ບໍ່ວ່າເຮົາຈະອາໄສຢູ່ໃນຕົວເມືອງໃຫຍ່, ເມືອງນ້ອຍ ຫຼື ຊົນນະບົດ, ເຮົາທັງໝົດຕ່າງກໍປະເຊີນກັບບັນຫາໃນໂລກສະໄໝໃໝ່ຂອງເຮົາ. ຄົນສ່ວນໃຫຍ່ຈະສະຫຼຸບດ້ວຍຄໍາວ່າ "ຄວາມກົດດັນ." ເຮົາຕ້ອງການຫຼາຍຂຶ້ນ, ໃນຂະນະທີ່ມີຫຼາຍຢ່າງທີ່ຫາໄດ້ໃນທັນທີ: ຂໍ້ມູນ, ຮູບເງົາ, ສະຖານີໂທລະພາບ, ເພງ, ສື່ສັງຄົມ, ຂໍ້ຄວາມ, ຜະລິຕະພັນອອນລາຍນ໌, ແລະ ອື່ນໆ ອີກ. ພາຍນອກມັນອາດເບິ່ງຄືວ່າມັນປັບປຸງຊີວິດເຮົາ, ແຕ່ມັນເຮັດໃຫ້ຊີວິດຊັບຊ້ອນຂຶ້ນ ແລະ ກົດດັນຂຶ້ນ, ໂດຍສະເພາະໃນເວລາທີ່ມີທາງເລືອກຫຼາຍ. ເຮົາບໍ່ຢາກພາດຫຍັງ, ເຊັ່ນໃນຂ່າວ, ຫຼື ອີເມລ໌ ຫຼື ຂໍ້ຄວາມ. ເຮົາຢ້ານບໍ່ທັນໝູ່. ເຖິງວ່າເຮົາຈະເລືອກບາງຢ່າງແລ້ວ, ເຊັ່ນລາຍການໂທລະພາບ, ເຮົາກໍຍັງເຕັມໄປດ້ວຍຄວາມສົງໄສວ່າອາດມີບາງຢ່າງທີ່ດີກວ່າໃຫ້ເບິ່ງທີ່ເຮົາອາດພາດ.
ເຮົາຢາກເປັນສ່ວນໜຶ່ງຂອງສັງຄົມ, ຂອງກຸ່ມໝູ່; ເຮົາຢາກໄດ້ "ໄລຄ໌" ຕໍ່ສິ່ງທີ່ເຮົາລົງໃນສື່ສັງຄົມ, ເພື່ອທີ່ເຮົາຈະຮູ້ສຶກວ່າເຮົາໄດ້ຮັບການຍອມຮັບ. ເຮົາບໍ່ສະຫງົບ, ແລະ ເຮົາບໍ່ເຄີຍພໍໃຈກັບຈໍານວນ "ໄລຄ໌" ທີ່ເຮົາໄດ້ຮັບ ຫຼື ຂໍ້ມູນທີ່ເຮົາອ່ານໃນອິນເຕີເນັດ. ເຮົາຮູ້ສຶກຕື່ນເຕັ້ນດ້ວຍຄວາມຄາດຫວັງໃນເວລາທີ່ໂທລະສັບຂອງເຮົາບອກວ່າເຮົາໄດ້ຮັບຂໍ້ຄວາມ, ຫຼື ໃນການເຂົ້າເບິ່ງເຟສ໌ບຸກຂອງເຮົາເພື່ອເບິ່ງວ່າເຮົາໄດ້ໄລຄ໌ເພີ່ມເຕີມບໍ່, ຫຼື ຄືຄົນຕິດຂ່າວ, ເບິ່ງແລ້ວເບິ່ງອີກເພື່ອກວດເບິ່ງວ່າມີສິ່ງໃໝ່ເກີດຂຶ້ນບໍ່. ເຮົາບໍ່ຢາກພາດຫຍັງ, ແຕ່ມັນບໍ່ເຄີຍສ້າງຄວາມພໍໃຈ ແລະ ເຮົາຍັງຕ້ອງການອີກ.
