແທ້ຈິງຂອງຄວາມສຳເລັດແມ່ນສັກກະຍະພາບທີ່ສ້າງຂຶ້ນຈາກການກະທຳແບບສ້າງສັນໃນຊາດແລ້ວ, ໃນຂະນະທີ່ວຽກ ແລະ ກິຈະກຳທີ່ເຮົາມີສ່ວນຮ່ວມນຳໃນຊາດນີ້ເຮັດໜ້າທີ່ເປັນ ສະຖານະການ ຫຼື ເງື່ອນໄຂ ທີ່ປ່ອຍໃຫ້ສາເຫດເຫຼົ່ານັ້ນສຸກງອມ. 

ດັ່ງນັ້ນ, ຄວາມສຳເລັດຈິ່ງຂຶ້ນກັບສາເຫດ ແລະ ເງື່ອນໄຂ, ເກີດຂຶ້ນຮ່ວມກັນ. ສາເຫດມາຈາກຊີວິດຊາດກ່ອນ - ສັກກະຍະພາບທີ່ສ້າງຂຶ້ນໃນຊ່ວງຊີວິດເຫຼົ່ານັ້ນ. ສະຖານະການເກີດຂຶ້ນຕາມເວລາ ແລະ ຄວາມພະຍາຍາມໃນຊາດນີ້. ທັງສອງຕ້ອງມາຢູ່ຮ່ວມກັນ. 

ຄວາມກັງວົນຕໍ່ຊີວິດໃນຊາດໜ້າ

ບໍ່ວ່າຄົນຈະມີຖານະດີປານໃດໃນຊາດນີ້, ບໍ່ວ່າຈະໄດ້ມ່ວນກັບສິ່ງທີ່ສວຍງາມແລ້ວຫຼາຍຄັ້ງປານໃດ; ແຕ່, ບໍ່ມີໃຜເບິ່ງຄືຈະຮູ້ສຶກວ່າພໍໃຈກັບສິ່ງທີ່ໄດ້ສະສົມມາ. ບໍ່ມີໃຜເວົ້າວ່າ: “ບາດນີ້ເຮົາມີພໍແລ້ວ; ບາດນີ້ເຮົາບໍ່ຕ້ອງຫາອີກແລ້ວ.” ເຂົາເຈົ້າບໍ່ເຄີຍພໍໃຈກັບສິ່ງທີ່ມີແລ້ວ. ເຂົາເຈົ້າຢາກໄດ້ອີກສະເໝີ. ເຂົາເຈົ້າໃຊ້ເວລາທັງຊີວິດໄປກັບວຽກ. ແຕ່ວຽກເຂົາເຈົ້າພັດບໍ່ເຄີຍຈົບຈັກເທື່ອ. 

ມັນກາຍເປັນວົງຈອນຮອບວຽນຊ້ຳຊາກ, ເຊັ່ນດຽວກັບຊາວນາ, ທີ່ເຮັດວຽກໜັກຕະຫຼອດທຸກລະດູການຂອງປີ, ເພາະປູກ, ດູແລນາ, ແລະ ເກັບກ່ຽວ. ໃນລະດູບານໃໝ່, ລາວປູກຄືນອີກ, ຜ່ານວົງຈອນທັງໝົດອີກຄັ້ງ. ນັ້ນແມ່ນຕົວຢ່າງຂອງການທີ່ເຮົາພຽງແຕ່ສືບຕໍ່ເຮັດວຽກ. 

ເຖິງເຮົາຈະບໍ່ເຄີຍຄິດວ່າວຽກຂອງຊາດນີ້ຈະສິ້ນສຸດ, ແຕ່ຄວາມຈິງກໍມີເວລາທີ່ມັນຈະຈົບຢູ່ - ໃນເວລາທີ່ເຮົາຈະຕາຍ. ນະຈຸດນີ້, ມັນຈົບລົງໃນພາວະຄວາມໂສກ ແລະ ເສົ້າ, ແທນທີ່ຈະເປັນພາວະຂອງຄວາມເປັນສຸກ. 

ສະນັ້ນ ຜູ້ທີ່ເຮັດວຽກພຽງເພື່ອຫາອາຫານ, ເຄື່ອງນຸ່ງຫົ່ມ, ແລະ ການຍອມຮັບໃນຊາດນີ້ ແມ່ນກຳລັງໂກງຕົນເອງຢ່າງແທ້ຈິງ. ອັນນີ້ແມ່ນຍ້ອນ, ເຖິງເຂົາເຈົ້າຈະສາມາດຫາຄວາມສະດວກສະບາຍທາງກາຍໄດ້, ເຂົາເຈົ້າກໍບໍ່ສາມາດບັນລຸຄວາມສຸກທາງໃຈໄດ້. ຖ້າປາສະຈາກຄວາມສຸກທາງໃຈ, ຊີວິດຂອງເຂົາເຈົ້າກໍຍັງຄົງບໍ່ປະສົບຄວາມສຳເລັດ ແລະ ຈະຕາຍໃນພາວະທີ່ບໍ່ເປັນສຸກ. 

ສະນັ້ນ, ສິ່ງສຳຄັນແມ່ນການພະຍາຍາມເຮັດວຽກເພື່ອຄວາມສຸກທາງໃຈທີ່ຍືນຍົງດົນຂຶ້ນ. ຄວາມສຸກທາງກາຍທີ່ເຮົາອາດບັນລຸໄດ້ໃນຊາດນີ້ແມ່ນສິ່ງທີ່ບໍ່ຍືນຍົງ. ຖ້າເຮົາຕ້ອງການຄວາມສຸກທີ່ຍືນຍົງຢ່າງແທ້ຈິງ, ເຮົາຕ້ອງພິຈາລະນາຊີວິດໃນຊາດໜ້າຂອງເຮົາ. ອັນນີ້ແມ່ນຍ້ອນ, ເມື່ອເຮົານັບເອົາຈຸດນັ້ນເຂົ້ານຳ, ເຮົາຈະສາມາດເຮັດວຽກເພື່ອຄວາມສຸກທີ່ຍືນຍາວຢ່າງແທ້ຈິງ. 

ຖ້າເຮົາເຮັດວຽກເພື່ອບັນລຸຄວາມສຸກໃນຊາດໜ້າ, ນັ້ນຈະຕອບສະໜອງນິຍາມຂອງຄວາມໝາຍຂອງການເປັນຄົນມີສາສະໜາ, ເຊິ່ງກ່ຽວກັບການປະຕິບັດທັມ. ຖ້າເຮົາຈຳກັດໄວ້ທີ່ຄວາມກັງວົນຂອງຊີວິດໃນຊາດນີ້ - ສິ່ງທີ່ເນົ່າເສຍໄດ້ - ແລ້ວເຮົາກໍເປັນພຽງຄົນທາງໂລກວັດຖຸ. ຖ້າເຮົາເລີ່ມຈັດການກັບຄວາມກັງວົນຂອງຊີວິດໃນຊາດໜ້າ, ເຮົາຈະກາຍເປັນຄົນມີສາສະໜາ. 

ການຫຼີກລ່ຽງພຶຕິກຳທຳລາຍເປັນຫົນທາງທີ່ຈະນຳມາເຊິ່ງຄວາມສຸກໃນອະນາຄົດ

ວິທີທີ່ຈະຮັບປະກັນຄວາມສຸກໃຫ້ຊີວິດໃນຊາດໜ້າແມ່ນກ່ຽວກັບການໃຊ້ “ມາຕະການປ້ອງກັນ” ບາງອັນຂອງພຣະທັມ. ເວົ້າສະເພາະ, ນັ້ນໝາຍເຖິງການຫ້າມຕົນເອງຈາກການກະທຳແບບທຳລາຍ. ມີການກະທຳແບບທຳລາຍສິບປະການ, ເຊິ່ງລວມມີສາມປະການທາງຮ່າງກາຍ, ສີ່ປະການທາງຄວາມເວົ້າ, ແລະ ສາມປະການທາງຈິດໃຈ. ໂດຍການຫ້າມ ແລະ ປ້ອງກັນຕົນເອງຈາກການກະທຳແບບທຳລາຍໃນທາງໃດໜຶ່ງເຫຼົ່ານີ້, ເຮົາຈະນຳຄວາມສຸກໄປສູ່ຊີວິດໃນຊາດໜ້າ. 

ບາດນີ້ ເຮົາໄດ້ກຳນົດແລ້ວ່າຖ້າເຮົາກະທຳຢ່າງສ້າງສັນ, ເຮົາຈະມີຈຸດເລີ່ມຕົ້ນຂອງການປະຕິບັດທາງສາສະຫນາທີ່ຈະນຳມາເຊິ່ງສິ່ງທີ່ຈະດຳເນີນໄປດ້ວຍດີໃນຊີວິດຊາດນີ້ ແລະ ຊາດໜ້າ. ພຶຕິກຳສ້າງສັນປະເພດນີ້ກ່ຽວຂ້ອງກັບ, ຍົກຕົວຢ່າງ, ການເບິ່ງການຂ້າສັດ ຫຼື ແມງໄມ້ ໂດຍເຈຕະນາ, ຫຼື ການລັກໂດຍເຈຕະນາ, ແລະ ເຫັນຂໍ້ເສຍ ແລະ ຜົນໄດ້ຮັບດ້ານລົບທັງໝົດທີ່ຈະຕາມມາຈາກນັ້ນ. ມັນກ່ຽວກັບການຮັບຮູ້ສິ່ງນັ້ນ, ແລ້ວ ຕັດສິນໃຈຢ່າງເດັດຂາດທີ່ຈະບໍ່ຂ້າ ຫຼື ລັກ. ເມື່ອຄົນຕັດສິນໃຈແນວນັ້ນແລ້ວ, ມັນບໍ່ຈຳເປັນວ່າຕ້ອງມີກອງກຳລັງທະຫານ ຫຼື ຕຳຫຼວດມາອ້ອມເພື່ອຮັບປະກັນວ່າເຂົາເຈົ້າຈະກະທຳຢ່າງສ້າງສັນ ແລະ ໃນທາງທີ່ຄວນ. ຄວາມສຳນຶກໃນສິນທຳ ແລະ ຈັນຍາທຳຂອງຕົນເອງຈະຢຸດເຂົາເຈົ້າຈາກການກະທຳແບບທຳລາຍ. 

