ຄຳນຳ
ອະຣິຍະສັດສີ່
ພຣະພຸດທະເຈົ້າໄດ້ມີຊີວິດຢູ່ປະມານ 2,500 ປີຜ່ານມາໃນອິນເດຍ. ຍ້ອນວ່າລູກສິດຂອງພຣະອົງມີນິໄສ ແລະ ຄວາມສາມາດທີ່ແຕກຕ່າງກັນ, ພຣະອົງຈິ່ງໄດ້ສອນແຕ່ລະຄົນໃນແບບສະເພາະທີ່ເໝາະສົມກັບຄວາມເຂົ້າໃຈຂອງເຂົາເຈົ້າຫຼາຍທີ່ສຸດ. ແຕ່ສິ່ງທຳອິດທີ່ພຣະອົງໄດ້ສອນສຳລັບທຸກຄົນແມ່ນຄວາມຮູ້ແຈ້ງພື້ນຖານຂອງພຣະອົງວ່າພຣະອົງໄດ້ຕັດສະຮູ້ແນວໃດ: ພຣະອົງໄດ້ສອນສິ່ງທີ່ພຣະອົງເອີ້ນວ່າ “ອະຣິຍະສັດສີ່.” ເຫຼົ່ານີ້ແມ່ນຄວາມຈິງທີ່ແທ້ຈິງສີ່ປະການກ່ຽວກັບຊີວິດທີ່ຄົນທົ່ວໄປບໍ່ເຫັນວ່າເປັນຄວາມຈິງ, ແຕ່ຜູ້ມີຄວາມບັນລຸສູງ (ພຣະອະຣິຍະ) ທີ່ໄດ້ເຫັນຄວາມຈິງທີ່ບໍ່ແມ່ນແຕ່ແນວຄວາມຄິດຈະເຫັນວ່າມັນເປັນຄວາມຈິງ. ເວົ້າຫຍໍ້ໆ, ຄວາມຈິງສີ່ປະການນເຫຼົ່ານີ້ຕອບຄຳຖາມຕໍ່ໄປນີ້:
- ແມ່ນຫຍັງຄືປະເພດຄວາມທຸກ ແລະ ບັນຫາທີ່ແທ້ຈິງທີ່ທຸກຄົນປະສົບໃນຊີວິດ?
- ສາເຫດຂອງມັນແມ່ນຫຍັງ?
- ເປັນໄປໄດ້ບໍ່ທີ່ຈະກຳຈັດບັນຫາເຫຼົ່ານີ້, ເພື່ອບັນລຸການຢຸດເພື່ອບໍ່ໃຫ້ເກີດຂຶ້ນອີກ?
- ແມ່ນຫຍັງຄືຄວາມເຂົ້າໃຈທີ່ຈະນຳມາເຊິ່ງການຢຸດນັ້ນເພາະມັນຈະຕັດສາເຫດຂອງຄວາມທຸກ?
ຄຳຕອບສຳລັບຄຳຖາມເຫຼົ່ານີ້ເປັນໂຄງສ້າງພື້ນຖານຂອງສິ່ງທີ່ພຣະພຸດທະເຈົ້າໄດ້ສອນລົງເລິກໃນຊີວິດຊ່ວງທີ່ເຫຼືອຂອງພຣະອົງ, ແລະ ອັນນີ້ແມ່ນສິ່ງທີ່ພຣະອົງໄດ້ສອນເປັນທຳອິດ.
ເມື່ອເຮົາເບິ່ງອະຣິຍະສັດສີ່ເຫຼົ່ານີ້, ມັນບໍ່ໄດ້ມີຢູ່ໂດດດ່ຽວແຕ່ມັນເອງ. ມັນເລີ່ມແຕ່ພື້ນຖານ, ແລະ ນຳໄປສູ່ເປົ້າໝາຍເມື່ອເຂົ້າໃຈຢ່າງຖ່ອງແທ້. ເວົ້າງ່າຍໆ, ພື້ນຖານຂອງຄວາມຈິງທັງສີ່ປະການເຫຼົ່ານີ້ - ຄວາມຈິງທັງສີ່ຂອງຊີວິດ - ແມ່ນຄວາມເປັນຈິງ.
ແລ້ວ, ຖ້າເຮົາຢາກສະຫຼຸບພຣະພຸດທະສາສະໜາໃນໜຶ່ງຄຳ, ດັ່ງທີ່ໝູ່ຂອງຜູ້ຂ້າທີ່ເປັນອາຈານສອນພຣະພຸດທະສາສະໜາຄືກັນໄດ້ເຄີຍກ່າວໄວ້, ຄຳນັ້ນຈະແມ່ນ “ຄວາມເປັນຈິງ.”
ຖ້າເຮົາສາມາດເຫັນຄວາມເປັນຈິງ ແລະ ເຂົ້າໃຈ ແລະ ຍອມຮັບມັນໂດຍບໍ່ສາຍພາບເຖິງສິ່ງທີ່ເປັນໄປບໍ່ໄດ້ ແລະ ບໍ່ເປັນຈິງ, ເຮົາຈະສາມາດຮັບມືກັບສະຖານະການບັນຫາໃນຊີວິດຂອງເຮົາໄດ້ໃນທາງທີ່ເປັນຈິງ.
ສະນັ້ນ ຄຳສອນກ່ຽວກັບຄວາມເປັນຈິງຈິ່ງແມ່ນພື້ນຖານຂອງຄວາມຈິງສີ່ປະການເຫຼົ່ານີ້. ແຕ່, ຄວາມເປັນຈິງຄອບຄຸມຫຼາຍລະດັບຂອງການດຳລົງຢູ່ ແລະ ການເຮັດວຽກແນວໃດຂອງສິ່ງຕ່າງໆ ໃນຊີວິດ . ພຣະພຸດທະເຈົ້າໄດ້ສອນກ່ຽວກັບທັງໝົດນັ້ນແລ້ວ.
ພຣະຣັດຕະນະໄຕຣ
ຈາກອະຣິຍະສັດສີ່ເຫຼົ່ານີ້ ສິ່ງທີ່ຈະແຈ້ງແມ່ນທິດທາງທີ່ເຮົາຕ້ອງວາງໃນຊີວິດເພື່ອເອົາຊະນະຄວາມທຸກ ແລະ ບັນຫາ. ທິດທາງນີ້ແມ່ນຊີ້ບອກໂດຍສິ່ງທີ່ພຣະພຸດທະສາສະໜາເອີ້ນວ່າ “ພຣະຣັດຕະນະໄຕຣ” ຫຼື ແກ້ວແຫ່ງທີ່ເພິ່ງສາມປະການ - ພຣະພຸດ, ພຣະທັມ, ພຣະສົງ. ແຕ່ລະອັນມີຫຼາຍລະດັບຄວາມໝາຍ, ແຕ່ໃນລະດັບທີ່ເລິກທີ່ສຸດ, ມັນໝາຍເຖິງ:
- ພຣະທັມ - ເປົ້າໝາຍທີ່ເຮົາມຸ່ງໝັ້ນ, ເຊັ່ນ ການຕັດບັນຫາ ແລະ ສາເຫດອອກໄປຈາກຕົວເຮົາ, ແລະ ການບັນລຸຄວາມເຂົ້າໃຈທີ່ສົມບູນທີ່ຈະຕັດມັນອອກໄປຈາກເຮົາຕະຫຼອດການ.
- ພຣະພຸດທະເຈົ້າ - ຜູ້ທີ່ໄດ້ບັນລຸເປົ້າໝາຍນັ້ນຢ່າງສົມບູນ ແລະ ທີ່ສອນວິທີທີ່ເຮົາຈະເຮັດແນວນັ້ນ.
- ພຣະສົງ - ຜູ້ທີ່ກຳລັງປະຕິບັດຕາມຄຳສອນ ແລະ ໄດ້ບັນລຸເປົ້າໝາຍແລ້ວສ່ວນໜຶ່ງ, ແຕ່ຍັງບໍ່ສົມບູນ.
ຄຳພາວະນາເຖິງ 17 ພຣະອາຈານໃຫຍ່ນາລັນທາ
ອົງພຣະດາໄລລາມະໄດ້ຂຽນຂໍ້ຄວາມທີ່ສວຍງານເພື່ອເປັນການຂໍແຮງບັນດານໃຈຈາກພຣະອາຈານໃຫຍ່ 17 ອົງຈາກອາຣາມໃຫຍ່ໃນອິນເດຍບູຮານ, ເອີ້ນວ່ານາລັນທາ ແລະ ມີອາຍຸປະມານພັນປີ. ດຳເນີນການຄ້າຍຄືອາຣາມ, ມັນເປັນມະຫາວິທະຍາໄລທີ່ມີຊື່ສຽງທີ່ສຸດໃນສະໄໝນັ້ນ ແລະ ສ້າງພຣະອາຈານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະພຸດທະສາສະໜາສາຍອິນເດຍ. ອົງພຣະດາໄລລາມະໄດ້ຂຽນບົດຄວາມນີ້ໃນຮູບແບບຂອງຄຳພາວະນາເຖິງພຣະອາຈານທັງ 17 ແຕ່ລະອົງທີ່ມີຊື່ສຽງທີ່ສຸດເຫຼົ່ານີ້: “ຂໍໃຫ້ດົນໃຈໃຫ້ຜູ້ຂ້າເດີນຕາມຮອຍພຣະບາດຂອງພຣະອົງ.” ຫຼັງຈາກໂຄງກອນຄຳຂໍສຳລັບແຕ່ລະອົງເຫຼົ່ານີ້ແລ້ວ, ທ່ານສົມເດັດໄດ້ສະຫຼຸບດ້ວຍໂຄງທົ່ວໄປອີກຫຼາຍຂໍ້ທີ່ສົ່ງເຖິງພວກທ່ານທັງໝົດ.
