ວາຈາ, ພຶດຕິກຳ ແລະ ການຫາລ້ຽງຊີບທີ່ຖືກຕ້ອງ

ການທົບທວນ 

ການຝຶກສາມປະການໃນລະບຽບວິໄນຈັນຍາທັມ, ສະມາທິ ແລະ ຄວາມຈິດສຳນຶກມີການຈຳແນກ ແມ່ນສຸມໃສ່ຊ່ວຍເຮົາສະເໝີໃນການແກ້ບັນຫາຂອງເຮົາ ແລະ ຄວາມທຸກທໍລະມານທີ່ເຮົາປະສົບ. ວິທີການແມ່ນການລະບຸສາເຫດຂອງຄວາມຫຍຸ້ງຍາກຂອງເຮົາ, ແລະ ນຳໃຊ້ທັງສາມເພື່ອລຶບລ້າງສາເຫດເຫຼົ່ານີ້. 

ການຝຶກສາມປະການນີ້ຍັງມີປະໂຫຍດທີ່ສຸດທີ່ຈະປູກຝັງໃນຊີວິດປະຈຳວັນຂອງເຮົາເວລາຮັບມືກັບຜູ້ອື່ນ. 

  • ວິໄນຈັນຍາທັມ - ສິ່ງສຳຄັນແມ່ນການເບິ່ງວິທີທີ່ເຮົາປະພຶດ ແລະ ເວົ້າກັບຜູ້ອື່ນ. ເຮົາຕ້ອງການວິໄນຈັນຍາທັມເພື່ອຫຼີກລ່ຽງການເຮັດສິ່ງທີ່ຈະເປັນອັນຕະລາຍ ຫຼື ມ້າງເພ. 
  • ສະມາທິ - ເຮົາຕ້ອງສາມາດສຸມໃຈເມື່ອເຮົາພົບປະກັບຜູ້ອື່ນ, ເພື່ອທີ່ເຮົາຈະຮູ້ວ່າມີຫຍັງເກີດຂຶ້ນກັບເຂົາ ແລະ ຄວາມຕ້ອງການຂອງເຂົາແມ່ນຫຍັງ. ຖ້າຈິດໃຈເຮົາໄປຢູ່ບ່ອນອື່ນ, ເບິ່ງແຕ່ໂທລະສັບຂອງຕົນຢູ່ຕະຫຼອດ, ນັ້ນເຮັດໃຫ້ການສື່ສານກັບຜູ້ອື່ນນັ້ນຍາກ 
  • ການຈຳແນກ - ຖ້າເຮົາຟັງຜູ້ອື່ນດີໆ, ເຮົາຈະສາມາດໃຊ້ຈິດສຳນຶກມີການຈຳແນກເພື່ອຕັດສິນໃຈວ່າຄຳຕອບອັນໃດຈະເໝາະສົມ. ອີກເທື່ອໜຶ່ງ ສິ່ງນີ້ນຳໄປສູ່ການຄິດ, ການປະພຶດ, ແລະ ການເວົ້າທີ່ເໝາະສົມຕໍ່ຜູ້ອື່ນ. 

ການຝຶກສາມປະການນີ້ໄປຄຽງຄູ່ກັນ ແລະ ເສີມໃສ່ກັນ, ເຊິ່ງເປັນເຫດຜົນທີ່ເຮົາຕ້ອງໃຊ້ທັງໝົດໄປພ້ອມກັນ. ເມື່ອເຮົາບໍ່ຢູ່ກັບຜູ້ອື່ນ, ທັງສາມການຝຶກກໍຈະດີໃນແງ່ຂອງເຮົາເອງອີກດ້ວຍ: 

  • ມັນປ້ອງກັນເຮົາຈາກການປະພຶດໃນທາງທຳລາຍຕົນເອງ. 
  • ຈິດໃຈເຮົາມີຈຸດສຸມ, ເພື່ອທີ່ວ່າເຮົາຈະສາມາດສຳເລັດທຸກສິ່ງທີ່ເຮົາຢາກສຳເລັດ. 
  • ເຮົາໃຊ້ປັນຍາພື້ນຖານຂອງເຮົາເພື່ອຈຳແນກສິ່ງທີ່ເໝາະສົມ ແລະ ບໍ່ເໝາະສົມ. 

ເຊັ່ນນັ້ນ, ມັນເປັນຫຼັກການພື້ນຖານທີ່ເຮົາສາມາດນຳໃຊ້ໃນຊີວິດປະຈຳວັນ, ສຳລັບທັງສະຖານະການສ່ວນຕົວ ແລະ ໃນການພົວພັນສັງຄົມ.


ເສັ້ນທາງປະຕິບັດມີແປດປະການ 

ເມື່ອເຮົາຝຶກການຝຶກສາມປະການ, ການນຳສະເໜີອັນໜຶ່ງຂອງວິທີທີ່ເຮົາເຮັດສິ່ງນີ້ແມ່ນເອີ້ນວ່າ “ເສັ້ນທາງປະຕິບັດມີແປດປະການ” ສິ່ງເຫຼົ່ານີ້ພຽງແຕ່ເປັນການປະຕິບັດແປດປະເພດທີ່ເຮົາຝຶກທີ່ຈະພາໃຫ້ສາມລັກສະນະເກີດຂຶ້ນ. 

ສຳລັບ ການຝຶກວິໄນຈັນຍາທັມ ຂອງເຮົາ, ຈະມີການປະຕິບັດສາມອັນ: 

  • ວາຈາທີ່ຖືກຕ້ອງ - ວິທີການສື່ສານຂອງເຮົາ 
  • ກອບການປະຕິບັດທີ່ຖືກຕ້ອງ - ວິທີທີ່ເຮົາປະພຶດ 
  • ການຫາລ້ຽງຊີບທີ່ຖືກຕ້ອງ - ວິທີທີ່ເຮົາລ້ຽງຊີບ. 

ສຳລັບ ການຝຶກສະມາທິ ຂອງເຮົາ, ກໍຈະມີສາມອັນເຊັ່ນກັນ: 

  • ຄວາມພະຍາຍາມທີ່ຖືກຕ້ອງ - ເພື່ອຕັດຕ່ອງໂສ້ຄວາມຄິດມ້າງເພອອກຈາກໃຈເຮົາ ແລະ ສ້າງພາວະຈິດໃຈທີ່ເອື້ອອຳນວຍໃຫ້ການທຳສະມາທິ 
  • ສະຕິທີ່ຖືກຕ້ອງ - ເພື່ອບໍ່ປ່ອຍຈຸດປະສົງທີ່ເປັນຈຸດສຸມຂອງເຮົາ ແລະ ແຮງຈູງໃຈຂອງເຮົາ 
  • ສະມາທິທີ່ຖືກຕ້ອງ - ເພື່ອຮັກສາຈຸດສຸມໃສ່ສິ່ງທີ່ກໍ່ສ້າງ. 

ສຳລັບ ການຝຶກຈິດສຳນຶກມີການຈຳແນກ ຂອງເຮົາ, ມີສອງ: 

  • ຄວາມເຫັນທີ່ຖືກຕ້ອງ - ສິ່ງທີ່ເຮົາເຊື່ອວ່າເປັນຈິງ, ບົນພື້ນຖານການຈຳແນກທີ່ຖືກຕ້ອງລະຫວ່າງສິ່ງທີ່ຖືກ ແລະ ຜິດ, ຫຼື ທີ່ເປັນໂທດ ແລະ ເປັນປະໂຫຍດ 
  • ເຈຕະນາທີ່ຖືກຕ້ອງ (ຄວາມຄິດຈູງໃຈທີ່ຖືກ) – ພາວະກໍ່ສ້າງຂອງຈິດໃຈທີ່ຄວາມເຫັນທີ່ຖືກຕ້ອງຂອງເຮົາພາໄປ. 

ໃນຮູບແບບທີ່ລະອຽດກວ່ານັ້ນ, ການປະຕິບັດທັງແປດແຕ່ລະອັນມີວິທີນຳໃຊ້ທີ່ຜິດ, ເຊິ່ງເຮົາຢາກໂລະຖິ້ມ, ແລະວິທີປະຕິບັດທີ່ຖືກ, ທີ່ເຮົາຢາກຮັບເອົາ. 

ວາຈາ

ວິທີທີ່ເຮົາເວົ້າກັບຜູ້ອື່ນສະທ້ອນເຖິງພາວະຈິດໃຈຂອງເຮົາເອງ. ມັນກະທົບໃສ່ຄວາມຮູ້ສຶກຂອງຜູ້ອື່ນ ແລະ ການທີ່ເຂົາເບິ່ງ ແລະ ປະຕິບັດຕອບໂຕ້ຕໍ່ເຮົາ. ສະນັ້ນ, ເຮົາຕ້ອງຮູ້ວິທີການປາກເວົ້າທີ່ເປັນປະໂຫຍດ ແລະ ອັນທີ່ເປັນໂທດ. 

