ການຫຼີກລ່ຽງການປະພຶດແບບມ້າງເພສິບປະການ

ເຮົາທັງໝົດຢາກຍົກລະດັບການເປັນຢູ່ທີ່ດີຂອງຕົນເອງ, ແລະ ເຮົາສ່ວນຫຼາຍປາຖະໜາທີ່ຈະສ້າງຄວາມ ສຳພັນທີ່ດີ ແລະ ໜ້າພໍໃຈກັບຜູ້ອື່ນ. ອັນນີ້ຈະບໍ່ເກີດຂຶ້ນເອງໃນອາກາດ: ມັນຕ້ອງອາໄສຈັນຍາທັມ. ນັ້ນ ໝາຍເຖິງການລະເວັ້ນຈາກພຶຕິກຳທີ່ເປັນອັນຕະລາຍ ແລະ ປະພຶດໃນທາງສ້າງສັນ, ເປັນປະໂຫຍດແທນ. ເຮົາປະພຶດແບບທຳລາຍລ້າງເມື່ອຕົກຢູ່ໃນອິທິພົນຂອງອາລົມກໍ່ກວນເຊັ່ນຄວາມໂມໂຫ ແລະ ຄວາມໂລບ, ເຊິ່ງເຮັດໃຫ້ເຮົາສູນເສຍຄວາມສະຫງົບໃນຈິດໃຈ ແລະ ການຄວບຄຸມຕົນເອງ. ເຮົາສະແດງນິໄສດ້ານລົບ ຂອງເຮົາແບບຕາມໃຈ, ບໍ່ພຽງແຕ່ທຳຮ້າຍຜູ້ອື່ນ, ແຕ່ໃນທ້າຍທີ່ສຸດກໍທຳຮ້າຍຕົນເອງນຳ: ພຶຕິກຳຂອງເຮົາ ເອງກາຍເປັນສາເຫດຂອງຄວາມບໍ່ເປັນສຸກໃນໄລຍະຍາວຂອງເຮົາ. ໃນທາງກົງກັນຂ້າມ, ຖ້າເຮົາຝຶກ ຄວບຄຸມຕົນເອງ ແລະ ປະພຶດດ້ວຍຄວາມເມດຕາ ແລະ ຄວາມເຫັນໃຈ, ເຮົາຈະເປັນເພື່ອນທີ່ໜ້າໄວ້ວາງໃຈ ສຳລັບຜູ້ອື່ນ ແລະ ຕົວເຮົາເອງ, ແລະ ໂດຍທຳມະຊາດແລ້ວ ເຮົາກໍຈະມີຊີວິດທີ່ເປັນສຸກຫຼາຍຂຶ້ນ.

ນິຍາມຂອງການປະພຶດແບບມ້າງເພ

ລະບົບຈັນຍາທັມ ແຕ່ລະອັນມີລາຍການຂອງປະເພດການປະພຶດແບບມ້າງເພຂອງຕົນເອງ ບົນພື້ນ ຖານຂອງແນວຄວາມຄິດທີ່ແຕກຕ່າງກັນວ່າອັນໃດເປັນທີ່ຍອມຮັບໄດ້ ແລະ ອັນໃດບໍ່. ລະບົບ ສາສະໜາ ແລະ ລະບົບພົນລະເຮືອນອີງໃສ່ກົດໝາຍທີ່ມາຈາກອຳນາດແຫ່ງສະຫວັນ, ປະມຸກລັດ, ຫຼື ນິຕິກຳບາງປະເພດ. ເມື່ອເຮົາບໍ່ເຊື່ອຟັງ, ເຮົາກໍຈະມີຄວາມຜິດ ແລະ ຕ້ອງໄດ້ຮັບການລົງໂທດ; ເມື່ອ ເຮົາເຊື່ອຟັງ, ເຮົາຈະໄດ້ຮັບລາງວັນ ບໍ່ວ່າຈະຢູ່ໃນສະຫວັນ, ຫຼື ໃນຊາດນີ້ດ້ວຍສັງຄົມທີ່ປອດໄພ ແລະ ກົມກຽວກັນ. ລະບົບມະນຸດສະທັມສຸມໃສ່ການບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ອື່ນ, ແຕ່ສິ່ງນີ້ກໍຍັງເປັນ ບັນຫາ: ເຮົາສາມາດຕັດສິນໄດ້ຕະຫຼອດບໍວ່າສິ່ງໃດເປັນອັນຕະລາຍ ຫຼື ເປັນປະໂຫຍດຕໍ່ຜູ້ອື່ນ? ຍົກຕົວຢ່າງ, ການຮ້ອງໃສ່ຜູ້ອື່ນອາດທຳຮ້າຍຄວາມຮູ້ສຶກຂອງເຂົາ, ຫຼື ມັນອາດຊ່ວຍໃຫ້ເຂົາຫຼີກລ່ຽງ ອັນຕະລາຍ.