ສິ່ງທີ່ຜູ້ຂ້າຢາກນຳສະເໜີແມ່ນຄຳບັນຍາຍກ່ຽວກັບໜຶ່ງໃນໂຄງສຸດທ້າຍເຫຼົ່ານັ້ນ. ມັນສັງລວມສິ່ງທີ່ຜູ້ຂ້າຫາກໍ່ອະທິບາຍໄປກ່ຽວກັບຄວາມເປັນຈິງ (ຄວາມຈິງສອງປະການ), ອະຮິຍະສັດສີ່, ແລະ ແກ້ວແຫ່ງທີ່ເພິ່ງສາມປະການ. ທີ່ເພິ່ງ ພຽງແຕ່ໝາຍຄວາມວ່າຖ້າເຮົາໄປໃນທິດທາງທີ່ລະບຸໄວ້ໃນສາມຂໍ້ເຫຼົ່ານີ້ ແລ້ວ, ເຮົາກໍຈະປົກປ້ອງຕົນເອງຈາກຄວາມທຸກ ແລະ ບັນຫາ.
ກອນນັ້ນມີຢູ່ວ່າ:
ໂດຍການຮູ້ຄວາມໝາຍຂອງຄວາມຈິງທັງສອງ, ເຊິ່ງເປັນຮາກຖານ, ວິຖີທີ່ທຸກສິ່ງຄົງຢູ່,
“ຄົງຢູ່” ໝາຍເຖິງວິທີການດຳລົງຢູ່, ວິທີການດຳເນີນຂອງສິ່ງຕ່າງໆ. ເວົ້າອີກແນວໜຶ່ງແມ່ນການຮູ້ຄວາມຈິງ.
ເຮົາໝັ້ນໃຈກ່ຽວກັບວິທີ, ຜ່ານຄວາມຈິງສີ່ປະການ, ທີ່ເຮົາສືບຕໍ່ເຂົ້າສູ່ ແລະ ສາມາດຍ້ອນຄືນການກັບຊາດມາເກີດຊ້ຳ ໆ ທີ່ຄວບຄຸມບໍ່ໄດ້.
ຖ້າເຮົາເຂົ້າໃຈຄວາມເປັນຈິງ, ເຮົາຈະເຂົ້າໃຈ, ຜ່ານຄວາມຈິງສີ່ປະການເຫຼົ່ານີ້, ວິທີທີ່ເຮົາເຮັດໃຫ້ບັນຫາຄົງຢູ່, ລວມເຖິງວິທີທີ່ເຮົາຈະຕັດມັນອອກໄປຈາກຕົນ.
ນຳມາໂດຍຄວາມຮັບຮູ້ທີ່ຖືກຕ້ອງ, ແລ້ວຄວາມເຊື່ອໝັ້ນຂອງເຮົາທີ່ວ່າພຣະຣັດຕະນະໄຕຣເປັນຄວາມຈິງນັ້ນຈະໝັ້ນຄົງ.
ຈື່ໄວ້ວ່າພຣະຣັດຕະນະໄຕຣຖືກກຳນົດຂຶ້ນໃນແງ່ຂອງເປົ້າໝາຍທີ່ແທ້ຈິງທີ່ເຮົາສາມາດບັນລຸໄດ້ - ການຢຸດບັນຫາທັງໝົດຂອງເຮົາໂດຍສິ້ນເຊີງເພື່ອທີ່ວ່າມັນຈະບໍ່ເກີດຂຶ້ນອີກ ແລະ ຄວາມເຂົ້າໃຈທີ່ຈະນຳມາເຊິ່ງສິ່ງນັ້ນ.
ຖ້າເຮົາຢາກປະຕິບັດຕາມເສັ້ນທາງພຣະພຸດທະສາສະໜາ, ເຮົາຈະແນໃສ່ເປົ້າໝາຍ. ເຮົາຈະຮູ້ແນວໃດວ່າເປົ້າໝາຍນັ້ນເປັນໄປໄດ້ທີ່ຈະບັນລຸ? ມັນເປັນພຽງນິຍາຍບໍ? ມັນເປັນພຽງເລື່ອງລາວທີ່ດີ ຫຼື ມັນເປັນຄວາມຈິງແທ້? ຫຼາຍຄົນຈະມຸ່ງໝັ້ນເພື່ອເປົ້າໝາຍນັ້ນໂດຍອາໄສສັດທາ: “ພຣະອາຈານຂອງເຮົາໄດ້ບອກວ່າເປັນແນວນັ້ນ. ແລະສະນັ້ນ, ເຮົາກໍຢາກເຊື່ອ, ສະນັ້ນເຮົາຈະເຊື່ອ.”
ວິທີນີ້ສາມາດໃຊ້ໄດ້ກັບຫຼາຍຄົນ, ແຕ່ກໍບໍ່ແມ່ນວິທີການປະຕິບັດທີ່ໝັ້ນຄົງທີ່ສຸດສະເໝີໄປ. ຫຼັງຈາກປະຕິບັດເປັນເວລາດົນ, ສິ່ງທີ່ມັກເກີດຂຶ້ນແມ່ນວ່າເຮົາຈະເລີ່ມຕັ້ງຄຳຖາມວ່າ ເຮົາກຳລັງເຮັດຫຍັງ? ອັນນີ້ແມ່ນຍ້ອນເຮົາຍັງປະສົບຄວາມໂມໂຫ, ຄວາມຍຶດຕິດ, ຄວາມເຫັນແກ່ຕົວ, ແລະ ອື່ນໆ - ເຊິ່ງເປັນຕົວກໍ່ບັນຫາອັນແທ້ຈິງ - ແລະ ມັນກໍກຳຈັດອອກໄປໄດ້ຍາກແທ້ໆ. ສະນັ້ນ ຄວາມຄືບໜ້າຈິ່ງຊ້າຫຼາຍ. ແຕ່ເຮົາຕ້ອງສຳນຶກໃຫ້ໄດ້ວ່າຄວາມກ້າວໜ້າບໍ່ເປັນເສັ້ນຊື່: ມັນຂຶ້ນໆ ລົງໆ ສະເໝີ. ບາງວັນກໍດີຂຶ້ນ ແລະ ບາງວັນກໍຂີ້ຮ້າຍລົງ. ຖ້າເຮົາປະຕິບັດວິທີການທາງພຣະພຸດທະສາສະໜາບົນພື້ນຖານຂອງສັດທາເທົ່ານັ້ນ, ເຮົາສາມາດທໍ້ໃຈໄດ້ ເພາະວິທີນີ້ເບິ່ງບໍ່ຄືກັບວ່າເຮົາກຳລັງກ້າວໄປໜ້າ. ແລ້ວເຮົາຈະຕັ້ງຄຳຖາມວ່າ: “ເອົາລະ, ມັນເປັນໄປໄດ້ແທ້ບໍທີ່ຈະບັນລຸເປົ້າໝາຍນີ້?”
ນັ້ນແມ່ນເຫດຜົນທີ່ໂຄງນີ້ຂຽນວ່າ: “ນຳມາໂດຍຄວາມຮັບຮູ້ທີ່ຖືກຕ້ອງ.” ເວົ້າອີກແນວໜຶ່ງ, ເມື່ອເຮົາໄດ້ເຂົ້າໃຈຢ່າງແທ້ຈິງ - ບົນພື້ນຖານຂອງຕັກກະສາດ ແລະ ເຫດຜົນ - ວ່າເປົ້າໝາຍນັ້ນມີຢູ່ແທ້ ແລະ ເປັນໄປໄດ້ທີ່ຈະບັນລຸເປົ້າໝາຍນັ້ນ, ແລ້ວຄວາມເຊື່ອໝັ້ນຂອງເຮົາກ່ຽວກັບເປົ້າໝາຍ, ຄວາມເປັນໄປໄດ້ໃນການບັນລຸເປົ້າໝາຍ ແລະ ການທີ່ມີຄົນທີ່ໄດ້ບັນລຸແທ້ແລ້ວ ກໍຈະໝັ້ນຄົງຂຶ້ນອີກ. ເຮົາເຊື່ອວ່າປະເດັນເຫຼົ່ານີ້ແມ່ນຄວາມຈິງ, ບໍ່ພຽງແຕ່ຍ້ອນມັນຖືກບັນທຶກໄວ້ໃນພຣະຄຳພີບາງເຫຼັ້ມ. ເຮົາເຊື່ອໝັ້ນວ່າສິ່ງເຫຼົ່ານີ້ເປັນຄວາມຈິງເພາະຄວາມເປັນຈິງທັງສອງຄືຄວາມຈິງ, ແລະ ຄວາມຈິງທັງສີ່ ແລະ ທີ່ເພິ່ງທັງສາມນັ້ນເປັນໄປຕາມຫຼັກຕັກກະສາດບົນພື້ນຖານຂອງຄວາມເປັນຈິງ.
ຂໍໃຫ້ສ້າງແຮງບັນດານໃຈໃຫ້ຜູ້ຂ້າປູກຝັງຮາກເຫງົ້າຂອງຈິດໃຈເສັ້ນທາງທີ່ນຳໄປສູ່ຄວາມຫຼຸດພົ້ນ.
ເຮົາປູກແກ່ນ, ແຕ່ໃນທີ່ນີ້ເຮົາປູກ “ຮາກ”, ບໍ່ແມ່ນແກ່ນ. ການເລືອກໃຊ້ຄຳນີ້ບົ່ງຊີ້ວ່າໂຄງສ້າງຂອງຄວາມຈິງສອງປະການ, ຄວາມຈິງສີ່ປະການ ແລະ ທີ່ເພິ່ງທັງສາມ ແມ່ນຮາກເຫງົ້າຂອງເສັ້ນທາງປະຕິບັດພຣະພຸດທະສາສະໜາທັງໝົດ, ເນື່ອງຈາກວ່າທຸກຢ່າງສືບເນື່ອງມາຈາກສິ່ງນີ້. ດ້ວຍຮາກທີ່ຝັງແໜ້ນໃນຈິດໃຈຂອງເຮົາ, ການປະຕິບັດທັງໝົດຕັ້ງຢູ່ບົນພື້ນຖານຂອງຄວາມເຊື່ອໝັ້ນ. ເຮົາເຂົ້າໃຈສິ່ງທີ່ເຮົາກຳລັງເຮັດ, ເຮົາເຂົ້າໃຈວ່າມັນເປັນໄປໄດ້ທີ່ຈະບັນລຸເປົ້າໝາຍ, ແລະ ເຮົາເຂົ້າໃຈວ່າເປົ້າໝາຍນັ້ນແມ່ນຫຍັງ.
