ການຫຼີກລ່ຽງການກະທຳແບບທໍາລາຍສິບປະການ

03:09
ເຮົາທັງໝົດຢາກຍົກລະດັບການເປັນຢູ່ທີ່ດີຂອງຕົນເອງ, ແລະ ເຮົາສ່ວນຫຼາຍປາຖະໜາທີ່ຈະສ້າງຄວາມ ສຳພັນທີ່ດີ ແລະ ໜ້າພໍໃຈກັບຜູ້ອື່ນ. ອັນນີ້ຈະບໍ່ເກີດຂຶ້ນເອງໃນອາກາດ: ມັນຕ້ອງອາໄສຈັນຍາທັມ. ນັ້ນ ໝາຍເຖິງການລະເວັ້ນຈາກພຶຕິກຳທີ່ເປັນອັນຕະລາຍ ແລະ ປະພຶດໃນທາງສ້າງສັນ, ເປັນປະໂຫຍດແທນ. ເຮົາປະພຶດແບບທຳລາຍລ້າງເມື່ອຕົກຢູ່ໃນອິທິພົນຂອງອາລົມກໍ່ກວນເຊັ່ນຄວາມໂມໂຫ ແລະ ຄວາມໂລບ, ເຊິ່ງເຮັດໃຫ້ເຮົາສູນເສຍຄວາມສະຫງົບໃນຈິດໃຈ ແລະ ການຄວບຄຸມຕົນເອງ. ເຮົາສະແດງນິໄສດ້ານລົບ ຂອງເຮົາແບບຕາມໃຈ, ບໍ່ພຽງແຕ່ທຳຮ້າຍຜູ້ອື່ນ, ແຕ່ໃນທ້າຍທີ່ສຸດກໍທຳຮ້າຍຕົນເອງນຳ: ພຶຕິກຳຂອງເຮົາ ເອງກາຍເປັນສາເຫດຂອງຄວາມບໍ່ເປັນສຸກໃນໄລຍະຍາວຂອງເຮົາ. ໃນທາງກົງກັນຂ້າມ, ຖ້າເຮົາຝຶກ ຄວບຄຸມຕົນເອງ ແລະ ປະພຶດດ້ວຍຄວາມເມດຕາ ແລະ ຄວາມເຫັນໃຈ, ເຮົາຈະເປັນເພື່ອນທີ່ໜ້າໄວ້ວາງໃຈ ສຳລັບຜູ້ອື່ນ ແລະ ຕົວເຮົາເອງ, ແລະ ໂດຍທຳມະຊາດແລ້ວ ເຮົາກໍຈະມີຊີວິດທີ່ເປັນສຸກຫຼາຍຂຶ້ນ.

ເຮົາທັງໝົດຢາກຍົກລະດັບການເປັນຢູ່ທີ່ດີຂອງຕົນເອງ, ແລະ ເຮົາສ່ວນຫຼາຍປາຖະໜາທີ່ຈະສ້າງຄວາມສຳພັນທີ່ດີ ແລະ ໜ້າພໍໃຈກັບຜູ້ອື່ນ. ອັນນີ້ຈະບໍ່ເກີດຂຶ້ນເອງໃນອາກາດ: ມັນຕ້ອງອາໄສຈັນຍາທັມ. ນັ້ນໝາຍເຖິງການລະເວັ້ນຈາກພຶຕິກຳທີ່ເປັນອັນຕະລາຍ ແລະ ປະພຶດໃນທາງສ້າງສັນ, ເປັນປະໂຫຍດແທນ. ເຮົາປະພຶດແບບທຳລາຍລ້າງເມື່ອຕົກຢູ່ໃນອິທິພົນຂອງອາລົມລົບກວນເຊັ່ນຄວາມໂມໂຫ ແລະ ຄວາມໂລບ, ເຊິ່ງເຮັດໃຫ້ເຮົາສູນເສຍຄວາມສະຫງົບໃນຈິດໃຈ ແລະ ການຄວບຄຸມຕົນເອງ. ເຮົາສະແດງນິໄສດ້ານລົບຂອງເຮົາແບບຕາມໃຈ, ບໍ່ພຽງແຕ່ທຳຮ້າຍຜູ້ອື່ນ, ແຕ່ໃນທ້າຍທີ່ສຸດກໍທຳຮ້າຍຕົນເອງນຳ: ພຶຕິກຳຂອງເຮົາເອງກາຍເປັນສາເຫດຂອງຄວາມບໍ່ເປັນສຸກໃນໄລຍະຍາວຂອງເຮົາ. ໃນທາງກົງກັນຂ້າມ, ຖ້າເຮົາຄວບຄຸມຕົນເອງ ແລະ ກະທຳດ້ວຍຄວາມຮັກ ແລະ ຄວາມເຫັນໃຈ, ເຮົາຈະເປັນເພື່ອນທີ່ໜ້າໄວ້ວາງໃຈສຳລັບຜູ້ອື່ນ ແລະ ຕົວເຮົາເອງ, ແລະ ໂດຍທຳມະຊາດແລ້ວ ເຮົາກໍຈະມີຊີວິດທີ່ເປັນສຸກຫຼາຍຂຶ້ນ. 