ວາຈາທີ່ຜິດ 

ວາຈາທີ່ຜິດແມ່ນປະເພດທີ່ພາໃຫ້ເກີດຄວາມບໍ່ເປັນສຸກ ແລະ ບັນຫາ: 

  • ການຕົວະ - ການເວົ້າສິ່ງທີ່ບໍ່ຈິງ ແລະ ການຫຼອກລວງຜູ້ອື່ນ. ຖ້າເຮົາກາຍເປັນຄົນທີ່ໄດ້ຊື່ວ່າມັກຕົວະຫຼືຕົ້ມຜູ້ອື່ນໃນແງ່ຂອງສິ່ງທີ່ເຮົາເວົ້າ, ກໍບໍ່ມີໃຜຈະເຊື່ອເຮົາ, ໄວ້ວາງໃຈເຮົາ, ຫຼື ແມ່ນແຕ່ຟັງສິ່ງທີ່ເຮົາຢາກເວົ້າ. ສິ່ງນີ້ຈະສ້າງສະຖານະການທີ່ບໍ່ເປັນສຸກ. 
  • ການເວົ້າແບບແບ່ງແຍກ - ການເວົ້າສິ່ງບໍ່ດີກ່ຽວກັບຄົນໃຫ້ໝູ່ ຫຼື ຄູ່ຂອງເຂົາຟັງ, ເພື່ອພະຍາຍາມທຳລາຍຄວາມສຳພັນຂອງເຂົາ. ສິ່ງນີ້ເຮັດໃຫ້ຄົນສົງໄສສິ່ງທີ່ເຮົາເວົ້າກ່ຽວກັບເຂົາລັບຫຼັງເຂົາ, ແລະ ທຳລາຍຄວາມສຳພັນຂອງເຮົາເອງ. 
  • ເວົ້າແບບຮຸນແຮງ - ການເວົ້າໃນແບບທີ່ໂຫດຮ້າຍ, ຫຼື ຮ້ອງດ່າ ແລະ ຈົ່ມດ່າໃສ່ຜູ້ອື່ນ. ເມື່ອເຮົາລ່ວງລະເມີດຜູ້ອື່ນດ້ວຍວາຈາ, ເຂົາກໍຈະເລີ່ມເວົ້າກັບເຮົາແບບນັ້ນເຊັ່ນກັນ, ແລະ ນອກຈາກວ່າເຂົາຈະເປັນຄົນມັກທຳຮ້າຍຕົນເອງ, ເຂົາຈະບໍ່ຢາກຢູ່ໃກ້ຄົນແບບເຮົາທີ່ຮ້ອງດ່າເຂົາຢູ່ຕະຫຼອດ. 
  • ຝອຍແບບບໍ່ມີຄວາມໝາຍ - ການເວົ້າ “ບລາ ບລາ ບລາ” ຢູ່ຕະຫຼອດເວລາ, ຂັດຈັງຫວະຜູ້ອື່ນ ແລະ ເວົ້າເລື່ອງໄຮ້ສາລະ, ຫຼື ນິນທາ. ຜົນໄດ້ຮັບແມ່ນຈະບໍ່ມີໃຜຖືເຮົາຈິງຈັງ ແລະ ຄົນກໍຈະຄິດວ່າເຮົາໜ້າລຳຄານ. ເຮົາເສຍເວລາຕົນເອງ, ແລະ ເວລາຂອງຜູ້ອື່ນນຳ. 

ວາຈາທີ່ຖືກຕ້ອງ 

ວາຈາແບບກໍ່ສ້າງ ເປັນສິ່ງທີ່ຊ່ວຍເຮົາຫຼີກລ່ຽງວາຈາທີ່ຜິດສີ່ແບບຂ້າງເທິງ. ວິໄນລະດັບທຳອິດແມ່ນວ່າ, ເມື່ອເຮົາຮູ້ສຶກຢາກເວົ້າສິ່ງທີ່ບໍ່ເປັນຈິງ, ຮ້ອງດ່າຜູ້ອື່ນ, ຫຼື ຝອຍລ່າຍໄປ, ເຮົາຮູ້ວ່າມັນມ້າງເພ ແລະ ເປັນສາເຫດຂອງຄວາມບໍ່ເປັນສຸກ, ສະນັ້ນ ເຮົາພະຍາຍາມຢ່າງໜັກທີ່ຈະບໍ່ເຮັດ. 

ສິ່ງນີ້ບໍ່ງ່າຍເລີຍ, ເພາະເຮົາຕ້ອງຈັບຕາເບິ່ງຕົນເອງໃນເວລາທີ່ເຮົາຮູ້ສຶກຢາກເຮັດແນວນັ້ນ, ກ່ອນທີ່ເຮົາຈະເວົ້າໄປໂດຍທີ່ບັງຄັບຕົນເອງບໍ່ທັນ. ມັນຄ້າຍກັບເວລາທີ່ເຮົາຢາກກິນເຄັກ. ບາງເທື່ອເຮົາຈະໄດ້ໂອກາດກິນປ່ຽງທີສອງ, ແຕ່ກ່ອນທີ່ເຮົາຈະຈັບເອົາແບບຕາມໃຈຕົນເອງ, ເຮົາສາມາດຄິດໄດ້ວ່າ, “ເຖິງວ່າເຮົາຈະຢາກ, ເຮົາກໍບໍ່ຈຳເປັນຕ້ອງເຮັດຕາມຄວາມຢາກ. ເຮົາບໍ່ຕ້ອງການເຄັກປ່ຽງນີ້; ມັນມີແຕ່ຈະເຮັດໃຫ້ເຮົາຕຸ້ຍ, ແລະ ເຮົາກໍຕ້ອງຫຼຸດນ້ຳໜັກ.” ນີ້ແມ່ນສິ່ງທີ່ເຮົາໝາຍເຖິງໃນແງ່ຂອງວິໄນ. 

ເມື່ອເຮົາຮູ້ສຶກຢາກເຮັດສິ່ງເຫຼົ່ານີ້, ພຣະອາຈານອິນເດຍບູຮານຄື ພຣະສັນຕິເທວາ ແນະນຳເຮົາໃຫ້ເປັນຄືທ່ອນໄມ້. ເຮົາຮູ້ສຶກຢາກຮ້ອງດ່າ ຫຼື ເວົ້າຫຍາບຄາຍ, ແຕ່ຮູ້ວ່າມັນຈະເຮັດໃຫ້ທັງເຮົາ ແລະ ເຂົາເສຍໃຈ, ສະນັ້ນ ເຮົາຈິ່ງບໍ່ເວົ້າ. ເຮົາຈະເປັນຄືທ່ອນໄມ້. ເຮົາຮູ້ສຶກຢາກເລົ່າເລື່ອງຕາຫຼົກໂງ່ໆ ຫຼື ປະກອບຄຳເຫັນບ້າໆ, ແຕ່ຮູ້ວ່າມັນຈະເປັນພຽງການຝອຍຫຼິ້ນຊື່ໆ ແລະ ເຮົາກໍບໍ່ເວົ້າຫຍັງ. ມັນແມ່ນແນວນີ້. 

ວິໄນລະດັບທີສອງແມ່ນການທີ່ເຮົາເຮັດສິ່ງທີ່ກໍ່ສ້າງແທນ - ເປັນການເວົ້າໃນທາງທີ່ເປັນປະໂຫຍດ. ສິ່ງນີ້ມາຈາກການຮັບຮູ້ວ່າການເຮັດແນວນັ້ນຈະນຳມາເຊິ່ງຄວາມສຸກ, ແລະ ເຮັດໃຫ້ທຸກສະຖານະການກົມກຽວກັນ. ສິ່ງທີ່ເຮົາຕ້ອງເຮັດແມ່ນຄິດໃນແງ່ຂອງເຫດ ແລະ ຜົນ. 

ການປູກຝັງວາຈາທີ່ຖືກຕ້ອງ ຄວາມຈິງຕ້ອງອາໄສຄວາມພະຍາມຢ່າງຕັ້ງໃຈ ແລະ ອະທິດຖານອັນແຮງກ້າທີ່ຈະເວົ້າດ້ວຍຄວາມຈິງ, ດ້ວຍຄວາມອ່ອນໂຍນ, ດ້ວຍຄວາມເມດຕາ, ໃນເວລາທີ່ເໝາະສົມ, ໃນມາດຕະການທີ່ເໝາະສົມ, ແລະ ເວົ້າແຕ່ສິ່ງທີ່ມີຄວາມໝາຍ: 

  • ເຮົາຄວນພະຍາຍາມທີ່ຈະບໍ່ຂັດຂວາງຜູ້ອື່ນຕະຫຼອດ ຫຼື ໂທ ຫຼື ສົ່ງຂໍ້ຄວາມຫາເຂົາຢູ່ຕະຫຼອດ, ໂດຍສະເພາະກ່ຽວກັບສິ່ງກະຈຸກກະຈິກ ເຊັ່ນ ສິ່ງທີ່ເຮົາກິນເປັນອາຫານເຊົ້າ, ຫຼື ການນິນທາ. ມັນເປັນການຝອຍທີ່ບໍ່ມີຄວາມໝາຍທີ່ມີແຕ່ຈະຂັດຈັງຫວະຜູ້ອື່ນເທົ່ານັ້ນ. 
  • ມາດຕະການທີ່ເໝາະສົມແມ່ນການທີ່, ຖ້າເວົ້າກັບຜູ້ອື່ນ, ເຮົາຈະບໍ່ເວົ້າຫຼາຍເກີນໄປ ຫຼື ພະຍາຍາມໂນ້ມນ້າວຜູ້ອື່ນຫຼາຍໂພດ, ໂດຍສະເພາະຖ້າເຂົາເຫັນດີນຳເຮົາແລ້ວ. 