ຜູ້ຂ້າຄິດວ່າອັນນີ້ແມ່ນວິທີທີ່ສຳຄັນຫຼາຍສຳລັບພຣະພຸດທະສາສະໜາ, ເພາະຖ້າເຮົາຈະເດີນຕາມເສັ້ນທາງສາສະໜາ, ມັນສຳຄັນຫຼາຍທີ່ຈະເຊື່ອວ່າມັນເປັນຈິງ. ມັນບໍ່ແມ່ນການໄຝ່ຝັນແບບອຸດົມຄະຕິບາງຢ່າງທີ່ເຮົາຖືກດຶງດູດຍ້ອນອາລົມ, ແຕ່ເປັນໄປບໍ່ໄດ້ເລີຍ. ຖ້າເຮົາເຊື່ອໝັ້ນວ່າສິ່ງທີ່ເຮົາກຳລັງເຮັດໃນຊີວິດທາງສາສະໜາຂອງເຮົານັ້ນເປັນຈິງ, ເຮົາຈະສາມາດໃສ່ອາລົມທີ່ດີລົງໄປໄດ້. ເຮົາຕ້ອງການຄວາມສົມດຸນຂອງທັງສອງຢ່າງ: ຄວາມເຂົ້າໃຈ ແລະ ອາລົມທີ່ດີງາມ, ເປັນຕົ້ນແມ່ນຄວາມເຫັນໃຈ, ຄວາມກະຕືລືລົ້ນ, ຄວາມອົດທົນ, ແລະ ອື່ນໆ.
ຄວາມຈິງສອງປະການ
ຄວາມຈິງແບບສຳພັນ, ໂດຍສົມມຸດ
ໂດຍການຮູ້ຄວາມໝາຍຂອງຄວາມຈິງທັງສອງ, ເຊິ່ງເປັນພື້ນຖານ, ວິທີທີ່ທຸກສິ່ງຄົງຢູ່,
ແຖວທຳອິດຂອງໂຄງກ່າວເຖິງຄວາມຈິງສອງປະການ: “ຄວາມຈິງສຳພັນ” ຫຼື “ຄວາມຈິງໂດຍສົມມຸດ” ແລະ “ຄວາມຈິງເລິກເຊິ່ງທີ່ສຸດ” - ເວົ້າອີກແນວໜຶ່ງ, ຄວາມເປັນຈິງທີ່ແທ້ຈິງສອງປະການກ່ຽວກັບຄວາມຈິງຂອງທຸກສິ່ງ. ອັນໜຶ່ງແມ່ນລະດັບຜິວເຜີນ, ພື້ນຜິວ, ແລະ ອີກອັນໜຶ່ງແມ່ນລະດັບທີ່ເລິກທີ່ສຸດ. ທັງສອງນັ້ນຖືກຕ້ອງ, ແຕ່ຈາກມຸມມອງທີ່ຕ່າງ. ມີການນຳສະເໜີຫຼວງຫຼາຍກ່ຽວກັບທັງສອງ, ແຕ່ເຮົາມາເບິ່ງໃນທີ່ນີ້ ອັນທີ່ອົງພຣະດາໄລລາມະມັກໃຊ້ເມື່ອກ່າວກັບກຸ່ມຜູ້ຟັງທົ່ວໄປ.
ເຫດ ແລະ ຜົນ
ລະດັບຜິວເຜີນຂອງຄວາມຈິງກ່ຽວກັບທຸກສິ່ງທີ່ເຮົາປະສົບແມ່ນຫຍັງ? ອັນນີ້ແມ່ນວ່າທຸກສິ່ງທີ່ເຮົາປະສົບແມ່ນກຳລັງເກີດຂຶ້ນຍ້ອນຄວາມສຳພັນກັບສາເຫດກ່ອນໜ້າຂອງມັນ. ເວົ້າອີກແນວໜຶ່ງ, ທຸກສິ່ງເກີດຂຶ້ນອີງໃສ່ເຫດ ແລະ ຜົນ. ວັດຖຸສາດກໍສອນຫຼັກການຂອງຄວາມເປັນເຫດເປັນຜົນຄືກັນ, ແຕ່ກ່ຽວກັບປາກົດການທາງກາຍະພາບເທົ່ານັ້ນ, ເຊັ່ນ ຄວາມສຳພັນລະຫວ່າງການເຕະໝາກບານ ກັບ ໝາກບານທີ່ເຄື່ອນເໜັງ. ຄວາມສຳພັນອັນນີ້ແມ່ນກົນລະສາດ, ເຫດ ແລະ ຜົນອັນງ່າຍໆ.
ແນ່ນອນວ່າ ຄວາມເປັນເຫດເປັນຜົນສາມາດອະທິບາຍໄດ້ໃນລະດັບທີ່ຊັບຊ້ອນກວ່າຫຼາຍເມື່ອເຮົາພິຈາລະນາປັດໄຈທັງໝົດທີ່ນຳມາເຊິ່ງການເກີດຂຶ້ນຂອງບາງສິ່ງ. ຕົວຢ່າງເຊັ່ນ, ຖ້າເຮົາເບິ່ງທີ່ບັນຫາເສຖະກິດ, ພາວະໂລກຮ້ອນ, ສົງຄາມພາກພື້ນ, ແລະ ອື່ນໆ, ມັນເຫັນໄດ້ແຈ້ງວ່າມັນບໍ່ໄດ້ເກີດຈາກສາເຫດພຽງອັນດຽວ. ແຕ່ມັນກໍບໍ່ແມ່ນວ່າຈະບໍ່ມີເຫດເລີຍ, ແລະບໍ່ໄດ້ມາຈາກສາເຫດທີ່ບໍ່ກ່ຽວຂ້ອງ. ແຕ່ສະຖານະການແບບນີ້ເກີດຂຶ້ນໂດຍອີງໃສ່ປັດໄຈຫຼາຍປະການ, ເຊິ່ງລວມມີທັງສິ່ງທີ່ກຳລັງເກີດຂຶ້ນໃນປະຈຸບັນ, ແລະ ສິ່ງທີ່ໄດ້ເກີດຂຶ້ນໃນອາດີດ. ເຊັ່ນໃນປະເທດຢູເຄຣນນີ້, ເຮົາບໍ່ສາມາດແຍກສະຖານະການປະຈຸບັນອອກຈາກອາດີດໂຊວຽດ ຫຼື ສົງຄາມໂລກຄັ້ງທີສອງ ແລະ ທັງໝົດນັ້ນໄດ້. ສະພາບການເສຖະກິດ ແລະ ນິເວດທຸກມື້ນີ້ໄດ້ເກີດຂຶ້ນຍ້ອນຜົນກະທົບຂອງທຸກສິ່ງທີ່ໄດ້ເກີດຂຶ້ນໃນອາດີດ. ສະນັ້ນ ເຮົາບໍ່ສາມາດເວົ້າໄດ້ວ່າສິ່ງທີ່ກຳລັງເກີດຂຶ້ນຢູ່ດຽວນີ້ເປັນຄວາມຜິດຂອງຄົນຜູ້ດຽວ ຫຼື ສິ່ງດຽວທີ່ໄດ້ເກີດຂຶ້ນ. ສິ່ງຕ່າງໆ ເກີດຂຶ້ນໂດຍອີງໃສ່ເຄືອຂ່າຍອັນກວ້າງໃຫຍ່ຂອງສາເຫດ ແລະ ເງື່ອນໄຂຈຳນວນຫຼາຍ. ອັນນີ້ແມ່ນຄວາມເປັນຈິງ, ບໍ່ແມ່ນບໍ?
ຫຼືຖ້າເຮົາເບິ່ງໃນແງ່ຂອງຈິຕະວິທະຍາ: ຖ້າເຮົາມີບັນຫາໃນຄອບຄົວ, ແລ້ວກໍເຊັ່ນກັນ ເຮົາບໍ່ສາມາດເວົ້າວ່າມັນມາຈາກສາເຫດພຽງອັນດຽວ ຫຼື ບໍ່ມີສາເຫດເລີຍ. ສະມາຊິກແຕ່ລະຄົນຂອງຄອບຄົວຕ່າງກໍໄດ້ປະກອບສ່ວນໃສ່ກັບສາເຫດຂອງບັນຫາຄອບຄົວນີ້.
ໃນລັກສະນະດຽວກັນ, ເຮົາບໍ່ສາມາດເວົ້າວ່າວິທີທີ່ແຕ່ລະຄົນປະພຶດນັ້ນບໍ່ມີສ່ວນກ່ຽວຂ້ອງກັບສິ່ງທີ່ເກີດຂຶ້ນກັບເຂົາເຈົ້າໃນບ່ອນເຮັດວຽກ, ໃນໂຮງຮຽນ ແລະ ກັບໝູ່ຂອງເຂົາເຂົາເຈົ້າເລີຍ. ທຸກສິ່ງມີອິທິພົນ. ຍິ່ງໄປກວ່ານັ້ນ, ສະພາບການຄອບຄົວບໍ່ໄດ້ເປັນຢູ່ຢ່າງໂດດດ່ຽວຈາກສັງຄົມ ແລະ ລະບົບການເມືອງ, ສັງຄົມ, ແລະ ເສຖະກິດ. ທັງໝົດນີ້, ໃນທາງໃດທາງໜຶ່ງ, ຕ່າງກໍມີອິທິພົນຕໍ່ບັນຫາທັງນັ້ນ.
ດັ່ງນັ້ນ, ໃນທີ່ນີ້, ຄວາມສົມຈິງໝາຍເຖິງຄວາມຈິງທີ່ວ່າທຸກສິ່ງເຊື່ອມໂຍງເຊິ່ງກັນ ແລະ ກັນ ແລະ ມີອິທິພົນຕໍ່ທຸກສິ່ງອື່ນໆ. ທຸກສິ່ງທີ່ເກີດຂຶ້ນແມ່ນກຳລັງເກີດຂຶ້ນຍ້ອນເຄືອຂ່າຍທີ່ແສນຊັບຊ້ອນຂອງສາເຫດ ແລະ ເງື່ອນໄຂ. ນັ້ນແມ່ນຄວາມເປັນຈິງ.