ອີກດ້ານຫນຶ່ງ, ເຮົາມີຄວາມຮູ້ສຶກຖ້ວມລົ້ນກັບສະຖານະການອ້ອມຂ້າງເຮົາ ແລະ ສະນັ້ນ ເຮົາຈິ່ງພະຍາຍາມໜີໂດຍການເບິ່ງອຸປະກອນມືຖືຂອງເຮົາ ແລະ ຟັງເພງໃນຂະນະທີ່ຢູ່ໃນລົດໄຟໃຕ້ດິນ, ຫຼື ໃນເວລາທີ່ຍ່າງໄປມາ. ເຮົາພະຍາຍາມປິດກັ້ນຄວາມເປັນຈິງຂອງສິ່ງທີ່ຢູ່ອ້ອມຮອບເຮົາ ແລະ ໜີເຂົ້າໄປໃນໂລກອອນລາຍນ໌ສ່ວນຕົວຂອງເຮົາ. ເຮົາຍັງຮູ້ສຶກຕ້ອງການຄວາມບັນເທີງຢູ່ສະເໝີນຳອີກ. ໃນດ້ານໜຶ່ງ, ເຮົາປາຖະໜາຄວາມສະຫງົບງຽບ, ແລະ ອີກດ້ານໜຶ່ງເຮົາຢ້ານສູນຍາກາດຂອງການຂາດຂໍ້ມູນ, ດົນຕຣີ, ແລະ ອື່ນໆ. ເຮົາຕັ້ງໃຈທີ່ຈະພົ້ນຈາກຄວາມກົດດັນຂອງໂລກພາຍນອກ, ສະນັ້ນເຮົາຈຶ່ງຍອມ ແລະ ຖອຍເຂົ້າໄປໃນໂລກອອນລາຍນ໌ຂອງອິນເຕີເນັດແທນ. ແຕ່ແມ່ນແຕ່ຢູ່ນັ້ນ, ເຮົາຊອກໝູ່ ແລະ ການຍອມຮັບທີ່ເອີ້ນວ່າ "ເພື່ອນ" ຂອງເຮົາໃນສື່ສັງຄົມອອນລາຍນ໌, ແລະ ເຮົາບໍ່ເຄີຍສຶກໝັ້ນໃຈ. ແຕ່, ການຖອຍເຂົ້າໄປໃນອຸປະກອນມືຖືຂອງເຮົາແມ່ນທາງອອກແທ້ບໍ?
ເຮົາຕ້ອງເລັງເຫັນຄວາມບໍ່ເປັນສຸກທີ່ເຮົາປະສົບໃນເວລາທີ່ເຮົາຕິດຢູ່ໃນກິຈະວັດເຫຼົ່ານີ້ ແລະ ລະບຸແຫຼ່ງທີ່ມາຂອງມັນ. ຈາກນັ້ນ ເຮົາຕ້ອງພັດທະນາຄວາມຕັ້ງໃຈທີ່ຈະພົ້ນຈາກຄວາມບໍ່ເປັນສຸກນີ້, ບົນພື້ນຖານການຮູ້ວິທີການຕັດເຮົາຈາກແຫຼ່ງຂອງມັນ ແລະ ໝັ້ນໃຈວ່າມັນໃຊ້ໄດ້. ແຕ່ເຮົາບໍ່ໄດ້ຢາກແຕ່ບໍ່ຮູ້ສຶກຫຍັງ, ຄືກັບຜີດິບ; ເຮົາຢາກມີຄວາມສຸກ. ຄວາມສຸກບໍ່ແມ່ນພຽງແຕ່ການປາສະຈາກຄວາມບໍ່ເປັນສຸກ; ມັນເປັນສິ່ງທີ່ນອກເໜືອໄປຈາກສະພາບທີ່ເປັນກາງ, ພາວະໄຮ້ຄວາມຮູ້ສຶກຂອງການກໍາຈັດຄວາມບໍ່ເປັນສຸກ.