ນິຍາມຂອງຄວາມປະພຶດທຳລາຍລ້າງ

ລະບົບຈັນຍາທັມແຕ່ລະອັນມີລາຍການສະເພາະຕົນເອງຂອງປະເພດການປະພຶດແບບທຳລາຍ ບົນພື້ນຖານຂອງແນວຄວາມຄິດທີ່ແຕກຕ່າງກັນວ່າອັນໃດເປັນທີ່ຍອມຮັບໄດ້ ແລະ ອັນໃດບໍ່. ລະບົບສາສະໜາ ແລະ ລະບົບພົນລະເຮືອນອີງໃສ່ກົດໝາຍທີ່ມາຈາກອຳນາດແຫ່ງສະຫວັນ, ປະມຸກລັດ, ຫຼື ນິຕິກຳບາງປະເພດ. ເມື່ອເຮົາບໍ່ເຊື່ອຟັງ, ເຮົາກໍຈະມີຄວາມຜິດ ແລະ ຕ້ອງໄດ້ຮັບການລົງໂທດ; ເມື່ອເຮົາເຊື່ອຟັງ, ເຮົາຈະໄດ້ຮັບລາງວັນ ບໍ່ວ່າຈະຢູ່ໃນສະຫວັນ, ຫຼື ໃນຊາດນີ້ດ້ວຍສັງຄົມທີ່ປອດໄພ ແລະ ກົມກຽວກັນ. ລະບົບມະນຸດສະທັມສຸມໃສ່ການບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ອື່ນ, ແຕ່ສິ່ງນີ້ກໍຍັງເປັນບັນຫາ: ເຮົາສາມາດຕັດສິນໄດ້ຕະຫຼອດບໍວ່າສິ່ງໃດເປັນອັນຕະລາຍ ຫຼື ເປັນປະໂຫຍດຕໍ່ຜູ້ອື່ນ? ຍົກຕົວຢ່າງ, ການຮ້ອງໃສ່ຜູ້ອື່ນອາດທຳຮ້າຍຄວາມຮູ້ສຶກຂອງລາວ, ຫຼື ມັນອາດຊ່ວຍໃຫ້ລາວຫຼີກລ່ຽງອັນຕະລາຍ. 

ຈັນຍາທັມພຣະພຸດທະສາສະໜາເນັ້ນໜັກເຖິງການຫຼີກລ່ຽງການປະພຶດທີ່ທຳລາຍຕົນເອງ - ໂດຍສະເພາະການກະທຳໃນທາງທີ່ຈະເປັນອັນຕະລາຍຕໍ່ເຮົາເອງໃນໄລຍະຍາວ. ຖ້າເຮົາຮ້ອງໃສ່ຄົນຂັບລົດທີ່ກຳລັງພະຍາຍາມຈະແຊງເຮົາເທິງຖະໜົນຢ່າງບ້າບິ່ນ, ມັນອາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໃນຂະນະຫນຶ່ງ, ແຕ່ມັນກໍຍັງຈະເຮັດໃຫ້ຈິດໃຈຂອງເຮົາບໍ່ສະຫງົບ ແລະ ສັ່ນຄອນພະລັງງານຂອງເຮົາ, ພາໃຫ້ເຮົາເສຍຄວາມສະຫງົບທາງຈິດໃຈ. ເມື່ອເຮົາໃຫ້ການຮ້ອງກາຍເປັນນິໄສ, ເຮົາຈະບໍ່ສາມາດທົນຕໍ່ຄວາມບໍ່ສະດວກຕ່າງໆ ໄດ້ໂດຍບໍ່ຕ້ອງເສຍອາລົມ; ສິ່ງນີ້ບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ຄວາມສຳພັນຂອງເຮົາກັບຜູ້ອື່ນ, ແຕ່ຕໍ່ສຸຂະພາບຂອງເຮົານຳອີກ. 

ເມື່ອ, ອີກດ້ານໜຶ່ງ, ພຶຕິກຳຂອງເຮົາມີແຮງຈູງໃຈຈາກຄວາມເປັນຫ່ວງຜູ້ອື່ນຢ່າງແທ້ຈິງ, ດ້ວຍຄວາມຮັກ, ຄວາມເຫັນໃຈ, ແລະ ຄວາມເຂົ້າໃຈ, ເຮົາຈະຫລີກລ້ຽງໂດຍທໍາມະຊາດຈາກການຮ້ອງໃສ່ລາວເຖິງວ່າເຮົາຈະຮູ້ສຶກຢາກເຮັດແນວນັ້ນໂດຍອັດຕະໂນມັດ - ເຮົາຈະປ່ອຍໃຫ້ຄົນຂັບຜູ້ນັ້ນແຊງໄປແບບງາມໆ. ຜົນໄດ້ຮັບແມ່ນວ່າຄົນຂັບຜູ້ນັ້ນຮູ້ສຶກເປັນສຸກ, ແລະ ເຮົາກໍໄດ້ປະໂຫຍດເຊັ່ນກັນ: ເຮົາຮັກສາຄວາມສະຫງົບ ແລະ ສັນຕິໄວ້ໄດ້, ກັບພາວະຈິດໃຈທີ່ເປັນສຸກໂດຍພື້ນຖານ. ເຮົາບໍ່ໄດ້ກົດດັນຄວາມຢາກຮ້ອງ ແລະ ສຸດທ້າຍພັດຮູ້ສຶກໝຸດໝັດຂັດໃຈ. ກົງກັນຂ້າມ, ເຮົາເຫັນວ່າທຸກຄົນໃນທ້ອງຖະໜົດຕ່າງກໍຢາກເຖິງຈຸດໝາຍຂອງລາວໃຫ້ໄວເທົ່າທີ່ຈະໄວໄດ້ຄືກັນ, ແລະ ສະນັ້ນ ເຮົາຈິ່ງເຂົ້າໃຈເຖິງຄວາມບໍ່ມີປະໂຫຍດ ແລະ ຄວາມບໍ່ມີສາລະຂອງການພະຍາຍາມທີ່ຈະເຮັດໃຫ້ການຂັບລົດຂອງເຮົານັ້ນກາຍເປັນການແຂ່ງລົດແທນ. 