ຖ້າເປັນແນວນີ້ກັບສິ່ງຂອງທາງວັດຖຸ, ລວມເຖິງບັນຫາສາກົນ ແລະ ບັນຫາຄອບຄົວ, ແລ້ວໃນລະດັບບຸກຄົນສໍາລັບພວກເຮົາແຕ່ລະຄົນທາງສ່ວນບຸກຄົນເດ? ແລ້ວຄວາມເປັນສຸກ ແລະ ຄວາມບໍ່ເປັນສຸກເດ? ມັນມີສາເຫດບໍ່? ມັນບໍ່ມີສາເຫດບໍ? ໃນທີ່ສຸດແລ້ວ, ບາງຄັ້ງຜູ້ຂ້າກໍຮູ້ສຶກເປັນສຸກ, ບາງຄັ້ງຜູ້ຂ້າບໍ່ຮູ້ສຶກເປັນສຸກ, ແລະ ກໍບໍ່ມີທາງຮູ້ໄດ້ວ່າຜູ້ຂ້າຈະຮູ້ສຶກແນວໃດໃນຊົ່ວຂະນະຕໍ່ໄປ. ສະນັ້ນ ມັນເກີດຍ້ອນບໍ່ມີສາເຫດບໍ? ຫຼືມັນເກີດຂຶ້ນບົນພື້ນຖານຂອງສິ່ງທີ່ຜູ້ຂ້າກຳລັງເຮັດໃນຊົ່ວຂະນະນັ້ນເທົ່ານັ້ນ? ນັ້ນບໍ່ສົມເຫດສົມຜົນ, ແມ່ນບໍ? ຜູ້ຂ້າອາດກິນສິ່ງດຽວກັນເປັນເວລາສອງວັນຕ່າງກັນ, ແລະ ມື້ໜຶ່ງຜູ້ຂ້າຮູ້ສຶກເປັນສຸກໃນເວລາກິນ ແລະ ອີກມື້ໜຶ່ງຜູ້ຂ້າຮູ້ສຶກຂີ້ຮ້າຍໃນເວລາ ກິນ, ສະນັ້ນແລ້ວ ມັນບໍ່ໄດ້ມາຈາກອາຫານ. ຜູ້ຂ້າອາດຢູ່ກັບຄົນທີ່ຜູ້ຂ້າຮັກທີ່ສຸດ ແລະ ບາງຄັ້ງກໍຮູ້ສຶກເປັນສຸກ, ບາງຄັ້ງເປັນທຸກ. ຜູ້ຂ້າອາດຮັ່ງມີ ແລະ ທຸກສິ່ງໄປໄດ້ດີກັບຜູ້ຂ້າ, ແລະ ຜູ້ຂ້າຍັງບໍ່ເປັນສຸກ.
ສະນັ້ນ ຄວາມສຸກ ແລະ ຄວາມທຸກນີ້ມາແຕ່ໃສ? ມັນຖືກສົ່ງມາຈາກຜູ້ຢູ່ເທິງທີ່ກົດປຸ່ມທີ່ວ່າບາງຄັ້ງຜູ້ຂ້າຈະຮູ້ສຶກເປັນສຸກ ແລະ ບາງຄັ້ງບໍ່ເປັນສຸກບໍ? ຂໍໂທດ, ຜູ້ຂ້າບໍ່ໄດ້ຕັ້ງໃຈຈະເຮັດໃຫ້ຂຸ່ນເຄືອງ. ຜູ້ຂ້າກຳລັງເວົ້າໂງ່ໆ ເນາະ. ແຕ່, ຖ້າທຸກຢ່າງທີ່ເຮົາປະສົບ - ເຊັ່ນວັດຖຸເຄື່ອນເໜັງ ຫຼື ມືຂອງເຮົາທີ່ກຳລັງຖືກໄໝ້ ແລະ ເຈັບເມື່ອເຮົາຊູນເຕົາໄຟໂດຍບັງເອີນ - ໄປຕາມກົດຂອງເຫດ ແລະ ຜົນ, ແລ້ວຄວາມສຸກ ແລະ ຄວາມບໍ່ເປັນສຸກບໍ່ຄວນໄປຕາມກົດຂອງເຫດຜົນທີ່ເຂົ້າໃຈໄດ້ນຳບໍ? ອັນນີ້ແມ່ນຄຳຖາມ ແລະ ປະເດັນຫຼັກກ່ຽວກັບຄວາມເປັນຈິງທີ່ອ້າງອີງເຖິງຄວາມຈິງສຳພັນໃນບໍລິບົດຂອງໂຄງນີ້. ມັນໝາຍເຖິງຄວາມເປັນຈິງຂອງຄວາມສຳພັນກ່ຽວກັບສາເຫດລະຫວ່າງພຶຕິກຳຂອງເຮົາ ແລະ ປະສົບການຂອງເຮົາກ່ຽວກັບຜົນທີ່ເປັນຄວາມສຸກ ຫຼື ບໍ່ເປັນສຸກ.
ກັມ
ຈຸດນີ້ນຳເຮົາມາສູ່ຄຳສອນພຣະທັມພື້ນຖານກ່ຽວກັບກັມ. ກັມແມ່ນຫຍັງ? ອັນນີ້ເປັນຫົວຂໍ້ທີ່ບໍ່ງ່າຍ. ມີຄຳອະທິບາຍຫຼາຍອັນ ແລະ ມີຄວາມເຂົ້າໃຈຜິດຫຼາກຫຼາຍ, ແຕ່ໂດຍພື້ນຖານແລ້ວ:
ກັມໝາຍເຖິງການບີບບັງຄັບທີ່ຂັບເຄື່ອນ ແລະ ກຳນົດລັກສະນະວິທີການກະທຳ, ການເວົ້າ, ແລະ ການຄິດຂອງເຮົາ.
ພຶຕິກຳຂອງເຮົາ, ບໍ່ວ່າຈະທຳລາຍ, ສ້າງສັນ, ຫຼື ແມ່ນແຕ່ເປັນກາງ, ກໍຂ້ອນຂ້າງບີບບັງຄັບ, ຖ້າເຮົາຄິດເບິ່ງ.
- ເຮົາລຳຄານ ແລະ ຮູ້ສຶກຢາກຮ້ອງໃສ່ບາງຄົນ ແລ້ວ, ໂດຍບີບບັງຄັບ, ເຮົາກໍຮ້ອງ.
- ເຮົາປ້ອງກັນຫຼາຍເກີນໄປ ແລະ ຮູ້ສຶກຢາກເບິ່ງວ່າແອນ້ອຍຢູ່ດີບໍ່ ແລ້ວ, ໂດຍບີບບັງຄັບ, ເຮົາກວດເບິ່ງຢູ່ຕະຫຼອດ, ເກີນຄວາມຈຳເປັນ ຫຼື ເກີນພໍດີ.
- ເຮົາຫິວ ແລະ ຮູ້ສຶກຢາກໄປເອົາຂອງກິນຫຼິ້ນຢູ່ຕູ້ເຢັນ ແລ້ວ, ໂດຍບີບບັງຄັບ, ເຮົາກໍໄປ.
ອາການບີບບັງຄັບນີ້ມາແຕ່ໃສ? ແລະ, ມັນຈະນຳພາໄປໃສ? ເຫຼົ່ານີ້ແມ່ນຄຳຖາມທີ່ຄຳສອນເລື່ອງກັມຕັ້ງໄວ້. ຄຳອະທິບາຍທາງພຣະພຸດທະສາສະໜາແມ່ນວ່າເມື່ອເຮົາກະທຳ, ເວົ້າ, ຫຼື ຄິດໃນລັກສະນະບີບບັງຄັບ, ມັນຈະສ້າງສັກກະຍະພາບ ແລະ ທ່າອ່ຽງໃນຄວາມຕໍ່ເນື່ອງທາງຈິດໃຈຂອງເຮົາເຊິ່ງຈະດຳເນີນຕໍ່ໄປໃນແຕ່ລະຊົ່ວຂະນະຂອງປະສົບການຂອງເຮົາຫຼັງຈາກນັ້ນ. ເມື່ອຖືກກະຕຸ້ນໂດຍສະຖານະການຕ່າງໆ, ມັນຈະນຳໄປສູ່ຄວາມຮູ້ສຶກຢາກເຮັດພຶຕິກຳນັ້ນຄືນ. ຈາກຄວາມຮູ້ສຶກນັ້ນ, ການບີບບັງຄັບຈະເກີດຂຶ້ນ ເຊິ່ງຈະດຶງເຮົາເຂົ້າສູ່ການເຮັດການກຳທຳນັ້ນຄືນຢ່າງຄວບຄຸມບໍ່ໄດ້. ການບີບບັງຄັບນີ້ອັນທີ່ຈິງແມ່ນມີກັມທີ່ກ່ຽວຂ້ອງ.
ແນ່ນອນວ່າເຮົາຍັງສາມາດອະທິບາຍປາກົດການນີ້ໃນລະດັບຮ່າງກາຍໄດ້ອີກ: ການກະທຳແບບໃດໜຶ່ງຈະສ້າງ ແລະ ເສີມເສັ້ນປະສາດ, ເພື່ອທີ່ວ່າຕໍ່ໄປເຮົາຈະປະພຶດໃນຮູບແບບນັ້ນໄດ້ງ່າຍຂຶ້ນ. ພຣະພຸດທະສາສະໜາບໍ່ປະຕິເສດພື້ນຖານທາງຮ່າງກາຍອັນນີ້ແນ່ນອນ; ພຽງແຕ່ເບິ່ງປາກົດການນີ້ຈາກມຸມມອງຂອງປະສົບການ, ແຕ່ຍັງວິເຄາະວ່າເປັນຕົວຢ່າງຂອງເຫດ ແລະ ຜົນເພີ່ມເຕີມ.