ແຫຼ່ງຂອງຄວາມບໍ່ເປັນສຸກແມ່ນຈິດໃຈຂອງເຮົາເອງ
ວັດຖຸ ແລະ ສະຖານະການພາຍນອກບໍ່ແມ່ນແຫຼ່ງຂອງຄວາມບໍ່ເປັນສຸກ, ຄວາມທຸກ ແລະ ຄວາມກົດດັນທີ່ເຮົາປະສົບ; ບໍ່ດັ່ງນັ້ນທຸກຄົນທີ່ພົບມັນກໍຄືຈະປະສົບກັບມັນໃນແບບດຽວກັນ.
ແຫຼ່ງຂອງຄວາມບໍ່ເປັນສຸກຂອງເຮົາແມ່ນຈິດໃຈຂອງເຮົາເອງ, ດ້ວຍທັດສະນະຄະຕິ ແລະ ອາລົມ, ແລະ ວິທີການທີ່ສັບສົນຂອງເຮົາໃນການຈັດການຄວາມເປັນຈິງຂອງຊີວິດສະໄໝໃໝ່.
ເຮົາມີນິໄສທີ່ແໜ້ນໜາຂອງພຶຕິກໍາທໍາລາຍຕົນເອງ, ທີ່ໄດ້ມາຈາກອາລົມລົບກວນ ແລະ ທັດສະນະຄະຕິຕ່າງໆ ເຊັ່ນ ຄວາມບໍ່ໝັ້ນໃຈ, ຄວາມຍຶດຕິດ, ຄວາມຫຼີກລ່ຽງ, ຄວາມຢ້ານ, ແລະ ອື່ນໆ. ມັນພາໃຫ້ເຮົາປະຕິບັດໃນວິທີທີ່ມີແຕ່ນຳມາເຊິ່ງຄວາມກົດດັນ ແລະ ບັນຫາຫຼາຍຂຶ້ນ, ເຊິ່ງ, ຄ້າຍຄືກົງກັມ, ຈະເສີມສ້າງຄວາມເຂັ້ມແຂງຂອງອາລົມ ແລະ ທັດສະນະຄະຕິລົບກວນຂອງເຮົາ.
ອາລົມ ແລະ ທັດສະນະຄະຕິລົບກວນແມ່ນຢູ່ບົນພື້ນຖານຄວາມບໍ່ສຳນຶກເຖິງ. ເຮົາອາດຈະບໍ່ຮູ້ຜົນກະທົບຂອງພຶຕິກໍາຂອງເຮົາຕໍ່ຕົວເຮົາເອງ ແລະ ບໍ່ມີຄວາມເປັນຈິງກ່ຽວກັບສະຖານະການທີ່ເຮົາເປັນຢູ່, ຫຼື ເຮົາອາດມີຄວາມເຂົ້າໃຈທີ່ບໍ່ຖືກກ່ຽວກັບມັນ. ຕົວຢ່າງ, ເຮົາບໍ່ຮູ້ວ່າການໄດ້ "ໄລຄ໌" ຫຼາຍຂຶ້ນຈະບໍ່ເຮັດໃຫ້ເຮົາຮູ້ສຶກໝັ້ນໃຈກວ່າ; ມີແຕ່ກົງກັນຂ້າມ, ເຮົາຄິດວ່າມັນຈະຊ່ວຍເຮົາ. ສິ່ງນີ້ນຳມາເຊິ່ງຄວາມຢາກໄດ້ "ໄລຄ໌" ອີກ, ຄວາມບໍ່ໝັ້ນໃຈຂອງການກວດເບິ່ງຢ່າງຕໍ່ເນື່ອງວ່າເຮົາໄດ້ຈໍານວນເທົ່າໃດແລ້ວ, ແລະ ຄວາມທຸກຈາກການບໍ່ເຄີຍພໍໃຈ ແລະ ບໍ່ສະຫງົບຈິດໃຈ. ຫຼື ເຮົາຄິດຢ່າງໄຮ້ດຽງສາວ່າ ການຫຼົບໜີເຂົ້າສູ່ໂລກສະເໝືອນຂອງເກມຄອມພິວເຕີຈະເຮັດໃຫ້ບັນຫາໃດກໍຕາມທີ່ເຮົາຕ້ອງປະເຊີນໃນຊີວິດນັ້ນໝົດໄປ. ຄວາມບໍ່ສຳນຶກເຖິງ ແລະ ຄວາມໄຮ້ດຽງສາທັງໝົດນີ້, ແລະ ອາລົມລົບກວນທີ່ມາກັບມັນ, ເຊັ່ນຄວາມຍຶດຕິດ, ຈະເສີມສ້າງນິໄສທາງລົບຂອງພຶຕິກໍາທໍາລາຍຕົນເອງ ແລະ ພາວະຈິດໃຈລົບກວນຂອງເຮົາ.