ຈັນຍາທັມພຣະພຸທະສາສະໜາເນັ້ນໜັກເຖິງການຫຼີກລ່ຽງການປະພຶດທີ່ທຳລາຍຕົນເອງ - ໂດຍ ສະເພາະການກະທຳໃນທາງທີ່ຈະເປັນອັນຕະລາຍຕໍ່ເຮົາເອງໃນໄລຍະຍາວ. ຖ້າເຮົາຮ້ອງໃສ່ຄົນຂັບ ລົດທີ່ກຳລັງພະຍາຍາມຈະແຊງເຮົາເທິງຖະໜົນຢ່າງບ້າບິ່ນ, ມັນອາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໃນເວລາ ນັ້ນ, ແຕ່ມັນກໍຍັງຈະເຮັດໃຫ້ຈິດໃຈຂອງເຮົາບໍ່ສະຫງົບ ແລະ ສັ່ນຄອນພະລັງງານຂອງເຮົາ, ພາໃຫ້ ເຮົາເສຍຄວາມສະຫງົບສຸກ. ເມື່ອເຮົາໃຫ້ໃຫ້ການຮ້ອງກາຍເປັນນິໄສ, ເຮົາຈະບໍ່ສາມາດທົນຕໍ່ຄວາມ ບໍ່ສະດວກຕ່າງໆ ໄດ້ໂດຍບໍ່ຕ້ອງອຸກໃຈ; ສິ່ງນີ້ບໍ່ພຽງແຕ່ສ້າງຄວາມເສຍຫາຍຕໍ່ຄວາມສຳພັນຂອງເຮົາ ກັບຜູ້ອື່ນ, ແຕ່ຕໍ່ສຸຂະພາບຂອງເຮົານຳອີກ.

ເມື່ອ, ອີກດ້ານໜຶ່ງ, ພຶຕິກຳຂອງເຮົາມີແຮງຈູງໃຈຈາກຄວາມເປັນຫ່ວງຜູ້ອື່ນຢ່າງແທ້ຈິງ, ດ້ວຍຄວາມ ເມດຕາ, ຄວາມເຫັນໃຈ, ແລະ ຄວາມເຂົ້າໃຈ, ເຮົາຈະບໍ່ຍອມຮ້ອງໃສ່ລາວເຖິງວ່າເຮົາຈະຮູ້ສຶກຢາກ ເຮັດແນວນັ້ນໂດຍອັດຕະໂນມັດ - ເຮົາຈະປ່ອຍໃຫ້ຄົນຂັບຜູ້ນັ້ນແຊງໄປແບບງາມໆ. ຜົນໄດ້ຮັບແມ່ນວ່າ ຄົນຂັບຜູ້ນັ້ນຮູ້ສຶກເປັນສຸກ, ແລະ ເຮົາກໍໄດ້ປະໂຫຍດເຊັ່ນກັນ: ເຮົາຮັກສາຄວາມສະຫງົບ ແລະ ສັນຕິ ໄວ້ໄດ້, ກັບພາວະຈິດໃຈທີ່ເປັນສຸກໂດຍພື້ນຖານ. ເຮົາບໍ່ໄດ້ກົດດັນຄວາມຢາກຮ້ອງ ແລະ ສຸດທ້າຍພັດ ຮູ້ສຶກໝຸດໝັດຂັດໃຈ. ກົງກັນຂ້າມ, ເຮົາເຫັນວ່າທຸກຄົນໃນທ້ອງຖະໜົດຕ່າງກໍຢາກເຖິງຈຸດໝາຍຂອງ ເຂົາໃຫ້ໄວເທົ່າທີ່ຈະໄວໄດ້ຄືກັນ, ແລະ ສະນັ້ນ ເຮົາຈິ່ງເຂົ້າໃຈເຖິງຄວາມໄຮ້ປະໂຫຍດ ແລະ ຄວາມໄຮ້ ສາມລະຂອງການພະຍາຍາມທີ່ຈະເຮັດໃຫ້ການຂັບລົດຂອງເຮົານັ້ນກາຍເປັນການແຂ່ງລົດແທນ.

ພຣະພຸທະສາສະໜາກຳນົດພຶຕິກຳມ້າງເພເປັນການກະທຳຕາມໃຈພາຍໃຕ້ອິທິພົນຂອງອາລົມ ກໍ່ກວນ ແລະ ນິໄສທາງລົບ. ເຮົາບໍ່ຈຳແນກຢ່າງຖືກຕ້ອງລະຫວ່າງອັນທີ່ເປັນໂທດ ແລະ ອັນທີ່ເປັນ ປະໂຫຍດ, ບໍ່ວ່າຈະຍ້ອນເຮົາພຽງແຕ່ບໍ່ຮູ້ວ່າອັນໃດທີ່ທີ່ສຸດ ຫຼື ບາງເທື່ອເຮົາຮູ້, ແຕ່ເຮົາຂາດການ ຄວບຄຸມຕົນເອງໂດຍສິ້ນເຊີງ. ອາລົມກໍ່ກວນອັນຫຼັກໆ ແມ່ນຄວາມໂລບ ແລະ ຄວາມໂມໂຫ, ລວມເຖິງ ຄວາມໄຮ້ດຽງສາກ່ຽວກັບຜົນກະທົບຂອງວິທີການປະພຶດ, ເວົ້າ, ແລະ ຄິດຂອງເຮົາ ເວລາທີ່ຖືກຂັບ ເຄື່ອນດ້ວຍອາລົມສ້າງບັນຫາເຫຼົ່ານີ້. ນອກເໜືອຈາກນີ້, ເຮົາມັກຈະຂາດຄວາມຮູ້ສຶກກ່ຽວກັບຄຸນຄ່າ ຂອງຕົນເອງ, ແລະ ສະນັ້ນຈິ່ງບໍ່ສົນໃຈເລີຍວ່າຕົນເອງຈະປະພຶດແນວໃດ. ເຮົາມີທັດສະນະແບບ ແມ່ນຫຍັງກໍຢ່າ, ບ່ອນທີ່ບໍ່ມີຫຍັງສຳຄັນຂອກຈາກສິ່ງພາຍນອກບາງອັນ ເຊັ່ນ ການແຕ່ງຕົວຂອງ ເຮົາ, ຜົມຂອງເຮົາເປັນແນວໃດ, ແລະ ໝູ່ຂອງເຮົາແມ່ນໃຜ. ແນ່ນອນວ່າເຮົາບໍ່ສົນໃຈເລີຍວ່າພຶຕິກຳ ຂອງເຮົາຈະສະທ້ອນເຖິງຄົນຮຸ່ນເຮົາທັງໝົດ, ຫຼື ເຖິງເພດ, ເຊື້ອຊາດ, ສັນຊາດ, ສາສະໜາຂອງເຮົາ, ຫຼື ກຸ່ມໃດກໍຕາມທີ່ເຮົາຈັດຕົວເອງເຂົ້າໃນ. ເຮົາຂາດສັກສີ ແລະ ຄວາມນັບຖືຕົນເອງ.