ແລ້ວຄວາມສຸກ ແລະ ຄວາມບໍ່ເປັນສຸກເດ? ພຣະພຸດທະສາສະໜາອະທິບາຍສິ່ງເຫຼົ່ານີ້ເຊັ່ນກັນໃນແງ່ຂອງເຫດ ແລະ ຜົນທາງກັມ. ຖ້າເຮົາປະສົບກັບຄວາມບໍ່ເປັນສຸກ, ມັນແມ່ນຜົນໄລຍະຍາວຂອງພຶຕິກຳທຳລາຍໂດຍບີບບັງຄັບທີ່ເຮົາໄດ້ສ້າງໄວ້ພາຍໃຕ້ອິທິພົນຂອງອາລົມລົບກວນ. ຖ້າເຮົາປະສົບກັບຄວາມສຸກທົ່ວໄປ - ຄວາມສຸກປະເພດທີ່ບໍ່ຍືນຍົງ ແລະ ບໍ່ເປັນທີ່ໜ້າພໍໃຈ, ແຕ່ຍັງຮູ້ສຶກດີ - ມັນແມ່ນຜົນໄລຍະຍາວຂອງພຶຕິກຳສ້າງສັນທີ່ໄດ້ເຮັດພາຍໃຕ້ອິທິພົນຂອງອາລົມດ້ານບວກ, ເປັນຕົ້ນແມ່ນຄວາມອົດທົນ ແລະ ຄວາມເອື້ອອາລີ. ແຕ່, ມັນຍັງເປັນພຶຕິກຳໂດຍບີບບັງຄັບ, ເພາະມັນປະປົນກັບຄວາມສັບສົນກ່ຽວກັບການດຳລົງຢູ່ຂອງເຮົາ, ເຊັ່ນການເປັນຄົນເຮັດດີໂດຍບີບບັງຄັບ ຫຼື ເປັນຄົນສົມບູນແບບໂດຍບີບບັງຄັບ.
ເຮົາຈະເຂົ້າໃຈຄວາມສຳພັນແບບສາເຫດເຫຼົ່ານີ້ໄດ້ແນວໃດ? ກ່ອນອື່ນໝົດ, ເຮົາຕ້ອງເຂົ້າໃຈຄວາມແຕກຕ່າງລະຫວ່າງພຶຕິກຳສ້າງສັນ ແລະ ພຶຕິກຳທຳລາຍ. ຄວາມແຕກຕ່າງລະຫວ່າງທັງສອງບໍ່ໄດ້ຢູ່ໃນແງ່ຂອງຜົນກະທົບທີ່ພຶຕິກຳຂອງເຮົາມີຕໍ່ຄົນອື່ນ. ຕົວຢ່າງເຊັ່ນ, ຖ້າເຮົາໂມໂຫບາງຄົນ ແລະ ເຮົາແທງລາວດ້ວຍມີດ, ນັ້ນແມ່ນທຳລາຍ. ໃນທາງກົງກັນຂ້າມ, ໃນຖານະແພດຜ່າຕັດ, ເຮົາຜ່າຄົນເຈັບດ້ວຍມີດເພື່ອທຳການຊ່ວຍຊີວິດ, ນັ້ນແມ່ນສ້າງສັນ. ເຫັນໄດ້ແຈ້ງວ່າການເອົາມີດໄປສຽບບາງຄົນໃນທີ່ນີ້ບໍ່ໄດ້ເປັນປັດໄຈກຳນົດວ່າການກະທຳນັ້ນເປັນການສ້າງສັນ ຫຼື ເປັນການທຳລາຍ. ມັນລ້ວນແຕ່ຂຶ້ນຢູ່ກັບແຮງຈູງໃຈ: ພາວະຈິດໃຈທີ່ລົງມືກະທຳນັ້ນ ແລະ ເປົ້າໝາຍທີ່ເຮົາຕັ້ງໃຈບັນລຸໂດຍການກະທຳນັ້ນ.
ຖ້າການກະທຳນັ້ນໄດ້ແຮງຈູງໃຈຈາກອາລົມລົບກວນ, ເປັນຕົ້ນແມ່ນຄວາມໂມໂຫ, ຄວາມຍຶດຕິດ, ຄວາມໂລບ, ຄວາມໄຮ້ດຽງສາ, ຄວາມອິດສາ, ຄວາມທະນົງ, ຄວາມເຫັນແກ່ຕົວ, ແລະ ສິ່ງເຫຼົ່ານີ້, ແລ້ວມັນກໍເປັນສິ່ງທຳລາຍ, ເຖິງວ່າເຮົາຈະກຳລັງເຮັດສິ່ງທີ່ດີໃນຕົວມັນເອງກໍຕາມ. ຕົວຢ່າງເຊັ່ນ, ຖ້າເຮົານວດໃຫ້ບາງຄົນຍ້ອນຄວາມຢາກໄດ້ ແລະ ປາຖະຫນາທີ່ຈະຫາກຳໄລທາງເພດຈາກລາວ, ການກະທຳກໍເປັນສິ່ງທຳລາຍ. ໃນທາງກົງກັນຂ້າມ, ຖ້າການກະທຳນັ້ນຂ້ອນຂ້າງປາສະຈາກອາລົມລົບກວນເຫຼົ່ານີ້, ແລ້ວມັນກໍເປັນສິ່ງສ້າງສັນ, ເຖິງວ່າການກະທຳນັ້ນຈະບໍ່ດີເລີຍກໍຕາມ. ຕົວຢ່າງເຊັ່ນ, ໃນຖານະພໍ່ແມ່, ເຮົາບອກໃຫ້ລູກຂີ້ດື້ຂຶ້ນໄປທີ່ຫ້ອງຂອງລາວ, ບໍ່ແມ່ນຍ້ອນຄວາມໂມໂຫ, ແຕ່ດ້ວຍຄວາມຮັກ ແລະ ເປັນຫ່ວງທີ່ຈະສອນໃຫ້ລາວບໍ່ດື້. ແຕ່, ໃນກໍລະນີສ່ວນຫຼາຍ, ການກະທຳທີ່ສ້າງສັນຈະຍັງໂດຍບີບບັງຄັບຢູ່ຍ້ອນການປະປົນກັບແຮງຂັບເຄື່ອນໃຕ້ຈິດສຳນຶກທີ່ຈະເກີດຄວາມຮູ້ສຶກເຖິງອັດຕະລັກທີ່ແທ້ຈິງຈາກການກະທຳຂອງເຮົາ - ໃນກໍລະນີນີ້, ໃນຖານະພໍ່ແມ່ທີ່ດີ.
ແລ້ວ, ເຮົາຈະເຂົ້າໃຈຄວາມສຳພັນແບບສາເຫດລະຫວ່າງຄວາມບໍ່ເປັນສຸກ ແລະ ພຶຕິກຳທຳລາຍບົນພື້ນຖານອາລົມລົບກວນ, ແລະ ຄວາມສຳພັນແບບສາເຫດລະຫວ່າງຄວາມເປັນສຸກ ແລະ ພຶຕິກຳສ້າງສັນທີ່ອ່າວປາສະຈາກອາລົມລົບກວນໄດ້ແນວໃດ? ອັນນີ້ບໍ່ແມ່ນແຕ່ຄຳຖາມທີ່ໜ້າສົນໃຈເທົ່ານັ້ນ, ມັນຍັງເປັນອັນທີ່ສຳຄັນອີກ, ເພາະພຣະພຸດທະເຈົ້າໄດ້ລະບຸເຖິງກັມ, ອາລົມລົບກວນ, ແລະ ຄວາມສັບສົນກ່ຽວກັບວິທີການດຳລົງຢູ່ຂອງເຮົາວ່າເປັນສາເຫດຂອງຄວາມຮູ້ສຶກຂອງເຮົາ. ສິ່ງເຫຼົ່ານີ້ເປັນສາເຫດຂອງຄວາມບໍ່ເປັນສຸກ ແລະ ຄວາມເປັນສຸກທຳມະດາໆ ເຊິ່ງບໍ່ເປັນທີ່ພໍໃຈ. ເຮົາຕ້ອງກ້າວຂ້າມທັງສອງຢ່າງເພື່ອທີ່ຈະຫຼຸດພົ້ນຈາກຄວາມທຸກທີ່ຄວາມຮູ້ສຶກທັງສອງປະເພດເກີດຂຶ້ນນຳ.
ລອງຄິດເບິ່ງ. ເວລາເຮົາກະທຳ, ເວົ້າ, ຫຼື ຄິດກ່ຽວກັບບາງສິ່ງ ຫຼື ບາງຄົນດ້ວຍຄວາມໂມໂຫ, ຕົວຢ່າງ, ເຮົາສະບາຍໃຈບໍ່? ພະລັງຂອງເຮົາສະຫງົບບໍ່? ບໍ່, ມັນບໍ່ສະຫງົບເລີຍ; ມັນປັ່ນປ່ວນ. ເຮົາເປັນສຸກບໍ່ໃນຊ່ວງເວລາແບບນີ້? ຜູ້ຂ້າບໍ່ຄິດວ່າຈະມີໃຜເວົ້າວ່າລາວເປັນສຸກໃນຂະນະທີ່ຮູ້ສຶກໂມໂຫ ຫຼື ອາລົມລົບກວນອື່ນໆ. ໃນລັກສະນະດຽວກັນ, ຖ້າເຮົາສັງເກດພະລັງຂອງເຮົາເມື່ອເຮົາຮູ້ສຶກໂລບ, ເຮົາກໍບໍ່ສະບາຍ; ເຮົາຢ້ານວ່າເຮົາຈະໄດ້ບໍ່ພໍ. ເມື່ອເຮົາຍຶດຕິດກັບບາງຄົນຫຼາຍ ແລະ ຄິດຮອດລາວແຮງ, ເຮົາກໍບໍ່ສະບາຍເຊັ່ນກັນ; ພະລັງຂອງເຮົາຖືກລົບກວນຢ່າງຍິ່ງ. ໃນຂະນະທີ່ເຮົາບໍ່ຮູ້ສຶກໂມໂຫ, ໂລບ, ເຫັນແກ່ຕົວ, ຫຼື ອື່ນໆ, ແລະ ເຮົາພຽງແຕ່ກຳລັງພະຍາຍາມເອື້ອອາລີ, ຈິດໃຈຂອງເຮົາຈະອ່າວສະຫງົບ, ພະລັງຂອງເຮົາຈະຮາບພຽງກວ່າ, ບໍ່ແມ່ນບໍ? ໂດຍພື້ນຖານແລ້ວເຮົາຮູ້ສຶກເປັນສຸກ, ເຖິງວ່ານີ້ອາດເປັນຄວາມສຸກໃນລະດັບທີ່ລະອຽດອ່ອນ, ບໍ່ມີຫຍັງຕື່ນເຕັ້ນ. ເຖິງວ່າເຮົາຈະເປັນ “ຄົນເຮັດດີ” ໂດຍບີບບັງຄັບ ແລະ ຢາກເຮັດທຸກສິ່ງສົມບູນແບບ, ພະລັງຂອງເຮົາກໍຍັງຜ່ອນຄາຍກວ່າ ແລະ ເຮົາເປັນສຸກໃນການສ້າງປະໂຫຍດຫຼາຍກວ່າເວລາທີ່ເຮົາກະທຳດ້ວຍຄວາມໂມໂຫ. ແນ່ນອນ, ຖ້າໃນຂະນະທີ່ເຮັດສິ່ງທີ່ເປັນບວກເຮົາຢ້ານທີ່ຈະເຮັດຜິດພາດ ຫຼື ຢ້ານດີບໍ່ພໍ, ແລ້ວເຮົາກໍຈະບໍ່ສະບາຍກັບຄວາມຄິດ ແລະ ຄວາມກັງວົນນັ້ນແນ່ນອນ.
