ມາເບິ່ງບາງຄຸນລັກສະນະທີ່ໂດດເດັ່ນຂອງຮູບແບບພຣະພຸທະສາສະໜານິກາຍເຖຣະວາດ, ຈີນ ແລະ ທິເບດ ກັນໃນຖານະໂຕແທນຂອງລະບົບຫຼັກໆທີ່ຍັງຫຼົງເຫຼືອຢູ່ໃນປະຈຸບັນ.
ສາຍເຖຣະວາດ
ສາຍເຖຣະວາດ, ທີ່ປະຕິບັດໃນເອເຊຍຕາເວັນອອກສຽງໃຕ້, ເນັ້ນໜັກການຝຶກສະຕິປັຕຖານ. ເຊິ່ງເຮັດໄດ້ໂດຍສຸມໃສ່ການລົມຫັນໃຈ ແລະ ຄວາມຮູ້ສຶກໃນຮ່າງກາຍຂະນະທີ່ນັ່ງຢູ່, ແລະ ການເຄື່ອນໄຫວ ແລະ ຄວາມຕັ້ງໃຈໃນການເໜັງຕີງຂະນະທີ່ຍ່າງຈົງກົມຊ້າໆ. ດ້ວຍຈິດແຫ່ງການລຳລຶກວ່າທຸກຂະນະມີຂຶ້ນ ແລະ ມີລົງ, ຈະເຮັດໃຫ້ຄົນບັນລຸປະສົບການຮູ້ແຈ້ງເຫັນຈິງຂອງຄວາມບໍ່ທ່ຽງ. ເມື່ອຄວາມເຂົ້າໃຈນີ້ຖືກນຳໃຊ້ໃນການວິເຄາະປະສົບການທັງມວນຂອງຄົນ, ເຮົາຈະສຳນຶກໄດ້ວ່າບໍ່ມີຕົວຕົນທີ່ຍືນຍົງ, ເຊິ່ງບໍ່ປ່ຽນແປງແລະ ທີ່ຄົງຢູ່ຢ່າງເປັນເອກະລາດຈາກທຸກສັບພະສິ່ງ ແລະ ຈາກຄົນອື່ນທຸກຄົນ. ທັງໝົດທັງມວນເປັນການປ່ຽນແປງພຽງຊົ່ວຄາວຊົ່ວຂະນະ. ວິທີນີ້, ເຮັດໃຫ້ເຂົ້າໃຈຄວາມເປັນຈິງທີ່ຈະປົດປ່ອຍເຮົາຈາກຄວາມກັງວົນທີ່ມີຕົນເອງເປັນສູນກາງ ແລະ ຈາກການໄດ້ຮັບຄວາມທຸກ.
ສາຍເຖຣະວາດຍັງສອນການທຳສະມາທິກ່ຽວກັບຄວາມຮັກ, ຄວາມເຫັນໃຈ, ຄວາມມີໃຈເປັນກາງ ແລະ ຄວາມຍິນດີ, ແຕ່ໃນທົດສະວັດທີ່ຜ່ານມາເທົ່ານັ້ນທີ່ໄດ້ມີຂະບວນການທີ່ເອີ້ນວ່າ: “ພຣະພຸທະສາສະໜາເພື່ອສັງຄົມ,” ເຊິ່ງເລີ່ມຕົ້ນຂຶ້ນໃນປະເທດໄທ, ເພື່ອໃຫ້ຊາວພຸດມີສ່ວນຮ່ວມໃນໂຄງການຂອງການຊ່ວຍເຫຼືອສັງຄົມ ແລະ ສິ່ງແວດລ້ອມ.
ພຣະສົງສາຍເຖຣະວາດມີໜ້າທີ່ສຶກສາ ແລະ ສູດມົນພຣະໄຕປິດົກ ແລະ ປະກອບພິທີກຳຕ່າງໆ ໃຫ້ແກ່ປະຊາຊົນຄະຣາວາດ. ພຣະສົງເຫຼົ່ານີ້ອອກໄປບິນທະບາດແບບງຽບໆ ທຸກມື້, ແລະ ຄົວເຮືອນຕ່າງໆ ຝຶກຝົນຄວາມເອື້ອເຟື້ອເພື່ອແຜ່ໂດຍການໃສ່ບາດ.
ສາຍມະຫາຍານໃນເອເຊຍຕາເວັນອອກ
ສາຍມະຫາຍານໃນເອເຊຍຕາເວັນອອກທີ່ໄດ້ມາຈາກປະເທດຈີນມີສອງແງ່ມຸມຫຼັກຄື: ນິກາຍສຸຂາວະດີ, ແລະ ສິ່ງທີ່ໃນຍີ່ປຸ່ນເອີ້ນວ່າ ນິກາຍເຊນ.