ແນ່ນອນ, ເຮົາຕ້ອງໃຊ້ການຈຳແນກ. ຕົວຢ່າງ, ໃນການເວົ້າດ້ວຍຄວາມຈິງ, ຖ້າບາງຄົນໃສ່ເສື້ອ ຫຼື ຊຸດຂີ້ຮ້າຍ ແລະ ມັນຈະເຮັດໃຫ້ເຂົາຮູ້ສຶກບໍ່ດີ, ເຮົາກໍຈະບໍ່ເວົ້າວ່າ, “ເອີ, ມັນກໍຂີ້ຮ້າຍແທ້.” ບາງເທື່ອເຮົາຕ້ອງລະວັງ, ແຕ່ມັນກໍຂຶ້ນກັບຄົນ. ນ້ອງຂ້ອຍມາຢາມ, ແລະ ເຮົາຈະອອກໄປນອກ ແລະ ລາວໃສ່ເສື້ອ. ເສື້ອໂຕນັ້ນຢືດໜ້ອຍໜຶ່ງ ແລະ ມັນບໍ່ເຂົ້າຫຸ່ນລາວດີປານໃດ, ແຕ່ລາວແມ່ນນ້ອງຂ້ອຍ ສະນັ້ນ ຂ້ອຍສາມາດບອກລາວໄດ້ແທ້ວ່າມັນຂີ້ຮ້າຍ. ແຕ່ມັນຍາກທີ່ຈະເຮັດແນວນັ້ນກັບຄົນທີ່ບໍ່ແມ່ນຄອບຄົວ! ເຮົາຈະບໍ່ເວົ້າໃຫ້ເພື່ອນຍິງຄົນໃໝ່ວ່າ, “ເສື້ອທີ່ເຈົ້າໃສ່ ຂີ້ຮ້າຍເນາະ. ໄປຊອກໂຕອື່ນມາໃສ່ໄວ!” ເຖິງວ່າມັນຈະເປັນຄວາມຈິງກໍ່ຕາມ. 

ສຳລັບພາສາທີ່ຮຸນແຮງ, ເອີ, ບາງຄັ້ງເຮົາອາດຕ້ອງໄດ້ເວົ້າບາງຢ່າງແຮງໆ. ຖ້າລູກຂອງເຮົາກຳລັງຫຼິ້ນກັບໄຟ, ເຮົາກໍຕ້ອງໄດ້ເວົ້າແຮງໆ. ນັ້ນຈະບໍ່ນັບເປັນວາຈາຮຸນແຮງຍ້ອນແຮງຈູງໃຈຂອງເຮົາບໍ່ແມ່ນຄວາມໂມໂຫ. ສະນັ້ນ, ແຮງຈູງໃຈສຳຄັນທີ່ສຸດ. 

ຕົວຢ່າງອື່ນຂອງວາຈາທີ່ຜິດ 

ເຮົາຍັງສາມາດແຜ່ວິທີການເວົ້າແບບມ້າງເພເຫຼົ່ານີ້ໄປກວມເອົາບໍ່ພຽງແຕ່ອັນທີ່ເຮົາແນໃສ່ຕໍ່ຜູ້ອື່ນ, ແຕ່ຕໍ່ຕົນເອງນຳອີກ. ເຮົາສາມາດຄິດໃນທາງທີ່ກວ້າງກວ່າກ່ຽວກັບວິທີການເວົ້າແບບມ້າງເພເຫຼົ່ານີ້. 

ການເວົ້າຕົວະຍັງສາມາດກວມເອົາການຕົວະຜູ້ອື່ນກ່ຽວກັບຄວາມຮູ້ສຶກຂອງເຮົາ ຫຼື ເຈຕະນາທີ່ເຮົາມີຕໍ່ເຂົາ. ເຮົາອາດດີກັບບາງຄົນ, ບອກເຂົາວ່າເຮົາຮັກເຂົາ - ແມ່ນແຕ່ຕົວະຕົນເອງໃຫ້ເຊື່ອແນວນັ້ນແທ້ - ເມື່ອທັງໝົດທີ່ເຮົາຢາກໄດ້ຈາກເຂົາແມ່ນເງິນ ຫຼື ສິ່ງອື່ນ. ເບິ່ງແນວໜຶ່ງ, ນີ້ແມ່ນການຫຼອກລວງ. ແນ່ນອນວ່າເຮົາຈະບໍ່ໄປບອກຜູ້ນັ້ນວ່າ, “ອັນທີ່ຈິງແລ້ວຂ້ອຍບໍ່ໄດ້ຮັກເຈົ້າ, ຂ້ອຍຢາກໄດ້ເງິນເຈົ້າຊື່ໆ,” ເພາະນັ້ນອາດບໍ່ເໝາະປານໃດ. ແຕ່ເຮົາຕ້ອງວິເຄາະຕົນເອງວ່າເຮົາໄດ້ເວົ້າຄວາມຈິງກ່ຽວກັບຄວາມຮູ້ສຶກ ແລະ ເຈຕະນາຂອງເຮົາແລ້ວ. 

ວາຈາແບ່ງແຍກອາດແມ່ນເວລາທີ່ເຮົາເວົ້າສິ່ງທີ່ໜ້າລັງກຽດຫຼາຍຈົນມັນພາໃຫ້ໝູ່ເພື່ອນຂອງເຮົາໜີຫາຍ. ບາງຄົນພຽງແຕ່ຈົ່ມຕະຫຼອດເວລາ ຫຼື ເປັນລົບຕະຫຼອດເວລາ, ແລະ ມັນຜັກດັນທຸກຄົນອອກຈາກເຂົາ. ຖ້າເຮົາເປັນແນວນັ້ນ, ໃຜຈະຢາກຢູ່ນຳເຮົາ? ຫຼືການເວົ້າບໍ່ຢຸດຈົນວ່າຜູ້ອື່ນຮອດບໍ່ມີໂອກາດໄດ້ເວົ້າຫຍັງ - ສິ່ງນີ້ກໍຜັກດັນໃຫ້ຄົນອອກຫ່າງ. ເຮົາທຸກຄົນຮູ້ຈັກຄົນແບບນັ້ນ, ແລະ ເຮົາກໍຄືຊິບໍ່ຢາກພົບເຂົາເລື້ອຍປານໃດ. ມັນດີທີ່ຈະເວົ້າສິ່ງດີໆ ກ່ຽວກັບຜູ້ອື່ນ, ແລະ ເປັນບວກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. 

ພາສາທີ່ຮຸນແຮງຈະເຂົ້າມາເມື່ອເຮົາລ່ວງລະເມີດ ບໍ່ພຽງແຕ່ຜູ້ອື່ນ, ແຕ່ຕົວເຮົາເອງນຳ. ເມື່ອເຮົາບອກຜູ້ອື່ນວ່າເຂົາໂງ່ ຫຼື ໜ້າລັງກຽດ, ແນ່ນອນວ່າມັນໂຫດຮ້າຍ. ສະນັ້ນ ມັນກໍໂຫດຮ້າຍຄືກັນເມື່ອເຮົາແນມັນໃສ່ຕົນເອງ. ແນ່ນອນວ່າມັນບໍ່ໄດ້ເຮັດໃຫ້ເຮົາເປັນສຸກຂຶ້ນ, ສະນັ້ນ ສິ່ງສຳຄັນແມ່ນການມີທັດສະນະຄະຕິທີ່ດີຕໍ່ຕົນເອງ ແລະ ວິທີທີ່ເຮົາປະຕິບັດຕໍ່ຕົນເອງ, ແລະ ວິທີທີ່ເຮົາເວົ້າກັບຕົນເອງໃນໃຈ. 

ຄືການຝອຍຫຼິ້ນ, ເຮົາກໍບໍ່ຄວນເວົ້າໂດຍບໍ່ຈຳແນກກ່ຽວກັບເລື່ອງສ່ວນຕົວຂອງຕົນເອງ, ຄວາມບໍ່ແນ່ໃຈຂອງຕົນ, ຄວາມກັງວົນຂອງຕົນ ແລະ ອື່ນໆ ຕໍ່ຜູ້ອື່ນ. ບາງຢ່າງກໍບໍ່ຄວນເລົ່າໃຫ້ຜູ້ອື່ນຟັງ. ເຊັ່ນ, ຖ້າມີຄົນຢາກເປີດເຜີຍກັບເຮົາວ່າເຂົາເປັນເກ ຫຼື ເປັນມະເຣັງ, ແລ້ວຂໍໃຫ້ເຮົາເກັບເປັນຄວາມລັບ, ເຮົາກໍຄວນເກັບ. ການຫັກຫຼັງຄວາມໄວ້ວາງໃຈຈາກຄົນໂດຍທົ່ວໄປຈະມາໃນແບບການຝອຍຫຼິ້ນ. 