ດັ່ງນັ້ນ, ການຮັກສາຈັນຍາທຳຢ່າງເຄັ່ງຄັດຈິ່ງເປັນມາຕະການປ້ອງກັນທີ່ຄວນໃຊ້ທີ່ຈະຊ່ວຍໃຫ້ເຮົາຕາຍໃນພາວະຈິດໃຈທີ່ເປັນສຸກ. ບໍ່ດັ່ງນັ້ນ, ເຮົາອາດຕ້ອງຕາຍໃນພາວະທີ່ໂສກເສົ້າ ແລະ ວິຕົກກັງວົນຢ່າງຫຼວງຫຼາຍ. ແຕ່, ຖ້າເຮົາໄດ້ໃຊ້ມາຕະການປ້ອງກັນເຫຼົ່ານີ້ໃນການເປັນຄົນມີຈັນຍາທັມ, ແລ້ວໃນເວລາຕາຍເຮົາກໍຈະບໍ່ມີຫຍັງຕ້ອງຫ່ວງ. ເຮົາສາມາດໝັ້ນໃຈໄດ້ວ່າເຮົາຈະໄດ້ເກີດໃໝ່ເປັນມະນຸດ, ຫຼື ແມ່ນແຕ່ເປັນເທວະດາໃນອານາຈັກເທບແຫ່ງໃດໜຶ່ງ - ເຊັ່ນເປັນພະຍາອິນ ຫຼື ອັນອື່ນ. 

ບັນຫາທີ່ເກີດຂຶ້ນຊ້ຳໆ ຢ່າງບໍ່ສາມາດຄວບຄຸມໄດ້ໃນທຸກຊາດ

ເຖິງແມ່ນວ່າເຮົາຈະເກີດໃໝ່ເປັນມະນຸດ - ຫຼື ແມ່ນແຕ່ເປັນຣາຊາຂອງເທພຣະເຈົ້າ - ເຮົາກໍຈະຍັງມີບັນຫາໃນຊີວິດ. ມີບັນຫາຊ້ຳຊາກທີ່ບໍ່ສາມາດຄວບຄຸມໄດ້ເກີດຂຶ້ນ, ບໍ່ວ່າເຮົາຈະເກີດໃໝ່ຢູ່ໃສ ຫຼື ເປັນຫຍັງ. ດັ່ງນັ້ນ, ຈິ່ງບໍ່ມີເຫດຜົນທີ່ຈະປະຕິບັດຕາມຈັນຍາທຳຂອງການຫຼີກເວັ້ນການກະທຳແບບທຳລາຍຖ້າ, ໂດຍການເຮັດແນວນັ້ນແລ້ວ, ເຮົາພຽງແຕ່ຫວັງທີ່ຈະປ້ອງກັນຕົນເອງຈາກການເກີດໃໝ່ໃນພາວະທີ່ເຮວຮ້າຍກວ່າເທົ່ານັ້ນ. ຍ້ອນວ່າ, ບໍ່ວ່າເຮົາຈະເກີດໃໝ່ຢູ່ໃສ ຫຼື ເປັນຫຍັງ, ກໍຈະຍັງມີບັນຫາຢູ່. 

ສິ່ງນີ້ບົ່ງຊີ້ວ່າຈຳເປັນຕ້ອງມີຂອບເຂດທີ່ກວ້າງຂຶ້ນ. ຕົວຢ່າງເຊັ່ນ, ຖ້າເຮົາພັດທະນາພາວະຈິດໃຈທີ່ນິ້ງ ແລະ ສະຫງົບ - ເຊິ່ງເອີ້ນວ່າ “ສະມະຖະ” ໃນພາສາສັນສະກຣິດ ແລະ “ສິເນ” ໃນພາສາທິເບດ - ເຊິ່ງຜົນມາຈາກນັ້ນຄືເຮົາສາມາດເກີດໃໝ່ເປັນພຣະເຈົ້າໃນຣະດັບດຳຣົງຢູ່ທີ່ສູງກວ່າໄດ້: ຣະດັບຂອງຮູບແບບທີ່ເປັນນາມະທັມ ຫຼື ຣະດັບຂອງສິ່ງມີຊີວິດທີ່ບໍ່ມີຮູບແບບ. ຈາກນັ້ນເຮົາຈະສາມາດໄດ້ຮັບຄວາມງົດງາມທັງໝົດຂອງພາວະການເກີດໃໝ່ປະເພດນັ້ນ. ແຕ່ເຖິງແມ່ນຈະເກີດໃໝ່ເປັນສິ່ງມີຊີວິດໃນຣະດັບດຳຣົງຢູ່ທີ່ສູງກວ່ານີ້, ກໍບໍ່ມີຫຍັງພິເສດກ່ຽວກັບມັນ. ມັນກໍຄືກັບການຂຶ້ນໄປຊັ້ນສູງສຸດຂອງຕຶກຣະຟ້າ - ເມື່ອເຮົາຂຶ້ນໄປທີ່ນັ້ນແລ້ວ, ກໍບໍ່ມີຫຍັງເຫຼືອໃຫ້ເຮັດນອກຈາກກັບລົງມາ. 

ການບັນລຸຄວາມມັ້ນໃຈໃນຄຳສອນຂອງພຣະພຸດທະເຈົ້າ

ດັ່ງນັ້ນ, ຈິ່ງຈຳເປັນທີ່ຈະພະຍາຍາມລົບລ້າງບັນຫາຂອງເຮົາ ບໍ່ວ່າເຮົາຈະໄປເກີດໃໝ່ຢູ່ບ່ອນໃດ, ແລະ ໄປຕື່ມອີກຫຼາຍກວ່ານັ້ນ. ເພື່ອເປັນການເຮັດແນວນັ້ນ, ເຮົາຕ້ອງຢັ່ງໃຫ້ເຖິງຮາກຂອງບັນຫາ ແລະ ຄວາມທຸກຂອງເຮົາໂດຍການຕັດຜ່ານດ້ວຍຈິດສຳນຶກຈຳແນກເພື່ອທີ່ວ່າເຮົາຈະໄຈ້ແຍກໄດ້ຢ່າງຈະແຈ້ງລະຫວ່າງຄວາມເປັນຈິງ ແລະ ການໄຝ່ຝັນ. ດ້ວຍວິທີນີ້, ໃນທີ່ສຸດເຮົາກໍຈະບັນລຸເຖິງສູນຍະຕາ ເຊິ່ງໝາຍເຖິງການປາສະຈາກວິທີການດຳຣົງຢູ່ທີ່ເປັນໄປບໍ່ໄດ້. ຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມເປັນຈິງນີ້ກຳຈັດການສາຍພາບທີ່ຜິດພາດຂອງເຮົາ ແລະ, ໃນການເຮັດແນວນັ້ນ, ຈະກຳຈັດບັນຫາ ແລະ ຄວາມທຸກທີ່ເຮົາສາມາດປະສົບໃນຊາດໃດໆ. ມັນຈະນຳມາເຊິ່ງຄວາມສຸກທີ່ຄົງຢູ່ຕະຫຼອດໄປ, ແລະ ເປັນສິ່ງທີ່ເຮົາສາມາດບັນລຸໄດ້. 