ພຣະພຸດທະສາສະໜາກຳນົດພຶຕິກຳທຳລາຍເປັນການກະທຳຕາມໃຈພາຍໃຕ້ອິທິພົນຂອງອາລົມລົບກວນ ແລະ ນິໄສທາງລົບ. ເຮົາບໍ່ຈຳແນກຢ່າງຖືກຕ້ອງລະຫວ່າງອັນທີ່ເປັນອັນຕະລາຍ ແລະ ອັນທີ່ເປັນປະໂຫຍດ, ບໍ່ວ່າຈະຍ້ອນເຮົາພຽງແຕ່ບໍ່ຮູ້ວ່າອັນໃດດີທີ່ສຸດ ຫຼື ບາງເທື່ອເຮົາຮູ້, ແຕ່ເຮົາຂາດການຄວບຄຸມຕົນເອງໂດຍສິ້ນເຊີງ. ອາລົມລົບກວນອັນຫຼັກໆ ແມ່ນຄວາມໂລບ ແລະ ຄວາມໂມໂຫ, ລວມເຖິງຄວາມໄຮ້ດຽງສາກ່ຽວກັບຜົນກະທົບຂອງວິທີການກະທຳ, ເວົ້າ, ແລະ ຄິດຂອງເຮົາເວລາທີ່ຖືກຂັບເຄື່ອນດ້ວຍອາລົມສ້າງບັນຫາເຫຼົ່ານີ້. ນອກເໜືອຈາກນີ້, ເຮົາມັກຈະຂາດຄວາມຮູ້ສຶກກ່ຽວກັບຄຸນຄ່າຂອງຕົນເອງ, ແລະ ສະນັ້ນຈິ່ງບໍ່ສົນໃຈເລີຍວ່າຕົນເອງຈະປະພຶດແນວໃດ. ເຮົາມີທັດສະນະຄະຕິແບບ ແມ່ນຫຍັງກໍຢ່າ, ທີ່ບໍ່ມີຫຍັງສຳຄັນນອກຈາກສິ່ງເປັນພື້ນໜ້າບາງອັນ ເຊັ່ນ ການແຕ່ງຕົວຂອງເຮົາ, ຜົມຂອງເຮົາເປັນແນວໃດ, ແລະ ໝູ່ຂອງເຮົາແມ່ນໃຜ. ແນ່ນອນວ່າເຮົາບໍ່ສົນໃຈເລີຍວ່າພຶຕິກຳຂອງເຮົາຈະສະທ້ອນເຖິງຄົນຮຸ່ນເຮົາທັງໝົດ, ຫຼື ເຖິງເພດ, ເຊື້ອຊາດ, ສັນຊາດ, ສາສະໜາຂອງເຮົາ, ຫຼື ກຸ່ມໃດກໍຕາມທີ່ເຮົາຈັດຕົວເອງເຂົ້າໃນ. ເຮົາຂາດສັກສີ ແລະ ຄວາມນັບຖືຕົນເອງ. 

ລາຍການອັນດັ້ງເດີມຂອງການກະທຳແບບທຳລາຍສິບປະການ

ມີການກະທຳທາງຮ່າງກາຍ, ວາຈາ, ແລະ ຈິດໃຈຫຼາຍອັນທີ່ທຳລາຍ. ພຣະພຸດທະສາສະໜາໄດ້ກຳນົດສິບປະການທີ່ເປັນອັນຕະລາຍທີ່ສຸດ. ມັນອັນຕະລາຍຍ້ອນວ່າມັນມັກຈະເກີດຈາກອາລົມລົບກວນ, ຄວາມບໍ່ອາຍ, ແລະ ຄວາມບໍ່ເອົາໃຈໃສ່. ມັນມາຈາກນິໄສທີ່ຝັງເລິກ ແລະ ຍ້ອນແນວນັ້ນ, ຈິ່ງເສີມແນວໂນ້ມທາງລົບຂອງເຮົາ. ໃນໄລຍະຍາວ, ພຶຕິກຳທຳລາຍຂອງເຮົາຈະສົ່ງຜົນໃຫ້ຊີວິດບໍ່ເປັນສຸກ ທີ່ເຮົາຈະສືບຕໍ່ການສ້າງບັນຫາໃຫ້ຕົນເອງ. 

ມີພຶຕິກຳທາງກາຍສາມປະເພດທີ່ທຳລາຍ: 

  1. ການເອົາຊີວິດຂອງຜູ້ອື່ນ - ນັບແຕ່ຄົນຜູ້ອື່ນລົງໄປຈົນເຖິງແມງໄມ້ທີ່ນ້ອຍທີ່ສຸດ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ມີຄວາມອົດທົນຕໍ່ສິ່ງໃດກໍຕາມທີ່ເຮົາເຫັນວ່າບໍ່ດີ; ການຕອບໂຕ້ຂອງເຮົາໃນທັນທີຕໍ່ສິ່ງໃດກໍຕາມທີ່ເຮົາບໍ່ມັກແມ່ນການຕີອອກທຳລາຍມັນ; ເຮົາກໍເຂົ້າໄປໃນການຕໍ່ສູ້ເລື້ອຍໆ. 
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ເຮົາ - ການລັກ, ການບໍ່ສົ່ງສິ່ງທີ່ເຮົາຢືມມາ, ການໃຊ້ສິ່ງທີ່ເປັນຂອງຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ, ແລະ ອື່ນໆ. ດ້ວຍເຫດນັ້ນ, ເຮົາຈິ່ງຮູ້ສຶກຄືວ່າທຸກຍາກ ແລະ ຖືກເຄາະຮ້າຍຢູ່ສະເໝີ; ບໍ່ມີໃຜຈະໃຫ້ເຮົາຢືມຫຍັງ; ສາຍພົວພັນຂອງເຮົາກັບຜູ້ອື່ນແມ່ນອີງໃສ່ການເອົາປຽບເຊິ່ງກັນ ແລະ ກັນໂດຍພື້ນຖານ. 
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການຂົ່ມຂືນ, ການຫຼິ້ນຊູ້, ການຮ່ວມເພດກັບຄົນໃນຄອບຄົວ, ໆລໆ. ດ້ວຍເຫດນັ້ນ, ຄວາມສຳພັນທາງເພດຂອງເຮົາສ່ວນຫຼາຍຈິ່ງມີໄລຍະສັ້ນ ແລະ ທັງເຮົາເອງ ແລະ ຄູ່ທີ່ເຮົານອນນຳເລື້ອຍໆ ຈິ່ງເປັນພຽງແຕ່ສິ່ງຂອງຕໍ່ກັນ ແລະ ກັນ; ເຮົາເຫັນສິ່ງທີ່ເປື້ອນເປັນຕາດຶງດູດ. 