ສິ່ງທີ່ເປັນຕາສັງເກດ, ໃນທີ່ນີ້, ແມ່ນຄວາມຮູ້ສຶກຂອງຄວາມບໍ່ເປັນສຸກ ຫຼື ຄວາມສຸກແບບສຳພັນນີ້ ຄົງຢູ່ໄລຍະເວລາສັ້ນເຖິງວ່າການກະທຳຂອງເຮົາຈະຈົບໄປແລ້ວ. ອັນນ້ນຊີໃຫ້ເຫັນວ່າສິ່ງທີ່ເຮົາຮູ້ສຶກ ແມ່ນແຕ່ເວລາທີ່ເຮົາກຳລັງເຮັດອັນອື່ນ ສາມາດຖືກກະທົບຈາກສິ່ງທີ່ເຮົາໄດ້ເຮັດໄປກ່ອນໜ້ານີ້. ແຕ່, ເມື່ອພຣະພຸດທະເຈົ້າກ່າວກ່ຽວກັບຄວາມສຳພັນລະຫວ່າງກັມ ແລະ ລະດັບຂອງຄວາມເປັນສຸກ ຫຼື ຄວາມບໍ່ເປັນສຸກທີ່ເຮົາປະສົບ, ພຣະອົງບໍ່ໄດ້ໝາຍເຖິງສິ່ງທີ່ເຮົາຮູ້ສຶກທັນທີຫຼັງຈາກການກະທຳແຕ່ເທົ່ານັ້ນ. ພຣະອົງກ່າວກ່ຽວກັບຜົນໄດ້ຮັບໃນໄລຍະຍາວກວ່ານັ້ນ. ແຕ່, ເຮົາສາມາດເລີ່ມຊາບຊຶ້ງປະເດັນຂອງພຣະອົງໄດ້ເມື່ອເຮົາຄິດກ່ຽວກັບຄວາມສຳພັນລະຫວ່າງພຶຕິກຳທາງອາລົມໂດຍບີບບັງຄັບຂອງເຮົາ ແລະ ວິທີທີ່ພະລັງຂອງເຮົາເຄື່ອນຍ້າຍໃນຮ່າງກາຍຂອງເຮົາ.
ແລ້ວ, ຄວາມຈິງແບບສຳພັນກ່ຽວກັບທຸກສິ່ງທີ່ເຮົາປະສົບ, ແມ່ນວ່າທຸກສິ່ງເກີດຂຶ້ນບົນເຫດ ແລະ ເງື່ອນໄຂ, ລວມເຖິງພາວະທົ່ວໄປຂອງຈິດໃຈຂອງເຮົາ ແລະ ບໍ່ພຽງແຕ່ສິ່ງທີ່ເຮົາຮູ້ສຶກຢາກເຮັດ, ແຕ່ຍັງລວມເຖິງວ່າເຮົາເປັນສຸກ ຫຼື ບໍ່ເປັນສຸກ. ອັນນີ້ແມ່ນດ້ານໜຶ່ງຂອງຄວາມເປັນຈິງ - ແຖວໜຶ່ງໃນໂຄງນັ້ນເອີ້ນມັນວ່າເປັນຮາກຖານ, ວິຖີທີ່ທຸກສິ່ງຄົງຢູ່ - ກໍຄື, ວິຖີທີ່ທຸກສິ່ງດຳລົງຢູ່, ດຳເນີນໄປ, ແລະ ເຮັດວຽກ.
ຄວາມຈິງທີ່ເລິກເຊິ່ງທີ່ສຸດ
ຄວາມຈິງປະການທີສອງກ່ຽວກັບທຸກສິ່ງຈະສຸມໃສ່ລະດັບທີ່ເລິກກວ່າ. ເຖິງວ່າສິ່ງຕ່າງໆ ຈະເບິ່ງຄືດຳລົງຢູ່ ແລະ ດຳເນີນຢູ່ໃນວິຖີທີ່ເປັນໄປບໍ່ໄດ້ຍ້ອນການສາຍພາບເພີ້ຝັນຂອງເຮົາ, ວິທີທີ່ເປັນໄປບໍ່ໄດ້ທີ່ມັນເບິ່ງຄືດຳລົງຢູ່ນັ້ນບໍ່ສອດຄ່ອງກັບຄວາມເປັນຈິງ.
ການຂາດໂດຍສິ້ນເຊີງຂອງສິ່ງທີ່ສາມາດຊອກຫາໄດ້ທີ່ສອດຄ້ອງກັບການສາຍພາບຂອງພວກເຮົາເອີ້ນວ່າ “ສູນຍະຕາ,” ມັກຈະແປເປັນ “ຄວາມຫວ່າງເປົ່າ.”
ເຖິງວ່າຈະມີຄວາມລະອຽດອ່ອນຫຼາຍລະດັບໃນວິຖີທີ່ເປັນໄປບໍ່ໄດ້ຂອງການດຳລົງຢູ່ທີ່ຈິດໃຈຂອງເຮົາສາຍພາບຈາກຄວາມສັບສົນເປັນນິໄສ, ເຮົາກໍສາມາດເລີ່ມປະຕິບັດກັບຄວາມຈິງທີ່ເລິກເຊິ່ງທີ່ສຸດອັນນີ້ໂດຍການພະຍາຍາມກັບມັນໃນລະດັບທີ່ທົ່ວໄປທີ່ສຸດ: ສິ່ງຕ່າງໆ ບໍ່ດຳລົງຢູ່ໃນວິຖີທີ່ເປັນໄປບໍ່ໄດ້. ມັນຈະເປັນໄດ້ແນວໃດ? ຄວາມເປັນຈິງແມ່ນວ່າບໍ່ມີສິ່ງໃດທີ່ສອດຄ່ອງກັບຄວາມໄຮ້ສາລະທີ່ເປັນໄປບໍ່ໄດ້ທີ່ຈິດໃຈທີ່ສັບສົນຂອງເຮົາສາຍພາບອອກ. ມັນຂາດໂດຍສິ້ນເຊີງ, ມັນບໍ່ມີຫຍັງແນວນັ້ນ.
ລອງພິຈາລະນາຕົວຢ່າງທີ່ພົບຕະຫຼອດ: ເດັກນ້ອຍຄິດວ່າມີສັດປະຫຼາດຢູ່ກ້ອງຕຽງ. ອັນທີ່ຈິງແມ່ນມີແມວຢູ່ກ້ອງຕຽງ, ແຕ່ເດັກນັ້ນສາຍພາບໃສ່ແມວວ່າເປັນສັດປະຫຼາດ. ແລ້ວຍ້ອນວ່າເດັກຜູ້ນັ້ນເຊື່ອວ່າມີສັດປະຫຼາດຢູ່ນັ້ນແທ້, ເຖິງວ່າມັນຈະໄຮ້ສາລະ, ແຕ່ເດັກນັ້ນກໍຢ້ານຫຼາຍ. ສະນັ້ນ ການສາຍພາບສິ່ງໄຮ້ສາລະນີ້ມີຜົນກະທົບຕໍ່ເດັກຜູ້ນັ້ນ, ແຕ່ມັນກໍບໍ່ໄດ້ເຮັດໃຫ້ແມວໂຕນັ້ນເປັນສັດປະຫຼາດແທ້, ເພາະບໍ່ມີສັດປະຫຼາດຢູ່ຈິງ. ສະນັ້ນ, ສູນຍະຕາແມ່ນການຂາດສັດປະຫຼາດຕົວຈິງໂດຍສິ້ນເຊີງທີ່ສອດຄ່ອງກັບການເພີ້ຝັນຂອງເດັກຜູ້ນັ້ນ. ບໍ່ເຄີຍມີສັດປະຫຼາດ ແລະ ຈະບໍ່ມີອີກ. ແຕ່ຖ້າເອົາການສາຍພາບອອກ, ກໍຈະມີຍັງມີແມວຢູ່ກ້ອງຕຽງ; ມັນບໍ່ແມ່ນວ່າບໍ່ມີຫຍັງຢູ່ທີ່ນັ້ນ.