ເພື່ອຈັດການກັບການປະຈວບກັນຂອງອາການເຫຼົ່ານີ້, ເຮົາຕ້ອງມີຈິດສຳນຶກມີການຈໍາແນກກ່ຽວກັບສະຖານະການທີ່ເຮົາເປັນຢູ່, ຕົວຢ່າງເຊັ່ນການມີວຽກທີ່ມີຄວາມຮຽກຮ້ອງຫຼາຍ. ເຮົາຕ້ອງຈັດການກັບມັນ, ນັ້ນແມ່ນຄວາມຈິງ; ແລະ ເຮົາສາມາດເຮັດໄດ້ດີທີ່ສຸດເທົ່າທີ່ເຮົາສາມາດເຮັດໄດ້. ເຮົາຕ້ອງຍອມຮັບຄວາມເປັນຈິງຂອງສະຖານະການຂອງເຮົາ ແລະ ຄວາມເປັນຈິງຂອງຂໍ້ຈໍາກັດຂອງເຮົາ, ແລະ ຢຸດການສາຍພາບວ່າສະຖານະການນັ້ນເປັນຜີຮ້າຍ ແລະ ເຮົາບໍ່ດີພໍເພາະເຮົາຄິດວ່າເຮົາຕ້ອງສົມບູນແບບ. ຈາກນັ້ນ, ເຮົາຕ້ອງມີການຈົດຈໍ່ເພື່ອຮັກສາສະຕິໃຫ້ຢູ່ກັບຄວາມເປັນຈິງທີ່ເຮົາປະເຊີນ, ໂດຍບໍ່ປະເມີນມັນສູງ ຫຼື ຕ່ຳເກີນໄປ, ແລະ ຄວາມຕື່ນຕົວເພື່ອກວດຈັບໃນເວລາທີ່ເຮົາສູນເສຍການສຸມໃສ່ຄວາມຈິງຂອງເຮົາ. ນອກນັ້ນ, ເຮົາຕ້ອງມີລະບຽບວິໄນໃນຕົນເອງ, ເພື່ອຫຼີກລ່ຽງການປະພຶດທີ່ທໍາລາຍຕົນເອງ.
ເຮົາເລີ່ມດ້ວຍການໃສ່ວິໄນກັບຕົນເອງ, ແລະ ເລີ່ມດ້ວຍສິ່ງນ້ອຍໆ. ເມື່ອເຮົາຮູ້ສຶກເຄັ່ງຕຶງ, ລະດັບຄໍຕິໂຊລ໌ (cortisol) ຂອງເຮົາ (ຮໍໂມນຄວາມກົດດັນ) ຈະເພີ່ມຂຶ້ນ, ສະນັ້ນ ເຮົາຈະຊອກຫາການບັນເທົາ, ເປັນຕົ້ນແມ່ນການສູບຢາ ຫຼື ເຂົ້າເບິ່ງສື່ສັງຄົມອອນລາຍນ໌ ຫຼື ທ່ອງອິນເຕີເນັດຫາສິ່ງທີ່ໜ້າສົນໃຈ. ເຮົາຮູ້ສຶກຕື່ນເຕັ້ນ ແລະ ຮູ້ສຶກເຖິງຄວາມສຸກຂອງຄວາມຄາດຫວັງທີ່ວ່ານີ້ຈະເຮັດໃຫ້ເຮົາຮູ້ສຶກດີຂຶ້ນ, ສະນັ້ນລະດັບໂດປາມີນ (dopamine) ຂອງເຮົາ (ຮໍໂມນຂອງຄວາມຄາດຫວັງຂອງລາງວັນ) ຈະເພີ່ມຂຶ້ນ. ແຕ່ຫຼັງຈາກສູບຢາ ຫຼື ກວດເບິ່ງອິນເຕີເນັດແລ້ວ, ມັນກໍຍັງບໍ່ພໍໃຈ, ສະນັ້ນ ຄວາມ ກົດດັນຂອງເຮົາກໍກັບຄືນມາ.