ວາຈາທີ່ຖືກແມ່ນການເວົ້າທີ່ຖືກກາລະເທສະ, ເໝາະສົມ, ໃນເວລາທີ່ສົມຄວນ, ໃນສະຖານະການທີ່ສົມຄວນ. ບາງເທື່ອເຮົາຈະຕ້ອງເວົ້າເປັນທາງການ, ແລະ ບາງເທື່ອກໍບໍ່ເປັນທາງການ. ເຮົາຕ້ອງເວົ້າໃນທາງທີ່ເຮັດໃຫ້ຄົນຮູ້ສຶກດີ. ເມື່ອເຮົາອະທິບາຍບາງຢ່າງໃຫ້ເດັກ, ເຮົາຕ້ອງອະທິບາຍໃນທາງທີ່ເຂົາເຂົ້າໃຈ, ແຕ່ກັບຜູ້ໃຫຍ່ ແລະ ຄົນຕ່າງວັດທະນະທຳ ແລະ ອື່ນໆ ກໍເຊັ່ນກັນ. 

ກອບການປະຕິບັດ (ພຶດຕິກຳ) 

ອັນທີສອງຂອງເສັ້ນທາງປະຕິບັດມີແປດປະການ ແມ່ນກ່ຽວກັບກອບການປະຕິບັດທີ່ຖືກ, ເຊິ່ງເປັນສັບວິຊາການ. ເມື່ອເຮົາເວົ້າເຖິງກອບ, ເຮົາເວົ້າກ່ຽວກັບຂອບເຂດບາງອັນ, ເຊັ່ນ “ເຮົາຈະປະພຶດຮອດແຕ່ຂອບເຂດນີ້, ຈະບໍ່ກາຍນີ້.” 

ພຶດຕິກຳທີ່ຜິດ 

ການໄປເກີນຂອບເຂດ ໝາຍເຖິງພຶດຕິກຳມ້າງເພສາມປະເພດ: 

  • ການເອົາຊີວິດ - ການຂ້າສິ່ງມີຊີວິດ 
  • ການເອົາໃນສິ່ງທີ່ເພິ່ນບໍ່ໄດ້ໃຫ້ - ການເອົາສິ່ງທີ່ບໍ່ແມ່ນຂອງເຮົາ, ການລັກ 
  • ການມີພຶດຕິກຳທາງເພດທີ່ບໍ່ສົມຄວນ. 

ການຂ້າ

ເວົ້າງ່າຍໆ, ນີ້ແມ່ນການເອົາຊີວິດຜູ້ອື່ນ. ນີ້ບໍ່ພຽງແຕ່ໝາຍເຖິງຄົນ, ແຕ່ລວມເຖິງສັດທຸກຊະນິດ, ປາ, ແມງໄມ້ ແລະ ອື່ນໆ. 

ຂ້າພະເຈົ້າຄິດວ່າ, ສຳລັບຄົນເຮົາສ່ວນຫຼາຍ, ການຢຸດເຊົາລ່າສັດ ຫຼື ຫາປາ ແມ່ນບໍ່ຍາກປານໃດ. ສຳລັບບາງຄົນ, ການບໍ່ຂ້າແມງໄມ້ອາດຍາກກວ່າ. ມີຫຼາຍວິທີທີ່ຈະເຂົ້າບັນຫານີ້ໂດຍບໍ່ກ່າວເຖິງຊາດກ່ອນ ຫຼື ຊາດໜ້າ, ການຄິດວ່າ, “ແມງວັນໂຕນີ້ເຄີຍເປັນແມ່ຂອງເຮົາໃນຊາດກ່ອນ.” ຈຸດເນັ້ນໜັກສຳຄັນແມ່ນວ່າຖ້າມີສິ່ງທີ່ສ້າງຄວາມລຳຄານໃຫ້ເຮົາ, ປະຕິກິລິຍາທາງສັນຊາຕະຍານອັນທຳອິດຂອງເຮົາບໍ່ຄວນເປັນການຢາກທີ່ຈະຂ້າມັນ. ສິ່ງນີ້ຈະສ້າງນິໄສຂອງການຢາກທຳລາຍທຸກສິ່ງທີ່ເຮົາບໍ່ມັກໃນທາງຮຸນແຮງ, ແລະ ເກີນຂອບເຂດຂອງແມງວັນທີ່ບິນກວນໜ້າເຮົາ. ເຮົາຕ້ອງພະຍາຍາມຫາວິທີແບບສັນຕິໃນການຈັດການກັບສິ່ງໜ້າລຳຄານ. ສະນັ້ນ ກັບແມງວັນ ຫຼື ຍູງ, ເມື່ອມັນຈັບຢູ່ຝາ ເຮົາສາມາດເອົາຈອກແກ້ວກວມເອົາມັນ, ເອົາເຈ້ຍສອດໃສ່ກ້ອງຈອກ, ແລ້ວເອົາມັນໄປປ່ອຍຢູ່ນອກ. ໃນຫຼາຍໆ ສະຖານະການ, ເຮົາສາມາດຫາວິທີສັນຕິ, ບໍ່ຮຸນແຮງໃນການຈັດການກັບສິ່ງທີ່ເຮົາບໍ່ມັກໄດ້ຫຼາຍ. 

ຖ້າເຈົ້າອາໄສຢູ່ອິນເດຍ, ຄືເຮົາ, ເຈົ້າຮຽນທີ່ຈະອາໄສຢູ່ຮ່ວມກັບແມງໄມ້. ມັນບໍ່ມີທາງທີ່ຈະກຳຈັດແມງໄມ້ທັງໝົດໃນອິນເດຍໄດ້. ຂ້າພະເຈົ້າເຄີຍຈິນຕະນາການໂຄງການໂຄສະນາໃຫ້ບໍລິສັດທ່ອງທ່ຽວ: “ຖ້າເຈົ້າມັກແມງໄມ້, ເຈົ້າຈະມັກອິນເດຍ!” ເມື່ອຂ້າພະເຈົ້າຍ້າຍໄປອິນເດຍໃໝ່ໆ, ພື້ນເພຂອງຂ້າພະເຈົ້າແມ່ນວ່າ ຂ້າພະເຈົ້າບໍ່ຄ່ອຍມັກແມງໄມ້ປານໃດ, ແຕ່ຂ້າພະເຈົ້າມັກນິຍາຍວິທະຍາສາດຫຼາຍ. ຂ້າພະເຈົ້າໄດ້ຈິນຕະນາການວ່າ ຖ້າຂ້າພະເຈົ້າທ່ອງທ່ຽວໄປໃນດວງດາວທີ່ຫ່າງໄກ ແລະ ສິ່ງມີຊີວິດໃນດາວດວງນັ້ນເປັນແມງໄມ້ຄືຢູ່ໂລກນີ້, ມັນຄືຊິໂພດຖ້າເວລາທີ່ຂ້າພະເຈົ້າພົບເຂົາ ແລ້ວສິ່ງທີ່ຂ້າພະເຈົ້າຢາກເຮັດແມ່ນບີບເຂົາໃຫ້ແຫຼກ! ຖ້າເຮົາເລີ່ມເອົາຕົວເອງໄປຢູ່ໃນຈຸດຢືນຂອງແມງໄມ້ - ພວກມັນກໍພຽງແຕ່ໃຊ້ຊີວິດຂອງມັນໄປ - ແລ້ວເຮົາຈະເລີ່ມນັບຖືມັນຄືສິ່ງມີຊີວິດອັນໜຶ່ງ. 

ແນ່ນອນວ່າມີແມງໄມ້ເປັນພິດ, ຄືກັບຄົນເປັນໄພ, ແລະ ບາງເທື່ອກໍອາດຕ້ອງໃຊ້ມາດຕະການໜັກເພື່ອຄວບຄຸມມັນ. ແຕ່ດີສຸດແມ່ນລອງໃຊ້ວິທີສັນຕິກ່ອນ, ບໍ່ວ່າຈະເວົ້າເຖິງຄວາມຂັດແຍ່ງຂອງຄົນ ຫຼື ເຮືອນທີ່ເຕັມໄປດ້ວຍມົດ ຫຼື ແມງສາບ. 

ແຕ່ມາເບິ່ງກໍລະນີຂອງຕັກແຕນລະບາດກິນເຄື່ອງປູກຂອງເຮົາ. ມັນກ່ຽວກັບແຮງຈູງໃຈນຳຫຼາຍ. ຕົວຢ່າງອັນໜຶ່ງຈາກສາຍທິເບດແມ່ນຊີວິດໃນຊາດກ່ອນຂອງພຣະພຸດທະເຈົ້າ, ເມື່ອພຣະອົງ (ແປັນພຣະໂພທິສັດ) ເປັນນັກເດີນເຮືອ. ມີຜູ້ເດີນທາງຄົນໜຶ່ງວາງແຜນຂ້າທຸກຄົນໃນເຮືອ, ແຕ່ພຣະອົງເຫັນວ່າບໍ່ມີວິທີທີ່ຈະປ້ອງກັນການສັງຫານໝູ່ນີ້ໄດ້ຢ່າງສັນຕິ; ທາງອອກອັນດຽວທີ່ຈະປ້ອງກັນໄດ້ກໍຄືການຂ້າຜູ້ທີ່ຈະຂ້າຜູ້ອື່ນນັ້ນ. ສະນັ້ນ ພຣະອົງຈິ່ງຂ້າຄົນຜູ້ນີ້, ແຕ່ດ້ວຍແຮງຈູງໃຈຂອງຄວາມເຫັນໃຈ - ເພື່ອລະເວັ້ນຊີວິດຂອງຜູ້ເດີນທາງຄົນອື່ນ, ແລະ ເພື່ອປ້ອງກັນຜູ້ກ່ຽວສ້າງບາບໃຫ້ຕົນເອງຍິ່ງຂຶ້ນ - ບໍ່ແມ່ນດ້ວຍຄວາມໂມໂຫ ຫຼື ຄວາມຢ້ານ. ແຕ່ພຣະອົງຍັງໄດ້ຍອມຮັບວ່າພຣະອົງໄດ້ຂ້າຄົນ, ແລະ ເຖິງຈະມີແຮງຈູງໃຈດີ ມັນກໍຍັງເປັນການກະທຳທີ່ມ້າງເພທຳລາຍ, ແລະ ສະນັ້ນ ພຣະອົງຈິ່ງຕັດສິນໃຈວ່າ, “ເຮົາຍອມຮັບຜົນກັມຈາກສິ່ງນີ້ເພື່ອລະເວັ້ນຜູ້ອື່ນ.” 