ມີພຶຕິກຳທາງວາຈາສີ່ປະເພດທີ່ທຳລາຍ: 

  1. ການຕົວະ - ການເວົ້າຄວາມບໍ່ຈິງທັງທີ່ຮູ້ຢູ່, ການເຮັດໃຫ້ຜູ້ອື່ນເຂົ້າໃຈຜິດ, ແລະ ອື່ນໆ. ດ້ວຍເຫດນັ້ນ, ຈິ່ງບໍ່ມີໃຜເຄີຍເຊື່ອ ຫຼື ໄວ້ວາງໃຈສິ່ງທີ່ເຮົາເວົ້າ ແລະ ເຮົາກໍບໍ່ໄວ້ວາງໃຈສິ່ງທີ່ຜູ້ອື່ນເວົ້າຄືກັນ; ເຮົາຈະບໍ່ສາມາດແຍກຄວາມແຕກຕ່າງລະຫວ່າງຄວາມເປັນຈິງ ແລະ ສິ່ງທີ່ເຮົາສ້າງຂຶ້ນເອງໄດ້. 
  2. ການເວົ້າແຕກແຍກ - ການເວົ້າສິ່ງບໍ່ດີກ່ຽວກັບຜູ້ອື່ນເພື່ອແບ່ງແຍກເຂົາເຈົ້າຈາກກັນ ຫຼື ເຮັດໃຫ້ຄວາມເປັນສັດຕູ ຫຼື ຄວາມຫ່າງເຫີນຂອງເຂົາເຈົ້າຮ້າຍແຮງກວ່າເກົ່າ. ດ້ວຍເຫດນັ້ນ, ມິຕະພາບຂອງເຮົາຈິ່ງບໍ່ຍືນຍົງເພາະໝູ່ຂອງເຮົາສົງໄສວ່າເຮົາກໍເວົ້າສິ່ງບໍ່ດີກ່ຽວກັບລາວລັບຫຼັງລາວຄືກັນ; ເຮົາບໍ່ມີໝູ່ສະນິດ ແລະ ສະນັ້ນຈິ່ງຮູ້ສຶກໂດດດ່ຽວ ແລະ ດຽວດາຍ. 
  3. ການເວົ້າຮຸນແຮງ - ການເວົ້າສິ່ງທີ່ທຳຮ້າຍຄວາມຮູ້ສຶກຂອງຜູ້ອື່ນ. ດ້ວຍເຫດນັ້ນ, ຄົນຈິ່ງບໍ່ມັກ ແລະ ຫຼີກລ່ຽງເຮົາ; ແມ່ນແຕ່ເວລາຢູ່ນຳເຮົາ, ຜູ້ອື່ນກໍບໍ່ສາມາດຜ່ອນຄາຍໄດ້ ແລະ ມັກເວົ້າສິ່ງທີ່ຂີ້ຮ້າຍໃສ່ເຮົາຄືນ; ເຮົາກາຍເປັນຄົນທີ່ໂດດດ່ຽວ ແລະ ດຽວດາຍເພີ່ມເຕີມ. 
  4. ການຝອຍແບບບໍ່ມີຄວາມໝາຍ - ການເສຍເວລາຕົນເອງ ແລະ ຜູ້ອື່ນດ້ວຍການຝອຍທີ່ບໍ່ມີຄວາມໝາຍ; ການຂັດຄໍຄົນອື່ນດ້ວຍການລົມທີ່ບໍ່ມີຄວາມໝາຍຂອງເຮົາເມື່ອເຂົາເຈົ້າກຳລັງເຮັດສິ່ງບວກ. ດ້ວຍເຫດນັ້ນ, ຈິ່ງບໍ່ມີໃຜຖືເຮົາຈິງຈັງ; ເຮົາບໍ່ສາມາດຮັກສາຄວາມໃສ່ໃຈຢູ່ທີ່ໜ້າວຽກໃດໜຶ່ງໂດຍທີ່ບໍ່ກວດເບິ່ງເຄື່ອງມືຖືຂອງເຮົາທຸກໆສາມ-ສີ່ນາທີໄດ້; ເຮົາເຮັດຫຍັງທີ່ມີຄວາມໝາຍບໍ່ສຳເລັດເລີຍ. 