ເຮົາສາມາດຮຽນກ່ຽວກັບຄຳສອນເລື່ອງຄວາມສູນຍະຕາໄດ້ຈາກຕຳຣາດັ້ງເດີມທີ່ຮັກສາຄຳເວົ້າຂອງພຣະພຸດທະເຈົ້າໄວ້. ແຕ່ເຮົາຈະໝັ້ນໃຈໃນຄວາມຖືກຕ້ອງຂອງພຣະຄຳພີເຫຼົ່ານີ້ໄດ້ແນວໃດ, ບໍ່ພຽງແຕ່ກ່ຽວກັບຄວາມສູນຍະຕາເທົ່ານັ້ນ, ແຕ່ກ່ຽວກັບທຸກສິ່ງທີ່ພຣະພຸດທະເຈົ້າຕຣັດເຖິງໃນຄຳພີເຫຼົ່ານັ້ນນຳ? ຄວາມໝັ້ນໃຈໃນຄວາມຖືກຕ້ອງຈະຕ້ອງບັນລຸບົນພື້ນຖານຂອງຕັກກະສາດ ແລະ ການວິເຄາະ. ຍົກຕົວຢ່າງເຊັ່ນຄວາມສູນຍະຕາ. ເຮົາສາມາດສ້າງຄວາມຖືກຕ້ອງຂອງຄວາມສູນຍະຕາໄດ້ໂດຍອາໄສເຫດຜົນແນວຕັນກະ. ນອກນັ້ນ, ເຮົາສາມາດກວດສອບຄວາມຖືກຕ້ອງຂອງຄຳສອນກ່ຽວກັບວິທີການບັນລຸຄວາມຈົດຈໍ່ທີ່ເປັນຊານ ແລະ ພາວະຈິດໃຈທີ່ນິ້ງ ແລະ ຕັ້ງໝັ້ນໂດຍການນຳໃຊ້ຄຳສັ່ງສອນເຂົ້າໃນການປະຕິບັດ ແລະ ບັນລຸພາວະເຫຼົ່ານີ້ດ້ວຍຕົນເອງ. ນອກນີ້, ເຮົາສາມາດປະສົບໄດ້ດ້ວຍຕົນເອງວ່າ, ຈາກການປະຕິບັດເຫຼົ່ານີ້, ເຮົາບັນລຸການຮັບຮູ້ຕ່າງໆ ທີ່ເພີ່ມຂຶ້ນ ແລະ ຢູ່ນອກຄວາມຮູ້ສຶກ ເຊິ່ງອະທິບາຍວ່າເປັນຜົນພອຍໄດ້ຈາກການບັນລຸຄວາມຈົດຈໍ່ດັ່ງກ່າວ. ເຮົາສາມາດກວດສອບຄວາມຖືກຕ້ອງ, ໄດ້ດ້ວຍປະສົບການຂອງເຮົາເອງ, ຂອງຈຸດຕ່າງໆ ເຫຼົ່ານີ້ທີ່ພຣະພຸດທະເຈົ້າສອນ. 

ດັ່ງນີ້, ຈາກການເຮັດວຽກໜັກ ແລະ ຄວາມພະຍາຍາມຂອງເຮົາທີ່ຈະເຮັດໃຫ້ສິ່ງທີ່ພຣະພຸດທະເຈົ້າໄດ້ສອນເປັນຈິງ ກ່ຽວກັບຫົວຂໍ້ທີ່ເຮົາສາມາດກວດສອບໄດ້ດ້ວຍຕັກກະສາດ ແລະ ປະສົບການສ່ວນຕົວ, ເຮົາຈະພັດທະນາຄວາມເຊື່ອຢ່າງໝັ້ນໃຈໃນຄວາມຖືກຕ້ອງຂອງຄຳເວົ້າຂອງພຣະພຸດທະເຈົ້າໂດຍລວມ. ດ້ວຍຄວາມໝັ້ນໃຈທີ່ໄດ້ຮັບຈາກຄວາມເຊື່ອນັ້ນ, ເຮົາຈິ່ງພັດທະນາຄວາມເຊື່ອໝັ້ນຢ່າງເລິກເຊິ່ງໃນຄວາມຖືກຕ້ອງຂອງສິ່ງທີ່ຄຸມເຄືອອື່ນໆ ທີ່ພຣະພຸດທະເຈົ້າໄດ້ຕຣັດເຖິງ. 

ຕົວຢ່າງເຊັ່ນ, ພຣະພຸດທະເຈົ້າໄດ້ຕຣັດວ່າຖ້າເຮົາກະທຳໃນລັກສະນະສ້າງສັນ, ຜົນກໍຄືເຮົາຈະໄດ້ເກີດໃໝ່ໃນພາວະຂອງການເກີດໃໝ່ທີ່ດີກວ່າ - ເປັນມະນຸດ ຫຼື ພຣະເຈົ້າ. ໃນທາງກົງກັນຂ້າມ, ຖ້າເຮົາກະທຳແບບທຳລາຍ ແລະ ເປັນລົບ, ສິ່ງທີ່ຈະຕາມມາກໍແມ່ນການເກີດໃໝ່ເປັນສັດນະຣົກ, ທີ່ເອີ້ນວ່າຜີ “ຫິວ” (ເປດ), ຫຼື ເປັນສັດເດຍລະສານ. ເຫຼົ່ານີ້ແມ່ນການກ່າວເຖີງເຫດ ແລະ ຜົນທາງພຶຕິກຳ, ເຊິ່ງຍາກທີ່ຈະພິສູດ ຫຼື ກວດສອບໂດຍຜ່ານປະສົບການຂອງເຮົາເອງ ຫຼື ໂດຍຕັກກະສາດລ້ວນໆ. ແຕ່ເຮົາບໍ່ຈຳເປັນຕ້ອງຍອມຮັບມັນບົນພື້ນຖານຂອງຄວາມເຊື່ອທີ່ມືດບອດໃນສິດອຳນາດຂອງພຣະຄຳພີ. 

ອັນນີ້ແມ່ນຍ້ອນວ່າຖ້າຕັກກະສາດ ແລະ ປະສົບການຈະສະແດງໃຫ້ເຫັນເຖິງຄວາມຖືກຕ້ອງຂອງສິ່ງທີ່ພຣະພຸດທະເຈົ້າໄດ້ສອນກ່ຽວກັບການບັນລຸຄວາມຈົດຈໍ່ທີ່ເປັນຊານ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບຄວາມສູນຍະຕາ, ມັນຈະກາຍເປັນສິ່ງທີ່ມີເຫດຜົນໂດຍສິ້ນເຊີງທີ່ຈະຍອມຮັບສິ່ງທີ່ພຣະພຸດທະເຈົ້າໄດ້ກ່າວໄວ້ນຳກ່ຽວກັບພຶຕິກຳ ແລະ ຜົນຂອງມັນ. 

ດັ່ງນັ້ນ, ເຮົາຕ້ອງຄິດຢ່າງຮອບຄອບກ່ຽວກັບຂໍ້ກ່າວທີ່ພຣະພຸດທະເຈົ້າໄດ້ກ່າວໄວ້ກ່ຽວກັບສູນຍະຕາ, ກ່ຽວກັບຄວາມເປັນຈິງ, ກ່ຽວກັບການປາສະຈາກວິທີການດຳຣົງຢູ່ທີ່ເປັນໄປບໍ່ໄດ້. ເມື່ອສຳນຶກໄດ້ວ່າສິ່ງເຫຼົ່ານີ້ຖືກຕ້ອງແລ້ວ, ເຮົາກໍຕ້ອງພິຈາລະນາຂໍ້ກ່າວອື່ນຂອງພຣະພຸດທະເຈົ້າອີກ: ທີ່ວ່າຜົນຂອງການກະທຳແບບສ້າງສັນແມ່ນຄວາມເປັນສຸກ; ວ່າຜົນຂອງການກະທຳແບບທຳລາຍ ແລະ ເປັນລົບແມ່ນຄວາມທຸກ. ແລ້ວເຮົາກໍຈະບັນລຸຄວາມເຊື່ອຢ່າງໝັ້ນໃຈວ່າຂໍ້ກ່າວເຫຼົ່ານີ້ກໍຖືກເຊັ່ນດຽວກັນ ແລະ, ບົນພື້ນຖານອັນນັ້ນ, ຕັດສິນໃຈຢ່າງໜັກແໜ້ນທີ່ຈະປັບປ່ຽນພຶຕິກຳຂອງຕົນຕາມນັ້ນ. ຖ້າເຮົາຢາກໄດ້ຄວາມສຸກ, ເຮົາຕ້ອງກະທຳໃນລັກສະນະທີ່ຈະນຳຄວາມສຸກມາ. ເປັນຕົ້ນແມ່ນ, ເຮົາຕ້ອງກະທຳແບບສ້າງສັນ ແລະ ເປັນບວກ. 

ການສະຫຼະ: ຄວາມມຸ່ງໝັ້ນທີ່ຈະພົ້ນຈາກບັນຫາທັງປວງ

ເຮົາຍັງຄວນພິຈາລະນານຳວ່າພື້ນຖານການເປັນໄປຂອງການເກີດໃໝ່ຂອງມະນຸດທີ່ດີເລີດທີ່ເຮົາມີຢູ່ໃນຕອນນີ້ - ກັບໂອກາດທັງໝົດທີ່ມີໃນການກ້າວໜ້າທາງສາສະໜາ - ບໍ່ແມ່ນວ່າຢູ່ຊື່ໆ ກໍເກີດໄດ້. ມັນເປັນຜົນໄດ້ຮັບຂອງການໄດ້ສ້າງສັກກະຍະພາບດ້ານບວກອັນໃຫຍ່ຫຼວງໃນຊາດກ່ອນໆ. ເຮົາຕ້ອງໄດ້ ກະທຳຢ່າງສ້າງສັນ ແລະ ເປັນບວກຫຼາຍໆ, ແລະ ສິ່ງນັ້ນໄດ້ນຳມາເຊິ່ງການເກີດໃໝ່ ແລະ ໂອກາດທີ່ເຮົາມີໃນປະຈຸບັນ. ສະນັ້ນ ເຮົາຕ້ອງບໍ່ປ່ອຍໂອກາດນີ້ໃຫ້ເສຍໄປລ້າໆ. ຖ້າເຮົາເຂົ້າຮ່ວມແຕ່ກັບອັນທີ່ເປັນສິ່ງສຳລັບຊາດນີ້ເທົ່ານັ້ນ, ເປັນຕົ້ນແມ່ນການຫາອາຫານ ແລະ ເຄື່ອງນຸ່ງຫົ່ມ, ຊື່ສຽງ ແລະ ນາມະຍົດ, ແລ້ວຊາດນີ້ກໍເສຍໄປລ້າໆ. ຖ້າເຫຼົ່ານີ້ເປັນສິ່ງດຽວທີ່ເຮົາຫ່ວງ, ແລ້ວຍ້ອນການຍຶດຕິດອັນນີ້, ເຮົາກໍຈະບໍ່ສາມາດຫັນໜີຈາກການໝົກໝຸ້ນຢູ່ກັບແຕ່ຊີວິດໃນຊາດນີ້ໄດ້. 