ລາຍການຂອງການປະພຶດມ້າງເພສິບຢ່າງອັນດັ້ງເດີມ

ມີການປະພຶດທາງຮ່າງກາຍ, ວາຈາ, ແລະ ຈິດໃຈຫຼາຍອັນທີ່ມ້າງເພ. ພຣະພຸທະສາສະໜາໄດ້ກຳນົດ ສິບອັນທີ່ເປັນອັນຕະລາຍທີ່ສຸດ. ມັນອັນຕະລາຍຍ້ອນວ່າມັນມັກຈະເກີດຈາກອາລົມລົບກວນ, ຄວາມບໍ່ ອາຍ, ແລະ ຄວາມບໍ່ໃສ່ໃຈ. ມັນມາຈາກນິໄສທີ່ຝັງເລິກ ແລະ ຍ້ອນແນວນັ້ນ, ຈິ່ງເສີມແນວໂນ້ມທາງ ລົບຂອງເຮົາ. ໃນໄລຍະຍາວ, ພຶຕິກຳມ້າງເພຂອງເຮົາຈະສົ່ງຜົນໃຫ້ຊີວິດບໍ່ເປັນສຸກ ບ່ອນທີ່ເຮົາຈະສືບ ຕໍ່ສ້າງບັນຫາໃຫ້ຕົນເອງ.

ພຶຕິກຳທາງກາຍສາມປະເພດທີ່ມ້າງເພ:

  1. ການເອົາຊີວິດຂອງຜູ້ອື່ນ - ນັບແຕ່ຄົນຜູ້ອື່ນໄປຈົນເຖິງແມງໄມ້ທີ່ນ້ອຍທີ່ສຸດ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ມີຄວາມອົດທົນຕໍ່ສິ່ງໃດກໍຕາມທີ່ເຮົາເຫັນວ່າບໍ່ດີ; ການຕອບໂຕ້ຂອງເຮົາໃນທັນທີຕໍ່ ສິ່ງໃດກໍຕາມທີ່ເຮົາບໍ່ມັກແມ່ນການລຸກຂຶ້ນມາທຳລາຍມັນ; ສ່ວນຫຼາຍເຮົາຈະຕໍ່ສູ້.
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ເຮົາ - ການລັກ, ການບໍ່ສົ່ງສິ່ງທີ່ເຮົາຢືມມາ, ການໃຊ້ສິ່ງທີ່ເປັນຂອງ ຜູ້ອື່ນໂດຍບໍ່ໄດ້ຮັບອະນຸຍາດ, ແລະ ອື່ນໆ. ດ້ວຍເຫດນັ້ນ, ເຮົາຈິ່ງຮູ້ສຶກຄືວ່າທຸກ ແລະ ວິຈານຢູ່ ສະເໝີ; ບໍ່ມີໃຜຈະໃຫ້ເຮົາຢືມຫຍັງ; ສາຍພົວພັນຂອງເຮົາກັບຜູ້ອື່ນແມ່ນອີງໃສ່ການເອົາປຽບ ເຊິ່ງກັນ ແລະ ກັນໂດຍພື້ນຖານ.
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການຂົ່ມຂືນ, ການຫຼິ້ນຊູ້, ການຮ່ວມເພດ ກັບຄົນໃນຄອບຄົວ, ໆລໆ. ດ້ວຍເຫດນັ້ນ, ຄວາມສຳພັນທາງເພດຂອງເຮົາສ່ວນຫຼາຍຈິ່ງມີ ໄລຍະສັ້ນ ແລະ ທັງເຮົາເອງ ແລະ ຄູ່ທີ່ເຮົານອນນຳເລື້ອຍໆ ຈິ່ງເປັນພຽງແຕ່ສິ່ງຂອງຕໍ່ກັນ ແລະ ກັນ; ເຮົາເຫັນສິ່ງທີ່ສົກກະປົກເປັນຕາດຶງດູດ.

ພຶຕິກຳທາງວາຈາສີ່ປະເພດທີ່ມ້າງເພ:

  1. ການຕົວະ - ການເວົ້າຄວາມບໍ່ຈິງທັງທີ່ຮູ້ຢູ່, ການເຮັດໃຫ້ຜູ້ອື່ນເຂົ້າໃຈຜິດ, ແລະ ອື່ນໆ. ດ້ວຍ ເຫດນັ້ນ, ຈິ່ງບໍ່ມີໃຜເຄີຍເຊື່ອ ຫຼື ເຊື່ອໝັ້ນສິ່ງທີ່ເຮົາເວົ້າ ແລະ ເຮົາກໍບໍ່ເຊື່ອໝັ້ນສິ່ງທີ່ເຂົາເວົ້າຄື ກັນ; ເຮົາຈະບໍ່ສາມາດແຍກຄວາມແຕກຕ່າງລະຫວ່າງຄວາມເປັນຈິງ ແລະ ສິ່ງທີ່ເຮົາສ້າງຂຶ້ນ ເອງໄດ້.
  2. ການເວົ້າແຕກແຍກ - ການເວົ້າສິ່ງບໍ່ດີກ່ຽວກັບຜູ້ອື່ນເພື່ອແບ່ງແຍກເຂົາຈາກກັນ ຫຼື ເຮັດໃຫ້ ຄວາມເສີຍເມີຍ ຫຼື ຄວາມຫ່າງເຫີນຂອງເຂົາຮ້າຍແຮງກວ່າເກົ່າ. ດ້ວຍເຫດນັ້ນ, ມິຕະພາບ ຂອງເຮົາຈິ່ງບໍ່ຍືນຍົງເພາະໝູ່ຂອງເຮົາສົງໄສວ່າເຮົາກໍເວົ້າສິ່ງບໍ່ດີກ່ຽວກັບເຂົາລັບຫຼັງເຂົາຄື ກັນ; ເຮົາບໍ່ມີໝູ່ສະນິດ ແລະ ສະນັ້ນ ຈິ່ງຮູ້ສຶກໂດດດ່ຽວ ແລະ ດຽວດາຍ.
  3. ການເວົ້າຮຸນແຮງ - ການເວົ້າສິ່ງທີ່ທຳຮ້າຍຄວາມຮູ້ສຶກຂອງຜູ້ອື່ນ. ດ້ວຍເຫດນັ້ນ, ຄົນຈິ່ງບໍ່ມັກ ແລະ ຫຼີກລ່ຽງເຮົາ; ແມ່ນແຕ່ເວລາຢູ່ນຳເຮົາ, ຜູ້ອື່ນກໍບໍ່ສາມາດຜ່ອນຄາຍໄດ້ ແລະ ມັກເວົ້າສິ່ງ ທີ່ຂີ້ຮ້າຍໃສ່ເຮົາຄືນ; ເຮົາກາຍເປັນຄົນທີ່ໂດດດ່ຽວ ແລະ ດຽວດາຍ.
  4. ການຝອຍແບບບໍ່ມີຄວາມໝາຍ - ການເສຍເວລາຕົນເອງ ແລະ ຜູ້ອື່ນດ້ວຍການຝອຍທີ່ບໍ່ມີ ຄວາມໝາຍ; ການຂັດຄໍຄົນອື່ນດ້ວຍການລົມທີ່ໄຮ້ຄວາມໝາຍຂອງເຮົາເມື່ອເຂົາກຳລັງເວົ້າ ສິ່ງບວກ. ດ້ວຍເຫດນັ້ນ, ຈິ່ງບໍ່ມີໃຜຖືເຮົາຈິງຈັງ; ເຮົາບໍ່ສາມາດຮັກສາຄວາມສົນໃຈຂອງເຮົາ ຢູ່ທີ່ໜ້າວຽກໃດໜຶ່ງໂດຍທີ່ບໍ່ກວດເບິ່ງເຄື່ອງມືຖືຂອງເຮົາທຸກໆສາມ-ສີ່ນາທີໄດ້; ເຮົາເຮັດຫຍັງ ທີ່ມີຄວາມໝາຍບໍ່ສຳເລັດເລີຍ.

ວິທີຄິດສາມຢ່າງທີ່ມ້າງເພ:

  1. ການຄິດໂລບມາກໂລພາ - ຍ້ອນຄວາມອິສາ, ການຄິດໝົກໝຸ້ນ ແລະ ການວາງແຜນທີ່ຈະເອົາ ບາງຢ່າງທີ່ຄົນອື່ນມີ, ຫຼື ຍິ່ງກວ່ານັ້ນ, ໃຫ້ລື່ນເຂົາ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ເຄີຍມີຈິດໃຈທີ່ ສະຫງົບ ຫຼື ຮູ້ສຶກປິຕິ, ຍ້ອນເຮົາກຳລັງທໍລະມານກັບຄວາມຄິດລົບກ່ຽວກັບຜົນສຳເລັດຂອງຜູ້ ອື່ນ.
  2. ການຄິດມຸ່ງຮ້າຍ - ການຄິດ ແລະ ວາງແຜນທຳຮ້າຍຜູ້ອື່ນ ຫຼື ແກ້ແຄ້ນ ເຂົາສຳລັບສິ່ງທີ່ເຂົາ ໄດ້ເວົ້າ ຫຼື ເຮັດ. ດ້ວຍເຫດນັ້ນ, ເຮົາຈິ່ງບໍ່ເຄີຍຮູ້ສຶກປອດໄພ ຫຼື ສາມາດ ຜ່ອນຄາຍໄດ້; ເຮົາ ດຳລົງຊີວິດຢູ່ໃນຄວາມວິຕົກ ແລະ ຢ້ານກົວຢູ່ຕະຫຼອດເວລາ, ຢ້ານວ່າຜູ້ອື່ນ ຈະວາງແຜນຕໍ່ ຕ້ານເຮົາຄືກັນ.
  3. ການຄິດບິດເບືອນພ້ອມຄວາມເປັນປໍລະປັກ - ບໍ່ພຽງແຕ່ການຄິດບາງຢ່າງທີ່ກົງກັນຂ້າມກັບ ສິ່ງທີ່ເປັນຈິງ ແລະ ຖືກຕ້ອງຢ່າງດື້ດ້ານ, ແຕ່ຍັງຖົກຖຽງໃນໃຈຂອງເຮົາກັບຜູ້ອື່ນທີ່ບໍ່ເຫັນດີກັບ ເຮົາ ແລະ ດູໝິ່ນເຂົາໃນລັກສະນະຮຸກຮານ. ດ້ວຍເຫດນັ້ນ, ເຮົາກາຍເປັນຄົນທີ່ຈິດໃຈຄັບແຄບ, ບໍ່ຍອມເປີດຮັບຄຳແນະນຳທີ່ເປັນປະໂຫຍດໃດໆ ເລີຍ; ຈິດໃຈຂອງເຮົາກໍປິດເຊັ່ນກັນ, ຄິດຫາແຕ່ ຕົນເອງ ແລະ ວ່າຕົນເອງຖືກຢູ່ສະເໝີ; ເຮົາສືບຕໍ່ບໍ່ຮູ້ ແລະ ໂງ່ເຂົາ.