ມີວິທີຄິດສາມຢ່າງທີ່ທຳລາຍ: 

  1. ການຄິດໂລບມາກໂລພາ - ຍ້ອນຄວາມອິດສາ, ການຄິດໝົກໝຸ້ນ ແລະ ການວາງແຜນທີ່ຈະເອົາບາງສິ່ງ ຫຼື ຄຸນນະສົມບັດບາງຢ່າງ ທີ່ຄົນອື່ນມີ, ຫຼື ຍິ່ງກວ່ານັ້ນ, ໃຫ້ລື່ນເຂົາເຈົ້າ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ເຄີຍມີຈິດໃຈທີ່ສະຫງົບ ຫຼື ຮູ້ສຶກປີຕິຍິນດີ, ຍ້ອນເຮົາກຳລັງທໍລະມານກັບຄວາມຄິດລົບກ່ຽວກັບຜົນສຳເລັດຂອງຜູ້ອື່ນ. 
  2. ການຄິດມຸ່ງຮ້າຍ - ການຄິດ ແລະ ວາງແຜນທຳຮ້າຍຜູ້ອື່ນ ຫຼື ແກ້ແຄ້ນສຳລັບສິ່ງທີ່ລາວໄດ້ເວົ້າ ຫຼື ເຮັດ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ເຄີຍຮູ້ສຶກປອດໄພ ຫຼື ສາມາດຜ່ອນຄາຍໄດ້; ເຮົາດຳລົງຊີວິດຢູ່ໃນຄວາມວິຕົກ ແລະ ຢ້ານກົວຢູ່ຕະຫຼອດເວລາ, ຢ້ານວ່າຜູ້ອື່ນຈະວາງແຜນຕໍ່ຕ້ານເຮົາຄືກັນ. 
  3. ການຄິດບິດເບືອນພ້ອມຄວາມເປັນປໍລະປັກ - ບໍ່ພຽງແຕ່ການຄິດດື້ດ້ານບາງຢ່າງທີ່ກົງກັນຂ້າມກັບສິ່ງທີ່ເປັນຈິງ ແລະ ຖືກຕ້ອງ, ແຕ່ຍັງຖົກຖຽງໃນໃຈຂອງເຮົາກັບຜູ້ອື່ນທີ່ບໍ່ເຫັນດີກັບເຮົາ ແລະ ດູໝິ່ນລາວໃນລັກສະນະຮຸກຮານ. ດ້ວຍເຫດນັ້ນ, ເຮົາກາຍເປັນຄົນທີ່ຈິດໃຈຄັບແຄບ, ບໍ່ຍອມເປີດຮັບຄຳແນະນຳທີ່ເປັນປະໂຫຍດໃດໆ ເລີຍ; ຈິດໃຈຂອງເຮົາກໍປິດເຊັ່ນກັນ, ຄິດຫາແຕ່ຕົນເອງ ແລະ ວ່າຕົນເອງຖືກຢູ່ສະເໝີ; ເຮົາສືບຕໍ່ບໍ່ຮູ້ ແລະ ໂງ່ເຂົາ. 

ບໍ່ວ່າພື້ນຖານສາສະໜາ ຫຼື ຄວາມເຊື່ອຂອງເຮົາຈະເປັນແນວໃດ, ການຍັບຍັ້ງຈາກ 10 ຂໍ້ເຫຼົ່ານີ້ແມ່ນຖືກປະເດັນສຳລັບຄົນທີ່ປາຖະໜາຈະດຳລົງຊີວິດທີ່ເປັນສຸກກວ່າ. 

ພຶຕິກຳທຳລາຍສິບປະເພດກວ້າງກວ່າ

ການປະພຶດທຳລາຍສິບປະການຊີ້ບອກເຖິງພຶຕິກຳທຳລາຍສິບປະເພດກວ້າງໆ ທີ່ເຮົາຕ້ອງຫຼີກລ່ຽງ. ເຮົາຕ້ອງຄິດໃຫ້ກວ້າງເທົ່າທີ່ຈະເປັນໄປໄດ້ກ່ຽວກັບພຶຕິກຳຂອງເຮົາ ແລະ ຜົນສະທ້ອນຂອງມັນ. ຕໍ່ໄປນີ້ແມ່ນຕົວຢ່າງໃຫ້ຄິດ, ແຕ່ຜູ້ຂ້າໝັ້ນໃຈວ່າເຮົາແຕ່ລະຄົນສາມາດຂະຫຍາຍລາຍການນີ້ໄດ້. 