ເຮົາຈິນຕະນາການ, ຍ້ອນນິໄສ, ວ່າສິ່ງຕ່າງໆ ດຳລົງຢູ່ໃນວິຖີຕາມທີ່ປະກົດຕົວຕໍ່ເຮົາ. ເຮົາຮັບຮູ້ພຽງແຕ່ສິ່ງທີ່ຢູ່ຕໍ່ໜ້າຕໍ່ຕາເຮົາ ຫຼື ສິ່ງທີ່ເຮົາຮູ້ສຶກໃນຂະນະນີ້ເທົ່ານັ້ນ. ຕົວຢ່າງເຊັ່ນ, ຜູ້ຂ້າອາດຮູ້ສຶກບໍ່ເປັນສຸກຕອນນີ້, ແລະ ມັນເບິ່ງຄືວ່າມັນຫາກເກີດຂຶ້ນເອງໂດຍບໍ່ມີເຫດຜົນເລີຍ. ຜູ້ຂ້າມີແຕ່ບໍ່ເປັນສຸກ. ຜູ້ຂ້າບໍ່ຮູ້ວ່າເປັນຫຍັງ. ຜູ້ຂ້າຮູ້ສຶກເບື່ອ; ຮູ້ສຶກໜ່າຍ; ຜູ້ຂ້າບໍ່ເປັນສຸກ ແລະ ມັນເບິ່ງຄືບໍ່ກ່ຽວກັບສິ່ງທີ່ຜູ້ຂ້າກຳລັງເຮັດ ຫຼື ຄົນທີ່ຜູ້ຂ້າກຳລັງຢູ່ນຳ. ພຽງແຕ່ຢູ່ຊື່ໆ ຜູ້ຂ້າກໍຮູ້ສຶກໜ່າຍ; ຜູ້ຂ້າຮູ້ສຶກບໍ່ເປັນສຸກ. ມັນບໍ່ຈຳເປັນຕ້ອງເປັນເລື່ອງໃຫຍ່. ມັນສາມາດເປັນຄວາມຮູ້ສຶກບໍ່ເພິງພໍໃຈໃນລະດັບຕ່ຳ. ສະນັ້ນແລ້ວ ມັນມາໄດ້ແນວໃດ? ມັນເບິ່ງຄືວ່າບໍ່ມີສາເຫດ. ແຕ່ນັ້ນເປັນໄປບໍ່ໄດ້. ມັນບໍ່ສອດຄ່ອງກັບຄວາມເປັນຈິງ. ນັ້ນແມ່ນຄວາມຈິງທີ່ເລິກເຊິ່ງທີ່ສຸດ.
ແລ້ວ, ຄວາມຈິງສຳພັນ, ໂດຍສົມມຸດ, ຈິ່ງແມ່ນວ່າທຸກສິ່ງ, ລວມເຖິງຄວາມບໍ່ເປັນສຸກ ຫຼື ຄວາມເປັນສຸກຂອງຜູ້ຂ້ານຳ, ລ້ວນເກີດຈາກຂະບວນການຂອງເຫດ ແລະ ຜົນ. ເຖິງວ່ານັ້ນຈະແມ່ນຄວາມເປັນຈິງ, ມັນພັດບໍ່ເບິ່ງຄືເປັນແນວນັ້ນສຳລັບຜູ້ຂ້າ. ມັນເບິ່ງຄືວ່າສິ່ງທີ່ຜູ້ຂ້າຮູ້ສຶກນັ້ນເກີດຂຶ້ນເອງໂດຍບໍ່ມີເຫດຜົນເລີຍ. ຄວາມຈິງທີ່ເລິກເຊິ່ງທີ່ສຸດແມ່ນວ່າການທີ່ມັນເບິ່ງສຳລັບເຮົາແລ້ວບໍ່ສອດຄ່ອງກັບຄວາມເປັນຈິງ - ມັນແມ່ນການສາຍພາບຂອງສິ່ງທີ່ເປັນໄປບໍ່ໄດ້. ນັ້ນເປັນສິ່ງທີ່ເລິກເຊິ່ງຫຼາຍຖ້າເຮົາລອງຄິດເບິ່ງ.
ຜູ້ຂ້າຂໍຍົກອີກຕົວຢ່າງໜຶ່ງ. ສົມມຸດຜູ້ຂ້າມີໝູ່ສະໜິດທີ່ບາງຄັ້ງຮ້ອງດ່າຜູ້ຂ້າ. ເຮົາມີຄວາມສຳພັນທີ່ດີ, ແຕ່ທັນໃດໝູ່ຂອງຜູ້ຂ້າກໍໂມໂກກັບບາງຢ່າງ ແລະ ຮ້ອງດ່າຜູ້ຂ້າ. ມັນເບິ່ງເປັນແນວໃດສຳລັບຜູ້ຂ້າ? ມັນເບິ່ງຄືວ່າ “ເຈົ້າບໍ່ຮັກເຮົາແລ້ວ.” ຜູ້ຂ້າເສຍໃຈຫຼາຍເພາະວ່າທັງໝົດທີ່ເບິ່ງຈາກຈິດໃຈຂອງຜູ້ຂ້າແລ້ວແມ່ນໝູ່ຂອງຜູ້ຂ້າຮ້ອງດ່າຜູ້ຂ້າ ແລະ ຜູ້ຂ້າກໍລະບຸລາວເປັນແຕ່ເທົ່ານັ້ນ ແລະ ບໍ່ມີອັນອື່ນອີກ. ແຕ່ການສາຍພາບນັ້ນບໍ່ສອດຄ່ອງກັບຄວາມເປັນຈິງ. ການຮ້ອງດ່ານັ້ນບໍ່ໄດ້ເກີດຂຶ້ນຈາກບໍ່ມີຫຍັງ, ແຍກອອກໂດຍສິ້ນເຊີງຈາກການເປັນພຽງເຫດການໃນບໍລິບົດຂອງມິຕະພາບໄລຍະຍາວຂອງເຮົາ. ບາງເທື່ອສິ່ງນີ້ກໍເຄີຍເກີດຂຶ້ນກັບເຈົ້າຄືກັນ.
ສິ່ງທີ່ເກີດຂຶ້ນແມ່ນເຮົາເບິ່ງບໍ່ເຫັນຄວາມສຳພັນທັງໝົດທີ່ເຮົາມີກັບໝູ່ຂອງເຮົາ - ເວລາອື່ນທີ່ເຮົາໄດ້ໃຊ້ໄປກັບຄົນຜູ້ນີ້, ຄວາມປະຕິສຳພັນສ່ວນອື່ນທັງໝົດຂອງເຮົາ. ແຕ່ນັ້ນບໍ່ແມ່ນສິ່ງດຽວ; ເຮົາຍັງເບິ່ງບໍ່ເຫັນພາບກວ້າງ. ເຮົາບໍ່ແມ່ນຄົນດຽວໃນຊີວິດຂອງໝູ່ເຮົາ ແລະ ມິຕະພາບຂອງເຮົາກໍບໍ່ແມ່ນສິ່ງດຽວທີ່ເກີດຂຶ້ນໃນຊີວິດຂອງລາວ. ໝູ່ຂອງເຮົາມີຊີວິດທັງຊີວິດນອກເໜືອຈາກຜູ້ຂ້າ ແລະ ສິ່ງນີ້ກໍສົ່ງຜົນຕໍ່ຄວາມຮູ້ສຶກ ແລະ ການກະທຳຂອງລາວອີກ. ບາງເທື່ອມັນອາດເປັນວັນເຮັດວຽກທີ່ຫຍຸ້ງຍາກສຳລັບລາວ ຫຼື ລາວມີບັນຫາກັບພໍ່ແມ່ ແລະ ສິ່ງນີ້ເຮັດໃຫ້ໝູ່ຂອງຜູ້ຂ້າອາລົມບໍ່ດີ ແລະ ລາວຈິ່ງຮ້ອງດ່າຜູ້ຂ້າ. ຄວາມຈິງທີ່ເລິກເຊິ່ງທີ່ສຸດແມ່ນວ່າສິ່ງທີ່ຜູ້ຂ້າສາຍພາບໄວ້ນັ້ນເປັນໄປບໍ່ໄດ້: ມັນພຽງແຕ່ບໍ່ແມ່ນຄວາມເປັນຈິງທີ່ການຮ້ອງດ່າຂອງລາວດຳລົງຢູ່ດ້ວຍຕົວມັນເອງໂດຍສິ້ນເຊີງ, ໂດຍບໍ່ຂຶ້ນກັບບໍລິບົດຂອງມິຕະພາບສ່ວນອື່ນຂອງເຮົາ ແລະ ສ່ວນອື່ນຂອງຊີວິດຂອງລາວ. ຄວາມເປັນຈິງທີ່ແທ້ຈິງທີ່ສອດຄ່ອງກັບລັກສະນະຂອງເຫດການທີ່ເກີດຂຶ້ນໂດຍອດສະລະນັ້ນບໍ່ອາດມີຢູ່ແທ້, ມັນບໍ່ມີອັນໃດເປັນແນວນັ້ນ. ການປາສະຈາກຮູບແບບການດຳລົງຢູ່ໂດຍສິ້ນເຊີງນີ້ເອີ້ນວ່າ “ສູນຍະຕາ” ໃນພາສາສັນສະກິດ ເຊິ່ງເປັນຄຳດຽວກັບຄຳວ່າ ສູນ.
ໃນແງ່ຂອງຄວາມຈິງສອງປະການ, ເມື່ອສິ່ງຕ່າງໆ ປາສະຈາກການດຳລົງຢູ່ໂດດດ່ຽວ ແລະ ເປັນອິດສະລະຈາກກັນ ແລະ ກັນ, ແລ້ວເຫດ ແລະ ຜົນກໍຈະໃຊ້ໄດ້. ອັນນີ້ແມ່ນຍ້ອນເຫດ ແລະ ຜົນນັ້ນມີຢູ່ພຽງສຳພັນ ແລະ ເພິ່ງພາເຊິ່ງກັນ ແລະ ກັນ. ສິ່ງໜຶ່ງຈະບໍ່ສາມາດດຳລົງຢູ່ເປັນສາເຫດໄດ້ນອກຈາກການມີຜົນກະທົບທີ່ເປັນໄປໄດ້ຈາກມັນ. ຖ້າສິ່ງໜຶ່ງບໍ່ສາມາດສ້າງຜົນກະທົບໄດ້, ມັນຈະດຳລົງຢູ່ໃນຖານະສາເຫດຂອງສິ່ງອື່ນໄດ້ແນວໃດ? ສະນັ້ນ, ຄວາມຈິງສຳພັນຂອງສິ່ງຕ່າງໆ, ເຊັ່ນ ຄວາມສຳພັນແບບສາເຫດຂອງມັນ, ສາມາດດຳເນີນໄປໄດ້ຍ້ອນຄວາມຈິງທີ່ເລິກເຊິ່ງທີ່ສຸດກ່ຽວກັບທຸກສິ່ງເທົ່ານັ້ນ: ບໍ່ມີສິ່ງໃດດຳລົງຢູ່ໃນວິຖີທີ່ເປັນໄປບໍ່ໄດ້ຂອງການຖືກຕັດຂາດຈາກສິ່ງອື່ນ.