ອີກດ້ານໜຶ່ງ, ຖ້າເຮົາເອົາຄວາມພະຍາຍາມທັງໝົດຂອງເຮົາໃສ່ໃນການບັນລຸຄວາມສຸກໃນຊາດໜ້າກັບການເກີດໃໝ່ເປັນພຣະເຈົ້າ, ເປັນຕົ້ນແມ່ນພະຍາອິນ, ອັນນີ້ກໍຍັງມີບັນຫາ. ລອງເບິ່ງຊີວິດຂອງພຣະເຈົ້າແບບນີ້ແມ້. ພຣະເຈົ້ານີ້ມີຄວາມສຸກລົ້ນປ່ຽມ ແລະ ບໍ່ມີບັນຫາບັນຫາຜິວເຜີນຊົ່ວຄັ້ງຊົ່ວຄາວ. ແຕ່ໃນເວລາໃກ້ຕາຍ, ພຣະເຈົ້ານີ້ຈະມີຄວາມກິນແໜງ ແລະ ສຳນຶກຜິດອັນໃຫຍ່ຫຼວງ, ເພາະຊີວິດຂອງຄວາມສຳລານຈະເບິ່ງຄືເປັນພຽງຝັນ, ແລະ ຈະນຳມາເຊິ່ງຄວາມທຸກ ແລະ ຄວາມບໍ່ເປັນສຸກອັນຍິ່ງໃຫຍ່ໃນເວລາປະເຊີນກັບຄວາມຕາຍ. ສະນັ້ນ, ການມີເປົ້າໝາຍທີ່ຈະໄດ້ເກີດໃໝ່ຄືແນວນັ້ນ ບໍ່ແມ່ນທາງອອກຕໍ່ບັນຫາທັງໝົດຂອງເຮົາ. 

ຍິ່ງໄປກວ່ານັ້ນ, ເຮົາຕ້ອງໃຊ້ປະໂຫຍດສູງສຸດຂອງພື້ນຖານການເປັນໄປອັນນີ້ທີ່ເຮົາມີຈາກຮ່າງກາຍມະນຸດອັນມີຄ່ານີ້, ເພາະມັນເປັນສິ່ງທີ່ຈະເສຍໄປ. ບໍ່ມີໃຜທີ່, ຫຼັງຈາກທີ່ເກີດມາແລ້ວ, ເຄີຍໜີພົ້ນຈາກຄວາມຕາຍ. ຄວາມຕາຍເປັນສິ່ງທີ່ຈະມາສູ່ເຮົາທັງໝົດ, ແນ່ນອນ, ແລະ ມັນພຽງແຕ່ຖ້າເວລາ. ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນວ່າເວລາຂອງຕົນຈະມາຮອດເມື່ອໃດ. ການຄິດເຖິງຄວາມເປັນຈິງເຫຼົ່ານີ້ເຮັດໃຫ້ເຮົາຮູ້ສຶກຢາກໃຊ້ປະໂຫຍດສູງສຸດຂອງໂອກາດທີ່ເຮົາມີດຽວນີ້ໃນຂະນະທີ່ເຮົາຍັງມີຊີວິດ ແລະ ສຸຂະພາບດີຢູ່. 

ສະນັ້ນ, ເຮົາຕ້ອງຫັນໜີຈາກຄວາມໝົກໝຸ້ນຂອງເຮົາໃນການບັນລຸສິ່ງຕ່າງໆ ສຳລັບຊີວິດໃນຊາດນີ້ເທົ່ານັ້ນ. ເຮົາຈະເຮັດແນວນີ້ໂດຍການພິຈາລະນາເບິ່ງວ່າສິ່ງຕ່າງໆ ທີ່ເນົ່າເສຍງ່າຍໃນຊາດນີ້ບໍ່ມີສາລະສຳຄັນທີ່ຍືນຍົງເລີຍ. ດ້ວຍວິທີນີ້, ເຮົາຈະຫັນໜີຈາກຄວາມໝົກໝຸ້ນຂອງເຮົາກັບສິ່ງຕ່າງໆ ໃນຊາດນີ້ ແລະ ພັດທະນາຄວາມມຸ່ງໝັ້ນທີ່ຈະເປັນອິດສະລະຈາກບັນຫາບົນພື້ນຖານຂອງຄວາມໝົກໝຸ້ນປະເພດນັ້ນ. ອັນນີ້ແມ່ນຄວາມມຸ່ງໝັ້ນທີ່ຈະເປັນອດສະລະປະເພດທີ່ເອີ້ນວ່າ “ການສະລະ.” 

ໃນລັກສະນະດຽວກັນ, ເຮົາຕ້ອງເບິ່ງທີ່ຊີວິດໃນຊາດໜ້າ ແລະ ສະຖານະການທຸກປະເພດທີ່ເຮົາອາດໄປເກີດໃໝ່ໄດ້. ເມື່ອເຮົາຄິດເຖິງຄວາມງົດງາມ ແລະ ຄວາມສຸກທີ່ເຮົາສາມາດບັນລຸໄດ້ໃນການເກີດໃໝ່ຄັ້ງໜ້າໃນຖານະມະນຸດ ຫຼື ພຣະເຈົ້າ, ເຮົາຕ້ອງຄິດຄືນວ່າເຫຼົ່ານີ້ຕ່າງກໍ່ໃຫ້ເກີດບັນຫາເຊັ່ນກັນ. ບໍ່ວ່າເຮົາຈະຮັ່ງມີຊ່ຳໃດ, ບັນຫາທີ່ບັງຄັບບໍ່ໄດ້ກໍເກີດຂຶ້ນ. ສະນັ້ນ, ການຍຶດຕິດ ແລະ ການໝົກໝຸ້ນກັບສິ່ງເຫຼົ່ານີ້ສຳລັບຊາດໜ້າ, ເຊັ່ນກັນ, ກໍເປັນສິ່ງທີ່ເຮົາຕ້ອງຫັນໜີ. ເຮົາຈະເຮັດສິ່ງນີ້ໂດຍການພະຍາຍາມພັດທະນາຄວາມມຸ່ງໝັ້ນປະເພດທີສອງ. ກ່າວຄື, ມັນແມ່ນຄວາມມຸ່ງໝັ້ນທີ່ຈະເປັນອິດສະລະຈາກບັນຫາທີ່ມາກັບຄວາມໝົກໝຸ້ນເຫຼົ່ານີ້ໃນຊາດໜ້າ. 

ສະນັ້ນ ຈິ່ງມີສອງປະເພດຂອງຄວາມມຸ່ງໝັ້ນທີ່ຈະເປັນອິດສະລະ. ມີຄວາມມຸ່ງໝັ້ນທີ່ຈະເປັນອິດສະລະຈາກບັນຫາໃນຊາດນີ້, ແລະ ຄວາມມຸ່ງໝັ້ນທີ່ຈະເປັນອິດສະລະຈາກບັນຫາໃນຊາດໜ້າ. 

ຄວາມບໍ່ທ່ຽງ

ນັກປະຕິບັດສາສະໜາແມ່ນຜູ້ທີ່ຄຳນຶງເຖິງຄວາມຈິງທີ່ວ່າບໍ່ມີສະຖານະການໃດໃນຊີວິດທີ່ຈະຢູ່ຄົງທີ່; ຜູ້ທີ່ຄຳນຶງເຖິງຄວາມບໍ່ທ່ຽງ ແລະ ຄວາມຕາຍ; ຜູ້ທີ່ຄຳນຶງ ແລະ ຮັບຮູ້ເຖິງບັນຫາຂອງຕົນ ແລະ ບັນຫາທັງໝົດທີ່ມີຢູ່ໃນຊີວິດ. ອັນນີ້ແມ່ນສິ່ງທີ່ກະຕຸ້ນໃຫ້ນັກປະຕິບັດດັ່ງກ່າວໃຊ້ມາຕະການຕ່າງໆ ເພື່ອຫຼີກບັນຫາເຫຼົ່ານີ້ທັງໝົດ. ຖ້າ, ໂດຍການພຽງແຕ່ລືມກ່ຽວກັບຄວາມບໍ່ທ່ຽງ ແລະ ບັນຫາ ແລະ ລືມກ່ຽວກັບຄວາມຕາຍ, ເຮົາຈະສາມາດເຮັດໃຫ້ມັນຫາຍໄປໄດ້, ມັນກໍຄົງຈະດີ - ມັນຄືຊິດີຫຼາຍ. ແຕ່ໃນຄວາມເປັນຈິງແລ້ວແມ່ນ, ເຮົາບໍ່ສາມາດເຮັດແນວນັ້ນໄດ້. ພຽງແຕ່ເມີນເສີຍຕໍ່ຄວາມເປັນຈິງທີ່ວ່າເຮົາຈະຕາຍ ແລະ ຄວາມເປັນຈິງທີ່ວ່າຊີວິດຂອງເຮົາມີບັນຫາ ຈະບໍ່ໄດ້ເຮັດໃຫ້ຄວາມເປັນຈິງເຫຼົ່ານີ້ຫາຍໄປ. ສະນັ້ນ ມັນຈະດີກວ່າຫຼາຍທີ່ຈະມີຈິດສຳນຶກເຖິງບັນຫາຂອງເຮົາ, ປະເຊີນກັບມັນຢ່າງເປັນຈິງ, ແລ້ວ ໃຊ້ມາຕະການຕ່າງໆ ເພື່ອກຳຈັດມັນ. ອັນນີ້ແມ່ນສິ່ງທີ່ກ່ຽວກັບການປະຕິບັດສາສະໜາ. 