  1. ການເອົາຊີວິດຜູ້ອື່ນ - ການຕີ ຫຼື ປະຕິບັດກັບຜູ້ອື່ນຢ່າງຫຍາບຄາຍ, ການເພີກເສີຍທີ່ຈະຊ່ວຍຜູ້ອື່ນເຮັດວຽກທີ່ຕ້ອງໃຊ້ແຮງງານເມື່ອຜູ້ນັ້ນຕ້ອງການຄວາມຊ່ວຍເຫຼືອ, ຍ່າງໄວເກີນໄປເມື່ອຢູ່ກັບຜູ້ປ່ວຍ ຫຼື ຜູ້ສູງອາຍຸ, ແລະ ການກໍ່ໃຫ້ເກີດອັນຕະລາຍທາງຮ່າງກາຍປະເພດໃດກໍຕາມ, ລວມເຖິງການສ້າງມົນລະພິດຕໍ່ສິ່ງແວດລ້ອມ ແລະ ການສູບຢາຢູ່ໃກ້ຄົນທີ່ບໍ່ສູບ, ໂດຍສະເພາະເດັກນ້ອຍ. 
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ - ການດາວໂຫຼດສິ່ງຕ່າງໆ ຈາກອິນເຕີເນັດຢ່າງຜິດກົດໝາຍ, ການຄັດລອກ, ການຫຼອກລວງ, ການໜີພາສີ, ການບຸກລຸກຄວາມເປັນສ່ວນຕົວຂອງຜູ້ອື່ນ ແລະ ແມ່ນແຕ່ການຊີມຈາກຈານຂອງຄູ່ ຫຼື ໝູ່ຂອງເຮົາໂດຍທີ່ບໍ່ໄດ້ຂໍ. 
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການກໍ່ກວນທາງເພດກັບຜູ້ໃດໜຶ່ງ, ການເພີກເສີຍຕໍ່ຄວາມຕ້ອງການຂອງຄູ່ນອນຂອງເຮົາໃນເວລາມີເພດສຳພັນ, ແລະ ການສະແດງຄວາມຮັກໜ້ອຍ ຫຼື ຫຼາຍເກີນໄປ. 
  4. ການຕົວະ - ການຫຼອກລວງຜູ້ອື່ນກ່ຽວກັບຄວາມຮູ້ສຶກອັນແທ້ຈິງຂອງເຮົາ ຫຼື ຄວາມຕັ້ງໃຈຂອງເຮົາໃນຄວາມສຳພັນຂອງເຮົາກັບເພິ່ນ. 
  5. ການເວົ້າແບ່ງແຍກ - ການວິຈານສິ່ງທີ່ເປັນບວກ ຫຼື ມີຈັນຍາທັມເປັນກາງທີ່ຄົນໜຶ່ງກ່ຽວຂ້ອງ ຫຼື ມີສ່ວນຮ່ວມນຳ ຫຼື ກຳລັງວາງແຜນທີ່ຈະເຮັດ ແລະ ຜັກດັນເພິ່ນຈາກການມີກ່ຽວຂ້ອງກັບມັນ. 
  6. ການເວົ້າຢ່າງໂຫດຮ້າຍ - ການຮ້ອງໃສ່ຄົນ, ການເວົ້ານ້ຳສຽງຮຸນແຮງ, ການເວົ້າບໍ່ສຸພາບ ແລະ ວິພາກວິຈານຄົນເມື່ອເພິ່ນຢູ່ໃນອາລົມອ່ອນໄຫວ, ແລະ ການໃຊ້ພາສາຫຍາບຄາຍ ແລະ ແດກດັນໃນວົງທີ່ບໍ່ສົມຄວນ ຫຼື ໃນເວລາທີ່ບໍ່ເໝາະ. 
  7. ການຝອຍແບບບໍ່ມີຄວາມໝາຍ - ການທໍລະຍົດຄວາມໄວ້ວາງໃຈຂອງຜູ້ອື່ນ ແລະ ເປີດເຜີຍຄວາມລັບສ່ວນຕົວຂອງລາວໃຫ້ຜູ້ອື່ນຮູ້, ການສົ່ງຂໍ້ຄວາມຫາຜູ້ອື່ນດ່ຽວກັບສິ່ງໄຮ້ສາລະ, ໂດຍສະເພາະໃນຍາມກາງເດິກ, ໂພສ໌ຮູບ ແລະ ສະແດງຄຳເຫັນລົງສື່ສັງຄົມອອນລາຍນ໌ກ່ຽວກັບແງ່ມຸມໄຮ້ສາລະຂອງຊີວິດປະຈຳວັນຂອງເຮົາ, ການຂັດຄໍຜູ້ອື່ນໂດຍບໍ່ປ່ອຍໃຫ້ລາວເວົ້າຈົບກ່ອນ, ແລະ ສະແດງຄຳເຫັນ ຫຼື ເວົ້າແນວໂງ່ໆ ອອກມາໃນລະຫວ່າງການສົນທະນາທີ່ກຳລັງຈິງຈັງ. 
  8. ການຄິດໂລບມາກໂລພາ - ການຫວັງວ່າຄົນທີ່ກຳລັງກິນເຂົ້າກັບເຮົາໃນຮ້ານອາຫານຈະໃຫ້ເຮົາຊີມສິ່ງທີ່ລາວໄດ້ສັ່ງມາ, ແລະ ເວລາເຫັນຮູບ ຫຼື ອ່ານໂພສ໌ໃນສື່ສັງຄົມອອນລາຍນ໌ກ່ຽວກັບຊ່ວງເວລາດີໆ, ທີ່ໜ້າຕື່ນເຕັ້ນທີ່ຜູ້ອື່ນມີ, ແລ້ວຮູ້ສຶກເສົ້າກັບຕົນເອງ ແລະ ຄິດດ້ວຍຄວາມອິດສາວ່າເຮົາກໍຢາກເປັນທີ່ນິຍົມ ແລະ ເປັນສຸກຄືກັນ. 
  9. ການຄິດມຸ່ງຮ້າຍ - ເມື່ອມີຄົນເວົ້າສິ່ງທີ່ໜ້າລັງກຽດ ຫຼື ໂຫດຮ້າຍກັບເຮົາ ແລະ ເຮົາຄິດຄຳເວົ້າບໍ່ອອກ, ແຕ່ຍັງຄົງຄິດໃນໃຈຢູ່ພາຍຫຼັງກ່ຽວກັບສິ່ງທີ່ເຮົາຄວນຕອບກັບທີ່ຈະເຮັດໃຫ້ລາວເຈັບ. 
  10. ການຄິດບິດເບືອນພ້ອມກັບຄວາມເປັນປໍລະປັກ - ການຄິດລົບ, ຄິດ ເປັນສັດຕູກັບຄົນທີ່ສະເໜີ ຫຼື ພະຍາຍາມຈະຊ່ວຍເຮົາເຮັດບາງຢ່າງທີ່ເຮົາຮູ້ສຶກວ່າເຮົາຈັດການເອງໄດ້, ແລະ ການຄິດວ່າບາງຄົນນັ້ນໂງ່ປານໃດທີ່ພະຍາຍາມປັບປຸງຕົນເອງໃນບາງຢ່າງທີ່ບໍ່ເປັນອັນຕະລາຍ, ແຕ່ທີ່ເຮົາບໍ່ໄດ້ສົນໃຈ ຫຼື ຄິດວ່າບໍ່ສຳຄັນ. 

ການກະທຳທຳລາຍຕໍ່ຕົວເຮົາເອງ

ວິທີທີ່ເຮົາກະທຳຕໍ່ຕົວເຮົາເອງສາມາດທຳລາຍໄດ້ຄືກັບພຶຕິກຳຂອງເຮົາທີ່ມຸ່ງໃສ່ຜູ້ອື່ນ. ເພື່ອການດຳລົງຊີວິດທີ່ເປັນສຸກກວ່າ, ເຮົາຕ້ອງຮັບຮູ້ເຖິງຮູບແບບແນວລົບເຫຼົ່ານີ້ ແລະ ພະຍາຍາມແກ້ໄຂ. ອີກເທື່ອໜຶ່ງ, ວິທີການກະທຳແບບທຳລາຍສິບປະການນັ້ນ ບົ່ງບອກເຖິງປະເພດຂອງພຶຕິກຳທີ່ເຮົາຕ້ອງຢຸດ. 