ສະນັ້ນ, ຖ້າມັນຈຳເປັນທີ່ຈະຂ້າສັດທຳລາຍຄືຕັກແຕນເພື່ອຮັກສາເຄື່ອງປູກ - ບໍ່ແມ່ນຍ້ອນຄວາມໂມໂຫ, ຫຼື ຄວາມຢ້ານ, ຫຼື ຄວາມຢາກໄດ້ເງິນຈາກການຂາຍເຄື່ອງປູກ - ແຕ່ຍ້ອນຄວາມເຫັນໃຈ, ແລ້ວຜົນໄດ້ຮັບກໍຈະໜ້ອຍກວ່າການເຮັດຍ້ອນຄວາມໂມໂຫຫຼາຍ. ແຕ່, ດັ່ງພຣະໂພທິສັດ, ສິ່ງສຳຄັນແທ້ໆ ແມ່ນການຍອມຮັບວ່າມັນເປັນການກະທຳດ້ານລົບ ແລະ ຍອມຮັບຜົນກະທົບໃດໆ ທີ່ຈະຕາມມາຈາກການກະທຳນັ້ນ. 

ການລັກ

ຄົນສ່ວນຫຼາຍຍຶດຕິດກັບຊີວິດຂອງເຂົາຫຼາຍກວ່າສິ່ງຂອງຂອງເຂົາ, ແຕ່ເຖິງແນວນັ້ນ, ຖ້າເຮົາເອົາເຄື່ອງຂອງເຂົາ, ມັນຈະເປັນສາເຫດຂອງຄວາມອຸກອັ່ງຂອງທັງສອງຝ່າຍ. ໂດຍສະເພາະຜູ້ລັກຈະມີຄວາມຮູ້ສຶກຖາກຖາງຈິດໃຈວ່າ “ເຮົາຈະຖືກຈັບໄດ້ບໍ່?” 

ບາດນີ້, ສິ່ງທີ່ເຮົາຢາກເຮັດແມ່ນຫຼີກລ່ຽງບັນຫາຕໍ່ຕົນເອງ. ແນ່ນອນ, ຖ້າເຮົາຂ້າປາ ຫຼື ແມງໄມ້ໂຕໜຶ່ງ, ມັນຈະເປັນບັນຫາຂອງມັນ. ແຕ່ເຮົາກໍມີບັນຫາຄືກັນ ເພາະຖ້າເຮົາຖືກລົບກວນຫຼາຍໂດຍແມງໄມ້, ແລ້ວເຮົາກໍຈະກັງວົນສະເໝີວ່າຍູງຈະເຂົ້າມາໃນເຮືອນ, ຕ້ອງຕື່ນມາກາງຄືນເພື່ອຊອກຂ້າມັນ. ມັນເປັນພາວະຈິດໃຈທີ່ບໍ່ສະບາຍ. ໂດຍທົ່ວໄປ ຖ້າເຮົາໃຊ້ວິທີແບບສັນຕິເພື່ອແກ້ໄຂສິ່ງເຫຼົ່ານີ້, ຈິດໃຈຂອງເຮົາກໍຈະສຸໂຂກວ່າ. 

ອັນດຽວກັນກັບການລັກ, ຄືເຮົາຕ້ອງລັບລີ້, ແລະ ເຮົາກັງວົນວ່າເຮົາຈະຖືກຈັບ. ມັນຢູ່ບົນພື້ນຖານຂອງຄວາມປາຖະໜາອັນແຮງກ້າ, ຄືເຮົາກໍບໍ່ອົດທົນພໍທີ່ຈະເຮັດວຽກເພື່ອແລກກັບບາງສິ່ງມາ, ແລະ ສະນັ້ນ ເຮົາຈິ່ງລັກມາຈາກຜູ້ອື່ນເອົາ. 

ມີຕົວຢ່າງຂອງການຂ້າ ແລະ ລັກ ໂດຍແຮງຈູງໃຈທີ່ກົງກັນຂ້າມ: 

  • ເຮົາສາມາດຂ້າຍ້ອນຄວາມຍຶດຕິດ ແລະ ຄວາມໂລບ, ອາດຍ້ອນເຮົາຢາກກິນສັດ ຫຼື ປາແທ້ໆ. ຖ້າບໍ່ມີແນວອື່ນໃຫ້ກິນເລີຍ ນັ້ນກໍເປັນເລື່ອງໜຶ່ງ, ແຕ່ຖ້າມີທາງເລືອກ, ມັນກໍຈະເປັນອີກເລື່ອງໜຶ່ງ. 
  • ເຮົາສາມາດລັກຍ້ອນຄວາມໂມໂຫ, ເພາະເຮົາຢາກເຮັດໃຫ້ບາງຄົນເຈັບ, ແລະ ສະນັ້ນ ເຮົາຈິງເອົາສິ່ງທີ່ເປັນຂອງເຂົາ. 

ພຶດຕິກຳທາງເພດທີ່ບໍ່ສົມຄວນ

ອັນນີ້ເປັນຫົວຂໍ້ຍາກ ເພາະສຳລັບເຮົາສ່ວນຫຼາຍ, ແຮງຂັບເຄື່ອນພຶດຕິກຳທາງເພດຂອງເຮົາແມ່ນຄວາມປາຖະໜາ. ພຣະພຸດທະສາສະໜາອະທິບາຍແນວທາງພື້ນຖານຂອງສິ່ງທີ່ຄວນຫຼີກລ່ຽງ, ເຊິ່ງມີ: 

  • ການກໍ່ໃຫ້ເກີດອັນຕະລາຍດ້ວຍພຶດຕິກຳທາງເພດຂອງເຮົາ, ລວມເຖິງການຂົ່ມຂືນ ແລະ ການລ່ວງລະເມີດຜູ້ອື່ນ 
  • ການກົດດັນຄົນ, ແມ່ນແຕ່ຄູ່ຂອງເຮົາ, ໃຫ້ຮ່ວມເພດເວລາທີ່ເຂົາບໍ່ຕ້ອງການ 
  • ການຮ່ວມເພດກັບຄູ່ຂອງຜູ້ອື່ນ, ຫຼື ຖ້າເຮົາມີຄູ່, ການມີເພດກັບຄົນອື່ນ. ບໍ່ວ່າເຮົາຈະລະວັງປານໃດ, ມັນຈະນຳໄປສູ່ບັນຫາສະເໝີ, ບໍ່ແມ່ນບໍ? 

ມີອີກຫຼາຍລັກສະນະຂອງພຶດຕິກຳທາງເພດທີ່ບໍ່ສົມຄວນ, ແຕ່ແນວຄວາມຄິດຕົ້ນຕໍ່ແມ່ນວ່າເຮົາບໍ່ປະພຶດຄືສັດ. ສັກຈະໂດດໃສ່ສັດອື່ນໂຕໃດກໍຕາມທີ່ມັນຢາກ, ບໍ່ວ່າໃຜຈະຢູ່ອ້ອມແອ້ມ. ມັນຢູ່ພາຍໃຕ້ການຄວບຄຸມຂອງຄວາມປາຖະໜາ ແລະ ຕັນຫາ - ອັນນີ້ແມ່ນສິ່ງທີ່ເຮົາຢາກຫຼີກລ່ຽງ. 

ສະນັ້ນ, ສິ່ງທີ່ເຮົາຢາກເຮັດ ແມ່ນການຕັ້ງຂອບເຂດໃດໜຶ່ງ ແລ້ວຕັດສິນໃຈຈຳກັດພຶດຕິກຳທາງເພດຂອງຕົນໃນກອບນັ້ນ, ບໍ່ອອກນອກຫັ້ນ. ຂອບເຂດທີ່ເຮົາຕັ້ງໄວ້ນັ້ນອາດກ່ຽວກັບຄວາມຖີ່, ປະເພດຂອງພຶດຕິກຳທາງເພດ, ທ່າການຮ່ວມເພດ, ຫຼື ແມ່ນຫຍັງກໍຕາມ. ຈຸດຂອງມັນແມ່ນການສ້າງຕັ້ງແນວທາງສຳລັບວິທີການດຳເນີນຊີວິດທາງເພດຂອງເຮົາ, ແລະ ບໍ່ພຽງແຕ່ເຮັດຫຍັງກໍຕາມທີ່ເຮົາຢາກເຮັດ, ເວລາທີ່ຢາກເຮັດ, ບ່ອນທີ່ຢາກເຮັດ, ແລະ ກັບຄົນທີ່ຢາກເຮັດ, ຄືສັດ. ສິ່ງນີ້ສຳຄັນຫຼາຍໃນແງ່ຂອງວິໄນຈັນຍາທັມ. ວິໄນຕົນເອງແມ່ນການຫັກຫ້າມຈາກການກ້າວອອກນອກກອບທີ່ວາງໄວ້, ເພາະເຮົາເຂົ້າໃຈວ່າການກ້າວອອກນອກແມ່ນຢູ່ບົນພື້ນຖານຂອງຕັນຫາ, ແລະ ຕັນຫາກໍເປັນສາເຫດຂອງບັນຫານັບບໍ່ຖ້ວນ. 

