8 ຂໍ້ແນະນຳທາງພຸດເພື່ອຄວາມສຸກ

How to 8 tips for happiness?sha=2419aed6778a7d5b

ຄວາມສຸກເປັນສິ່ງທີ່ເຮົາທັງໝົດຢາກຮູ້ສຶກບໍ່ວ່າຈະເກີດຫຍັງຂຶ້ນ. ແຕ່ຈະເປັນຄົນທີ່ເປັນສຸກ, ສາມາດຈັດການກັບສິ່ງທີ່ເກີດຂຶ້ນໃນຊີວິດໄດ້ແນວໃດ? ຕໍ່ໄປນີ້ແມ່ນຂໍ້ແນະນຳຈາກພຣະພຸດທະສາສະໜາ:

  1. ໃຊ້ເວລາງຽບໆ ໃນແຕ່ລະວັນ - ສະຫງົບຈິດໃຈໂດຍການສຸມໃສ່ລົມຫາຍໃຈຂອງເຮົາ.
  2. ເມື່ອຢູ່ກັບຄົນອື່ນ, ໃຫ້ລະວັງພຶດຕິກຳ ແລະ ການເວົ້າຂອງເຮົາ; ເມື່ອຢູ່ກັບຕົນເອງ, ໃຫ້ລະວັງຄວາມຄິດ - ພະຍາຍາມປະພຶດ, ເວົ້າ ແລະ ຄິດໃນທາງສ້າງສັນ.
  3. ເຮັດສິ່ງດີໆ ເພື່ອຜູ້ໃດຜູ້ໜຶ່ງທຸກວັນ - ເປັນຫ່ວງເປັນໄຍຢ່າງຈິງໃຈຕໍ່ຄວາມສຸກຂອງເຂົາ.
  4. ເປັນຄົນເອື້ອເຟື້ອເຜື່ອແຜ່ ຕໍ່ຜູ້ອື່ນ - ມັນຈະສົ່ງເສີມຄວາມຮູ້ສຶກເຖິງຄຸນຄ່າຂອງຕົນເອງ.
  5. ສຸມໃສ່ຈຸດແຂງຂອງຕົນເອງ ແລະ ຜູ້ອື່ນ - ໃຫ້ຂໍ້ສະເໜີທີ່ເປັນປະໂຫຍດເມື່ອມີບັນຫາເກີດຂຶ້ນ.
  6. ລືມຄວາມຜິດທີ່ຄົນອື່ນໄດ້ເຮັດ - ຝຶກການໃຫ້ອະໄພ.
  7. ລືມຄວາມຜິດຂອງຕົນເອງ - ໃຫ້ອະໄພຕົນເອງ.
  8. ຍອມຮັບຄວາມເປັນຈິງ - ຊີວິດນີ້ເຕັມແຕ່ຂຶ້ນໆ ລົງໆ, ແຕ່ບໍ່ວ່າສິ່ງຕ່າງໆ ຈະເຮວຮ້າຍປານໃດ, ທຸກຢ່າງກໍຈະຜ່ານໄປ.

ການມີຄວາມສຸກບໍ່ໄດ້ມາຈາກສູນ; ເຮົາຕ້ອງອອກແຮງກັບມັນ. ແຕ່ດ້ວຍການຝຶກຝົນ, ທຸກຄົນຈະສາມາດດຳເນີນຊີວິດທີ່ເປັນສຸກໄດ້.


Top