ເຮົາຕ້ອງຈໍາແນກຂໍ້ເສຍຂອງການເຊື່ອຄວາມເຂົ້າໃຈຜິດຂອງເຮົາວ່າຢາສູບຈະແກ້ບັນຫາໄດ້, ຫຼື "ໄລຄ໌" ຈະແກ້ບັນຫາໄດ້, ຫຼື ການອ່ານຂ່າວຫຼ້າສຸດຈະແກ້ບັນຫາໄດ້. ຈາກນັ້ນ, ເຮົາຈະສາມາດພັດທະນາຄວາມຕັ້ງໃຈທີ່ຈະເປັນອິດສະລະ. ສະນັ້ນ ເຮົາຈິ່ງເຊົາສູບຢາ, ຫຼື ເຮົາຄຸມເວລາທີ່ເຮົາກວດເບິ່ງອີເມລ໌ ແລະ ຂໍ້ຄວາມຂອງເຮົາ, ຫຼື ຄວາມຖີ່ທີ່ເຮົາກວດເບິ່ງຂ່າວ ຫຼື ສື່ສັງຄົມ. ເຮົາຈະບໍ່ລົງມືກະທໍາໃນເວລາທີ່ແຮງກະຕຸ້ນບັງຄັບເກີດຂຶ້ນທີ່ຈະສູບຢາ ຫຼື ເຂົ້າອິນເຕີເນັດ; ເຮົາຈະປະຕິເສດ.
ເຊັ່ນດຽວກັບທີ່ເຮົາຕ້ອງຄວບຄຸມອາຫານເພື່ອກໍາຈັດຄວາມອ້ວນທາງຮ່າງກາຍ, ເຮົາຕ້ອງຄວບຄຸມຂໍ້ມູນຂ່າວສານເພື່ອກໍາຈັດພາວະອ້ວນທາງຈິດ.
ເຮົາຕ້ອງຈໍາກັດການບໍລິໂພກຂໍ້ມູນ, ຂໍ້ຄວາມ, ເພງ, ແລະ ອື່ນໆ ຂອງເຮົາ, ຄືກັບທີ່ເຮົາຈໍາກັດການບໍລິໂພກອາຫານຂອງເຮົາ.
ການລະເວັ້ນຈາກນິໄສທໍາລາຍຕົນເອງແບບເກົ່າ, ທໍາອິດ, ຈະເຮັດໃຫ້ລະດັບຄໍຕິໂຊລ໌ເພີ່ມຂຶ້ນໃນຮ່າງກາຍເຮົາ ແລະ ມີຄວາມເຄັ່ງຕຶງ, ເພາະນິໄສທີ່ບໍ່ດີແບບເກົ່ານັ້ນແຂງແກ່ນຫຼາຍ. ມັນຄືກັບການເຊົາຢາສູບ ຫຼື ເຊົາອິນເຕີເນັດ ແລະ ໂທລະສັບມືຖື ຫຼື ເຊົາດົນຕຣີ. ແຕ່ຄວາມກົດດັນຂອງການເຊົາຈະຕາຍໄປໃນທີ່ສຸດ ແລະ ເຮົາຈະມີຄວາມສະຫງົບສຸກຂອງຈິດໃຈ. ຖ້າເຮົາປ່ຽນແທນນິໄສທີ່ບໍ່ດີເປັນນິໄສທີ່ດີ - ຄືກັບການຮັບຮູ້ວ່າເຮົາເປັນສ່ວນໜຶ່ງຂອງມວນມະນຸດ ແລະ ເຮົາມີຄວາມກ່ຽວຂ້ອງກັນ ແລະ ສະຫວັດດີການຂອງເຮົາແມ່ນຂຶ້ນກັບຄົນອື່ນ - ອັນນີ້ຈະຕອບສະໜອງຄວາມຕ້ອງການຄວາມຮູ້ສຶກເຊື່ອມໂຍງ ແລະ ຜູກພັນກັບຄົນອື່ນ, ເຊິ່ງການເປັນສ່ວນໜຶ່ງຂອງເຄືອຂ່າຍສັງຄົມອິນເຕີເນັດເຮັດບໍ່ໄດ້ແທ້. ສະນັ້ນ ລະດັບອັອກຊີທັອກຊິນ (oxytocin) ຂອງເຮົາ (ຮໍໂມນຄວາມຜູກພັນ) ຈະເພີ່ມຂຶ້ນ ແລະ ເຮົາຈະປະສົບກັບຄວາມສຸກ ແລະ ຄວາມຮູ້ສຶກທີ່ປອດໄພຫຼາຍຂຶ້ນ.