ການບໍລິໂພກສິ່ງມຶນເມົາ

ການບໍລິໂພກສິ່ງມຶນເມົາ ບໍ່ໄດ້ລວມຢູ່ໃນພຶດຕິກຳມ້າງເພເຫຼົ່ານີ້, ແຕ່ການເຊົາບໍລິໂພກເປັນສິ່ງທີ່ສຳຄັນໃນແງ່ຂອງການພັດທະນາຕົນເອງ. 

ເຮົາຢາກພັດທະນາສະມາທິ, ເຮົາຢາກພັດທະນາວິໄນ. ແຕ່, ເມື່ອເຮົາເມົາ, ເຮົາເສຍວິໄນ, ບໍ່ແມ່ນບໍ? ເຮົາກິນຢາທີ່ເຮັດໃຫ້ເຄີບເຄີ້ມ ຫຼື ກັນຊາ ແລ້ວເຮົາກໍເສຍສະມາທິ. ຈິດໃຈເຮົາຈະເຕັມໄປດ້ວຍຄວາມເລື່ອນລອຍ ແລະ ຈິນຕະນາການ. ຖ້າເຮົາເບິ່ງທີ່ຜົນກະທົບຂອງຢາຫຼາຍໂຕ, ຫຼື ເຫຼົ້າ, ແລະ ສົມທຽບໃສ່ສິ່ງທີ່ເຮົາຢາກບັນລຸໃນແງ່ຂອງການພັດທະນາຕົນເອງ, ເຮົາຈະເຫັນວ່າການເມົາຢາ ຫຼື ເຫຼົ້າ ເປັນສິ່ງທີ່ຂັດກັນ. ມັນສ້າງອຸປະສັກທີ່ຄົງຢູ່ບໍ່ພຽງແຕ່ໃນຊ່ວງເມົາເທົ່ານັ້ນ, ແຕ່ອາດມີສິ່ງຄົງຄ້າງ - ເຊັ່ນ ການເມົາຄ້າງ! ສະນັ້ນ ສິ່ງທີ່ດີແນ່ນອນແມ່ນການຕັ້ງຂໍ້ຈຳກັດຮູບແບບໃດໜຶ່ງໃຫ້ການບໍລິໂພກຂອງເຮົາ, ແລະ ແນ່ນອນສິ່ງທີ່ດີທີ່ສຸດແມ່ນເຊົາບໍລິໂພກໄປເລີຍ. 

ກອບການປະຕິບັດທີ່ຖືກຕ້ອງ (ພຶດຕິກຳທີ່ຖືກຕ້ອງ) 

ດ້ານໜຶ່ງຂອງວິໄນແມ່ນການຫັກຫ້າມຈາກພຶດຕິກຳປະເພດມ້າງເພ. ອີກດ້ານອື່ນແມ່ນການມີສ່ວນຮ່ວມໃນການກະທຳໃນທາງທີ່ກໍ່ສ້າງ, ແລະ ນີ້ແມ່ນສິ່ງທີ່ເອີ້ນວ່າ “ພຶດຕິກຳທີ່ຖືກຕ້ອງ.” 

ສະນັ້ນ, ແທນທີ່ຈະເອົາຊີວິດຂອງຜູ້ອື່ນ, ເຮົາຕັ້ງໃຈຊ່ວຍຮັກສາຊີວິດແທນ. ການນຳໃຊ້ໃນວົງກວ້າງແມ່ນການບໍ່ທຳລາຍສິ່ງແວດລ້ອມ, ແຕ່ດູແລມັນແທນ, ເພື່ອທີ່ວ່າສັດ ແລະ ປາຈະສາມາດດຳລົງຊີວິດໄດ້ຢ່າງອິດສະຫຼະ. ການໃຫ້ອາຫານໝູ, ຖ້າເຈົ້າມີ, ບໍ່ແມ່ນເພື່ອໃຫ້ມັນຕຸ້ຍ ແລ້ວເຈົ້າຈະໄດ້ກິນມັນ, ແຕ່ເພື່ອທີ່ວ່າມັນຈະໄດ້ເຕີບໃຫຍ່ - ນັ້ນແມ່ນການຮັກສາຊີວິດ. ການໃຫ້ອາຫານໝາ - ນັ້ນແມ່ນທາງໜຶ່ງທີ່ຈະຊ່ວຍຮັກສາຊີວິດ! ນອກນັ້ນຍັງມີການດູແລຄົນປ່ວຍ, ຫຼື ການຊ່ວຍຜູ້ຖືກບາດເຈັບ. 

ລອງຄິດຫາແມງວັນ ຫຼື ແມງເຜິ້ງທີ່ບິນເຂົ້າໄປໃນຫ້ອງຂອງເຈົ້າ. ມັນບໍ່ໄດ້ຢາກເຂົ້າໄປ. ມັນຢາກອອກໄປນອກ, ແຕ່ມັນບໍ່ຮູ້ວິທີ, ສະນັ້ນ ຖ້າເຈົ້າຂ້າມັນພຽງເພາະຄວາມຜິດທີ່ບິນເຂົ້າໄປໃນຫ້ອງເຈົ້າໂດຍບໍ່ຕັ້ງໃຈ, ມັນກໍບໍ່ດີປານໃດ, ແມ່ນບໍ? ເຈົ້າສາມາດຊ່ວຍໃຫ້ມັນອອກໄປນອກໄດ້ໂດຍການເປີດປ່ອງຢ້ຽມ ແລ້ວໄລ່ມັນອອກ - ນັ້ນແມ່ນການຊ່ວຍຮັກສາຊີວິດ. ແລະແມງເຜິ້ງກໍຍັງຢາກມີຊີວິດຢູ່! ຖ້ານົກບິນເຂົ້າໃນຫ້ອງຂອງເຈົ້າໂດຍບໍ່ຕັ້ງໃຈ, ເຈົ້າກໍອາດບໍ່ເອົາປືນມາຍິງມັນ, ແມ່ນບໍ? ແຕ່ລະຫວ່າງເຜິ້ງກັບນົກ ຄວາມແຕກຕ່າງກໍມີພຽງຂະໜາດ, ຮູບລັກ, ແລະ ສຽງຂອງມັນເທົ່ານັ້ນ. ຖ້າເຈົ້າບໍ່ມັກໃຫ້ແມງວັນເຂົ້າໄປໃນຫ້ອງ - ກໍຢ່າເປີດປ່ອງຢ້ຽມ, ຫຼື ໃສ່ຕາໜ່າງ! 

ຕໍ່ກັບການບໍ່ລັກ, ການກະທຳທີ່ຖືກແມ່ນການປົກປ້ອງຊັບສິນຂອງຜູ້ອື່ນ. ຖ້າມີຄົນໃຫ້ເຈົ້າຢືມເຄື່ອງ, ເຈົ້າກໍພະຍາຍາມສຸດຄວາມສາມາດທີ່ຈະບໍ່ເຮັດໃຫ້ມັນເພ. ເຈົ້າພະຍາຍາມທີ່ຈະຊ່ວຍໃຫ້ຜູ້ອື່ນມີເຄື່ອງດີໆ. 

ແທນພຶດຕິກຳທາງເພດທີ່ບໍ່ສົມຄວນ, ເຊິ່ງບໍ່ພຽງແຕ່ກວມເອົາການມີເພດກັບຜູ້ອື່ນ ແຕ່ກວມເອົາການມີເພດກັບຕົນເອງນຳ, ເຮົາຕ້ອງມີເມດຕາທາງເພດ ແລະ ເບົາມື, ບໍ່ເປັນຄືໝາເດືອນເກົ້າ. 

ຕົວຢ່າງອື່ນຂອງພຶດຕິກຳທີ່ຖືກ ແລະ ຜິດ 

ຖ້າເຮົາເບິ່ງເພີ່ມເຕີມຈາກການສົນທະນາຂອງເຮົາ, ເຮົາສາມາດເຫັນໄດ້ວ່າມີຫຼາຍດ້ານທີ່ກ່ຽວພັນກັບພຶດຕິກຳສາມປະເພດນີ້. 