  1. ການເອົາຊີວິດຜູ້ອື່ນ - ການທຳຮ້າຍຮ່າງກາຍຕົນເອງໂດຍການເຮັດວຽກຫຼາຍເກີນໄປ, ການກິນອາຫານບໍ່ດີ, ການບໍ່ອອກກຳລັງກາຍ, ຫຼື ການນອນບໍ່ພໍ. 
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ - ການເສຍເງິນໄປກັບສິ່ງທີ່ບໍ່ສໍາຄັນ, ຫຼື ການຂີ້ຖີ່ ຫຼື ມັກເຄື່ອງຖືກເວລາໃຊ້ຈ່າຍເພື່ອຕົນເອງເມື່ອເຮົາສາມາດຈ່າຍໄດ້. 
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການມີສ່ວນຮ່ວມໃນກິຈະກຳທາງເພດທີ່ອາດເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາ, ຫຼື ການເຮັດໃຫ້ຈິດໃຈຂອງເຮົາເປັນມົນລະພິດດ້ວຍສື່ລາມົກ. 
  4. ການຕົວະ - ການຫຼອກລວງຕົນເອງກ່ຽວກັບຄວາມຮູ້ສຶກ ຫຼື ແຮງຈູງໃຈຂອງຕົນ. 
  5. ການເວົ້າແບ່ງແຍກ - ການເວົ້າໃນທາງທີ່ເປັນຕາລັງກຽດ, ເຊັ່ນການຈົ່ມຕະຫຼອດເວລາ, ຈົນຜູ້ອື່ນຮູ້ສຶກບໍ່ພໍໃຈທີ່ຈະຢູ່ກັບເຮົາ, ເຂົາເຈົ້າກໍຫຼີກລ່ຽງທີ່ຈະຢູ່ໃກ້ເຮົາໄປ. 
  6. ການເວົ້າຮຸນແຮງ - ການຮ້າຍຕົນເອງດ້ວຍວາຈາ. 
  7. ການຝອຍບໍ່ມີຄວາມໝາຍ - ການເວົ້າຢ່າງບໍ່ຈຳແນກກ່ຽວກັບເລື່ອງສ່ວນຕົວ, ຄວາມສົງໄສ ຫຼື ຄວາມກັງວົນຂອງຕົນ, ຫຼື ການເສຍເວລາໄປກັບການເບິ່ງສື່ສັງຄົມອອນລາຍນ໌, ການຫຼິ້ນວີດີໂອເກມແບບບໍ່ຄິດໜ້າຄິດຫຼັງ, ຫຼື ການທ່ອງອິນເຕີເນັດ. 
  8. ການຄິດໂລບມາກໂລພາ - ການຄິດວ່າຈະເອົາຊະນະຕົນເອງໄດ້ແນວໃດເພາະເປັນຄົນສົມບູນແບບ. 
  9. ການຄິດມຸ່ງຮ້າຍ - ການຄິດດ້ວຍຄວາມຮູ້ສຶກຜິດວ່າເຮົາບໍ່ເປັນຕາຮັກປານໃດ ແລະ ເຮົາບໍ່ສົມຄວນທີ່ຈະເປັນສຸກ. 
  10. ການຄິດບິດເບືອນພ້ອມກັບຄວາມເປັນປໍລະປັກ - ການຄິດວ່າເຮົາໂງ່ທີ່ພະຍາຍາມປັບປຸງຕົນເອງ ຫຼື ຊ່ວຍຜູ້ອື່ນ. 

ວິທີຈັດການກັບຮູບແບບການທຳລາຍຂອງເຮົາ

ເມື່ອເຮົາເລີ່ມເບິ່ງວິທີການທຳລາຍທັງໝົດທີ່ເຮົາໄດ້ປະພຶດໃນອາດີດ, ສິ່ງສຳຄັນແມ່ນຕ້ອງຫຼີກລ່ຽງຄວາມຮູ້ສຶກໃນແງ່ລົບກ່ຽວກັບຕົນເອງ. ແທນທີ່ຈະເປັນອຳມະພາດດ້ວຍຄວາມຮູ້ສຶກຜິດ, ເຮົາຄວນຍອມຮັບວ່າສິ່ງທີ່ເຮົາໄດ້ເຮັດນັ້ນມາຈາກຄວາມບໍ່ຮູ້ ແລະ ໄຮ້ດຽງສາຜົນກະທົບພຶຕິກຳຂອງເຮົາ: ເຮົາຖືກຂັບເຄື່ອນຕາມໃຈດ້ວຍອາລົມລົບກວນຂອງເຮົາ, ບໍ່ແມ່ນຍ້ອນເຮົາຊົ່ວໂດຍກໍາເນີດ. ເຮົາຮູ້ສຶກເສຍໃຈກັບສິ່ງທີ່ເຮົາໄດ້ເຮັດໄປ, ໂດຍຫວັງວ່າມັນບໍ່ໄດ້ເກີດຂຶ້ນ, ແຕ່ຮັບຮູ້ວ່າເຮົາບໍ່ສາມາດປ່ຽນແປງອາດີດໄດ້. ສິ່ງທີ່ຜ່ານໄປແລ້ວກໍເປັນອາດີດ - ແຕ່ຕອນນີ້ເຮົາສາມາດຕັດສິນໃຈທີ່ຈະພະຍາຍາມສຸດຄວາມສາມາດທີ່ຈະບໍ່ເຮັດພຶຕິກຳນັ້ນຊ້ຳອີກ. ຈາກນັ້ນ ເຮົາຢືນຢັ້ນອີກຄັ້ງເຖິງທິດທາງແນວບວກທີ່ເຮົາກຳລັງພະຍາຍາມວາງໃນຊີວິດຂອງເຮົາ, ແລະ ພະຍາຍາມມີສ່ວນຮ່ວມໃນການກະທຳທີ່ສ້າງສັນໃຫ້ຫຼາຍທີ່ສຸດ, ບົນພື້ນຖານຄວາມຮັກ ແລະ ຄວາມເຫັນໃຈ. ສິ່ງນີ້ຈະສ້າງນິໄສທາງບວກຫຼາຍຂຶ້ນ ເພື່ອຖ່ວງດຸນ ແລະ ໃນທີ່ສຸດກໍຈະມີຫຼາຍກວ່າພະລັງທາງລົບ. 