ການປົດປ່ອຍຕົນເອງຈາກນິໄສທຳລາຍຕົນເອງ
ເວົ້າສັ້ນໆ, ເມື່ອເຮົາພັດທະນາຄວາມຕັ້ງໃຈທີ່ຈະເປັນອິດສະລະ, ແລ້ວເພື່ອປົດປ່ອຍຕົວເຮົາເອງຈາກນິໄສເກົ່າທີ່ເປັນທາງລົບ, ເຮົາຕ້ອງຝຶກຝົນຕົນເອງໃນລະບຽບວິໄນ, ຄວາມຈົດຈໍ່ ແລະ ຈິດສຳນຶກມີການຈໍາແນກ, ອັນທີ່ເອີ້ນວ່າ "ສາມການຝຶກ." ສາມຢ່າງນີ້ຕ້ອງເຮັດວຽກຮ່ວມກັນ, ແຕ່ເພື່ອສ້າງມັນໄດ້ຢ່າງຖືກຕ້ອງ, ເຮົາຕ້ອງກໍາຈັດປັດໄຈທີ່ກີດຂວາງມັນ:
- ຄວາມກິນແໜງຈະກີດຂວາງວິໄນຂອງເຮົາ. ຕົວຢ່າງ, ເຮົາກິນແໜງທີ່ເຮົາບໍ່ໄດ້ກວດເບິ່ງອິນເຕີເນັດ ຫຼື ຕອບຂໍ້ຄວາມ ຫຼື ອີເມລ໌ ທັນທີ. ຍຸທະສາດທີ່ໃຊ້ໄດ້ແມ່ນການປິດການແຈ້ງເຕືອນ ຫຼື ຕົວຊີ້ບອກໃນຄອມພິວເຕີ ຫຼື ອຸປະກອນມືຖືຂອງເຮົາ ແລະ ມີແຕ່ກວດເບິ່ງໃນເວລາທີ່ກໍານົດ, ແລະ ຕອບແຕ່ອັນສໍາຄັນທັນທີທີ່ເຮົາອ່ານມັນ. ເຮົາຕ້ອງມີວິໄນໃນຕົວເອງທີ່ຈະປະສ່ວນທີ່ເຫຼືອໄວ້ສຳລັບເວລາທີ່ເຮົາບໍ່ຄ່ອຍຫຍຸ້ງ ຫຼື ເວລາໃດໜຶ່ງທີ່ໄດ້ກໍານົດໄວ້ສໍາລັບການຕອບຂໍ້ຄວາມ.
- ຄວາມງ່ວງນອນ, ຄວາມຂຸ້ນມົວທາງຈິດໃຈ ແລະ ຄວາມລ່ອງລອຍ ຈະກີດຂວາງການຈົດຈໍ່ຂອງເຮົາ. ດ້ວຍສິ່ງໃດໜຶ່ງເຫຼົ່ານີ້, ເຮົາຈະສູນເສຍສະຕິຂອງຄວາມຈິງທີ່ວ່າການລະເວັ້ນຈາກການກວດເບິ່ງຂໍ້ຄວາມຂອງເຮົາຢ່າງຕໍ່ເນື່ອງຈະເຮັດໃຫ້ຊີວິດສັບຊ້ອນໜ້ອຍລົງ.