- ນິກາຍສຸຂາວະດີ (ຫຼື ນິກາຍວິສຸດທິພູມ) ເນັ້ນໜັກການເລົ່າພຣະນາມຂອງພຣະອະມິຕາພະ, ຫຼື ພຣະພຸດທະເຈົ້າແຫ່ງແສງສະຫວ່າງທີ່ບໍ່ມີສິ້ນສຸດ, ເພື່ອເປັນແນວທາງໃນການໄປສູ່ສຸຂາວະດີແຫ່ງຄວາມສຸກຂອງພຣະພຸດທະອົງ, ເຊິ່ງປຽບເໝືອນໜຶ່ງໃນເມືອງສະຫວັນທີ່ມີທຸກສິ່ງທີ່ເອື້ອອຳນວຍໃຫ້ແກ່ການກາຍເປັນພຣະພຸດທະເຈົ້າ.
- ນິກາຍເຊນເນັ້ນໜັກການທຳສະມາທິຢ່າງເຄັ່ງຄັດ ເຊິ່ງແມ່ນການເຮັດຈິດໃຈໃຫ້ສະຫງົບລົງຈາກຄວາມຄິດມະໂນພາບທັງໝົດ ເພື່ອໃຫ້ທຳມະຊາດອັນບໍລິສຸດຂອງຈິດໃຈ ມີຄວາມເຫັນໃຈ ແລະ ມີປັນຍາທີ່ສະຫວ່າງສະໄຫວ.
ພຣະສົງ ແລະ ແມ່ຊີ ຂອງທັງສອງນິກາຍມີໜ້າທີ່ສູດມົນຕາມຕຳລາພຣະຄຳພີ ແລະ, ເພື່ອໃຫ້ສອດຄ່ອງກັບລັດທິຂົງຈື້, ຕ້ອງປະກອບພິທີຕ່າງໆ ໂດຍສະເພາະໃຫ້ແກ່ບັນພະບຸລຸດທີ່ລ່ວງລັບໄປແລ້ວຂອງຊຸມຊົນຄະຣາວາດ.
ນິກາຍທິເບດຂອງມະຫາຍານ
ຮູບແບບທິເບດຂອງພຣະພຸທະສາສະໜາມະຫາຍານທີ່ພົບເຫັນໃນທົ່ວເອເຊຍກາງໄດ້ອະນຸລັກການພັດທະນາທາງປະຫວັດສາດຂອງພຣະພຸທະສາສະໜາອິນເດຍໄວ້ຢ່າງເຕັມທີ່, ໂດຍສະເພາະໃນສາຍຂອງມະຫາວິທະຍາໄລສົງທີ່ຍິ່ງໃຫຍ່ ເຊັ່ນ: ນາລັນທາ. ດັ່ງນັ້ນ, ຈຶ່ງໄດ້ເນັ້ນໜັກການສຶກສາ, ໂດຍສະເພາະກ່ຽວກັບທຳມະຊາດຂອງຈິດໃຈ, ອາລົມ ແລະ ຄວາມເປັນຈິງ, ຜ່ານສື່ກາງຂອງຕັກກະວິທະຍາ ແລະ ການໂຕ້ຖຽງກັນ, ເຊິ່ງດຳເນີນໄປຄຽງຄູ່ກັບການທຳສະມາທິຢ່າງເຂັ້ມງວດໃນຫົວຂໍ້ເຫຼົ່ານີ້.
ແນວທາງນີ້ຖືກຮວມເຂົ້າກັນ, ໃນທິເບດ, ກັບການປະຕິບັດຕັນຕຣະຂອງສາຍພຸດອິນເດຍ, ເຊິ່ງເປັນການໃຊ້ພະລັງແຫ່ງຈິນຕະນາການ ແລະ ເຮັດວຽກຮ່ວມກັບພະລັງງານທີ່ລະອຽດອ່ອນຂອງຮ່າງກາຍ ເພື່ອຫັນປ່ຽນຕົນເອງໃຫ້ເປັນພຣະພຸດທະເຈົ້າ. ສິ່ງນີ້ເຮັດໄດ້ໂດຍການຈົດຈໍ່ຢູ່ກັບຄວາມຫວ່າງເປົ່າ ແລະ ຄວາມເຫັນໃຈ, ແລະ ໃນສະພາບແວດລ້ອມນັ້ນ, ໃຫ້ຈິນຕະນາການວ່າ ຕົນເອງໄດ້ກາຍເປັນຮູບພຣະພຸດທະເຈົ້າອົງໜຶ່ງ.