ພຣະພຸດທະເຈົ້າເອງ, ເມື່ອພຣະອົງຊົງກຳນົດກະແສສົ່ງຜ່ານມາຕະການເຫຼົ່ານີ້ເປັນຄັ້ງທຳອິດ, ໄດ້ສອນກ່ຽວກັບຄວາມບໍ່ທ່ຽງ, ກ່ຽວກັບຄວາມທີ່ວ່າບໍ່ມີສິ່ງໃດຄົງທີ່. ການສະແຫວງຫາທາງສາສະໜາຂອງພຣະອົງທັງໝົດໄດ້ເລີ່ມຈາກການທີ່ພຣະອົງສຳນຶກໄດ້ເຖິງຄວາມບໍ່ທ່ຽງ. ແລະໃນລັກສະນະດຽວກັນ, ເມື່ອຊີວິດຂອງພຣະອົງຈົບລົງ ແລະ ພຣະອົງນິພານໄປ, ນັ້ນກໍໄດ້ເຮັດພາຍໃນບໍລິບົດຂອງການສາທິດໃຫ້ທຸກຄົນເປັນເຖິງຄວາມເປັນຈິງຂອງຄວາມບໍ່ທ່ຽງ. 

ອະຣິຍະສັດສີ່

ນອກນັ້ນ, ບັນຫາຕ່າງໆ ບໍ່ແມ່ນວ່າຢູ່ຊື່ໆ ກໍເກີດ. ມັນບໍ່ໄດ້ເກີດຂຶ້ນກັບເຮົາໂດຍປາສະຈາກເຫດຜົນໂດຍສິ້ນເຊີງ. ແຕ່, ບັນຫາທີ່ແທ້ຈິງ ແລະ ຄວາມບໍ່ເປັນສຸກທັງໝົດຂອງເຮົາເກີດຈາກສາເຫດອັນແທ້ຈິງ - ເປັນຕົ້ນແມ່ນ, ພຶຕິກຳຫຸນຫັນຂອງເຮົາ ແລະ ອາລົມ ແລະ ທັດສະນະຄະຕິລົບກວນຂອງເຮົາ - ເວົ້າອີກແນວໜຶ່ງ, ກັມຂອງເຮົາ ແລະ ຄວາມຫຼົງໄຫຼຂອງເຮົານັ້ນເອງ. ມັນແມ່ນການກະທຳແບບຫຸນຫັນກັບອາລົມ ແລະ ທັດສະນະຄະຕິລົບກວນທີ່ນຳມາເຊິ່ງບັນຫາທັງໝົດ. 

ບາດນີ້, ຈາກສອງສາເຫດຂອງບັນຫາທັງໝົດຂອງເຮົານີ້, ເຮົາສາມາດເຫັນໄດ້ວ່າພຶຕິກຳຫຸນຫັນນັ້ນມີຮາກເຫງົ້າຂອງມັນໃນອາລົມ ແລະ ທັດສະນະຄະຕິລົບກວນ. ແລະຖ້າເຮົາວິເຄາະອາລົມ ແລະ ທັດສະນະຄະຕິລົບກວນທັງ 84,000 ປະເພດທີ່ໄດ້ຖືກນິຍາມໄວ້ໃນພຣະຄຳພີພຣະພຸດທະສາສະໜາ, ເຮົາຈະພົບວ່າມັນລ້ວນແຕ່ມາຈາກແຫຼ່ງອັນດຽວ: ກໍຄື ຄວາມເພີກເສີຍ ຫຼື ຄວາມບໍ່ຮູ້ທີ່ພາໃຫ້ເຮົາຍຶດຖືເຖິງການດຳລົງຢູ່ຢ່າງແທ້ຈິງ ແລະ ອັດຕະລັກທີ່ສ້າງຂຶ້ນຢ່າງແທ້ຈິງ. 

ຢ່າງໃດກໍຕາມ, ບໍ່ມີສິ່ງທີ່ເປັນອັດຕະລັກທີ່ສ້າງຂຶ້ນຢ່າງແທ້ຈິງ - ບໍ່ວ່າຈະສຳລັບຕົວເຮົາເອງ ຫຼື ສຳລັບສິ່ງໃດ - ແຕ່, ເຮົາຍຶດຖືເຖິງສິ່ງຕ່າງໆ ປານວ່າມັນມີອັດຕະລັກທີ່ສ້າງຂຶ້ນ ຫຼື ການດຳລົງຢູ່ທີ່ແທ້ຈິງຢູ່. ສະນັ້ນ, ຖ້າເຮົາສາມາດສຳນຶກ ແລະ ໄຈ້ແຍກໄດ້ວ່າສິ່ງທີ່ເປັນອັດຕະລັກທີ່ສ້າງຂຶ້ນນັ້ນເປັນໄປບໍ່ໄດ້ແທ້, ອັນນີ້ຈະເຮັດໜ້າທີ່ເປັນຢາແກ້ເພື່ອລົບລ້າງການຍຶດຖືໃຫ້ສິ່ງຕ່າງໆ ຈະມີອັດຕະລັກແບບນັ້ນ. 

ເມື່ອເຮົາເຂົ້າໃຈວ່າບໍ່ມີສິ່ງທີ່ເອີ້ນວ່າການດຳລົງຢູ່ຢ່າງແທ້ຈິງ - ບໍ່ມີສິ່ງໃດທີ່ມີອັດຕະລັກຢ່າງແທ້ຈິງ - ຄວາມເຂົ້າໃຈອັນນີ້ເອີ້ນວ່າ “ເສັ້ນທາງແຫ່ງຈິດໃຈອັນແທ້ຈິງ,” “ເສັ້ນທາງທີ່ແທ້ຈິງ” - ໜຶ່ງໃນອະຣິຍະສັດສີ່. ມັນເປັນເສັ້ນທາງແຫ່ງຈິດໃຈທີ່ຜູ້ທີ່ມີການບັນລຸສູງ, “ພຣະອະຣິຍະ,” ເຫັນວ່າເປັນຄວາມຈິງ ຫຼື ຖືກຕ້ອງ ແລະ ນຳໄປສູ່ການບັນລຸຄວາມຫຼຸດພົ້ນ ແລະ ການຕັດສະຮູ້. 

ເມື່ອເຮົາມີເສັ້ນທາງອັນແທ້ຈິງຂອງຈິດໃຈ - ເຊັ່ນ ຈິດສຳນຶກທີ່ມີການຈຳແນກວ່າບໍ່ມີສິ່ງທີ່ເປັນອັດຕະລັກທີ່ສ້າງຂຶ້ນຂອງສິ່ງໃດໝົດ - ແລ້ວເຮົາກໍຈະບໍ່ມີອາລົມ ຫຼື ທັດສະນະຄະຕິລົບກວນອີກ, ເພາະຄວາມຫຼົງໄຫຼດັ່ງກ່າວມີພື້ນຖານມາຈາກການສາຍພາບ ແລະ ເຊື່ອໃນວິຖີການດຳລົງຢູ່ທີ່ເປັນໄປບໍ່ໄດ້. ເມື່ອເຮົາບໍ່ມີອາລົມ ຫຼື ທັດສະນະຄະຕິລົບກວນໃດໆ ອີກແລ້ວ, ເຮົາກໍຈະບໍ່ກະທຳແບບຫຸນຫັນອີກ. ແລະເມື່ອເຮົາບໍ່ກະທຳແບບຫຸນຫັນອີກ, ເຮົາກໍຈະບໍ່ສ້າງບັນຫາໃຫ້ຕົນເອງອີກ. ພາວະທີ່ບັນຫາຈະບໍ່ເກີດຂຶ້ນໃນປະສົບການຂອງເຮົາອີກແມ່ນເອີ້ນວ່າ “ການຢຸດທີ່ແທ້ຈິງ,” “ການດັບອັນແທ້ຈິງ.” 

ອັນນີ້ແມ່ນການນຳສະເໜີຄວາມເປັນຈິງສີ່ປະການທີ່ຖືວ່າເປັນຄວາມຈິງໂດຍພຣະອະຣິຍະ, ຜູ້ທີ່ມີມີການບັນລຸສູງ. ເຫຼົ່ານີ້ແມ່ນອະຣິຍະສັດສີ່. ອະຣິຍະສັດສອງປະການທຳອິດກ່ຽວກັບສິ່ງທີ່ລົບກວນ, ນັ້ນຄືບັນຫາທີ່ແທ້ຈິງ ແລະ ສາເຫດທີ່ແທ້ຈິງຂອງມັນ: ພຶຕິກຳຫຸນຫັນ ແລະ ອາລົມ ແລະ ທັດສະນະຄະຕິລົບກວນ. ເມື່ອເຮົາຫັນຄວາມໃສ່ໃຈສູ່ຄວາມຈິງສອງປະການສຸດທ້າຍ, ເຊິ່ງກ່ຽວກັບສິ່ງທີ່ປົດປ່ອຍ, ແລ້ວເຮົາຈະປາຖະໜາທີ່ຈະບັນລຸການຢຸດເຊົາອັນແທ້ຈິງຂອງບັນຫາທັງໝົດໂດຍການລຶບລ້າງສາເຫດຂອງມັນຕະຫຼອດການ. ແລະວິທີທີ່ຈະເຮັດແນວນັ້ນແມ່ນການພັດທະນາເສັ້ນທາງຂອງຈິດໃຈອັນແທ້ຈິງ. ອັນນີ້ແມ່ນວິທີທີ່ເຮົາຈະສຳນຶກ ແລະ ເຂົ້າໃຈໄດ້ເຖິງຄວາມເປັນຈິງສີ່ປະການທີ່ຜູ້ມີການບັນລຸສູງເຫັນວ່າເປັນຈິງ. 