ບໍ່ວ່າພື້ນຖາສາສະໜາ ຫຼື ຄວາມເຊື່ອຂອງເຮົາຈະເປັນແນວໃດ, ການຫຼີກເວັ້ນຈາກ 10 ຂໍ້ເຫຼົ່ານີ້ແມ່ນ ຖືກປະເດັນສຳລັບຄົນທີ່ປາຖະໜາຈະດຳລົງຊີວິດທີ່ເປັນສຸກກວ່າ.

ພຶຕິກຳມ້າງເພສິບປະເພດກວ້າງໆ

ການປະພຶດມ້າງເພສິບປະການ ຊີ້ບອກເຖິງພຶຕິກຳມ້າງເພສິບປະເພດກວ້າງໆ ທີ່ເຮົາຕ້ອງຫຼີກລ່ຽງ. ເຮົາຕ້ອງຄິດໃຫ້ກວ້າງເທົ່າທີ່ຈະເປັນໄປໄດ້ກ່ຽວກັບພຶຕິກຳຂອງເຮົາ ແລະ ຜົນສະທ້ອນຂອງມັນ. ຕໍ່ໄປ ນີ້ແມ່ນຕົວຢ່າງໃຫ້ຄິດ, ແຕ່ຜູ້ຂ້າໝັ້ນໃຈວ່າເຮົາແຕ່ລະຄົນສາມາດຂະຫຍາຍລາຍການນີ້ໄດ້.