ເຖິງແມ່ນວ່າຮູບແບບດັ່ງກ່າວ ບາງຄັ້ງກໍ່ຖືກເອີ້ນວ່າ: "ເທບພຣະເຈົ້າແຫ່ງສະມາທິ," ເຊິ່ງບໍ່ໄດ້ມີຄວາມໝາຍ ຫຼື ໜ້າທີ່ທຽບເທົ່າກັບພຣະເຈົ້າ, ແລະ ພຣະພຸທະສາສະໜາໃນທາງໃດທາງໜຶ່ງກໍບໍ່ໄດ້ເປັນສາສະໜາທີ່ນັບຖືພຣະເຈົ້າຫຼາຍອົງ. ສະນັ້ນ, ຮູບພຣະພຸດທະເຈົ້າແຕ່ລະອົງເປັນຕົວແທນສັນຍາລັກຂອງໜຶ່ງໃນແງ່ມຸມການຕັດສະຮູ້ຂອງພຣະພຸດທະເຈົ້າ, ເຊັ່ນ: ປັນຍາ ຫຼື ຄວາມເຫັນໃຈ.
ການເບິ່ງເຫັນຕົນເອງໃນຮູບແບບດັ່ງກ່າວ ແລະ ການເລົ່າອັກຂະຣະສັກສິດ (ມົນ) ທີ່ກ່ຽວຂ້ອງຊ່ວຍໃຫ້ຄົນສາມາດເອົາຊະນະຮູບພາບຕໍ່ຕົນເອງໃນແງ່ລົບ, ເຊິ່ງເປັນພາບລວງຕາ, ແລະ ພັດທະນາຄຸນນະພາບຕ່າງໆ ທີ່ປະກອບເຂົ້າໃນພາບນັ້ນໆ. ການປະຕິບັດດັ່ງກ່າວ ແມ່ນກ້າວໜ້າຫຼາຍ ແລະ ຕ້ອງການການຊີ້ນຳຢ່າງໃກ້ຊິດຈາກອາຈານທີ່ມີຄຸນວຸດທິຄົບຖ້ວນ.
ພຣະພຸທະສາສະໜາຂອງທິເບດຍັງມີການສູດມົນ ແລະ ເຮັດພິທີກຳຈຳນວນຫຼວງຫຼາຍ, ເຊິ່ງມັກຖືກອອກແບບມາເພື່ອລຶບລ້າງພະລັງດ້ານລົບ ແລະ ການແຊກແຊງທີ່ເບິ່ງເຫັນໃນຮູບແບບຂອງຜີສາດຮ້າຍ. ໃນຂະນະທີ່ປະຕິບັດພິທີກຳດັ່ງກ່າວ, ຄົນຈະຈິນຕະນາການຕົນເອງໃນຮູບແບບທີ່ມີກຳລັງແຮງຢ່າງຍິ່ງ ປຽບເໝືອນເຄື່ອງຊ່ວຍໃນການທຳສະມາທິເພື່ອບັນລຸພະລັງ ແລະ ຄວາມໝັ້ນໃຈທີ່ຈະເອົາຊະນະຄວາມຫຍຸ້ງຍາກ. ນອກນັ້ນ, ຍັງມີການເນັ້ນໜັກຕື່ມກ່ຽວກັບເຕັກນິກການທຳສະມາທິ ເພື່ອປູກຝັງຄວາມຮັກ ແລະ ຄວາມເຫັນໃຈ, ລວມເຖິງການນຳໃຊ້ການມະໂນພາບ.
ສະຫຼຸບ
ບໍ່ວ່າໃຜຈະເບິ່ງການຝຶກຈິດຂອງສາຍເຖວະຣາດ, ການສູດມົນພຣະນາມຂອງພຣະພຸດທະເຈົ້າອະມິຕາພະໃນປະເທດຈີນ, ຫຼື ການໂຕ້ຖຽງ ແລະ ການຝຶກມະໂນພາບໃນທິເບດ, ທຸກໆຮູບແບບຂອງພຣະພຸທະສາສະໜາມີຄວາມເໝາະສົມໃນສະພາບແວດລ້ອມດຽວກັນ. ແຕ່ລະອັນມີວິທີການທີ່ມີປະສິທິຜົນໃນການເອົາຊະນະຄວາມທຸກທໍລະມານ ແລະ ການບັນລຸສັກກະຍະພາບຂອງຕົນ, ບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ແຕ່ຍັງສາມາດໃຫ້ປະໂຫຍດແກ່ຄົນອື່ນຫຼາຍເທົ່າທີ່ຈະຫຼາຍໄດ້.