ຈາກພື້ນຖານກົນໄກທີ່ຍອດຍິ່ງທີ່ເຮົາມີໃນການເກີດໃໝ່ອັນມີຄ່າເປັນມະນຸດ, ບາດນີ້ເຮົາຕ້ອງໃຊ້ຄວາມພະຍາຍາມທັງໝົດໃນການບັນລຸເຖິງອະຣິຍະສັດສີ່. ເມື່ອເຮົາໄດ້ເຮັດເຊັ່ນນັ້ນແລ້ວ, ເຮົາຈະໄດ້ໃຊ້ປະໂຫຍດຈາກໂອກາດທີ່ເຮົາມີໃນການເກີດໃໝ່ນີ້. ເມື່ອເຮົາສ້າງນິໄສທາງຈິດໃຈທີ່ເປັນປະໂຫຍດ, ການຮັບຮູ້ທີ່ຄົງທີ່, ໝັ້ນຄົງທີ່ວ່າບໍ່ມີສິ່ງທີ່ເອີ້ນວ່າການດຳລົງຢູ່ທີ່ສ້າງຂຶ້ນຢ່າງແທ້ຈິງ, ເຮົາຈະກຳຈັດບັນຫາທັງໝົດຂອງເຮົາໄປຕະຫຼອດການ. 

ການພັດທະນາຄວາມເຫັນໃຈ 

ບາດນີ້, ການຕັດບັນຫາທັງໝົດອອກໄປຈາກຕົນຜູ້ດຽວນັ້ນເປັນສິ່ງດີ - ແຕ່ມັນບໍ່ພຽງພໍ. ນັ້ນເປັນຍ້ອນວ່າເຮົາເປັນພຽງຄົນດຽວ, ໃນຂະນະທີ່ຕົນອື່ນແມ່ນນັບບໍ່ຖ້ວນ. ເຮົາບໍ່ສາມາດນັບໄດ້ວ່າມີສິ່ງມີຊີວິດຕົນອື່ນຫຼາຍປານໃດ, ແລະ ແຕ່ລະຕົນຕ່າງກໍມີບັນຫາ - ທັງໝົດເປັນທຸກ, ບໍ່ທາງໃດກໍທາງໜຶ່ງ. ສະນັ້ນ, ຈິ່ງບໍ່ຍຸດຕິທຳທີ່ຈະຊ່ວຍຕົນເອງຜູ້ດຽວ: ເຮົາຕ້ອງຫາທາງອອກໃຫ້ທຸກຕົນ. 

ຈາກການໄຕ່ຕອງ, ມັນຈະແຈ້ງຂຶ້ນວ່າສິ່ງມີຊີວິດຕົນອື່ນທັງໝົດທີ່ມີຈິດໃຈທີ່ຈຳກັດນັ້ນມີຄວາມນ້ຳໃຈຕໍ່ເຮົາຢ່າງຍິ່ງ - ອັນທີ່ຈິງ, ບໍ່ມີຫຍັງທີ່ໃຈດີຫຼາຍກວ່າສິ່ງມີຊີວິດຕົນອື່ນ. ເມື່ອເຮົາພິຈາລະນາຄວາມນ້ຳໃຈຂອງພຣະພຸດທະເຈົ້າ, ແລະ ຄວາມໃຈດີຂອງສິ່ງມີຊິວິດທີ່ຈຳກັດຕ່າງໆ, ເຮົາຈະເຫັນວ່າມັນທໍ່ກັນ. ຕົວຢ່າງເຊັ່ນ, ຖ້າເຮົາມັກນ້ຳເຜິ້ງ, ເຮົາຕ້ອງຄິດຫາວ່ານ້ຳເຜິ້ງມາຈາກໃສ. ມັນມາຈາກເຜິ້ງຈຳນວນຫຼາຍ, ແລະ ເຜິ້ງເຫຼົ່ານີ້ຕ້ອງເຮັດວຽກຫຼາຍເພື່ອເຮັດນ້ຳເຜິ້ງ: ບິນໄປບິນມາຫາດອກໄມ້ຫຼາຍດອກ, ຮວບຮວມເກສອນ, ແລະ ຫຼັ່ງ ແລະ ເກັບນ້ຳເຜິ້ງໄວ້ໃນຮັງ. ຖ້າເຮົາເຄີຍມີຄວາມຫວັງທີ່ຈະເພີດເພີນກັບນ້ຳເຜິ້ງ, ເຮົາຕ້ອງອາໄສການເຮັດວຽກ ແລະ ຄວາມນ້ຳໃຈຂອງແມງໄມ້ນ້ອຍໆ ເຫຼົ່ານີ້. ເຊັ່ນດຽວກັນ, ເມື່ອເຮົາພິຈາລະນາຊີ້ນທີ່ເຮົາບາງຄົນອາດກິນ, ຕົວຢ່າງເຊັ່ນເມື່ອເຮົາຕ້ອງການອາຫານທີ່ຈະໃຫ້ພະລັງແກ່ຮ່າງກາຍເຮົາເມື່ອເຮົາປ່ວຍ ຫຼື ອ່ອນເພຍ, ມັນມາຈາກໃສ? ມັນມາຈາກສັດທີ່ຕ້ອງເສຍສະຫຼະຊີວິດຂອງມັນເພື່ອສະໜອງຊີ້ນທີ່ໃຫ້ກຳລັງ ແລະ ຫຼໍ່ລ້ຽງເຮົາ. 

ດັ່ງນັ້ນ, ເມື່ອເຮົາໄດ້ສ້າງຄວາມຕັ້ງໃຈອັນໜັກແໜ້ນທີ່ຈະເປັນອິດສະລະຈາກບັນຫາທັງໝົດຂອງເຮົາແລ້ວ, ເຮົາຕ້ອງໂອນທັດສະນະຄະຕິນັ້ນຕໍ່ຕົນອື່ນນຳ. ເຊັ່ນດຽວກັບທີ່ເຮົາມີຄວາມມຸ່ງໝັ້ນທີ່ຈະພົ້ນຈາກບັນຫາຂອງເຮົາເອງ, ບາດນີ້ເຮົາກໍຕ້ອງມີຄວາມປາຖະໜາໃຫ້ທຸກຕົນເປັນອິດສະລະຈາກບັນຫາຂອງເຂົາເຈົ້າເຊັ່ນກັນ. ທັດສະນະຄິຕະອັນນີ້ເອີ້ນວ່າ “ຄວາມເຫັນໃຈ.” 

ຖ້າເຮົາບໍ່ຄິດຢ່າງຈິງຈັງກ່ຽວກັບບັນຫາຂອງຕົນເອງ, ແລະ ກ່ຽວກັບວ່າເຮົາບໍ່ຢາກມີມັນ - ແລະ ຖ້າເຮົາບໍ່ສ້າງຄວາມຕັ້ງໃຈທີ່ຈະເປັນອິດສະລະຈາກມັນ - ມັນກໍຈະຍາກທີ່ຈະຖືເອົາບັນຫາຂອງຜູ້ອື່ນຢ່າງຈິງຈັງ. ເຮົາຄືຊິບໍ່ສາມາດພັດທະນາຄວາມເຫັນໃຈຢ່າງຈິງໃຈເພື່ອປາຖະໜາໃຫ້ຜູ້ອື່ນຫຼຸດພົ້ນຈາກບັນຫາຂອງຕົນ. ຕົວຢ່າງເຊັ່ນ, ຖ້າມີເຈົ້າໜ້າທີ່ຜູ້ໜຶ່ງທີ່ເຄີຍເປັນທຸກຫຼາຍໃນອາຊີບການງານຂອງລາວ ແລ້ວກ້າວສູ່ຕຳແໜ່ງທີ່ສູງ, ຄົນຜູ້ນີ້ຈະມີຄວາມເຂົ້າໃຈ ແລະ ເຫັນໃຈຕໍ່ບັນຫາຂອງຜູ້ອື່ນ. ຄົນແນວນີ້ຄວນຖືກວາງໃນຕຳແໜ່ງທີ່ຈະຊ່ວຍຜູ້ອື່ນໄດ້ຈະດີກວ່າຄົນໄດ້ເປັນເຈົ້າໜ້າທີ່ທັງທີ່ໃນຊີວິດເຄີຍແຕ່ສະບາຍ, ບໍ່ເຄີຍຮູ້ວ່າຄວາມທຸກເປັນແນວໃດ. 