  1. ການເອົາຊີວິດຜູ້ອື່ນ - ການຕີ ຫຼື ປະຕິບັດກັບຜູ້ອື່ນຢ່າງຫຍາບຄາຍ, ການບໍ່ສົນໃຈທີ່ຈະຊ່ວຍ ຜູ້ອື່ນເຮັດວຽກທີ່ຕ້ອງໃຊ້ແຮງງານເມື່ອເຂົາຕ້ອງການຄວາມຊ່ວຍເຫຼືອ, ຍ່າງໄວເກີນໄປເມື່ອຢູ່ ກັບຜູ້ປ່ວຍ ຫຼື ຜູ້ສູງອາຍຸ, ແລະ ການກໍ່ໃຫ້ເກີດອັນຕະລາຍທາງຮ່າງກາຍປະເພດໃດກໍຕາມ, ລວມເຖິງການສ້າງມົນລະພິດຕໍ່ສິ່ງແວດລ້ອມ ແລະ ການສູບຢາຢູ່ໃກ້ຄົນທີ່ບໍ່ສູບ, ໂດຍ ສະເພາະເດັກນ້ອຍ.
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ - ການດາວໂຫຼດສິ່ງຕ່າງໆ ຈາກອິນເຕີເນັດຢ່າງຜິດກົດໝາຍ, ການຄັດລອກ, ການຫຼອກລວງ, ການໜີພາສີ, ການບຸກລຸກຄວາມເປັນສ່ວນຕົວຂອງຜູ້ອື່ນ ແລະ ແມ່ນແຕ່ການຊີມຈາກຈານຂອງຄູ່ ຫຼື ໝູ່ຂອງເຮົາໂດຍທີ່ບໍ່ໄດ້ຂໍ.
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການກໍ່ກວນທາງເພດກັບຜູ້ໃດໜຶ່ງ, ການ ເພີກເສີຍຕໍ່ຄວາມຕ້ອງການຂອງຄູ່ນອນຂອງເຮົາໃນເວລາມີເພດສຳພັນ, ແລະ ການສະແດງ ຄວາມຮັກໜ້ອຍ ຫຼື ຫຼາຍເກີນໄປ.
  4. ການຕົວະ - ການຕົວະຜູ້ອື່ນກ່ຽວກັບຄວາມຮູ້ສຶກອັນແທ້ຈິງຂອງເຮົາ ຫຼື ຄວາມຕັ້ງໃຈຂອງເຮົາ ໃນຄວາມສຳພັນຂອງເຮົາກັບເຂົາ.
  5. ການເວົ້າແບ່ງແຍກ - ການວິຈານສິ່ງທີ່ເປັນບວກ ຫຼື ມີຈັນຍາທັມເປັນກາງທີ່ຄົນໜຶ່ງເປັນ ຫຼື ມີ ສ່ວນຮ່ວມນຳ ຫຼື ກຳລັງວາງແຜນທີ່ຈະເຮັດ ແລະ ຜັກດັນເຂົາຈາກການມີກ່ຽວຂ້ອງກັບມັນ.
  6. ການເວົ້າຢ່າງໂຫດຮ້າຍ - ການຮ້ອງໃສ່ຄົນ, ການເວົ້ານ້ຳສຽງຮຸນແຮງ, ການເວົ້າບໍ່ສຸພາບ ແລະ ວິພາກວິຈານຄົນເມື່ອເຂົາຢູ່ໃນອາລົບອ່ອນໄຫວ, ແລະ ການໃຊ້ພາສາຫຍາບຄາຍ ແລະ ແດກດັນໃນວົງທີ່ບໍ່ສົມຄວນ ຫຼື ໃນເວລາທີ່ບໍ່ເໝາະ.
  7. ການຝອຍແບບໄຮ້ຄວາມໝາຍ - ການທໍລະຍົດຄວາມໝັ້ນໃຈຂອງຜູ້ອື່ນ ແລະ ເປີດເຜີຍຄວາມ ລັບສ່ວນຕົວຂອງເຂົາໃຫ້ຜູ້ອື່ນຮູ້, ການສົ່ງຂໍ້ຄວາມຫາຜູ້ອື່ນດ່ຽວກັບສິ່ງໄຮ້ສາລະ, ໂດຍ ສະເພາະໃນຍາມກາງເດິກ, ໂພສ໌ ຮູບ ແລະ ສະແດງຄຳເຫັນລົງສື່ສັງຄົມອອນລາຍນ໌ ກ່ຽວ ກັບແງ່ມຸມໄຮ້ສາລະຂອງຊີວິດປະຈຳວັນຂອງເຮົາ, ການຂັດຄໍຜູ້ອື່ນໂດຍບໍ່ປ່ອຍໃຫ້ເຂົາເວົ້າຈົບ ກ່ອນ, ແລະ ສະແດງຄຳເຫັນ ຫຼື ເວົ້າແນວໂງ່ໆ ອອກມາໃນລະຫວ່າງການສົນທະນາທີ່ກຳລັງ ຈິງຈັງ.
  8. ການຄິດໂລບມາກໂລພາ - ການຫວັງວ່າຄົນທີ່ກຳລັງກິນເຂົ້າກັບເຮົາໃນຮ້ານອາຫານຈະໃຫ້ ເຮົາຊີມສິ່ງທີ່ເຂົາໄດ້ສັ່ງມາ, ແລະ ເວລາເຫັນຮູບ ຫຼື ອ່ານໂພສ໌ ໃນສື່ສັງຄົມອອນລາຍນ໌ ກ່ຽວ ກັບຊ່ວງເວລາດີໆ, ທີ່ໜ້າຕື່ນເຕັ້ນທີ່ຜູ້ອື່ນມີ, ແລ້ວຮູ້ສຶກເສົ້າກັບຕົນເອງ ແລະ ຄິດດ້ວຍຄວາມ ອິສາວ່າເຮົາກໍຢາກເປັນທີ່ນິຍົມ ແລະ ເປັນສຸກຄືກັນ.
  9. ການຄິດມຸ່ງຮ້າຍ - ເມື່ອມີຄົນເວົ້າສິ່ງທີ່ໜ້າລັງກຽດ ຫຼື ໂຫດຮ້າຍກັບ ເຮົາ ແລະ ເຮົາຄິດຄຳເວົ້າ ບໍ່ອອກ, ແຕ່ຍັງຄົງຄິດໃນໃຈຢູ່ພາຍຫຼັງກ່ຽວກັບສິ່ງທີ່ເຮົາຄວນຕອບ ກັບທີ່ຈະເຮັດໃຫ້ເຂົາເຈັບ.
  10. ການຄິດບິດເບືອນພ້ອມກັບຄວາມເປັນປໍລະປັກ - ການຄິດລົບ, ຄິດບໍ່ເປັນມິດກັບຄົນທີ່ສະເໜີ ຫຼື ພະຍາຍາມຈະຊ່ວຍເຮົາເຮັດບາງຢ່າງທີ່ເຮົາຮູ້ສຶກວ່າເຮົາຈັດການເອງໄດ້, ແລະ ການຄິດວ່າ ບາງຄົນນັ້ນໂງ່ປານໃດທີ່ພະຍາຍາມປັບປຸງຕົນເອງໃນບາງຢ່າງທີ່ບໍ່ເປັນອັນຕະລາຍ, ແຕ່ທີ່ເຮົາ ບໍ່ໄດ້ສົນໃຈ ຫຼື ຄິດວ່າບໍ່ສຳຄັນ.

ການປະພຶດມ້າງເພຕໍ່ຕົວເຮົາເອງ

ວິທີທີ່ເຮົາປະຕິບັດຕໍ່ຕົວເຮົາເອງສາມາດມ້າງເພໄດ້ຄືກັບພຶຕິກຳຂອງເຮົາທີ່ມຸ່ງໃສ່ຜູ້ອື່ນ. ເພື່ອການ ດຳລົງຊີວິດທີ່ເປັນສຸກກວ່າ, ເຮົາຕ້ອງເຂົ້າໃຈເຖິງຮູບແບບແນວລົບເຫຼົ່ານີ້ ແລະ ພະຍາຍາມແກ້ໄຂ. ອີກ ເທື່ອໜຶ່ງ, ວິທີການປະພຶດແບບມ້າງເພສິບປະການນັ້ນ ບົ່ງບອກເຖິງປະເພດຂອງພຶຕິກຳທີ່ເຮົາຕ້ອງ ຢຸດ.