ຈາກນັ້ນເຮົາຈະເລີ່ມໃຫ້ການຕອບໂຕ້ຂອງເຮົາຊ້າລົງຕໍ່ຄົນ ຫຼື ເຫດການທີ່ເຮົາພົບ, ເພື່ອທີ່ວ່າເຮົາຈະສາມາດຈັບພື້ນທີ່ວ່າງລະຫວ່າງເວລາທີ່ເຮົາຮູ້ສຶກຢາກເຮັດສິ່ງທຳລາຍຍ້ອນນິໄສ, ແລະ ເມື່ອເວລາທີ່ເຮົາລົງມືເຮັດແທ້. ເຮົາໃຊ້ຊ່ວງເວລານັ້ນໃນການຕັດສິນໃຈວ່າແມ່ນຫຍັງເປັນປະໂຫຍດ ແລະ ແມ່ນຫຍັງເປັນອັນຕະລາຍ, ເຊິ່ງຈະຊ່ວຍໃຫ້ເຮົາລະເວັ້ນຈາກການເຮັດ, ເວົ້າ, ຫຼື ຄິດສິ່ງທີ່ທຳລາຍ. ດັ່ງທີ່ພຣະສານຕິເທວະ, ປະຣະມາຈານທາງພຣະພຸດທະສາສະໜາຄົນອິນເດຍໄດ້ແນະນຳວ່າ: “ຈົ່ງຢູ່ຢ່າງຂອນໄມ້.” ເຮົາສາມາດເຮັດໄດ້, ແຕ່ດ້ວຍຄວາມເຂົ້າໃຈ, ຄວາມຮັກ, ຄວາມເຫັນໃຈ, ແລະ ຄວາມເຄົາຣົບທັງຕໍ່ຕົນເອງ ແລະ ຜູ້ອື່ນ. ບໍ່ແມ່ນວ່າເຮົາກຳລັງກົດດັນຫຍັງ, ເຊິ່ງມີແຕ່ຈະເຮັດໃຫ້ເຮົາກັງວົນ ແລະ ເຄັ່ງຕຶງເທົ່ານັ້ນ. ດ້ວຍຈິດໃຈທີ່ມີປັນຍາ ແລະ ຄວາມເຫັນໃຈ, ເຮົາຈະປັດເປົ່າພະລັງແນວລົບທີ່ຈະຜັກດັນໃຫ້ເຮົາເຮັດ ຫຼື ເວົ້າສິ່ງທີ່ເຮົາຈະເສຍໃຈໃນພາຍຫຼັງ. ແລ້ວເຮົາຈະມີອິດສະລະທີ່ຈະປະພຶດໃນລັກສະນະທີ່ສ້າງສັນ, ບົນພື້ນຖານອາລົມ ແລະ ຄວາມເຂົ້າໃນແນວບວກ. 

ສະຫຼຸບ

ເມື່ອເຮົາລະເວັ້ນຈາກພຶຕິກຳທຳລາຍ, ມັນບໍ່ພຽງແຕ່ຈະເປັນປະໂຫຍດຕໍ່ຜູ້ອື່ນ, ແຕ່ສຸດທ້າຍແລ້ວກໍເພື່ອປະໂຫຍດສ່ວນຕົວຂອງເຮົາເອງ. ເມື່ອເຮົາເຫັນວ່າມັນແມ່ນພຶຕິກຳຂອງເຮົາເອງທີ່ເປັນສາເຫດຂອງຄວາມບໍ່ເປັນສຸກຂອງເຮົາ, ໂດຍທຳມະຊາດແລ້ວເຮົາຈະ - ອັນທີ່ຈິງ, ເຮົາຈະຍິນດີທີ່ຈະຫຼີກລ່ຽງນິໄສ ແລະ ການກະທຳທາງລົບ ແລະ ທຳລາຍ. ເມື່ອເຮົາຢຸດເສີມສ້າງນິໄສເຫຼົ່ານີ້, ຄວາມສຳພັນຂອງເຮົາກັບຜູ້ອື່ນກໍຈະດີຂຶ້ນ ແລະ ມີຄວາມຈິງໃຈຫຼາຍຂຶ້ນ, ໃນຂະນະທີ່ເຮົາກໍຮູ້ສຶກສະຫງົບກັບຕົນເອງຫຼາຍຂຶ້ນ. ຖ້າເຮົາປາຖະໜາຄວາມສະບາຍໃຈແທ້ໆ, ເຮົາຕ້ອງພະຍາຍາມຕັດວິທີແບບທຳລາຍຂອງການກະທຳ, ການເວົ້າ, ແລະ ການຄິດຂອງເຮົາ. ການເຮັດແນວນັ້ນຈະຊ່ວຍປັບປຸງຄຸນະພາບຊີວິດຂອງເຮົາຢ່າງມະຫາສານ. 

Top