ຄວາມຈິງທີ່ວ່າຄວາມຈິງທັງສອງສະໜັບສະໜູນເຊິ່ງກັນ ແລະ ກັນໃນລັກສະນະນີ້ແມ່ນ, ດັ່ງທີ່ໄດ້ກ່າວໄວ້ໃນໂຄງ, ຮາກຖານ, ວິຖີທີ່ທຸກສິ່ງຄົງຢູ່. “ຮາກຖານ” ຍັງລະບຸອີກວ່າເປັນພື້ນຖານສຳລັບສິ່ງທີ່ຈະເກີດຂຶ້ນໃນແຖວຕໍ່ໄປ. ມັນແມ່ນບົນພື້ນຖານຂອງການເຫັນຄວາມເປັນຈິງ, ກ່າວຄືຄວາມຈິງສອງປະການ, ທີ່ພຣະພຸດທະເຈົ້າໄດ້ເຂົ້າໃຈຄວາມຈິງທັງສີ່.
ຄຳຖາມ
ການປະສົບກັບຄວາມຈິງແທ້
ມັນເປັນໄປໄດ້ບໍ່ທີ່ຈະໄດ້ປະສົບກັບຄວາມຈິງແທ້ໂດຍກົງ, ໂດຍທີ່ເຮົາບໍ່ມີແນວຄວາມຄິດຜິດໆ? ຫຼື ມັນເປັນສິ່ງທີ່ເປັນໄປບໍ່ໄດ້?
ບໍ່, ບໍ່, ມັນເປັນໄປໄດ້. ເຖິງວ່າກິດຈະກໍາທາງຈິດໃຈຂອງເຮົາຈະເຮັດໃຫ້ທຸກຢ່າງເບິ່ງຄືວ່າດຳລົງຢູ່ໃນທາງທີ່ເປັນໄປບໍ່ໄດ້, ເຖິງແນວນັ້ນ, ເນື່ອງຈາກສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບຄວາມເປັນຈິງ, ມັນຈິ່ງເປັນໄປໄດ້ທີ່ຈະຕັດສິ່ງທີ່ເປັນສາເຫດຂອງຄວາມບິດເບືອນນັ້ນອອກໄປ. ອັນນີ້ແມ່ນຍ້ອນການມີຄວາມເປັນຈິງ ແລະ ຍ້ອນການບິດເບືອນຄວາມເປັນຈິງບໍ່ແມ່ນສ່ວນໜຶ່ງຂອງພື້ນຖານທຳມະຊາດຂອງກິດຈະກໍາທາງຈິດໃຈ. ມັນເປັນໄປໄດ້ທີ່ກິດຈະກໍາທາງຈິດໃຈຈະດຳເນີນໄປໂດຍບໍ່ມີການສາຍພາບ ຫຼື ບິດເບືອນໃດໆ.
ບົນພື້ນຖານນັ້ນ, ເຮົາເຂົ້າໃຈວ່າເມື່ອກິດຈະກໍາທາງຈິດໃຈຂອງເຮົາບິດເບືອນຄວາມເປັນຈິງ, ມັນຈະສ້າງບັນຫາ, ຄວາມທຸກ, ແລະ ຄວາມບໍ່ເປັນສຸກໃຫ້ເຮົາ. ແຕ່ເນື່ອງຈາກວ່າມັນເປັນໄປໄດ້ທີ່ຈະຢຸດຈິດໃຈຂອງເຮົາຈາກການສາຍພາບຄວາມບິດເບືອນນັ້ນ, ເຮົາຈະບໍ່ສ້າງ ແລະ ປະສົບບັນຫາໃຫ້ຕົນເອງອີກ. ເມື່ອເຮົາເຂົ້າໃຈວ່າຈິດໃຈຂອງເຮົາສາມາດບັນລຸເປົ້າໝາຍນີ້ໄດ້, ແລ້ວເຮົາກໍຈະມີການບັນລຸເປົ້າໝາຍນີ້ເປັນແນວທາງທີ່ປອດໄພທີ່ສຸດໃນການດຳເນີນຊີວິດເພື່ອຫຼີກລ່ຽງ ແລະ ປ້ອງກັນຄວາມທຸກ. ທິດທາງທີ່ປອດໄພນີ້ເອີ້ນວ່າ “ທີ່ເພິ່ງ” ຂອງເຮົາ. ແຕ່ເຮົາຈະຕັ້ງເປົ້າໝາຍໄດ້ກໍຕໍ່ເມື່ອເຮົາໝັ້ນໃຈວ່າຈະບັນລຸເປົ້າໝາຍນັ້ນໄດ້ແທ້. ຄວາມເຊື່ອໝັ້ນຂອງເຮົາມາຈາກການສຳນຶກໄດ້ວ່າສິ່ງທີ່ຜູ້ຂ້າກຳລັງເວົ້ານັ້ນຂຶ້ນຢູ່ກັບຄວາມເປັນຈິງ ແລະ ຄວາມສາມາດຂອງເຮົາໃນການຮັບຮູ້ມັນ.
ແຕ່ມັນຕ້ອງໃຊ້ການຝຶກທີ່ຍາວນານຫຼາຍໃນການສ້າງຄວາມລຶ້ງເຄີຍກັບຄວາມເປັນຈິງເພື່ອທີ່ຈະຕັດຜ່ານສິ່ງຂວາງກັ້ນທາງຈິດໃຈໄດ້. ອັນນີ້ແມ່ນບ່ອນທີ່ການທຳສະມາທິຈະເປັນປະໂຫຍດ. ການທຳສະມາທິໃນບໍລິບົດນີ້, ແມ່ນການຝຶກສ້າງຄວາມລຶ້ງເຄີຍກັບຄວາມເປັນຈິງໂດຍການສ້າງການເຫັນຄວາມເປັນຈິງເປັນນິໄສທີ່ມີປະໂຫຍດ. ຖ້າເຮົາສ້າງນິໄສນັ້ນຂຶ້ນມາ, ແລ້ວ, ເມື່ອໃດທີ່ເຮົາພົບກັບຜູ້ໃດ, ເຮົາຈະລຶ້ງເຄີຍກັບການເຫັນລາວບໍ່ພຽງແຕ່ໃນແບບທີ່ລາວປາກົດຕໍ່ໜ້າຕໍ່ຕາເຮົາເທົ່ານັ້ນ. ແຕ່, ເຮົາຈະສຳນຶກຢ່າງເຕັມທີ່ວ່າລາວເຄີຍເປັນແອນ້ອຍ, ລາວເຄີຍມີຊີວິດໃນໄວເດັກ ແລະ ໄວຜູ້ໃຫຍ່, ແລະ ຫຼາຍສິ່ງຫຼາຍຢ່າງມີອິທິພົນຕໍ່ລາວຕະຫຼອດຊີວິດ. ແລະລາວອາດອາຍຸຫຼາຍຂຶ້ນ ແລະ ໄດ້ຮັບອິທິພົນຈາກສິ່ງຕ່າງໆ ຫຼາຍຂຶ້ນ. ໃນວິທີນີ້, ເຮົາເຫັນຄວາມເປັນຈິງຂອງບໍລິບົດທັງໝົດໃນຊີວິດຂອງຄົນຜູ້ໜຶ່ງ, ແລະ ເຫັນວ່າທຸກສິ່ງທີ່ເກີດຂຶ້ນໃນນັ້ນມີຄວາມສຳພັນເຊິ່ງກັນ ແລະ ກັນ. ມຸມມອງຂອງຄວາມເປັນຈິງຂອງບຸກຄົນນີ້ຊ່ວຍໃຫ້ເຮົາມີການປະຕິສຳພັນໄດ້ຢ່າງມີປະໂຫຍດ ແລະ ເປັນຈິງຫຼາຍກວ່າການເບິ່ງພຽງໃກ້ໆ ຄືພາບຖ່າຍນິ່ງຕໍ່ໜ້າຕໍ່ຕາເຮົາຊື່ໆ.
ແຕ່ເຮົາຕ້ອງຝຶກຕົນເອງໃຫ້ເຮັດແນວນັ້ນ. ບໍ່ຕ້ອງສົງໄສເລີຍວ່າເຮົາບໍ່ຮູ້ລາຍລະອຽດທັງໝົດຂອງຊີວິດລາວ ແລະ ອິທິພົນຂອງມັນ, ແຕ່ນັ້ນບໍ່ສຳຄັນ. ພຽງແຕ່ຮັບຮູ້ວ່າຄົນຜູ້ນີ້ມີປະຫວັດໃນອາດີດທີ່ມີອິທິພົນຫຼາຍຢ່າງ ແລະ ມີທ່າອ່ຽງທີ່ຈະມີອະນາຄົດເປີດໂອກາດໃຫ້ເຮົາໄດ້ຮັບຄວາມເປັນຈິງຂອງຄົນຜູ້ນັ້ນ. ສະນັ້ນ, ຖ້າເຮົາເບິ່ງແອນ້ອຍ, ຕົວຢ່າງ, ເຮົາຈະບໍ່ເຫັນແອນ້ອຍເປັນແຕ່ແອນ້ອຍ; ນີ້ແມ່ນສັກກະຍະພາບຜູ້ໃຫຍ່, ແລະ ທຸກສິ່ງທີ່ຜູ້ຂ້າເຮັດຕອນນີ້ຈະສົ່ງຜົນຕໍ່ການທີ່ແອນ້ອຍຢູ້ນີ້ກາຍເປັນຜູ້ໃຫຍ່. ເຮົາເບິ່ງທີ່ພາບລວມ. ເຮົາຕິດຕໍ່ເຖິງຄວາມເປັນຈິງ.