ຕົວຢ່າງ, ເພີ່ມເຕີມຈາກການບໍ່ຂ້າ ແມ່ນການຢຸດປະຕິບັດຕໍ່ຜູ້ອື່ນໃນລັກສະນະຫຍາບຄາຍ, ເຊິ່ງບໍ່ພຽງແຕ່ກວມເອົາການບໍ່ທຸບຕີຜູ້ອື່ນ, ແຕ່ຍັງລວມເອົາການບໍ່ໃຫ້ເຂົາເຮັດວຽກເກີນໄປ ຫຼື ຜັກດັນເຂົາເກີນໄປ ໃຫ້ເຮັດໃນສິ່ງທີ່ອາດກໍ່ໃຫ້ເກີດອັນຕະລາຍທາງຮ່າງກາຍໃດໜຶ່ງ. ເຮົາສາມາດນຳໃຊ້ສິ່ງນີ້ກັບຕົນເອງເຊັ່ນກັນ - ເຮົາບໍ່ຄວນຂົ່ມເຫັງຕົນເອງໂດຍການເຮັດວຽກໜັກເກີນໄປ, ບໍ່ຄວນອົດອາຫານ, ຫຼື ນອນບໍ່ພໍ. ເຮົາມັກຄິດກ່ຽວກັບພຶດຕິກຳຂອງຕົນເອງໃນແງ່ຂອງຜູ້ອື່ນ, ແຕ່ສິ່ງສຳຄັນແມ່ນການໝູນໃຊ້ມັນກັບຕົນເອງເຊັ່ນກັນ. 

ຕໍ່ກັບການລັກ, ມັນບໍ່ພຽງແຕ່ການເອົາຂອງຜູ້ອື່ນ, ແຕ່ຍັງມີການໃຊ້ຂອງຜູ້ອື່ນໂດຍບໍ່ຂໍອະນຸຍາດ. ເຊັ່ນການເອົາໂທລະສັບຜູ້ອື່ນມາໂທໄປຕ່າງປະເທດ, ຫຼື ກິນອາຫານໃນຕູ້ເຢັນຂອງຜູ້ອື່ນໂດຍບໍ່ຂໍກ່ອນ. ການລັກເຂົ້າໂຮງໜັງໂດຍບໍ່ຈ່າຍເງິນ, ຫຼື - ຫຼາຍຄົນບໍ່ມັກທີ່ຈະໄດ້ຍິນຂໍ້ນີ້ - ການບໍ່ເສຍພາສີ! ນີ້ແມ່ນການລັກ. ເຮົາອາດຖຽງວ່າ, “ແຕ່, ຂ້ອຍບໍ່ຢາກເສຍພາສີເພາະມັນຖືກໃຊ້ເຂົ້າໃນການທະຫານ ແລະ ຊື້ອາວຸດ.” ແຕ່ໃນຄວາມເປັນຈິງແມ່ນວ່າມັນຖືກໃຊ້ເຂົ້າໃນການເຮັດຫົນທາງ ແລະ ສ້າງໂຮງໝໍ, ໂຮງຮຽນ ແລະ ອື່ນໆ. ຖ້າເຈົ້າຢາກໄດ້ສິ່ງເຫຼົ່ານັ້ນ, ແລ້ວ ເຈົ້າກໍຕ້ອງເສຍພາສີແດ່. 

ແລ້ວການດາວໂຫຼດຊອບແວ ຫຼື ວີດີໂອທີ່ບໍ່ໄດ້ຮັບໃບອະນຸຍາດ ຫຼື ປອມແປງເດ, ນີ້ແມ່ນການລັກບໍ່? ຂ້າພະເຈົ້າຄິດວ່າແມ່ນ, ໂດຍສະເພາະຖ້າມັນບອກແຈ້ງວ່າ, “ຫ້າມດາວໂຫຼດໂດຍບໍ່ຈ່າຍ,” ແລ້ວມັນກໍຈະແຈ້ງເຕີບ. ບໍ່ມີທາງທີ່ຈະເວົ້າວ່າມັນບໍ່ແມ່ນການລັກ. ແຕ່ຫຼັກການແມ່ນການຕັ້ງຂອບເຂດ. ມີຫຼາຍມາດຕະຖານນັບແຕ່ການເຮັດທຸກຢ່າງຕາມໃຈໂດຍບໍ່ຄິດເຖິງຜົນທີ່ຈະຕາມມາ, ຈົນເຖິງການບໍ່ເຮັດຫຍັງເລີຍ. ສຳລັບການລັກ, ເຮົາອາດເວົ້າວ່າ, “ຂ້ອຍຈະບໍ່ປົ້ນທະນາຄານ ຫຼື ລັກຈາກຮ້ານຄ້າ, ແຕ່ການດາວໂຫຼດໂດຍບໍ່ຈ່າຍເດ? ດຽວນີ້ຂ້ອຍຫຼີກລ່ຽງບໍ່ໄດ້ແທ້ໆ.” ຢ່າງໜ້ອຍສິ່ງນີ້ສ້າງກອບບາງຢ່າງ, ແຕ່ສິ່ງສຳຄັນຍັງແມ່ນການຍອມຮັບວ່າການດາວໂຫຼດໂດຍບໍ່ຈ່າຍແມ່ນການລັກ. ນອກນັ້ນ ມັນຍັງຕ່າງກັນຄົນລະໂຍດລະຫວ່າງການດາວໂຫຼດເມື່ອເຈົ້າມີເງິນຈ່າຍ, ກັບເມື່ອເຈົ້າບໍ່ມີ. ມັນຮ້າຍແຮງກວ່າເມື່ອເຈົ້າສາມາດຈ່າຍທຽບກັບເມື່ອເຈົ້າບໍ່ມີ, ພຽງເພື່ອຢາກປະຢັດ ຫຼື ຂົ່ມເຫັງຜູ້ອື່ນ. ອັນນີ້ເປັນສິ່ງທີ່ຄວນຫຼີກລ່ຽງ. 

ຕໍ່ຈຸດຂອງການລັກນີ້ ເຮົາອາດເບິ່ງທີ່ຕົນເອງ - ເຮົາສາມາດຢຸດສິ້ນເປືອງເງິນໄປກັບສິ່ງກະຈຸກກະຈິກ. ການພະນັນ, ຕົວຢ່າງ, ແມ່ນການໃຊ້ຊັບສິນຂອງຕົນໄປໃນທາງທີ່ຜິດ. ເຮົາຍັງບໍ່ຄວນຂີ້ຖີ່ກັບຕົນເອງ, ເມື່ອເຮົາສາມາດຈ່າຍໄດ້. ເຈົ້າມີເງິນທີ່ຈະກິນອາຫານທີ່ມີປະໂຫຍດ ແລະ ຊື້ອາຫານດີໆ, ແຕ່ເຈົ້າພັດຂີ້ຖີ່ ແລ້ວຊື້ອາຫານລາຄາຖືກ, ຄຸນະພາບຕ່ຳ. ອັນນີ້ຢາກວ່າຄືກັບເຮົາລັກຈາກຕົນເອງ! 

ເວົ້າເລື່ອງພຶດຕິກຳທາງເພດທີ່ບໍ່ສົມຄວນ, ມັນບໍ່ແມ່ນແຕ່ການຜັກດັນຕົນເອງໃສ່ຜູ້ອື່ນ ຫຼື ຄູ່ຂອງເຮົາ, ການຢຸດຮ່ວມເພດທີ່ອາດເປັນອັນຕະລາຍຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເຮົາກໍເຊັ່ນກັນ. ຕົວຢ່າງ, ເຈົ້າພົບຄົນທີ່ເຈົ້າມັກ, ແລ້ວດ້ານໜຶ່ງເຈົ້າຢາກມີເພດນຳເຂົາ. ແຕ່ບັນຫາແມ່ນວ່າເຂົາມີບັນຫາທາງອາລົມຫຼາຍຢ່າງ ແລະ ຄວາມຫຍຸ້ງຍາກແນວອື່ນອີກ, ແລະ ເຈົ້າກໍຮູ້ວ່າຖ້າເຈົ້າໄປກ່ຽວຂ້ອງກັບເຂົາ, ກໍຈະມີບັນຫາຕາມມາໃນພາຍໜ້າ. ສະນັ້ນ ເພື່ອສຸຂະພາບຂອງຕົນເອງ, ເຈົ້າຈິ່ງບໍ່ໄປກ່ຽວຂ້ອງ. ເຮົາບໍ່ຄວນຖືກຂັບເຄື່ອນດ້ວຍຕັນຫາ ພຽງເພາະຄົນງາມ! 