  1. ການເອົາຊີວິດຜູ້ອື່ນ - ການທຳຮ້າຍຮ່າງກາຍຕົນເອງໂດຍການເຮັດວຽກຫຼາຍເກີນໄປ, ການ ກິນອາຫານບໍ່ດີ, ການບໍ່ອອກກຳລັງກາຍ, ຫຼື ການນອນບໍ່ພໍ.
  2. ການເອົາສິ່ງທີ່ເພິ່ນບໍ່ໄດ້ໃຫ້ - ການເສຍເງິນໄປກັບສິ່ງເລັກນ້ອຍ, ຫຼື ການຂີ້ຖີ່ ຫຼື ມັກເຄື່ອງຖືກ ເວລາໃຊ້ຈ່າຍເພື່ອຕົນເອງເມື່ອເຮົາສາມາດຈ່າຍໄດ້.
  3. ການມີສ່ວນຮ່ວມໃນພຶຕິກຳທາງເພດທີ່ບໍ່ເໝາະສົມ - ການມີສ່ວນຮ່ວມໃນກິຈະກຳທາງເພດທີ່ ອາດເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາ, ຫຼື ການເຮັດໃຫ້ຈິດໃຈຂອງເຮົາເປັນມົນລະພິດ ດ້ວຍສື່ລາມົກ.
  4. ການຕົວະ - ການຕົວະຕົນເອງກ່ຽວກັບຄວາມຮູ້ສຶກ ຫຼື ແຮງຈູງໃຈຂອງຕົນ.
  5. ການເວົ້າແບ່ງແຍກ - ການເວົ້າໃນທາງທີ່ເປັນຕາລັງກຽດ, ເຊັ່ນການຈົ່ມຕະຫຼອດເວລາ, ຈົນຜູ້ ອື່ນຮູ້ສຶກບໍ່ພໍໃຈທີ່ຈະຢູ່ກັບເຮົາ, ເຂົາກໍຫຼີກລ່ຽງທີ່ຈະຢູ່ໃກ້ເຮົາໄປ.
  6. ການເວົ້າຮຸນແຮງ - ການດູໝິ່ນຕົນເອງດ້ວຍວ່າຈາ.
  7. ການເວົ້າໄຮ້ຄວາມໝາຍ - ການເວົ້າຢ່າງບໍ່ຈຳແນກກ່ຽວກັບເລື່ອງສ່ວນຕົວ, ຄວາມບໍ່ໝັ້ນໃຈ ຫຼື ຄວາມກັງວົນຂອງຕົນ, ຫຼື ການເສຍເວລາໄປກັບການເບິ່ງສື່ສັງຄົມອອນລາຍນ໌, ການຫຼິ້ນ ວີດີໂອເກມແບບບໍ່ຄິດໜ້າຄິດຫຼັງ, ຫຼື ການທ່ອງອິນເຕີເນັດ.
  8. ການຄິດໂລບມາກໂລພາ - ການຕິດວ່າຈະເອົາຊະນະຕົນເອງໄດ້ແນວໃດເພາະເປັນຄົນສົມບູນ ແບບ.
  9. ການຄິດມຸ່ງຮ້າຍ - ການຄິດດ້ວຍຄວາມຮູ້ສຶກຜິດວ່າເຮົາເປັນຕາຢ້ານປານໃດ ແລະ ເຮົາບໍ່ສົມ ຄວນທີ່ຈະເປັນສຸກ.
  10. ການຄິດບິດເບືອນພ້ອມກັບຄວາມເປັນປໍລະປັກ - ການຄິດວ່າເຮົາໂງ່ທີ່ພະຍາຍາມປັບປຸງຕົນ ເອງ ຫຼື ຊ່ວຍຜູ້ອື່ນ.

ວິທີຈັດການກັບຮູບແບບການມ້າງເພຂອງເຮົາ

ເມື່ອເຮົາເລີ່ມເບິ່ງວິທີການມ້າງເພທັງໝົດທີ່ເຮົາໄດ້ປະພຶດໃນອາດີດ, ສິ່ງສຳຄັນແມ່ນຕ້ອງຫຼີກລ່ຽງ ຄວາມຮູ້ສຶກໃນແງ່ລົບກ່ຽວກັບຕົນເອງ. ແທນທີ່ຈະເປັນອຳມະພາດດ້ວຍຄວາມຮູ້ສຶກຜິດ, ເຮົາຄວນ ຍອມຮັບວ່າສິ່ງທີ່ເຮົາໄດ້ເຮັດນັ້ນມາຈາກຄວາມບໍ່ຮູ້ ແລະ ໄຮ້ດຽງສາຂອງພຶຕິກຳຂອງເຮົາ: ເຮົາຖືກ ຂັບເຄື່ອນຕາມໃຈດ້ວຍອາລົມລົບກວນຂອງເຮົາ, ບໍ່ແມ່ນຍ້ອນເຮົາຊົ່ວໂດຍເນື້ອແທ້. ເຮົາຮູ້ສຶກເສຍໃຈ ກັບສິ່ງທີ່ເຮົາໄດ້ເຮັດໄປ, ໂດຍຫວັງວ່າມັນບໍ່ໄດ້ເກີດຂຶ້ນ, ແຕ່ເຂົ້າໃຈດີວ່າເຮົາບໍ່ສາມາດປ່ຽນແປງອາດີດ ໄດ້. ສິ່ງທີ່ຜ່ານໄປແລ້ວກໍເປັນອາດີດ - ແຕ່ຕອນນີ້ເຮົາສາມາດຕັດສິນໃຈທີ່ຈະພະຍາຍາມສຸດຄວາມ ສາມາດທີ່ຈະບໍ່ເຮັດພຶຕິກຳນັ້ນຊ້ຳອີກ. ຈາກນັ້ນ ເຮົາຢືນຢັ້ນອີກຄັ້ງເຖິງທິດທາງແນວບວກທີ່ເຮົາ ກຳລັງພະຍາຍາມວາງໃນຊີວິດຂອງເຮົາ, ແລະ ພະຍາຍາມມີສ່ວນຮ່ວມໃນການກະທຳທີ່ສ້າງສັນໃຫ້ ຫຼາຍທີ່ສຸດ, ບົນພື້ນຖານຄວາມເມດຕາ ແລະ ຄວາມເຫັນໃຈ. ສິ່ງນີ້ຈະສ້າງນິໄສທາງບວກຫຼາຍຂຶ້ນ ເພື່ອຖ່ວງດຸນ ແລະ ໃນທີ່ສຸດກໍຈະມີຫຼາຍກວ່າພະລັງທາງລົບ. 