ພຣະໂພທິຈິດ

ທັດສະນະຄະຕິທີ່ເຮົາປາຖະໜາໃຫ້ຕົນອື່ນພົ້ນທຸກນັ້ນເອີ້ນວ່າ “ຄວາມເຫັນໃຈ.” ທັດສະນະຄະຕິທີ່ເຮົາປາຖະໜາໃຫ້ຕົນອື່ນເປັນສຸກນັ້ນແມ່ນນິຍາມຂອງ “ຄວາມຮັກ.” ຖ້າເຮົາພິຈະລະນາຄວາມປາຖະໜາຂອງທຸກຕົນທີ່ຈະເປັນສຸກ ແລະ ພົ້ນຈາກບັນຫາ, ແລະ ຖ້າເຮົາຕັດສິນໃຈວ່າ, ເນື່ອງຈາກວ່າທຸກຕົນໄດ້ມີນ້ຳໃຈຕໍ່ເຮົາ, ເຮົາຈິ່ງຕ້ອງເຮັດບາງຢ່າງກ່ຽວກັບເລື່ອງນີ້ ບໍ່ພຽງແຕ່ໃນລະດັບຜິວເຜີນ, ແຕ່ຊ່ວຍປົດປ່ອຍພວກເຂົາຈາກບັນຫາທັງໝົດ - ການຖືຄວາມຮັບຜິດຊອບແບບນີ້ເອີ້ນວ່າ “ການຕັ້ງໃຈທີ່ຍອດຍິ່ງ.” 

ຖ້າເຮົາຈົມຢູ່ກັບຄວາມກັງວົນທີ່ເຫັນແກ່ຕົວຂອງເຮົາເອງ, ມັນຈະບໍ່ມີວິທີທີ່ເຮົາຈະບັນລຸການສຳນຶກໃດໆ ຫຼື ພັດທະນາຄຸນສົມບັດດີໆ ຂອງພຣະພຸດທະເຈົ້າໄດ້. ແຕ່, ຖ້າເຮົາຫັນໜີຈາກຄວາມເຫັນແກ່ຕົວ ແລະ ເປັນຫ່ວງຕໍ່ສະພາວະຂອງຜູ້ອື່ນ, ແລ້ວອັນນີ້ຈະເປັນພື້ນຖານສຳລັບຕົວເຮົາເອງທີ່ຈະກາຍເປັນພຣະພຸດທະເຈົ້າທີ່ຕັດສະຮູ້ໄດ້. ມັນແມ່ນຍ້ອນຄວາມກັງວົນຢ່າງເຫັນແກ່ຕົວທີ່ເຮົາຈະເຂົ້າໄປມີສ່ວນຮ່ວມໃນສິ່ງຕ່າງໆ ເຊັ່ນການຄາຕະກັມ, ການລັກ, ແລະ ອື່ນໆ ເພື່ອສະສົມຊັບສຳລັບຕົນເອງ. ວິທີການທີ່ບໍ່ຊຳນານເຫຼົ່ານີ້ມີແຕ່ຈະນຳມາເຊິ່ງບັນຫາເພີ່ມຂຶ້ນ, ແລະ ຮາກເຫງົ້າຂອງທັງໝົດແມ່ນຄວາມເຫັນແກ່ຕົວຂອງເຮົາເອງ. 

ພຣະສາກະຍະມຸນີພຸດທະເຈົ້າສາມາດບັນລຸພາວະແຫ່ງການຕັດສະຮູ້, ກາຍເປັນຜູ້ມີຄວາມຄິດທີ່ຊັດເຈນ ແລະ ມີວິວັດທະນາການຢ່າງເຕັມທີ່, ອັນເປັນຜົນມາຈາກການຄຳນຶງເຖິງສະຫວັດດີພາບຂອງຜູ້ອື່ນເທົ່ານັ້ນ. ອັນທີ່ຈິງ, ພຣະພຸດທະເຈົ້າທຸກພຣະອົງໄດ້ບັນລຸພາວະນີ້ໃນການບັນລຸເຖິງສັກກະຍະພາບສູງສຸດຂອງຕົນບົນພື້ນຖານຂອງຄວາມຫ່ວງໄຍຕໍ່ຜູ້ອື່ນ. ສະນັ້ນ, ຖ້າເຮົາຄິດຕາມຄວາມເປັນຈິງ, ເຮົາຈະເຫັນວ່າເຖິງເຮົາອາດມີຄວາມຕັ້ງໃຈອັນຍອດຍິ່ງທີ່ “ຈະນຳມາເຊິ່ງຄວາມສຸກຕໍ່ທຸກຕົນ ແລະ ປົດປ່ອຍເຂົາເຈົ້າຈາກບັນຫາທັງໝົດ,” ເຮົາບໍ່ມີຄວາມສາມາດຈະເຮັດແນວນັ້ນ, ບໍ່ວ່າເຮົາຈະປາຖະຫນາປານໃດ. ມີແຕ່ພຣະພຸດທະເຈົ້າເທົ່ານັ້ນທີ່ມີຄວາມສາມາດອັນນັ້ນທີ່ຈະຊ່ວຍທຸກຕົນເອົາຊະນະບັນຫາ ແລະ ບັນລຸຄວາມສຸກໄດ້. 

ສະນັ້ນ, ຈິ່ງຈຳເປັນຕ້ອງອຸທິດຈິດໃຈຂອງເຮົາຢ່າງເຕັມທີ່ເພື່ອເປັນປະໂຫຍດຕໍ່ຕົນອື່ນ, ແລະ ເພື່ອບັນລຸພາວະຕັດສະຮູ້ຂອງພຣະພຸດທະເຈົ້າເພື່ອທີ່ຈະເຮັດແນວນັ້ນໃຫ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ອັນນັ້ນເອີ້ນວ່າ “ຈຸດມຸ່ງໝາຍຂອງພຣະໂພທິຈິດ.” 

ດ້ວຍໃຈທີ່ອຸທິດທີ່ມີຈຸດມຸ່ງໝາຍຂອງພຣະໂພທິຈິດ, ສົມມຸດເຮົາຖະຫວາຍແບບງ່າຍໆ, ເຊັ່ນດອກໄມ້ດອກໜຶ່ງ. ຖ້າເຈຕະນາຂອງການຖະຫວາຍນີ້ແມ່ນເພື່ອປະໂຫຍດຂອງທຸກຕົນ, ແລະ ເພື່ອບັນລຸການຕັດສະຮູ້ເພື່ອທີ່ວ່າເຮົາຈະສາມາດເຮັດແນວນັ້ນໄດ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້, ແລ້ວ ສັກກະຍະພາບທາງບວກທີ່ສ້າງຂຶ້ນຈາກການກະທຳງ່າຍໆ ນີ້ຈະຫຼວງຫຼາຍ. ອັນທີ່ຈິງ, ເມື່ອຈຸດມຸ່ງໝາຍຂອງເຮົາແມ່ນການສາມາດສ້າງປະໂຫຍດໃຫ້ກັບທຸກຕົນ, ຜົນປະໂຫຍດນັ້ນຈະທຽບເທົ່າກັບຈຸດມຸ່ງໝາຍເລີຍ. ມັນຈະກວ້າງໃຫຍ່ທຽບເທົ່າກັບຈຳນວນຂອງສິ່ງມີຊີວິດເລີຍ. ປະໂຫຍດຂອງການອຸທິດຈິດໃຈຂອງເຮົາຢ່າງບໍລິສຸດ ແລະ ຈິງໃຈດ້ວຍວິທີນີ້ມີຫຼາຍກວ່າປະໂຫຍດຂອງການຖະຫວາຍທັງໂລກທີ່ເຕັມໄປດ້ວຍຄຳ ແລະ ອັນຍະມະນີແດ່ພຣະພຸດທະເຈົ້າ. ເຖິງວ່າເຮົາຈະລ້ຽງສິ່ງມີຊີວິດທັງໝົດໃນຈັກກະວານ, ແຕ່ປະໂຫຍດຂອງການມີຫົວໃຈທີ່ອຸທິດພຽງຊົ່ວຂະນະດຽວດ້ວຍຈຸດມຸ່ງໝາຍຂອງພຣະໂພທິຈິດຈະຍິ່ງໃຫຍ່ກວ່າ. 

ຕັກກະຂອງສິ່ງນີ້ສາມາດສ້າງຂຶ້ນໄດ້ຖ້າເຮົາພິຈາລະນາວ່າອາຫານຄາບໜຶ່ງສຳລັບທຸກຕົນໃນຈັກກະວານຈະຕອບສະໜອງຄວາມຫິວຂອງຜູ້ຄົນໄດ້ພຽງຄັ້ງດຽວ. ອີກບໍ່ດົນເຂົາເຈົ້າກໍຈະຫິວອີກ, ແລະ ບັນຫາຄວາມຫິວກໍຈະສືບຕໍ່. ແຕ່ຖ້າເຮົາປາຖະໜາໂດຍມີຈຸດມຸ່ງໝາຍຂອງພຣະໂພທິຈິດ, ທີ່ຈະບັນເທົາບັນຫາທັງໝົດໃຫ້ກັບທຸກຕົນຕະຫລອດການ, ແລະ ເຮົາອຸທິດຕົວເຮົາເອງເພື່ອບັນລຸການຕັດສະຮູ້ເພື່ອທີ່ຈະເຮັດແນວນັ້ນໃຫ້ໄດ້ດີທີ່ສຸດເທົ່າທີ່ຈະເປັນໄປໄດ້, ອັນນີ້ຈະບໍ່ພຽງແຕ່ລຶບລ້າງຄວາມຫິວຂອງທຸກຕົນ, ແຕ່ຍັງຈະນຳມາເຊິ່ງຄວາມສາມາດທີ່ຈະຍຸຕິບັນຫາຂອງເຂົາເຈົ້າໂດຍສິ້ນເຊີງ. 

ຂໍ້ສະຫຼຸບ

ດັ່ງນັ້ນ, ໃນການກ້າວໄປສູ່ການພັດທະນາຈຸດມຸ່ງໝາຍຂອງພຣະໂພທິຈິດ, ເຮົາຕ້ອງໃຫ້ຄຳໝັ້ນສັນຍາຢ່າງຍິ່ງວ່າເຮົາຈະບໍ່ສ້າງອັນຕະລາຍຕໍ່ສິ່ງມີຊີວິດໃດໆ. ເມື່ອເຮົາເຫັນຂໍ້ເສຍທັງໝົດຂອງການທຳຮ້າຍຜູ້ອື່ນ, ບໍ່ວ່າຈະເປັນໃຜ, ແລະ ໃຫ້ຄຳໝັ້ນວ່າຈະບໍ່ເຮັດແນວນັ້ນ, ອັນນີ້ຈະນຳມາເຊິ່ງປະໂຫຍດຫຼວງຫຼາຍ. ມັນຈິ່ງເປັນປະເພດຂອງການປະພຶດທີ່ຄວນຖືກຍົກຍ້ອງສັນລະເສີນຫຼາຍ. ຄຳປະຕິຍານຢ່າງໜັກແໜ້ນວ່າເຮົາຈະບໍ່ທຳຮ້າຍຜູ້ໃດ ເປັນມາຕະການທາງສາສະໜາທີ່ເຮົາທັງໝົດສາມາດເຮັດໄດ້ດຽວນີ້. ເຮົາບໍ່ຈຳເປັນຕ້ອງຄິດວ່າການປະຕິບັດທາງສາສະນາເປັນສິ່ງທີ່ສູງສົ່ງ ແລະ ຫ່າງໄກ. 

ເວົ້າສັ້ນໆ, ການເປັນນັກປະຕິບັດສາສະໜາບໍ່ໄດ້ກ່ຽວຂ້ອງກັບການໃຊ້ຊີວິດທີ່ແປກໃໝ່. ມີເລື່ອງລາວຫຼາກຫຼາຍໃນປະຫວັດສາດຂອງຊາວບ້ານທີ່ເປັນຜູ້ບຳເພັນທາງສາສະໜາທີ່ຍິ່ງໃຫຍ່. ເມື່ອເຮົາເບິ່ງຊີວະປະຫວັດຂອງມະຫາສິດທະທີ່ປະສົບຄວາມສຳເລັດຢ່າງສູງແປດສິບສີ່ຕົນໃນອິນເດຍບູຮານ, ມີຫຼາຍຄົນໃນໝູ່ພວກທ່ານທີ່ເປັນຊາວບ້ານ. 

ແລະເຮົາກໍບໍ່ຈຳເປັນຕ້ອງຮູ້ສຶກສິ້ນຫວັງຖ້າເຮົາຫາກເຖົ້າແກ່, ຫຼື ຄິດວ່າຜູ້ສູງອາຍຸບໍ່ສາມາດເປັນຜູ້ບຳເພັນທາງສາສະໜາໄດ້. ຖ້າເຮົາເບິ່ງເລື່ອງລາວໃນອາດີດ, ມີຕົວຢ່າງຂອງຊາວບ້ານຊື່ ສຣີຊາຕິ, ທີ່ອາຍຸ 80 ປີເມື່ອເພິ່ນໄດ້ເປັນຜູ້ບຳເພັນທາງສາສະໜາ. ເພິ່ນສາມາດບັນລຸພາວະຫຼຸດພົ້ນ, ຫຼື ພຣະອໍຣະຫັນໄດ້, ໃນຊາດນີ້ຂອງເພິ່ນ. ສະນັ້ນ, ເຮົາກໍຍັງບໍ່ເຖົ້າແກ່ເກີນໄປ. 

ໃນທາງກົງກັນຂ້າມ, ຖ້າເຮົາຍັງໜຸ່ມ, ເຮົາກໍບໍ່ຄວນພຽງແຕ່ຂີ້ຫລິ້ນ, ແຕ່ຄວນໃຊ້ປະໂຫຍດຈາກພະລັງທີ່ເຮົາມີເພື່ອໃຫ້ເກີດຄວາມເດັດຂາດໃນການປະຕິບັດທາງສາສະໜາຂອງເຮົາ. ແລະເຮົາຕ້ອງບໍ່ຄິດວ່າເຮົາບໍ່ຈຳເປັນຕ້ອງໃຊ້ມາຕະການປ້ອງກັນທາງສາສະໜາເຫຼົ່ານີ້ຈົນກວ່າເຮົາຈະເຖົ້າແກ່ຂຶ້ນ, ເພາະບໍ່ມີທາງຮູ້ໄດ້ເລີຍວ່າຄວາມຕາຍຈະເກີດຂຶ້ນເມື່ອໃດ. ນອກນັ້ນ, ໄວຊະຣາຍັງເປັນສິ່ງທີ່ເບິ່ງຄືວ່າມາຮອດເຮົາທັງໝົດໃນຄາວດຽວ. ເມື່ອເປັນເຊັ່ນນັ້ນ, ມັນຮູ້ສຶກຄືກັບວ່າ, ໃນທັນໃດ, ຊີວິດຂອງເຮົາໄດ້ຫຼຸດລອຍໄປ. 

ມີຫຼາຍສິ່ງໃນດ້ານບວກງ່າຍໆ ທີ່ເຮົາສາມາດເຮັດໄດ້. ອາຕະມາຮູ້ຈັກບາງຄົນໃນປະເທດອື່ນທີ່ໃຊ້ຄວາມພະຍາຍາມ ແລະ ເງິນມະຫາສານໃນການໃຫ້ອາຫານນົກ. ເຂົາເຈົ້າມີເຄື່ອງໃຫ້ອາຫານນອກບ້ານ ແລະ ໃຊ້ຈ່າຍຫຼາຍພັນໃນການໃຫ້ອາຫານໃນແຕ່ລະວັນ. ອັນທີ່ຈິງ, ເຂົາເຈົ້າລົ້ມເລີກວັນພັກຜ່ອນຂອງເພາະ ບໍ່ຢາກໃຫ້ນົກອົດອາຫານ. ອັນນີ້ແມ່ນການປະຕິບັດທີ່ດີເລີດ; ມັນເຮັດໃຫ້ຜູ້ຂ້າເປັນສຸກທີ່ເຫັນ, ເພາະນີ້ແມ່ນປະເພດຂອງການປະຕິບັດຂອງພຣະໂພທິສັດໂດຍແທ້. ມີຫຼາຍຕົວຢ່າງຂອງຄົນທິເບດເຊັ່ນກັນທີ່ໄດ້ເດີນທາງໄປອິນເດຍໃນຖານະນັກສະແຫວງບຸນ ແລະ ແຈກເຂົ້າຈີ່ໃຫ້ນົກກາງແກ ແລະ ເຂົ້າໃຫ້ກັບນົກປະເພດອື່ນໆ. ອັນນີ້ແມ່ນການປະຕິບັດທີ່ດີເລີດໃນການເຮັດໃຫ້ຊີວິດຍືນຍາວ. 

ສະຫຼຸບ

ຖ້າເຮົາຢາກສະຫຼຸບການສົນທະນາຂອງເຮົາ, ປະເດັນຫຼັກມີຄື: 

  • ພັດທະນາຫົວໃຈທີ່ເອື້ອອາລີ ແລະ ອົບອຸ່ນ ເພື່ອເຮັດວຽກເພື່ອປະໂຫຍດຂອງທຸກຕົນຢູ່ສະເໝີ. 
  • ບໍ່ທຳຮ້າຍໃຜ ຫຼື ທຳຮ້າຍຫຍັງ; ບໍ່ສ້າງໄພ ຫຼື ບັນຫາ. 

ເຫຼົ່ານີ້ແມ່ນປະເດັນຫຼັກສຳລັບການປະຕິບັດທາງສາສະຫນາທີ່ຍອດຍິ່ງ. ເຮົາຕ້ອງໃຊ້ປະໂຫຍດຢ່າງເຕັມທີ່ຈາກພື້ນຖານກົນໄກນີ້ທີ່ເຮົາມີໃນການເກີດໃໝ່ຍອດຍິ່ງເປັນມະນຸດຂອງເຮົາໂດຍການອຸທິດຫົວໃຈຂອງເຮົາຢ່າງບໍລິສຸດ, ດ້ວຍຈຸດມຸ່ງໝາຍຂອງພຣະໂພທິຈິດ, ຕໍ່ຜູ້ອື່ນ ແລະ ເພື່ອບັນລຸການຕັດສະຮູ້. ດ້ວຍວິທີນີ້, ເຮົາຈະສາມາດບັນລຸພາວະຂອງຈິດໃຈທີ່ກະຈ່າງແຈ້ງ ແລະ ມີວິວັດທະນາການຢ່າງເຕັມທີ່ - ນັ້ນຄື ພຣະພຸດທະເຈົ້າທີ່ຕັດສະຮູ້ຢ່າງສົມບູນ. 

Top