ເຮັດແນວໃດເວລາເຮົາອອກນອກຂອບເຂດທີ່ເຮົາຕັ້ງໄວ້

ມັນຫຼີກລ່ຽງບໍ່ໄດ້ທີ່ບາງເວລາເຮົາຈະອອກນອກກອບທີ່ເຮົາຕັ້ງໄວ້ກັບພຶດຕິກຳຂອງຕົນ, ສະນັ້ນ ພຣະພຸດທະສາສະໜາຈິ່ງສະໜອງຊຸດປໍລະປັກເພື່ອຮັບມືກັບສະຖານະການເຫຼົ່ານັ້ນ: 

  • ຍອມຮັບ ສິ່ງທີ່ເຮົາໄດ້ເຮັດ. ຊື່ສັດກັບຕົນເອງ. 
  • ກິນແໜງ ກັບການກະທຳນັ້ນ, ສຳນຶກວ່າເຮົາບໍ່ໜ້າເຮັດສິ່ງນັ້ນໄປເລີຍ. ສິ່ງນີ້ຕ່າງຈາກຄວາມຮູ້ສຶກຜິດ, ຄືເຮົາຈະຄິດກັບຕົນເອງວ່າເປັນຄົນບໍ່ດີ ແລະ ບໍ່ຍອມປ່ອຍຄວາມຄິດນັ້ນໄປ. 
  • ຕັ້ງຈິດອະທິຖານ ວ່າຈະພະຍາຍາມບໍ່ກະທຳສິ່ງນັ້ນອີກ. 
  • ຢ້ຳຄືນ ແຮງຈູງໃຈຂອງເຮົາ, ວ່າເຮົາຈະບໍ່ຢາກໄປກາຍຂອບເຂດ ເພາະມັນຈະນຳໄປສູ່ຄວາມບໍ່ເປັນສຸກ ແລະ ສ້າງບັນຫາ. 
  • ນຳໃຊ້ປໍລະປັກ. ຕົວຢ່າງ, ຖ້າເຈົ້າຮ້ອງດ່າບາງຄົນ, ເຈົ້າສາມາດຂໍໂທດເຂົາດ້ວຍຄວາມຈິງໃຈໄດ້, ໂດຍອະທິບາຍວ່າເຈົ້າອາລົມບໍ່ດີ ຫຼື ແມ່ນຫຍັງກໍແລ້ວແຕ່. 

ການຫາລ້ຽງຊີບ 

ອັນນີ້ກ່ຽວກັບວິທີທີ່ເຮົາຫາຢູ່ຫາກິນ, ບາງອັນກໍມີຈັນຍາທັມ ແລະ ບາງອັນກໍບໍ່ມີ. 

ການຫາລ້ຽງຊີບທີ່ຜິດ 

ອັນນີ້ກ່ຽວກັບການຫຼີກລ່ຽງການຫາເງິນຈາກອຸດສາຫະກຳທີ່ເປັນໄພ, ຫຼື ໃນທາງທີ່ເປັນໄພຕໍ່ຕົນເອງ ແລະ ຜູ້ອື່ນ, ເຊິ່ງຕົວຢ່າງລວມມີ: 

  • ການຜະລິດ ຫຼື ຄ້າຂາຍອາວຸດ 
  • ການຂ້າສັດ, ລ່າສັດ, ຫາປາ, ແລະ ການກຳຈັດແມງໄມ້ 
  • ການເຮັດ, ຂາຍ ຫຼື ບໍລິການເຫຼົ້າ ຫຼື ຢາ 
  • ການດຳເນີນທຸລະກິດຄາຊີໂນການພະນັນ
  • ການຕີພິມ ແລະ ຈຳໜ່າຍຮູບພາບລາມົກ. 

ການຫາລ້ຽງຊີບປະເພດນີ້ພາໃຫ້ເກີດໄພຕໍ່ຜູ້ອື່ນ ຫຼື, ດັ່ງເຊັ່ນຮູບພາບລາມົກ, ພາໃຫ້ເກີດຕັນຫາ ແລະ ຄວາມປາຖະໜາທີ່ມີແຕ່ຈະເພີ່ມຂຶ້ນ. ເຖິງແມ່ນວ່າເຮົາຈະເຮັດວຽກແບບທຳມະດາ, ສິ່ງສຳຄັນແມ່ນຄວາມຊື່ສັດ, ແລະ ຫຼີກລ່ຽງຄວາມບໍ່ຊື່ສັດ: 

  • ການຂູດເລືອດຂູດເນື້ອລູກຄ້າ, ພະຍາຍາມເອົາເງິນນຳເຂົາໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້
  • ການສໍ້ໂກງ, ການເອົາທຶນຈາກທຸລະກິດໄປໃຊ້ເອງ 
  • ການຂູ່ເອົາເງິນ, ການຂົ່ມຂູ່ຜູ້ອື່ນເພື່ອໃຫ້ໄດ້ເງິນຈາກເຂົາ 
  • ການໃຫ້ສິນບົນ
  • ການຂູດຮີດຜູ້ອື່ນ 
  • ການໂຄສະນາຫຼອກລວງ 
  • ອາຫານ ຫຼື ຜະລິດຕະພັນທີ່ມີສານປອມປົນເພື່ອໃຫ້ໄດ້ເງິນກຳໄລຫຼາຍຂຶ້ນ. 

ມີຫຼາຍວິທີບໍ່ຊື່ສັດທີ່ໃຊ້ຫາເງິນ! ເຮົາຕ້ອງນຳໃຊ້ວິໄນຈັນຍາທັມເພື່ອຫຼີກລ່ຽງການຫາລ້ຽງຊີບປະເພດນີ້. 

ການຫາລ້ຽງຊີບທີ່ຖືກຕ້ອງ 

ເຮົາຄວນແນໃສ່ຫາລ້ຽງຊີບໃນທາງທີ່ຊື່ສັດ ແລະ ສາມາດເປັນປະໂຫຍດຕໍ່ສັງຄົມ, ເຊັ່ນ: 

  • ການແພດ 
  • ວຽກສັງຄົມສົງເຄາະ 
  • ການຄ້າຍຸຕິທຳ 
  • ການຜະລິດ ຫຼື ຂາຍສິນຄ້າ ແລະ ບໍລິການທີ່ເປັນປະໂຫຍດຕໍ່ຜູ້ອື່ນ. 

ອັນໃດກໍຕາມທີ່ປະກອບສ່ວນໃຫ້ກັບສັງຄົມທີ່ເຄື່ອນໄຫວດີ ແລະ ສະຫວັດດີການຂອງຜູ້ອື່ນ ແມ່ນດີໝົດ. ນອກຈາກນີ້ແລ້ວ, ເຮົາກໍຄວນ: 

  • ບໍ່ໂກງຜູ້ອື່ນ, ບໍ່ຂູດເລືອດຂູດເນື້ອເຂົາ 
  • ຕັ້ງລາຄາທີ່ຍຸຕິທຳ, ເພື່ອວ່າເຮົາສາມາດສ້າງກຳໄລ, ແຕ່ໃນຄວາມສົມມາພາຄວນ 
  • ຈ່າຍຄ່າແຮງໃຫ້ພະນັກງານຢ່າງດີ, ເພື່ອວ່າເຮົາຈິ່ງບໍ່ຂູດຮີດເຂົາ. 

ຈຸດໜຶ່ງທີ່ມັກພົ້ນຂຶ້ນມາໃນຄຳຖາມແມ່ນກ່ຽວກັບຄວາມຈຳເປັນ. ຕອນທີ່ຂ້າພະເຈົ້າເປັນຜູ້ແປພາສາໃຫ້ກັບພຣະອາຈານທິເບດອົງໜຶ່ງໃນປະເທດອໍສເຕຣເລຍ, ບ່ອນທີ່ມີແກະຫຼາຍ, ແລ້ວມີຜູ້ໜຶ່ງຖາມຂຶ້ນວ່າ, “ໃນເມືອງທີ່ຂ້າພະເຈົ້າອາໄສຢູ່, ວຽກດຽວທີ່ເຮັດໄດ້ແມ່ນການລ້ຽງແກະ, ເຊິ່ງຈະຖືກນຳໄປໃຊ້ເອົາຂົນ ແລະ ຊີ້ນ. ຂ້າພະເຈົ້າຄວນເຮັດແນວໃດ? ຂ້າພະເຈົ້າບໍ່ສາມາດຍ້າຍໄປຢູ່ເມືອງອື່ນ ເພື່ອຫາວຽກອື່ນເຮັດໄດ້.” ພຣະອາຈານທິເບດໄດ້ກ່າວວ່າ, “ສິ່ງສຳຄັນແມ່ນການຊື່ສັດຕໍ່ວຽກທີ່ທ່ານເຮັດ ແລະ ບໍ່ໂກງຜູ້ອື່ນ, ແລະ ສຳລັບຕົວທ່ານເອງແມ່ນບໍ່ຂົ່ມເຫັງແກະນັ້ນ ແຕ່ປະຕິບັດຕໍ່ພວກມັນດ້ວຍຄວາມເມດຕາ, ໃຫ້ອາຫານ, ແລະ ດູແລພວກມັນເປັນຢ່າງດີ.” ສະນັ້ນ, ຈຸດເນັ້ນໜັກສຳຄັນແມ່ນຢູ່ທີ່ຄວາມເມດຕາ ແລະ ຄວາມຊື່ສັດ. 


ສະຫຼຸບ 

ເມື່ອເຮົາເບິ່ງຄຳແນະນຳທີ່ເຮົາໄດ້ຈາກເສັ້ນທາງປະຕິບັດມີແປດປະການແລ້ວ, ເຮົາກໍບໍ່ຄວນຖືເອົາສິ່ງເຫຼົ່ານີ້ເປັນລະບຽບທີ່ບັງຄັບເຮົາ, ແຕ່ເປັນຄືກອບທີ່ປົດປ່ອຍເຮົາຈາກການປະພຶດທາງລົບ, ເຊິ່ງມີແຕ່ຈະພາໃຫ້ເກີດໄພຕໍ່ຕົນເອງ ແລະ ຜູ້ອື່ນເທົ່ານັ້ນ.

Top