ຈາກນັ້ນເຮົາຈະເລີ່ມຊະລໍການຕອບໂຕ້ຂອງເຮົາຕໍ່ຄົນ ຫຼື ເຫດການທີ່ເຮົາພົບ, ເພື່ອທີ່ວ່າເຮົາຈະ ສາມາດຈັບພື້ນທີ່ວ່າງລະຫວ່າງເວລາທີ່ເຮົາຮູ້ສຶກຢາກເຮັດສິ່ງມ້າງເພຍ້ອນນິໄສ, ແລະ ເມື່ອເວລາທີ່ ເຮົາລົງມືເຮັດແທ້. ເຮົາໃຊ້ຊ່ວງເວລານັ້ນໃນການຕັດສິນໃຈວ່າແມ່ນຫຍັງເປັນປະໂຫຍດ ແລະ ແມ່ນ ຫຍັງເປັນໂທດ, ເຊິ່ງຈະຊ່ວຍໃຫ້ເຮົາລະເວັ້ນຈາກການເຮັດ, ເວົ້າ, ຫຼື ຄິດສິ່ງທີ່ມ້າງເພ. ດັ່ງທີ່ພຣະ ສັນຕິເທວາ, ປະຣະມາຈານທາງພຣະພຸທະສາສະໜາ ຄົນອິນເດຍ ໄດ້ແນະນຳວ່າ: “ຈົ່ງຢູ່ຢ່າງຂອນ ໄມ້.” ເຮົາສາມາດເຮັດໄດ້, ແຕ່ດ້ວຍຄວາມເຂົ້າໃຈ, ຄວາມເມດຕາ, ຄວາມເຫັນໃຈ, ແລະ ຄວາມເຄົາຣົບ ທັງຕໍ່ຕົນເອງ ແລະ ຜູ້ອື່ນ. ບໍ່ແມ່ນວ່າເຮົາກຳລັງອົດກັ້ນຫຍັງ, ເຊິ່ງມີແຕ່ຈະເຮັດໃຫ້ເຮົາກັງວົນ ແລະ ເຄັ່ງຕຶງເທົ່ານັ້ນ. ດ້ວຍຈິດໃຈທີ່ສະຫຼາດ ແລະ ມີຄວາມເຫັນໃຈ, ເຮົາຈະປັດເປົ່າພະລັງແນວລົບທີ່ຈະ ຜັກດັນໃຫ້ເຮົາເຮັດ ຫຼື ເວົ້າສິ່ງທີ່ເຮົາຈະເສຍໃຈໃນພາຍຫຼັງ. ແລ້ວເຮົາຈະມີອິສະຫຼະທີ່ຈະປະພຶດໃນ ລັກສະນະທີ່ສ້າງສັນ, ບົນພື້ນຖານອາລົມ ແລະ ຄວາມເຂົ້າໃນແນວບວກ. 

ສະຫຼຸບ

ເມື່ອເຮົາລະເວັ້ນຈາກພຶຕິກຳມ້າງເພ, ມັນບໍ່ພຽງແຕ່ຈະເປັນປະໂຫຍດຕໍ່ຜູ້ອື່ນ, ແຕ່ສຸດທ້າຍແລ້ວກໍເພື່ອ ປະໂຫຍດສ່ວນຕົວຂອງເຮົາເອງ. ເມື່ອເຮົາເຫັນວ່າມັນແມ່ນພຶຕິກຳຂອງເຮົາເອງທີ່ເປັນສາເຫດຂອງ ຄວາມບໍ່ເປັນສຸກຂອງເຮົາ, ໂດຍທຳມະຊາດແລ້ວເຮົາຈະ - ອັນທີ່ຈິງ, ເຮົາຈະພໍໃຈທີ່ຈະຫຼີກລ່ຽງນິໄສ ແລະ ການກະທຳທາງລົບ ແລະ ມ້າງເພ. ເມື່ອເຮົາຢຸດເສີມສ້າງນິໄສເຫຼົ່ານີ້, ຄວາມສຳພັນຂອງເຮົາກັບ ຜູ້ອື່ນກໍຈະດີຂຶ້ນ ແລະ ມີຄວາມຈິງໃຈຫຼາຍຂຶ້ນ, ໃນຂະນະທີ່ເຮົາກໍຮູ້ສຶກສະຫງົບກັນຕົນເອງຫຼາຍຂຶ້ນ. ຖ້າເຮົາປາຖະໜາຄວາມສະບາຍໃຈແທ້ໆ, ເຮົາຕ້ອງພະຍາຍາມຕັດວິທີແບບມ້າງເພຂອງການກະທຳ, ການເວົ້າ, ແລະ ການຄິດຂອງເຮົາ. ການເຮັດແນວນັ້ນຈະຊ່ວຍປັບປຸງຄຸນະພາບຊີວິດຂອງເຮົາຢ່າງ ມະຫາສານ. 

Top