- ຄວາມລັງເລທີ່ຈະຕັດສິນໃຈຈະກີດຂວາງຈິດສຳນຶກມີການຈໍາແນກຂອງເຮົາ. ເຮົາຫວັ່ນໄຫວກັບໄປກັບມາວ່າການກວດເບິ່ງຂໍ້ຄວາມຂອງເຮົາແຕ່ໃນເວລາທີ່ກໍານົດໄວ້ນັ້ນເປັນການຕັດສິນໃຈທີ່ຖືກຕ້ອງ ຫຼື ບໍ່. ຄວາມສົງໄສດັ່ງກ່າວເກີດຂຶ້ນຍ້ອນມັນເປັນການຍາກ ແລະ ມີຄວາມກົດດັນທີ່ຈະລະເວັ້ນການກວດເບິ່ງ. ເພື່ອຮັບມືກັບຄວາມສົງໄສເຫຼົ່ານີ້, ເຮົາຕ້ອງເຕືອນຕົນເອງກ່ຽວກັບຂໍ້ດີຂອງການປ່ຽນນິໄສຂອງເຮົາ.
ຍັງມີຍຸທະສາດອັນອື່ນທີ່ເຮົາສາມາດຮັບເອົາມາໃຊ້ເພື່ອເຮັດໃຫ້ຊີວິດຂອງເຮົາເປັນສຸກຂຶ້ນ. ຕົວຢ່າງ, ໃນເວລາທີ່ເຮົາຢູ່ໃນລົດໄຟໃຕ້ດິນທີ່ແອອັດ, ຍິ່ງເຮົາສຸມໃສ່ຕົວເຮົາເອງ ແລະ ຢາກປົກປ້ອງຕົນເອງ ແລະ ໜີເຂົ້າໄປໃນໂທລະສັບມືຖືຂອງເຮົາເທົ່າໃດ, ເຮົາກໍຍິ່ງຈະຮູ້ສຶກປິດຫຼາຍຂຶ້ນເທົ່ານັ້ນ. ສະນັ້ນ ພະລັງຂອງເຮົາຈຶ່ງຖືກບີບຕົວ ແລະ ເຮົາຮູ້ສຶກເຄັ່ງຕຶງຫຼາຍຂຶ້ນ. ເຮົາບໍ່ຜ່ອນຄາຍ, ເພາະເຮົາຮູ້ສຶກວ່າຖືກຂົ່ມຂູ່ໂດຍອັນຕະລາຍ. ເຖິງວ່າເຮົາຈະຮູ້ສຶກໝົກໝຸ້ນຢູ່ໃນເກມທີ່ເຮົາມັກຫຼີ້ນໃນມືຖື ຫຼື ໂດຍດົນຕຣີສຽງດັງທີ່ເຮົາມັກຟັງໃນ iPod ຂອງເຮົາ, ແຕ່ເຮົາພັດໄດ້ສ້າງກຳແພງອ້ອມຕົວເຮົາ ແລະ ບໍ່ຢາກຖືກລົບກວນ, ສະນັ້ນ ເຮົາຈິ່ງປົກປ້ອງຕົນເອງ. ໃນທາງກົງກັນຂ້າມ, ຖ້າເຮົາເບິ່ງຕົນເອງເປັນສ່ວນໜຶ່ງຂອງຝູງຊົນທັງໝົດໃນລົດໄຟໃຕ້ດິນ, ແລະ ສ້າງຄວາມຫ່ວງໄຍ ແລະ ຄວາມຄວາມເຫັນໃຈຕໍ່ທຸກຄົນໃນສະຖານະການດຽວກັນກັບເຮົາ, ຈິດໃຈຂອງເຮົາຈະເປີດ. ເຮົາຈະຕື່ນຕົວຕໍ່ອັນຕະລາຍ, ແຕ່ຈະບໍ່ມີຄວາມລະແວງຂອງການສຸມໃສ່ພຽງແຕ່ຕົນເອງ - ເຮົາຈະຢາກໃຫ້ທຸກຄົນປອດໄພ. ເຮົາຈະບໍ່ພະຍາຍາມປິດສຽງຄົນອື່ນດ້ວຍດົນຕຣີ ຫຼື ເກມ ແລະ ແຍກຕົວເຮົາເອງອອກຈາກຄົນອື່ນທັງໝົດ. ຍຸທະວິທີດັ່ງກ່າວມີແຕ່ຈະເພີ່ມຄວາມໂດດດ່ຽວໃຫ້ເຮົາ. ຖ້າເຮົາຫາກຮູ້ສຶກວ່າເຮົາເປັນສ່ວນໜຶ່ງຂອງກຸ່ມຂອງທຸກຄົນທີ່ຢູ່ອ້ອມຂ້າງເຮົາ, ເຮົາຈະຮູ້ສຶກປອດໄພກວ່າ, ຄືກັບສັດຢູ່ໃນຝູງ. ແຕ່, ເພື່ອນຳໃຊ້ຍຸທະສາດນີ້ໃຫ້ມີປະສິທິຜົນ, ມັນຮຽກຮ້ອງໃຫ້ມີການຝຶກສາມຢ່າງນີ້ຄື ວິໄນໃນຕົນເອງ, ການຈົດຈໍ່, ແລະ ຈິດສຳນຶກມີການຈຳແນກ.
ຍຸທະສາດອີກອັນໜຶ່ງທີ່ເຮົາສາມາດຮັບເອົາມາໃຊ້ໄດ້ແມ່ນ, ໃນເວລາທີ່ຢາກພັກຜ່ອນຈາກວຽກ, ແທນທີ່ຈະເຂົ້າອິນເຕີເນັດ ຫຼື ກວດເບິ່ງມືຖືຂອງເຮົາ, ໃຫ້ຢືນຂຶ້ນ ແລະ ຍ່າງໄປທົ່ວຫ້ອງຖ້າເຮົາສາມາດເຮັດໄດ້. ຮັບມືກັບສິ່ງກະຕຸ້ນໜ້ອຍລົງ, ແທນທີ່ຈະຫຼາຍຂຶ້ນກັບອິນເຕີເນັດ ຫຼື ໂທລະສັບ.
ສະຫຼຸບ
ຖ້າວ່າ, ດ້ວຍຄວາມຕັ້ງໃຈທີ່ຈະເປັນອິດສະລະ, ເຮົານໍາໃຊ້ວິທີການຝຶກສາມຢ່າງນີ້ເພື່ອຫຼຸດຜ່ອນຄວາມກົດດັນທີ່ເຮົາມີຈາກນິໄສທໍາລາຍຕົນເອງ, ເຮົາຈະຢູ່ໃນສະພາບຈິດໃຈທີ່ສະຫງົບເພື່ອຮັບມືກັບຄວາມກົດດັນຂອງການເຮັດວຽກ, ຄອບຄົວ, ເສດຖະກິດ, ແລະ ອື່ນໆ. ສິ່ງນີ້ຍິ່ງຈະມີປະສິທິພາບໂດຍສະເພາະໃນການຮັບມືກັບຄວາມສັບຊ້ອນຂອງຊີວິດສະໄໝໃໝ່ທີ່ມາຈາກການເສບຕິດຂໍ້ມູນ ແລະ ການຫຼົບໜີເຂົ້າໄປໃນອິນເຕີເນັດ, ສື່ສັງຄົມອອນລາຍນ໌, ດົນຕຣີ ແລະ ອື່ນໆ. ອັນນັ້ນບໍ່ໄດ້ໝາຍຄວາມວ່າເຮົາຕ້ອງປະຖິ້ມອິນເຕີເນັດ ຫຼື ຖິ້ມອຸປະກອນມືຖືຂອງເຮົາ; ແຕ່ເຮົາຕ້ອງໄດ້ພັດທະນານິໄສທີ່ດີກວ່າຂອງວິທີການໃຊ້ມັນໃນທາງທີ່ເປັນປະໂຫຍດ ແລະ ມີສຸຂະພາບດີ.